ສູນຂໍ້ມູນຂ່າວສານທາງດ້ານການຄ້າແຫ່ງຊາດ   


ໃນນາມເປັນປະເທດສະມາຊິກອາຊຽນ, ສປປ ລາວ ມີພັນທະໃນການພັດທະນາ ສູນຂໍ້ມູນຂ່າວສານທາງດ້ານການຄ້າ ແຫ່ງຊາດ (NTR) ຊຶ່ງຈະເຊື່ອມຕໍ່ກັບ ສູນຂໍ້ມູນຂ່າວສານທາງດ້ານການຄ້າ ອາຊຽນ (ATR).

ປະເພດຂໍ້ມູນທີ່ເອົາລົງໃນ ສູນຂໍ້ມູນຂ່າວສານທາງດ້ານການຄ້າແຫ່ງຊາດ ແມ່ນໄດ້ຖືກກຳນົດໄວ້ຢູ່ມາດຕາ 13 ຂອງສັນຍາການຄ້າດ້ານສິນຄ້າ ຂອງອາຊຽນ.

ເວັບໄຊທ໌ນີ້ ເປັນບ່ອນເຂົ້າໄປຫາ ສູນຂໍ້ມູນຂ່າວສານທາງດ້ານການຄ້າ ແຫ່ງຊາດຂອງ ສປປ ລາວ ແລະ ປະເພດຂໍ້ມູນທີ່ທ່ານຕ້ອງການ. ທ່ານອາດສາມາດເຂົ້າໄປຫາໜ້າຂໍ້ມູນ ທີ່ທ່ານຕ້ອງການ ໂດຍການກົດເຊື່ອມຕໍ່ໄປຫາເວັບໄຊທ໌ ທີ່ກ່ຽວຂ້ອງ.

ລະບົບອັດຕາພາສີ

ກົດທີ່ນີ້ ເພື່ອຊອກຫາລະຫັດສິນຄ້າລະບົບເອກະພາບອາຊຽນ (AHTN) ແລະ ກວດເບິ່ງຫຼັກການປະຕິບັດແບບຊາດ ທີ່ໄດ້ຮັບການອະນຸເຄາະຍິ່ງ (Most-Favored Nation: MFN)

ກົດທີ່ນີ້ ກວດເບິ່ງອັດຕາພາສີ ທີ່ໃຊ້ກັບສັນຍາດ້ານການຄ້າເສລີ (FTA) ທີ່ທຸກປະເທດສະມາຊິກອາຊຽນ ເປັນພາຄີ.

ແຫຼ່ງກຳເນີດສິນຄ້າ

ກົດທີ່ນີ້ ເພື່ອອ່ານກ່ຽວກັບ ສິນຄ້າທີ່ໄດ້ຮັບສິດທິພິເສດ ແລະ ກົດທີ່ນີ້ ເພື່ອກວດເບິ່ງສິນຄ້າ ທີບໍ່ໄດ້ຮັບສິດທີພິເສດ ແລະ ສິນຄ້າທີ່ໄດ້ຮັບສິດທີພິເສດ ໃນການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ຂອງ ສປປ ລາວ.

ມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ

ກົດທີ່ນີ້ ເພື່ອກວດເບິ່ງລາຍການລວມຂອງ ມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ. ມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ ແມ່ນຕ້ອງການຂໍ້ຮຽກຮ້ອງສະເພາະພິເສດຕ່າງໆ ທີໃຊ້ກັບບາງປະເພດສິນຄ້າເຊັ່ນ: ການຂໍອະນຸມັດ ຫຼື ຂໍໃບອະນຸຍາດ, ຮຽກຮ້ອງໃຫ້ມີການກວດກາ, ມາດຕະຖານທາງດ້ານເຕັກນິກແບບບັງຄັບ ລວມທັງການເກືອດຫ້າມ ແລະ ການຈຳກັດ.

ກົດໝາຍ ແລະ ຫຼັກການທາງດ້ານການຄ້າ ແລະ ພາສີແຫ່ງຊາດ

ກົດທີ່ນີ້ ເພື່ອກວດເບິ່ງບັນດາກົດໝາຍ ແລະ ລະບຽບການທີກ່ຽວຂ້ອງກັບການຄ້າ

ຂັ້ນຕອນ ແລະ ເອກະສານທີ່ຮຽກຮ້ອງ

ກົດທີ່ນີ້ ເພື່ອກວດເບິ່ງຂັ້ນຕອນ ແລະ ເອກະສານທີ່ຮຽກຮ້ອງ ຊຶ່ງເປັນພັນທະທີ່ຜູ້ປະກອບການຕ້ອງປະຕິບັດຕາມ ເພື່ອນຳເຂົ້າ ຫຼື ສົ່ງອອກສິນຄ້າ ຕາມລະບອບການຕ່າງໆ.

ລະບຽບການບໍລິຫານ

ລະບຽບການບໍລິຫານ ຫຼື ການແຈ້ງລະບຽບການລ່ວງໜ້າ ອາດຈະຖືກລົງໃນ ຊ່ອງປະກາດ ເປັນບາງຄັ້ງຄາວໃນເວັບໄຊທ໌ນີ້. ກົດຢູ່ນີ້ ເພື່ອໄປຫາຊ່ອງປະກາດ ແລະ ຊອກຫາ “ລະບຽບການ”

ແບບຢ່າງທີ່ດີ ໃນການອຳນວຍຄວາມສະດວກທາງດ້ານການຄ້າ.

ເພື່ອເປັນການປະຕິບັດພັນທະ ໃນການສ້າງຄວາມໂປ່ງໃສ ດ້ານຂໍ້ມູນຂ່າວສານທາງການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ຈະເອົາຂໍ້ມູນທີ່ຕິດພັນກັບວຽກງານດ້ານການຄ້າ ມາລົງໃສ່ເວັບໄຊທ໌ນີ້. ທ່ານສາມາດຊອກຫາຂໍ້ມູນນີ້ ດ້ວຍການຊອກຫາຫົວຂໍ້ຂອງຂ່າວ ໃນໜ້າເວັບໄຊທ໌ນີ້ ຫຼື ກົດເວັບໄຊທ໌ເຊື່ອມຕໍ່ຢູ່ລຸ່ມ

ລາຍຊື່ຜູ້ປະກອບການ ທີ່ໄດ້ຮັບອະນຸຍາດ

ປະຈຸບັນ ສປປ ລາວ ຍັງຢູ່ໃນຂັັ້ນຕອນການທົດລອງ ກ່ຽວກັບ ຜູ້ປະກອບການທີ່ໄດ້ຮັບສິດທິພິເສດດ້ານພິທິການພາສີ (AEO) ຫຼື ຜູ້ປະກອບການ ທີ່ໄດ້ຮັບອະນຸຍາດດ້ານພິທິການພາສີ. ໂດຍແມ່ນກົມພາສີ, ກະຊວງການເງິນ ເປັນຜູ້ຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໂດຍມາຮອດປະຈຸບັນໄດ້ມີບາງບໍລິສັດເຂົ້າຮ່ວມໃນໂຄງການທົດລອງດັ່ງກ່າວ. 

ທ່ານສາມາດເຂົ້າເບິ່ງເອກະສານທີ່ກ່ຽວຂ້ອງກັບ ຜູ້ປະກອບການມາດຕະຖານ ເອອີໂອ ຂອງ ສປປ ລາວ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.