ຂໍ້ມູນເພີ່ມເຕີມກ່ຽວກັບຂັ້ນຕອນການສົ່ງອອກສິນຄ້າຈາກ ສປປ ລາວ. ກົດ

 

ໜ້ານີ້ອະທິບາຍຂໍ້ກໍານົດຕ່າງໆສໍາລັບການສົ່ງອອກສິນຄ້າຈາກປະເທດລາວ ອີງຕາມກົດໝາຍຂອງ ສປປ ລາວ. ໃນເວລາສົ່ງອອກສິນຄ້າໄປປະເທດໃດໜຶ່ງ ທ່ານຄວນຮູ້ຈັກຂໍ້ກໍານົດສະເພາະຕ່າງໆທີ່ກໍານົດອອກໂດຍກົດໝາຍຂອງປະເທດນັ້ນ. ສະນັ້ນ, ທ່ານຄວນຊອກຄໍາແນະນໍາຈາກສະຖານທູດ ຫຼື ຈາກໜ່ວຍງານທີ່ກ່ຽວຂ້ອງຂອງປະເທດ ນັ້ນ ເພື່ອຮັບປະກັນໃຫ້ທ່ານປະຕິບັດຕາມທຸກພັນທະໄດ້ຢ່າງຖືກຕ້ອງ.


ດັດສະນີ

ການຈົດທະບຽນວິສາຫະກິດ

ສິນຄ້າເກືອດຫ້າມສົ່ງອອກ

ໃບອະນຸຍາດສົ່ງອອກ

ໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ

ຂໍ້ກໍານົດດ້ານສຸຂານາໄມສັດ ແລະ ພືດ

ຂໍ້ກໍານົດດ້ານເຕັກນິກ

ການແຈ້ງພາສີສົ່ງອອກ

ນາຍໜ້າແຈ້ງພາສີ

ການຊໍາລະພາສີ

ການສົ່ງອອກຊົ່ວຄາວ

ການຍົກເວັ້ນພາສີສໍາລັບການສົ່ງອອກ


ການຈົດທະບຽນວິສາຫະກິດ

ຖ້າທ່ານແມ່ນຜູ້ນໍາເຂົ້າທີ່ຕ້ອງການສົ່ງອອກສິນຄ້າຈາກປະເທດລາວ ກ່ອນອື່ນໝົດ, ທ່ານຄວນເປັນບໍລິສັດທີ່ຈົດທະບຽນວິສາຫະກິດນໍາ ກົມທະບຽນວິສາຫະກິດ,  ກະຊວງອຸດສາຫະກໍາ ແລະ ການຄ້າ,  ເທິງ

ສິນຄ້າເກືອດຫ້າມສົ່ງອອກ

ກ່ອນທີ່ຈະສົ່ງອອກສິນຄ້າຈາກປະເທດລາວ ທ່ານຄວນຮັບປະກັນວ່າສິນຄ້າເຫຼົ່ານັ້ນບໍ່ນອນຢູ່ໃນປະເພດສິນຄ້າເກືອດຫ້າມ. ສິນຄ້າຕ້ອງຫ້າມບໍ່ສາມາດຖືກນໍາເຂົ້າ, ສົ່ງອອກ, ຂົນສົ່ງຜ່ານ, ຂາຍ ຫຼື ຈໍລະຈອນຢູ່ໃນປະເທດລາວເວັ້ນ ແຕ່ໄດ້ຮັບອະນຸຍາດຈາກລັດຖະບານແຫ່ງ ສປປ ລາວ ຈື່ງສາມາດນໍາເຂົ້າ ຫຼື ສົ່ງອອກ. ສິນຄ້າເກືອດຫ້າມປະກອບມີ: ອາວຸດ, ຢາເສບຕິດ, ສານທີ່ອອກລິດຕໍ່ຈິດປະສາດ ແລະ ສານເຄມີທີ່ເປັນອັນຕະລາຍ. ທ່ານຄວນເບິ່ງກົດໝາຍ ແລະ ກົດລະບຽບສະເພາະທີ່ຄວບຄຸມເອົາຂໍ້ຫ້າມເຫຼົ່າ ນີ້ມີໃນ ຂໍ້ຕົກລົງວ່າດ້ວຍສິນຄ້າເກືອດຫ້າມ, ເລກທີ 0848/ອຄ, ລົງວັນທີ 13 ກັນຍາ 2021.

ຖ້າມີຄວາມບໍ່ກະຈ່າງແຈ້ງ ທ່ານຄວນຂໍຄໍາແນະນໍາຈາກ ກົມການຄ້າຕ່າງປະເທດ (ກົມ ຄຕ) ຫຼື ກົມພາສີ, ກະຊວງການເງິນ ຫຼື ບັນດາຂະແໜງການອື່ນໆ ທີ່ຄຸ້ມຄອງໂດຍກົງ ສໍາລັບສິນຄ້າທີ່ນອນໃນບັນຊີລາຍການສິນຄ້າ ອີງຕາມ ຂໍ້ຕົກລົງວ່າດ້ວຍສິນຄ້າເກືອດຫ້າມ, ເລກທີ 0848/ອຄ, ລົງວັນທີ 13 ກັນຍາ 2021. ເທິງ

ໃບອະນຸຍາດສົ່ງອອກ

ສໍາລັບສິນຄ້າບາງປະເພດ ທີ່ຈໍາເປັນຕ້ອງໄດ້ຮັບໃບອະນຸຍາດຈາກຂະແໜງການທີ່ຄຸ້ມຄອງສະເພາະ, ໃບອະນຸຍາດສົ່ງອອກແບ່ງອອກເປັນ 2 ປະເພດຄື: ແບບອັດຕະໂນມັດ ແລະ ບໍ່ອັດຕະໂນມັດ. ກົດລະບຽບກ່ຽວກັບການອອກໃບອະນຸຍາດແມ່ນຢູ່ໃນ ຂໍ້ຕົກລົງ ວ່າດ້ວຍລາຍການສິນຄ້າທີ່ຕ້ອງຂໍອະນຸຍາດກ່ອນການນໍາເຂົ້າ ຫຼື ສົ່ງອອກ, ເລກທີ 0333/ອຄ, ລົງວັນທີ 22 ມີນາ 2022 ແລະ ທ່ານສາມາດກວດເບິ່ງລາຍການສິນຄ້າທີ່ຈໍາເປັນ ຕ້ອງມີໃບອະນຸຍາດໄດ້ໃນບົດຊ້ອນທ້າຍຂອງແຈ້ງການດັ່ງກ່າວ ເຊັ່ນດຽວກັນກັບເອກະສານອ້າງອີງທີ່ຈໍາເປັນຕ້ອງມີ.

ຖ້າສິນຄ້າບໍ່ຈໍາເປັນຕ້ອງມີໃບອະນຸຍາດ ຫຼື ໃບຢັ້ງຢືນສຸຂານາໄມສັດ/ພືດ ຫຼື ການກວດກາດ້ານເຕັກນິກໃດໜຶ່ງ, ທ່ານສາມາດດໍາເນີນການສົ່ງອອກ ໂດຍການປະກອບເອກະສານທີ່ກ່ຽວຂ້ອງ ເພື່ອແຈ້ງການສົ່ງອອກໂດຍກົງຫາ ດ່ານພາສີໄດ້ເລີຍ. ເທິງ

ໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ

ໃນເວລາທີ່ທ່ານສົ່ງອອກສິນຄ້າທີ່ມີແຫຼ່ງກໍາເນີດ ຫຼື ໄດ້ຜະລິດໂດຍໃຊ້ວັດຖຸດິບຢູ່ໃນ ສປປ ລາວ ທ່ານສາມາດ ໄດ້ຮັບສິດທິພິເສດທາງດ້ານພາສີ. ສໍາລັບປະເທດທີ່ໃຫ້ສິດທິພິເສດດ້ານພາສີກັບລາວ ແລະ ບັນດາປະເທດສະມາຊິກອາຊຽນ ທ່ານສາມາດສະເໜີເພື່ອຂໍໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າຈາກ ພະແນກຄຸ້ມຄອງແຫຼ່ງກຳເນີດ ສິນຄ້າ, ກົມການຄ້າຕ່າງປະເທດ, ກະຊວງອຸດສາຫະກໍາ ແລະ ການຄ້າ. ສຳລັບປະເທດອື່ນໆ ແມ່ນອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ໃຫ້ໂດຍ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ. ເທິງ

ຂໍ້ກໍານົດດ້ານສຸຂານາໄມສັດ ແລະ ພືດ

ຖ້າສິນຄ້າທີ່ທ່ານຕ້ອງການສົ່ງອອກຈໍາເປັນຕ້ອງໄດ້ຜ່ານການກວດກາສຸຂານາໄມພືດ ຫຼື ສັດ ທ່ານກໍ່ຈໍາເປັນຕ້ອງປະຕິບັດຕາມກົດລະບຽບພິເສດທີ່ກ່ຽວຂ້ອງກັບສິນຄ້າເຫຼົ່ານັ້ນ. ທ່ານສາມາດເບິ່ງໃນເວັບໄຊທ໌ນີ້ວ່າມີສິນຄ້າໃດແດ່ທີ່ຕ້ອງໄດ້ປະຕິບັດຕາມຂໍ້ກໍານົດເຫຼົ່ານີ້ ໂດຍການນໍາໃຊ້ຕົວຊ່ວຍການຄົ້ນຫາ ໃນໜ້າ ມາດຕະການພາຍໃນ.

ທ່ານອາດຈະຈໍາເປັນຕ້ອງໄດ້ຮັບໃບຢັ້ງຢືນສຸຂານາໄມພືດ ຫຼື ສັດ ຈາກກົມປູກຝັງ ຫຼື ຈາກກົມລ້ຽງສັດ ແລະ ການປະມົງ, ກະຊວງກະສິກໍາ ແລະ ປ່າໄມ້ ເຊິ່ງຂຶ້ນກັບວ່າທ່ານຈະສົ່ງອອກຫຍັງ. ເນື້ອໃນລະອຽດຂອງລະບຽບ ແລະ ເອກະສານທີ່ຕ້ອງການສາມາດເບິ່ງໄດ້ໃນໜ້າ ຂັ້ນຕອນ ຂອງເວັບໄຊທ໌ນີ້.

ສປປ ລາວ ໄດ້ສ້າງຕັ້ງຈຸດສອບຖາມ SPS ຕາມການກໍານົດຂອງຂໍ້ຕົກລົງວ່າດ້ວຍ SPS ຂອງອົງການການຄ້າໂລກ [WTO]. ທ່ານສາມາດຕິດຕໍ່ຫາຈຸດສອບຖາມ SPS ໄດ້ຖ້າທ່ານມີຄໍາຖາມໃດໆກ່ຽວກັບຂໍ້ກໍານົດດ້ານສຸຂານາໄມສັດ ແລະ ພືດ. ທ່ານສາມາດເບິ່ງລາຍລະອຽດການຕິດຕໍ່ຫາຈຸດສອບຖາມ SPS ໄດ້ ທີ່ນີ້... ເທິງ

ຂໍ້ກໍານົດດ້ານເຕັກນິກ

ສໍາລັບສິນຄ້າບາງປະເພດ ອາດຈະຈໍາເປັນຕ້ອງໄດ້ມີໃບອະນຸຍາດທີ່ຢັ້ງຢືນວ່າສິນຄ້າເຫຼົ່ານີ້ຕອບສະໜອງໄດ້ຕາມມາດຕະຖານດ້ານເຕັກນິກສະເພາະ ນໍາ ກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກໍາ ແລະ ການຄ້າ ເປັນຜູ້ຄຸ້ມຄອງ.

ທ່ານສາມາດເບິ່ງໃນເວັບໄຊທ໌ນີ້ວ່າສິນຄ້າໃດແດ່ຕ້ອງໄດ້ປະຕິບັດຕາມຂໍ້ກໍານົດເຫຼົ່ານີ້ ໂດຍການນໍາໃຊ້ຕົວຊ່ວຍໃນການຄົ້ນຫາໃນໜ້າ ການຄົ້ນຫາຜະລິດຕະພັນ. ເນື້ອໃນລະອຽດຂອງລະບຽບການ ແລະ ເອກະສານທີ່ຕ້ອງການສາມາດເບິ່ງໄດ້ໃນໜ້າ ຂັ້ນຕອນ ຂອງເວັບໄຊທ໌ນີ້. 

ສປປ ລາວ ໄດ້ສ້າງຕັ້ງຈຸດສອບຖາມ TBT ຕາມການກໍານົດຂອງຂໍ້ຕົກລົງວ່າດ້ວຍ SPS ຂອງອົງການການຄ້າໂລກ [WTO]. ທ່ານສາມາດຕິດຕໍ່ຫາຈຸດສອບຖາມ TBT ໄດ້ ຖ້າທ່ານມີຄໍາຖາມໃດໆກ່ຽວກັບມາດຕະຖານດ້ານ ເຕັກນິກ. ທ່ານສາມາດເບິ່ງລາຍລະອຽດການຕິດຕໍ່ຫາຈຸດສອບຖາມ TBT ໄດ້ ທີ່ນີ້... ເທິງ

ການແຈ້ງພາສີສົ່ງອອກ

ທຸກສິນຄ້າທີ່ສົ່ງອອກຈາກລາວຕ້ອງໄດ້ແຈ້ງຫາດ່ານພາສີ. ອີງຕາມ ກົດໝາຍ ວ່າດ້ວຍ ພາສີ (ສະບັບປັບປຸງ), ເລກທີ 81/ສພຊ, ລົງວັນທີ 29 ມິຖຸນາ 2020.

ໃບແຈ້ງພາສີການສົ່ງອອກຖືກເຮັດຂື້ນໂດຍການສົ່ງແບບຟອມ ACDD ທີ່ເຮັດສໍາເລັດ ແລະ ເຊັນຊື່ຢ່າງຖືກຕ້ອງ ພ້ອມກັບເອກະສານອ້າງອີງຢ່າງນ້ອຍສຸດດັ່ງຕໍ່ໄປນີ້:

  • ໃບຮຽກເກັບເງິນ ຫຼື ສັນຍາຂາຍສິນຄ້າຈາກຜູ້ສະໜອງສິນຄ້າ;

  • ເອກະສານການຂົນສົ່ງເຊັ່ນ: ໃບສົ່ງສິນຄ້າທາງທະເລ (Bill of Lading) ຫຼື ໃບສົ່ງສິນຄ້າທາງອາກາດ (Air Way Bill);

  • ລາຍການຫຸ້ມຫໍ່ [Packing] List (ຖ້າມີ);

  • ໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າອອກໃຫ້ ໂດຍກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ ຫຼື ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ/ແຂວງ;

  • ໃບອະນຸຍາດ ຫຼື ໃບອະນຸມັດທີ່ໄດ້ຮັບຈາກກະຊວງອື່ນ ເຊິ່ງຂຶ້ນກັບປະເພດສິນຄ້າທີ່ທ່ານກໍາລັງສົ່ງອອກ.

ການແຈ້ງພາສີສາມາດສົ່ງຢູ່ຫ້ອງການພາສີເຂດທ້ອງຖິ່ນຂອງທ່ານ.  

ໃບແຈ້ງພາສີຕ້ອງໄດ້ສົ່ງພາຍໃນ 15 ວັນ ນັບຈາກວັນທີຍື່ນເອກະສານການຂົນສົ່ງນໍາດ່ານພາສີ (ຕົວຢ່າງ: ໃບລາຍການສິນຄ້າ) ທ່ີ່ແຈ້ງບອກໃຫ້ດ່ານພາສີຮູ້ວັນທີທີ່ສິນຄ້າເດີນທາງມາຮອດ (ເບິ່ງ ການຂົນສົ່ງ).

ໃນປະຈຸບັນ ທຸກດ່ານພາສີສາກົນ ແມ່ນມີການຕິດຕັ້ງລະບົບຄຸ້ມຄອງພາສີແບບອັດຕະໂນມັດ ຫຼື ລະບົບການຄຸ້ມຄອງທາງພາສີຮູບແບບໃໝ່ ອາຊິກູດາ Asycuda.  ເທິງ

ນາຍໜ້າແຈ້ງພາສີ

ທ່ານອາດຈະຈ້າງນາຍໜ້າແຈ້ງພາສີ (ຊີບປີງ) ເພື່ອແລ່ນເອກະສານການສົ່ງອອກແທນທ່ານ. ເທິງ

ການຊໍາລະພາສີ

ເມື່ອໃບແຈ້ງພາສີໄດ້ຖືກສົ່ງຫາ ແລະ ຍອມຮັບໂດຍດ່ານພາສີແລ້ວ, ທ່ານຈະຖືກກໍານົດໃຫ້ຈ່າຍທຸກພາສີທີ່ກ່ຽວ ຂ້ອງ. ເທິງ

ການສົ່ງອອກຊົ່ວຄາວ

ສິນຄ້າທີ່ຖືກສົ່ງອອກຊົ່ວຄາວຈາກປະເທດລາວເພື່ອຈຸດປະສົງການວາງສະແດງສິນຄ້າ, ການທົດລອງ, ການຄົ້ນ ຄວ້າວິໄຈ ແລະ ອື່ນໆ ໂດຍສິນຄ້ານັ້ນຈະຖືກນໍາເຂົ້າຄືນມາໃນປະເທດໃນເວລາຕໍ່ມາ ໂດຍຕ້ອງໄດ້ແຈ້ງໃຫ້ດ່ານພາສີຮັບຊາບຕາມແບບວິທີປົກກະຕິ. ສໍາລັບສິນຄ້າບາງປະເພດທີ່ມີການຄວບຄຸມສະເພາະ, ແມ່ນຈໍາເປັນຕ້ອງມີການອະນຸມັດກ່ອນລ່ວງໜ້າ. ສິນຄ້າທີ່ສົ່ງອອກພາຍໃຕ້ລະບອບການສົ່ງອອກຊົ່ວຄາວແມ່ນຖືກງົດການເສຍພາສີ ແລະ ພັນທະອື່ນໆ. ໃບແຈ້ງພາສີຕ້ອງສົ່ງໃນເວລາສິນຄ້າດັ່ງກ່າວຖືກນໍາກັບເຂົ້າມາ ສປປ ລາວ. ສໍາລັບລາຍການສິນຄ້າເພື່ອ ນໍາເຂົ້າ ຫຼື ສົ່ງອອກ ຊົ່ວຄາວ ແມ່ນເບິ່ງຕາມ ຂໍ້ຕົກລົງ ວ່າດ້ວຍການຮັບຮອງເອົາລາຍການສິນຄ້າຄຸ້ມຄອງໃນການ ນໍາເຂົ້າຊົ່ວຄາວ, ສົ່ງອອກຊົ່ວຄາວ, ນໍາເຂົ້າເພື່ອສົ່ງອອກຕໍ່ ແລະ ຜ່ານແດນ, ເລກທີ 1101/ອຄ, ລົງວັນທີ 11 ກໍລະກົດ 2023. ເທິງ

ການຍົກເວັ້ນພາສີສໍາລັບການສົ່ງອອກ

ເພື່ອເປັນການສົ່ງເສີມການສົ່ງອອກສໍາລັບສິນຄ້າບາງປະເພດ, ໂດຍສະເພາະສິນຄ້າກະສິກໍາ, ສິນຄ້າທີ່ໄດ້ຈາກຊັບພະຍາກອນທໍາມະຊາດ ຫຼື ສິນຄ້າທີ່ຜະລິດຈາກໂຮງງານ, ສິນຄ້າເຫຼົ່ານີ້ໄດ້ຮັບການຍົກເວັ້ນພາສີສົ່ງອອກ.  ເຖິງຢ່າງໃດກໍ່ຕາມ, ສໍາລັບສິນຄ້າບາງປະເພດຍັງຕ້ອງໄດ້ຈ່າຍພາສີສົ່ງອອກ ຊຶ່ງອັດຕາພາສີຂາເຂົ້າ-ຂາອອກ ທີ່ນໍາໃຊ້ກັບຜະລິດຕະພັນເຫຼົ່ານີ້ແມ່ນເປັນລາຍການຢູ່ໃນຫົວຂໍ້ການແຍກປະເພດສິນຄ້າ HS ທີ່ກ່ຽວຂ້ອງ. ສໍາລັບການຍົກເວັ້ນພາສີສົ່ງອອກ ທ່ານສາມາດເບິ່ງໄດ້ທີ່  ກົດໝາຍ ວ່າດ້ວຍ ພາສີ (ສະບັບປັບປຸງ), ເລກທີ 81/ສພຊ, ລົງວັນທີ 29 ມິຖຸນາ 2020 (ໝວດທີ 2 ການຍົກເວັ້ນພາສີ). ຖ້າມີຂໍ້ສົງໃສ, ທ່ານຄວນຂໍຄໍາແນະນໍາຈາກ ກົມພາສີ, ກະຊວງການເງິນ ຫຼື ຈາກ ກົມການຄ້າຕ່າງປະເທດ, ກະຊວງອຸດສາຫະກໍາ ແລະ ການຄ້າເທິງ

 

 

# ຫົວຂໍ້ ດາວໂຫຼດ
1 ການສົ່ງອອກ JPG
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.