ເນື່ອງຈາກການແຜ່ຂະຫຍາຍຂອງພະຍາດສັດຢູ່ບັນດາປະເທດຕ່າງໆ ຢ່າງຕໍ່ເນື່ອງຢູ່ທົ່ວໂລກໃນປະຈຸບັນ ແລະ ການຄ້າຂາຍສັດ, ສັດປີກ ແລະ ຜະລິດຕະພັນສັດໃນທົ່ວໂລກ ໄດ້ສົ່ງຜົນກະທົບດ້ານລົບຕໍ່ກັບຂົງເຂດອຸດສາຫະກຳ ແລະ ເສດຖະກິດພາຍໃນຂອງ ຟິລິບປິນ. ລັດຖະບານ ຟິລິບປິນ ຈຶ່ງໄດ້ອອກ ຄຳສັ່ງຄຸ້ມຄອງ ເລກທີ 16 ຊຸດປີ 2006, ລົງວັນທີ 13 ຕຸລາ 2006  ກ່ຽວກັບ ມາດຕະການກ່ອນການສົ່ງອອກຊີ້ນ ແລະ ຜະລິດຕະພັນຊີ້ນ ໄປປະເທດຟິລິບປິນ, ເພື່ອເປັນການປ້ອງກັນການເກີດຂື້ນ, ແລະ ການແຜ່ລະບາດຂອງພະຍາດສັດເຊິ່ງອາດມາຈາກການນຳເຂົ້າທີ່ມີການປົນເປື້ອນ, ແລະ/ຫຼື ການປອມແປງຊີ້ນ ລວມທັງຜະລິດຕະພັນຊີ້ນ ທີ່ອາດຈະສົ່ງຜົນກະທົບທາງດ້ານເສດຖະກິດທີ່ຮ້າຍແຮງຕໍ່ກັບອຸດສາຫະກຳສັດ, ສັດປີກ ແລະ ອື່ນໆ.

ມາດຕະການກ່ອນການສົ່ງອອກຊີ້ນ ແລະ ຜະລິດຕະພັນຊີ້ນ ໄປຟິລິບປິນ ແມ່ນມີຜົນບັງຄັບໃຊ້ກັບປະເທດ ຫຼື   ໜ່ວຍງານຄວບຄຸມຊີ້ນຂອງຕ່າງປະເທດ ທີ່ມີຈຸດປະສົງຈະສົ່ງຊີ້ນ ແລະ ຜະລິດຕະພັນຊີ້ນ ໂດຍຕ້ອງຜ່ານການຢັ້ງຢືນມາດຕະຖານ Hazard Analysis Critical Control Point (HACCP) ຫຼື ທຽບເທົ່າ ກ່ອນເຂົ້າສູ່ຟິລິບປິນ.

ແຫຼ່ງຂໍ້ມູນ: ສະຖານເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ຟິລິບປິນ ປະຈຳ ສປປ ລາວ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.