(ບົດແປບໍ່ເປັນທາງການ)

ປະກາດກະຊວງພານິດ
ເລື່ອງ: ກຳນົດໃຫ້ມັນຕົ້ນ ແລະ ຜະລິດຕະພັນມັນຕົ້ນ ເປັນສິນຄ້າທີ່ຕ້ອງປະຕິບັດຕາມ
ມາດຕະການນຳຜ່ານຣາຊອານາຈັກ
ພ.ສ. 2559

          ໂດຍທີ່ມີຄວາມຈຳເປັນເພື່ອຄວາມໝັ້ນຄົງທາງເສດຖະກິດ ແລະ ສາທາລະນະສຸກ ສົມຄວນກຳນົດໃຫ້ມັນຕົ້ນ ແລະ ຜະລິດຕະພັນມັນຕົ້ນເປັນສິນຄ້າທີ່ຕ້ອງປະຕິບັດຕາມມາດຕະການການນຳຜ່ານຣາຊອານາຈັກ.

          ອາໄສອຳນາດຕາມມາດຕາ 5/1 ແຫ່ງພະລາດບັນຍັດການສົ່ງອອກໄປນອກ ແລະ ການນໍາເຂົ້າມາໃນຣາຊອານາຈັກເຊິ່ງສິນຄ້າ ພ.ສ. 2522 ເຊີ່ງແກ້ໄຂເພີ່ມເຕີມໂດຍພະລາດບັນຍັດການສົ່ງອອກໄປນອກ ແລະ ການນໍາເຂົ້າມາໃນຣາຊອານາຈັກຊື່ງສິນຄ້າ (ສະບັບທີ 2) ພ.ສ. 2558 ລັດຖະມົນຕີວ່າການກະຊວງພານິດໂດຍອະນຸມັດຂອງຄະນະລັດຖະມົນຕີອອກປະກາດໄວ້ດັ່ງຕໍ່ໄປນີ້:

          ຂໍ້ 1. ປະກາດນີ້ເອີ້ນວ່າ: “ປະກາດກະຊວງພານິດ ເລື່ອງກຳນົດໃຫ້ມັນຕົ້ນ ແລະ ຜະລິດຕະພັນມັນຕົ້ນເປັນສິນຄ້າທີ່ຕ້ອງປະຕິບັດຕາມມາດຕະການນຳຜ່ານຣາຊອານາຈັກ ພ.ສ 2559.”

          ຂໍ້ 2. ປະກາດນີ້ໃຫ້ໃຊ້ບັງຄັບຕັ້ງແຕ່ວັນຖັດຈາກວັນປະກາດໃນລາດຊະກິດຈາກນຸເບກຂາເປັນຕົ້ນໄປ.

          ຂໍ້ 3. ໃນປະກາດນີ້

“ມັນຕົ້ນ” ໝາຍຄວາມວ່າ ຫົວມັນສົດ ຕາມພິກັດອັດຕາພາສີ ປະເພດຍ່ອຍ 0714.10.

“ຜະລິດຕະພັນມັນຕົ້ນ” ໝາຍຄວາມວ່າ ມັນຕົ້ນທີ່ແປຮູບແລ້ວເປັນມັນເສັ້ນ ມັນອັດເປັນເມັດຕາມພິກັດອັດຕາພາສີ ປະເພດຍ່ອຍ.

ຂໍ້ 4. ໃຫ້ມັນຕົ້ນ ແລະ ຜະລິດຕະພັນມັນຕົ້ນເປັນສິນຄ້າທີ່ຕ້ອງນຳຜ່ານທາງດ່ານກວດພືດຕາມທີ່ກະຊວງກະເສດຕະກອນ ແລະ ສະຫະກອນກຳນົດ ແລະຕ້ອງມີໜັງສືຮັບຮອງດັ່ງຕໍ່ໄປນີ້ສະແດງຕໍ່ກົມພາສີ ປະກອບການນຳຜ່ານລາດຊະອານາຈັກ.

(1) ໜັງສືຮັບຮອງສຸຂານາໄມພືດ (Phytosanitary Certificate) ທີ່ອອກໂດຍໜ່ວຍງານທີ່ມີອໍານາດອອກໜັງສືຮັບຮອງ (Competent Authority : CA) ຂອງປະເທດຜູ້ຜະລິດ ຫຼື ຜູ້ສົ່ງອອກໂດຍຜູ້ນໍາຜ່ານຕ້ອງສະແດງໜັງສືຮັບຮອງຕໍ່ດ່ານກວດພືດ ເພື່ອກວດສອບກ່ອນນໍາມາສະແດງຕໍ່ກົມພາສີ.

(2) ໜັງສືຮັບຮອງແຫຼ່ງກໍາເນີດສິນຄ້າ (Certificate of Origin : C/O) ທີ່ອອກໂດຍໜ່ວຍງານທີ່ມີອໍານາດອອກໜັງສືຮັບຮອງດັ່ງກ່າວຂອງປະເທດຜູ້ຜະລິດ ຫຼື ຜູ້ສົ່ງອອກ.

ຂໍ້ 5. ເນື້ອໃນຂໍ້ 5 ບໍ່ໃຫ້ໃຊ້ບັງຄັບໃນກໍລະນີທີ່ນຳຜ່ານມັນຕົ້ນ ຫຼື ຜະລິດຕະພັນມັນຕົ້ນໃນປະລິມານເທົ່າທີ່ຈໍາເປັນເພື່ອໃຊ້ເປັນຕົວຢ່າງ ຫຼື ການສຶກສາວິໃຈ ໂດຍອະນຸມັດຂອງລັດຖະມົນຕີວ່າການກະຊວງພານິດ.

                                                                                                       ປະກາດວັນທີ 21 ມີນາ 2559

                                                                                                                 ( ລາຍເຊັນ )

                                                                                                      ນາງ ອະພິລະດີ ຕັນຕຣາພອນ

                                                                                                      ລັດຖະມົນຕີວ່າການກະຊວງພານິດ

                                                                                         ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 Announcement of the Ministry of Commerce of Thailand on the Transit Measures of Cassava and its Products to Thailand 2559 BE PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.