(ບົດແປບໍ່ເປັນທາງການ)

ປະກາດກະຊວງພານິດ
ເລື່ອງ: ກຳນົດໃຫ້ມັນຕົ້ນ ແລະ ຜະລິດຕະພັນມັນຕົ້ນ ເປັນສິນຄ້າທີ່ຕ້ອງມີໜັງສືຮັບຮອງ
ແລະ ຕ້ອງປະຕິບັດຕາມມາດຕະການຈັດລະບຽບໃນການນຳເຂົ້າມາໃນຣາຊອານາຈັກ
ພ.ສ. 2555

          ເພື່ອຄວາມໝັ້ນຄົງທາງດ້ານເສດຖະກິດ ແລະ ສາທາລະນະສຸກຂອງປະເທດ ສົມຄວນກຳນົດໃຫ້ມັນຕົ້ນ ແລະ ຜະລິດຕະພັນມັນຕົ້ນເປັນສິນຄ້າທີ່ຕ້ອງມີໜັງສືຮັບຮອງ ແລະ ຕ້ອງປະຕິບັດຕາມມາດຕະການຈັດລະບຽບໃນການນໍາເຂົ້າມາໃນຣາຊອານາຈັກ.

          ອີງຕາມມາດຕາ 5 ວັກໜຶ່ງ (3), (5) ແລະ(6) ແລະ ມາດຕາ 25 ແຫ່ງພະຣາຊບັນຍັດການສົ່ງອອກໄປນອກ ແລະ ການນຳເຂົ້າມາໃນຣາຊອານາຈັກເຊິ່ງສິນຄ້າ ພ.ສ 2522 ອັນເປັນກົດໝາຍທີ່ມີບົດບັນຍັດບາງປະການກ່ຽວກັບການຈຳກັດສິດ ແລະ ເສລີພາບຂອງບຸກຄົນ ເຊິ່່ງມາດຕາ 29 ປະກອບກັບມາດຕາ 32, ມາດຕາ 33, ມາດຕາ 41 ແລະ ມາດຕາ 43 ຂອງລັດຖະທໍາມະນູນແຫ່ງຣາຊອານະຈັກໄທ ກຳນົດໃຫ້ຈັດຕັ້ງປະຕິບັດໄດ້ໂດຍອາໃສອໍານາດຕາມບົດບັນຍັດແຫ່ງກົດໝາຍລັດຖະມົນຕີວ່າການກະຊວງພານິດ ໂດຍອະນຸມັດຂອງ ຄະນະລັດຖະມົນຕີອອກປະກາດໄວ້ດັ່ງຕໍ່ໄປນີ້:

ຂໍ້ 1. ປະກາດນີ້ເອີ້ນວ່າ: “ປະກາດກະຊວງພານິດ ເລື່ອງກຳນົດໃຫ້ມັນຕົ້ນ ແລະ ຜະລິດຕະພັນມັນຕົ້ນເປັນສິນຄ້າທີ່ຕ້ອງມີໜັງສືຮັບຮອງ ແລະ ປະຕິບັດຕາມມາດຕາການຈັດລະບຽບໃນການນຳເຂົ້າມາໃນຣາຊອານາຈັກ ພ.ສ 2555.”

ຂໍ້ 2. ປະກາດນີ້ໃຫ້ໃຊ້ບັງຄັບຕັ້ງແຕ່ວັນຖັດຈາກວັນປະກາດໃນຣາຊກິດເປັນຕົ້ນໄປ.

ຂໍ້ 3. ໃນປະກາດນີ້

“ມັນຕົ້ນ” ໝາຍຄວາມວ່າ ຮາກ ຫຼື ຫົວມັນຕົ້ນ ຕາມພິກັດອັດຕາພາສີປະເພດຍ່ອຍ.

“ຜະລິດຕະພັນມັນຕົ້ນ” ໝາຍຄວາມວ່າ ມັນຕົ້ນທີ່ແປຮູບແລ້ວ ຕາມພິກັດອັດຕາພາສີປະເພດຍ່ອຍ ແຕ່ບໍ່ລວມເຖິງຜະລິດຕະພັນມັນຕົ້ນແຊ່ເຢັນຈົນແຂງຕາມພິກັດອັດຕາພາສີປະເພດຍ່ອຍ ຫຼື ແຊ່ເຢັນຕາມພິກັດອັດຕາພາສີ ຍ່ອຍ.

ຂໍ້ 4. ໃຫ້ມັນຕົ້ນເປັນສິນຄ້າທີ່ຕ້ອງມີໜັງສືຮັບຮອງດັ່ງຕໍ່ໄປນີ້ ສະແດງຕໍ່ກົມພາສີປະກອບການນຳເຂົ້າມາຣາຊອານາຈັກ.

(1) ໜັງສືຮັບຮອງສຸຂະນາໄມພືດ (Phytosanitary Certificate) ທີ່ອອກໂດຍໜ່ວຍງານຂອງລັດທີ່ມີອໍານາດຂອງປະເທດຜູ້ສົ່ງອອກ ຫຼື ອອກໃຫ້ໂດຍໜ່ວຍງານຫຼືສະຖາບັນທີ່ໜ່ວຍງານຂອງລັດຂອງປະເທດຜູ້ສົ່ງອກໃຫ້ການຮັບຮອງ (Competent Authority : CA) ໂດຍຜູ້ນໍາເຂົ້າຕ້ອງສະແດງໜັງສືຮັບຮອງສຸຂະນາໄມພືດຕໍ່ດ່ານກວດພືດ ເພື່ອກວດສອບຕາມລະບຽບກ່ອນນຳມາສະແດງຕໍ່ກົມສູນລະກາກອນເພື່ອປະກອບການນຳເຂົ້າມາໃນຣາຊອານາຈັກ.

(2) ໜັງສືຮັບຮອງຖີ່ນກໍາເນີດສິນຄ້າ (Certificate of Origin : C/O) ທີ່ອອກໂດຍໜ່ວຍງານຂອງລັດຫຼືໜ່ວຍງານທີ່ມີອໍານາດອອກໜັງສືຮັບຮອງດັ່ງກ່າວຂອງປະເທດຜູ້ຜະລິດຫຼືຜູ້ສົ່ງອອກ.

ຂໍ້ 5. ໃຫ້ຜະລິດຕະພັນມັນຕົ້ນເປັນສິນຄ້າທີ່ຕ້ອງມີໜັງສືຮັບຮອງດັ່ງຕໍ່ໄປນີ້ສະແດງຕໍ່ກົມພາສີປະກອບການນຳເຂົ້າມາໃນຣາຊອານາຈັກ.

(1) ໜັງສືຮັບຮອງສຸຂະນາໄມພືດ (Phytosanitary Certificate) ທີ່ອອກໂດຍໜ່ວຍງານຂອງລັດທີ່ມີອຳນາດຂອງປະເທດຜູ້ສົ່ງອອກ ຫຼື ອອກໃຫ້ໂດຍໜ່ວຍງານຫຼືສະຖາບັນທີ່ໜ່ວຍງານຂອງລັດຂອງປະເທດຜູ້ສົ່ງອອກໃຫ້ການຮັບຮອງ (Competent Authority : CA) ໂດຍຜູ້ນໍາເຂົ້າຕ້ອງສະແດງໜັງສືຮັບຮອງສຸຂະນາໄມພືດຕໍ່ດ່ານກວດພືດ ເພື່ອກວດສອບຕາມລະບຽບກ່ອນນຳມາສະແດງຕໍ່ພາສີເພື່ອປະກອບການນຳເຂົ້າມາໃນຣາຊອານາຈັກ.

(2) ໜັງສືຮັບຮອງແຫຼ່ງກໍາເນີດສິນຄ້າ (Competent Authority : CA) ທີ່ອອກໂດຍໜ່ວຍງານຂອງລັດ ຫຼື ໜ່ວຍງານທີ່ມີອຳນາດອອກນັງສືຮັບຮອງດັ່ງກ່າວຂອງປະເທດຜູ້ຜະລິດ.

(3) ໜັງສືຮັບຮອງມາດຕະຖານສິນຄ້າທີ່ອອກໂດຍໜ່ວຍງານຂອງລັດທີ່ມີອໍານາດຂອງປະເທດຜູ້ສົ່ງອອກ ຫຼື ໜ່ວຍງານທີ່ລັດຂອງປະເທດຜູ້ສົ່ງອອກມອບໝາຍ ຫຼື ອອກໃຫ້ໂດຍໜ່ວຍງານຫຼືສະຖາບັນທີ່ໜ່ວຍງານຂອງລັດຂອງປະເທດຜູ້ສົ່ງອອກໃຫ້ກາານຮັບຮອງ (Competent Authority : CA) ເຊິ່ງຄຸນະພາບສິນຄ້າທີ່ຮັບຮອງຕ້ອງບໍ່ຕໍ່າກວ່າມາດຕະຖານ ສິນຄ້າຜະລິດຕະພັນມັນຕົ້ນ ທີ່ກະຊວງພານິດກຳນົດຕາມກົດໝາຍວ່າດ້ວຍມາດຕະຖານສິນຄ້າຂາອອກ.

ຂໍ້ 6. ໃຫ້ມັນຕົ້່ນ ແລະ ຜະລິດຕະພັນມັນຕົ້ນເປັນສິນຄ້າທີ່ຕ້ອງປະຕິບັດຕາມມາດຕະການເພື່ອປະໂຫຍດໃນການຈັດລະບຽບໃນການນຳເຂົ້າມາໃນຣາຊອານາຈັກດັ່ງນີ້:

(1)  ຕ້ອງໄດ້ການຂື້ນທະບຽນເປັນຜູ້ນໍາເຂົ້າມັນຕົ້ນ ຫຼື ຜະລິດຕະພັນມັນຕົ້ນໄວ້ກັບກົມການຄ້າຕ່າງປະເທດ ຫຼື ໜ່ວຍງານອື່ນທີ່ກະຊວງພານິດກຳນົດ ຕາມຫຼັກເກນ, ວິທີການ ແລະເງື່ອນໄຂທີ່ກົມການຄ້າຕ່າງປະເທດປະກາດກຳນົດ

(2)  ຕ້ອງເກັບມັນຕົ້ນ ຫຼື ຜະລິດຕະພັນມັນຕົ້ນທີ່ນໍາເຂົ້າໄວ້ໃນສະຖານທີ່ສະເພາະ ແຍກຈາກສະຖານທີ່ເກັບມັນຕົ້ນ ຫຼື ຜະລິດຕະພັນມັນຕົ້ນທີ່ຮັບຊື້ພາຍໃນປະເທດ ຕາມທີ່ໄດ້ແຈ້ງໄວ້ຕໍ່ກົມການຄ້າຕ່າງປະເທດ

(3) ຕ້ອງລາຍງານການນໍາເຂົ້າ ການຄອບຄອງ ການສົ່ງອອກ ສະຖານທີ່ເກັບຮັກສາ ການຈໍາໜ່າຍຈ່າຍໂອນ ແລະ ປະລິມານຄົງເຫຼືອຂອງມັນຕົ້ນ ຫຼື ຜະລິດຕະພັນມັນຕົ້ນເປັນປະຈຳທຸກເດືອນ ຕາມຫຼັກເກນ ວິທີການ ແລະ ເງື່ອນໄຂທີ່ກົມການຄ້າຕ່າງປະເທດກຳນົດ.

(4) ຕ້ອງນໍາເຂົ້າມາໃນຣາຊອານາຈັກທາງດ່ານພາສີທີ່ມີດ່ານກວດພືດ ຫຼື ທີ່ຢູ່ໃນເຂດອໍານາດຂອງດ່ານກວດພືດ.

(5) ຕ້ອງພ້ອມໃຫ້ພະນັກງານເຈົ້າໜ້າທີ່ເຂົ້າໄປໃນສະຖານທີ່ເກັບມັນຕົ້ນ ຫຼື ຜະລິດຕະພັນມັນຕົ້ນເພື່ອກວດສອບຄຸນະພາບມາດຕະຖານສິນຄ້າ ປະລິມານທີ່ນຳເຂົ້າ ປະລິມານທີ່ຍັງເຫຼືອ ລວມທັງປະລິມານທີ່ຈຳໜ່າຍຈ່າຍໂອນ ລາຍຊື່ ແລະ ທີ່ຢູ່ຂອງຜູ້ຮັບສິນຄ້າ ທັງນີ້ ຕາມມາດຕາ 13/1 ແຫ່ງພະຣາຊບັນຍັດການສົ່ງອອກໄປນອກ ແລະ ການນໍາເຂົ້າມາໃນຣາຊອານາຈັກເຊິ່ງສິນຄ້າ ພ.ສ 2522

ຂໍ້ 7. ເນື້ອໃນ ຂໍ້ 4, ຂໍ້ 5 ແລະ ຂໍ້ 6 ບໍ່ໃຫ້ໃຊ້ບັງຄັບໃນກໍລະນີທີ່ນຳມັນຕົ້ນ ແລະ ຜະລິດຕະພັນມັນຕົ້ນເຂົ້າມາເພື່ອເປັນຕົວຢ່າງ ຫຼື ການສຶກສາວິໃຈ ທັງນີ້ ໃນປະລິມານເທົ່າທີ່ຈຳເປັນ.

                                                                                  ປະກາດວັນທີ 26 ທັນວາ ພ.ສ 2555

                                 ( ລາຍເຊັນ )

                                         ນາຍ ບຸນຊົງ ເຕຣິຍາພິລົມ

                                                                             ລັດຖະມົນຕີວ່າການກະຊວງພານິດ

                                                                ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 Announcement of the Ministry of Commerce of Thailand on the Required Certificates and Measures that Have to be Applied for the Import of Cassava and its Products to Thailand 2555 BE PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.