ສາລະບານ

1.  ດ່ານທ້ອງຖິ່ນ ແລະ ດ່ານປະເພນີ ແມ່ນດ່ານທີ່ອະນຸຍາດໃຫ້ ...

2.  ບໍ່ອະນຸຍາດໃຫ້ຂະແໜງການສູນກາງ ແລະ ທ້ອງຖິ່ນ ...

3.  ທຸກການຈັດເກັບລາຍຮັບ ຄ່າພາສີ-ອາກອນ, ຄ່າທຳນຽມ ແລະ ຄ່າບໍລິການ ...

4.  ການສົ່ງອອກ ສິນຄ້າ, ເຄື່ອງຂອງ ແມ່ນອະນຸຍາດໃຫ້ສະເພາະ ...

5.  ການນຳເຂົ້າ ສິນຄ້າ, ເຄື່ອງຂອງ ແມ່ນອະນຸຍາດໃຫ້ສະເພາະ ...

6.  ທຸກການ ສົ່ງອອກ-ນຳເຂົ້າ ສິນຄ້າ, ເຄື່ອງຂອງ ປະເພດຄວບຄຸມ ...

7.  ການສົ່ງອອກ-ນຳເຂົ້າ ສິນຄ້າ, ເຄື່ອງຂອງ ຜ່ານດ່ານພາສີທ້ອງຖິ່ນ ...

8.  ມອບໃຫ້ກົມພາສີ ອອກຄຳແນະນຳທາງດ້ານວິຊາການລະອຽດ, ...


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງການເງິນ    ເລກທີ 1587/ກງ
ນະຄອນຫຼວງວຽງຈັນ, ວັນທີ 26 ພຶດສະພາ 2016

ແຈ້ງການ

ເຖິງ: ກົມພາສີ, ພະແນກການເງິນແຂວງ, ນະຄອນຫຼວງ ໃນຂອບເຂດທົ່ວປະເທດ.

ເລື່ອງ: ການຄຸ້ມຄອງການ ສົ່ງອອກ-ນຳເຂົ້າ ສິນຄ້າ, ເຄື່ອງຂອງ ຜ່ານດ່ານພາສີທ້ອງຖິ່ນ ແລະ ດ່ານປະເພນີ.

-   ອີງຕາມ ກົດໝາຍວ່າດ້ວຍພາສີ ສະບັບເລກທີ 04/ສພຊ, ລົງວັນທີ 20 ທັນວາ 2011 ແລະ ກົດໝາຍວ່າດ້ວຍພາສີ ສະບັບປັບປຸງບາງມາດຕາ ສະບັບເລກທີ 57/ສພຊ, ລົງວັນທີ 24 ທັນວາ 2014.
-   ອີງຕາມ ດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 80/ນຍ, ລົງວັນທີ 28 ກຸມພາ 2007 ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງການເງິນ.

     ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດລາຍຮັບເຂົ້າງົບປະມານແຫ່ງລັດມີປະສິດທິຜົນ ແລະ ສ້າງຄວາມເຂັ້ມແຂງໃຫ້ບັນດາເມືອງທີ່ນອນໃນວຽກງານສາມສ້າງ ສາມາດສ້າງເງື່ອນໄຂທາງດ້ານງົບປະມານ ແລະ ເພື່ອຈັດຕັ້ງປະຕິບັດຕາມເນື້ອໃນ ມາດຕາ 8 ຂອງກົດໝາຍວ່າດ້ວຍພາສີ ໃນການຄວບຄຸມທາງພາສີ ແນໃສ່ເພີ່ມທະວີໃນການຄຸ້ມຄອງ, ຄວບຄຸມຈັດເກັບຄ່າພາສີ-ອາກອນ ແລະ ພັນທະອື່ນ ຢູ່ຕາມດ່ານພາສີທ້ອງຖິ່ນ ແລະ ດ່ານປະເພນີ ເປັນໄປຢ່າງມີປະສິດທິພາບ, ມີຄວາມເປັນເອກະພາບໃນການຄຸ້ມຄອງລວມສູນຕາມສາຍຕັ້ງຂອງຂະແໜງການເງິນ ໂດຍສະເພາະການຄຸ້ມຄອງທາງດ້ານວິຊາສະເພາະ ໃຫ້ມີຄວາມເປັນເອກະພາບ ໃນຂອບເຂດທົ່ວປະເທດ, ຫຼີກເວັ້ນຊ່ອງຫວ່າງໃນການຄຸ້ມຄອງຈັດເກັບລາຍຮັບງົບປະມານ ເພື່ອໃຫ້ມີປະສິດທິຜົນ, ທັງສ້າງເງື່ອນໄຂໃຫ້ອົງການປົກຄອງທ້ອງຖິ່ນ ໃຫ້ມີການຄຸ້ມຄອງຕາມກົດໝາຍ ແລະ ລະບຽບການກຳນົດ. ຂ້າງເທິງ

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ອອກແຈ້ງການ:

1.  ດ່ານທ້ອງຖິ່ນ ແລະ ດ່ານປະເພນີ ແມ່ນດ່ານທີ່ອະນຸຍາດໃຫ້ພົນລະເມືອງລາວ ແລະ ພົນລະເມືອງຂອງປະເທດທີ່ມີຊາຍແດນຕິດຈອດກັບແຂວງໃກ້ຄຽງຂອງ ສປປ ລາວ ສາມາດເດີນທາງ ເຂົ້າ-ອອກ ຕາມການຕົກລົງຢ່າງເປັນທາງການຂອງສອງຝ່າຍ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 4 ຂອງກົດໝາຍວ່າດ້ວຍການ ເຂົ້າ-ອອກ ແລະ ການຄຸ້ມຄອງຄົນຕ່າງປະເທດ ຢູ່ ສປປ ລາວ ສະບັບເລກທີ 59/ສພຊ, ລົງວັນທີ 26 ທັນວາ 2014 ຊຶ່ງເຫັນວ່າເປັນການຄ້າຂາຍແບບຊາຍແດນ ແລະ ເພື່ອສ້າງເງື່ອນໄຂໃຫ້ປະຊາຊົນ ສາມາດແລກປ່ຽນສິນຄ້າລະຫວ່າງບ້ານຕໍ່ບ້ານ ຫຼື ເມືອງຕໍ່ເມືອງ ທີ່ມີພູມລຳເນົາຕັ້ງຢູ່ໃກ້ກັບດ່ານຊາຍແດນດັ່ງກ່າວ.

2.  ບໍ່ອະນຸຍາດໃຫ້ຂະແໜງການສູນກາງ ແລະ ທ້ອງຖິ່ນ ກຳນົດບໍລິມາດສິນຄ້າໃນການສົ່ງອອກ-ນຳເຂົ້າ, ມູນຄ່າ ຫຼື ຈັດເກັບທີ່ບໍ່ສອດຄ່ອງຕາມກົດໝາຍ ແລະ ລະບຽບການກຳນົດ.

3.  ທຸກການຈັດເກັບລາຍຮັບ ຄ່າພາສີ-ອາກອນ, ຄ່າທຳນຽມ ແລະ ຄ່າບໍລິການ ຕ້ອງໃຫ້ສອດຄ່ອງຕາມກົດໝາຍ, ລະບຽບກຳນົດ ແລະ ຕ້ອງມອບເຂົ້າງົບປະມານແຫ່ງລັດຢ່າງຖືກຕ້ອງ, ຄົບຖ້ວນ ແລະ ທັນກຳນົດເວລາ. ສຳລັບການດຸ່ນດ່ຽງລາຍຮັບຂອງສູນກາງ ແລະ ທ້ອງຖິ່ນໃນວຽກງານສາມສ້າງຂອງຂະແໜງການເງິນ ໃຫ້ຈັດຕັ້ງປະຕິບັດຕາມຄຳແນະນຳຂອງກະຊວງການເງິນ ສະບັບເລກທີ 2202/ກງ, ລົງວັນທີ 16 ສິງຫາ 2012 ກ່ຽວກັບການເຮັດທົດລອງສາມສ້າງຂອງຂະແໜງການເງິນ. ຂ້າງເທິງ

4.  ການສົ່ງອອກ ສິນຄ້າ, ເຄື່ອງຂອງ ແມ່ນອະນຸຍາດໃຫ້ສະເພາະແຕ່ປະເພດສິນຄ້າກະສິກຳທີ່ເປັນຜົນຜະລິດຂອງຊາວກະສິກອນ, ເຄື່ອງຫັດຖະກຳ, ຜະລິດຕະພັນສຳເລັດຮູບ ທີ່ໄດ້ຜ່ານຂະບວນການປຸງແຕ່ງຈາກໂຮງງານຜະລິດພາຍໃນປະເທດ.

5.    ການນຳເຂົ້າ ສິນຄ້າ, ເຄື່ອງຂອງ ແມ່ນອະນຸຍາດໃຫ້ສະເພາະແຕ່ເຄື່ອງໃຊ້ສອຍປະຈຳວັນ ຂອງຄົວເຮືອນ, ເຄື່ອງອຸປະໂພກ-ບໍລິໂພກ ແລະ ອື່ນໆ ທີ່ເຫັນວ່າມີຄວາມຈຳເປັນໃນການຊົມໃຊ້ຂອງຄົວເຮືອນ ທີ່ບໍ່ມີລັກສະນະທາງການຄ້າ.

6.  ທຸກການ ສົ່ງອອກ-ນຳເຂົ້າ ສິນຄ້າ, ເຄື່ອງຂອງ ປະເພດຄວບຄຸມ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 30 ຂອງກົດໝາຍວ່າດ້ວຍພາສີ ສະບັບເລກທີ 04/ສພຊ, ລົງວັນທີ 20 ທັນວາ 2011 ຕ້ອງມີໃບອະນຸຍາດຈາກຂະແໜງການກ່ຽວຂ້ອງ ຈຶ່ງປະກອບໃບແຈ້ງພາສີເປັນລາຍລະອຽດ ແລະ ຄຸ້ມຄອງການຈັດເກັບຄ່າພາສີ-ອາກອນ ແລະ ພັນທະອື່ນ ຕາມກົດໝາຍ ແລະ ລະບຽບການກຳນົດ.

7.  ການສົ່ງອອກ-ນຳເຂົ້າ ສິນຄ້າ, ເຄື່ອງຂອງ ຜ່ານດ່ານພາສີທ້ອງຖິ່ນ ແລະ ດ່ານປະເພນີ ນອກຈາກລາຍການສິນຄ້າທີ່ໄດ້ກຳນົດໄວ້ໃນຂໍ້ທີ 4, 5 ຂອງແຈ້ງການສະບັບນີ້ແລ້ວ ໃນກໍລະນີຈຳເປັນ ກະຊວງການເງິນ ຈະແຈ້ງເປັນອັນສະເພາະ.

8.  ມອບໃຫ້ກົມພາສີ ອອກຄຳແນະນຳທາງດ້ານວິຊາການລະອຽດ, ດຳເນີນການຕິດຕາມ, ກວດກາ ແລະ ລາຍງານສະພາບການຈັດຕັ້ງປະຕິບັດໃນແຕ່ລະໄລຍະ. ຂ້າງເທິງ

     ທຸກການຈັດເກັບຄ່າພາສີ-ອາກອນ, ຄ່າທຳນຽມ ແລະ ຄ່າບໍລິການ ຢູ່ຕາມດ່ານພາສີທ້ອງຖິ່ນ ແລະ ດ່ານປະເພນີ ທີ່ບໍ່ສອດຄ່ອງຕາມກົດໝາຍ ແລະ ລະບຽບການກຳນົດລ້ວນແຕ່ຖືກຍົກເລີກ.

ດັ່ງນັ້ນ, ຈຶ່ງອອກແຈ້ງການແນະນຳສະບັບນີ້  ເພື່ອນຳໄປຈັດຕັ້ງປະຕິບັດໃຫ້ມີຄວາມເຂັ້ມງວດ ແລະ ມີປະສິດທິຜົນ.

ຮອງນາຍົກລັດຖະມົນຕີ
ລັດຖະມົນຕີກະຊວງການເງິນ
(ເຊັນ ແລະ ປະທັບກາ)

ສົມດີ ດວງດີ

ນຳສົ່ງ:

-    ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ    1 ສະບັບ (ໃຊ້ຕາງລາຍງານ);
-    ກະຊວງອຸດສາຫະກຳ ແລະ ການຄ້າ    1 ສະບັບ (ໃຊ້ຕາງລາຍງານ);
-    ເຈົ້າແຂວງ, ເຈົ້າຄອງນະຄອນ   1 ສະບັບ (ໃຊ້ຕາງລາຍງານ);
-    ເກັບສຳເນົາ   1 ສະບັບ.

ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 Notification on the Management of Export-Import of Goods through Local Border Checkpoint and Traditional Border Checkpoint No. 1587/MoF, dated 26 May 2016 PDF
2 ແຈ້ງການ ກ່ຽວກັບ ການຄຸ້ມຄອງການ ສົ່ງອອກ- ນຳເຂົ້າ ສິນຄ້າ, ເຄື່ອງຂອງ ຜ່ານດ່ານພາສີທ້ອງຖິ່ນ ແລະ ດ່ານປະເພນີ ສະບັບເລກທີ 1587/ກງ, ລົງວັນທີ 26 ພຶດສະພາ 2016 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.