ສາລະບານ

1.  ໃຫ້ລັດຖະການພາສີ ຄຸ້ມຄອງຈັດເກັບອາກອນມູນຄ່າເພີ່ມ ...

2.  ຜູ້ໂດຍສານ ທີ່ເປັນພົນລະເມືອງລາວ, ຄົນຕ່າງດ້າວ, ຄົນຕ່າງປະເທດ ...

3.  ສຳລັບຜູ້ໂດຍສານ ທີ່ເດີນທາງເຂົ້າ ສ ປປ ລາວ ເປັນລັກສະນະປະຈຳ ...

4.  ພື້ນຖານ ແລະ ວິທີຄິດໄລ່ອາກອນມູນຄ່າເພີ່ມ  ...

5.  ການປະເມີນມູນຄ່າການນຳເຂົ້າເຄື່ອງຂອງຕິດຕົວຜູ້ໂດຍສານ ...

6.  ມອບໃຫ້ກົມພາສີ ກຳນົດບຸລິມະສິດບັນດາດ່ານພາສີຊາຍແດນ ...

7.  ຂໍ້ ກຳນົດລະບັບນີ້ ມີຜົນສັກສິດ ...


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງການເງິນ     ເລກທີ 2834/ກງ
ນະຄອນຫຼວງວຽງຈັນ, ວັນທີ 30 ສິງຫາ 2016

ຂໍ້ກຳນົດ
ຂອງກະຊວງການເງິນວ່າດ້ວຍ ການຈັດຕັ້ງອາກອນມູນຄ່າເພີ່ມ
ສຳລັບເຄື່ອງຂອງຕິດຕົວຜູ້ໂດຍສານ ໃນອັດຕາ ສິບສ່ວນຮ້ອຍ (10%) ຂອງມູນຄ່າເຄື່ອງຂອງ

-   ອີງຕາມ ກົດໝາຍວ່າດ້ວຍພາສີ ສະບັບເລກທີ 04/ສພຊ, ລົງວັນທີ 20 ທັນວາ 2011 ແລະ ກົດໝາຍວ່າດ້ວຍພາສີ ສະບັບປັບປຸງບາງມາດຕາ ເລກທີ 57/ສພຊ, ລົງວັນທີ 24 ທັນວາ 2014.
-   ອີງຕາມ ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ ສະບັບເລກທີ 52/ສພຊ, ລົງວັນທີ 23 ກໍລະກົດ 2014.
-   ອີງຕາມ ດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 80/ນຍ, ລົງວັນທີ 28 ກຸມພາ 2007 ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງການເງິນ.
-   ອີງຕາມ ການຕົກລົງເຫັນດີໃນກອງປະຊຸມຄະນະທີມງານເສດຖະກິດຂອງລັດຖະບານ ຄັ້ງວັນທີ 16 ສິງຫາ 2016.

     ເພື່ອເຮັດໃຫ້ການຈັດເກັບອາກອນມູນຄ່າເພີ່ມ ມີຄວາມສະດວກ, ກະທັດຮັດ, ງ່າຍດາຍ ແລະ ສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ຜູ້ໂດຍສານ ທີ່ເດີນທາງເຂົ້າ ສ ປປ ລາວ ສາມາດນໍາເອົາເຄື່ອງຕິດຕົວເພື່ອຊົມໃຊ້ໃນຊີວິດປະຈຳວັນ ທີ່ບໍ່ມີລັກສະນະທາງການຄ້າ ຜ່ານດ່ານພາສີຊາຍແດນ ໃຫ້ຖືກຕ້ອງ ແລະ ປະຕິບັດພັນທະຂອງຕົນຕໍ່ງົບປະມານແຫ່ງລັດ ຕາມກົດໝາຍ ແລະ ລະບຽບການກຳນົດ. ຂ້າງເທິງ

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ອອກຂໍ້ກຳນົດ :

  1. ໃຫ້ລັດຖະການພາສີ ຄຸ້ມຄອງຈັດເກັບອາກອນມູນຄ່າເພີ່ມ ສໍາລັບການນໍາເຂົ້າເຄື່ອງຂອງຕິດຕົວຜູ້ໂດຍສານ ທີ່ເປັນພົນລະເມືອງລາວ, ຄົນຕ່າງດາວ, ຄົນຕ່າງປະເທດ ທີ່ດຳລົງຊີວິດຢູ່ ສປປ ລາວ ຊຶ່ງໄດ້ເດີນທາງເຂົ້າ ສປປ ລາວ ຜ່ານດ່ານພາສີຊາຍແດນ ລວມທັງດ່ານສະໜາມບິນສາກົນ ໃນອັດຕາສິບສ່ວນຮ້ອຍ (10%) ຂອງມູນຄ່າເຄື່ອງຂອງ;
  2. ຜູ້ໂດຍສານ ທີ່ເປັນພົນລະເມືອງລາວ, ຄົນຕ່າງດ້າວ, ຄົນຕ່າງປະເທດທີ່ເດີນທາງເຂົ້າ ສປປ ລາວ ຕ້ອງໄດ້ແຈ້ງເສຍອາກອນມູນຄ່າເພີ່ມ ຕາມອັດຕາພາສີທີ່ກຳນົດໄວ້ໃນ ຂໍ້ທີ 1 ຂອງຂໍ້ກຳນົດສະບັບນີ້;

      ສໍາລັັບຜູ້ໂດຍສານ ທີ່ເດີນທາງເຂົ້າ ຜ່ານດ່ານພາສີຊາຍແດນເປັນບາງຄັ້ງຄາວ ຫຼື ບໍ່ມີລັກສະນະປະຈໍາ (ບໍ່ເກີນສອງຄັ້ງ/ເດືອນ) ຊຶ່ງໄດ້ຊື້ເຄື່ອງຂອງມາຊົມໃຊ້ ແລະ ນໍາເຂົ້າເຄື່ອງຂອງ ທີ່ບໍ່ມີລັກສະນະການຄ້າ ຫຼື ຈຸດປະສົງທາງການຄ້າ, ມີມູນຄ່າບໍ່ສູງ ແລະ ເປັນເຄື່ອງຂອງທີ່ຮັບໃຊ້ໃນການດໍາລົງຊີວິດປະຈຳວັນ ແມ່ນໄດ້ຮັບການຍົກເວັ້ນໃນມູນຄ່າບໍ່ເກີນຫ້າສິບ (50) ໂດລາສະຫະລັດ, ສ່ວນມູນຄ່າທີ່ເກີນ ຕ້ອງໄດ້ແຈ້ງເສຍອາກອນມູນຄ່າເພີ່ມ; ຂ້າງເທິງ

  1. ສຳລັບຜູ້ໂດຍສານ ທີ່ເດີນທາງເຂົ້າ ສ ປປ ລາວ ເປັນລັກສະນະປະຈຳ ຜ່ານດ່ານພາສີຊາຍແດນ ລວມທັງດດ່ານສະໜາມບິນສາກົນ ແມ່ນບໍ່ໄດ້ຮັບການຍົກເວັ້ນເຄື່ອງຂອງຕິດຕົວຜູ້ໂດຍສານ ໃນມູນຄ່າຫ້າສິບ (50) ໂດລາສະຫະລັດ ແລະ ຈະຖືກຄິດໄລ່ເກັບອາກອນມູນຄ່າເພີ່ມ ຕາມມູນຄ່າຕົວຈິງທີ່ມີການນຳເຂົ້າ;
  2. ພື້ນຖານ ແລະ ວິທີຄິດໄລ່ອາກອນມູນຄ່າເພີ່ມ

-   ພື້ນຖານຄິດໄລ່ ແມ່ນໃຫ້ກຳນົດເອົາມູນຄ່າຊື້-ຂາຍເຄື່ອງຂອງ ຢູ່ປະເທດຕົ້ນທາງທີ່ບໍ່ລວມອາກອນມູນຄ່າເພີ່ມ (VAT) ຊຶ່ງມີມູນຄ່າເກີນ ຫ້າສິບ (50) ໂດລາສະຫະລັດ (ຫຼື ທຽບເທົ່າສະກຸນເງິນກີບ ຫຼື ສະກຸນເງິນອື່ນ ຕາມອັດຕາແລກປ່ຽນທະນາຄານ) ຕໍ່ຄົນ/ຄັ້ງ;
-   ວິທີຄິດໄລ່ ອາກອນມູນຄ່າເພີ່ມ ແມ່ນໃຫ້ຖືເອົາພື້ນຖານຄິດໄລ່ທີ່ລະບຸໄວ້ໃນ ຂີດໜ້າທີໜຶ່ງຂອງຂໍ້ທີ 4 ເທີງນີ້ ຄູນ (X) ກັບອັດຕາອາກອນມູນຄ່າເພີ່ມ (10%).

  1. ການປະເມີນມູນຄ່າການນຳເຂົ້າເຄື່ອງຂອງຕິດຕົວຜູ້ໂດຍສານ ໃນກໍລະນີຜູ້ໂດຍສານ ມີໃບເກັບເງິນບໍ່ຄົບຖ້ວນ ຫຼື ໃບເກັບເງິນບໍ່ຊັດເຈນ ຫຼື ບໍ່ມີເຈົ້າໜ້າທີ່ພາສີ ມີສິດປະເມີນມູນຄ່າເຄື່ອງຂອງດັ່ງກ້າວໃຫ້ແທດເໝາະກັບຄວາມເປັນຈິງ ເພື່ອເປັນພື້ີນຖານຄິດໄລ່ໃນການຈັດເກັບອາກອນມູນຄ່າເພີ່ມ; ຂ້າງເທິງ
  2. ມອບໃຫ້ກົມພາສີ ກຳນົດບຸລິມະສິດບັນດາດ່ານພາສີຊາຍແດນ ທີ່ມີເງື່ອນໄຂໃນການຈັດຕັ້ງປະຕິບັດ, ອອກຄຳແນະນຳທາງດ້ານວິຊາການລະອຽດ ກ່ຽວກັບຂັ້ນຕອນ, ວິທີການ, ການກຳນົດແບບພິມໃບແຈ້ງ, ກົນໄກການມອບເງິນ ແລະ ເຜີຍແຜ່ ແນະນຳ ໃຫ້ພະນັກງານ, ເຈົ້າໜ້າທີ່ພາສີ, ບຸກຄົນ ແລະ ນິຕິບຸກຄົນ ຫຼື ການຈັດຕັ້ງໃນສັງຄົມ ຮັບຊາບຢ່າງທົ່ວເຖິງ ແລະ ພ້ອມທັງມີການຄຸ້ມຄອງ, ຕິດຕາມ, ກວດກາ ແລະ ປະເມີນຜົນ ລາຍງານຕໍ່ກະຊວງການເງິນ ເປັນແຕ່ລະໄລຍະ ເພື່ອຈັດຕັ້ງປະຕິບັດຕາມຂໍ້ກຳນົດສະບັບນີ້ ໃຫ້ໄດ້ຮັບຜົນສຳເລັດເປັນຢ່າງດີ;
  3. ຂໍ້ ກຳນົດລະບັບນີ້ ມີຜົນສັກສິດ ນັບແຕ່ວັນ ທີ່ໄດ້ລົງລາຍເຊັນເປັນຕົ້ນໄປ.

ຮອງນາຍົກລັດຖະມົນຕີ
ລັດຖະມົນຕີກະຊວງການເງິນ
( ເຊັນ ແລະ ປະທັບກາ )

ສົມດີ ດວງດີ

ຂ້າງເທິງ

 

# ຫົວຂໍ້ ດາວໂຫຼດ
1 Provision of Ministry of Finance on the Levy of Value Added Tax of Passengers' Belongings for 10% of Its Value no. 2834/MoF, dated 30 August 2016 PDF
2 ຂໍ້ກຳນົດ ຂອງກະຊວງການເງິນ ວ່າດ້ວຍ ການຈັດເກັບອາກອນມູນຄ່າເພີ່ມ ສຳລັບເຄື່ອງຂອງຕິດຕົວຜູ້ໂດຍສານ ໃນອັດຕາ ສິບສ່ວນຮ້ອຍ (10%) ຂອງມູນຄ່າເຄື່ອງຂອງ ສະບັບເລກທີ 2834/ກງ, ລົງວັນທີ 30 ສິງຫາ 2016 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.