ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງອຸດສາຫະກຳ ແລະ ການຄ້າ            ເລກທີ  2071/ອຄ.ກຂອ
ນະຄອນຫຼວງວຽງຈັນ, ວັນທີ 14 ພະຈິກ 2016

ຄຳສັ່ງແນະນຳ

ເຖິງ:  ທ່ານ ຫົວໜ້າພະແນກ ອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງວຽງຈັນ.

ເລື່ອງ:  ແນະນຳການຈັດຕັ້ງປະມູນຂາຍໄມ້ທີ່ຍຶດເປັນຂອງລັດໃນຂອບເຂດທົ່ວປະເທດ.

  • ອີງຕາມ ແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເລກທີ 1345/ຫລບ.ກລຂ, ລົງວັນທີ 09 ກັນຍາ 2016;
  • ອີງຕາມ ລະບຽບການຊື້-ຂາຍໄມ້ ເລກທີ 1726/ອຄ.ກຂອ, ລົງວັນທີ 23 ສິງຫາ 2012.

      ເພື່ອຄວາມເປັນເອກະພາບ ແລະ ເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດການປະມູນຂາຍໄມ້ຍຶດຂອງລັດ ໃນຂອບເຂດທົ່ວປະເທດ, ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ແຈ້ງມາຍັງ ທ່ານ ເພື່ອປະຕິບັດດັ່ງລຸ່ມນີ້ :

1.  ໃຫ້ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງວຽງຈັນ ສົມທົບກັບຂະແໜງການທີ່ກ່ຽວ ຂ້ອງຂອງແຂວງ ແລະ ຄະນະ ຮັບຜິດຊອບການປະມູນໄມ້ຍຶດຂອງລັດໃນຂອບເຂດທົ່ວປະເທດ ທີ່ຖືກແຕ່ງຕັ້ງ ປະເມີນສະພາບ ແລະ ຄຸນນະພາບໄມ້ຕົວຈິງທີ່ຈະປະມູນ.

2.  ໃຫ້ໂຄສະນາເຜີຍແຜ່ເປີດກວ້າງກ່ຽວກັບການປະມູນໄມ້ຍຶດຂອງລັດໃນຂອບເຂດທົ່ວປະເທດ ໂດຍຜ່ານສື່ຕ່າງໆ  ເຊັ່ນ: ໂທລະພາບ, ວິທະຍຸ, ສື່ອອນລາຍ ຫຼື ໜັງສືພິມຕ່າງໆ.

3.  ສຳລັບເງື່ອນໄຂຂອງຜູ້ເຂົ້າປະມູນຊື້ໄມ້ ແລະ ຂັ້ນຕອນການຈັດຕັ້ງປະມູນຂາຍໄມ້ ແມ່ນໃຫ້ປະຕິບັດຕາມລະບຽບການຊື້-ຂາຍໄມ້ ເລກທີ 1726/ອຄ.ກຂອ, ລົງວັນທີ 23 ສິງຫາ 2012.

4.  ລາຄາທີ່ໃຊ້ໃນການປະມູນ ປະກອບມີ 03 ວິທີ ເພື່ອໃຫ້ແຂວງ, ນະຄອນຫຼວງວຽງຈັນ ຈັດຕັ້ງປະຕິບັດຄື:

–   ວິທີທີ່ 01: ແມ່ນເອົາຕາມແຈ້ງການ ລາຄາພັນທະໄມ້ ສົກປີ 2014/2015-2015/2016 ທີ່ກະຊວງ ອຸດສາຫະກຳ ແລະ ການຄ້າ ວາງອອກ ເລກທີ 1813/ອຄ.ກຂອ, ລົງວັນທີ 04 ກັນຍາ 2015 ເປັນພື້ນຖານໃນການປະມູນ. ຫາກບໍ່ສາມາດປະມູນໄດ້ ແມ່ນໃຫ້ນຳໃຊ້ ວິທີ 02

–   ວິທີທີ່ 02: ເອົາຄຸນນະພາບໄມ້ຕົວຈິງ ຄູນ ດ້ວຍລາຄາພັນທະໄມ້ ສົກປີ 2014/2015-2015/2016 ໂດຍ ມອບໃຫ້ ຂະແໜງກະສິກຳ ແລະ ປ່າໄມ້ແຂວງ ສົມທົບກັບຄະນະກຳມະການປະມູນຂາຍໄມ້ຂັ້ນແຂວງ ແລະ ສູນກາງເປັນຜູ້ປະເມີນຄຸນນະພາບໄມ້. ຕົວຢ່າງ: ໄມ້ຍາງ ລາຄາ 972.000 ກີບ/ແມັດກ້ອນ ຜ່ານການກວດກາຄຸນນະພາບຄືນເຫັນວ່າໄມ້ ມີຄຸນນະພາບພຽງແຕ່ 70% ສະນັ້ນ ລາຄາທີ່ໃຊ້ໃນການປະ ມູນ ແມ່ນ 972.000 ກີບ x 70% = 680.400 ກີບ/ແມັດກ້ອນ. ຫາກວິທີ 02 ຍັງບໍ່ສາມາດຂາຍໄດ້ ແມ່ນໃຫ້ເອົາວິທີ 03

–   ວິທີທີ່ 03: ຂາຍໃນລາຄາສູງສຸດ ແກ່ຜູ້ທີ່ເຂົ້າຮ່ວມປະມູນສະເໜີໃຫ້ໃນເວລານັ້ນເລີຍ.

5.  ສຳລັບອາກອນທີ່ຜູ້ຊະນະການປະມູນໄມ້ ຕ້ອງໄດ້ຖອກໃຫ້ລັດໃນການປະມູນຊື້ໄມ້ ປະກອບດ້ວຍ:

5.1 ອາກອນມູນຄ່າເພີ້ມ (ອມພ) 10% ຈາກການຊື້-ຂາຍໄມ້ ໂດຍໃຫ້ຄິດໄລ່ຈາກມູນຄ່າລວມທັງໝົດຂອງໄມ້.

      5.2 ອາກອນຂົນສົ່ງ: ແມ່ນອາກອນມູນຄ່າເພີ້ມ (ອມພ) 10% ໂດຍໃຫ້ຄິດໄລ່ຈາກມູນຄ່າການບໍລິການ ຂົນສົ່ງໄມ້ ແລະ ໃຫ້ເກັບສະເພາະກໍລະນີທີ່ການຂົນສົ່ງໄມ້ຂອງຜູ້ຊະນະການປະມູນແມ່ນນຳໃຊ້ການບໍລິ ການຂອງບໍ ລິສັດຂົນສົ່ງ, ລວມທັງ ຜູ້ຊະນະການປະມູນໄມ້ ທີ່ນຳໃຊ້ພາຫະນະທີ່ຂື້ນທະບຽນໃນນາມບໍລິສັດຂົນສົ່ງຂອງຜູ້ກ່ຽວ ເພື່ອເຄື່ອນຍ້າຍໄມ້ທີ່ໄດ້ຈາກການປະມູນ. ກ່ອນການເຄື່ອນຍ້າຍໄມ້ເຂົ້າໂຮງງານ, ຜູ້ຊະນະປະມູນໄມ້ຕ້ອງໄດ້ຊຳລະອາກອນຂົນສົ່ງກັບ ຂະແໜງການເງິນ ເພື່ອນຳເອົາໃບຢັ້ງຢືນການຖອກອາກອນໄປແຈ້ງຕໍ່ເຈົ້າໜ້າທີ່ປ່າໄມ້ກ່ອນທີ່ຈະອະນຸຍາດໃຫ້ເຄື່ອນຍ້າຍໄມ້ເຂົ້າສູ່ໂຮງງານເພື່ອປຸງແຕ່ງ. ຍົກເວັ້ນກໍລະນີ ຜູ້ຊະນະການປະມູນ ທີ່ນຳໃຊ້ພາຫະນະທີ່ຂື້ນທະບຽນໃນນາມບໍລິສັດ/ໂຮງງານທີ່ດຳເນີນ  ກິດຈະການປຸງແຕ່ງໄມ້ ເພື່ອຂົນສົ່ງ ແລະ ເຄື່ອນຍ້າຍໄມ້ ແມ່ນບໍ່ໃຫ້ເກັບອາກອນນີ້.

6. ໄມ້ຍຶດທີ່ໄດ້ຮັບອະນຸຍາດຈາກລັດຖະບານໃຫ້ປະມູນຂາຍ ຕ້ອງໄດ້ຈົດທະບຽນເປັນຊັບສິນຂອງລັດ ກັບ ຂະ   ແໜງການເງິນແຂວງ (ຫ້ອງການຄຸ້ມຄອງຊັບສິນຂອງລັດ) ໂດຍໃຫ້ມີການເຊັນຢັ້ງຢືນຮັບຮູ້ບັນຊີຮ່ວມກັນລະ ຫວ່າງ ຂະແໜງກະສິກຳ ແລະ ປ່າໄມ້, ຂະແໜງການເງິນ ແລະ ຂະແໜງອຸດສາຫະກຳ ແລະ ການຄ້າ ເພື່ອຮັບປະກັນຄວາມເປັນເອກະພາບຕໍ່ບັນຊີ ແລະ ບໍລິມາດໄມ້ ທີ່ຈະປະມູນຂາຍ.

7.  ຄ່າສິ້ນເປືອງຕ່າງໆທີ່ເກີດຂຶ້ນຈາກການຍຶດ, ການເກັບຮັກສາໄມ້, ການຈັດປະມູນຂາຍໄມ້ ແລະ ຄ່າສິ້ນເປືອງອື່ນໆ ແມ່ນອະນຸຍາດໃຫ້ຫັກໄດ້ຈາກເງິນທີ່ໄດ້ຮັບຈາກການຂາຍໄມ້, ໂດຍໃຫ້ປະຕິບັດຕາມ ຄຳສັ່ງນາຍົກລັດຖະມົນຕີ ເລກທີ 57/ນຍ (ຂໍ້ 1.3 ງ: ເງິນລາຍຮັບຈາກການຂາຍໄມ້ຍຶດ,ໃຫ້ຫັກຄ່າສິ້ນເປືອງ 10%, ຈໍານວນທີ່ເຫລືອໃຫ້ມອບເຂົ້າເປັນລາຍຮັບງົບປະມານສູນກາງ50% ແລະ ງົບປະມານແຂວງ,ນະຄອນ ຫລວງ 50%,ສຳລັບເງິນປັບໃໝ ໃຫ້ມອບເຂົ້າເປັນລາຍຮັບ ງົບປະມານແຂວງ, ນະຄອນຫລວງ ທັງໝົດ).

8.  ກໍລະນີພົບຄວາມຫຍຸ້ງຍາກໃນການຈັດຕັ້ງປະຕິບັດ ແມ່ນໃຫ້ລາຍງານຂໍທິດ ທ່ານເຈົ້າແຂວງ, ທ່ານ ລັດຖະມົນ ຕີ ກະຊວງ ອຸດສາຫະກໍາ ແລະ ການຄ້າ ເພື່ອແກ້ໄຂ ການຈັດຕັ້ງປະຕິບັດໃຫ້ທ່ວງທັນກັບສະພາບການ.

9.  ພາຍຫຼັງທີ່ສຳເລັດການຂາຍໄມ້ ແຕ່ລະຄັ້ງ, ໃຫ້ຄະນະກຳມະການປະມູນຂາຍໄມ້ລາຍງານຜົນຂອງການປະມູນໄມ້ໃຫ້ ຄະນະນຳກະຊວງ ຮັບຊາບ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງ ທ່ານ ເພື່ອຊາບ ແລະ ປະຕິບັດຕາມນີ້ດ້ວຍ.

ລັດຖະມົນຕີ
(ເຊັນ ແລະ ປະທັບຕາ)

ນ ເຂັມມະນີ ພົນເສນາ

 

# ຫົວຂໍ້ ດາວໂຫຼດ
1 Instructions on the auction of the government’s seized timbers nationwide No. 2071/MOIC.DIMEX, dated 14 November 2016 PDF
2 ຄຳສັ່ງແນະນຳ ກ່ຽວກັບ ແນະນຳການຈັດຕັ້ງປະມູນຂາຍໄມ້ທີ່ຍຶດເປັນຂອງລັດໃນຂອບເຂດທົ່ວປະເທດ ສະບັບເລກທີ 2071/ອຄ,ກຂອ, ລົງວັນທີ 14 ພະຈິກ 2016 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.