ກະຊວງພານິດ ແຫ່ງ ຣາຊະອານາຈັກໄທ ອອກ ປະກາດ ເລື່ອງ ກຳນົດໃຫ້ໄມ້ທ່ອນ, ໄມ້ແປຮູບ, ຜະລິດຕະພັນໄມ້ປະດົງ, ຜະລິດຕະພັນໄມ້ຄຳພີ ແລະ ຜະລິດຕະພັນໄມ້ຂະຍູງ ເປັນສິນຄ້າທີ່ຫ້າມຜ່ານແດນຣາຊະອານາຈັກໄທ ເພື່ອເປັນການຄຸ້ມຄອງ ແລະ ຮັກສາຊັບພະຍາກອນທຳມະຊາດ.

ປະກາດດັ່ງກ່າວນີ້ ໄດ້ກຳນົດວ່າ ກະຊວງພານິດ ແຫ່ງ ຣາຊະອານາຈັກໄທ ບໍ່ອະນຸຍາດໃຫ້ນຳ ໄມ້ທ່ອນ, ໄມ້ແປຮູບ, ຜະລິດຕະພັນໄມ້ປະດົງ, ຜະລິດຕະພັນໄມ້ຄຳພີ, ແລະ ຜະລິດຕະພັນໄມ້ຂະຍູງ ຜ່ານ ຣາຊະອານາຈັກໄທ ເຊິ່ງໄດ້ໃຫ້ນິຍາມ ຜະລິດຕະພັນໄມ້ ແມ່ນໝາຍເຖິງ ຕູ້, ໂຕະ, ຕຽງ, ຕັ່ງ, ປະຕູ, ປ່ອງຢ້ຽມ, ໄມ້ວົງກົບ, ໄມ້ຄິ້ວ ແລະ ໄມ້ບົວ ທີ່ເຮັດຈາກໄມ້. ພ້ອມນີ້ ກໍຍັງໄດ້ໃຫ້ນິຍາມຂອງສິນຄ້າໄມ້ເຊິ່ງປະກອບມີ: ໄມ້ປະສານ ໄມ້ປາເກ້ ໄມ້ປູພື້ນມີລີ້ນຮ່ອງ ແລະ ໄມ້ໂມເສກ ພ້ອມທັງລະບຸລະຫັດພາສີຂອງສິນຄ້າໄມ້ດັ່ງກ່າວ ທີີ່ຫ້າມນຳຜ່ານແດນ ຣາຊະອານາຈັກໄທ.

ປະກາດນີ້ ມີຜົນສັກສິດຕັ້ງແຕ່ວັນຖັດຈາກ ວັນລົງຈົດໝາຍເຫດທາງລັດຖະການ ຂອງ ຣາຊະອານາຈັກໄທ ໃນວັນທີ 1 ພະຈິກ 2016 ເປັນຕົ້ນໄປ.

ດາວໂຫຼດ: ປະກາດພາສາໄທ (ຕົ້ນສະບັບ)

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.