“ກອງປະຊຸມປຶກສາຫາລື ລະຫວ່າງພາກລັດ ແລະ  ພາກທຸລະກິດ ກ່ຽວກັບ ແຜນການຈັດຕັ້ງປະຕິບັດ ສັນຍາອຳນວຍຄວາມສະດວກທາງດ້ານການຄ້າ ໃນຂອບອົງການການຄ້າໂລກ” ໄດ້ຈັດຂື້ນ ໃນວັນທີ 8 ທັນວາ 2016, ທີ່ ໂຮງແຮມ ລາວພລາຊ່າ, ນະຄອນຫຼວງວຽງຈັນ ໂດຍ ກົມການນຳເຂົ້າ ແລະ ສົ່ງອອກ ໃນນາມຫ້ອງການປະຈຳກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ   ພາຍໃຕ້ທຶນສະໜັບສະໜູນ ຈາກໂຄງການຊ່ວຍເຫຼືອລ້າຫຼາຍຝ່າຍ ເພື່ອການພັດທະນາດ້ານການຄ້າ (TDF2). ກອງປະຊຸມນີ້ ໄດ້ຮັບກຽດເປັນປະທານໂດຍ ທ່ານ ເຂັມເດັດ ສີຫາວົງ, ຮອງຫົວໜ້າກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ເຊິ່ງມີຜູ້ເຂົ້າຮ່ວມຈາກພາກທຸລະກິດ ທັງໝົດຈຳນວນ 35 ທ່ານ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອປຶກສາຫາລື, ຮັບຟັງຄຳຄິດຄຳເຫັນຈາກພາກເອກະຊົນ ໃນການກະກຽມການຈັດຕັ້ງຜັນຂະຫຍາຍ ສັນຍາອຳນວຍຄວາມສະດວກທາງດ້ານການຄ້າ ທີ່ ກຂອຄ ໄດ້ສ້າງແຜນດຳເນີນງານ ສັນຍາອຳນວຍຄວາມສະດວກທາງດ້ານການຄ້າ (ສັນຍາ ອຄ) ຊື່ງຈະໄດ້ກວດຄືນບັນດາມາດຕະການທີ່ນອນຢູ່ໃນໝວດ B ມາດຕະການທີ່ຍັງຕ້ອງໃຊ້ເວລາໃນການປັບປຸງບັນດານິຕິກຳ ແລະ ຄວາມພ້ອມໃນການຈັດຕັ້ງປະຕິບັດສັນຍາ ອຄ, ແລະ ໝວດ C ເປັນບັນດາມາດຕະການທີ່ຕ້ອງການເວລາ ແລະ ຕ້ອງການຂໍຄວາມຊ່ວຍເຫຼືອຈາກອົງການຈັດຕັ້ງສາກົນ.

ທ່ານ ເຂັມເດັດ ສີຫາວົງ ກ່າວວ່າ: “ກອງປະຊຸມປຶກສາຫາລືໃນຄັ້ງນີ້ ຖືວ່າເປັນຄັ້ງທຳອິດ ທີ່ພວກເຮົາປຶກສາຫາລືກັບພາກທຸລະກິດ ກ່ຽວກັບ ການຈັດຕັ້ງປະຕິບັດ ສັນຍາອຳນວຍຄວາມສະດວກທາງດ້ານການຄ້າ ໃນຂອບອົງການການຄ້າໂລກ ຊຶ່ງຈະເປີດໂອກາດໃຫ້ບັນດາຫົວໜ່ວຍທຸລະກິດຂອງ ສປປ ລາວ ໄດ້ມີການແລກປ່ຽນບົດຮຽນ ແລະ ຂໍ້ຄິດເຫັນຊຶ່ງກັນ ແລະ ກັນ ເພື່ອເຂົ້າໃຈແຈ້ງ ຕໍ່ການຈັດຕັ້ງປະຕິບັດ ສັນຍາດັ່ງກ່າວ ແລະ ນຳໄປຜັນຂະຫຍາຍເຂົ້າໃນວຽກງານຕົວຈິງ”.

ການປະຊຸມຄັ້ງນີ້ ປະກອບດ້ວຍ (1) ການນຳສະເໜີ ກ່ຽວກັບ ສັນຍາ ອຄ ແລະ ບັນດາມາດຕະການຈັດຕັ້ງປະຕິບັດ; (2) ການນຳສະເໜີ ກ່ຽວກັບ ການຮ່ວມມື ບົດບາດຂອງພາກທຸລະກິດ ໃນການຈັດຕັ້ງປະຕິບັດ ສັນຍາ ອຄ; (3) ການສົນທະນາ ໝວດ A, B, ແລະ C ຂອງ ສັນຍາ ອຄ ກັບພາກທຸລະກິດ. ໃນນີ້ ພາກທຸລະກິດ ໄດ້ຕັ້ງໜ້າປະກອບຄຳຄິດຄຳເຫັນ ເພື່ອເປັນສ່ວນຮ່ວມໃນການກະກຽມການຈັດຕັ້ງປະຕິບັດ ສັນຍາ ອຄ ເປັນຕົ້ນແມ່ນ ສະເໜີໃຫ້ມີການເຜີຍແຜ່ ລະບຽບການ ແລະ ຂັ້ນຕອນ ກ່ຽວກັບ ການອະນຸມັດລ່ວງໜ້າກ່ຽວກັບຂັ້ນຕອນການແຈ້ງພາສີ ໃຫ້ຫຼາຍຂື້ນ. ນອກຈາກນີ້, ການຊຳລະຜ່ານລະບົບເອເລັກໂຕຣນິກແມ່ນມີການຈັດຕັ້ງປະຕິບັດພຽງບາງສ່ວນ ແລະ ສະເໜີໃຫ້ມີການສົ່ງເສີມໃຫ້ນຳໃຊ້ຫຼາຍຂື້ນຕື່ມ ເພື່ອຊ່ວຍໃຫ້ພາກທຸລະກິດປະຫຍັດເວລາ ແລະ ຄ່າໃຊ້ຈ່າຍໃນການດຳເນີນທຸລະກິດ.

ສຳລັບກອງປະຊຸມຮ່ວມກັບພາກລັດ ແມ່ນຈະໄດ້ມີຂື້ນ ໃນວັນທີ 14 ທັນວາ 2016.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.