ສາລະບານ

ໝວດທີ 1 ບົດບັນຍັດທົ່ວໄປ

ມາດຕາ 1   ຈຸດປະສົງ

ມາດຕາ 2   ສິ່ງຂອງເກືອດຫ້າມ ໃນການບໍລິການໄປສະນີ

ມາດຕາ 3   ການອະທິບາຍຄຳສັບ

ມາດຕາ 4   ຂອບເຂດ ການນໍາໃຊ້

ໝວດທີ 2 ປະເພດສິ່ງຂອງເກືອດຫ້າມໃນການບໍລິການໄປສະນີ

ມາດຕາ 5   ປະເພດສິ່ງຂອງເກືອດຫ້າມໃນການບໍລິການໄປສະນີ

ມາດຕາ 6   ສິ່ງຂອງເກືອດຫ້າມ ປະເພດ ໜຶ່ງ

ມາດຕາ 7   ສິ່ງຂອງເກືອດຫ້າມ ປະເພດ ສອງ

ໝວດທີ 3 ການຍົກເວັ້ນ

ມາດຕາ 8   ການຍົກເວັ້ນ

ມາດຕາ 9    ຂັ້ນຕອນໃນການຂໍອະນຸຍາດຍົກເວັ້ນ

ໝວດທີ 4 ນະໂຍບາຍ ຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 10   ນະໂຍບາຍ ຕໍ່ຜູ້ມີຜົນງານ

ມາດຕາ 11   ມາດຕະການຕໍ່ຜູ້ລະເມີດ

ໝວດທີ 5 ບົດບັນຍັດສຸດທ້າຍ

ມາດຕາ 12   ການຈັດຕັ້ງປະຕິບັດ

ມາດຕາ 13   ຜົນສັກສິດ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ                             ເລກທີ 168 /ປທສ
                                                               ນະຄອນຫຼວງວຽງຈັນ, ວັນທີ 23 ມັງກອນ 2017

  ຂໍ້ຕົກລົງ
ວ່າດ້ວຍ ການກຳນົດສິ່ງຂອງເກືອດຫ້າມໃນການບໍລິການໄປສະນີ

-       ອີງຕາມ ກົດໝາຍວ່າດ້ວຍ ການໄປສະນີ ສະບັບເລກທີ 45/ ສພຊ ລົງວັນທີ 25 ທັນວາ 2013;
-       ອີງຕາມ ດຳລັດ ຂອງ ນາຍົກລັດຖະມົນຕີ ສະບັບ ເລກທີ 303/ນຍ, ລົງວັນທີ 26 ກັນຍາ 2011 ວ່າດ້ວຍ ການຈັດຕັ້ງ ແລະ ເຄື່ອນໄຫວ ຂອງ ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ.

ລັດຖະມົນຕີ ອອກຂໍ້ຕົກລົງ:

ໝວດທີ 1
ບົດບັນຍັດທົ່ວໄປ

ມາດຕາ 1             ຈຸດປະສົງ

ຂໍ້ຕົກລົງສະບັບນີ້ ກໍານົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບ ສິ່ງຂອງເກືອດຫ້າມ ໃນການບໍລິການໄປສະນີ ເພື່ອສະກັດກັ້ນ ການລັກລອບ, ການຊຸກເຊື່ອງ ຮັບຝາກ, ຈັດສົ່ງ ແລະ ແຈກຢາຍ ສິ່ງຂອງທີ່ຜິດກົດໝາຍ, ຜິດຕໍ່ລະບຽບການໄປສະນີ ຮັບປະກັນການດຳເນີນທຸລະກິດໃຫ້ບໍລິການໄປສະນີ ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ    ແນໃສ່ຈັດຕັ້ງປະຕິບັດໃຫ້ສອດຄ່ອງກັບລະບຽບການ ຂອງສະຫະພາບໄປສະນີສາກົນ, ປະກອບສ່ວນ ເຂົ້າໃນວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍທາງດ້ານເສດຖະກິດ-ສັງຄົມ ແລະ ວັດທະນະທຳອັນດີງາມ ຂອງ ສປປ ລາວ.

ມາດຕາ 2             ສິ່ງຂອງເກືອດຫ້າມ ໃນການບໍລິການໄປສະນີ

ສິ່ງຂອງເກືອດຫ້າມ ໃນການບໍລິການໄປສະນີ ແມ່ນ ສິ່ງຂອງທີ່ຜິດຕໍ່ ກົດໝາຍວ່າດ້ວຍ ການໄປສະນີ, ກົດໝາຍແລະ ລະບຽບການອື່ນ ທີ່ກ່ຽວຂ້ອງ ຂອງ ສປປ ລາວ, ລະບຽບການພາຍໃນຂອງປະເທດປາຍທາງ ແລະ ລະບຽບການໄປສະນີສາກົນ.

ມາດຕາ 3             ການອະທິບາຍຄຳສັບ

ຄຳສັບທີ່ນໍາໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:

1.    ອາວຸດເສິກ ໝາຍເຖິງ ລູກກະສຸນ, ທາດລະເບີດ, ອຸປະກອນ, ເຄື່ອງມື ແລະ ອາວຸດທຸກຊະນິດ ທີ່ຮັບໃຊ້ສົງຄາມ;

2.    ສິນຄ້າອັນຕະລາຍ ໝາຍເຖິງ ສິ່ງຂອງ ຫຼື ວັດຖຸທີ່ມີຄຸນສົມບັດທາງເຄມີ ຫຼື ທາງກາຍະພາບ ໂດຍຕົວມັນເອງ ຫຼື ເມື່ອກະທົບກັບສານອື່ນ (ອາກາດ, ນໍ້າ  ແລະ ອື່ນໆ) ເຮັດໃຫ້ເກີດ  ອັນຕະລາຍ ຕໍ່ ຊີວິດ, ຊັບສິນ ຫຼື ສິ່ງແວດລ້ອມ;

3.    ວັດຖຸບູຮານ ໝາຍເຖິງ ວັດຖຸທີ່ເກົ່າແກ່, ລວມທັງ ພະພຸດທະຮູບ, ເທວະຮູບ ແລະ ສິ່ງສັກກາລະບູຊາ, ວັດຖຸມໍລະດົກແຫ່ງຊາດ ທີ່ມີຄຸ່ນຄ່າສູງ ທາງດ້ານປະຫວັດສາດ ບູຮານຄະດີ ແລະ ວັດທະນະທຳ ເຊິ່ງມີອາຍຸແຕ່ 50 ປີ ຂື້ນໄປ;

4.    ຢາ ຫຼື ສານເສບຕິດ ໝາຍເຖິງ ຢາ, ເຄມີ, ພຶດ ຫຼື ວັດຖຸ ໃດໜຶ່ງ ທີ່ໄດ້ຈາກ ທຳມະຊາດ ຫຼື ຈາກການສັງເຄາະ ຊຶ່ງໃຊ້ໃນຈຸດປະສົງທາງການແພດ ເພື່ອບັນເທົາ ຫຼື ລະງັບອາການເຈັບປວດຕ່າງໆ ເມື່ອໃຊ້ເກີນປະລິມານ ຫຼື ບໍ່ຖືກຕ້ອງ ຕາມຫຼັກການ ການແພດຈະເຮັດໃຫ້ເກີດຜົນກະທົບຕໍ່ຮ່າງກາຍ ແລະ ຈິດໃຈ ເຊັ່ນ: ເສຍຄວາມຮູ້ສຶກ, ງ້ວງຊືມ, ຄວາມຊົງຈຳ ຂອງມັນສະໝອງເຊື່ອມ ແລະ ສຸຂະພາບຊຸດໂຊມ, ນິໄສໃຈຄໍປ່ຽນແປງ;

5.    ສານອອກລິດຕໍ່ຈິດ-ປະສາດ  ໝາຍເຖິງ ຢາ, ເຄມີ, ພຶດ ຫຼື ວັດຖຸໃດໜຶ່ງ ທີ່ໄດ້ຈາກ ທຳມະຊາດ ຫຼື ຈາກການສັງເຄາະ ຊຶ່ງໃຊ້ໃນຈຸດປະສົງທາງການແພດ ແລະ ອື່ນໆ ເພື່ອນອນຫຼັບໄດ້ງ່າຍ, ລະງັບອາການກະວົນກະວາຍ  ແລະ ອາການເຈັບປວດຕ່າງໆ ຂອງຮ່າງກາຍ ແລະ ອື່ນໆ ຊຶ່ງເມື່ອໃຊ້ເກີນປະລິມານ ຫຼື ບໍ່ຖືກຕ້ອງຕາມຫຼັກການການແພດ ຈະເຮັດໃຫ້ເກີດກະຕຸ້ນຕໍ່ຮ່າງກາຍ ແລະ ຈິດໃຈ ໃຫ້ຂະຫຍັນ ຫ້າວຫັນ, ກົດປະສາດຮຸນແຮງ, ປະສາດຫຼອນ ຫຼື ມີອາການຕ່າງໆ ຄ້າຍຄືອາການເສບຢາເສບຕິດ.

ມາດຕາ 4             ຂອບເຂດ ການນໍາໃຊ້.                     

ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງຂອງລັດ ແລະ ເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ ທີ່ໃຫ້ບໍລິການ ແລະ ໃຊ້ບໍລິການໄປສະນີ ຢູ່ ສປປ ລາວ.

ໝວດທີ 2
ປະເພດສິ່ງຂອງເກືອດຫ້າມໃນການບໍລິການໄປສະນີ

ມາດຕາ 5             ປະເພດສິ່ງຂອງເກືອດຫ້າມໃນການບໍລິການໄປສະນີ

ສິ່ງຂອງເກືອດຫ້າມ ໃນການບໍລິການໄປສະນີ ມີ ສອງ ປະເພດ ດັ່ງນີ້:

1.    ສິ່ງຂອງເກືອດຫ້າມ ປະເພດ ໜຶ່ງ;

2.    ສິ່ງຂອງເກືອດຫ້າມ ປະເພດ ສອງ.

ມາດຕາ 6             ສິ່ງຂອງເກືອດຫ້າມ ປະເພດ ໜຶ່ງ

ສິ່ງຂອງເກືອດຫ້າມປະເພດ ໜຶ່ງ ແມ່ນ ສິ່ງຂອງທີ່ຜິດຕໍ່ລະບຽບກົດໝາຍ ຂອງ ສປປ ລາວ ແລະ ສາກົນ ຊຶ່ງປະກອບ ມີດັ່ງນີ້້:

1.    ອາວຸດເສິກ.

2.    ວັດຖຸລະເບີດ, ວັດຖຸໄວໄຟ, ວັດຖຸນຳເຊື້ອໂລກ, ສານເຄມີ ແລະ ວັດຖຸອັນຕະລາຍອື່ນໆ;

3.    ໜັງສືພິມ, ວາລະສານ, ສິ່ງຕີພິມ, ຮູບພາບ, ກາແຊັດເທັບ, ວີດີໂອ, ແຜ່ນຊີດີ, ວີຊີດີ, ດີວີດີ ແລະ ອື່ນໆທີ່ພິມ, ຂຽນ, ບັນທຶກ ຫຼື ບັນຈຸຂໍ້ຄວາມ, ຮູບພາບ, ສຽງ ທີ່ໂຄສະນາຕ້ານ  ສປປ ລາວ, ບິດເບືອນແນວທາງ ຂອງພັກ ແລະ ນະໂຍບາຍຂອງລັດ; ທີ່ລາມົກ, ອານາຈານຂັດຕໍ່ວັດທະນະທຳອັນດີງາມຂອງຊາດ;  ບິດເບືອນ ຫຼັກທຳຄຳສັ່ງສອນຂອງສາສະໜາຕ່າງໆ;

4.    ຢາ ຫຼື ສານເສບຕິດ, ສານທີ່ອອກລິດຕໍ່ ຈິດ-ປະສາດ ທຸກຊະນິດ, ຢາທີ່ຕ້ອງຫ້າມນຳໃຊ້ຢູ່ ສປປ ລາວ ຕາມບັນຊີປະເພດຢາເສບຕິດ, ວັດຖຸອອກລິດຕໍ່ ຈິດ-ປະສາດ ແລະ ສານເຄມີ; ບັນຊີຢາຕ້ອງຫ້າມນຳໃຊ້ ຢູ່ ສປປ ລາວ ທີ່ກະຊວງສາທາລະນະສຸກໄດ້ກຳນົດໄວ້;

5.    ສິນຄ້າ ທີ່ຄວບຄຸມການນຳເຂົ້າ ແລະ ສົ່ງອອກທີ່ ກະຊວງອຸດສາຫະກຳ ແລະ ການຄ້າໄດ້ກຳນົດໄວ້;

6.    ວັດຖຸບູຮານຕ່າງໆ ທີ່ ກະຊວງຖະແຫຼ່ງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ກຳນົດໄວ້;

7.    ໝໍ່ແຮດ, ງາຊ້າງ, ສີ້ນສ່ວນເສືອລວມເຖິງສັດປ່າ, ໄມ້ປ່າ ແລະ ພຶດປ່າທີ່ຍັງມີຊິວິດ ຫຼື ຕາຍແລ້ວ  ທີ່ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ກຳນົດໄວ້;

8.    ເຈ້ຍພິມເງິນ, ນ້ຳມຶກສຳລັບພິມເງິນ, ເຄື່ອງຈັກພິມເງິນ ແລະ ເຄື່ອງຈັກຫຼອມເງິນຫຼຽນທີ່ ທະນາຄານແຫ່ງ ສປປ ລາວ ໄດ້ກຳນົດໄວ້;

9.    ສິ່ງຂອງທີ່ຫ້າມນຳເຂົ້າ ຫຼື ແຈກຢາຍພາຍໃນປະເທດປາຍທາງ;

10. ສິ່ງຂອງອື່ນໆ ທີ່ເກືອດຫ້າມ ແລະ ຜິດຕໍ່ກົດໝາຍວ່າດ້ວຍການໄປສະນີ ແລະ ກົດໝາຍ ແລະ ລະບຽບການອື່ນທີ່ກ່ຽວຂ້ອງ ຂອງ ສປປ ລາວ.

ມາດຕາ 7             ສິ່ງຂອງເກືອດຫ້າມ ປະເພດ ສອງ

ສິ່ງຂອງເກືອດຫ້າມ ປະເພດ ສອງ ແມ່ນ ສິ່ງຂອງທີ່ບໍ່ຜິດກົດໝາຍ ແຕ່ບໍ່ປະຕິບັດຕາມລະບຽບການໄປສະນີ ແລະ ລະບຽບການຂອງຂະແໜງການທີ່ກ່ຽວຂ້ອງ ປະກອບມີດັ່ງນີ້:

1.    ສັດທີ່ຍັງມີຊີວິດ, ຕົ້ນໄມ້ກາຝາກ, ພືດຊະນິດຕ່າງໆ, ວັດຖຸກຳມັນຕະພາບລັງສີ, ວັດຖຸຊີວະວິທະຍາ ທີ່ບໍ່ໄດ້ຮັບອະນຸຍາດໃຫ້ນຳໄປຄົ້ນຄວ້າ, ວິໄຈທາງດ້ານວິທະຍາສາດຕາມລະບຽບການທີ່ໄດ້ກຳນົດໄວ້ ໂດຍອົງການທີ່ມີສິດ ອຳນາດ ກ່ຽວຂ້ອງ;

2.    ສິນຄ້າອັນຕະລາຍ;

3.    ແບັດເຕີລີທຸກຊະນິດ ຕາມການກຳນົດໃວ້ໃນລະບຽບການຂອງສະມາຄົມຂົນສົ່ງທາງອາກາດ ລະຫວ່າງປະເທດວາງອອກໃນແຕ່ລະໄລຍະ;

4.    ວັດຖຸສິ່ງຂອງທີ່ແຫຼມຄົມ, ແຕກຫັກງ່າຍ, ທາດແຫຼວ ແລະ ສິ່ງເໜົ່າເປືອຍງ່າຍທີ່ຫຸ້ມຫໍ່ບໍ່ຖືກຕ້ອງ ຈະພາໃຫ້ເກີດອັນຕະລາຍ ແກ່ພະນັກງານໄປສະນີ ຫຼື ອາດເຮັດໃຫ້ເຄື່ອງຝາກອື່ນ ຫຼື ອຸປະກອນໄປສະນີເປີເປື້ອນ, ເປ່ເພເສຍຫາຍ;

5.    ສິ່ງຂອງທີ່ຫ້າມນໍາເຂົ້າ ແລະ ສົ່ງອອກ ທີ່ລະບຸໃນແຈ້ງການຂອງຂະແໜງການຕ່າງໆ ວາງອອກໃນແຕ່ລະໄລຍະ;

6.    ສິ່ງຂອງທີ່ມີຄ່າ ເຊັ່ນ: ເງິນ, ຄຳ, ເພັດ, ພອຍ ຫຼື ວັດຖຸທີ່ມີຄ່າອື່ນໆ ຊຶ່ງຜູ້ຝາກບໍ່ແຈ້ງລາຍລະອຽດ ໃຫ້ເຈົ້າໜ້າທີ່ໄປສະນີຊາບ;

7.    ແຊັກ ແລະ ເອກະສານທຸລະກຳທາງການເງິນທຸກປະເພດ ທີ່ຜູ້ຝາກເອົາໃສ່ໃນຊອງຈົດໝາຍຝາກສົ່ງແບບຈົດໝາຍທຳມະດາ;

8.    ຈົດໝາຍ ຫຼື ສິ່ງຂອງຝາກທາງໄປສະນີທີ່ຂຽນ ທີ່ຢູ່ຂອງຜູ້ຝາກ ແລະ ຜູ້ຮັບບໍ່ຖືກຕ້ອງ, ບໍ່ຄົບຖ້ວນ ບໍ່ຈະແຈ້ງ, ບໍ່ຖືກຕ້ອງຕາມມາດຕະຖານເຕັກນິກຂອງໄປສະນີ.

ໝວດທີ 3
ການຍົກເວັ້ນ

ມາດຕາ 8             ການຍົກເວັ້ນ

ສິ່ງຂອງເກືອດຫ້າມ ທີ່ກຳນົດຢູ່ໃນມາດຕາ 6 ແລະ 7 ຂອງ ຂໍ້ຕົກລົງສະບັບນີ້ ແມ່ນ ບໍ່ສາມາດຮັບຝາກ, ຈັດສົ່ງ ແລະ ແຈກຢາຍທາງໄປສະນີ ເວັ້ນແຕ່ໄດ້ຮັບອະນຸຍາດຈາກ ອົງການທີ່ມີສິດອຳນາດກ່ຽວຂ້ອງ.

ມາດຕາ 9             ຂັ້ນຕອນໃນການຂໍອະນຸຍາດຍົກເວັ້ນ

ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງຂອງລັດ ແລະ ເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ ທີ່ມີຈຸດປະສົງ ຕ້ອງການນຳເຂົ້າ ຫຼື ສົ່ງອອກ ສິ່ງຂອງເກືອດຫ້າມໃດໜຶ່ງ, ຕ້ອງຍື່ນຄຳຮ້ອງ ພ້ອມດ້ວຍເອກະສານ ສະແດງຄວາມຈຳເປັນ ຕໍ່ຂະແໜງການທີ່ກ່ຽວຂ້ອງ ເພື່ອຄົ້ນຄ້ວາພິຈາລະນາ.

ສໍາລັບ ຂັ້ນຕອນ ແລະ ເອກະສານປະກອບ ແມ່ນໃຫ້ປະຕິບັດ ຕາມລະບຽບການຂອງຂະແໜງການກ່ຽວຂ້ອງ.

ໝວດທີ 4
ນະໂຍບາຍ ຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 10        ນະໂຍບາຍ ຕໍ່ຜູ້ມີຜົນງານ.

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ໃຫ້ຄວາມຮ່ວມມື ແກ່ເຈົ້າໜ້າທີ່ໄປສະນີ, ເຈົ້າໜ້າທີ່ພາສີ ຫຼື  ເຈົ້າໜ້າທີ່ຕຳຫຼວດ ໃນການແຈ້ງບອກໃຫ້ຊາບ ກ່ຽວກັບການລັກລອບ, ຊຸກເຊື່ອງໃນການຮັບ, ຈັດສົ່ງ ແລະ ແຈກຢາຍ ສິ່ງຂອງ ເກືອດຫ້າມ ຫຼື ຜິດກົດໝາຍ ແລະ ສາມາດກັກ, ຍຶດ, ຮິບສິ່ງຂອງດັ່ງກ່າວ, ສາມາດນຳເອົາຜູ້ລະເມີດມາສຶກສາອົບຮົມ ຫຼື ດຳເນີນຄະດີໄດ້ ແມ່ນຈະໄດ້ຮັບການພິຈາລະນາ ໃຫ້ການຍ້ອງຍໍ, ໃຫ້ບຳເນັດ ຕາມແຕ່ລະກໍລະນີ ຢ່າງເໝາະສົມ.

ມາດຕາ 11        ມາດຕະການຕໍ່ຜູ້ລະເມີດ.

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ຫາກລະເມີດ ຂໍ້ຕົກລົງສະບັບນີ້ ຈະຖືກສຶກສາອົບຮົມ, ກ່າວເຕືອນ, ລົງວິໄນປັບໃໝ, ໂຈະ, ຖອນ ໃບອະນຸຍາດດຳເນີນທຸລະກິດບໍລິການໄປສະນີ ຫຼື ລົງໂທດທາງອາຍາ ຕາມແຕ່ກໍລະນີ ເບົາ ຫຼື ໜັກ ລວມທັງ ໃຊ້ແທນຄ່າເສຍຫາຍ ທີ່ຕົນໄດ້ກໍ່ຂຶ້ນ.

ໝວດທີ 5
ບົດບັນຍັດສຸດທ້າຍ

ມາດຕາ 12        ການຈັດຕັ້ງປະຕິບັດ.

ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ມອບໃຫ້ກົມໄປສະນີ ສົມທົບກັບຂະແໜງການອື່ນ ທີ່ກ່ຽວຂ້ອງ ຈັດຕັ້ງປະຕິບັດ ຂໍ້ຕົກລົງສະບັບນີ້ ຢ່າງເຂັ້ມງວດ.

ມາດຕາ 13        ຜົນສັກສິດ.

ຂໍ້ຕົກລົງສະບັບນີ້ ມີຜົນສັກສິດ ນັບແຕ່ ວັນລົງລາຍເຊັນ ແລະ ພາຍຫຼັງ ທີ່ໄດ້ລົງໃນຈົດໝາຍເຫດທາງລັດຖະການ ສິບຫ້າວັນ;

ຂໍ້ຕົກລົງສະບັບນີ້ ປ່ຽນແທນ ແຈ້ງການ ກ່ຽວກັບ ການກຳນົດສິ່ງຂອງເກືອດຫ້າມ ໃນການບໍລິການໄປສະນີ ສະບັບເລກທີ  578/ສນຍ.ອປທ, ລົງວັນທີ 10 ມີຖຸນາ 2009;                                

ລັດຖະມົນຕີ

(ເຊັນ ແລະ ປະທັບຕາ)
ປອ ທັນສະໄໝ ກົມມະສິດ

ຂ້າງເທິງ

 

# ຫົວຂໍ້ ດາວໂຫຼດ
1 Decision on Prohibited Objects for Postal Service No. 168/MPT, dated 23 January 2017 PDF
2 ຂໍ້ຕົກລົງ ວ່າດ້ວຍ ການກຳນົດສິ່ງຂອງເກືອດຫ້າມໃນການບໍລິການໄປສະນີ ສະບັບເລກທີ 168/ປທສ, ລົງວັນທີ 23 ມັງກອນ 2017 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.