ນາຍ​ໜ້າ​ແຈ້ງ​ພາສີ

 


​ເຈົ້າ​ຂອງ​ສິນຄ້າ​ທີ່​ຈະ​ນໍາ​ເຂົ້າ ຫຼື ຜູ້​ໃຫ້​ບໍລິການ​ຂົນ​ສົ່ງ ອາດ​ຈະ​ວ່າ​ຈ້າງ ນາຍ​ໜ້າ​ແຈ້ງ​ພາສີ ​ເພື່ອ​ເປັນ​ຕົວ​ແທນ​ໃຫ້​ເຂົາ​ເຈົ້າ​ໃນ​ການ​ດໍາ​ເນີນ​ການ​ຕາມ​ລະບຽບ​ການ​ຕ່າງໆ​ທີ່​ຈໍາ​ເປັນສໍາລັບ​ການ​ແຈ້ງ​ພາສີ.  

​ໃນ​ປະຈຸ​ບັນ ບໍ່​ມີ​ຂໍ້ກໍານົດພິ​ເສດ​ຫຍັງ​​ໃນ​ການ​ເປັນ​ນາຍ​ໜ້າ​ແຈ້ງ​ພາສີ, ນອກຈາກ​ຂໍ້​ກໍານົດ​ປົກ​ກະຕິ​ ສໍາລັບ​ການ​ຈົດ ​ທະບຽນ​ເປັນ​ທຸລະ​ກິດ ​ແລະ ​ເພື່ອ​ຈຸດປະສົງ​ເສຍ​ພາສີ. ແນວ​ໃດ​ກໍ່ຕາມ, ​ໃນ​ແຕ່ລະ​ຊ່ວງ​ໄລຍະ ກະຊວງ​ການ​ເງິນ​ອາດ​ຈະ​ອອກ​ລະບຽບ​ກ່ຽວ​ກັບ​ມາດຕະຖານ, ຂໍ້ກໍານົດ ​ແລະ ຂອບ​ເຂດ​ການ​ເຄື່ອນ​ໄຫວ​ຂອງ​ນາຍ​ໜ້າ​ແຈ້ງ​ພາສີ. ສະ​ນັ້ນ, ທ່ານ​ຄວນ​ກວດ​ເບິ່ງ​ເວັບ​ໄຊ​ທ໌ນີ້ ຫຼື ຕິດ​ຕໍ່​ຫາ​ກະຊວງ​ການ​ເງິນ​ໂດຍ​ກົງ ​ເພື່ອ​ຮັບປະກັນ​ວ່າ​ທ່ານ​ໄດ້​ຮັບ​ຂໍ້​ມູນ​ຢ່າງ​ ຄົບ​ຖ້ວນ​ກ່ຽວ​ກັບ​​ຂໍ້​ກໍານົດ​​ໃໝ່​ຕ່າງໆ.

ພັນທະ​ຂອງ​ນາຍ​ໜ້າ​ແຈ້ງ​ພາສີ

ນາຍ​ໜ້າ​ແຈ້ງ​ພາສີມີ​ຄວາມ​ຮັບຜິດຊອບຊໍາ​ລະ​ພາສີ​ສິນຄ້າ​ຢູ່​ດ່າ​ນຊາ​ຍ​ແດນ​ແທນ​ເຈົ້າ​ຂອງ​ສິນຄ້າ.
ນາຍ​ໜ້າ​ແຈ້ງ​ພາສີ​ອາດ​ຈະ​ດໍາ​ເນີນ​ໜ້າ​ວຽກ​ຕໍ່​ໄປ​ນີ້ ​ແລະ ມີ​ພັນທະ​​ຕໍ່​ໄປ​ນີ້:

  • ດໍາ​ເນີນ​ທຸກລະ​ບຽບການ​ຊໍາລະ​ພາສີທີ່​ຈໍາ​ເປັນ​ຕາມ​ກົດ​ລະ​ບຽບ ລວມທັງການ​ສົ່ງ​ທຸກ​ເອກະສານ​​ທາ​ງພາສີ, ສົ່ງໃບ​ແຈ້ງ​ພາສີ, ຊໍາລະ​ພາສີ ​ແລະ ພັນ​ທະ​ອື່ນ ​ແລະ ​ເຄື່ອນ​ຍ້າຍ​ສິນຄ້າ​ອອກ​ຈາກ​ສາງ​ເກັບ​ມ້ຽນ​ສິນຄ້າ ຫຼື ຈຸດ​ກວດ ​ໃນ​ນາມ​ຕາງໜ້າ​ໃຫ້​ເຈົ້າ​ຂອງ​ສິນຄ້າ;
  • ຕິດ​ຕໍ່​ຫາ​ອົງການ​ຄຸ້ມ​ຄອງ​​ພາສີ​ເພື່ອ​ຈົດ​ທະບຽນລະບົບ​ແຈ້ງ​ພາສີ​ແບບ​ອີ​ເລັກ​ໂທຣນິກ;
  • ​ແຈ້ງ​ສິນຄ້າ​ຢ່າງ​ຖືກຕ້ອງ​ຕໍ່​ກັບ​ອົງການ​ຄຸ້ມ​ຄອງ​ພາສີ ​ແລະ ສົ່ງ​ເອກະສານ​ສະໜັບສະໜູນຕ່າງໆ ອີງ​ຕາມ​ ກົດ​ລະບຽບ ​ແລະ ລະບຽບ​ການ​ດ້ານ​ພາສີ;
  • ​ເຊັນ​ຊື່​ໃນໃບ​ແຈ້ງ​ພາສີ​ແບບ​ລະອຽດ​​ໃນ​​ຮູບ​ແບບ​ອີ​ເລັກ​ໂທຣນິກ ​ແລະ/ຫຼື ຮູບ​ແບບ​ອື່ນຕາມ​ຄວາມ​ຈໍາ​ເປັນໃນ ​ນາມ​ເຈົ້າຂອງ​ສິນຄ້າ ​ເມື່ອ​​ໄດ້​ຮັບ​ອະນຸຍາດ​ໃຫ້​ເຮັດ​ສິ່ງ​ນັ້ນ;
  • ຈ່າຍ​ພາສີ ​ແລະ ພັນທະ​ອື່ນໆ​ໃນ​ນາມ​ເຈົ້າ​ຂອງ​ສິນຄ້າ;
  • ​ເຂົ້າ​ຮ່ວມ​ໃນ​ການກວດ​ສິນຄ້າ​ຮ່ວມ​ກັບ​ເຈົ້າ​ໜ້າ​ທີ່​ພາສີ;
  • ມີ​ຄວາມ​ຮັບຜິດຊອບ​ຕໍ່​ກັບ​ເຈົ້າ​ໜ້າ​ທີ່​ພາສີ​ໃນ​ນາມ​ເຈົ້າ​ຂອງ​ສິນຄ້າ ສໍາລັບ​ການລະ​ເມີດ​ກົດໝາຍ​ວ່າ​ດ້ວຍ​ພາ ສີ ຫຼື ທຸກ​ກົດໝາຍ ຫຼື ກົດລະບຽບ​​ອື່ນ​ທີ່​ກ່ຽວຂ້ອງ;
  • ຮັບຜິດຊອບ​ສໍາລັບ​ຄ່າ​ໃຊ້​ຈ່າຍ​ໃນ​ການ​ຂົນ​ສົ່ງ, ການ​ເອົາ​ສິນຄ້າ​ລົງ, ​ການເຂົ້າ​ເກັບ​ມ້ຽນ​ໃນ​ສາງ ​ແລະ ລາຍ​ຈ່າຍ​ອື່ນໆ​ທີ່​ເກີດ​ຂຶ້ນ​ເນື່ອງ​ຈາ​ການກວດ​ສິນຄ້າ;
  • ​ເປີດ​ຕູ້​ຄອນ​ເທັນເນີ ​ແລະ ກ່ອງ​ສິນຄ້າ, ນັບ​ຈໍານວນ​ສິນຄ້າ, ຕິດນໍ້າໜັກ ​ແລະ ວັດ​ແທກສິນຄ້າທີ່​ອາດ ​ຈະ​ຖືກ​ຮ້ອງ​ຂໍ​ໃຫ້​ເຮັດ​ໂດຍ​ເຈົ້າ​ໜ້າ​ທີ່​ດ່ານ​ພາສີ.

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.