ການ​ຍົກ​ເວັ້ນພາສີ


ສິນຄ້າ​ສະ​ເພາະບາງ​ປະ​ເພດ ​ແມ່ນຈະ​ໄດ້​ຮັບ​ການ​ຍົກ​ເວັ້ນພາສີ. ​ດ້ານລຸ່ມ​ນີ້​ແມ່ນ​ລາຍ​ລະອຽດໂດຍ​ຫຍໍ້​ຂອງ​ບາງ ລາຍກາ​ນທີ່​ຖືກຍົກ​ເວັ້ນ. ເຖິງແນວ​ໃດ​ກໍ່ຕາມ ພວກ​ເ​ຮົາ​ຂໍ​ແນະ​ນໍາ​​ໃຫ້​ທ່ານ​ສອບ​ຖາມ​ເພີ່ມ​ເຕີ່​ມອີກ ຢູ່​ນໍ​າດ່ານ​ພາສີ ​ເພື່ອ​​ໃຫ້​ແນ່​ໃຈ​ວ່າ​ທ່ານ​ສາມາດ​ໄດ້​ຮັບ​ການ​ຜ່ອນຜັນສິນ​ຄ້າ​ຂອງ​ທ່ານ​ໄດ້ ​ຫຼື ບໍ່.

  • ສິ່ງ​ຂອງ ​ແລະ ພາຫະນະ​ສໍາລັບ​ພາລະກິດ​ທາງ​ການ​ທູດ;
  • ສິ່ງ​ຂອງ ​ແລະ ພາຫະນະ​ທີ່​ນໍາ​ເຂົ້າ​ມາໂດຍ​ອົງການ​ຈັດ​ຕັ້ງ​ທີ່​ບໍ່​ສັງກັດ​ລັດ ຫຼື ອົງການຈັດ​ຕັ້ງສາກົນທີ່​ບໍ່​ສັງ ກັດລັດ​​ທີ່​ໄດ້​ຮັບ​ອະນຸມັດ;
  • ສິ່ງ​ຂອງ​ບາງ​ປະ​ເພດໃນ​ເວລາ​ປ່ຽນ​ບ່ອນຢູ່​ອາ​ໄສ (ຍ້າຍ​ເຮືອນ);
  • ລັດຖະກອນ​ທີ່​ເຮັດ​ສໍາ​ເລັດ​ພາລະກິດ​ຂອງ​ເຂົາ​ເຈົ້າ, ນັກ​ສຶກສາ​ທີ່​ຮຽນ​ຈົບ​ຈາກ​ຕ່າງປະ​ເທດ ​ແລະ ຄົນ​ຕ່າງ ປະ​ເທດ​ທີ່​ຕ້ອງການ​ມາ​ຕັ້ງ​ຖິ່ນ​ຖານ​ຖາວອນ ທີ່​ນໍາ​ເຂົ້າ​ສິ່ງ​ຂອງ​ຕ່າງໆ​ນອກຈາກ​ພາຫະນະ​ຂອງ​ເຂົາ​ເຈົ້າ​ແມ່ນ ​ໄດ້​ຮັບ​ການ​ຍົກ​ເວັ້ນພາສີ ສໍາລັບສິ່ງ​ຂອງ​ດັ່ງ​ຕໍ່​ໄປ​ນີ້:

- ສີນ​ຄ້າ​ສະ​ເພາະບາງ​ປະ​ເພດ ​ແລະ ​ໃນ​ຈໍານວນ​ສະ​ເພາະ​ໃດ​ໜຶ່ງທີ່​ບໍ່​ມີ​ລັກ​ສະ​ນະ​ທາງ​ການ​ຄ້າ;
- ​ເຄື່ອງ​ໃຊ້​ໃນ​ເຮືອນ;
- ສິ່ງ​ຂອງ​ທີ່​ໄດ້​ຮັບ​ຈາກ​ມໍລະດົກ.

  • ຂອງ​ຂັວນຂອງ​ຄະນະ​ຜູ້​ແທນ​ທີ່​ກັບ​ຈາກ​ການ​ຢ້ຽມຢາ​ມ​ຕ່າງປະ​ເທດຢ່າງ​​ເປັນ​ທາງ​ການ;
  • ການຊ່ວຍ​ເຫຼືອດ້ານ​ມະນຸ​ດສະ​ທໍາ;
  • ການ​ຊ່ວຍ​ເຫຼືອລ້າ​ຈາກ​ຕ່າງປະ​ເທດ, ການ​ຢືມ ຫຼື ການ​ຈ່າຍ​ໜີ້​ສິນ​ຂອງ​ລັດຖະບານ;
  • ສິ່ງ​ຂອງ​ທີ່​ນໍາ​ມາ​ໃຊ້​ສໍາລັບ​ຈຸດປະ​ສົງ​ທາງ​ສາສະໜາ (ຕົວຢ່າງ ພິທີ​ທາງ​ສາສະໜາ, ການ​ກໍ່ສ້າງ​ສະຖານ​ທີ່​ທາງ​ສາສະໜາ) ທີ່​ມີ​ເອກະສານ​ຢັ້ງຢືນ​ຈາກ​ອົງການ​ພຸ​ດທະ​ສາສະໜາ ຫຼື ​ແນວ​ລາວ​ສ້າງ​ຊາດ ຫຼື ກະຊວງ​ຖະ​ແຫຼງຂ່າວ ​ແລະ ວັດ​ທະນະ​ທໍາ;
  • ​ສິ່ງ​ຂອ​ງ, ອາວຸດ ​ແລະ ພາຫະນະ​ພິ​ເສດ​ທີ່​ຈະ​ນໍາ​ໃຊ້​ເພື່ອ​ການ​ປ້ອງ​ກັນຊາ​ດ ​ແລະ ຄວາມ​ສະຫງົບ​ພາຍ​ໃນ;
  • ຕົວຢ່າງ ​ແລະ​ ສິ່ງ​ຂອງ​ສໍາລັບ​ການ​ຄົ້ນຄວ້າ​ວິ​ໄຈ​ທາງ​ວິທະຍາສາ​ດທີ່​ບໍ່​​ມີ​ລັກສະນະ​ທາງ​ການ​ຄ້າ;
  • ພາຍ​ໃຕ້ກົດໝາຍ​ວ່າ​ດ້ວຍ​ການ​ສົ່ງ​ເສີມ​ການ​ລົງທຶນ ການ​ນໍາ​ເຂົ້າ​ສິນຄ້າ​ສະ​ເພາະບາງ​ປະ​ເພດ​ໃດ​ໜື່ງແມ່ນ ຈະໄດ້ຮັບ​ການ​ຍົກ​ເວັ້ນພາສີ ຫຼື ຫຼຸດຜ່ອນ​ພາສີ ​ແລະ ພັນທະ​ອື່ນ;
  • ສິນຄ້າ​ທີ່​ນໍາ​ເຂົ້າ​ມາ ​ແລະ ອອກ​ຈາກ​ເຂດ​ເສດຖະກິດ​ພິ​ເສດ ​ແລະ ​ເຂດ​ເສດຖະກິດ​ສະ​ເພາະ;
  • ສິນຄ້າ​ທີ່​ຂາຍ​ໃຫ້​ນັກ​ທ່ອງ​ທ່ຽວ​ທີ່​ເດີນທາງ​ອອກ ​ຢູ່​ຮ້ານ​ຄ້າ​ປອດ​ພາສີ​ທີ່​ໄດ້​ຮັບ​ອະນຸຍາດ​ຈາກ ກະຊວງ​ການ​ເງິນ. (ເບິ່ງນັກທ່ອງທ່ຽວເຂົ້າ-ອອກປະເທດລາວ)

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.