ລະບຽບການວ່າດ້ວຍ ການຄຸ້ມຄອງຄວາມປອດໄພການປັບແຕ່ງພັນທຸກຳດ້ານຊີວະພັນ ໃນຂົງເຂດກະສິກຳ

-   ອີງຕາມມະຕິຕົກລົງຂອງ ສະພາແຫ່ງຊາດ ສະບັບເລກທີ 304, ລົງວັນທີ 23 ພຶດສະພາ 2001.

ພາກທີ I
ບົດບັນຍັດທົ່ວໄປ

ມາດຕາ 01

     ລະບຽບການນີ້ສ້າງຂຶ້ນເພື່ອສ້າງຄວາມເຂັ້ມແຂງ ໃນການຄຸ້ມຄອງຄວາມປອດໄພດ້ານການປັບແຕ່ງພັນທຸກຳພືດສາຊາດ ຄື: ປົກປ້ອງສຸຂະພາບຄົນ, ປົກປ້ອງສຸຂະພາບສັດ ແລະ ພືດ, ຄວາມປອດໄພຈຸລິນຊີ, ປົກປັກຮັກສາ ສິ່ງແວດລ້ອມຂອງລະບົບນິເວດ, ແລະ ສົ່ງເສີມການຄົ້ນຄວ້າວິໄຈເຕັກໂນໂລຊີການປັບແຕ່ງພັນທຸກຳ ໃນຂົງເຂດກະສິກຳ.

ມາດຕາ 02

     ການຄົ້ນຄວ້າ, ທົດລອງ, ຜະລິດ, ແປຮູບ, ດຳເນີນກິດຈະການນຳເຂົ້າ ແລະ ສົ່ງອອກ ຢູ່ ສປ ຈີນ ຕ້ອງ ປະຕິບັດຕາມການກຳນົດໃນນິຕິກຳສະບັບນີ້.

ມາດຕາ 03

     ການປັບແຕ່ງພັນທຸກຳກະສິກຳໃນນິຕິກຳສະບັບນີ້ ແມ່ນ ການນຳໃຊ້ເຕັກໂນໂລຊີຂອງວິສະວະກຳພັນທຸກຳເພື່ອປ່ຽນແປງໂຄງສ້າງຂອງພັນທຸກຳ ເຂົ້າໃນຂົງເຂດ ຄື: ການຜະລິດກະສິກຳ, ຜະລິດ ຫຼື ແປຮູບ ຜະລິດຕະພັນຈາກສັດ, ພືດ ແລະ ຈຸລິນຊີ ດັ່ງລຸ່ມນີ້:

1.  ປັບແຕ່ງພັນທຸກຳສັດ ແລະ ພືດ (ແກ່ນພັນ, ສັດລ້ຽງ ແລະ ສັດປີກ, ສັດນ້ຳ) ແລະ ຈຸລິນຊີ;
2.  ປັບແຕ່ງພັນທຸກຳຜະລິດຕະພັນຈາກສັດ, ພືດ, ແລະ ຈຸລິນຊີ;
3.  ປັງແຕ່ງພັນທຸກຳການແປຮູບໂດຍກົງ ຈາກຜະລິດຕະພັນກະສິກຳ;
4.  ສັດ, ພືດ, ຈຸລິນຊີ, ແກ່ນພັນ, ພັນສັດ, ພັນສັດນ້ຳ, ຢາຂ້າແມງໄມ້, ຢາປົວພະຍາດສັດ, ປຸ໋ຍ, ທາດປະສົມ, ແລະ ຜະລິດຕະພັນອື່ນໆ ທີ່ໄດ້ຜ່ານການປັບແຕ່ງພັນທຸກຳ.

     ຄວາມປອດໄພໃນການປັບແຕ່ງພັນທຸກຳກະສິກຳ ແມ່ນການຮັບປະກັນ ຫຼື ປ້ອງກັນອັນຕະລາຍຈາກການ ປັບແຕ່ງພັນທຸກຳທີ່ອາດມີຜົນກະທົບຕໍ່ ຄົນ, ສັດ, ພືດ, ຈຸລິນຊີ, ລະບົບນິເວດ, ແລະ ສິ່ງແວດລ້ອມ. ຂ້າງເທິງ

ມາດຕາ 04

     ພະແນກຄຸ້ມຄອງ ແລະ ບໍລິຫານກະສິກຳ, ສະພາແຫ່ງຊາດ ຮັບຜິດຊອບວຽກງານຄຸ້ມຄອງ ແລະ ບໍລິຫານຄວາມປອດໄພໃນການປັບແຕ່ງພັນທຸກຳກະສິກຳ ໃນຂອບເຂດທົ່ວປະເທດ.
     ຫ້ອງການ ຫຼື ພະແນກຄຸ້ມຄອງ ແລະ ບໍລິຫານກະສິກຳ ຢູ່ເຂດປົກຄອງທ້ອງຖິ່ນຂັ້ນຕ່າງໆ ມີໜ້າທີ່ຮັບຜິດ ຊອບວຽກງານຄຸ້ມຄອງຄວາມປອດໄພ ໃນການປັບແຕ່ງພັນທຸກຳກະສິກຳ ໃນເຂດການປົກຄອງຂອງຕົນ.
     ຫ້ອງການ ຫຼື ພະແນກ ສາທາລະນະສຸກ ອີງຕາມ “ກົດໝາຍ ວ່າດ້ວຍ ສຸຂານາໄມສະບຽງອາຫານ” ທີ່ໄດ້ ກຳນົດ ແມ່ນຮັບຜິດຊອບຄຸ້ມຄອງ ແລະ ບໍລິຫານຄວາມປອດໄພ ໃນການປັບແຕ່ງພັນທຸກຳສະບຽງອາຫານ.

ມາດຕາ 05

     ສະພາແຫ່ງຊາດສ້າງຕັ້ງລະບອບການປະຊຸມປຶກສາຫາລືວຽກງານຄຸ້ມຄອງ ແລະ ບໍລິຫານຄວາມປອດໄພໃນການປັບແຕ່ງພັນທຸກໍາກະສິກໍາ.
     ກອງປະຊຸມການຄຸ້ມຄອງ ແລະ ບໍລິຫານຄວາມປອດໄພໃນການປັບແຕ່ງພັນທຸກຳ ປະກອບມີບັນດາຂະແໜງການກ່ຽວຂ້ອງ ຄື: ຂະແໜງກະສິກຳ, ຂະແໜງເຕັກໂນໂລຊີ, ອົງການປົກປັກຮັກສິ່ງແວດລ້ອມ, ຂະແໜງສາທາລະນະສຸກ, ຂະແໜງເສດຖະກິດ-ການຄ້າຕ່າງປະເທດ,  ແລະ ຂະແໜງສຸຂານາໄມ ແລະ ສຸຂານາໄມພືດ. ບັນດາຂະແໜງການເຫຼົ່ານີ້ ມີໜ້າທີ່ຮັບຜິດຊອບປະສານງານ ປຶກສາຫາລື ແລະ ຄົ້ນຄວ້າ ບັນຫາສຳຄັນຕ່າງໆ ຂອງວຽກງານຄວາມປອດໄພໃນການປັບແຕ່ງພັນທຸກຳກະສິກໍາ. ຂ້າງເທິງ

ມາດຕາ 06

     ລະບອບຕີລາຄາ ແລະ ຈັດລຳດັບການຄຸ້ມຄອງຄວາມປອດໄພ ໃນການປັບແຕ່ງພັນທຸກຳກະສິກໍາແຫ່ງຊາດ.
     ການປັບແຕ່ງພັນທຸກຳກະສິກຳ ໄດ້ຈັດລຳດັບຄວາມອັນຕະລາຍມີ 04 ຂັ້ນ I, II, III, IV ເພື່ອຕີລາຄາຜົນກະທົບຂອງມັນທີ່ມີຕໍ່ຄົນ, ສັດ, ພືດ, ຈຸລິນຊີ, ລະບົບນິເວດ, ແລະ ສິ່ງແວດລ້ອມ. ຕົວເລກມາດຖານ ແມ່ນພະແນກຄຸ້ມຄອງ ແລະ ບໍລິຫານກະສິກຳ, ສະພາແຫ່ງຊາດເປັນຜູ້ກຳນົດ.

ມາດຕາ 07

     ສ້າງຕັ້ງລະບອບການຕີລາຄາຄວາມປອດໄພ ໃນການປັບແຕ່ງພັນທຸກຳກະສິກໍາແຫ່ງຊາດ.
     ຕົວເລກມາດຕະຖານ ແລະ ເຕັກໂນໂນຊີໃນການຕີລາຄາຄວາມປອດໄພ ໃນການປັບແຕ່ງພັນທຸກໍາກະສິກໍາແມ່ນພະແນກຄຸ້ມຄອງ ແລະ ບໍລິຫານກະສິກຳ, ສະພາແຫ່ງຊາດ ເປັນຜູ້ກຳນົດ.

ມາດຕາ 08

     ສະຫຼາກຕິດຜະລິດຕະພັນຈາກການປັບແຕ່ງພັນທຸກຳກະສິກຳແຫ່ງຊາດ.
     ການຄຸ້ມຄອງ ແລະ ນຳໃຊ້ສະຫຼາກຕິດຜະລິດຕະພັນຈາກການປັບແຕ່ງພັນທຸກຳກະສິກຳ ແມ່ນພະແນກຄຸ້ມຄອງ ແລະ ບໍລິຫານກະສິກຳ, ແລະ ພະແນກການຄ້າ, ສະພາແຫ່ງຊາດ ເປັນຜູ້ກຳນົດ, ປັບປ່ຽນ ແລະ ປະກາດໃຊ້. ຂ້າງເທິງ

ພາກທີ II
ການຄົ້ນຄວ້າ ແລະ ທົດລອງ

ມາດຕາ 09

     ພະແນກຄຸ້ມຄອງ ແລະ ບໍລິຫານກະສິກຳ, ສະພາແຫ່ງຊາດ ຕ້ອງເພີ່ມຂິດຄວາມສາມາດໃນການຄົ້ນຄວ້າ ແລະ ທົດລອງ ເພື່ອຕີລາຄາຄວາມປອດໄພໃນການປັບແຕ່ງພັນທຸກຳກະສິກຳ ໂດຍສ້າງຕັ້ງຄະນະກຳມາທິການ ເພື່ອ ຮັບຜິດຊອບວຽກງານຕີລາຄາຄວາມປອດໄພ ໃນການປັບແຕ່ງພັນທຸກຳກະສິກຳ.
     ຄະນະກຳມາທິການ ຕ້ອງປະກອບມີບັນດາຊ່ຽວຊານ ຈາກພະແນກຄົ້ນຄວ້າການປັບແຕ່ງພັນທຸກຳກະສິກຳ, ການຜະລິດ, ການແປຮູບ, ສຸຂານາໄມ ແລະ ສຸຂານາໄມພືດ, ສາທາລະນະສຸກ, ແລະ ອົງການອານຸລັກສິ່ງແວດລ້ອມ.

ມາດຕາ 10

     ອີງຕາມວຽກງານຕີລາຄາຄວາມປອດໄພ ໃນການປັບແຕ່ງພັນທຸກຳກະສິກຳ ທີ່ຮຽກຮ້ອງ ພະແນກຄຸ້ມຄອງ ແລະ ບໍລິຫານກະສິກຳ, ສະພາແຫ່ງຊາດ ສາມາດສະໜອງອຸປະກອນ ພ້ອມຝຶກອົບຮົມການນໍາໃຊ້ເຕັກໂນໂລຊີ ໃຫ້ບັນດາອົງການກວດກາຕ່າງໆ ເພື່ອເພີ່ມຂີດຄວາມສາມາດໃນການກວດກາການປັບແຕ່ງພັນທຸກຳກະສິກຳ.

ມາດຕາ 11

     ພາກສ່ວນຄົ້ນຄວ້າ ແລະ ທົດລອງການປັບແຕ່ງພັນທຸກຳກະສິກຳ ຕ້ອງມີຄວາມພ້ອມດ້ານເຄື່ອງມື ແລະ ມາດຕະການທີ່ເໝາະສົມ ເພື່ອຮັບມືກັບການປັບແຕ່ງພັນທຸກຳກະສິກຳ ໃນແຕ່ລະຮູບແບບພ້ອມທັງສ້າງໜ່ວຍງານຍ່ອຍ ເພື່ອຮັບຜິດຊອບວຽກງານປະເມີນຄວາມປອດໄພໃນການຄົ້ນຄວ້າ ແລະ ທົດລອງ ການປັບແຕ່ງພັນທຸກຳກະສິກຳ. ຂ້າງເທິງ

ມາດຕາ 12

     ກ່ອນເລີ່ມຄົ້ນຄວ້າການປັບແຕ່ງພັນທຸກຳກະສິກຳຂັ້ນ III ແລະ IV ຕ້ອງລາຍງານໃຫ້ພະແນກຄຸ້ມຄອງ ແລະ ບໍລິຫານກະສິກຳ, ສະພາແຫ່ງຊາດຮັບຊາບ.

ມາດຕາ 13

     ການທົດລອງການປັບແຕ່ງພັນທຸກໍາກະສິກຳ ຕ້ອງທົດລອງຜ່ານສາມຂັ້ນຕອນ ຄື: ການທົດສອບຂັ້ນທີໜຶ່ງ, ການທົດສອບໃນສະພາບແວດລ້ອມພາຍນອກ, ແລະ ການທົດສອບໃນຂັ້ນຕອນການຜະລິດ.
     ການທົດສອບຂັ້ນທີ່ໜຶ່ງ: ແມ່ນມີລະບົບຄວບຄຸມພາຍໃນ ຫຼື ມີເງື່ອນໄຂການຄວບຄຸມລະດັບໃດໜຶ່ງ ເພື່ອດຳເນີນການທົດລອງຂະໜາດນ້ອຍ.
     ການທົດສອບໃນສະພາບແວດລ້ອມພາຍນອກ: ໃນສະພາບເງື່ອນໄຂທຳມະຊາດໃດໜຶ່ງ ຕ້ອງເລືອກເອົາມາດຕະການທີ່ປອດໄພ ເພື່ອດຳເນີນການທົດລອງຂະໜາດກາງ.
     ການທົດສອບໃນຂັ້ນຕອນການຜະລິດ: ໃນຂະບວນການຜະລິດ ແລະ ກ່ອນການຊົມໃຊ້ ດຳເນີນການທົດລອງຂະໜາດໃຫຍ່.

ມາດຕາ 14

     ພາກສ່ວນທົດສອບ ພາຍຫຼັງສຳເລັດການທົດສອບການປັບແຕ່ງພັນທຸກຳກະສິກຳ ໃນຫ້ອງທົດລອງແລ້ວ ຕ້ອງການສືບຕໍ່ເຂົ້າສູ່ລະບົບການທົດສອບຂັ້ນທີ່ໜຶ່ງ  ແມ່ນຕ້ອງລາຍງານຫາພະແນກຄຸ້ມຄອງ ແລະ ບໍລິຫານກະສິກໍາ, ສະພາແຫ່ງຊາດຮັບຊາບ. ຂ້າງເທິງ

ມາດຕາ 15

     ພາກສ່ວນທົດສອບ ຕ້ອງການທົດສອບຈາກຂັ້ນຕອນທີໜຶ່ງໄປຫາຂັ້ນຕອນທີສອງ ແມ່ນຕ້ອງເຮັດໜັງສືສະເໜີຫາພະແນກຄຸ້ມຄອງ ແລະ ບໍລິຫານກະສິກໍາ, ສະພາແຫ່ງຊາດ ໂດຍຜ່ານຄະນະກໍາມາທິການຄວາມປອດໄພ ໃນການປັບແຕ່ງພັນທຸກໍາກະສິກໍາ ເພື່ອດໍາເນີນການຕີລາຄາດ້ານຄວາມປອດໄພພິຈາລະນາອະນຸມັດ.
     ພາກສ່ວນທົດສອບຕ້ອງປະກອບເອກະສານ ດັ່ງລຸ່ມນີ້:

1.  ໃບຢັ້ງຢືນລະດັບຄວາມປອດໄພໃນການປັບແຕ່ງພັນທຸກໍາກະສິກໍາ;
2.  ບົດລາຍງານຜົນການກວດສອບ ຂອງອົງການກວດສອບເຕັກໂນໂລຊີ ໃນການປັບແຕ່ງພັນທຸກໍາກະສິກໍາ;
3.  ມີລະບົບການຄຸ້ມຄອງຄວາມປອດໄພ ແລະ ມາດຕະການປ້ອງກັນລ່ວງໜ້າ;
4.  ບົດລາຍງານຜົນການທົດສອບຂອງຂັ້ນຕອນທີ່ໄດ້ທົດສອບກ່ອນແລ້ວ.

ມາດຕາ 16

     ພາກສ່ວນທົດສອບ ທີ່ສໍາເລັດການທົດສອບການປັບແຕ່ງພັນທຸກໍາກະສິກໍາ ໃນຂັ້ນຕອນທົດສອບການຜະລິດ ແມ່ນສາມາດເຮັດໜັງສືສະເໜີເອົາໃບຢັ້ງຢືນຄວາມປອດໄພ ໃນການປັບແຕ່ງພັນທຸກໍາ ນໍາພະແນກຄຸ້ມຄອງ ແລະ ບໍລິຫານກະສິກໍາ, ສະພາແຫ່ງຊາດ.
     ພາກສ່ວນທົດສອບຕ້ອງປະກອບເອກະສານ ດັ່ງລຸ່ມນີ້:

1.  ຕົວເລກພື້ນຖານຊີ້ບອກລະດັບຄວາມປອດໄພ ໃນການປັບແຕ່ງພັນທຸກໍາກະສິກໍາ ແລະ ໃບຄໍ້າປະກັນລະດັບຄວາມປອດໄພ;
2.  ບົດລາຍງານຜົນການກວດສອບ ຂອງອົງການກວດສອບເຕັກໂນໂລຊີ ໃນການປັບແຕ່ງພັນທຸກໍາກະສິກໍາ;
3.  ບົດລາຍງານຜົນການທົດສອບໃນຂັ້ນຕອນທົດສອບການຜະລິດ;
4.  ແລະ ເອກະສານອື່ນໆ ທີ່ພະແນກຄຸ້ມຄອງ ແລະ ບໍລິຫານກະສິກໍາ, ສະແຫ່ງຊາດ ໄດ້ກໍານົດ.

     ພາຍຫຼັງພະແນກຄຸ້ມຄອງ ແລະ ບໍລິຫານກະສິກໍາ, ສະພາແຫ່ງຊາດ ໄດ້ຮັບໜັງສືສະເໜີແລ້ວ ຕ້ອງແຕ່ງຕັ້ງ ຄະນະກໍາມາທິການ ດໍາເນີນການຕີລາຄາປະເມີນຄວາມປອດໄພ ໃນການປັບແຕ່ງພັນທຸກໍາກະສິກໍາ. ຖ້າການປັບແຕ່ງພັນທຸກໍາມີຄວາມປອດໄພດີ ແມ່ນໃຫ້ອອກໃບຢັ້ງຢືນການປັບແຕ່ງພັນທຸກໍາກະສິກໍາ. ຂ້າງເທິງ

ມາດຕາ 17

     ການປັບແຕ່ງພັນທຸກໍາພັນແກ່ນ, ແນວພັນສັດລ້ຽງ, ແນວພັນສັດນໍ້າ,  ແລະ ຜະລິດຕະພັນທີ່ເຮັດຈາກການປັບແຕ່ງພັນທຸກໍາກະສິກໍາ ເຊັ່ນ: ແກ່ນ, ສັດລ້ຽງ, ສັດນໍ້າ, ຢາຂ້າແມງໄມ້, ຢາປົວພະຍາດ, ປຸ໋ຍ, ແລະ ທາດເສີ່ມ ອື່ນໆ ທີ່ໄດ້ກໍານົດກົດ ໝາຍກ່ຽວຂ້ອງ ແລະ ລະບຽບການຄຸ້ມຄອງ ຄື: ການກວດສອບ, ລົງທະບຽນ ຫຼື ຕີລາຄາ, ແລະ ການອະນຸມັດ ຕ້ອງປະຕິບັດຕາມການກໍານົດໄວ້ໃນ ມາດຕາ 16 ໃນການສະເໜີເອົາໃບຢັ້ງຢືນການປັບແຕ່ງພັນທຸກໍາ.

ມາດຕາ 18

     ການຮ່ວມມືກັບຕ່າງປະເທດ, ການຮ່ວມທຶນ ຫຼື ການລົງທຶນ 100% ຈາກຕ່າງປະເທດໃນ ສປ ຈີນ ໃນການຄົ້ນຄວ້າ ຫຼື ທົດລອງການປັບແຕ່ງພັນທຸກໍາ ແມ່ນຕ້ອງໄດ້ຮັບການອະນຸມັດຈາກພະແນກຄຸ້ມຄອງ ແລະ ບໍລິຫານກະສິກໍາ, ສະພາແຫ່ງຊາດ. ຂ້າງເທິງ

ພາກທີ III
ການຜະລິດ ແລະ ການແປຮູບ

ມາດຕາ 19

     ການຜະລິດພັນແກ່ນ, ແນວພັນສັດລ້ຽງ, ແລະ ແນວພັນສັດນໍ້າ ທີ່ຜ່ານການປັບແຕ່ງພັນທຸກໍາ ແມ່ນຕ້ອງໄດ້ຮັບໃບຢັ້ງຢືນການຜະລິດໃນການປັບແຕ່ງພັນທຸກໍາ ຈາກພະແນກຄຸ້ມຄອງ ແລະ ບໍລິຫານ, ສະພາແຫ່ງຊາດ.
     ບຸກຄົນ ຫຼື ພາກສ່ວນການຜະລິດ ທີ່ສະເໜີເອົາໃບຢັ້ງຢືນການຜະລິດ ໃນການປັບແຕ່ງພັນທຸກໍາແນວພັນແກ່ນ, ແນວພັນສັດລ້ຽງ, ແລະ ແນວພັນສັດນໍ້າ ຕ້ອງໃຫ້ສອດຄ່ອງກັບນິຕິກໍາກ່ຽວຂ້ອງ ແລະ ລະບຽບການຄຸ້ມຄອງອື່ນໆ. ນອກນັ້ນ, ຍັງຕ້ອງໃຫ້ສອດຄ່ອງກັບບັນດາເງື່ອນໄຂ ລຸ່ມນີ້:

1.  ຕ້ອງໄດ້ຮັບໃບຢັ້ງຢືນຄວາມປອດໄພ ໃນການປັບແຕ່ງພັນທຸກໍາກະສິກໍາ ທີ່ໄດ້ຜ່ານການກວດສອບແນວພັນ;
2.  ມີທີ່ຕັ້ງເຂດແຂ້ວນ, ເຂດປູກຝັງ ຫຼື ເຂດລ້ຽງສັດ ຢ່າງຊັດເຈນ;
3.  ມີລະບົບການຄຸ້ມຄອງຄວາມປອດໄພ ແລະ ມາດຕະການປ້ອງກັນລ່ວງໜ້າ;
4.  ການກໍານົດເງື່ອນໄຂອື່ນໆ ຂອງພະແນກຄຸ້ມຄອງ ແລະ ບໍລິຫານກະສິກໍາ, ສະພາແຫ່ງຊາດ. ຂ້າງເທິງ

ມາດຕາ 20

     ບຸກຄົນ ຫຼື ພາກສ່ວນ ທີ່ຜະລິດແນວພັນແກ່ນ, ແນວພັນສັດ, ແນວພັນສັດນໍ້າດ້ວຍວິທີການປັບແຕ່ງພັນທຸກໍາ ຕ້ອງສ້າງລະບົບສໍາເນົາຂໍ້ມູນຕ່າງໆກ່ຽວກັບການຜະລິດ ເຊັ່ນ: ສະຖານທີ່ການຜະລິດ, ທີ່ມາຂອງພັນທຸກໍາ, ວິທີການປັບແຕ່ງພັນທຸກໍາ, ແນວພັນ, ແນວພັນສັດລ້ຽງ, ແນວພັນສັດນໍ້າ, ແລະ ເອກະສານອື່ນໆ.

ມາດຕາ 21

     ບຸກຄົນ ຫຼື ພາກສ່ວນ ທີ່ຈະດໍາເນີນການຜະລິດ ແລະ ແປຮູບສິນຄ້າທີ່ມີການປັບແຕ່ງພັນທຸກໍາກະສິກໍາ ຕ້ອງໄດ້ຮັບອະນຸຍາດຈາກເຂດປົກຄອງຕົນເອງ, ແຂວງ, ເທດສະບານເມືອງ, ແລະ ພະແນກຄຸ້ມຄອງ ແລະ ບໍລິຫານກະສິກໍາ, ສະພາແຫ່ງຊາດ. ການດໍາເນີນປະກອບເອກະສານໃນລາຍລະອຽດ ແມ່ນພະແນກຄຸ້ມຄອງ ແລະ ບໍລິຫານກະສິກໍາ, ສະພາແຫ່ງຊາດ ເປັນຜູ້ກໍານົດ.

ມາດຕາ 22

     ຊາວກະສິກອນ ທີ່ລ້ຽງສັດ ແລະ ປູກຝັງ ທີ່ນໍາໃຊ້ແນວພັນຜ່ານທີ່ມີການປັບແຕ່ງພັນທຸກໍາ ເພື່ອຈໍາໜ່າຍ ຕ້ອງປະກອບເອກະສານຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 21 ຂອງກົດໝາຍສະບັບນີ້. ອົງການ ຫຼື ຫ້ອງການ ອອກໃບອະນຸຍາດຕ່າງໆ ແມ່ນຫ້າມເກັບຄ່າທໍານຽມຕ່າງໆ ຈາກຊາວກະສິກອນ. ຂ້າງເທິງ

ມາດຕາ 23

     ບຸກຄົນ ຫຼື ພາກສ່ວນ ທີ່ຜະລິດ ແລະ ແປຮູບ ຜະລິດຕະພັນທີ່ນໍາໃຊ້ການປັບແຕ່ງພັນທຸກໍາກະສິກໍາ ຕ້ອງອີງຕາມໃບຢັ້ງຢືນການປະສົມແນວພັນ, ຂອບເຂດ, ລະບົບການຄຸ້ມຄອງຄວາມປອດໄພ, ແລະ ມາດຕະຖານດ້ານເຕັກນິກຂອງການຜະລິດ ແລະ ແປຮູບ. ພ້ອມທັງລາຍງານສະພາບການຜະລິດຫາພະແນກຄຸ້ມຄອງ ແລະ ບໍລິຫານ ກະສິກໍາ, ຂັ້ນທ້ອງຖິ່ນເປັນໄລຍະ.

ມາດຕາ 24

     ບຸກຄົນ ຫຼື ໜ່ວຍງານ ໃນເວລາທີ່ດໍາເນີນການຜະລິດ ແລະ ແປຮູບ ກໍ່ໃຫ້ເກີດອຸບັດຕິເຫດຂົມຂູ່ຕໍ່ຄວາມປອດໄພໃນການປັບແຕ່ງພັນທຸກໍາ ເຮັດໃຫ້ການຜະລິດປັບແຕ່ງສາຍພັນມີການປ່ຽນແປງທາງຊີວະໃນທາງລົບ. ຜູ້ຮັບ ຜິດຊອບ ຕ້ອງມີມາດຕະການຮີບດ່ວນໃນການແກ້ໄຂ ພ້ອມທັງລາຍງານສະພາບຫາພະແນກຄຸ້ມຄອງ ແລະ ບໍລິ ຫານກະສິກໍາ, ຂັ້ນທ້ອງຖິ່ນຮັບຊາບ.

ມາດຕາ 25

     ບຸກຄົນ ຫຼື ພາກສ່ວນ ທີ່ດໍາເນີນການຂົນສົ່ງ ແລະ ມີສາງເກັບມ້ຽນ ຜະລິດຕະພັນປັບແຕ່ງພັນທຸກໍາກະສິກໍາ ຕ້ອງມີມາດຕະການຄວບຄຸມຄວາມປອດໄພທີ່ເໜາະສົມໃນລະດັບດີ ເພື່ອຮັບປະກັນຄວາມປອດໄພ ໃນຂອດການຂົນສົ່ງ ແລະ ການເກັບມ້ຽນ ຂອງສິນຄ້າທີ່ຜ່ານການປັບແຕ່ງພັນທຸກໍາກະສິກໍາ. ຂ້າງເທິງ

ພາກທີ IV
ການດໍາເນີນທຸລະກິດ

ມາດຕາ 26

     ບຸກຄົນ ຫຼື ພາກສ່ວນ ທີ່ດໍາເນີນທຸລະກິດກ່ຽວກັບການປັບແຕ່ງພັນທຸກໍາແນວພັນແກ່ນ, ແນວພັນສັດລ້ຽງ, ແນວພັນສັດນໍ້າ ຕ້ອງມີໃບອະນຸຍາດດໍາເນີນທຸລິກິດໃນກິດຈະການດັ່ງກ່າວ ຈາກພະແນກຄຸ້ມຄອງ ແລະ ບໍລິຫານກະສິກໍາ, ສະພາແຫ່ງຊາດ.
     ການສະເໜີເອົາໃບອະນຸຍາດດໍາເນີນທຸລະກິດຂອງ ບຸກຄົນ ຫຼື ພາກສ່ວນ ເພື່ອດໍາເນີນທຸລະກິດກ່ຽວກັບ ການປັບແຕ່ງພັນທຸກໍາ ໃຫ້ປະຕິບັດຕາມລະບຽບກົດໝາຍທີ່ກ່ຽວຂ້ອງ ແລະ ລະບຽບການຄຸ້ມຄອງ. ນອກນັ້ນ, ຍັງຕ້ອງໃຫ້ສອດຄ່ອງກັບເງື່ອນໄຂ ດັ່ງລຸ່ມນີ້:

1.  ມີຄວາມຊ່ຽວຊານດ້ານການບໍລິຫານ ແລະ ການສໍາເນົາເອກະສານກ່ຽວກັບການດຳເນີນທຸລະກິດ;
2.  ມີລະບົບການຄຸ້ມຄອງຄວາມປອດໄພ ແລະ ມາດຕະການປ້ອງກັນລວງໜ້າ;
3.  ປະຕິບັດເງື່ອນໄຂອື່ນໆ ຂອງພະແນກຄຸ້ມຄອງ ແລະ ບໍລິຫານ, ສະພາແຫ່ງຊາດທີ່ໄດ້ກໍານົດ.

ມາດຕາ 27

     ບຸກຄົນ ຫຼື ພາກສ່ວນ ທີ່ດໍາເນີນທຸລະກິດກ່ຽວກັບການປັບແຕ່ງພັນທຸກໍາແນວພັນແກ່ນ, ແນວພັນສັດລ້ຽງ, ແນວພັນສັດນໍ້າ ຕ້ອງສ້າງລະບົບສໍາເນົາເອກະສານກ່ຽວກັບທີ່ມາຂອງແນວພັນແກ່ນ, ແນວພັນສັດລ້ຽງ, ແນວພັນ ສັດລ້ຽງ, ແນວພັນສັດນໍ້າ, ສາງເກັບມ້ຽນ, ການຂົນສົ່ງ, ການຈໍາໜ່າຍ, ແລະ ເນື້ອໃນອື່ນໆ. ຂ້າງເທິງ

ມາດຕາ 28

     ຕ້ອງຕິດສະຫຼາກຊັດເຈນໃສ່ສິນຄ້າທີ່ມີການປັບແຕ່ງພັນທຸກໍາ ເຊິ່ງມີລາຍການບັນຊີໃນການປັບແຕ່ງພັນທຸກໍາດ້ານຊີວະພັນໃນຂົງເຂດກະສິກໍາ.
     ຜູ້ຜະລິດ, ບຸກຄົນ ຫຼື ຜູ້ຫຸ້ມຫໍ່ສິນຄ້າ ມີໜ້າທີ່ຮັບຜິດຊອບຕິດສະຫຼາກໃສ່ຊີວະພັນ ທີ່ນອນໃນລາຍການບັນຊີຖືກປັບແຕ່ງພັນທຸກໍາກະສິກໍາແລ້ວ. ຖ້າບໍ່ຕິດສະຫຼາກ ແມ່ນບໍ່ອະນຸຍາດໃຫ້ຈໍາໜ່າຍ. ບຸກຄົນ ຫຼື ຜູ້ດໍາເນີນທຸລະກິດ ໃນເວລາທີ່ກໍາລັງນໍາເຂົ້າສິນຄ້າ ຕ້ອງສົມທຽບສະລາກຕິດກັບສິນຄ້າໃຫ້ຖືກຕ້ອງ ຖ້າຍັງບໍ່ມີສະລາກຕິດ ແມ່ນໃຫ້ຕິດສະລາກ ຈິ່ງອະນຸຍາດໃຫ້ຈໍາໜ່າຍໄດ້.

ມາດຕາ 29

     ຜະລິດຕະພັນທີ່ເຮັດມາຈາກການປັບແຕ່ງພັນທຸກໍາກະສິກໍາ ຕ້ອງລະບຸລະອຽດສັດສ່ວນການປັບແຕ່ງພັນ ທຸກໍາ ແລະ ສ່ວນປະກອບຂອງວັດຖຸດິບ ຄື: ລະບຸຄວາມຕ້ອງການພິເສດຂອງເຂດຈໍາໜ່າຍ, ລະບຸຊື່ເຂດຈໍາໜ່າຍ, ແລະ ຈໍາໜ່າຍສະເພາະເຂດນັ້ນ.

ມາດຕາ 30

     ການໂຄສະນາການປັບແຕ່ງພັນທຸກໍາກະສິກໍາ ຄື: ການພີມເຜີຍແຜ່, ອອກໂທລະພາບ, ອອກແບບ, ແລະ ຕິດປ້າຍ ແມ່ນຕ້ອງຜ່ານເນື້ອໃນ ແລະ ອະນຸຍາດໂດຍພະແນກຄຸ້ມຄອງ ແລະ ບໍລິຫານກະສິກໍາ, ສະພາແຫ່ງຊາດ. ຂ້າງເທິງ

ພາກທີ V
ການນໍາເຂົ້າ ແລະ ສົ່ງອອກ

ມາດຕາ 31

     ການນໍາເຂົ້າຜະລິດຕະພັນການປັບແຕ່ງພັນທຸກໍາກະສິກໍາຈາກຕ່າງປະເທດ ເພື່ອຈຸດປະສົງຄົ້ນຄວ້າ ແລະ ເຮັດການທົດລອງ. ພາກສ່ວນນໍາເຂົ້າຕ້ອງເຮັດໃບຄໍາຮ້ອງຫາພະແນກຄຸ້ມຄອງ ແລະ ບໍລິຫານກະສິກໍາ, ສະພາແຫ່ງຊາດ. ການເຮັດໜັງສືສະເໜີ ຫຼື ເຮັດໃບຄໍາຮ້ອງ ຕ້ອງປະຕິບັດຕາມເງື່ອນໄຂ ທີ່ພະແນກຄຸ້ມຄອງ ແລະ ບໍລິຫານກະສິກໍາ, ສະພາແຫ່ງຊາດກໍານົດ ດັ່ງລຸ່ມນີ້:

1.  ພາກສ່ວນທີ່ມີສິດໃນການເຮັດໃບຄໍາຮ້ອງ ຕ້ອງສອດຄ່ອງຕາມການກໍານົດຂອງພະແນກຄຸ້ມຄອງ ແລະ ບໍລິ ຫານກະສິກໍາ, ສະພາແຫ່ງຊາດ;
2.  ພາກສ່ວນທີ່ເຄີຍດໍາເນີນການຄົ້ນຄວ້າ ແລະ ເຮັດການທົດລອງມາແລ້ວ ກ່ຽວກັບ ການປັບແຕ່ງພັນທຸກໍາກະ ສິກໍາ ຢູ່ພາຍໃນ ແລະ ຕ່າງປະເທດ;
3.  ມີລະບົບການຄຸ້ມຄອງຄວາມປອດໄພ ແລະ ມາດຕະການປ້ອງກັນລວງໜ້າ.

ມາດຕາ 32

     ບໍລິສັດຢູ່ຕ່າງປະເທດ ຫຼື ປະເທດສົ່ງອອກ ສົ່ງເຂົ້າ ສປ ຈີນ ຜະລິດຕະພັນທີ່ຜ່ານການປັບແຕ່ງພັນທຸກໍາ ເຊັ່ນ: ແກ່ນພັນ, ແນວພັນສັດລ້ຽງ, ແນວພັນສັດນໍ້າ , ແລະ ຜະລິດຕະພັນທີ່ເຮັດຈາກຜະລິດຕະພັນປັບແຕ່ງພັນທຸກໍາກະສິກໍາ ຫຼື ມີສ່ວນປະສົມຂອງຜະລິດຕະພັນປັບແຕ່ງພັນທຸກໍາ ເຊັ່ນ: ແກ່ນພັນ, ແນວພັນສັດລ້ຽງ, ແນວພັນສັດນໍ້າ, ຢາຂ້າແມງໄມ້, ຢາປົວພະຍາດສັດ, ປຸ໋ຍ, ແລະ ທາດເສີມອື່ນໆ ກ່ອນອື່ນຕ້ອງເຮັດໜັງສືສະເໜີນໍາພະແນກຄຸ້ມຄອງ ແລະ ບໍລິຫານກະສິກໍາ, ສະພາແຫ່ງຊາດ ອອກໃບອະນຸຍາດນໍາເຂົ້າ. ການເຮັດໜັງສືສະເໜີ ຫຼື ໃບຄໍາຮ້ອງຕ້ອງປະຕິບັດຕາມເງື່ອນໄຂ ທີ່ພະແນກຄຸ້ມຄອງ ແລະ ບໍລິຫານກະສິກໍາ, ສະພາແຫ່ງຊາດກໍານົດ. ໃນນັ້ນ,  ປະກອບມີຂັ້ນຕອນການພິຈາລະນາອະນຸມັດນໍາເຂົ້າວັດຖຸດິບ ເພື່ອເຮັດການທົດລອງ ພ້ອມທັງຕ້ອງໃຫ້ສອດຄ່ອງກັບເງື່ອນໄຂ ແລະ ຂັ້ນຕອນການທົດລອງທີ່ກໍານົດໃນນິຕິກໍາສະບັບນີ້ ຄື: ການທົດສອບຂັ້ນທີໜຶ່ງ, ການທົດສອບສະພາບແວດລ້ອມພາຍນອກ, ແລະ ການທົດສອບຂັ້ນຕອນການຜະລິດ ດັ່ງລຸ່ມນີ້:

1.  ຜະລິດຕະພັນດັ່ງກ່າວໄດ້ຖືກອະນຸມັດໃຫ້ນໍາໃຊ້ ແລະ ສາມາດຈໍາໜ່າຍຢູ່ຕະຫຼາດຂອງປະເທດ ຫຼື ພາກພື້ນ ທີ່ສົ່ງອອກ;
2.  ຜະລິດຕະພັນທີ່ໄດ້ຜ່ານການທົດສອບ ແລະ ສາມາດຢັ້ງຢືນທາງວິທະຍາສາດວ່າບໍ່ມີຜົນກະທົບດ້ານລົບຕໍ່ຄົນ, ສັດ, ພືດ, ຈຸລິນຊີ ແລະ ສິ່ງແວດລ້ອມ;
3.  ມີລະບົບການຄຸ້ມຄອງຄວາມປອດໄພ ແລະ ມາດຕະການປ້ອງກັນລ່ວງໜ້າ.

     ຫຼັງຈາກດໍາເນີນການທົດລອງການຜະລິດແລ້ວ ຕ້ອງຜ່ານການປະເມີນຄວາມປອດໄພ  ແລະ ໄດ້ຮັບໃບຢັ້ງຢືນຄວາມປອດໄພການປັບແຕ່ງພັນທຸກໍາກະສິກໍາ. ສປ ຈີນ ຈະອີງຕາມກົດໝາຍທີ່ກ່ຽວຂ້ອງ ແລະ ລະບຽບການຄຸ້ມຄອງ ດໍາເນີນການກວດສອບ, ລົງທະບຽນ, ປະເມີນຜົນ, ແລະ ປະກອບເອກະສານອອກອະນຸຍາດ. ຂ້າງເທິງ

ມາດຕາ 33

     ບໍລິສັດຢູ່ຕ່າງປະເທດ ຫຼື ປະເທດສົ່ງອອກ, ສົ່ງເຂົ້າ ສປ ຈີນ ຜະລິດຕະພັນທີ່ຜ່ານການປັບແຕ່ງພັນທຸກໍາທີ່ມີຈຸດປະສົງນໍາໃຊ້ເຂົ້າໃນອຸດສາຫະກໍາແປຮູບ ຕ້ອງເຮັດໜັງສືສະເໜີ ຫຼື ເຮັດໃບຄໍາຮ້ອງຫາພະແນກຄຸ້ມຄອງ ແລະ ບໍລິຫານກະສິກໍາ, ສະພາແຫ່ງຊາດ. ພະແນກຄຸ້ມຄອງ ແລະ ບໍລິຫານກະສິກໍາ, ສະພາແຫ່ງຊາດຈະດຳເນີນການປະເມີນ ໜັງສືສະເໜີ ຫຼື ເຮັດໃບຄໍາຮ້ອງ ເພື່ອຮັບປະກັນດ້ານເງື່ອນໄຂ ແລະ ຄວາມປອດໄພ ກ່ອນການອອກໃບຢັ້ງຢືນຄວມປອດໄພ ຂອງຜະລິດຕະພັນທີ່ມີສ່ວນປະສົມ ຈາກການປັບແຕ່ງພັນທຸກໍາກະສິກໍາ ດັ່ງລຸ່ມນີ້:

1.  ຜະລິດຕະພັນດັ່ງກ່າວໄດ້ຖືກອະນຸມັດໃຫ້ນໍາໃຊ້ ແລະ ສາມາດຈໍາໜ່າຍຢູ່ຕະຫຼາດຂອງປະເທດ ຫຼື ພາກພື້ນ ທີ່ສົ່ງອອກ;
2.  ຜະລິດຕະພັນທີ່ໄດ້ຜ່ານການທົດສອບ ແລະ ສາມາດຢັ້ງຢືນທາງວິທະຍາສາດວ່າບໍ່ມີຜົນກະທົບທາງລົບຕໍ່ຄົນ, ສັດ, ພືດ, ຈຸລິນຊີ ແລະ ສິ່ງແວດລ້ອມ;
3.  ຜະລິດຕະພັນທີ່ໄດ້ຜ່ານການທົດສອບ ຂອງອົງການທົດສອບເຕັກໂນໂລຊີ ໃນການປັບແຕ່ງພັນທຸກໍາກະສິກໍາ ສາມາດຮັບປະກັນໄດ້ວ່າ ບໍ່ມີອັນຕະລາຍຕໍ່ຄົນ, ສັນ, ພືດ, ຈຸລິນຊີ, ແລະ ສິ່ງແວດລ້ອມ;
4.  ມີລະບົບການຄຸ້ມຄອງຄວາມປອດໄພ ແລະ ມາດຕະການປ້ອງກັນລ່ວງໜ້າ.

ມາດຕາ 34

     ການນໍາເຂົ້າ ແລະ ສົ່ງອອກ ຜະລິດຕະພັນທີ່ຜ່ານການປັບແຕ່ງພັນທຸກໍາກະສິກໍາ ພາກສ່ວນນໍາເຂົ້າ ຫຼື ສົ່ງ ອອກຕ້ອງປະກອບເອກະສານໃບຢັ້ງຢືນຄວາມປອດໄພຕ່າງໆ ທີ່ພະແນກຄຸ້ມຄອງ ແລະ ບໍລິຫານກະສິກໍາ, ສະພາແຫ່ງຊາດອອກໃຫ້ ຢືນນໍາໜ່ວຍງານກັກກັນສັດ ແລະ ພືດປະຈໍາດ່ານ ເພື່ອກວດສອບ. ຖ້າຜ່ານການກວດກາແລ້ວ ຈິ່ງຢືນເອກະສານໃຫ້ເຈົ້າໜ້າທີ່ດ່ານ ເພື່ອປະກອບເອກະສານນໍາເຂົ້າ ຫຼື ສົ່ງອອກ. ຂ້າງເທິງ

ມາດຕາ 35

     ການນໍາຜ່ານແດນ ສປ ຈີນ ຜະລິດຕະພັນປັບແຕ່ງພັນທຸກໍາກະສິກໍາ, ເຈົ້າຂອງສິນຄ້າ ກ່ອນອື່ນຕ້ອງເຮັດໜັງສືສະເໜີ ຫຼື ເຮັດໃບຄໍາຮ້ອງນໍາອົງການກັກກັນສັດ ແລະ ພືດແຫ່ງຊາດ. ຖ້າໄດ້ຮັບອະນຸຍາດຈິ່ງສາມາດນໍາຜ່ານແດນ ສປ ຈີນ ໄດ້ ແຕ່ຕ້ອງປະຕິບັດຕາມລະບຽບຄຸ້ມຄອງ ແລະ ກົດໝາຍກ່ຽວຂ້ອງ ຂອງ ສປ ຈີນ ຢ່າງເຂັ້ມງວດ.

ມາດຕາ 36

     ພະແນກຄຸ້ມຄອງ ແລະ ບໍລິຫານກະສິກໍາ, ສະພາແຫ່ງຊາດ ແລະ ອົງການກັກກັນສັດ ແລະ ພືດແຫ່ງຊາດ ທີ່ໄດ້ຮັບໃບຄໍາຮ້ອງ ຕ້ອງດໍາເນີນການຄົ້ນຄວ້າອອກອະນຸມັດພາຍໃນ 270 ວັນ. ຖ້າບໍ່ອອກອະນຸມັດ ແມ່ນຕ້ອງແຈ້ງໃຫ້ຜູ້ສະເໜີຮັບຊາບຜົນການຄົ້ນຄວ້າ.

ມາດຕາ 37

     ການສົ່ງອອກຜະລິດຕະພັນກະສິກໍາຂອງ ສປ ຈີນ ຖ້າວ່າປະເທດນໍາເຂົ້າ ຮຽກຮ້ອງໃຫ້ ສປ ຈີນ ຢັ້ງຢືນຜະ ລິດຕະພັນ ທີ່ບໍ່ຜ່ານການປັບແຕ່ງພັນທຸກໍາກະສິກໍາ. ໜ່ວຍງານກັກກັນສັດ ແລະ ພືດປະຈໍາດ່ານ ຈະດໍາເນີນການທົດສອບ ແລະ ອອກໃບຢັ້ງຢືນຜະລິດຕະພັນທີ່ບໍ່ຜ່ານການປັບແຕ່ງພັນທຸກໍາ ໂດຍປະຕິບັດຕາມລະບຽບການທີ່ພະ ແນກຄຸ້ມຄອງ ແລະ ບໍລິຫານກະສິກໍາ, ສະພາແຫ່ງຊາດໄດ້ກໍານົດ.

ມາດຕາ 38

     ການນໍາເຂົ້າຜະລິດຕະພັນທີ່ຜ່ານການປັບແຕ່ງພັນທຸກໍາກະສິກໍາ ຖ້າບໍ່ມີໃບຢັ້ງຢືນຄວາມປອດໄພໃນການປັບແຕ່ງພັນທຸກໍາກະສິກໍາ ແລະ ເອກະສານອື່ນໆ ທີ່ກ່ຽວຂ້ອງ ຈາກພະແນກຄຸ້ມຄອງ ແລະ ບໍລິຫານກະສິກໍາ ຫຼື  ເອກະສານ ແລະ ໃບຢັ້ງຢືນຕ່າງໆມີຄົບຖ້ວນ ແຕ່ບໍ່ຖືກຕ້ອງ ແມ່ນຖືກສົ່ງຄືນ ຫຼື ທໍາລາຍຖິ້ມ. ຜູ້ນໍາເຂົ້າທີ່ຍັງບໍ່ຕິດສະຫຼາກ ກ່ຽວກັບການປັບແຕ່ງພັນທຸກໍາກະສິກໍາໃສ່ຜະລິດຕະພັນ ແມ່ນຕ້ອງຕິດໃສ່ຈິ່ງອະນຸຍາດນໍາເຂົ້າ. ຂ້າງເທິງ

ພາກທີ VI
ການຄຸ້ມຄອງ ແລະ ກວດກາ

ມາດຕາ 39

     ການຄຸ້ມຄອງ ແລະ ການກວດກາຂອງພະແນກຄຸ້ມຄອງ ແລະ ບໍລິຫານກະສິກໍາ, ສະພາແຫ່ງຊາດ ໃນເວລາປະຕິບັດໜ້າທີ່ ສາມາດໃຊ້ສິດ ແລະ ມາດຕະການ ລຸ່ມນີ້:

1.  ຮຽກຮ້ອງໃຫ້ສະໜອງຜົນຄົ້ນຄວ້າ, ທົດລອງ, ຜະລິດ, ແປຮູບ, ການດໍາເນີນທຸລະກິດ, ພາກສ່ວນ ຫຼື ບຸກຄົນທີ່ສົ່ງອອກ, ພາກສ່ວນທີ່ສົນໃຈອື່ນໆ, ຜູ້ເປັນພະຍານ, ແລະ ເອກະສານຢັ້ງຢືນອື່ນໆ ທີ່ກ່ຽວຂ້ອງ ກັບຄວາມປອດໄພໃນການປັບແຕ່ງພັນທຸກໍາກະສິກໍາ;
2.  ກວດອ່ານ ແລະ ສຳເນົາເອກະສານຕ່າງໆ ກ່ຽວກັບຜົນການຄົ້ນຄວ້າ, ທົດລອງ, ການຜະລິດ, ການແປຮູບ, ການດໍາເນີນທຸລະກິດ, ນໍາເຂົ້າ, ສົ່ງອອກ, ບົດບັນທຶກ, ແລະ ເອກະສານອື່ນໆ;
3.  ຮຽກຮ້ອງໃຫ້ບຸກຄົນ ຫຼື ພາກສ່ວນກ່ຽວຂ້ອງ ໃຫ້ຄວາມກະຈາງແຈ້ງ ກ່ຽວກັບຄວາມປອດໄພໃນການປັບ ແຕ່ງພັນທຸກໍາກະສິກໍາ;
4.  ອອກແຈ້ງການໃຫ້ບຸກຄົນ ຫຼື ພາກສ່ວນກ່ຽວຂ້ອງ ຢຸດຕິທຸກກິດຈະການທີ່ຂັດກັບລະບຽບກົດໝາຍ ກ່ຽວກັບ ການປັບແຕ່ງພັນທຸກໍາກະສິກໍາ;

     ໃນກໍລະນີສຸກເສີນ ຖ້າພົບເຫັນມີການຄົ້ນຄວ້າ, ຜະລິດ, ແປຮູບ, ດໍາເນີນທຸລະກິດ, ນໍາເຂົ້າ, ສົ່ງອອກ ຜະ ລິດຕະພັນປັບແຕ່ງພັນທຸກໍາ ທີ່ບໍ່ຖືກຕ້ອງຕາມກົດໝາຍ ຈໍາເປັນຕ້ອງເກັບມ້ຽນ ຫຼື ຢຶດໄວ້.

ມາດຕາ 40

     ໃນເວລາປະຕິບັດໜ້າທີ່, ພະນັກງານຄຸ້ມຄອງ ແລະ ບໍລິຫານກະສິກໍາ ຕ້ອງຖືບັດຢັ້ງຢືນຕິດຕົວນໍາ.

ມາດຕາ 41

     ບຸກຄົນ ຫຼື ພາກສ່ວນທີ່ກ່ຽວຂ້ອງ ຕ້ອງໃຫ້ຄວາມຮ່ວມມື, ສະໜັບສະໜູນ ການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ຄຸ້ມຄອງ ແລະ ບໍລິຫານກະສິກໍາ ຫ້າມປະຕິເສດ ຫຼື ສ້າງຄວາມບໍ່ສະດວກ.

ມາດຕາ 42

     ຫາກພົບເຫັນການປັບແຕ່ງພັນທຸກໍາທີ່ມີອັນຕະລາຍຕໍ່ຄົນ, ສັດ, ພືດ, ແລະ ສິ່ງແວດລ້ອມ ພະແນກຄຸ້ມຄອງ ແລະ ບໍລິຫານກະສິກໍາ ມີສິດອອກແຈ້ງການຢຸດຕິການຜະລິດ, ແປຮູບ, ດໍາເນີນທຸລະກິດ, ນໍາເຂົ້າ, ເກັບຄືນໃບຢັ້ງຢືນຄວາມປອດໄພ ໃນການປັບແຕ່ງພັນທຸກໍາ, ແລະ ທໍາລາຍຖິ້ມສິ່ງອັນຕະລາຍ ທີ່ເກີດຈາກການປັບແຕ່ງພັນທຸກໍາ. ຂ້າງເທິງ

ພາກທີ VII
ການປັບໃໝ ຫຼື ລົງໂທດ

ມາດຕາ 43

     ຖ້າລະເມີດນິຕິກໍາສະບັບນີ້ ໃນລະດັບຄວາມອັນຕະລາຍຂັ້ນ III, IV ໃນການຄົ້ນຄວ້າປັບແຕ່ງພັນທຸກໍາ ຫຼື ດໍາເນີນການທົດສອບຂັ້ນທີໜຶ່ງ ໂດຍບໍ່ໄດ້ລາຍງານໃຫ້ພະແນກຄຸ້ມຄອງ ແລະ ບໍລິຫານກະສິກໍາ, ສະພາແຫ່ງຊາດ. ພະແນກຄຸ້ມຄອງ ແລະ ບໍລິຫານກະສິກໍາ, ສະພາແຫ່ງຊາດ ຈະອອກຄໍາສັ່ງຢຸດຕິການຄົ້ນຄວ້າ ຫຼື ການທົດສອບຂັ້ນທີໜຶ່ງຊົ່ວຄາວ ເພື່ອໃຫ້ເວລາປັບປຸງຄືນ.

ມາດຕາ 44

     ຖ້າລະເມີດນິຕິກໍາສະບັບນີ້ ຄື: ປະຖິ້ມຜະລິດຕະພັນໃນສາທາລະນະໂດຍບໍ່ໄດ້ຮັບອະນຸຍາດ; ມີການທົດລອງ ແລະ ຜະລິດ; ໄດ້ຮັບອະນຸຍາດ ແຕ່ບໍ່ປະຕິບັດຕາມເງື່ອນໄຂທີ່ກໍານົດໄວ້; ບໍ່ມີລະບົບຄຸ້ມຄອງຄວາມປອດໄພ ແລະ ມາດຕະການປ້ອງກັນລ່ວງໜ້າ; ແລະ  ການມີການທົດລອງທີ່ເກີນຂອບເຂດອະນຸຍາດ ແມ່ນໃຫ້ອີງຕາມພາລະບົດບາດຂອງພະແນກຄຸ້ມຄອງ ແລະ ບໍລິຫານກະສິກໍາ, ສະພາແຫ່ງຊາດ; ເຂດປົກຕົນເອງ; ແຂວງ; ແລະ ເທດສະບານເມືອງ ອອກແຈ້ງການສັ່ງຢຸດຕິການທົດລອງ ພ້ອມທັງໃຫ້ປັບໃໝ ຕໍ່າສຸດ 10.000 ຢວນ ສູງສຸດບໍ່ເກີນ 50.000 ຢວນ. ຂ້າງເທິງ

ມາດຕາ 45

     ຖ້າລະເມີດນິຕິກໍາສະບັບນີ້ ໃນກໍລະນີມີການທົດລອງເພື່ອການຜະລິດ ທີ່ຍັງບໍ່ໄດ້ຮັບໃບຢັ້ງຢືນຄວາມປອດໄພໃນການປັບແຕ່ງພັນທຸກໍາກະສິກໍາ ແຕ່ນໍາໃຊ້ເຂົ້າໃນການຜະລິດ ຫຼື ການຊົມໃຊ້. ແມ່ນຈະຖືກພະແນກຄຸ້ມຄອງ ແລະ ບໍລິຫານກະສິກໍາ, ສະພາແຫ່ງຊາດ ອອກຄໍາສັ່ງຢຸດຕິການຜະລິດ ແລະ ການນໍາໃຊ້ ພ້ອມທັງປັບໃໝ ຕໍ່າສຸດ 20.000 ຢວນ ສູງສຸດບໍ່ເກີນ 100.000 ຢວນ.

ມາດຕາ 46

     ຖ້າລະເມີດນິຕິກໍາສະບັບນີ້ທີ່ລະບຸໄວ້ໃນ ມາດຕາ 18 ການຄົ້ນຄວ້າ ຫຼື ການທົດລອງ ທີ່ບໍ່ໄດ້ຮັບອະນຸຍາດ ຈາກພະແນກຄຸ້ມຄອງ ແລະ ບໍລິຫານກະສິກໍາ, ສະພາແຫ່ງຊາດ ແມ່ນຈະຖືກສັ່ງຢຸດການຄົ້ນຄວ້າ ຫຼື ທົດລອງຊົ່ວ ຄາວ ຈົນກວ່າຈະປະກອບເອກະສານຖືກຕ້ອງຕາມກົດໝາຍ.

ມາດຕາ 47

     ຖ້າລະເມີດຕາມການກໍານົດໃນນິຕິກໍາສະບັບນີ້ ທີ່ບໍ່ໄດ້ຮັບອະນຸຍາດໃຫ້ຜະລິດ, ແປຮູບທີ່ນຳໃຊ້ຜະລິດຕະພັນທີ່ຜ່ານການປັບແຕ່ງພັນທຸກໍາກະສິກໍາ ຫຼື ໄດ້ຮັບອະນຸຍາດແລ້ວ ແຕ່ບໍ່ປະຕິບັດຕາມລະບຽບການອະນຸຍາດ ຕາມແນວພັນ, ຂອບເຂດ, ລະບົບຄຸ້ມຄອງຄວາມປອດໄພ ແລະ ມາດຖານເຕັກໂນໂລຊີໃນການຜະລິດ ແລະ ການແປຮູບ ແມ່ນອີງຕາມພາລະບົດບາດຂອງພະແນກຄຸ້ມຄອງ ແລະ ບໍລິຫານກະສິກໍາ, ສະພາແຫ່ງຊາດ; ແຂວງ, ເຂດປົກຄອງຕົນເອງ, ແລະ ເທດສະບານເມືອງ ສັ່ງຢຸດຜະລິດ ແລະ ແປຮູບ. ໃນກໍລະນີສ້າງລາຍຮັບຈາກການກະທໍາຜິດ 100.000 ຢວນຂຶ້ນໄປ ແມ່ນຈະຖືກປັບໃໝຕໍ່າສຸດ 01 ເທົ່າ ແລະ ສູງສຸດບໍ່ເກີນ 05 ເທົ່າ ຂອງລາຍຮັບທີ່ໄດ້ຈາກ ການກະທໍາຜິດ, ແລະ ຖ້າ ຍັງບໍ່ສ້າງລາຍຮັບເທື່ອ ຫຼື ສ້າງລາຍຮັບຈາກການກະທໍາຜິດຕໍ່າກວ່າ 100.000 ຢວນ ແມ່ນຈະຖືກປັບໃໝ ຕໍ່າສຸດ 100.000 ຢວນ ແລະ ສູງສຸດບໍ່ເກີນ 200.000 ຢວນ. ຂ້າງເທິງ

ມາດຕາ 48

     ບຸກຄົນ ຫຼື ຜູ້ປະກອບການ ດໍາເນີນກິດຈະການປັບແຕ່ງພັນທຸກໍາກະສິກໍາ ຄື: ແກ່ນພັນ, ແນວພັນສັດລ້ຽງ, ແນວພັນສັດນໍ້າ ທີ່ບໍ່ປະຕິບັດຕາມການກໍານົດ ກ່ຽວກັບການເກັບຮັກສາເພື່ອຜະລິດ, ແລະ ການສໍາເນົາການດໍາເນີນທຸລະກິດ ແມ່ນໃຫ້ພະແນກຄຸ້ມຄອງ ແລະ ບໍລິຫານກະສິກໍາ ຂັ້ນທ້ອງຖິ່ນປະຕິບັດຕາມພາລະບົດບາດ ຄື: ສັ່ງໃຫ້ປັບປຸງຄືນ ພ້ອມທັງປັບໃໝຕໍ່າສຸດ 1.000 ຢວນ ແລະ ສູງສຸດບໍ່ເກີນ 10.000 ຢວນ.

ມາດຕາ 49

     ຜູ້ຈໍາໜ່າຍຜະລິຕະພັນແນວພັນແກ່ນ, ແນວພັນສັດລ້ຽງ, ແລະ ແນວພັນສັດນໍ້າ ທີ່ຜ່ານການປັບແຕ່ງພັນທຸກໍາ ໂດຍບໍ່ໄດ້ປະຕິບັດຕາມຂັ້ນຕອນການປະກອບເອກະສານຢ່າງຖືກຕ້ອງ ຂອງຕົວແທນຈໍາໜ່າຍ ຫຼື ມີການເກັບຄ່າທໍານຽມໃນເວລາປະກອບເອກະສານ ແມ່ນຈະຖືກພະແນກຄຸ້ມຄອງ ແລະ ບໍລິຫານກະສິກໍາ, ສະພາແຫ່ງຊາດ ອອກແຈ້ງການໃຫ້ປັບປຸງຄືນ ພ້ອມທັງປັບໃໝບໍ່ເກີນ 20.000 ຢວນ.

ມາດຕາ 50

     ການນໍາເຂົ້າຜະລິດຕະພັນທີ່ຜ່ານການປັບແຕ່ງພັນທຸກໍາກະສິກໍາ ໂດຍບໍ່ມີໃບອະນຸຍາດຈາກພະແນກຄຸ້ມຄອງ ແລະ ບໍລິຫານກະສິກໍາ, ສະພາແຫ່ງຊາດ. ພະແນກຄຸ້ມຄອງ ແລະ ບໍລິຫານກະສິກໍາ, ສະພາແຫ່ງຊາດ ຈະອອກແຈ້ງການສັ່ງຢຸດການນໍາເຂົ້າ. ການນໍາເຂົ້າທີ່ໄດ້ສ້າງລາຍຮັບ 100.000 ຂຶ້ນໄປ ແມ່ນຖືກປັບໃໝຕໍ່າສຸດ 01 ເທົ່າ ແລະ ສູງສຸດບໍ່ເກີນ 05 ເທົ່າ ຂອງມູນຄ່າທີ່ໄດ້ສ້າງລາຍຮັບຈາກການກະທໍາຜິດ, ແລະ ໃນກໍລະນີທີ່ຍັງບໍ່ສ້າງລາຍຮັບ ຫຼື ສ້າງລາຍຮັບຈາກການກະທໍາຜິດຕໍ່າກວ່າ 100.000 ຢວນ ແມ່ນຈະຖືກປັບໃໝ ຕໍ່າສຸດ 100.000 ຢວນ ສູງສຸດບໍ່ເກີນ 200.000 ຢວນ. ຂ້າງເທິງ

ມາດຕາ 51

     ການນໍາເຂົ້າ, ເປັນເຄື່ອງຕິດຕົວ ຫຼື ຝາກທາງໄປສະນີ ຜະລິດຕະພັນປັບແຕ່ງພັນທຸກໍາກະສິກໍາ ທີ່ບໍ່ແຈ້ງໃຫ້ໜ່ວຍງານກັກກັນສັດ ແລະ ພືດປະຈໍາດ່ານ ຫຼື ບໍ່ມີໃບອະນຸຍາດໃຫ້ຜ່ານຂອງອົງການກັກກັນສັດ ແລະ ພືດ ແຫ່ງຊາດ ແມ່ນໃຫ້ໜ່ວຍງານກັກກັນສັດ ແລະ ພືດປະຈໍາດ່ານ ດໍາເນີນການປັບໃໝຕາມກົດໝາຍ ວ່າດ້ວຍການ ກວດກາການນໍາເຂົ້າ ແລະ ສົ່ງອອກສັດ ແລະ ພືດທີ່ກໍານົດ.

ມາດຕາ 52

     ຖ້າລະເມີດການກໍານົດໃນນິຕິກໍາສະບັບນີ້ ກ່ຽວກັບການຄຸ້ມຄອງສະລາກຕິດໃສ່ຜະລິດຕະພັນ ທີ່ໄດ້ຜ່ານການປັບແຕ່ງພັນທຸກໍາກະສິກໍາ ແມ່ນໃຫ້ພະແນກຄຸ້ມຄອງ ແລະ ບໍລິຫານກະສິກໍາ ຂັ້ນທ້ອງຖິ່ນປະຕິບັດຕາມພາ ລະບົດບາດ ອອກແຈ້ງການໃຫ້ປັບປຸງຄືນ. ຖ້າຜະລິດຕະພັນທີ່ຍັງບໍ່ໄດ້ຈໍາໜ່າຍ ຫຼື ມີການຈໍາໜ່າຍ ແລະ ສ້າງລາຍຮັບແລ້ວ ແມ່ນປັບໃໝ 10.000 ຢວນ.

ມາດຕາ 53

     ມີການປອມແປງ, ລອກແບບ, ໂອນກໍາມະສິດ ຫຼື ຊື້-ຂາຍ ໃບຢັ້ງຢືນຕ່າງໆ ກ່ຽວກັບການປັບແຕ່ງພັນທຸກໍາກະສິກໍາ ແມ່ນໃຫ້ພະແນກຄຸ້ມຄອງ ແລະ ບໍລິຫານກະສິກໍາ ຂັ້ນທ້ອງຖິ່ນປະຕິບັດຕາມພາລະບົດບາດ ຍຶດເອົາໃບຢັ້ງຢືນ ຫຼື ເອກະສານກ່ຽວຂ້ອງຕ່າງໆ ພ້ອມທັງປັບໃໝ ຕໍ່າສຸດ 10.000 ຢວນ ສູງສຸດ 100.000 ຢວນ. ຖ້າກໍ່ ໃຫ້ເກີດຄະດີອາຍາ ແມ່ນໃຫ້ລົງໂທດຕາມກົດໝາຍອາຍາ. ຂ້າງເທິງ

ມາດຕາ 54

     ໃນກໍລະນີເກີດອຸບັດຕີເຫດໃນເວລາທີ່ ດໍາເນີນການຄົ້ນຄວ້າ, ທົດລອງ, ຜະລິດ, ແປຮູບ, ເກັບມ້ຽນ, ຂົນສົ່ງ, ຈໍາໜ່າຍ, ນໍາເຂົ້າ, ແລະ ສົ່ງອອກ ຜະລິດຕະພັນປັບແຕ່ງພັນທຸກໍາກະສິກໍາ ເຮັດໃຫ້ເກີດຄວາມເສຍຫາຍ ຜູ້ກ່ຽວຂ້ອງໂດຍກົງ ມີໜ້າທີ່ຮັບຜິດຊອບທົດແທນຄືນ.

ມາດຕາ 55

     ເທດສະບານເມືອງ, ແຂວງ, ເຂດປົກຄອງຕົນເອງ, ແລະ ພະແນກຄຸ້ມຄອງ ແລະ ບໍລິຫານກະສິກໍາ, ສະພາແຫ່ງຊາດ ທີ່ອອກໃບຢັ້ງຢືນຕ່າງໆ ແຕ່ບໍ່ຕິດຕາມຄຸ້ມຄອງ ແລະ ບໍລິຫານຢ່າງເຂັ້ມງວດ, ສໍາລັບບຸກຄົນທີ່ຮັບຜິດຊອບ ຫຼື ຜູ້ບໍລິຫານ ແມ່ນຈະຖືກລົງໂທດທາງວິໃນ ແຕ່ຖ້າກໍ່ໃຫ້ເກີດຄະດີອາຍາ ແມ່ນໃຫ້ລົງໂທດຕາມກົດໝາຍ ອາຍາ. ຂ້າງເທິງ

ພາກທີ VIII
ບົດບັນຍັດສຸດທ້າຍ

ມາດຕາ 56

     ນິຕິກໍາສະບັບນີ້ຈັດຕັ້ງປະຕິບັດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

ຂ້າງເທິງ

ດາວໂຫຼດພາສາຈີນ: ລະບຽບການວ່າດ້ວຍ ການຄຸ້ມຄອງຄວາມປອດໄພການປັບແຕ່ງພັນທຸກຳດ້ານຊີວະພັນ ໃນຂົງເຂດກະສິກຳ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.