ສາລະບານ

ພາກທີ I ບົດບັນຍັດທົ່ວໄປ
ພາກທີ II ການກວດກາສິນຄ້ານຳເຂົ້າ
ພາກທີ III ການກວດກາສິນຄ້າສົ່ງອອກ
ພາກທີ IV ມາດຕະການຄຸ້ມຄອງ
ພາກທີ V ພັນທະຕໍ່ກົດໝາຍ
ພາກທີ VI ບົດບັນຍັດສຸດທ້າຍ

ກົດໝາຍວ່າດ້ວຍການກວດກາສິນຄ້ານຳເຂົ້າ ແລະ ສົ່ງອອກ ສປ ຈີນ

-   ອີງຕາມ ໜັງສືສະເໜີຜ່ານຂອງຄະນະປະຈຳສະພາແຫ່ງຊາດຄັ້ງທີ 06 ສະໄໝທີ VII, ວັນທີ 21 ກຸມພາ 1989;
-   ອີງຕາມ ມະຕິຕົກລົງຂອງກອງປະຊຸມຄະນະປະຈຳສະພາແຫ່ງຊາດຄັ້ງທີ 27 ສະໄໝທີ IX, ວັນທີ 28 ເມສາ 2002 ກ່ຽວກັບກົດໝາຍ ວ່າດ້ວຍ ການກວດກາສິນຄ້ານໍາເຂົ້າ ແລະ ສົ່ງອອກ ສປ ຈີນ ສະບັບປັບປຸງ;
-   ອີງຕາມ ໜັງສືສະເໜີປັບປຸງຄັ້ງທີ 01 ຂອງຄະນະປະຈໍາສະພາແຫ່ງຊາດຄັ້ງທີ 03 ສະໄໝທີ XX ວັນທີ 29 ມິຖຸນາ 2013 ກ່ຽວກັບການປັບປຸງກົດໝາຍ ວ່າດ້ວຍ ການອະນຸລັກວັດຖຸບູຮານ ແລະ ການເຫັນດີປັບປຸງກົດໝາຍອີກ ສິບສອງສະບັບ ເທື່ອທີ 02.

ພາກທີ I
ບົດບັນຍັດທົ່ວໄປ

ມາດຕາ 01 ຈຸດປະສົງ

     ກົດໝາຍສະບັບນີ້ກຳນົດຫຼັກການ ແລະ ລະບຽບການ ໃນການກວດກາສິນຄ້ານຳເຂົ້າ ແລະ ສົ່ງອອກ ເພື່ອສ້າງຄວາມເຂັ້ມແຂງໃຫ້ວຽກງານກວດກາສິນຄ້ານຳເຂົ້າ ແລະ ສົ່ງອອກ, ປົກປ້ອງຜົນປະໂຫຍດລວມຂອງສັງຄົມ, ອຳນວຍຄວາມສະດວກທາງດ້ານການຄ້າ ເຮັດໃຫ້ເສດຖະກິດ-ການຄ້າ ລະຫວ່າງປະເທດ ມີການເຕີບໃຫ່ຍຂະ ຫຍາຍຕົວໄປແຕ່ລະບາດກ້າວ.

ມາດຕາ 02

     ສະພາແຫ່ງຊາດໄດ້ສ້າງຕັ້ງອົງການກວດກາສິນຄ້ານຳເຂົ້າ ແລະ ສົ່ງອອກ ຕໍ່ໄປເອີ້ນຫຍໍ້ວ່າ “ອົງການກວດກາສິນຄ້າແຫ່ງຊາດ”, ມີໜ້າທີ່ ແລະ ພາລະບົດບາດດຳເນີນການກວດກາສິນຄ້ານຳເຂົ້າ ແລະ ສົ່ງອອກ ສປ ຈີນ. ອົງ ການກວດກາສິນຄ້ານຳເຂົ້າ ແລະ ສົ່ງອອກ ປະຈໍາຢູ່ທຸກໜ່ວຍງານກວດກາສິນຄ້ານຳເຂົ້າ ແລະ ສົ່ງອອກ ຕໍ່ໄປເອີ້ນ ຫຍໍ້ວ່າ “ໜ່ວຍງານກວດກາສິນຄ້າ” ມີໜ້າທີ່ຄຸ້ມຄອງສະຖານທີ່ກວດກາ ແລະ ດຳເນີນວຽກງານກວດກາສິນຄ້ານຳ ເຂົ້າ ແລະ ສົ່ງອອກ.

ມາດຕາ 03

     ອົງການກວດກາສິນຄ້າແຫ່ງຊາດ ສ້າງຕັ້ງໜ່ວຍງານກວດກາສິນຄ້າຂຶ້ນ ໂດຍອີງຕາມກົດໝາຍວ່າດ້ວຍ ການກວດກາສິນຄ້ານຳເຂົ້າ ແລະ ສົ່ງອອກ ສປ ຈີນ. ຂ້າງເທິງ

ມາດຕາ 04

     ການກວດກາສິນຄ້ານຳເຂົ້າ ແລະ ສົ່ງອອກ ມີຈຸດປະສົງ ເພື່ອຮັບປະກັນຄວາມປອດໄພດ້ານສຸຂະພາບ ແລະ ຊີວິດຂອງຄົນ, ສັດ ແລະ ພືດພັນ. ນອກນັ້ນ, ຍັງເປັນການປົກປັກຮັກສາສິ່ງແວດລ້ອມ, ປ້ອງກັນພຶດຕິກຳຫຼອກ ລວງ ແລະ ຮັກສາຄວາມປອດໄພແຫ່ງຊາດ. ອົງການກວດກາສິນຄ້າແຫ່ງຊາດ ເປັນຜູ້ຮຽບຮຽງ, ກຳນົດ ແລະ ປະກາດຈັດຕັ້ງປະຕິບັດບັນດາລາຍການສິນຄ້າເປົ້າໝາຍ ເຂົ້າໃນບັນຊີທີ່ຕ້ອງຜ່ານກວດກາສິນຄ້ານຳເຂົ້າ ແລະ ສົ່ງອອກ ຕໍ່ໄປເອີ້ນຫຍໍ້ວ່າ “ລາຍການສິນຄ້າເປົ້າໝາຍ”.

ມາດຕາ 05 ໜ່ວຍງານກວດກາສິນຄ້າ ດຳເນີນກວດກາລາຍການສິນຄ້າເປົ້າໝາຍ

     ສິນຄ້າທີ່ຢູ່ໃນບັນຊີລາຍການສິນຄ້າເປົ້າໝາຍນຳເຂົ້າ ທີ່ຍັງບໍ່ໄດ້ກວດກາ ຫຼື ກວດກາແຕ່ບໍ່ໄດ້ມາດຕະຖານ ແມ່ນບໍ່ອະນຸຍາດໃຫ້ຂາຍ ຫຼື ຊົມໃຊ້. ສິນຄ້າຢູ່ໃນບັນຊີລາຍການສິນຄ້າເປົ້າໝາຍສົ່ງອອກ ທີ່ຍັງບໍ່ໄດ້ກວດກາ ຫຼື ກວດກາແຕ່ບໍ່ໄດ້ມາດຕະຖານ ແມ່ນບໍ່ອະນຸຍາດສົ່ງອອກເຊັ່ນດຽວກັນ.
    ໃນມາດຕາ 01 ຂອງກົດໝາຍສະບັບນີ້ທີ່ໄດ້ກຳນົດ ກ່ຽວກັບບັນຊີສິນຄ້ານຳເຂົ້າ ແລະ ສົ່ງອອກ ໃນນັ້ນລາຍການສິນຄ້າໃດທີ່ຄົບຕາມເງື່ອນໄຂເຕັກໂນໂລຊີທີ່ ສປ ຈີນ ກຳນົດ ໃຫ້ຍົກເວັ້ນການກວດກາສິນຄ້າ ແຕ່ຜູ້ຮັບສິນຄ້າ ຫຼື ຜູ້ສົ່ງອອກສິນຄ້າ ຕ້ອງເຮັດໜັງສະເໜີຫາ ອົງການກວດກາສິນຄ້າແຫ່ງຊາດ ເພື່ອກວດສອບ ແລະ ອະນຸມັດ.

ມາດຕາ 06

     ລາຍການສິນຄ້າເປົ້າໝາຍ ແມ່ນສິນຄ້າທີ່ຢູ່ໃນບັນຊີລາຍການສິນຄ້ານຳເຂົ້າ ແລະ ສົ່ງອອກ ທີ່ຕ້ອງໄດ້ຜ່ານການປະເມີນຜົນໃຫ້ສອດຄ່ອງ ຫຼື ໄດ້ມາດຕະຖານຕາມຂໍ້ບັງຄັບດ້ານເງື່ອນໄຂເຕັກໂນໂລຊີທີ່ ສປ ຈີນ ກຳນົດ.
    ຂັ້ນຕອນການປະເມີນຜົນປະກອບມີ: ເລືອກຕົວຢ່າງສິນຄ້າ, ທົດສອບ ແລະ ກວດກາສິນຄ້າ, ຕີລາຄາສິນຄ້າ, ຢັ້ງຢືນຮັບປະກັນສິນຄ້າ, ຂຶ້ນທະບຽນລາຍການສິນຄ້າທີ່ໄດ້ຮັບການທົດສອບ ແລະ ຢັ້ງຢືນສິນຄ້າທີ່ສອດຄ່ອງ ຕາມມາດຖານເຕັກໂນໂລຊີທີ່ ສປ ຈີນ ກໍານົດ. ຂ້າງເທິງ

ມາດຕາ 07

     ສິນຄ້າທີ່ຢູ່ໃນບັນຊີລາຍການສິນຄ້າເປົ້າໝາຍ ຕ້ອງດໍາເນີນການກວດກາຕາມຂັ້ນຕອນ ແລະ ເງື່ອນໄຂມາດຕະຖານເຕັກໂນໂລຊີທີ່ ສປ ຈີນ ກໍານົດ. ໃນກໍລະນີສິນຄ້າໃດທີ່ຢູ່ໃນບັນຊີລາຍການສິນຄ້າເປົ້າໝາຍ ແຕ່ ສປ ຈີນ ຍັງບໍ່ມີເງື່ອນໄຂມາດຖານດ້ານເຕັກໂນໂລຊີ ຄວນຮີບຮ້ອນໃຫ້ກໍານົດ ແຕ່ສິນຄ້າໃດທີ່ຍັງບໍ່ໄດ້ກໍານົດ ກໍ່ໃຫ້ດໍາເນີນການກວດກາໂດຍອີງຕາມເງື່ອນໄຂມາດຕະຖານສາກົນ ທີ່ອົງການກວດກາສິນຄ້າແຫ່ງຊາດເປັນພາຄີ.

ມາດຕາ 08

     ອົງກອນກວດກາສິນຄ້າອິດສະຫຼະ ທີ່ໄດ້ຮັບສິດໃນການກວດກາ ແລະ ຢັ້ງຢືນຄຸນນພາບສິນຄ້າ ຈາກອົງການກວດກາສິນຄ້າແຫ່ງຊາດ ຫຼື ໜ່ວຍງານກວດກາຂອງຕ່າງປະເທດ ແມ່ນສາມາດຮັບກວດກາ ແລະ ຢັ້ງຢືນສິນຄ້ານໍາເຂົ້າ ແລະ ສົ່ງອອກ.

ມາດຕາ 09

     ສິນຄ້ານໍາເຂົ້າ ແລະ ສົ່ງອອກ ທີ່ບໍ່ນອນໃນບັນຊີລາຍການສິນຄ້າເປົ້າໝາຍ ແຕ່ກໍານົດໃນນິຕິກໍາ ຫຼື ລະບຽບການອື່ນໆ ໃຫ້ດໍາເນີນການກວດກາສິນຄ້ານໍາເຂົ້າ ແລະ ສົ່ງອອກຕາມນິຕິກໍາທີ່ກ່ຽວຂ້ອງ.

ມາດຕາ 10

     ອົງການກວດກາສິນຄ້າແຫ່ງຊາດ ແລະ ໜ່ວຍງານກວດກາສິນຄ້າ ຄວນຮີບຮ້ອນສັງລວມ ແລະ ສະໜອງຂໍ້ມູນກ່ຽວກັບບັນດາມາດຕະການ ທີ່ຕິດພັນກັບການກວດສອບສິນຄ້ານໍາເຂົ້າ ແລະ ສົ່ງອອກ.
    ພະນັກງານສັງກັດຢູ່ອົງການກວດກາສິນຄ້າແຫ່ງຊາດ ແລະ ໜ່ວຍງານກວດກາສິນຄ້າ ທີ່ຮັບຜິດຊອບທົດ ສອບສິນຄ້ານໍາເຂົ້າ ແລະ ສົ່ງອອກ ມີໜ້າທີ່ຮັກສາຄວາມລັບຂອງຜູ້ປະກອບການ. ຂ້າງເທິງ

ພາກທີ II
ການກວດກາສິນຄ້ານໍາເຂົ້າ

ມາດຕາ 11

     ຜູ້ນໍາເຂົ້າ ຫຼື ຜູ້ຕາງໜ້ານໍາເຂົ້າ ຕ້ອງແຈ້ງກວດກາສິນຄ້າ ກັບໜ່ວຍງານກວດກາສິນຄ້າກ່ອນການນໍາເຂົ້າ. ຫຼັງຈາກໄດ້ຮັບໃບຢັ້ງຢືນກວດກາສິນຄ້າຈາກໜ່ວຍງານກວດກາສິນຄ້າ ຈຶ່ງນໍາເອົາເອກະສານດັ່ງກ່າວແຈ້ງໃຫ້ເຈົ້າໜ້າທີ່ປະຈຳດ່ານອອກອະນຸມັດນໍາເຂົ້າສິນຄ້າ.

ມາດຕາ 12

     ຜູ້ນໍາເຂົ້າ ຫຼື ຜູ້ຕາງໜ້ານໍາເຂົ້າ ຕ້ອງປະຕິບັດຕາມການກໍານົດຂອງໜ່ວຍງານກວດກາສິນຄ້າ ກ່ຽວກັບ ສະຖານທີ່ ແລະ ເວລາ ໃນການທົດສອບສິນຄ້ານໍາເຂົ້າ. ໜ່ວຍງານກວດກາສິນຄ້າ ແຕ່ລະໜ່ວຍງານຄວນເປັນເອກະພາບກັນ ດ້ານເວລາໃນການທົດສອບ ແລະ ອອກໃບຢັ້ງຢືນ ຕາມທີ່ອົງການກວດກາສິນຄ້າແຫ່ງຊາດກໍານົດ.

ມາດຕາ 13

     ໃນກໍລະນີໜ່ວຍງານກວດກາສິນຄ້າ ດຳເນີນການກວດກາສິນຄ້າ ຂອງຜູ້ນໍາເຂົ້າ ພົບເຫັນສິນຄ້າມີຄຸນນະ ພາບຕໍ່າກວ່າມາດຕະຖານ ຫຼື ຕົກເຮ່ຍເສຍຫາຍ ໜ່ວຍງານກວດກາສິນຄ້າສາມາດອອກໃບຢັ້ງຢືນຄວາມເສຍຫາຍ ໃຫ້ຜູ້ນຳເຂົ້າ ແຕ່ກ່ອນອື່ນຜູ້ນໍາເຂົ້າສິນຄ້າ ຕ້ອງເຮັດໜັງສືສະເໜີຫາໜ່ວຍງານກວດກາສິນຄ້າ ເພື່ອຂໍໃບຢັ້ງຢືນຄວາມເສຍຫາຍ.

ມາດຕາ 14

     ສໍາລັບສິນຄ້າມີລັກສະນະພິເສດ ຫຼື ສິນຄ້າທີ່ມີໂຄງປະກອບຂະໜາດໃຫຍ່ ຜູ້ນຳເຂົ້າສິນຄ້າຄວນປະຕິບັດຕາມສັນຍາຊື້-ຂາຍ ໂດຍກໍານົດໃຫ້ມີການກວດສອບກ່ອນການຈັດສົ່ງ ເລີ່ມຈາກຂອດການຜະລິດ ແລະ ການປະກອບ. ພ້ອມນັ້ນ, ຂະແໜງການກ່ຽວຂ້ອງ ຄວນເພີ່ມຄວາມເຂັ້ມງວດໃນການຄຸ້ມຄອງ-ກວດກາ, ຖ້າຈໍາເປັນໜ່ວຍງານກວດກາສິນຄ້າຈະສົ່ງຊ່ຽວຊານເຂົ້າຮ່ວມຄະນະກວດກາສິນຄ້າ ກ່ອນການນໍາເຂົ້າສິນຄ້າ. ຂ້າງເທິງ

ພາກທີ III
ການກວດກາສິນຄ້າສົ່ງອອກ

ມາດຕາ 15

     ຜູ້ສົ່ງອອກ ຫຼື ຜູ້ຕາງໜ້າສົ່ງອອກສິນຄ້າ ກ່ອນການສົ່ງອອກສິນຄ້າ ຕ້ອງແຈ້ງກວດກາສິນຄ້າ ກັບໜ່ວຍງານກວດກາສິນຄ້າ ຕາມເວລາ ແລະ ສະຖານທີ່ທີ່ກໍານົດ. ໜ່ວຍງານກວດກາສິນຄ້າ ຄວນທົດສອບ ແລະ ອອກໃບຢັ້ງຢືນສິນຄ້າ ໃຫ້ສໍາເລັດຕາມວັນເວລາ ທີ່ອົງການກວດກາສິນຄ້າແຫ່ງຊາດກໍານົດ.
    ສໍາລັບສິນຄ້າຢູ່ໃນບັນຊີລາຍການສິນຄ້າເປົ້າໝາຍ ຕ້ອງໄດ້ຮັບການກວດກາສິນຄ້າຈາກໜ່ວຍງານກວດກາສິນຄ້າ ຈິ່ງສາມາດສົ່ງອອກໄດ້, ຜົນການກວດສອບດັ່ງກ່າວ ຈະເປັນບ່ອນອີງໃຫ້ໃຫ້ເຈົ້າໜ້າທີ່ດ່ານດໍາເນີນຂັ້ນຕອນການອະນຸຍາດສົ່ງອອກ.

ມາດຕາ 16

     ພາຍຫຼັງໜ່ວຍງານກວດກາສິນຄ້າ ທົດສອບສິນຄ້າຜ່ານມາດຕະຖານດ້ານເຕັກໂນໂລຊີ ຕ້ອງອອກໃບຢັ້ງຢືນກວດກາສິນຄ້າທີ່ໄດ້ຜ່ານການທົດສອບ. ຜູ້ສົ່ງອອກສິນຄ້າ ຕ້ອງແຈ້ງສົ່ງອອກສິນຄ້າໃຫ້ເຈົ້າໜ້າທີ່ປະຈຳດ່ານຕາມວັນ ແລະ ເວລາທີ່ກໍານົດ ຖ້າຫາກເກີນວັນ ແລະ ເວລາທີ່ກໍານົດ ໃຫ້ແຈ້ງທົດສອບສິນຄ້າຄືນໃໝ່.

ມາດຕາ 17

     ການຜະລິດ, ປະກອບ ແລະ ຫຸ້ມຫໍ່ສິນຄ້າອັນຕະລາຍຂອງວິສາຫະກິດ ຕ້ອງເຮັດໜັງສືສະເໜີຫາໜ່ວຍງານກວດກາສິນຄ້າດໍາເນີນການປະເມີນຜົນ ແລະ ຢັ້ງຢືນຂັ້ນຕອນການບັນຈຸສິນຄ້າ. ວິສາຫະກິດທີ່ຜະລິດ ແລະ ສົ່ງອອກສິນຄ້າອັນຕະລາຍ ຕ້ອງເຮັດໜັງສືສະເໜີຫາໜ່ວຍງານກວດກາສິນຄ້າ ເພື່ອດໍາເນີນການກວດກາ ແລະ ອອກໃບຢັ້ງຢືນພາຊະນະບັນຈຸສິນຄ້າອັນຕະລາຍ. ຖ້າກໍລະນີກວດພົບມີການນໍາໃຊ້ພາຊະນະບັນຈຸທີ່ບໍ່ໄດ້ຮັບອະນຸຍາດບັນຈຸສິນຄ້າອັນຕະລາຍ ແມ່ນຫ້າມສົ່ງອອກ.

ມາດຕາ 18

     ການຈັດສົ່ງສິນຄ້າສະບຽງອາຫານທີ່ສ່ຽງຕໍ່ການເນົ່າເປື່ອຍງ່າຍ ບັນຈຸໃນສາງເຮືອ ຫຼື ຕູ້ຄອນເທນເນີ, ຜູ້ຮັບ ຂົນສົ່ງ ຫຼື ໜ່ວຍງານຈັດສົ່ງ ກ່ອນການບັນຈຸສິນຄ້າ ຄວນເຮັດໜັງສືສະເໜີແຈ້ງກວດກາສາງເຮືອ ຫຼື ຕູ້ຄອນເທນເນີ ນໍາໜ່ວຍງານກວດກາສິນຄ້າ ຖ້າຜົນກວດກາສາງເຮືອ ຫຼື ຕູ້ຄອນເທນເນີ ບໍ່ໄດ້ມາດຕະຖານ ແມ່ນຫ້າມບັນຈຸສິນຄ້າຢ່າງເດັດຂາດ. ຂ້າງເທິງ

ພາກທີ IV
ການຄຸ້ມຄອງ

ມາດຕາ 19

      ສໍາລັບສິນຄ້ານໍາເຂົ້າ ແລະ ສົ່ງອອກໃດ ທີ່ນອກເໜືອຈາກສິນຄ້າຢູ່ໃນບັນຊີລາຍການສິນຄ້າເປົ້າໝາຍ ຂອງໜ່ວຍງານກວດກາສິນຄ້າ ແມ່ນໃຫ້ອີງຕາມກົດລະບຽບກ່ຽວຂ້ອງອື່ນໆ ໃນການສຸ່ມເລືອກສິນຄ້າເພື່ອນໍາມາກວດກາ ແລະ ທົດສອບ.

     ອົງການກວດກາສິນຄ້າແຫ່ງຊາດ ສາມາດປະກາດຢ່າງເປັນທາງການ ກ່ຽວກັບຜົນການທົດສອບແບບສຸ່ມເລືອກ ຫຼື ແຈ້ງໃຫ້ບັນດາຂະແໜງການກ່ຽວຂ້ອງຮັບຊາບ ສະພາບການທົດສອບສິນຄ້າແບບສຸ່ມເລືອກ.

ມາດຕາ 20

     ບົນພື້ນຖານການອໍານວຍຄວາມສະດວກທາງດ້ານການຄ້າສາກົນ ໜ່ວຍງານກວດກາສິນຄ້າສາມາດດໍາເນີນການເຜີຍແຜ່ລະບຽບກການຄຸ້ມຄອງຄຸນນະພາບ ແລະ ການກວດກາສິນຄ້າ ທີ່ຢູ່ໃນບັນຊີລາຍການສິນຄ້າເປົ້າໝາຍ.

ມາດຕາ 21

     ສໍາລັບຜູ້ຕາງໜ້າຮັບໜ້າທີ່ແລ່ນເອກະສານນໍາເຂົ້າ ແລະ ສົ່ງອອກ ກ່ອນອື່ນຕ້ອງມີໃບຢັ້ງຢືນມອບສິດຈາກເຈົ້າຂອງສິນຄ້າ ເພື່ອຢັ້ງຢືນນຳໜ່ວຍງານກວດກາສິນຄ້າ. ຂ້າງເທິງ

ມາດຕາ 22

     ອົງການກວດກາສິນຄ້າແຫ່ງຊາດ ຍັງຕ້ອງປະຕິບັດຕາມລະບຽບການອື່ນໆ, ຍອມຮັບຜົນການປະເມີນ ແລະ ອອກໃບຢັ້ງຢືນຜົນການກວດກາສິນຄ້າ ຂອງອົງກອນກວດກາສິນຄ້າອິດສະຫຼະທັງພາຍໃນ ແລະ ຕ່າງປະເທດ ທີ່ເຫັນວ່າສອດຄ່ອງຕາມເງື່ອນໄຂມາດຕະຖານແຫ່ງຊາດ.

ມາດຕາ 23

     ອົງການກວດກາສິນຄ້າແຫ່ງຊາດ  ແລະ ໜ່ວຍງານກວດກາສິນຄ້າ ເປັນໜ່ວຍງານຄຸ້ມຄອງ ແລະ ດໍາເນີນກິດຈະກໍາກວດກາສິນຄ້ານໍາເຂົ້າ ແລະ ສົ່ງອອກ ຕາມລະບຽບກົດໝາຍທີ່ກໍານົດ ດ້ວຍວິທີການກວດກາແບບສຸ່ມເລືອກຕົວຢ່າງສິນຄ້າ.

ມາດຕາ 24

     ອົງການກວດກາສິນຄ້າແຫ່ງຊາດ ຕ້ອງມີລະບົບກົນໄກການຢັ້ງຢືນຜົນການທົດສອບເປັນເອກະພາບກັນທົ່ວປະເທດ ເພື່ອເຮັດໃຫ້ການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດການອອກໃບຢັ້ງຢືນຜົນການກວດກາສິນຄ້ານໍາເຂົ້າ ແລະ ສົ່ງອອກ ເປັນລະບຽບ ແລະ ມີຄວາມສະດວກ.

ມາດຕາ 25

     ໜ່ວຍງານກວດກາສິນຄ້າສາມາດອີງຕາມຂໍ້ຕົກລົງ ຫຼື ສົນທິສັນຍາ ລະຫວ່າງອົງການກວດກາສິນຄ້າແຫ່ງ ຊາດ ກັບອົງກອນກວດກາສິນຄ້າອິດສະຫຼະ ໃນການຮັບຮອງການຢັ້ງຢືນຄຸນນະພາບສິນຄ້າ ແລະ ການຕິດສະຫຼາກຂອງອົງກອນດັ່ງກ່າວ ເພື່ອເປັນບ່ອນອີງໃຫ້ແກ່ເຈົ້າໜ້າທີ່ປະຈຳດ່ານ ໃນການອະນຸມັດສິນຄ້ານໍາເຂົ້າ ແລະ ສົ່ງອອກ. ຂ້າງເທິງ

ມາດຕາ 26

     ໜ່ວຍງານກວດກາສິນຄ້າ ມີໜ້າທີ່ຄຸ້ມຄອງ ພາຍຫຼັງໄດ້ອອກໃບຢັ້ງຢືນ ຕາມລະບອບການອອກໃບຢັ້ງຢືນ ກວດກາສິນຄ້ານໍາເຂົ້າ ແລະ ສົ່ງອອກ, ໃນນັ້ນ ຕ້ອງດໍາເນີນການກວດກາເອກະສານ ເພື່ອຮັບປະກັນສິນຄ້າທີ່ໄດ້ກວດກາກົງກັບໃບຢັ້ງຢືນ ຫຼື ບໍ່.

ມາດຕາ 27

     ໜ່ວຍງານກວດກາສິນຄ້າ ຈະດໍາເນີນການຕິດສະຫຼາກ ຫຼື ຈໍ້າກາປະທັບໃສ່ສິນຄ້ານໍາເຂົ້າ ແລະ ສົ່ງອອກ ທີ່ຜ່ານການກວດກາ ແລະ ໄດ້ຮັບຮອງຄຸນນະພາບແລ້ວ ຕາມຄວາມຕ້ອງການຂອງຜູ້ນໍາເຂົ້າ ຫຼື ຜູ້ສົ່ງອອກ.

ມາດຕາ 28

     ຜູ້ນໍາເຂົ້າ ແລະ ສົ່ງອອກສິນຄ້າ ທີ່ບໍ່ພໍໃຈກັບຜົນການທົດສອບສິນຄ້າ ຂອງໜ່ວຍງານກວດກາສິນຄ້າສາມາດສະເໜີຫາໜ່ວຍງານກວດກາສິນຄ້າທີ່ກວດກາສິນຄ້າ ຫຼື ໜ່ວຍງານກວດກາສິນຄ້າຂັ້ນສູງກວ່າ ຈົນເຖິງອົງ ການກວດກາສິນຄ້າແຫ່ງຊາດ ເພື່ອດໍາເນີນການທົດສອບຄືນ.

ມາດຕາ 29

     ໃນກໍລະນີບຸກຄົນ, ນິຕິບຸກຄົນ ບໍ່ພໍໃຈຕໍ່ຜົນການທົດສອບຄືນ ຂອງອົງການກວດກາສິນຄ້າແຫ່ງຊາດ ແລະ ໜ່ວຍງານກວດກາສິນຄ້າ ຫຼື ບໍ່ພໍໃຈກັບການອອກແຈ້ງການປັບໃໝ ຂອງໜ່ວຍງານກວດກາສິນຄ້າ ແມ່ນສາມາດ ເຮັດໜັງສືຮຽກຮ້ອງຄວາມເປັນທໍາ ຫາໜ່ວຍງານກວດກາສິນຄ້າ ຫຼື ໄອຍະການປະຊາຊົນສູງສຸດ ຢ່າງເປັນທາງການຕາມລະບຽບກົດໝາຍ ສປ ຈີນ. ຂ້າງເທິງ

ມາດຕາ 30

     ອົງການກວດກາສິນຄ້າແຫ່ງຊາດ ແລະ ໜ່ວຍງານກວດກາສິນຄ້າ ຕ້ອງມີຄວາມຮັບຜິດຊອບສູງຕໍ່ໜ້າທີ່, ເຄົາລົບລະບຽບກົດໝາຍ, ເຮັດຫຼ້ອນໜ້າທີ່ຕາມພາລະບົດບາດ ແລະ ປະຕິບັດຕາມຂັ້ນຕອນຢ່າງເຂັ້ມງວດ ເພື່ອປົກປັກຮັກສາຜົນປະໂຫຍດລວມຂອງຊາດ.
    ອີງຕາມວຽກງານຕົວຈິງ ອົງການກວດກາສິນຄ້າແຫ່ງຊາດ ແລະ ໜ່ວຍງານກວດກາສິນຄ້າ ຄວນສ້າງຄວາມເຂັ້ມແຂງດ້ານວິຊາການໃຫ້ແກ່ຖັນແຖວພະນັກງານ ໃຫ້ມີຄຸນທາດການເມືອງດີ ເພື່ອການບໍລິການທີ່ດີ. ພະນັກງານກວດກາສິນຄ້າ ຄວນໄດ້ຮັບການຝຶກອົບຮົມເປັນໄລຍະ ແລະ ຕ້ອງຜ່ານການຕີລາຄາປະເມີນຜົນຄວາມສາມາດ ໂດຍອີງໃສ່ຜົນການປະເມີນ ເພື່ອເປັນບ່ອນອີງໃຫ້ແກ່ການເລື່ອນຕໍາແໜ່ງ ພະນັກງານທີ່ມີຄວາມກ້າວໜ້າ.
    ພະນັກງານກວດກາສິນຄ້າຕ້ອງອຸທິດຕົນຕໍ່ໜ້າທີ່ວຽກງານ, ມີທັດສະນະການບໍລິການທີ່ດີ, ມີຈັນຍາບັນໃນອາຊີບ, ແລະ ຫ້າມສວຍໃຊ້ໜ້າທີ່ຕໍາແໜ່ງຫາຜົນປະໂຫຍດສ່ວນຕົວ.

ມາດຕາ 31

     ອົງການກວດກາສິນຄ້າແຫ່ງຊາດ ແລະ ໜ່ວຍງານກວດກາສິນຄ້າ ຄວນສ້າງກົນໄກການຄຸ້ມຄອງ ແລະ ການຈັດຕັ້ງປະຕິບັດວຽກງານຂອງພະນັກງານກວດກາ ໃຫ້ເປັນລະບົບດຽວກັນ ເພື່ອຮັບປະກັນການຄຸ້ມຄອງ ແລະ ກວດກາຢ່າງມີປະສິດຕິພາບສູງ.
   ພາຍໃນໜ່ວຍງານກວດກາສິນຄ້າ ຕ້ອງໄດ້ຈັດແບ່ງໜ້າທີ່ ແລະ ພື້ນທີ່ເຮັດວຽກຢ່າງຊັດເຈນ ເປັນຕົ້ນແມ່ນ: ຫ້ອງການຂາເຂົ້າ-ຂາອອກ ແລະ ຫ້ອງທົດລອງກວດສອບສິນຄ້າ ຕ້ອງມີຄວາມກົມກຽວກັນ.

ມາດຕາ 32

     ບຸກຄົນ ຫຼື ໜ່ວຍງານໃດໜຶ່ງ ທີ່ມີສິດອໍານາດໃນອົງການກວດກາສິນຄ້າແຫ່ງຊາດ, ໜ່ວຍງານກວດກາສິນຄ້າ ຫຼື ພະນັກງານກວດກາສິນຄ້າ ມີພຶດຕິກໍາຜິດຕໍ່ກົດໝາຍ, ຖືກຮ້ອງຟ້ອງ ຫຼື ຮ້ອງຮຽນ. ໜ່ວຍງານໃດທີ່ໄດ້ຮັບການຮ້ອງຟ້ອງ ຫຼື ຮ້ອງຮຽນ ຕ້ອງດໍາເນີນການສືບສວນສອບສວນໃຫ້ທັນການ ພ້ອມທັງຮັກສາຄວາມລັບໃຫ້ຜູ້ທີ່ຮ້ອງຮຽນ. ຂ້າງເທິງ

ພາກທີ V
ມາດຕະການຕໍ່ຜູ້ລະເມີດ

ມາດຕາ 33

     ການນໍາເຂົ້າສິນຄ້າມາຈໍາໜ່າຍ ຫຼື ຊົມໃຊ້ ໂດຍບໍ່ໄດ້ແຈ້ງກວດກາສິນຄ້ານໍາໜ່ວຍງານກວດກາສິນຄ້າ ຫຼື ການສົ່ງອອກສິນຄ້າ ທີ່ບໍ່ໄດ້ແຈ້ງກວດກາສິນຄ້ານໍາໜ່ວຍງານກວດກາສິນຄ້າ. ໃນກໍລະນີ ໜ່ວຍງານກວດກາສິນຄ້າກວດພົບມີການກະທຳຜິດ ແຕ່ຍັງບໍ່ໄດ້ສ້າງລາຍຮັບຈາກການກະທໍາຜິດ ແມ່ນຈະຖືກປັບໄໝຕໍ່າສຸດ 5% ແລະ ສູງສຸດ 20% ຂອງຈໍານວນມູນຄ່າສິນຄ້າທີ່ຖືກກວດພົບ. ຖ້າກໍ່ໃຫ້ເກີດຄະດີອາຍາ ແມ່ນລົງໂທດຕາມກົດໝາຍອາຍາ.

ມາດຕາ 34

     ຜູ້ປະກອບໃດທີ່ດໍາເນີນທຸລະກິດນໍາເຂົ້າ ແລະ ສົ່ງອອກສິນຄ້າ ໂດຍບໍ່ໄດ້ຮັບອະນຸຍາດຈາກອົງການກວດກາສິນຄ້າແຫ່ງຊາດ ໜ່ວຍງານກວດກາສິນຄ້າຈະອອກຄໍາສັ່ງຢຸດຕິການດໍາເນີນກິດຈະການ. ໃນກໍລະນີ ໜ່ວຍງານກວດກາສິນຄ້າກວດພົບການກະທໍາຜິດ ແລະ ໄດ້ສ້າງລາຍຮັບຈາກການກະທໍາຜິດ ແມ່ນຈະຖືກປັບໄໝທົບເຄິ່ງເປັນຢ່າງຕໍ່າ ແລະ ສູງສຸດສາມເທົ່າຂອງການສ້າງລາຍຮັບຈາກການກະທໍາຜິດ.

ມາດຕາ 35

     ການນໍາເຂົ້າ ຫຼື ການສົ່ງອອກສິນຄ້າປອມແປງ, ເຈືອປົນສິນຄ້າປອມແປງ ແລະ  ສິນຄ້າທົດສອບບໍ່ໄດ້ມາດຕະຖານ ແຕ່ປອມແປງເອກະສານເປັນສິນຄ້າໄດ້ມາດຕະຖານ ຈະຖືກໜ່ວຍງານກວດກາສິນຄ້າອອກຄໍາສັ່ງຢຸດຕິການນໍາເຂົ້າ ຫຼື ສົ່ງອອກສິນຄ້າ ແຕ່ຖ້າຍັງບໍ່ໄດ້ສ້າງລາຍຮັບຈາກການກະທໍາຜິດ ຈະຖືກປັບໄໝຢ່າງຕໍ່າ 50% ແລະ ສູງສຸດສາມເທົ່າ ຂອງມູນຄ່າສິນຄ້າທີ່ຖືກກວດພົບ. ຖ້າກໍ່ໃຫ້ເກີດຄະດີອາຍາ ແມ່ນໃຫ້ລົງໂທດຕາມກົດໝາຍອາຍາ. ຂ້າງເທິງ

ມາດຕາ 36

     ການປອມແປງ, ການປ່ຽນແປງ, ການຊື້-ຂາຍ ຫຼື ລັກ ໃບຢັ້ງຢືນສິນຄ້າ, ກາຈໍ້າ, ສະຫຼາກ, ກາປະທັບ, ແລະ ກາປະທັບຢັ້ງຢືນຄຸນນະພາບ ແມ່ນຖືກລົງໂທດຕາມກົດໝາຍອາຍາ ແຕ່ຖ້າຄະດີບໍ່ເຖິງຂັ້ນລົງໂທດທາງອາຍາ ແມ່ນມອບໃຫ້ໜ່ວຍງານກວດກາສິນຄ້າກ່າວເຕືອນ ແລະ ປັບປຸງຄືນ. ຖ້າຍັງບໍ່ໄດ້ສ້າງລາຍຮັບຈາກການກະທໍາຜິດ ຈະຖືກປັບໄໝບໍ່ເກີນມູນຄ່າສິນຄ້າທີ່ກວດພົບ.

ມາດຕາ 37

     ອົງການກວດກາສິນຄ້າແຫ່ງຊາດ, ໜ່ວຍງານກວດກາສິນຄ້າ ຫຼື ພະນັກງານກວດກາສິນຄ້າ ສວຍໃຊ້ໜ້າທີ່ ຫຼື ຕໍາແໜ່ງ ເປີດເຜີຍຄວາມລັບຂໍ້ມູນດ້ານການຄ້າ ຕ້ອງໄດ້ຮັບການລົງໂທດຕາມກົດໝາຍກ່ຽວຂ້ອງ. ຖ້າສ້າງລາຍຮັບຈາກການກະທໍາຜິດ ຫຼື ຍັງບໍ່ມີລາຍຮັບຈາກການກະທໍາຜິດ ແຕ່ກໍ່ໃຫ້ເກີດຄະດີອາຍາ ຈະຖືກລົງໂທດຕາມກົດໝາຍອາຍາ.

ມາດຕາ 38

     ອົງການກວດກາສິນຄ້າແຫ່ງຊາດ, ໜ່ວຍງານກວດກາສິນຄ້າ ຫຼື ພະນັກງານກວດກາສິນຄ້າ ສວຍໃຊ້ໜ້າທີ່ ຫຼື ຕໍາແໜ່ງ ເຈດຕະນາສ້າງຄວາມຫຍຸ້ງຍາກ, ລໍາອຽງ, ປອມແປງຜົນທົດສອບ ຫຼື ປະລະໜ້າທີ່, ແກ່ຍາວເວລາໃນການອອກໃບຢັ້ງຢືນ ຕ້ອງໄດ້ຮັບການລົງໂທດຕາມກົດໝາຍລັດຖະກອນ ແຕ່ຖ້າກໍ່ໃຫ້ເກີດຄະດີອາຍາ ຈະຖືກລົງໂທດຕາມກົດໝາຍອາຍາ. ຂ້າງເທິງ

ພາກທີ VI
ບົດບັນຍັດສຸດທ້າຍ

ມາດຕາ 39

     ໜ່ວຍງານກວດກາສິນຄ້າ ຫຼື ບັນດາອົງກອນກວດກາສິນຄ້າອິດສະຫຼະ ຕ້ອງຈັດຕັ້ງປະຕິບັດຕາມການກໍານົດໃນນິຕິກໍາສະບັບນີ້ຢ່າງເຂັ້ມງວດ ໃນການບໍລິການທົດສອບ ແລະ ອອກໃບຢັ້ງຢືນ ສ່ວນການເກັບຄ່າທໍານຽມໃຫ້ປະຕິບັດກົດໝາຍກ່ຽວຂ້ອງອື່ນໆ.

ມາດຕາ 40

     ການສ້າງກົດໝາຍອື່ນໆ ຂອງສະພາແຫ່ງຊາດ ຕ້ອງໃຫ້ສອດຄ່ອງກັບກົດໝາຍສະບັບນີ້.

ມາດຕາ 41

     ກົດໝາຍສະບັບນີ້ຈັດຕັ້ງປະຕິບັດເລີ່ມວັນທີ 1 ສິງຫາ 1989.

ຂ້າງເທິງ

ດາວໂຫຼດພາສາຈີນ: ກົດໝາຍວ່າດ້ວຍການກວດກາສິນຄ້ານຳເຂົ້າ ແລະ ສົ່ງອອກ ສປ ຈີນ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.