ສາລະບານ

ໝວດທີ 1 ບົດ ບັນຍັດທົ່ວ ໄປ
ມາດຕາ 1 ຈຸດປະສົງ
ມາດຕາ 2 ຊິງຊັ່ງ
ມາດຕາ 3  ການອະທິບາຍຄຳສັບ 
ມາດຕາ 4  ຂອບເຂດການນໍາໃຊ້
ມາດຕາ 5. ຫຼັກການພື້ນຖານຂອງການຄຸ້ມຄອງຊິງຊັ່ງ

ໝວດທີ 2 ສິດ ແລະ ພັນທະ
ມາດຕາ 6  ສິດຂອງຜູ້ດໍາເນີນທຸລະກິດ 
ມາດຕາ 7 ສິດຂອງຜູ້ຊົມໃຊ້
ມາດຕາ 8 ພັນທະຂອງຜູ້ດໍາເນີນທຸລະກິດກ່ຽວກັບ
ມາດຕາ 9 ພັນທະຜູ້ ຊົມ ໃຊ້

ໝວດທີ 3 ອົງການຄຸ້ມ ຄອງ ແລະ ຢັ້ງຢືນຄວາມຖືກຕ້ອງຊິງ ຊັ່ງ
ມາດຕາ 10 ອົງການຄຸ້ມ ຄອງ ແລະ ຢັ້ງຢືນຄວາມຖືກຕ້ອງ
ມາດຕາ 11   ສິດຂອງອົງການຄຸ້ມ ຄອງ ແລະ ຢັ້ງຢືນຄວາມຖືກຕ້ອງ 
ມາດຕາ 12  ໜ້າທີ່ຂອງອົງການຄຸ້ມຄອງ ແລະ ຢັ້ງຢືນຄວາມຖືກຕ້ອງ

ໝວດທີ 4 ລະບົບ ເອກະສານ, ຫຼັກການກວດກາ ແລະ ການ ຢັ້ງຢືນ ຄວາມຖືກຕ້ອງ
ມາດຕາ 13   ເອກະສານ ຂໍຈົດທະບຽນ ແລະ ກວດຄືນ
ມາດຕາ 14 ການ ພິຈາລະນາ ແລະ ອະນຸມັດເອກະສານ
ມາດຕາ 15 ການອອກ ໃບຢັ້ງຢືນ ຜົນການກວດທຽບ, ສອບທຽບ ແລະ ກວດຄືນ
ມາດຕາ 16  ການເກັບຄ່າທຳນຽມ ແລະ ມາດຕະການປັບໃໝ
ມາດຕາ 17 ຫຼັກການກວດທຽບ, ສອບທຽບ ແລະ ການ ກວດຄືນ              
ມາດຕາ 18  ຮູບແບບ ແລະ ກຳນົດເວລາ ການກວດຄືນ

ໝວດ 5 ປະເພດ ແລ ະ ຄຸນລັກ ສະ ນະ ຂອງຊິງ ຊັ່ງ
ມາດຕາ 19 ປະເພດຂອງຊິງ ຊັ່ງ
ມາດຕາ 20  ສ່ວນປະກອບຂອງຊິງ ຊັ່ງ
ມາດຕາ 21  ຂັ້ນ ຄວາມ ຊັດ ເຈນຂອງ ຊິງຊັ່ງ
ມາດຕາ 22     ສະຫຼາກ ແລະ ເຄື່ອງໝາຍ
ມາດຕາ 23  ການ ອະນຸຍາດ ຄ່າຜິດດ່ຽງຂອງ ຊິງຊັ່ງ

ໝວດທີ 6 ຂໍ້ຫ້າມ
ມາດຕາ 24     ຂໍ້ຫ້າມສຳລັບຜູ້ດຳເນີນທຸລະກິດ
ມາດຕາ 25   ຂໍ້ຫ້າມ ສຳລັບພະນັກງານທີ່ ປະຕິບັດໜ້າທີ່
ມາດຕາ 26  ຂໍ້ຫ້າມສໍາລັບບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງອື່ນ

ໝວດທີ 7 ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ
ມາດຕາ 27     ນະໂຍບາຍຕໍ່ຜູ້ມີຜົນງານ
ມາດຕາ 28  ມາດຕະການຕໍ່ລັດຖະກອນທີ່ກະທໍາຜິດຕໍ່ໜ້າທີ່ຮັບຜິດຊອບ
ມາດຕາ 29  ມາດຕະການຕໍ່ຜູ້ລະເມີດອື່ນໆ

ໝວດທີ 8ບົດ ບັນຍັດ ສຸດ ທ້າຍ
ມາດຕາ 30  ການຈັດຕັ້ງປະຕິບັດ
ມາດຕາ 31  ຜົນສັກສິດ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະ ໄຕ ເອກະພາບ ວັດທະນະຖາວອນ 

ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ              ເລກທີ  0544  /ກວຕ
ນະຄອນຫຼວງວຽງຈັນ, ວັນທີ 16 ພຶດສະພາ 2017

ຂໍ້ຕົກລົງ
ຂອງ ລັດຖະມົນຕີ ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ
ວ່າດ້ວຍ ການຄຸ້ມຄອງ ຊິງຊັ່ງທຸກປະເພດ ຢູ່ ສປປ ລາວ

-    ອີງ ຕາມ ກົດໝາຍ ວ່າ ດ້ວຍ ການ ວັດ ແທກ (ສະບັບປັບປຸງ) ເລກທີ 036/ສພຊ, ລົງ ວັນທີ 13 ທັນວາ 2013;
-    ອີງ ຕາມ ດຳລັດຂອງ ນາຍົກລັດຖະມົນຕີ ວ່າ ດ້ວຍ ການຈັດ ຕັ້ງ ແລະ ເຄື່ອນ ໄຫວ ຂອງກະຊວງວິທະ ຍາສາດ ແລະ ເຕັກ ໂນ ໂລ ຊີ, ສະບັບ ເລກທີ 309/ນຍ, ລົງ ວັນ ທີ 28 ກັນຍາ 2011;
-    ອີງ ຕາມ ການ ຄົ້ນ ຄ້ວາສະ ເໜີ ຂອງ ກົມ ມາດຕະຖານ ແລະ ວັດ ແທກ, ເລກທີ 005/ກວຕ.ກມວ, ລົງ ວັນ ທີ  05 ຕຸລາ 2016.

ລັດຖະມົນຕີ ກະຊວງ ວິທະຍາສາດ ແລະ ເຕັກ ໂນ ໂລ ຊີ ຕົກລົງ:

ໝວດທີ 1
ບົດ
ບັນຍັດທົ່ວ ໄປ

ມາດຕາ 1 ຈຸດປະສົງ
ຂໍ້ຕົກລົງສະບັບນີ້ ກໍານົດນະ ໂຍບາຍ, ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ, ການກວດທຽບ, ສອບທຽບ ແລະ ຈົດທະບຽນ ແລະ ກວດຄືນຊິງຊັ່ງທີ່ຜະລິດ, ນຳເຂົ້າ, ສົ່ງອອກ, ນຳໃຊ້ ແລະ ໃຫ້ການບໍລິການ ຢູ່ ສປປ ລາວ ໃຫ້ມີຄວາມເປັນເອກະພາບ, ບົນພື້ນຖານຄວາມຖືກຕ້ອງ, ຊັດ ເຈນ ຊຶ່ງສອດຄ່ອງກັບລະບຽບການຂອງພາກພື້ນ ແລະ ສາກົນ, ແນໃສ່ຊຸກຍູ້, ສົ່ງເສີມການບໍລິການທີ່ມີຄຸນນະພາບ ແລະ ແທດເໝາະກັບສະພາບຄວາມເປັນຈິງ, ປະ    ກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.

ມາດຕາ 2 ຊິງຊັ່ງ
ຊິງຊັ່ງ ແມ່ນອຸປະກອນວັດແທກຊະນິດໜຶ່ງທີ່ໃຊ້ສຳລັບຊັ່ງມວນສານຂອງວັດຖຸ ແລະ ສິ່ງ ຂອງຕ່າງໆ ເພື່ອຊີ້ບອກ ນ້ຳໜັກໃນເວລາຊື້, ຂາຍ, ແລກປ່ຽນສິນຄ້າ ແລະ ການ ບໍລິການອື່ນໆ ເຊິ່ງມີຫົວໜ່ວຍພື້ນຖານການວັດ ແທກເປັນ ກິ ໂລກຼາມ (kg).

ມາດຕາ 3  ການອະທິບາຍຄຳສັບ 
1.  ມວນສານ (m) ໝາຍເຖິງ ນ້ຳໜັກ ມີຫົວໜ່ວຍພື້ນຖານ ວັດ ແທກເປັນ ກິໂລກຼາມ (kg);
2.  ຄ່າ ການ ເຕັ້ນ ຂອງ ຊິງຊັ່ງ (e) ຫຼື (d) ໝາເຖິງການເຄື່ອນຍ້າຍ (ເພີ່ມ ຂຶ້ນ ຫຼື ຫຼຸດລົງ ) ຂອງມວນສານວັດຖຸຈາກຈຸດໜຶ່ງຫາອີກຈຸດໜຶ່ງເທິງໜ້າຈໍຂອງ ຊິງຊັ່ງ ໃນເວລາຊັ່ງວັດຖຸ ມີຫົວໜ່ວຍພື້ນຖານ ວັດແທກເປັນ ກິໂລກຼາມ (kg);
3. ຊິງ ຊັ່ງ ແບບ ອານ າລັອກ ໝາຍ ເຖິງ ຊິງ ຊັ່ງ ທີ່ ບໍ່ ໃຊ້ ໄຟຟ້າ;
4. ຊິງ ຊັ່ງ ແບບ ດີ ຈີ ຕອນ ໝາຍ ເຖິງ ຊິງ ຊັ່ງ ທີ່ ໃຊ້ ໄຟຟ້າ;
5. ອຸປະກອນ ວັດ ແທກ ໝາຍ ເຖິງ ເຄື່ອງມື ທີ່ ໃຊ້ ເພື່ອ ດຳ ເນີນ ການ ວັດ ແທກ ຊຶ່ງ ປະກອບ ດ້ວຍ ເຄື່ອງດຽວ ຫຼື ນຳ ໃຊ້ ກັບ ອຸປະກອນ ເສີມ ອື່ນໆ ;
6.  ຂັ້ນ ຄວາມ ທ່ຽງ ໝາຍ ເຖິງ ຂັ້ນ ຄວາມ ຖືກຕ້ອງ ແລະ ຊັດ ເຈນ;
7. ສັນຍາ ລັກ ປະ ທັບ ຕາ ໃສ່ ອຸປະກອນ ວັດ ແທກ ໝາຍເຖິງ ສັນຍາ ລັກ ທີ່ ປົກ ປ້ອງ ອຸປະກອນ ວັດ ແທກ ເພື່ອ ບໍ່ ໃຫ້ມີ ການປ່ຽນ ແປງ, ດັດ ແກ້, ຖອດ ຖອນ ສ່ວນ ໃດ ສ່ວນໜຶ່ງ ຫຼື ຫຼາຍສ່ວນ ອອກ;
8. ກາໝາຍການ ກວດຄືນ ໝາຍເຖິງ ສັນຍາລັກທີ່ ໃຊ້ ກັບ ເຄື່ອງມື ແລະ ອຸປະກອນ ວັດ ແທກທີ່ ຢັ້ງ ຢືນ ເຖິງ ຄວາມ ຖືກຕ້ອງ ຂອງ ເຄື່ອງມື ແລະ ອຸປະກອນ ວັດ ແທກ ທີ່ ໄດ້ ຜ່ານ ການກວດກາ ແລ້ວ;
9.  ໃບຢັ້ງຢືນ ໝາຍເຖິງ ເອກະສານທີ່ຢັ້ງຢືນເຖິງຜົນການກວດຄືນ;
10.  ອົງການຄຸ້ມຄອງການວັດແທກ ໝາຍເຖິງ ກົມ ມາດຕະຖານ ແລະ ວັດ ແທກ, ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ, ພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງ, ນະຄອນ ແລະ ຫ້ອງການວິທະຍາສາດ ແລະ ເຕັກໂນໂລຊີ ເມືອງ ທີ່ໄດ້ຮັບການມອບໝາຍ.

ມາດຕາ 4  ຂອບເຂດການນໍາໃຊ້
ຂໍ້ຕົກລົງສະບັບນີ້ ມີຂອບ ເຂດ ການນຳໃຊ້ຕໍ່ບຸກຄົນ, ນິຕິບຸກຄົນ ແລະ ການຈັດ ຕັ້ງ ທີ່ ດຳ ເນີນທຸລະ ກິດກ່ຽວກັບຊິງ ຊັ່ງທຸກ ປະ ເພດ ຢູ່ ສປປ ລາວ.

ມາດຕາ 5. ຫຼັກການພື້ນຖານຂອງການຄຸ້ມຄອງຊິງຊັ່ງ
ການຄຸ້ມຄອງຊິງ ຊັ່ງ ແມ່ນການກວດທຽບ, ສອບທຽບ ແລະ ຈົດທະບຽນ ແລະ ກວດຄືນຊິງຊັ່ງເພື່ອຍົກສູງຄຸນນະພາບ ແລະ ປະສິດທິພາບທາງດ້ານເສດຖະກິດ-ສັງຄົມ ກ່ຽວກັບການຄຸ້ມຄອງ, ບໍລິການ ແລະ ປົກປ້ອງຜູ້ຊົມໃຊ້ ບົນພື້ນຖານຫຼັກການ ດັ່ງນີ້:
1. ຕອບສະໜອງຄວາມຮຽກຮ້ອງຕ້ອງການ ແລະ ຮັບປະກັນການນຳໃຊ້ທີ່ຖືກຕ້ອງ ແລະ ເໝາະສົມ;
2. ຮັບປະກັນ ການເປີດກວ້າງ, ຄວາມຍຸຕິທຳ, ສະ ເໝີ ພາບ ແລະ ໂປ່ງໃສ, ສາມາດກວດສອບໄດ້, ຫຼີກເວັ້ນການຈຳແນກ ສ້າງອຸປະສັກຕໍ່ທຸລະກິດ ແລະ ຜູ້ຊົມໃຊ້ຊິງຊັ່ງ;
3. ຊິງຊັ່ງທີ່ນຳເຂົ້າ, ສົ່ງອອກ, ນຳໃຊ້ ແລະ ບໍລິການຕ້ອງໄດ້ຮັບການຈົດທະບຽນ, ສອບທຽບຄວາມຖືກຕ້ອງຈາກອົງການທີ່ກ່ຽວຂ້ອງເພື່ອໃຫ້ສອດຄ່ອງກັບຫຼັກການໃນການຄຸ້ມຄອງມາດຕະຖານແຫ່ງຊາດ, ພາກພື້ນ ແລະ ສາກົນ;
4.  ຮັບປະກັນຄວາມສອດຄ່ອງຕາມລະບຽບກົດໝາຍ ແລະ ສະພາບຄວາມເປັນຈິງໃນການຊົມໃຊ້ຊິງຊັ່ງ.

ໝວດທີ 2
ສິດ ແລະ ພັນທະ

ມາດຕາ 6  ສິດຂອງຜູ້ດໍາເນີນທຸລະກິດ   
ຜູ້ດໍາເນີນທຸລະກິດກ່ຽວ ກັບ ຊິງ ຊັ່ງມີ ສິດ ດັ່ງນີ້:
1. ໂຄສະນາເຜີຍແຜ່ ມາດຕະຖານ, ຄຸນນະພາບຊິງ ຊັ່ງຂອງ ຕົນ  ພາຍຫຼັງໄດ້ຮັບການຢັ້ງຢືນການ ສອບ ທຽບ;
2. ຮ້ອງຂໍຄວາມເປັນທຳຕໍ່ອົງການຄຸ້ມຄອງລັດທີ່ກ່ຽວຂ້ອງ ຫາກເຫັນວ່າການສອບ ທຽບ ແລະ ກວດຄືນ ບໍ່ໄດ້ຮັບຄວາມ ຍຸຕິ ທຳ;
3. ສະເໜີໃຫ້ອົງການຄຸ້ມຄອງຂອງລັດທີ່ກ່ຽວຂ້ອງລົງກວດຄືນ ຖ້າເຫັນວ່າຊິງຊັ່ງນັ້ນມີຄວາມຜິດປົກກະຕິ;
4. ປະຕິບັດສິດອື່ນໆ ຕາມທີ່ໄດ້ກຳນົດໄວ້ໃນລະບຽບ ແລະ ກົດໝາຍທີ່ກ່ຽວຂ້ອງ.

ມາດຕາ 7 ສິດຂອງຜູ້ຊົມໃຊ້
  ຜູ້ຊົມໃຊ້ຊິງຊັ່ງມີ ສິດ ດັ່ງນີ້:
1.  ຮ້ອງຮຽນຕໍ່ພາກສ່ວນທີ່ກ່ຽວຂ້ອງ ເມື່ອເຫັນວ່າການໃຊ້ບໍລິການບໍ່ໄດ້ຮັບຄວາມເປັນທຳ ແລະ ບໍ່ສອດຄ່ອງກັບມາດຕະຖານ ຄວາມ ຊັດ ເຈນ ຂອງ ຊິງ ຊັ່ງ;
2.  ສະເໜີຕໍ່ຜູ້ໃຫ້ບໍລິການເພື່ອມາກວດກາ ຫຼື ປ່ຽນອອກ ເມື່ອເຫັນວ່າຊິງຊັ່ງ ເປ່ເພ ຫຼື ຄ່າການຊັ່ງນັ້ນບໍ່ຖືກຕ້ອງ;
3. ປະຕິບັດສິດອື່ນໆ ຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ.

ມາດຕາ 8 ພັນທະຂອງຜູ້ດໍາເນີນທຸລະກິດກ່ຽວກັບ
ຜູ້ດໍາເນີນທຸລະກິດກ່ຽວ ກັບຊິງຊັ່ງມີ ພັນທະ ດັ່ງນີ້:
1.    ກ່ອນການນໍາ ເຂົ້າ ຕ້ອງໄດ້ນໍ າ ເອົາ ຕົວ ຢ່າງຊິງ ຊັ່ງ ໄປ ກວດ ທຽບ ຢັ້ງຢືນຄວາມຖືກ ຕ້ອງຈາກອົງ ການ ຄຸ້ມ ຄອງ ທີ່ ກ່ຽວຂ້ອງ ເພື່ອ ໃຫ້ ສອດຄ່ອງ ກັບ ມາດຕະຖານ ;
2.     ຮັກສາການກວດທຽບອຸປະກອນຊິງຊັ່ງທີ່ກ່ຽວຂ້ອງ ເພື່ອໃຫ້ສອດຄ່ອງ ຕາມລະບົບຫົວໜ່ວຍສາກົນ (SI) International System of Unit;
3.    ທົດສອບ, ກວດສອບຄວາມຖືກຕ້ອງ, ຕິດຕັ້ງ ແລະ ບຳລຸງຮັກສາພາຫະນະ ກວດທຽບຊິງ ຊັ່ງ ທີ່ ໄດ້ຖືກຮັບຮອງຈາກ ອົງການ ທີ່ ເຊື່ອ ຖື ໄດ້;
4.    ຊິງຊັ່ງທີ່ຕິດຕັ້ງ ແລະ ໃຫ້ບໍລິການຢູ່ຕາມຕະຫຼາດ, ອາຄານສະຖານທີ່ຕ່າງໆຂອງພາກສ່ວນລັດ ຫຼື ເອກະຊົນ ຕ້ອງມີສັນຍາລັກ ແລະ ປະທັບຕາຢັ້ງຢືນການສອບທຽບ ຈາກອົງການທີ່ກ່ຽວຂ້ອງ;
5.    ນຳ ເອົາ ຊິງ ຊັ່ງຂອງຕົນໄປສອບທຽບ ແລະ ຈົດທະບຽນຄວາມຖືກຕ້ອງ ກ່ອນ ນໍາ ໃຊ້ ແລະ ໃຫ້ການບໍລິການ;
6. ຕ້ອງແຈ້ງໃຫ້ ອົງການຄຸ້ມຄອງການວັດແທກຮູ້ລ່ວງໜ້າຢ່າງຊ້າ 1 ເດືອນກ່ອນໃບຢັ້ງຢືນ ຊິງຊັ່ງ ຂອງຕົນຈະໝົດອາຍຸ;
7. ຜູ້ດໍາເນີນທຸລະກິດຕ້ອງ ໄດ້ ກວດ ສອບຄວາມ ຖືກຕ້ອງ ຊິງຊັ່ງຂອງຕົນທຸກໆຄັ້ງ ກ່ອນ ການ ນໍາໃຊ້;
8. ຮັບຜິດຊອບຜົນເສຍຫາຍ ທີ່ເກີດຂຶ້ນຈາກຊິງ ຊັ່ງຂອງຕົນທີ່ບໍ່ໄດ້ມາດຕະຖານ ;
9. ຮັບຜິດຊອບຊິງ ຊັ່ງ ທີ່ ເປ່ ເພຫຼັງຈາ ກການ ຕິດ ຕັ້ງ ຫຼື ນຳໃຊ້;
10. ໃຫ້ຄວາມຮ່ວມມື ແລະ ອຳນວຍຄວາມສະດວກ ໃຫ້ ແກ່ເຈົ້າໜ້າທີ່ ໃນ ເວລາ ກວດສອບ, ສອບ ທຽບ ແລະ ກວດຄືນແຕ່ລະຄັ້ງ;
11. ປະຕິບັດພັນທະອື່ນໆ ຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ.

ມາດຕາ 9 ພັນທະຜູ້ ຊົມ ໃຊ້
ຜູ້ ຊົມ ໃຊ້ຊິງຊັ່ງມີ ພັນທະ ດັ່ງນີ້:              
1. ນໍາ ໃຊ້ ການ ບໍລິການ ໂດຍ ປະຕິບັດ ຕາມ ຄໍາ ແນະ ນໍາ ຂອງ ຜູ້ ໃຫ້ການ ບໍລິການ;
2. ຮັບຜິດຊອບຜົນເສຍຫາຍ ທີ່ເກີດຂຶ້ນຈາກການລັກ ດັດ ແປງຊິງ ຊັ່ງ ;
3. ປະຕິບັດ ພັນທະອື່ນໆ ຕາມ ທີ່ ໄດ້ ກໍານົດ ໄວ້ ໃນ ລະບຽບ ແລະ ກົດໝາຍທີ່ ກ່ຽວຂ້ອງ.

ໝວດທີ 3
ອົງການຄຸ້ມ ຄອງ ແລະ ຢັ້ງຢືນຄວາມຖືກຕ້ອງຊິງ ຊັ່ງ

ມາດຕາ 10 ອົງການຄຸ້ມ ຄອງ ແລະ ຢັ້ງຢືນຄວາມຖືກຕ້ອງ
ອົງການຄຸ້ມຄອງ ແລະ ຢັ້ງຢືນຄວາມຖືກຕ້ອງຂອງ ຊິງ ຊັ່ງ ແມ່ນກົມມາດຕະຖານ ແລະ ວັດແທກ, ພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງ, ນະຄອນຕາມການມອບໝາຍ ຫຼື ຕາມການແບ່ງຂັ້ນຄຸ້ມຄອງ.

ມາດຕາ 11   ສິດຂອງອົງການຄຸ້ມ ຄອງ ແລະ ຢັ້ງຢືນຄວາມຖືກຕ້ອງ 
1.    ຄຸ້ມຄອງລະບົບການກວດທຽບ, ສອບທຽບ ແລະ ກວດຄືນຄວາມຖືກຕ້ອງຂອງຊິງຊັ່ງ ໃຫ້ສອດຄ່ອງຕາມມາດຕະຖານ, ລະບຽບການເຕັກນິກ ແຫ່ງຊາດ ແລະ ຂໍ້ກໍານົດຂອງພາກພື້ນ ແລະ ສາກົນທີ່ກໍານົດໄວ້;
2.    ນໍາເອົາຕົວຢ່າງ ຊິງຊັ່ງ ໄປກວດກາຄຸນນະພາບໃຫ້ສອດຄ່ອງ ຕາມມາດຕະຖານ ແຫ່ງ ຊາດ, ພາກພື້ນ ແລະ ສາກົນກ່ອນການນໍາເຂົ້າ, ສົ່ງອອກ, ນໍາໃຊ້ ແລະ ບໍລິການ;
3.    ອອກໃບຢັ້ງຢືນ ການກວດທຽບ, ສອບທຽບ ແລະ ກວດຄືນຊິງຊັ່ງ ພາຍຫຼັງໄດ້ຮັບການກວດກາຖືກຕ້ອງຕາມມາດຕະຖານແຫ່ງຊາດ, ພາກພື້ນ ແລະ ສາກົນ;
4.    ພາຍຫຼັງການກວດກາຄືນຄວາມຖືກຕ້ອງຂອງຊິງຊັ່ງແລ້ວ ຖ້າເຫັນວ່າບໍ່ສອດຄ່ອງຕາມມາດຕະ ຖານແຫ່ງຊາດ, ພາກພື້ນ ແລະ ສາກົນ ຕ້ອງປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ເພື່ອສັ່ງໂຈະຊົ່ວຄາວການນໍາ ເຂົ້າ, ສົ່ງອອກ, ຜະລິດ ແລະ ໃຫ້ບໍລິການ ຊິງ ຊັ່ງ ເພື່ອລາຍງານຂັ້ນເທິງພິຈາລະນາແກ້ໄຂ.

ມາດຕາ 12  ໜ້າທີ່ຂອງອົງການຄຸ້ມຄອງ ແລະ ຢັ້ງຢືນຄວາມຖືກຕ້ອງ
1.  ປະສານສົມທົບກັບພາກ ສ່ວນກ່ຽວຂ້ອງ ໃນການກວດຄືນຊິງ ຊັ່ງ ເພື່ອໃຫ້ສອດຄ່ອງຕາມມາດຕະຖານ ແຫ່ງຊາດ, ພາກພື້ນ ແລະ ສາກົນ;
2.    ຍຸຕິທຳ, ໂປ່ງໃສ, ສະເໝີພາບ ແລະ ມີຄວາມບໍລິສຸດໃນໜ້າທີ່ຄວາມຮັບຜິດຊອບ ;
3.    ແນະນໍາຜູ້ຜະລິດ, ນໍາ ເຂົ້າ, ສົ່ງ ອອກ ແລະ ໃຫ້ການບໍລິການ ກ່ຽວກັບຂັ້ນຕອນການແຈ້ງ ເອກະສານຂໍອະນຸຍາດ ໃນການກວດທຽບ, ສອບທຽບ ແລະ ກວດຄືນຊິງຊັ່ງ;
4.    ເກັບຮັກສາ ແລະ ສະໜອງຂໍ້ມູນຕ່າງໆໃຫ້ພາກສ່ວນ ກ່ຽວຂ້ອງ ກ່ຽວກັບວຽກງານການຄຸ້ມຄອງ ຊິງຊັ່ງ;
5.    ອອກໃບຢັ້ງຢືນການກວດທຽບ, ສອບທຽບ ແລ ະ ກວດຄືນ ຊິງຊັ່ງທີ່ໄດ້ຜ່ານການກວດກາຄວາມຖືກຕ້ອງ;
6.    ປະຕິບັດໜ້າທີ່ອື່ນໆຕາມທີ່ໄດ້ກໍານົດໄວ້ໃນລະບຽບ ແລະ ກົດໝາຍທີ່ກ່ຽວຂ້ອງ.

ໝວດທີ 4
ລະບົບ ເອກະສານ, ຫຼັກການກວດກາ ແລະ ການ ຢັ້ງຢືນ ຄວາມຖືກຕ້ອງ

ມາດຕາ 13   ເອກະສານ ຂໍຈົດທະບຽນ ແລະ ກວດຄືນ
ເອກະສານປະກອບຂໍຈົດທະບຽນ ແລະ ກວດຄືນຄວາມຖືກຕ້ອງຂອງ ຊິງ ຊັ່ງ ມີດັ່ງນີ້:
1. ໃບສະ ເໜີ;
2. ສຳເນົາເອກະສານ ການປະກອບທຸລະ ກິດ ;
3. ສຳເນົາເອກະສານການຂໍ ຜະລິດ, ນໍາ ເຂົ້າ ແລະ ສົ່ງ ອອກ ແລະ ບໍລິການ;
4. ໃບ ຢັ້ງຢືນ ຄຸນ ນະພາ ບຈາກ ຕົ້ນ ທາງ;
5. ເອກະສານອື່ນໆທີ່ກ່ຽວຂ້ອງ (ຖ້າ ຈຳ ເປັນ).

ມາດຕາ 14 ການ ພິຈາລະນາ ແລະ ອະນຸມັດເອກະສານ
1. ເອກະສານ ເພື່ອຂໍການກວດທຽບ, ສອບທຽບ ແລະ ກວດຄືນຂອງຊິງຊັ່ງ ຈະໄດ້ຮັບການພິຈາລະນາຢ່າງຊ້າບໍ່ເກີນ ສິບວັນ ລັດຖະການນັບແຕ່ວັນໄດ້ຮັບໃບສະເໜີເປັນຕົ້ນໄປ;
2.  ພາຍຫຼັງ ເອກະສານ ຖືກຕ້ອງ, ຄົບຖ້ວນ ແລະ ໄດ້ຜ່ານການກວດກາຄວາມຖືກຕ້ອງຂອງຊິງຊັ່ງທີ່ສອດຄ່ອງຕາມມາດຕະຖານ ແຫ່ງຊາດ ແລ້ວຕ້ອງອອກໃບຢັ້ງຢືນຜົນຂອງຄວາມຖືກຕ້ອງຢ່າງຊ້າບໍ່ໃຫ້ເກີນຫ້າວັນລັດຖະການ.
ມາດຕາ 15 ການອອກ ໃບຢັ້ງຢືນ ຜົນການກວດທຽບ, ສອບທຽບ ແລະ ກວດຄືນ
  ບຸກຄົນ, ນິຕິບຸກຄົນທັງພາຍໃນ ແລະ ຕ່າງປະເທດ ແລະ ການຈັດ ຕັ້ງທີ່ດໍາເນີນທຸລະກິດ ກ່ຽວກັບຊິງຊັ່ງຢູ່ໃນ ສປປ ລາວ ກ່ອນຈະນຳເຂົ້າ, ສົ່ງອອກ, ຈໍາໜ່າຍ ແລະ ບໍລິການຕ້ອງໄດ້ຜ່ານການກວດທຽບ, ສອບທຽບ ແລະ ກວດຄືນຄວາມຖືກຕ້ອງຈາກກົມມາດຕະຖານ ແລະ ວັດແທກ,  ພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງ ແລະ ນະຄອນຫຼວງຕາມການມອບໝາຍ.
   ການຈົດທະບຽນ ຊິງຊັ່ງ ແມ່ນໄດ້ອອກໃຫ້ພຽງເທື່ອດຽວໂດຍບໍ່ມີກຳນົດ, ສ່ວນອາຍຸຂອງການ ຢັ້ງຢືນການກວດຄືນ ແມ່ນໃຊ້ໄດ້ 01 ປີ ນັບແຕ່ມື້ກວດຄືນເປັນຕົ້ນໄປ.

ມາດຕາ 16  ການເກັບຄ່າທຳນຽມ ແລະ ມາດຕະການປັບໃໝ
   ການກວດທຽບ, ສອບທຽບ ແລະ ຈົດ ທະບຽນ ແລະ ການ ກວດຄືນຊິງຊັ່ງຕ້ອງ ໄດ້ເສຍຄ່າທຳ   ນຽມ, ຄ່າບໍລິການ ແລະ ມາດຕະການປັບໃໝດັ່ງນີ້:
1.    ຄ່າທໍານຽມ ແມ່ນອີງຕາມລັດຖະບັນຍັດຂອງປະທານປະເທດ ວ່າດ້ວຍຄ່າທໍານຽມ ແລະ ຄ່າບໍລິການ ກ່ຽວກັບ ວຽກງານການວັດແທກທີ່ປະກາດໃຊ້ໃນ ແຕ່ລະໄລຍະ;
2.    ຄ່າປັບໃໝແມ່ນ ອີງຕາມດໍາລັດຂອງ ນາຍົກລັດຖະມົນຕີ ວ່າດ້ວຍມາດຕະການ ແລະ ການປັບໃໝຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການກ່ຽວກັບ ມາດຕະຖານ ແລະ ການວັດແທກ.

ມາດຕາ 17 ຫຼັກການກວດທຽບ, ສອບທຽບ ແລະ ການ ກວດຄືນ               
   ການດຳເນີນການກວດທຽບ, ສອບທຽບ ແລະ ການ ກວດຄືນຊິງ ຊັ່ງມີຫຼັກການ ດັ່ງນີ້:
1.  ການດຳເນີນການກວດຄືນ ທຸກຄັ້ງທີ່ພະນັກງານລົງກວດຄືນ ແມ່ນຕ້ອງ ແຈ້ງບັດພະນັກງານທີ່ອອກໃຫ້ໂດຍ ກົມມາດຕະຖານ ແລະ ວັດແທກ, ພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງ, ນະຄອນຫຼວງ ແລະ ຫ້ອງການ ວິທະຍາສາດ ແລະ ເຕັກໂນໂລຊີ ເມືອງ ທີ່ຖືກມອບໝາຍ;ສົ່ງຕົວຢ່າງຊິງ ຊັ່ງທີ່ຜະລິດຢູ່ພາຍໃນ ແລະ ນໍາເຂົ້າມາໃໝ່ ຈໍານວນ 10% ສົ່ງ ໃຫ້ແກ່ກົມມາດຕະຖານ ແລະ ວັດແທກ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເພື່ອສອບທຽບຄືນ;
2. ໃນເວລາລົງກວດຕົວຈິງ ພະນັກງານທີ່ກ່ຽວຂ້ອງ ຫາກເຫັນວ່າການກວດຄືນ ຖືກຕ້ອງຕາມ ລະບຽບການແລ້ວ ພະນັກງານທີ່ ກ່ຽວຂ້ອງຕ້ອງໄດ້ອອກຜົນການກວດຄືນຄຸນນະພາບເພື່ອຢັ້ງຢືນຄວາມຖືກຕ້ອງຂອງ ຊິງ ຊັ່ງ;
3. ໃນກໍລະນີ ຜົນ ການ ກວດຄືນບໍ່ຖືກຕ້ອງ ຕາມ ມາດຕະຖານ ແຫ່ງ ຊາດ ແລະ ພາກ ພື້ນ, ພະນັກງານ ທີ່ ເຮັດ ໜ້າ ທີ່ ຕ້ອງ ສັ່ງ ໂຈະ ການ ນຳ ເຂົ້າ, ສົ່ງ ອອກ ແລະ ບໍລິການ ຊົ່ວຄາວ ເພື່ອລາຍ ງານ ຂັ້ນ ເທິງ ແລະ ພາກສ່ວນ ກ່ຽວຂ້ອງ ແກ້ ໄຂ.
ມາດຕາ 18  ຮູບແບບ ແລະ ກຳນົດເວລາ ການກວດຄືນ
ການກວດຄືນ ແລະ ກຳນົດເວລາການກວດຄືນ ຊິງຊັງມີ 03 ຮູບແບບ ດັ່ງ ລຸ່ມນີ້:
1.  ການກວດຄືນກ່ອນການນຳໃຊ້ ແລະ ບໍລິການ, ແມ່ນການກວດກາ ຊິງຊັ່ງ ທຸກໆໜ່ວຍທີ່ຜະລິດຢູ່ພາຍໃນ ແລະ ນຳເຂົ້າຕ້ອງໄດ້ຜ່ານການສອບທຽບຄວາມຖືກຕ້ອງ;
2. ກວດຄືນຊິງ ຊັ່ງຕາມແຜນປົກກະຕິ ແມ່ນ 01 ປີ/ຄັ້ງ ;
3. ການກວດຄືນ ແບບກະທັນຫັນ ແມ່ນຈະໄດ້ມີການກວດຄືນໂດຍບໍ່ໄດ້ກຳນົດເວລາ ແລະ ບໍ່ໄດ້ແຈ້ງໃຫ້ຜູ້ດໍາເນີນທຸລະກິດຮູ້ລ່ວງໜ້າ.

ໝວດ 5
ປະເພດ ແລ ະ ຄຸນລັກ ສະ ນະ ຂອງຊິງ ຊັ່ງ

ມາດຕາ 19 ປະເພດຂອງຊິງ ຊັ່ງ
ປະ ເພດຂອງຊິງ ຊັ່ງທີ່ ນໍາ ໃຊ້ ຢູ່ ສປປ ລາວ ມີດັ່ງ ນີ້:
-  ຊິງ ຊັ່ງ ແບບ ອານ າລັອກ;
-  ຊິງ ຊັ່ງ ແບບ ດີ ຈີ ຕອນ.

ມາດຕາ 20  ສ່ວນປະກອບຂອງຊິງ ຊັ່ງ
1.   ຊິງ ຊັ່ງ ແບບ ອານາ ລັອກ ມີ ສ່ວນປະກອບຕົ້ນຕໍ ດັ່ງ ນີ້: ເຮືອນ ຊິງ, ໜ້າຊິງ, ຜາງຊິງ, ເຂັມ ຊິງ, ບ່ອນຕັ້ງສູນ, ຕົວ ເລກຊີ້ ບອກຫົວໜ່ວຍ ພື້ນຖານ ກິ ໂລກຼາມ (kg), ລູກ ດິ່ງ ຕັ້ງ ຄວາມ ທ່ຽງ, ລັອກປັບ ຊິງ ແລະ ສະປິງ;
2.   ຊິງຊັ່ງແບບດີຈີຕອນ ມີ ສ່ວນປະກອບຕົ້ນຕໍ ດັ່ງ ນີ້: ເຮືອນຊິງ, ໜ້າຈໍອ່ານຕົວເລກ, ຜາງຊິງ, ບ່ອນ ປັບ ຕົວ ເລກ, ແຜ່ນ ວົງ ຈອນ ໄຟຟ້າ, ບ່ອນ ປັບ ນ້ຳທ່ຽງ ແລະ ບ່ອນຕັ້ງສູນ.

ມາດຕາ 21  ຂັ້ນ ຄວາມ ຊັດ ເຈນຂອງ ຊິງຊັ່ງ
ຂັ້ນຄວາມ ຊັດ ເຈນຂອງຊິງ ຊັ່ງ ປະກອບມີ:
-  ຊິງ ຊັ່ງ ຂັ້ນໜຶ່ງ  (I) ໝາຍ ເຖິງ ຂັ້ນ ຄວາມ ຖືກຕ້ອງ ພິ ເສດ;
-  ຊິງ ຊັ່ງ ຂັ້ນສອງ (II) ໝາຍ ເຖິງ ຂັ້ນ ຄວາມ ຖືກຕ້ອງສູງ ສຸດ;
-  ຊິງ ຊັ່ງ ຂັ້ນສາມ (III) ໝາຍ ເຖິງ ຂັ້ນ ຄວາມ ຖືກຕ້ອງປານ ກາງ;
-  ຊິງ ຊັ່ງ ຂັ້ນສີ່   (IV) ໝາຍ ເຖິງ ຂັ້ນ ຄວາມ ຖືກຕ້ອງທໍາມະ ດາ.
ລາຍ ລະອຽດ ດັ່ງ ນີ້:

ຂັ້ນ

ຄວາມຊັດ ເຈນ

ຄ່າການ ເຕັ້ນຂອງ ຊິງ

(e)

ການ ຊອກ ຫາ ຂັ້ນ ຂອງ ຊິງ

)n=Max/e)

ຄ່າ ການ ຊັ່ງ ຕໍ່າ ສຸດ (Min)

 

ຈຳນວນຕ່ຳສຸດ

ຈຳນວນສູງສຸດ

ຂັ້ນ I

ແຕ່ 0.001 ກຼ ຂຶ້ນ ໄປ

(0.001 ກຼ  e) (*)

50 000

(**)

-

100e

ຂັ້ນ II

ແຕ່ 0.001 ກຼ ເຖິງ 0.05 ກຼ

(0.001 ກຼ  e  0.05 ກຼ)

ແຕ່ 0.1 ກຼ ຂຶ້ນ ໄປ

(0.1 ກຼ  e)

100

5 000

100 000

100 000

20 e

50 e

ຂັ້ນ III

ແຕ່ 0.1 ກຼ ເຖິງ = 2 ກຼ

(0.1 ກຼ  e  2 ກຼ)

ແຕ່ 5 ກຼ ຂຶ້ນ ໄປ

(5 ກຼ  e)

100

500

10 000

10 000

20 e

20 e

ຂັ້ນ IV

ແຕ່ 5 ກຼ ຂຶ້ນ ໄປ

(5 ກຼ  e)

100

1 000

10 e

ໝາຍ ເຫດ: (*) ປົກກະຕິ ຈະ ບໍ່ສອບ ທຽບ ແລະ ກວດຄືນ ຊິງ ຊັ່ງ ທີ່ ມີຄ່າ e ‹ 1 mg ເນື່ອງ ຈາກ ວ່າຄ່າ ອະນຸຍາດຜິດ ດ່ຽງ ຂອງ ນໍ້າໜັກກວດ ສອບ ນັ້ນນ້ອຍ ສຸດ ແລ້ວ;
(**) ສຳລັບ ຊິງ ຊັ່ງ ຂັ້ນ I ທີ່ ມີຄ່າ ການ ເຕັ້ນ d ‹ 0,1 mg
n ອາດ ຈະ ນ້ອຍ ກວ່າ
n ແມ່ນ ການ ຊອກຫາ ຂັ້ນ ຂອງ ຊິງ.

ມາດຕາ 22     ສະຫຼາກ ແລະ ເຄື່ອງໝາຍ
  ຊິງຊັ່ງທີ່ຖືກຕ້ອງທຸກໜ່ວຍ ຕ້ອງມີສະຫຼາກ ແນະ ນໍາ ເພື່ອແຈ້ງຂໍ້ມູນຕ່າງໆຂອງຊິງ, ການລະບຸຂໍ້ຄວາມ ຕ້ອງຊັດເຈນ, ຈະແຈ້ງດີ ແລະ ມີຂໍ້ຄວາມດັ່ງລຸ່ມນີ້:
1.    ຊື່ ຫຼື ເຄື່ອງໝາຍການຄ້າ ຂອງຜູ້ຜະລິດ;
2.    ຊື່ ແລະ ທີ່ຢູ່ຂອງໂຮງງານຜະລິດ ຫຼື ບໍລິສັດ ຜູ້ຜະລິດ, ຜູ້ນຳເຂົ້າ ຫຼື ຜູູ້ຈຳໜ່າຍ;
3.    ເລກໝາຍຂອງເຄື່ອງ;
4.    ຍີ້ຫໍ້ ຫຼື ລຸ້ນ;
5.    ຈຸດອ່ານຊີ້ບອກນ້ຳໜັກທີ່ ຊັ່ງ ໄດ້;
6.    ຂໍ້ແນະນຳວິທີການນຳໃຊ້;
7.    ຄ່າຄວາມຊັດເຈນ;
8.    ປີຜະລິດ;
9.    ຄວາມສາມາດຊັ່ງໄດ້, ຄ່າ ການ ອ່ານ ລະອຽດຂອງ ຊິງ e ຫຼື d;
10. ສໍາລັບ ຊິງ ທີ່ ໃຊ້ ບໍລິການ ຊື້-ຂາຍ ທົ່ວ ໄປ ຕ້ອງ ເປັນ ຊິງ ສອງໜ້າ;
11.  ກາໝາຍຢັ້ງຢືນເຖິງຄວາມຖືກຕ້ອງຂອງຊິງ.

ມາດຕາ 23  ການ ອະນຸຍາດ ຄ່າຜິດດ່ຽງຂອງ ຊິງຊັ່ງ
ການ ອະນຸຍາດ ຄ່າຜິດດ່ຽງຂອງ ຊິງ ຊັ່ງແຕ່ລະຂັ້ນ ມີດັ່ງນີ້:

ຄ່າ ອະນຸ

ຍາດຜິດ ດ່ຽງ

ນໍ້າໜັກທີ່ ໃຊ້ ກວດ ສອບ (m) ສະ ແດງ ໃນ ຫົວໜ່ວຍ ຄ່າ ການ ເຕັ້ນ ຂອງ ຊິງ (e)

ຂັ້ນ I

ຂັ້ນ II

ຂັ້ນ III

ຂັ້ນ IV

±0.5 e

ແຕ່ 0 ເຖິງ 50000

(0 ≤ m ≤ 50000)

ແຕ່ 0 ເຖິງ 5000

(0 ≤ m ≤ 5000)

ແຕ່ 0 ເຖິງ 500

(0 ≤ m ≤ 500)

ແຕ່ 0 ເຖິງ 50

(0 ≤ m ≤ 50)

±1.0 e

ຫຼາຍກວ່າ 50000 ເຖິງ 200000

(50000 < m ≤ 200000)

ຫຼາຍກວ່າ 5000 ເຖິງ 20000

(5000 < m ≤ 20000)

ຫຼາຍກວ່າ 500 ເຖິງ 2000

(500 <  m ≤ 2000)

ຫຼາຍກວ່າ 50 ເຖິງ 200

(50 ≤ m ≤ 200)

±1.5 e

ຫຼາຍກວ່າ 200000

(200000 <  m)

ຫຼາຍກວ່າ 20000  ເຖິງ 100000

(20000 <  m≤ 100000)

ຫຼາຍກວ່າ 2000 ເຖິງ 10000

(2000 <  m ≤ 10000)

ຫຼາຍກວ່າ 200 ເຖິງ 1000

(200 <  m ≤ 1000)


ໝວດທີ 6
ຂໍ້ຫ້າມ

ມາດຕາ 24     ຂໍ້ຫ້າມສຳລັບຜູ້ດຳເນີນທຸລະກິດ
ຂໍ້ຫ້າມສໍາລັບຜູ້ດໍາເນີນທຸລະກິດ ມີດັ່ງນີ້:
1.      ລັກໂລບ, ປອມແປງ, ດັດແກ້ເຄື່ອງມື ແລະ ອຸປະກອນ ທີ່ກ່ຽວຂ້ອງກັບຊິງ ຊັ່ງ;
2.      ນໍາໃຊ້ຊິງຊັ່ງ ທີ່ ບໍ່ ໄດ້ ຜ່ານ ການ ກວດກາ ຫຼື ຕິດ ກາໝາຍຢັ້ງຢືນ ຈາກ ອົງການ ຄຸ້ມ ຄອງ ການ ວັດ ແທກ;
3.      ນໍາໃຊ້ ຊິງຊັ່ງ ທີ່ ຕິດ ຕັ້ງ ບໍ່ ທ່ຽງຕົງ;
4.      ຂັດຂວາງການປະຕິບັດວຽກງານ ຂອງເຈົ້າໜ້າທີ່ລົງກວດຄືນ ແລະ ກວດກາວຽກງານວັດ ແທກ, ໃຫ້ສິນບົນ, ສົມຮູ້ຮ່ວມຄິດກັບເຈົ້າໜ້າທີ່ກວດຄືນ;
5.      ປອມແປງເອກະສານການຢັ້ງຢືນ ທີ່ກ່ຽວກັບຊິງ ຊັ່ງ;
6.      ມີ ພຶດຕິ ກໍາ ອື່ນໆທີ່ ເປັນ ການລະ ເມີດຕໍ່ ລະບຽບກົດໝາຍ.

ມາດຕາ 25   ຂໍ້ຫ້າມ ສຳລັບພະນັກງານທີ່ ປະຕິບັດ ໜ້າ ທີ່
ຫ້າມພະນັກງານ ທີ່ປະຕິບັດ ໜ້າ ທີ່ ກວດທຽບ, ສອບທຽບ ແລ ະ ກວດຄືນ  ມີດັ່ງນີ້:
1.    ຜູ້ ທີ່ ບໍ່ ໄດ້ ຮັບ ການ ແຕ່ງ ຕັ້ງລົງ ປະຕິບັດໜ້າທີ່ ໂດຍ ພາລະ ການ;
2.    ປະລະໜ້າທີ່ ໂດຍບໍ່ມີຄວາມຮັບຜິດຊອບ;
3.    ປະຕິບັດໜ້າທີ່ໂດຍບໍ່ມີຄວາມຍຸຕິທໍາ, ລໍາອຽງຕໍ່ບຸກຄົນ ຫຼື ການຈັດຕັ້ງ;
4.    ຮັບສິນບົນ ຫຼື ສວຍໃຊ້ໜ້າທີ່ ເພື່ອຜົນປະໂຫຍດສ່ວນຕົວ;
5.    ປອມແປງ, ແກ່ຍາວເວລາ ແລະ ຖ່ວງດຶງເອກະສານການຢັ້ງຢືນ;
6.    ມີ ພຶດຕິ ກໍາອື່ນທີ່ເປັນການລະເມີດຕໍ່ລະບຽບກົດໝາຍ.

ມາດຕາ 26     ຂໍ້ຫ້າມສໍາລັບບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງອື່ນ
ຫ້າມບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງອື່ນ ມີດັ່ງນີ້:
1.  ສ້າງອຸປະສັກກີດຂວາງ ແລະ ແຊກແຊງການເຮັດວຽກຂອງພະນັກງານທີ່ຮັບຜິດຊອບການກວດກາ;
2.  ໂຄສະນາ, ສົ່ງ ເສີມຊິງ ຊັ່ງ ທີ່ ບໍ່ ໄດ້ ຄຸນ ນະພາ ບ;
3.  ສ້າງ ມົນລະ ຜິດ ຕໍ່ ສະພາບແວດ ລ້ອມ ແລະ ສັງຄົມ;
4.  ຊ່ວຍ ເຫຼືອ ປົກ ປ້ອງ ຜູ້ ລະ ເມີດ ຂໍ້ ຕົກລົງ ສະບັບ ນີ້;
5.  ປິດບັງ ເຊື່ອງ ອໍາ ການ ກະທໍາ ທີ່ ເປັນການລະ ເມີດ ລະບຽບ ກົດໝາຍ ;
6.  ມີ ພຶດຕິ ກໍາ ອື່ນ ທີ່ ຜິດ ກັບ ລະບຽບ ກົດໝາຍ.

ໝວດທີ 7
ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 27     ນະໂຍບາຍຕໍ່ຜູ້ມີຜົນງານ
     ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຜົນງານດີເດັ່ນໃນການຮ່ວມມື, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຈັດຕັ້ງປະຕິບັດລະບຽບກົດໝາຍ ທີ່ກ່ຽວຂ້ອງກັບການຄຸ້ມຄອງການວັດແທກ ຫຼື ຂໍ້ຕົກລົງສະບັບນີ້ ຈະໄດ້ຮັບການຍ້ອງຍໍ ຫຼື ໄດ້ຮັບການປະຕິບັດນະໂຍບາຍອື່ນຕາມລະບຽບກົດໝາຍ.

ມາດຕາ 28  ມາດຕະການຕໍ່ລັດຖະກອນທີ່ກະທໍາ ຜິດ ຕໍ່ໜ້າ ທີ່ ຮັບຜິດຊອບ
   ລັດຖະກອນທີ່ກົດໜ່ວງ ຫຼື ລະເມີດຕໍ່ຂໍ້ຕົກລົງສະບັບນີ້ ຈະຖືກປະຕິບັດວິໃນເຊັ່ນ: ສຶກສາອົບ ຮົມ,  ຍົກຍ້າຍໜ້າທີ່,  ປົດຕຳແໜ່ງ ຫຼື ໄລ່ອອກຈາກລັດຖະກອນ,  ນອກຈາກນີ້ຍັງ ຈະໄດ້ປະຕິບັດ ມາດຕະການຕ່າງໆທີ່ ໄດ້ ລະບຸໃນໝວດ ທີ 8 ຂອງ ກົດໝາຍ ອາຍາ ຕາມ ແຕ່ ລະ ກໍລະນີ ແລະ ຕາມລະ ບຽບກົດໝາຍອື່ນໆ ທີ່ ກ່ຽວຂ້ອງ.

ມາດຕາ 29  ມາດຕະການຕໍ່ຜູ້ລະເມີດອື່ນໆ
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດຕໍ່ຂໍ້ຕົກລົງສະບັບນີ້ ຈະຖືກຕັກເຕືອນ, ສຶກສາ ອົບຮົມ, ປັບໃໝ, ປະຕິບັດວິໃນ, ໃຊ້ ແທນທາງແພ່ງ ຫຼື ລົງໂທດທາງອາຍາຕາມກໍລະນີເບົາ ຫຼື ໜັກ ຕາມລະບຽບກົດໝາຍ.

ໝວດທີ 8
ບົດ ບັນຍັດ ສຸດ ທ້າຍ

ມາດຕາ 30  ການຈັດຕັ້ງປະຕິບັດ
ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ມອບໃຫ້ກົມມາດຕະຖານ ແລະ ວັດແທກ ສົມທົບ ກັບຂະແໜງການ ແລະ ການຈັດຕັ້ງທີ່ກ່ຽວຂ້ອງ ເປັນຜູ້ຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ຕາມພາລະບົດບາດຂອງຕົນ.

ມາດຕາ 31  ຜົນສັກສິດ
ຂໍ້ຕົກລົງສະບັບນີ້ ມີຜົນສັກສິດ ນັບ ແຕ່ມື້ລົງລາຍເຊັນເປັນຕົ້ນໄປ ແລະ ພາຍຫຼັງ ໄດ້ ລົງ ຈົດໝາຍ ເຫດ ທາງ ລັດຖະການ ສິບ ຫ້າ ວັນ. ທຸກລະບຽບການທີ່ຂັດກັບຂໍ້ຕົກລົງສະບັບນີ້ ລ້ວນແຕ່ຖືກຍົກ ເລີກ.

ລັດຖະມົນຕີ
ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ

ບໍ່ວຽງຄຳ ວົງດາລາ

 

# ຫົວຂໍ້ ດາວໂຫຼດ
1 Decision on the Management of All Types of Scales in Lao PDR No. 0544/MOST, dated 16 May 2017 PDF
2 ຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງຊິງຊັ່ງທຸກປະເພດ ຢູ່ ສປປ ລາວ, ສະບັບເລກທີ 0544/ກວຕ, ລົງວັນທີ 16 ພືດສະພາ 2017 PDF
ມາດຕະການ / ມາດຕະຖານ
# ຊື່ ປະເພດ ອົງກອນ ລາຍລະອຽດ ກົດໝາຍ ສຶ້ນສຸດ ໃຊ້ກັບ
1 ຊິງຊັ່ງນຳເຂົ້າຕ້ອງໄດ້ຮັບການຢັ້ງຢືນ ຕ້ອງໄດ້ຮັບການຢັ້ງຢືນ ກະຊວງ ອຸດສາຫະກຳ ແລະ ການຄ້າ ຊິງຊັ່ງນໍາເຂົ້າ ຕ້ອງໄດ້ຮັບການຢັ້ງຢືນ ຈາກກົມມາດຕະຖານ ແລະ ວັດແທກ, ກະຊວງ ອຄ ຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງຊິງຊັ່ງທຸກປະເພດ ຢູ່ ສປປ ລາວ, ສະບັບເລກທີ 0544/ກວຕ, ລົງວັນທີ 16 ພືດສະພາ 2017 9999-12-31 ALL
2 ຊິງຊັ່ງທີ່ນຳເຂົ້າຕ້ອງໄດ້ຈົດທະບຽນ ​ຮຽກ​ຮ້​ອງ​ໃຫ້​ມີ​ການ​ຈົດ​ທ​ະບຽນ ກະຊວງ ອຸດສາຫະກຳ ແລະ ການຄ້າ ຊິງຊັ່ງນໍາເຂົ້າ ຕ້ອງໄດ້ຮັບການຈົດທະບຽນກັບກົມມາດຕະຖານ ແລະ ວັດແທກ, ກະຊວງ ອຄ ຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງຊິງຊັ່ງທຸກປະເພດ ຢູ່ ສປປ ລາວ, ສະບັບເລກທີ 0544/ກວຕ, ລົງວັນທີ 16 ພືດສະພາ 2017 9999-12-31 ALL
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.