ສາລະບານ

ໝວດທີ 1 ບົດບັນຍັດທົ່ວໄປ
ມາດຕາ 1 ຈຸດປະສົງ
ມາດຕາ 2 ສິນຄ້າຫຸ້ມຫໍ່
ມາດຕາ 3 ການອະທິບາຍຄຳສັບ
ມາດຕາ 4 ຂອບເຂດການນຳໃຊ້
ໝວດທີ 2 ການແຈ້ງປະລິມານ ຂອງຜະລິດຕະພັນ ແລະ ສິນຄ້າຫຸ້ມຫໍ່
ມາດຕາ 5 ການແຈ້ງປະລິມານ ຂອງຜະລິດຕະພັນ ແລະ ສິນຄ້າຫຸ້ມຫໍ່
ມາດຕາ 6 ການແຈ້ງສິນຄ້າຫຸ້ມຫໍ່ທີ່ເປັນຈຳນວນ
ໝວດທີ 3 ການຄຸ້ມຄອງ, ກວດສອບ, ເກັບຄ່າທໍານຽມ ແລະ ຄ່າປັບໃໝ
ມາດຕາ 7 ຫຼັກການພື້ນຖານຂອງການຄຸ້ມຄອງ ແລະ ກວດສອບສິນຄ້າຫຸ້ມຫໍ່
ມາດຕາ 8 ຫຼັກການເກັບຕົວຢ່າງ
ມາດຕາ 9 ວິທີການກວດສອບ
ມາດຕາ 10 ຮູບແບບກວດສອບສິນຄ້າຫຸ້ມຫໍ່
ມາດຕາ 11 ເອກະສານຂໍກວດສອບ ແລະ ຢັ້ງຢືນສິນຄ້າຫຸ້ມຫໍ່
ມາດຕາ 12 ສະຫຼາກ ແລະ ເຄື່ຶອງໝາຍ
ມາດຕາ 13 ຂະໜາດຕົວໜັງສື ແລະ ຕົວເລກຂອງສະຫຼາກ
ມາດຕາ 14 ການພິຈາລະນາ ແລະ ອະນຸມັດເອກະສານ
ມາດຕາ 15 ການອອກໃບຢັ້ງຢືນ
ມາດຕາ 16 ຄ່າທໍານຽມ, ຄ່າບໍລິການກວດສອບ ແລະ ຄ່າປັບໃໝ  

ໝວດທີ 4 ສິດ, ໜ້າທີ່ ຂອງອົງການຄຸ້ມຄອງ ແລະ ກວດສອບສິນຄ້າຫຸ້ມຫໍ່
ມາດຕາ 17 ອົງການຄຸ້ມຄອງ ແລະ ກວດສອບສິນຄ້າຫຸ້ມຫໍ່
ມາດຕາ 18 ສິດ ຂອງອົງການຄຸ້ມຄອງ ແລະ ກວດສອບສິນຄ້າຫຸ້ມຫໍ່
ມາດຕາ 19  ໜ້າທີ່ ຂອງອົງການຄຸ້ມຄອງ ແລະ ກວດສອບສິນຄ້າຫຸ້ມຫໍ່      
ໝວດທີ 5 ສິດ ແລະ ພັນທະ
ມາດຕາ 20 ສິດຂອງຜູ້ດໍາເນີນທຸລະກິດສິນຄ້າຫຸ້ມຫໍ່
ມາດຕາ 21 ສິດຂອງຜູ້ຊົມໃຊ້ສິນຄ້າຫຸ້ມຫໍ່
ມາດຕາ 22 ພັນທະຂອງຜູ້ດຳເນີນທຸລະກິດສິນຄ້າຫຸ້ມຫໍ່
ໝວດທີ 6 ຂໍ້ຫ້າມ
ມາດຕາ 23 ຂໍ້ຫ້າມສໍາລັບຜູ້ດໍາເນີນທຸລະກິດ
ມາດຕາ 24 ຂໍ້ຫ້າມສໍາລັບພະນັກງານ ທີ່ປະຕິບັດໜ້າທີ່ກວດສອບສິນຄ້າຫຸ້ມຫໍ່
ມາດຕາ 25 ຂໍ້ຫ້າມບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງອື່ນ
ໝວດທີ 7 ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ
ມາດຕາ 26  ນະໂຍບາຍຕໍ່ຜູ້ມີຜົນງານ
ມາດຕາ 27 ມາດຕະການຕໍ່ລັດຖະກອນທີ່ກະທໍາຜິດຕໍ່ໜ້າທີ່ຮັບຜິດຊອບ
ມາດຕາ 28 ມາດຕະການຕໍ່ຜູ້ລະເມີດອື່ນໆ
ໝວດທີ 8 ບົດບັນຍັດສຸດທ້າຍ
ມາດຕາ 29 ການຈັດຕັ້ງປະຕິບັດ
ມາດຕາ 30 ຜົນສັກສິດ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ                     ເລກທີ    0542/ກວຕ
ນະຄອນຫຼວງວຽງຈັນ, ວັນທີ 16 ພຶດສະພາ 2017

ຂໍ້ຕົກລົງ
ຂອງ ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ
ວ່າດ້ວຍ ການຄຸ້ມຄອງສິນຄ້າຫຸ້ມຫໍ່ ຢູ່ ສປປ ລາວ

(ສະບັບປັບປຸງ)

-  ອີງຕາມ ກົດໝາຍວ່າດ້ວຍການວັດແທກ (ສະບັບປັບປຸງ) ເລກທີ 36/ສພຊ, ລົງວັນທີ 13 ທັນວາ 2013;
-  ອີງຕາມ ດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວ ຂອງກະຊວງວິທະຍາ ສາດ ແລະ ເຕັກໂນໂລຊີ, ສະບັບເລກທີ 309/ນຍ, ລົງວັນທີ 28 ກັນຍາ 2011;
-  ອີງຕາມການຄົ້ນຄ້ວາສະເໜີຂອງ ກົມມາດຕະຖານ ແລະ ວັດແທກ, ເລກທີ 007/ກວຕ.ກມວ, ລົງວັນທີ 05 ຕຸລາ 2016.

ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຕົກລົງ:
ໝວດທີ 1
ບົດບັນຍັດທົ່ວໄປ

ມາດຕາ 1. ຈຸດປະສົງ
ຂໍ້ຕົກລົງສະບັບນີ້ ກໍານົດນະໂຍບາຍ, ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ, ກວດສອບຜະລິດຕະພັນ ແລະ ສິນຄ້າຫຸ້ມຫໍ່ ທີ່ຜະລິດ, ນຳເຂົ້າ, ສົ່ງອອກ ແລະ ຈຳໜ່າຍ ຢູ່ ສປປ ລາວ ໃຫ້ຖືກຕ້ອງຕາມລະບຽບການທີ່ກໍານົດໄວ້ ຢູ່ ສປປ ລາວ ແລະ ສາກົນ ເພື່ອສ້າງເງື່ອນໄຂອັນສະດວກໃນການ ຊື້-ຂາຍ, ແນໃສ່ເຮັດໃຫ້ສັງຄົມມີຄວາມຍຸຕິທຳ, ປອດໄພ, ມີຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດ ໃນຂອບເຂດທົ່ວປະເທດ ແລະ ເຊື່ອມໂຍງກັບຫຼັກການກວດສອບສິນຄ້າຫຸ້ມຫໍ່ ລະ   ຫ່ວາງບັນດາປະເທດອາຊຽນ ແລະ ສາກົນ ເພື່ອຄຸ້ມຄອງສິນຄ້າຫຸ້ມຫໍ່ທີ່ພົວພັນເຖິງຄຸນລັກສະນະ, ຂະໜາດ, ນ້ຳໜັກ, ມວນສານ ແລະ ບໍລິມາດທີ່ໄດ້ລະບຸໄວ້ໃນສະຫຼາກຂອງສິນຄ້າຫຸ້ມຫໍ່.

ມາດຕາ 2. ສິນຄ້າຫຸ້ມຫໍ່
ສິນຄ້າຫຸ້ມຫໍ່ ແມ່ນສິນຄ້າທີ່ຖືກບັນຈຸໃນພາຊະນະ ຫຼື ສິ່ງຫຸ້ມຫໍ່ໃດໜຶ່ງ ເຊິ່ງມີການບົ່ງບອກເຖິງຄຸນລັກສະນະ, ກຳນົດ ແລະ ລະບຸປະລິມານສິນຄ້າໄວ້ໃນສະຫຼາກ ກ່ອນຈະວາງຈຳໜ່າຍ. ປະລິມານຜະລິດຕະພັນ ບໍ່ສາມາດປ່ຽນແປງໄດ້ ໃນເມື່ອບໍ່ມີການເປີດ ຫຼື ດັດແກ້ສິ່ງຫຸ້ມຫໍ່ນັ້ນ.

ມາດຕາ 3. ການອະທິບາຍຄຳສັບ
ຄໍາສັບຕ່າງໆທີ່ໃຊ້ໃນຂໍ້ຕົກລົງສະບັບນີ້ມີຄວາມໝາຍ ດັ່ງນີ້:
1. ປະລິມານຄ່າກຳນົດ (Qn) ໝາຍເຖິງ ປະລິມານຂອງສິນຄ້າ ທີ່ໄດ້ກຳນົດໄວ້ໃນສະຫຼາກຂອງສິນຄ້າຫຸ້ມຫໍ່ນັ້ນ, ປະລິມານຄ່າກຳນົດໄດ້ແບ່ງອອກເປັນ 2 ປະເພດຄື:
- ຄ່າກຳນົດ ໝາຍເຖິງ ປະລິມານຕົວຈິງຂອງຜະລິດຕະພັນທີ່ບັນຈຸໃນພາຊະນະຫຸ້ມຫໍ່ ເຊິ່ງໄດ້ລະບຸໄວ້ໃນສະຫຼາກຂອງຜະລິດຕະພັນຫຸ້ມຫໍ່;
- ບໍລິມາດສຸດທິ ໝາຍເຖິງ ປະລິມານຜະລິດຕະພັນທີ່ບັນຈຸຢູ່ໃນສິ່ງຫຸ້ມຫໍ່ ຊຶ່ງມີຫົວໜ່ວຍວັດ ແທກເປັນຄວາມຍາວ, ບໍລິມາດ, ນໍ້າໜັກ, ຈໍານວນ ຫຼື ມວນສານ ທີ່ວັດແທກແລ້ວໂດຍບໍ່ລວມເອົາພາຊະນະຫຸ້ມຫໍ່;
2.     ອົງການຄຸ້ມຄອງການວັດແທກ ໝາຍເຖິງ ກົມມາດຕະຖານ ແລະ ວັດແທກ,  ພະແນກວິທະຍາ ສາດ ແລະ ເຕັກໂນໂລຊີແຂວງ, ນະຄອນ ແລະ ຫ້ອງການວິທະຍາສາດ ແລະ ເຕັກໂນໂລຊີເມືອງທີ່ຖືກມອບໝາຍ;
3.     ຊຸດຜະລິດຕະພັນ (Lot) ໝາຍເຖິງ ສິນຄ້າຫຸ້ມຫໍ່ ທີ່ບັນຈຸໃນພາຊະນະຫຸ້ມຫໍ່ທີ່ມີ ຂະໜາດ, ຊື່ ຫຼື ເຄື່ອງໝາຍການຄ້າທີ່ຜະລິດອອກໃນໄລຍະເວລາດຽວກັນ;
4.     ຊຸດຜະລິດຕະພັນກວດສອບ ໝາຍເຖິງ ຕົວຢ່າງຂອງສິນຄ້າຫຸ້ມຫໍ່ທີ່ໄດ້ຄັດເລືອກ ຫຼື ສຸ່ມເອົາມາເປັນຕົວແທນຂອງຜະລິດຕະພັນໃນຊຸດນັ້ນ ເພື່ອມາກວດສອບ;
5.     ການຫຸ້ມຫໍ່ທີ່ບໍ່ສອດຄ່ອງ ໝາຍເຖິງ ການຫຸ້ມຫໍ່ທີ່ບໍ່ຖືກຕ້ອງຕາມລະບຽບການທີ່ກໍານົດໄວ້ເຊັ່ນ: ມີຄ່າຜິດພາດຫຼາຍກ່ວາຄ່າອະນຸຍາດ (T) ທີ່ໄດ້ກໍານົດໄວ້ໃນຕາຕະລາງ 1 ໃນມາດຕາ 6 ຂອງຂໍ້ຕົກລົງສະບັບນີ້;
6.     ການສຸ່ມເອົາຕົວຢ່າງ ໝາຍເຖິງ ການເກັບຕົວຢ່າງຂອງສິນຄ້າຫຸ້ມຫໍ່ ຕາມວິທີການທີ່ກໍານົດໄວ້;
7. ການເກັບເອົາຕົວຢ່າງ (n) ໝາຍເຖິງ ສິນຄ້າຫຸ້ມຫໍ່ທີ່ໄດ້ຈາກຊຸດຜະລິດຕະພັນ ແລະ ສິນຄ້າທີ່ຖືກນຳໃຊ້ເພື່ອສະໜອງຂໍ້ມູນທີ່ຈະນຳໃຊ້ເປັນພື້ນຖານໃນການຕັດສິນໃຈກ່ຽວກັບການສ້າງຄວາມສອດຄ່ອງໃຫ້ແກ່ຊຸດການກວດສອບ.  ຕົວອັກສອນ ‘n’ ໝາຍເຖິງ ຈໍານວນຂອງການເກັບເອົາຕົວ ຢ່າງ; 
8. ສະຫຼາກ (label) ໝາຍເຖິງ ສິ່ງທີ່ຂຽນ, ພິມ ຫຼື ສິ່ງທີ່ສະແດງດ້ວຍຮູບພາບທີ່ແປະໃສ່, ຕິດໃສ່, ຫຼໍ່ໃສ່, ປໍ້າເປັນຮູບໃສ່, ປະກອບມາພ້ອມສິ່ງຫຸ້ມຫໍ່ທີ່ບັນຈຸຜະລິດຕະພັນໃດໜຶ່ງເພື່ອເປັນການໂຄສະນາຍີ່ຫໍ້, ການບົ່ງບອກ ຫຼື ການໃຫ້ຂໍ້ມູນກ່ຽວກັບຜະລິດຕະພັນ ຫຼື ສິ່ງທີ່ບັນຈຸຢູ່ໃນສິ່ງຫຸ້ມຫໍ່;
9.    ຄ່າຜິດດ່ຽງທີ່ອະນຸຍາດໄດ້ (T) ໝາຍເຖິງ ປະລິມານທີ່ຜິດດ່ຽງຂອງສິນຄ້າຫຸ້ມຫໍ່ ທີ່ອະນຸຍາດໃຫ້ຫຼຸດ ຫຼື ລື່ນ ຕາມລະບຽບການທີ່ກຳນົດໄວ້;
10. ການດຳເນີນທຸລະກິດກຽ່ວກັບສິນຄ້າຫຸ້ມຫໍ່ ໝາຍເຖິງ ຜູ້ທີ່ປະກອບການກ່ຽວກັບ ການຜະລິດ, ບັນຈຸ ຫຼື ຫຸ້ມຫໍ່ ແລະ ບໍລິການຕ່າງໆ ກຽ່ວກັບສິນຄ້າຫຸ້ມຫໍ່, ເປັນຕົ້ນແມ່ນ: ຜູ້ຜະລິດ, ຜູ້ນຳເຂົ້າ, ຜູ້ສົ່ງອອກ ແລະ ຜູ້ຈຳໜ່າຍ;
11. ຜູ້ສະໜອງ ໝາຍເຖິງ ຜູ້ຜະລິດ, ຜູ້ຈຳໜ່າຍ, ຜູ້ຂາຍ ແລະ ຜູ້ບໍລິການ;
12. ຜູ້ບໍລິໂພກ ໝາຍເຖິງຜູ້ຊື້ ແລະ ຜູ້ຊົມໃຊ້.

ມາດຕາ 4. ຂອບເຂດການນຳໃຊ້
ຂໍ້ຕົກລົງສະບັບນີ້ ນໍາໃຊ້ສຳລັບບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ທີ່ດຳເນີນການຜະລິດ, ນຳເຂົ້າ, ສົ່ງອອກ, ຫຸ້ມຫໍ່ ແລະ ຈຳໜ່າຍ ສິນຄ້າຫຸ້ມຫໍ່ທຸກປະເພດ ຕາມລາຍ ການທີ່ໄດ້ກຳນົດໄວ້ ຢູ່ ສປປ ລາວ.

ໝວດທີ 2
ການແຈ້ງປະລິມານ ຂອງຜະລິດຕະພັນ ແລະ ສິນຄ້າຫຸ້ມຫໍ່

ມາດຕາ 5. ການແຈ້ງປະລິມານ ຂອງຜະລິດຕະພັນ ແລະ ສິນຄ້າຫຸ້ມຫໍ່
ການລະບຸປະລິມານຂອງ ຜະລິດຕະພັນ ແລະ ສິນຄ້າຫຸ້ມຫໍ່
ໃຫ້ປະຕິບັດ ດັ່ງລຸ່ມນີ້:
1.    ຜະລິດຕະພັນ ແລະ ສິນຄ້າຫຸ້ມຫໍ່ ທີ່ເປັນຂະໜາດ ຕ້ອງລະບຸເປັນລວງຍາວ;
2.    ຜະລິດຕະພັນ ແລະ ສິນຄ້າຫຸ້ມຫໍ່ ທີ່ເປັນທາດແຂງ, ເຄິ່ງແຂງ ເຊິ່ງລວມມີທັງທາດແຂງ ແລະທາດແຫຼວປະສົມກັນ ຕ້ອງລະບຸເປັນນ້ຳໜັກ;
3.    ຜະລິດຕະພັນ ແລະ ສິນຄ້າຫຸ້ມຫໍ່ ທີ່ເປັນທາດແຫຼວ ຕ້ອງລະບຸເປັນບໍລິມາດ;
4.    ຜະລິດຕະພັນ ແລະ ສິນຄ້າຫຸ້ມຫໍ່ ທີ່ມີປະລິມານຄ່າກຳນົດນ້ອຍກ່ວາ 5 ກລາມ (5g) ຫຼື 5 ມິນລີແມັດ (5mm) ແມ່ນບໍ່ຈຳເປັນຈະຕ້ອງລະບຸຄ່າປະລິມານຄ່າກຳນົດໃນສະຫຼາກຫຸ້ມຫໍ່, ແຕ່ຖ້າຫາກຕ້ອງການແມ່ນໃຫ້ໃສ່ຄ່າສະເລ່ຍຂອງສິນຄ້າຫຸ້ມຫໍ່ທັງໝົດຫຼາຍກ່ວາ ຫຼື ເທົ່າກັບປະລິມານຄ່າກຳນົດ.

ມາດຕາ 6. ການແຈ້ງສິນຄ້າຫຸ້ມຫໍ່ທີ່ເປັນຈຳນວນ
1. ຈຳນວນຫຸ້ມຫໍ່ທີ່ໜ້ອຍກ່ວາ ຫຼື ເທົ່າກັບ 50 ອັນ, ປະລິມານບັນຈຸຕ້ອງບໍ່ໜ້ອຍກ່ວາປະລິມານຄ່າກຳນົດ;
2. ຈຳນວນຫຸ້ມຫໍ່ທີ່ຫຼາຍກ່ວາ 50 ອັນ, ຄ່າສະເລ່ຍປະລິມານຄ່າກຳນົດຂອງຈຳນວນຫຸ້ມຫໍ່ຈະຕ້ອງເທົ່າກັບ ປະລິມານຄ່າກຳນົດ ແລະ ຄ່າອະນຸຍາດຜິດດ່ຽງແມ່ນເທົ່າກັບ 1 ສ່ວນຮ້ອຍຂອງສິນຄ້າເທົ່າກັບ (1%);                                    

ຕາຕະລາງ 01: ຄ່າອະນຸຍາດຜິດດ່ຽງ

ປະລິມານທີ່ກຳນົດ (Qn) ຄິດໄລ່ເປັນກຣາມ

(g) ຫຼື ມິນລີລິດ (ml)  

 ແຕ່                   ເຖິງ

ຄ່າອະນຸຍາດຜິດດ່ຽງ

ຄິດໄລ່ເປັນເປີເຊັນ (%) ຂອງ Qn      

    %            mg  or ml

5

50

100

200

300

500

1.000

10.000

15.000

50

100

200

300

500

1.000

10.000

15.000

50.000

9.0

-

4.5

-

3.0

-

1.5

 

1

-

4.5

-

9.0

-

15.0

 

150

       

ໝາຍເຫດ: ເມື່ອໃດທີ່ໄດ້ນຳໃຊ້ຕາຕະລາງດັ່ງກ່າວນີ້, ບັນດາຄ່າຂອງຄ່າຜິດພາດທີ່ສະແດງເປັນອັດຕາສ່ວນຮ້ອຍ, ນ້ຳໜັກ ຫຼື ບໍລິມາດ ແມ່ນຈະຕ້ອງໄດ້ປັບຄ່າດັ່ງກ່າວເປັນເລກເສດ 0.1 ກຼາມ (g) ຫຼື ມິນລີລິດ (ml).
3.  ທຸກການດຳເນີນງານ ການກວດສອບປະລິມານຂອງສິນຄ້າຫຸ້ມຫໍ່ ທີ່ຄິດໄລ່ເປັນບໍລິມາດ ຜົນການຄິດໄລ່ທີ່ໄດ້ຈາກການກວດສອບໃນເວລານັ້ນ (ພາຍໃຕ້ອຸນຫະພູມຂອງຫ້ອງທົດລອງ ໃນເວລາກວດສອບ) ແມ່ນຕ້ອງໄດ້ປ່ຽນເປັນຜົນຄິດໄລ່ໃນອຸນຫະພູມ 20 ອົງສາເຊັນຊຽດ (20˚c ±1˚c) (ຈາກສູດ ຄິດໄລ່ທີ່ໄດ້ກຳນົດໄວ້) ເປັນຕົ້ນ: ຜະລິດຕະພັນນ້ຳມັນ, ເຄື່ອງເຢັນ ແລະ ຜະລິດຕະພັນແຊ່ເຢັນອື່ນໆ.

ໝວດທີ 3
ການຄຸ້ມຄອງ, ກວດສອບ, ເກັບຄ່າທໍານຽມ ແລະ ຄ່າປັບໃໝ

ມາດຕາ 7. ຫຼັກການພື້ນຖານຂອງການຄຸ້ມຄອງ ແລະ ກວດສອບສິນຄ້າຫຸ້ມຫໍ່
ຫຼັກການພື້ນຖານ ຂອງການຄຸ້ມຄອງ, ກວດສອບຜະລິດຕະພັນ ແລະ ສິນຄ້າຫຸ້ມຫໍ່ ແມ່ນແນໃສ່ເພື່ອຍົກສູງຄຸນນະພາບ ແລະ ປະສິດທິພາບທາງດ້ານເສດຖະກິດ-ສັງຄົມ ກ່ຽວກັບການຄຸ້ມຄອງ, ບໍລິການ ແລະ ປົກປ້ອງຜູ້ຊົມໃຊ້ ບົນພື້ນຖານຫຼັກການ ດັ່ງນີ້:
1.  ຮັບປະກັນຄວາມປອດໄພຕໍ່ຊີວິດ, ຊັບສິນ, ສະພາບແວດລ້ອມ ແລະ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສັງຄົມ;
2.  ຮັບປະກັນການເປີດກ້ວາງ, ຄວາມຍຸຕິທຳ, ສະເໝີພາບ ແລະ ໂປ່ງໃສ, ສາມາດກວດສອບໄດ້, ຫຼີກເວັ້ນການຈຳແນກ, ສ້າງອຸປະສັກກີດຂວາງຕໍ່ທຸລະກິດ ກ່ຽວກັບຜະລິດຕະພັນ ແລະ ສິນຄ້າຫຸ້ມຫໍ່;
3.  ຮັບປະກັນຄວາມສອດຄ່ອງ ກັບຫຼັກການ, ລະບຽບການແຫ່ງຊາດ, ພາກພື້ນ ແລະ ສາກົນ; ສອດ ຄ່ອງກັບສະພາບຄວາມເປັນຈິງ ແລະ ຄວາມສາມາດໃນການຈັດຕັ້ງປະຕິບັດວຽກງານ ໃນການຄຸ້ມຄອງ, ກວດສອບຜະລິດຕະພັນ ແລະ ສິນຄ້າຫຸ້ມຫໍ່;
4.  ຮັບປະກັນໃຫ້ຜູ້ຜະລິດ, ປຸງແຕ່ງ, ນຳເຂົ້າ, ສົ່ງອອກ ແລະ ຈໍາໜ່າຍ ໃຫ້ເປັນໄປຕາມຫຼັກການ ແລະ ຂັ້ນຕອນການຄຸ້ມຄອງ, ກວດສອບ ຜະລິດຕະພັນ ແລະ ສິນຄ້າຫຸ້ມຫໍ່;
5.  ການດໍາເນີນການກວດກາ ທຸກຄັ້ງທີ່ຄະນະກໍາມະການລົງກວດກາ ແມ່ນຕ້ອງມີໃບແຈ້ງການ ຫຼື ຂໍ້ຕົກລົງ ທີ່ອອກໃຫ້ໂດຍກົມມາດຕະຖານ ແລະ ວັດແທກ, ພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງ, ນະຄອນ ຕາມການມອບໝາຍ.

ມາດຕາ 8. ຫຼັກການເກັບຕົວຢ່າງ
1.    ການເກັບຕົວຢ່າງແບບຊຸ່ມເອົາ ແມ່ນສິນຄ້າຫຸ້ມຫໍ່ທີ່ຖືກຄັດເລືອກແບບຊຸ່ມເອົາ ເພື່ອເປັນຕົວແທນຂອງສິນຄ້າທັງໝົດ ທີ່ມີຄວາມໜ້າຈະເປັນໄປໄດ້ຄືກັນ ຊຶ່ງຈະຖືກລວມຢູ່ໃນຕົວຢ່າງ;
2.    ຈໍານວນຂອງຕົວຢ່າງສິນຄ້າຫຸ້ມຫໍ່ ທີ່ໄດ້ຈາກຊຸດການກວດສອບ ແລະ ຖືກນໍາໃຊ້ເພື່ອສະໜອງຂໍ້ມູນທີ່ຈະໃຊ້ເປັນພື້ນຖານໃຫ້ແກ່ການຕັດສິນໃຈກ່ຽວກັບຄວາມສອດຄ່ອງຂອງຊຸດການກວດສອບ;
3.    ສິນຄ້າຫຸ້ມຫໍ່ທີ່ຜະລິດຢູ່ພາຍໃນປະເທດ ແມ່ນມີການກວດກາເກັບຕົວຢ່າງກວດສອບຢູ່ບ່ອນທີ່ດຳ ເນີນການຫຸ້ມຫໍ່;
4.    ສິນຄ້າຫຸ້ມຫໍ່ທີ່ນຳເຂົ້າ ແມ່ນເກັບຕົວຢ່າງເພື່ອກວດສອບຢູ່ນໍາສາງສິນຄ້ານໍາເຂົ້ານັ້ນ.

ມາດຕາ 9. ວິທີການກວດສອບ
1.   ສິນຄ້າຫຸ້ມຫໍ່ ທີ່ຈະນຳມາເປັນຕົວຢ່າງກວດສອບຈະຕ້ອງໄດ້ຖືກຄັດເລືອກ ໂດຍການນຳໃຊ້ວິທີການເກັບຕົວຢ່າງຕາມຫຼັກການທີ່ກຳນົດໄວ້;
2.   ການກວດສອບໃນບາງປະເພດ ສາມາດກວດສອບໄດ້ກັບສະຖານທີ່ນັ້ນເລີຍ ແຕ່ໃນບາງຜະລິດຕະພັນທີ່ບໍ່ອາດສາມາດກວດໄດ້ກັບທີ່ ຊຶ່ງຈະນຳເອົາຕົວຢ່າງມາກວດສອບຢູ່ຫ້ອງທົດລອງ ຂອງອົງການຄຸ້ມຄອງການວັດແທກ ຫຼື ຫ້ອງທົດລອງອື່ນທີ່ໄດ້ຮັບອະນຸຍາດ ຈາກອົງການຄຸ້ມຄອງການວັດແທກ.

ມາດຕາ 10. ຮູບແບບກວດສອບສິນຄ້າຫຸ້ມຫໍ່
ການກວດສອບສິນຄ້າຫຸ້ມຫໍ່ມີ 3 ຮູບແບບຄື:
1.   ກວດສອບ ສິນຄ້າກ່ອນນຳເຂົ້າ, ສົ່ງອອກ ແລະ ຈຳໜ່າຍ;
2.   ກວດສອບຕາມແຜນປົກກະຕິ 01 ຄັ້ງ/ປີ; ແມ່ນການກວດກາ ທີ່ດໍາເນີນໄປຕາມແຜນການຢ່າງເປັນປະຈໍາ ແລະ ມີກໍານົດເວລາອັນແນ່ນອນ;
3.   ກວດສອບແບບກະທັນຫັນ ແລະ ຕາມການຮ້ອງຂໍ ແມ່ນການກວດກາໂດຍຮີບດ່ວນ ຊຶ່ງບໍ່ໄດ້ແຈ້ງໃຫ້ຜູ້ຖືກກວດກາຮູ້ລ່ວງໜ້າ.

ມາດຕາ 11. ເອກະສານຂໍກວດສອບ ແລະ ຢັ້ງຢືນສິນຄ້າຫຸ້ມຫໍ່
ສິນຄ້າຫຸ້ມຫໍ່ທຸກປະເພດ ຕາມລາຍການໃນເອກະສານຊ້ອນທ້າຍ 3 ທີ່ໄດ້ກຳນົດໄວ້ ກ່ອນຈະນໍາເຂົ້າ, ສົ່ງອອກ, ຫຸ້ມຫໍ່ ແລະ ຈໍາໜ່າຍ ຢູ່ ສປປ ລາວ ຕ້ອງໄດ້ຍື່ນຄຳຮ້ອງຂໍຈົດທະບຽນສິນຄ້າຫຸ້ມຫໍ່ນັ້ນ ຕໍ່ອົງການຄຸ້ມຄອງທີ່ກ່ຽວຂ້ອງ, ຕາມແບບຟອມ ແລະ ເອກະສານຂອງໜ່ວຍງານກວດສອບ ດັ່ງລຸ່ມນີ້:
1. ໃບຄໍາຮ້ອງຂໍຈົດທະບຽນສິນຄ້າຫຸ້ມຫໍ່;
2. ລາຍການລະອຽດກ່ຽວກັບສິນຄ້າຫຸ້ມຫໍ່ ທີ່ນຳມາຈົດທະບຽນ;
3. ສໍາເນົາເອກະສານທີ່ປະກອບກິດຈະການ;
4. ຕົວຢ່າງຜະລິດຕະພັນ ແລະ ສິນຄ້າ.

ມາດຕາ 12. ສະຫຼາກ ແລະ ເຄື່ຶອງໝາຍ
1.  ສິນຄ້າຫຸ້ມຫໍ່ທຸກປະເພດທີ່ ຜະລິດ, ນໍາເຂົ້າ ແລະ ຈໍາໜ່າຍ ຢູ່ໃນ ສປປ ລາວ ຕ້ອງມີສະຫຼາກພິມເປັນພາສາລາວ ເພື່ອແຈ້ງຂໍ້ມູນຕ່າງໆກ່ຽວກັບຜະລິດຕະພັນດັ່ງກ່າວ. ການລະບຸຂໍ້ຄວາມໃນສະຫຼາກຕ້ອງ ຊັດເຈນ, ອ່ານງ່າຍ, ເຂົ້າໃຈແຈ້ງ ແລະ ບໍ່ສາມາດລຶບໄດ້, ສຳລັບພາສາຕ່າງປະເທດ ຢູ່ໃນສະຫຼາກ ຕ້ອງມີເນື້ອໃນສອດຄ່ອງກັບພາສາລາວທີ່ໄດ້ກຳນົດໄວ້ ແລະ ມີຂໍ້ຄວາມ ດັ່ງນີ້:
- ຊື່ຂອງສິນຄ້າຫຸ້ມຫໍ່;
- ຊື່ ແລະ ທີ່ຢູ່ຂອງໂຮງງານ ຫຼື ບໍລິສັດ, ຜູ້ຜະລິດ, ຜູ້ຫຸ້ມຫໍ່, ຜູ້ນຳເຂົ້າ ຫຼື ຜູ້ຈຳໜ່າຍ;
-   ປະລິມານທີ່ກຳນົດ (ການລະບຸປະລິມານທີ່ກຳນົດ ຕ້ອງສອດຄ່ອງກັບຫົວໜ່ວຍວັດແທກຂອງ ສປປ ລາວ ຫຼື ສາກົນ (SI) ທີ່ກຳນົດໄວ້);
- ວັນ, ເດືອນ, ປີຜະລິດ;
- ວັນ, ເດືອນ, ປີໝົດອາຍຸ;
- ຂໍ້ແນະນຳການນຳໃຊ້ ແລະ ການເກັບຮັກສາ;
- ຈຳນວນ, ປະລິມານສຸດທິ, ບໍລິມາດ;
- ສ່ວນປະກອບທີ່ກຳນົດແຈ້ງອັດຕາສ່ວນປະກອບ;
- ຄໍາເຕືອນ.
2. ກໍລະນີສິນຄ້າຫຸ້ມຫໍ່ທີ່ເປັນທາດປະສົມ, ແຂງ ແລະ ແຫຼວປະສົມກັນ (ມີທັງທາດແຂງ ແລະ ທາດແຫຼວ) ການລະບຸປະລິມານຄ່າທີ່ກຳນົດ ແລະ ນ້ຳໜັກຂອງທາດປະສົມໄວ້ໃນສະຫຼາກນັ້ນຕ້ອງຢູ່ໃນຂອບເຂດດຽວກັນກັບຂໍ້ຄວາມຊີ້ບອກປະລິມານຄ່າກຳນົດ.

ມາດຕາ 13. ຂະໜາດຕົວໜັງສື ແລະ ຕົວເລກຂອງສະຫຼາກ
ຂະໜາດຕົວໜັງສື ແລະ ຕົວເລກທີ່ລະບຸໃນສະຫຼາກ ຊີ້ບອກເຖິງປະລິມານຄ່າກຳນົດຂອງສິນຄ້າຫຸ້ມຫໍ່ຕ້ອງໄດ້ປະຕິບັດຕາມຕາຕະລາງ 02 ຄື:

ຕາຕະລາງ 02: ຄ່າອະນຸຍາດນ້ອຍສຸດສຳລັບຂະໜາດຂອງຕົວໜັງສື ແລະ ຕົວເລກ

ປະລິມານຄ່າທີ່ກຳນົດ ຄິດໄລ່ເປັນ

ກລາມ (g) ຫຼື ມິນລີລິດ (ml)

ຂະໜາດນ້ອຍສຸດຂອງຕົວໜັງສື ແລະ ຕົວເລກ

ຫົວໜ່ວຍເປັນມິນລີແມັດ (mm)

ໜ້ອຍກ່ວາ 50

ຫຼາຍກ່ວາ 50 ເຖິງ 200

ຫຼາຍກ່ວາ 200 ເຖິງ 1.000

ຫຼາຍກວ່າ 1.000

2

3

4

6

 ຖ້າສິນຄ້າຫຸ້ມຫໍ່ທີ່ລະບຸເປັນຈຳນວນອັນ, ລວງຍາວ ແລະ ເນື້ອທີ່, ຂະໜາດຂອງຕົວໜັງສື ແລະ ຕົວເລກນ້ອຍສຸດບໍ່ໃຫ້ຫຼຸດ 2 ມິນລີແມັດ (2ມມ ຫຼື 2mm).

ມາດຕາ 14. ການພິຈາລະນາ ແລະ ອະນຸມັດເອກະສານ
1.  ຮັບຄຳຮ້ອງ ໃນເມື່ອເຫັນວ່າເອກະສານຄົບຖ້ວນຕາມທີ່ລະບຸໄວ້ໃນມາດຕາ 11;
2.  ເອກະສານເພື່ອຂໍກວດສອບ ແລະ ຢັ້ງຢືນສິນຄ້າຫຸ້ມຫໍ່ ຕ້ອງໄດ້ຮັບການພິຈາລະນາພາຍໃນ 05ວັນ (ຫ້າວັນ) ລັດຖະການ;
3.   ພາຍຫຼັງເອກະສານຄົບຖ້ວນ ໄດ້ຜ່ານການກວດສອບຖືກຕ້ອງ ແລະ ສອດຄ່ອງຕາມລະບຽບການທີ່ໄດ້ກໍານົດໄວ້ແລ້ວ ຕ້ອງອອກໃບຢັ້ງຢືນຄວາມຖືກຕ້ອງຂອງສິນຄ້າຫຸ້ມຫໍ່ ພາຍໃນກໍານົດ ບໍ່ໃຫ້ເກີນ 10 ວັນ (ສິບວັນ) ລັດຖະການ.

ມາດຕາ 15. ການອອກໃບຢັ້ງຢືນ
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດທີ່ດຳເນີນທຸລະກິດກ່ຽວກັບສິນຄ້າຫຸ້ມຫໍ່ໃນ ສປປ ລາວ ກ່ອນຈະນຳເຂົ້າ, ສົ່ງອອກ, ຫຸ້ມຫໍ່ ແລະ ຈຳໜ່າຍ ຕ້ອງໄດ້ຜ່ານການກວດສອບ, ຢັ້ງຢືນຄວາມຖືກຕ້ອງຈາກກົມມາດຕະຖານ ແລະ ວັດແທກ, ພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງ, ນະຄອນ ຕາມການມອບໝາຍ ຫຼື ຕາມການແບ່ງຂັ້ນຄຸ້ມຄອງ.
ໃບຢັ້ງຢືນການຈົດທະບຽນຜະລິດຕະພັນ ແລະ ສິນຄ້າຫຸ້ມຫໍ່ ແມ່ນອອກໃຫ້ເທື່ອດຽວໂດຍບໍ່ມີກໍານົດ.

ມາດຕາ 16. ຄ່າທໍານຽມ, ຄ່າບໍລິການກວດສອບ ແລະ ຄ່າປັບໃໝ  
ການຈົດທະບຽນຜະລິດຕະພັນ ແລະ ສິນຄ້າຫຸ້ມຫໍ່ ຕ້ອງໄດ້ເສຍຄ່າທໍານຽມ, ຄ່າບໍລິການ ແລະ ມາດຕະການປັບໃໝ ດັ່ງນີ້:
1.  ຄ່າທໍານຽມ, ຄ່າບໍລິການກວດສອບ ແມ່ນອີງຕາມລັດຖະບັນຍັດຂອງປະທານປະເທດ ວ່າດ້ວຍຄ່າທໍານຽມ ແລະ ຄ່າບໍລິການກ່ຽວກັບວຽກງານວັດແທກ ທີ່ປະກາດໃຊ້ໃນແຕ່ລະໄລຍະ;
2.  ຄ່າປັບໃໝແມ່ນອີງຕາມ ດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການປັບໃໝ ແລະ ມາດຕະການຕໍ່ຜູ້ລະເມີດກົດໝາຍມາດຕະຖານ ແລະ ກົດໝາຍການວັດແທກ.

ໝວດທີ 4
ສິດ, ໜ້າທີ່ ຂອງອົງການຄຸ້ມຄອງ ແລະ ກວດສອບສິນຄ້າຫຸ້ມຫໍ່

ມາດຕາ 17. ອົງການຄຸ້ມຄອງ ແລະ ກວດສອບສິນຄ້າຫຸ້ມຫໍ່
ອົງການຄຸ້ມຄອງ ກວດສອບ ແລະ ຢັ້ງຢືນສິນຄ້າຫຸ້ມຫໍ່ແມ່ນ ກົມມາດຕະຖານ ແລະ ວັດແທກ, ພະແນກ ວິທະຍາສາດ ແລະ ເຕັກໂນໂລຊີແຂວງ, ນະຄອນ ຕາມການມອບໝາຍ ຫຼື ຕາມການແບ່ງຂັ້ນຄຸ້ມຄອງ.

ມາດຕາ 18. ສິດ ຂອງອົງການຄຸ້ມຄອງ ແລະ ກວດສອບສິນຄ້າຫຸ້ມຫໍ່
  ອົງການຄຸ້ມຄອງ ແລະ ກວດສອບສິນຄ້າຫຸ້ມຫໍ່ມີສິດ ດັ່ງນີ້:      
1.  ຄຸ້ມຄອງລະບົບການກວດສອບສິນຄ້າຫຸ້ມຫໍ່ ໃຫ້ສອດຄ່ອງຕາມລະບຽບການເຕັກນິກແຫ່ງຊາດ, ຂໍ້ກໍານົດຂອງພາກພື້ນ ແລະ ສາກົນທີ່ກໍານົດໄວ້;
2.  ເກັບຕົວຢ່າງສິນຄ້າຫຸ້ມຫໍ່ໄປກວດສອບ ຊຶ່ງພົວພັນເຖິງຂະໜາດ, ນ້ຳໜັກ ຫຼື ມວນສານ ແລະ ບໍລິມາດ ທີ່ໄດ້ລະບຸໄວ້ໃນສະຫຼາກຂອງສິນຄ້າຫຸ້ມຫໍ່ ໃຫ້ສອດຄ່ອງຕາມລະບຽບການເຕັກນິກແຫ່ງຊາດ, ຂໍ້ກໍານົດຂອງພາກພື້ນ ແລະ ສາກົນ ກ່ອນການຜະລິດ, ນໍາເຂົ້າ, ສົ່ງອອກ, ຫຸ້ມຫໍ່ ແລະ ຈໍາໜ່າຍ;
3.  ອອກໃບຢັ້ງຢືນການກວດສອບ ພາຍຫຼັງໄດ້ຮັບການກວດສອບທີ່ຖືກຕ້ອງຕາມລະບຽບການ ທີ່ກໍານົດໄວ້;
4.  ໃນກໍລະນີຜົນການກວດສອບນັ້ນບໍ່ສອດຄ່ອງຕາມທີ່ກຳນົດໄວ້, ພະນັກງານທີ່ກວດສອບ ຕ້ອງໄດ້ເຮັດບົດບັນທຶກ ແລະ ສັ່ງໂຈະການນໍາເຂົ້າ, ສົ່ງອອກ ແລະ ຈໍາໝ່າຍສິນຄ້າຫຸ້ມຫໍ່ນັ້ນໄວ້ຊົ່ວຄາວ ເພື່ອລາຍງານຂັ້ນເທິງ ແລະ ພາກສ່ວນທີ່ກ່ຽວຂ້ອງແກ້ໄຂ.

ມາດຕາ 19.  ໜ້າທີ່ ຂອງອົງການຄຸ້ມຄອງ ແລະ ກວດສອບສິນຄ້າຫຸ້ມຫໍ່                                   
ອົງການຄຸ້ມຄອງ ແລະ ກວດສອບສິນຄ້າຫຸ້ມຫໍ່ມີໜ້າທີ່ ດັ່ງນີ້: 
1.    ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ໃນການກວດສອບສິນຄ້າຫຸ້ມຫໍ່ ໃຫ້ສອດຄ່ອງຕາມລະບຽບການເຕັກນິກແຫ່ງຊາດ, ພາກພື້ນ ແລະ ສາກົນ;
2.    ມີຄວາມຍຸຕິທຳ, ໂປ່ງໃສ, ສະເໝີພາບ ແລະ ມີຄວາມບໍລິສຸດໃນໜ້າທີ່ຄວາມຮັບຜິດຊອບ;
3.    ກໍານົດເວລາ ໃນການຈັດຕັ້ງປະຕິບັດການກວດສອບສິນຄ້າຫຸ້ມຫໍ່ ຢ່າງຈະແຈ້ງໃຫ້ແກ່ຜູ້ຜະລິດ, ນໍາເຂົ້າ, ສົ່ງອອກ, ຈໍາໜ່າຍ ແລະ ຫຸ້ມຫໍ່ (ນອກຈາກການກວດແບບສຸກເສີນ);
4.    ແນະນໍາຜູ້ຜະລິດ, ຫຸ້ມຫໍ່, ນໍາເຂົ້າ, ສົ່ງອອກ ແລະ ຈໍາໜ່າຍ ສິນຄ້າຫຸ້ມຫໍ່ ກ່ຽວກັບຂັ້ນຕອນການແຈ້ງເອກະສານ ຂໍອະນຸຍາດກວດສອບສິນຄ້າຫຸ້ມຫໍ່;
5.    ເກັບຮັກສາ ແລະ ສະໜອງຂໍ້ມູນຕ່າງໆໃຫ້ພາກສ່ວນກ່ຽວຂ້ອງ ກ່ຽວກັບວຽກງານການກວດສອບສິນຄ້າຫຸ້ມຫໍ່;
6.    ລາຍງານກ່ຽວກັບສະພາບການເຄື່ອນໄຫວການກວດສອບສິນຄ້າຫຸ້ມຫໍ່ ຕໍ່ພາກສ່ວນທີ່ກ່ຽວຂ້ອງ ແລະ ຂັ້ນເທິງ;
7.    ອອກໃບຢັ້ງຢືນການກວດສອບສິນຄ້າຫຸ້ມຫໍ່ ທີ່ໄດ້ຜ່ານການກວດກາຖືກຕ້ອງ;
8.    ປະຕິບັດໜ້າທີ່ອື່ນໆ ຕາມທີ່ໄດ້ກໍານົດໄວ້ໃນລະບຽບ ແລະ ກົດໝາຍທີ່ກ່ຽວຂ້ອງ.

ໝວດທີ 5
ສິດ ແລະ ພັນທະ

ມາດຕາ 20. ສິດຂອງຜູ້ດໍາເນີນທຸລະກິດສິນຄ້າຫຸ້ມຫໍ່
ຜູ້ດຳເນີນທຸລະກິດສິນຄ້າຫຸ້ມຫໍ່ມີສິດ ດັ່ງນີ້:
1.   ໂຄສະນາ ແລະ ເຜີຍແຜ່ກ່ຽວກັບສິນຄ້າຫຸ້ມຫໍ່ ພາຍຫຼັງໄດ້ຮັບການຢັ້ງຢືນຈາກພາກສ່ວນທີ່ກ່ຽວຂ້ອງ;
2.   ຮ້ອງຂໍຄວາມເປັນທຳຕໍ່ພາກສ່ວນທີ່ກຽ່ວຂ້ອງ ຫາກເຫັນວ່າການກວດສອບສິນຄ້າຫຸ້ມຂອງຕົນບໍ່ໄດ້ຮັບຄວາມເປັນທຳ;
3.   ປະຕິບັດສິດອື່ນໆ ຕາມທີ່ໄດ້ກຳນົດໄວ້ໃນລະບຽບ ແລະ ກົດໝາຍທີ່ກ່ຽວຂ້ອງ.

ມາດຕາ 21. ສິດຂອງຜູ້ຊົມໃຊ້ສິນຄ້າຫຸ້ມຫໍ່
ຜູ້ຊົມໃຊ້ສິນຄ້າຫຸ້ມຫໍ່ມີສິດ ດັ່ງນີ້:
1.   ເລືອກເຟັ້ນສິນຄ້າຫຸ້ມຫໍ່ຕາມຄວາມຕ້ອງການຂອງຕົນ;
2.   ຮ້ອງຮຽນຕໍ່ພາກສ່ວນກ່ຽວຂ້ອງ ເມື່ອເຫັນວ່າ ການຫຸ້ມຫໍ່ສິນຄ້າທີ່ຕົນໄດ້ຮັບບໍ່ມີຄວາມຍຸຕິທຳ ແລະ ບໍ່ສອດຄ່ອງກັບລະບຽບການ;
3.   ປະຕິບັດສິດອື່ນໆ ຕາມທີ່ໄດ້ກຳນົດໄວ້ໃນລະບຽບ ແລະ ກົດໝາຍທີ່ກ່ຽວຂ້ອງ.

ມາດຕາ 22  ພັນທະຂອງຜູ້ດຳເນີນທຸລະກິດສິນຄ້າຫຸ້ມຫໍ່
ຜູ້ດຳເນີນທຸລະກິດສິນຄ້າຫຸ້ມຫໍ່ມີພັນທະ ດັ່ງນີ້:
1.   ປະຕິບັດຕາມກົດໝາຍ ວ່າດ້ວຍການວັດແທກ ແລະ ຂໍ້ຕົກລົງສະບັບນີ້;
2.   ຮັບຜິດຊອບຕໍ່ທຸກຜົນເສຍຫາຍທີ່ເກີດຂຶ້ນ ຈາກສິນຄ້າຫຸ້ມຫໍ່ທີ່ຕົນໄດ້ດຳເນີນທຸລະກິດນັ້ນ;
3.   ໃຫ້ການຮ່ວມມື ແລະ ອຳນວຍຄວາມສະດວກໃຫ້ແກ່ອົງການຄຸ້ມຄອງການວັດແທກໃນແຕ່ລະຄັ້ງທີ່ມີການກວດສອບສິນຄ້າຫຸ້ມຫໍ່;
4.   ປະຕິບັດພັນທະອື່ນໆ ຕາມທີ່ໄດ້ກຳນົດໄວ້ໃນລະບຽບ ແລະ ກົດໝາຍທີ່ກ່ຽວຂ້ອງ.

ໝວດທີ 6
ຂໍ້ຫ້າມ

ມາດຕາ 23. ຂໍ້ຫ້າມສໍາລັບຜູ້ດໍາເນີນທຸລະກິດ
ຫ້າມສຳລັບຜູ້ດຳເນີນທຸລະກິດມີພຶດຕິກໍາ ດັ່ງນີ້:
1.  ນໍາເຂົ້າ, ສົ່ງອອກ, ຜະລິດ, ຈໍາໜ່າຍ ແລະ ຫຸ້ມຫໍ່ສິນຄ້າ ທີ່ບໍ່ໄດ້ຜ່ານການກວດສອບ ແລະ ຢັ້ງຢືນຄວາມຖືກຕ້ອງຈາກ ກົມມາດຕະຖານ ແລະ ວັດແທກ, ພະແນກ ວິທະຍາສາດ ແລະ ເຕັກໂນໂລຊີ ແຂວງ, ນະຄອນ ທີ່ຖືກມອບໝາຍ;
2.  ຂັດຂວາງການປະຕິບັດງານ ຂອງເຈົ້າໜ້າທີ່ລົງກວດສອບ ແລະ ກວດກາວຽກງານວັດແທກ;
3.  ໃຫ້ສິນບົນ, ສົມຮູ້ຮ່ວມຄິດກັບເຈົ້າໜ້າທີ່ກວດສອບ;
4.  ປອມແປງເອກະສານ, ການຢັ້ງຢືນ ກ່ຽວກັບສິນຄ້າຫຸ້ມຫໍ່.

ມາດຕາ 24. ຂໍ້ຫ້າມສໍາລັບພະນັກງານ ທີ່ປະຕິບັດໜ້າທີ່ກວດສອບສິນຄ້າຫຸ້ມຫໍ່
ຫ້າມສຳລັບພະນັກງານທີ່ປະຕິບັດໜ້າທີ່ຮັບຜິດຊອບວຽກງານກວດສອບສິນຄ້າຫຸ້ມຫໍ່ມີພຶດຕິກໍາ ດັ່ງນີ້:
1.      ຂາດຄວາມຮັບຜິດຊອບ ແລະ ປະລະໜ້າທີ່ຕໍ່ວຽກງານກວດສອບສິນຄ້າຫຸ້ມຫໍ່;
2.      ປະຕິບັດໜ້າທີ່ໂດຍບໍ່ມີຄວາມຍຸຕິທຳ, ລຳອຽງຕໍ່ບຸກຄົນ ແລະ ການຈັດຕັ້ງໃດໜຶ່ງ;
3.      ຮັບສິນບົນ, ສວຍໃຊ້ໜ້າທີ່ເພື່ອຜົນປະໂຫຍດສ່ວນຕົວ;
4.      ປອມແປງ, ແກ່ຍາວເວລາ ແລະ ຖ່ວງດຶງເອກະສານການຢັ້ງຢືນ.

ມາດຕາ 25. ຂໍ້ຫ້າມບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງອື່ນ
ຫ້າມບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງອື່ນ ມີພຶດຕິກໍາ ດັ່ງນີ້:
1.   ສວຍໃຊ້ການເຄື່ອນໄຫວວຽກງານການກວດສອບສິນຄ້າຫຸ້ມຫໍ່ ເພື່ອສ້າງອຸປະສັກກີດຂວາງ ແລະ ແຊກແຊງການເຮັດວຽກ ຂອງພະນັກງານຮັບຜິດຊອບກວດສອບສິນຄ້າຫຸ້ມຫໍ່;
2.  ໂຄສະນາ, ສົ່ງເສີມສິນຄ້າຫຸ້ມຫໍ່ ທີ່ບໍ່ໄດ້ຜ່ານການກວດສອບຢ່າງຖືກຕ້ອງ;
3.  ສ້າງມົນລະພິດຕໍ່ສະພາບແວດລ້ອມ ແລະ ສັງຄົມ;
4.  ຊ່ວຍເຫຼືອ ປົກປ້ອງຜູ້ລະເມີດຂໍ້ຕົກລົງສະບັບນີ້;
5.  ປິດບັງ, ເຊື່ອງອໍາ ການກະທໍາທີ່ເປັນການລະເມີດລະບຽບ ແລະ ກົດໝາຍ;
6.  ມີພຶດຕິກໍາອື່ນທີ່ຜິດກັບລະບຽບ ແລະ ກົດໝາຍ.

ໝວດທີ 7
ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 26. ນະໂຍບາຍຕໍ່ຜູ້ມີຜົນງານ
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຜົນງານດີເດັ່ນໃນການຮ່ວມມື, ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການຈັດຕັ້ງປະຕິບັດລະບຽບ ແລະ ກົດໝາຍທີ່ກ່ຽວຂ້ອງກັບການຄຸ້ມຄອງການວັດແທກ ຫຼື ຂໍ້ຕົກລົງສະບັບນີ້ ຈະໄດ້ຮັບການຍ້ອງຍໍ ຫຼື ໄດ້ຮັບການປະຕິບັດນະໂຍບາຍອື່ນຕາມລະບຽບ ແລະ ກົດໝາຍ.

ມາດຕາ 27. ມາດຕະການຕໍ່ລັດຖະກອນທີ່ກະທໍາຜິດຕໍ່ໜ້າທີ່ຮັບຜິດຊອບ
ລັດຖະກອນທີ່ກົດໜ່ວງ ຫຼື ລະເມີດຕໍ່ຂໍ້ຕົກລົງສະບັບນີ້ ຈະຖືກປະຕິບັດວິໄນ ເຊັ່ນ: ສຶກສາອົບຮົມ, ຍົກຍ້າຍໜ້າທີ່, ປົດຕຳແໜ່ງ ຫຼື ໄລ່ອອກຈາກລັດຖະກອນ, ນອກຈາກນີ້ຍັງຈະໄດ້ປະຕິບັດມາດຕະການຕ່າງໆທີ່ໄດ້ລະບຸໃນໝວດທີ 8 ຂອງກົດໝາຍອາຍາ ຕາມແຕ່ລະກໍລະນີ ແລະ ຕາມລະບຽບ ແລະ ກົດໝາຍອື່ນໆ ທີ່ກ່ຽວຂ້ອງ.

ມາດຕາ 28. ມາດຕະການຕໍ່ຜູ້ລະເມີດອື່ນໆ
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດຕໍ່ຂໍ້ຕົກລົງສະບັບນີ້ ຈະຖືກຕັກເຕືອນ, ສຶກສາອົບຮົມ, ປັບໃໝ, ປະຕິບັດວິໄນ, ໃຊ້ແທນທາງແພ່ງ ຫຼື ລົງໂທດທາງອາຍາຕາມກໍລະນີເບົາ ຫຼື ໜັກ ຕາມລະບຽບ ແລະ ກົດໝາຍ.ຂ້າງເທິງ

ໝວດທີ 8
ບົດບັນຍັດສຸດທ້າຍ

ມາດຕາ 29. ການຈັດຕັ້ງປະຕິບັດ
ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ມອບໃຫ້ກົມມາດຕະຖານ ແລະ ວັດແທກ ສົມທົບກັບ ຂະແໜງການ ແລະ ການຈັດຕັ້ງທີ່ກ່ຽວຂ້ອງ ເປັນຜູ້ຈັດຕັ້ງປະຕິບັດຕາມຂໍ້ຕົກລົງສະບັບນີ້ ຕາມພາລະ ບົດບາດຂອງຕົນ.

ມາດຕາ 30. ຜົນສັກສິດ
ຂໍ້ຕົກລົງສະບັບນີ້ ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ ແລະ ພາຍຫຼັງໄດ້ລົງໃນຈົດໝາຍເຫດທາງລັດຖະການ 15 ວັນ (ສິບຫ້າວັນ). ຂໍ້ຕົກລົງສະບັບນີ້ ປ່ຽນແທນຂໍ້ຕົກລົງວ່າ ດ້ວຍການຈົດທະບຽນ ແລະ ກວດສອບສິນຄ້າຫຸ້ມຫໍ່, ສະບັບເລກທີ 366/ສນຍ.ອວຕຊ, ລົງວັນທີ 19/02/2010.
      ທຸກລະບຽບການ ທີ່ຂັດກັບຂໍ້ຕົກລົງສະບັບນີ້ ລ້ວນແຕ່ຖືກຍົກເລີກ. 

ລັດຖະມົນຕີ
ກະຊວງ
ວິທະຍາສາດ ແລະ ເຕັກໂນໂລຊີ

ບໍ່ວຽງຄຳ ວົງດາລາ

 

# ຫົວຂໍ້ ດາວໂຫຼດ
1 Decision on the Management of Packed Products (Revised Version)No. 0542/MOST, dated 16 May 2017 PDF
2 ຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງສິນຄ້າຫຸ້ມຫໍ່ ຢູ່ ສປປ ລາວ (ສະບັບປັບປຸງ) ສະບັບເລກທີ 0542/ກວຕ, ລົງວັນທີ 16 ພຶດສະພາ 2017 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.