ສາລາບານ

ພາກທີ I
ບົດບັນຍັດທົ່ວໄປ

ມາດຕາ 1     ຈຸດປະສົງ
ມາດຕາ 2    ທຸລະກິດນໍ້າມັນເຊື້ອໄຟ
ມາດຕາ 3    ການອະທິບາຍຄໍາສັບ
ມາດຕາ 4   ຫຼັກການພື້ນຖານຂອງການດໍາເນີນທຸລະກິດນໍ້າມັນເຊື້ອໄຟ
ມາດຕາ 5   ຂອບເຂດການນໍາໃຊ້

ພາກທີ II
ການສ້າງຕັ້ງ ແລະ ການເຄື່ອນໄຫວທຸລະກິດນໍ້າມັນເຊື້ອໄຟ

ໝວດທີ 1
ການສ້າງຕັ້ງທຸລະກິດນໍ້າມັນເຊື້ອໄຟ

ມາດຕາ 6   ຂັ້ນຕອນການສ້າງຕັ້ງ ແລະ ການເຄື່ອນໄຫວທຸລະກິດນໍ້າມັນເຊື້ອໄຟ
ມາດຕາ 7   ເງື່ອນໄຂການຂຶ້ນທະບຽນວິສາຫະກິດນໍ້າມັນເຊື້ອໄຟ
ມາດຕາ 8   ເອກະສານປະກອບການຂຶ້ນທະບຽນວິສາຫະກິດທຸລະກິດນໍ້າມັນເຊື້ອໄຟ
ມາດຕາ 9   ການພິຈາລະນາຂຶ້ນທະບຽນວິສາຫະກິດທຸລະກິດນໍ້າມັນເຊື້ອໄຟ

ໝວດທີ 2
ການເຄື່ອນໄຫວທຸລະກິດຂອງບໍລິສັດນໍາເຂົ້າ ແລະ ສົ່ງອອກນໍ້າມັນເຊື້ອໄຟ

ມາດຕາ 10      ບໍລິສັດນໍາເຂົ້າ ແລະ ສົ່ງອອກນໍ້າມັນເຊື້ອໄຟ
ມາດຕາ 11      ການຂໍອະນຸຍາດເຄື່ອນໄຫວທຸລະກິດຂອງບໍລິສັດນໍາເຂົ້າ ແລະ ສົ່ງອອກນໍ້າມັນເຊື້ອໄຟ
ມາດຕາ 12      ເອກະສານປະກອບຂໍອະນຸຍາດເຄື່ອນໄຫວທຸລະກິດຂອງບໍລິສັດນໍາເຂົ້າ ແລະ ສົ່ງອອກນໍ້າມັນເຊື້ອໄຟ
ມາດຕາ 13      ການອອກໃບຢັ້ງຢືນການເຄື່ອນໄຫວທຸລະກິດຂອງບໍລິສັດນໍາເຂົ້າ ແລະ ສົ່ງອອກນໍ້າມັນເຊື້ອໄຟ
ມາດຕາ 14      ເງື່ອນໄຂການເຄື່ອນໄຫວທຸລະກິດຂອງບໍລິສັດນໍາເຂົ້າ ແລະ ສົ່ງອອກນໍ້າມັນເຊື້ອໄຟ
ມາດຕາ 15      ການນໍາເຂົ້ານໍ້າມັນເຊື້ອໄຟ
ມາດຕາ 16      ການສ້າງແຜນນໍາເຂົ້າ ແລະ ຈໍາໜ່າຍນໍ້າມັນເຊື້ອໄຟປະຈໍາປີ
ມາດຕາ 17      ການສົ່ງອອກນໍ້າມັນເຊື້ອໄຟ
ມາດຕາ 18      ການເຄື່ອນຍ້າຍນໍ້າມັນເຊື້ອໄຟຜ່ານແດນ

ໝວດທີ 3
ການເຄື່ອນໄຫວທຸລະກິດຂອງບໍລິສັດຈໍາໜ່າຍພາຍໃນ

ມາດຕາ 19      ບໍລິສັດຈໍາໜ່າຍພາຍໃນ
ມາດຕາ 20      ການຂໍອະນຸຍາດເຄື່ອນໄຫວທຸລະກິດຂອງບໍລິສັດຈໍາໜ່າຍພາຍໃນ
ມາດຕາ 21      ເອກະສານປະກອບຂໍອະນຸຍາດເຄື່ອນໄຫວທຸລະກິດຂອງບໍລິສັດຈໍາໜ່າຍພາຍໃນ
ມາດຕາ 22      ການອອກໃບຢັ້ງຢືນການເຄື່ອນໄຫວທຸລະກິດຂອງບໍລິສັດຈໍາໜ່າຍພາຍໃນ
ມາດຕາ 23      ເງື່ອນໄຂການເຄື່ອນໄຫວທຸລະກິດຂອງບໍລິສັດຈໍາໜ່າຍພາຍໃນ

ໝວດທີ 4
ການເຄື່ອນໄຫວທຸລະກິດຂອງປໍ້ານໍ້າມັນເຊື້ອໄຟ

ມາດຕາ 24      ປໍ້ານໍ້າມັນເຊື້ອໄຟ
ມາດຕາ 25      ການຂໍອະນຸຍາດເຄື່ອນໄຫວທຸລະກິດປໍ້ານໍ້າມັນເຊື້ອໄຟ
ມາດຕາ 26      ເອກະສານປະກອບຂໍອະນຸຍາດເຄື່ອນໄຫວທຸລະກິດປໍ້ານໍ້າມັນເຊື້ອໄຟ
ມາດຕາ 27      ການອອກໃບຢັ້ງຢືນການເຄື່ອນໄຫວທຸລະກິດຂອງປໍ້ານໍ້າມັນເຊື້ອໄຟ
ມາດຕາ 28      ເງື່ອນໄຂການເຄື່ອນໄຫວທຸລະກິດຂອງປໍ້ານໍ້າມັນເຊື້ອໄຟ

ໝວດທີ 5
ການເຄື່ອນໄຫວທຸລະກິດຂອງທຸລະກິດໃຫ້ບໍລິການກ່ຽວກັບນໍ້າມັນເຊື້ອໄຟ

ມາດຕາ 29         ບໍລິສັດໃຫ້ບໍລິການກ່ຽວກັບນໍ້າມັນເຊື້ອໄຟ
ມາດຕາ 30      ການຂໍອະນຸຍາດເຄື່ອນໄຫວທຸລະກິດຂອງບໍລິສັດໃຫ້ເຊົ່າສາງນໍ້າມັນເຊື້ອໄຟ
ມາດຕາ 31      ເອກະສານປະກອບຂໍອະນຸຍາດເຄື່ອນໄຫວທຸລະກິດຂອງບໍລິສັດໃຫ້ເຊົ່າສາງນໍ້າມັນເຊື້ອໄຟ
ມາດຕາ 32      ການອອກໃບຢັ້ງຢືນການເຄື່ອນໄຫວທຸລະກິດຂອງບໍລິສັດໃຫ້ເຊົ່າສາງນໍ້າມັນເຊື້ອໄຟ
ມາດຕາ 33      ເງື່ອນໄຂການເຄື່ອນໄຫວທຸລະກິດຂອງບໍລິສັດໃຫ້ເຊົ່າສາງນໍ້າມັນເຊື້ອໄຟ
ມາດຕາ 34      ການຂໍອະນຸຍາດເຄື່ອນໄຫວທຸລະກິດຂອງບໍລິສັດໃຫ້ເຊົ່າພາຫະນະຂົນສົ່ງນໍ້າມັນເຊື້ອໄຟ
ມາດຕາ 35      ການຂໍອະນຸຍາດເຄື່ອນໄຫວທຸລະກິດຂອງບໍລິສັດໃຫ້ບໍລິການຂົນສົ່ງນໍ້າມັນເຊື້ອໄຟ

ພາກທີ III
ສິດ ແລະ ພັນທະຂອງຜູ້ດໍາເນີນທຸລະກິດນໍ້າມັນເຊື້ອໄຟ

ໝວດທີ 1
ສິດ ແລະ ພັນທະຂອງບໍລິສັດນໍາເຂົ້າ ແລະ ສົ່ງອອກນໍ້າມັນເຊື້ອໄຟ

ມາດຕາ 36      ສິດຂອງບໍລິສັດນໍາເຂົ້າ ແລະ ສົ່ງອອກນໍ້າມັນເຊື້ອໄຟ
ມາດຕາ 37      ພັນທະຂອງບໍລິສັດນໍາເຂົ້າ ແລະ ສົ່ງອອກນໍ້າມັນເຊື້ອໄຟ

ໝວດທີ 2
ສິດ ແລະ ພັນທະຂອງບໍລິສັດຈໍາໜ່າຍພາຍໃນ

ມາດຕາ 38      ສິດຂອງບໍລິສັດຈໍາໜ່າຍພາຍໃນ
ມາດຕາ 39      ພັນທະຂອງບໍລິສັດຈໍາໜ່າຍພາຍໃນ.

ໝວດທີ 3
ສິດ ແລະ ພັນທະຂອງປໍ້ານໍ້າມັນເຊື້ອໄຟ

ມາດຕາ 40      ສິດຂອງປໍ້ານໍ້າມັນເຊື້ອໄຟ
ມາດຕາ 41      ພັນທະຂອງປໍ້ານໍ້າມັນເຊື້ອໄຟ

ໝວດທີ 4
ສິດ ແລະ ພັນທະຂອງບໍລິສັດໃຫ້ບໍລິການກ່ຽວກັບນໍ້າມັນເຊື້ອໄຟ

ມາດຕາ 42      ສິດຂອງບໍລິການກ່ຽວກັບນໍ້າມັນເຊື້ອໄຟ
ມາດຕາ 43      ພັນທະຂອງບໍລິສັດໃຫ້ບໍລິການກ່ຽວກັບນໍ້າມັນເຊື້ອໄຟ.

ພາກທີ IV
ການຄຸ້ມຄອງລາຄານໍ້າມັນເຊື້ອໄຟ

ມາດຕາ 44      ຫຼັກການກໍານົດໂຄງປະກອບລາຄານໍ້າມັນເຊື້ອໄຟ
ມາດຕາ 45      ການກໍານົດລາຄານໍ້າມັນເຊື້ອໄຟ
ມາດຕາ 46      ກະຊວງອຸດສາຫະກໍາ ແລະ ການຄ້າ ເປັນເຈົ້າການປະສານສົມທົບກັບກະຊວງການເງີນ
ມາດຕາ 47      ການກວດນັບບໍລິມາດນໍ້າມັນເຊື້ອໄຟ ກ່ອນການປັບລາຄານໍ້າມັນເຊື້ອໄຟ
ມາດຕາ 48      ການແຈ້ງການປັບລາຄານໍ້າມັເຊື້ອໄຟ

ພາກທີ V
ກອງທຶນນໍ້າມັນເຊື້ອໄຟ

ມາດຕາ 49      ກອງທຶນນໍ້າມັນເຊື້ອໄຟ
ມາດຕາ 50      ການຄຸ້ມຄອງ ແລະ ການນໍາໃຊ້ກອງທຶນ

ພາກທີ VI
ສະມາຄົມນໍ້າມັນເຊື້ອໄຟ

ມາດຕາ 51      ສະມາຄົມນໍ້າມັນເຊື້ອໄຟ
ມາດຕາ 52      ສິດ ແລະ ໜ້າທີ່ ຂອງສະມາຄົມນໍ້າມັນເຊື້ອໄຟ
ມາດຕາ 53      ການຈັດຕັ້ງ ແລະ ເຄື່ອນໄຫວຂອງສະມາຄົມນໍ້າມັນເຊື້ອໄຟ

ພາກທີ VII 
ຂໍ້ຫ້າມ

ມາດຕາ 54      ຂໍ້ຫ້າມທົ່ວໄປ
ມາດຕາ 55      ຂໍ້ຫ້າມສໍາລັບບໍລິສັດນໍາເຂົ້າ ແລະ ສົ່ງອອກ ນໍ້າມັນເຊື້ອໄຟ
ມາດຕາ 56      ຂໍ້ຫ້າມສໍາລັບບໍລິສັດຈໍາໜ່າຍພາຍໃນ
ມາດຕາ 57      ຂໍ້ຫ້າມສໍາລັບປໍ້ານໍ້າມັນເຊື້ອໄຟ
ມາດຕາ 58      ຂໍ້ຫ້າມສໍາລັບບໍລິສັດໃຫ້ບໍລິການກ່ຽວກັບນໍ້າມັນເຊື້ອໄຟ
ມາດຕາ 59      ຂໍ້ຫ້າມສໍາລັບເຈົ້າໜ້າທີ່ ແລະ ພະນັກງານ

ພາກທີ VIII
ການແກ້ໄຂຂໍ້ຂັດແຍ່ງ

ມາດຕາ 60      ຮູບການແກ້ໄຂຂໍ້ຂັດແຍງ
ມາດຕາ 61      ການປະນີປະນອມ|
ມາດຕາ 62      ການແກ້ໄຂທາງດ້ານບໍລິຫານ
ມາດຕາ 63      ການແກ້ໄຂອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ
ມາດຕາ 64      ການຮ້ອງຟ້ອງຕໍ່ສານປະຊາຊົນ
ມາດຕາ 65      ການແກ້ໄຂຂໍ້ຂັດແຍ່ງສາກົນ 

ພາກທີ IX
ການຄຸ້ມຄອງ ແລະ ການກວດກາ

ໝວດທີ 1
ການຄຸ້ມຄອງທຸລະກິດນໍ້າມັນເຊື້ອໄຟ

ມາດຕາ 66      ອົງການຄຸ້ມຄອງທຸລະກິດນໍ້າມັນເຊື້ອໄຟ
ມາດຕາ 67      ສິດ ແລະ ໜ້າທີ່ ຂອງຂະແໜງການອຸດສາຫະກໍາ ແລະ ການຄ້າ
ມາດຕາ 68      ສິດ ແລະ ໜ້າທີ່ ຂອງຂະແໜງການໂຍທາທິການ ແລະ ຂົນສົ່ງ
ມາດຕາ 69      ສິດ ແລະ ໜ້າທີ່ ຂອງຂະແໜງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ
ມາດຕາ 70      ສິດ ແລະ ໜ້າທີ່ ຂອງຂະແໜງການປ້ອງກັນຄວາມສະຫງົບ
ມາດຕາ 71      ສິດ ແລະ ໜ້າທີ່ ຂອງຂະແໜງການວິທະຍາສາດ ແລະ ເຕັກໂນໂລຊີ
ມາດຕາ 72          ສິດ ແລະ ໜ້າທີ່ ຂອງຂະແໜງການການເງິນ
ມາດຕາ 73      ສິດ ແລະ ໜ້າທີ່ ຂອງຂະແໜງການພະລັງງານ ແລະ ບໍ່ແຮ່
ມາດຕາ 74      ສິດ ແລະ ໜ້າທີ່ ຂອງຂະແໜງການອື່ນ ແລະ ອົງການປົກຄອງທ້ອງຖິ່ນ
ມາດຕາ 75      ການແບ່ງຂັ້ນຄຸ້ມຄອງ

ໝວດທີ 2
ການກວດກາທຸລະກິດນໍ້າມັນເຊື້ອໄຟ

ມາດຕາ 76      ອົງການກວດກາທຸລະກິດນໍ້າມັນເຊື້ອໄຟ
ມາດຕາ 77      ເນື້ອໃນກວດກາ
ມາດຕາ 78      ຮູບການກວດກາ

ພາກທີ X
ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 79      ນະໂຍບາຍຕໍ່ຜູ້ມີຜົນງານ
ມາດຕາ 80      ມາດຕະການຕໍ່ຜູ້ລະເມີດ
ມາດຕາ 81      ມາດຕະການ ກ່າວເຕືອນ ແລະ ສຶກສາອົບຮົມ
ມາດຕາ 82      ມາດຕະການທາງດ້ານວິໄນ
ມາດຕາ 83      ມາດຕະການປັບໃໝ
ມາດຕາ 84      ມາດຕະການທາງແພ່ງ
ມາດຕາ 85      ມາດຕະການທາງອາຍາ
ມາດຕາ 86      ມາດຕະການໂທດເພີ່ມ

ພາກທີ XI
ບົດບັນຍັດສຸດທ້າຍ

ມາດຕາ 87      ການຈັດຕັ້ງປະຕິບັດ
ມາດຕາ 88      ຜົນສັກສິດ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ລັດຖະບານ           ເລກທີ 331 /ນຍ
ນະຄອນຫຼວງວຽງຈັນ, ວັນທີ 27.10.2017

ດໍາລັດ
ວ່າດ້ວຍທຸລະກິດນໍ້າມັນເຊື້ອໄຟ

-    ອີງຕາມ ກົດໝາຍວ່າດ້ວຍລັດຖະບານ ສະບັບເລກທີ 69/ສພຊ, ລົງວັນທີ 15 ທັນວາ 2015;
-    ອີງຕາມ ກົດໝາຍວ່າດ້ວຍວິສາຫະກິດ ສະບັບເລກທີ 46/ສພຊ, ລົງວັນທີ 26 ທັນວາ 2013;
-    ອີງຕາມ ກົດໝາຍວ່າດ້ວຍການປົກປ້ອງຜູ້ຊົມໃຊ້ ສະບັບເລກທີ 02/ສພຊ, ລົງວັນທີ 30 ມິຖຸນາ 2010;
-    ອີງຕາມ ໜັງສືສະເໜີຂອງທ່ານລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ສະບັບເລກທີ1336/ອຄ.ກຄພນ, ລົງວັນທີ16 ສິງຫາ 2017.

ລັດຖະບານ ອອກດໍາລັດ:

ພາກທີ I
ບົດບັນຍັດທົ່ວໄປ

ມາດຕາ 1      ຈຸດປະສົງ

ດໍາລັດສະບັບນີ້ກໍານົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ ແລະ ຕິດຕາມກວດກາ ການດໍາເນີນທຸລະກິດນໍ້າມັນເຊື້ືອໄຟ ຢູ່ ສປປ ລາວ ເພື່ອເຮັດໃຫ້ການດໍາເນີນທຸລະກິດດັ່ງກ່າວຖືກຕ້ອງ ແລະ ສອດຄ່ອງກັບກົດໝາຍ ແລະ ລະບຽບການ ແນໃສ່ປົກປ້ອງສິດ ແລະ ຜົນປະໂຫຍດຂອງລັດ, ຜູ້ດໍາເນີນທຸລະກິດ ແລະ ຜູ້ຊົມໃຊ້ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.

ມາດຕາ 2    ທຸລະກິດນໍ້າມັນເຊື້ອໄຟ

ທຸລະກິດນໍ້າມັນເຊື້ອໄຟ ແມ່ນ ການດຳເນີນທຸລະກິດກ່ຽວກັບການນໍາເຂົ້າ, ສົ່ງອອກ, ຜະລິດ, ປຸງແຕ່ງ, ຈໍາໜ່າຍພາຍໃນ, ປໍ້າ ແລະ ການໃຫ້ບໍລິການກ່ຽວກັບນໍ້າມັນເຊື້ອໄຟ.

ມາດຕາ 3      ການອະທິບາຍຄໍາສັບ

ຄໍາສັບທີ່ນໍາໃຊ້ຢູ່ໃນດໍາລັດສະບັບນີ້ ມີຄວາມໝາຍ ດັ່ງນີ້:

1.  ນໍ້າມັນເຊື້ອໄຟ ໝາຍເຖິງ ຜະລິດຕະພັນນໍ້າມັນ ຄື: ນໍ້າມັນແອັດຊັງ, ນໍ້າມັນກາຊວນ, ນໍ້າມັນກາດເຮືອບິນ, ນໍ້າມັນກາດໄຕ້, ນໍ້າມັນເຕົາ, ນໍ້າມັນເຊື້ອໄຟຊີວະພາບ ແລະ ນໍ້າມັນເຊື້ອໄຟອື່ນ ຕາມການກໍານົດຂອງອົງການຄຸ້ມຄອງທຸລະກິດນໍ້າມັນເຊື້ອໄຟ;
2.  ນໍ້າມັນເຊື້ອໄຟນອກລະບົບ ໝາຍເຖິງ ນໍ້າມັນເຊື້ອໄຟ ແລະ ນໍ້າມັນດິບ ທີ່ນໍາເຂົ້າ, ຜະລິດ, ປຸງແຕ່ງ ຫຼື ຈໍາໜ່າຍ ໂດຍບໍ່ໄດ້ຮັບອະນຸຍາດ ຫຼື ບໍ່ຖືກຕ້ອງຕາມການອະນຸຍາດນໍາເຂົ້າ ແລະ ນໍາໃຊ້ບໍ່ຖືກຕ້ອງຕາມເປົ້າໝາຍ, ບໍ່ໄດ້ເສຍພັນທະຕ່າງໆ ຫຼື ບໍ່ໄດ້ແຈ້ງພາສີເປັນລາຍລະອຽດ ຫຼື ເສຍພັນທະບໍ່ຄົບ;
3.  ປໍ້າບໍລິສັດລົງທຶນເອງ ໝາຍເຖິງ ປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟ ຊຶ່ງແມານບໍລິສັດຈໍາໜ່າຍພາຍໃນເປັນຜູ້ລົງທຶນກໍ່ສ້າງ ແລະ ດໍາເນີນການຂາຍຍ່ອຍດ້ວຍຕົນເອງ ໂດຍໄດ້ຂຶ້ນທະບຽນເປັນທຸລະກິດຂາຍຍ່ອຍນໍ້າມັນເຊື້ອໄຟ;
4.  ປໍ້າຕົວແທນ ໝາຍເຖິງ ປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟ ຊຶ່ງແມ່ນບຸກຄົນ ຫຼື ນິຕິບຸກຄົນ ເປັນຕົວແທນຈໍາໜ່າຍໃຫ້ບໍລິສັດຈໍາໜ່າຍພາຍໃນໃດໜຶ່ງ ໂດຍໄດ້ຂຶ້ນທະບຽນເປັນທຸລະກິດຂາຍຍ່ອຍນໍ້າມັນເຊື້ອໄຟ;
5.  ລູກຄ້າຂອງຕົນ ສໍາລັບບໍລິສັດນໍາເຂົ້າ ແລະ ສົ່ງອອກນໍ້າມັນເຊື້ອໄຟ ໝາຍເຖິງ ຜູ້ຊື້ນໍ້າມັນເຊື້ອໄຟຈາກບໍລິສັດນໍາເຂົ້າ-ສົ່ງອອກນໍ້າມັນເຊື້ອໄຟ ທີ່ເປັນໂຄງການສໍາປະທານ ຫຼື ໂຄງການລົງທຶນ ທີ່ລັດຖະບານອະນຸມັດ ຫຼື ບໍລິສັດຈໍາໜ່າຍພາຍໃນ ທີ່ມີສັນຍາຊື້-ຂາຍນໍາກັນ, ລຸກຄ້າຂອງຕົນ ສໍາລັບບໍລິສັດຈໍາໜ່າຍພາຍໃນໝາຍເຖິງ ຜູ້ຊື້ນໍ້າມັນເຊື້ອໄຟ ຈາກບໍລິສັດຈໍາໜ່າຍພາຍໃນ ທີ່ເປັນໂຄງການທົ່ວໄປ ບໍລິສັດກໍ່ສ້າງ ບໍລິສັດຂົນສົ່ງ ທີ່ມີສັນຍາຊື້-ຂາຍນໍາກັນ ຊຶ່ງບໍ່ລວມເອົາໂຄງການສໍາປະທານ ຫຼື ໂຄງການລົງທຶນ ທີ່ລັດຖະບານອະນຸມັດ;
6.  ສາງນໍ້າມັນເຊື້ອໄຟ ໝາຍເຖິງ ພຶ້ນຖານໂຄງລ່າງເກັບຮັກສານໍ້າມັນເຊື້ອໄຟ ຕັ້ງຢູ່ເທິງ ຫຼື ໃຕ້ດິນ ໃນຮູບແບບຖັງ, ມີລະບົບຮັບ, ລະບົບຈ່າຍ, ລະບົບຮັກສາຄວາມປອດໄພ ແລະ ຮັກສາສິ່ງແວດລ້ອມ ທີ່ຖືກຕ້ອງຕາມມາດຕະຖານເຕັກນິກ;
7.  ເຄື່ອງໝາຍ ໝາຍເຖິງ ກາໝາຍ ຫຼື ສັນຍາລັກ (Logo) ຂອງທຸລະກິດນໍ້າມັນເຊື້ອໄຟໃດໜຶ່ງ ທີ່ໄດ້ຈົດທະບຽນເຄື່ອງໝາຍການຄ້າ ນໍາຂະແໜງການທີ່ກ່ຽວຂ້ອງ.
8.     ລາຄານໍ້າມັນເຊື້ອໄຟຕະຫຼາດໂລກ ແມ່ນ ລາຄານໍ້າມັນເຊື້ອໄຟທີ່ຊື້-ຂາຍໃນຕະຫຼາດໂລກ ຊຶ່ງເປັນລາຄາອ້າງອີງໃຫ້ແກ່ກະຊວງອຸດສາຫະກໍາ ແລະ ການຄ້າ ກໍານົດລາຄາຂາຍຍົກ-ຂາຍຍ່ອຍພາຍໃນ ແລະ ປະກາດໃຊ້.

ມາດຕາ 4    ຫຼັກການພື້ນຖານຂອງການດໍາເນີນທຸລະກິດນໍ້າມັນເຊື້ອໄຟ

ການດໍາເນີນທຸລະກິດນໍ້າມັນເຊື້ອໄຟ ໃຫ້ປະຕິບັດຕາມຫຼັກການພື້ນຖານ ດັ່ງນີ້:

1.  ສອດຄ່ອງກັບນະໂຍບາຍ, ກົດໝາຍ  ແລະ ລະບຽບການ;
2.  ຄຸ້ມຄອງ  ແລະ  ດັດສົມລາຄາ  ຕາມກົນໄກຕະຫຼາດ ທີ່ມີການຄຸ້ມຄອງຂອງລັດ;
3.ລັດຖະບານກໍານົດ ແລະ ດັດສົມ ທຸລະກິດນໍ້າມັນເຊື້ອໄຟ ໃຫ້ເໝາະສົມຕາມສະພາບການພັດທະນາ  ເສດຖະກິດ-ສັງຄົມ ແຕ່ລະໄລຍະ;
4.  ປົກປ້ອງສິດ  ແລະ  ຜົນປະໂຫຍດຂອງລັດ, ຜູ້ດໍາເນີນທຸລະກິດ  ແລະ  ຜູ້ຊົມໃຊ້;
5.  ສອດຄ່ອງ ແລະ ຕອບສະໜອງ ຄວາມຮຽກຮ້ອງຕ້ອງການຂອງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ;
6. ຮັບປະກັນການສະໜອງນໍ້າມັນເຊື້ອໄຟຕາມຄວາມຕ້ອງການ ຕາມແຜນຍຸດທະສາດແຫ່ງຊາດທາງດ້ານພະລັງງານ;
7.  ຮັບປະກັນຄວາມໝັ້ນຄົງທາງເສດຖະກິດຂອງຊາດ, ຄວາມປອດໄພຂອງສັງຄົມ ແລະ  ສິ່ງແວດລ້ອມ;
8.  ສອດຄ່ອງກັບສັນຍາສາກົນ  ແລະ  ສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ.

ມາດຕາ 5    ຂອບເຂດການນໍາໃຊ້

         ດໍາລັດສະບັບນີ້ນໍາໃຊ້ສໍາລັບບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ດໍາເນີນທຸລະກິດນໍ້າມັນເຊື້ອໄຟ ຢູ່ ສປປ ລາວ ຍົກເວັ້ນ ທຸລະກິດການຜະລິດ ແລະ ການປຸງແຕ່ງນໍ້າມັນເຊື້ອໄຟ.            

ພາກທີ II
ການສ້າງຕັ້ງ ແລະ ການເຄື່ອນໄຫວທຸລະກິດນໍ້າມັນເຊື້ອໄຟ

ໝວດທີ 1
ການສ້າງຕັ້ງທຸລະກິດນໍ້າມັນເຊື້ອໄຟ

ມາດຕາ 6     ຂັ້ນຕອນການສ້າງຕັ້ງ ແລະ ການເຄື່ອນໄຫວທຸລະກິດນໍ້າມັນເຊື້ອໄຟ

         ການສ້າງຕັ້ງ ແລະ ເຄື່ອນໄຫວທຸລະກິດນໍ້າມັນເຊື້ອໄຟ ຕ້ອງປະຕິບັດຕາມຂັ້ນຕອນ ດັ່ງນີ້:

1.    ແຈ້ງຂຶ້ນທະບຽນວິສາຫະກິດ;
2.   ສ້າງບົດປະເມີນຜົນກະທົບສິ່ງແວດລ້ອມ ແລະ ສັງຄົມ ຍົກເວັ້ນ ທຸລະກິດໃຫ້ເຊົ່າພາຫະນະຂົນສົ່ງ ແລະ ທຸລະກິດໃຫ້ບໍລິການຂົນສົ່ງ ນໍ້າມັນເຊື້ອໄຟ;
3.    ຂໍອະນຸຍາດປຸກສ້າງ ສາງ ຫຼື ປໍ້າ ນໍ້າມັນເຊື້ອໄຟ ຍົກເວັ້ນ ທຸລະກິດໃຫ້ເຊົ່າພາຫະນະຂົນສົ່ງ ແລະ ທຸລະກິດໃຫ້ບໍລິການຂົນສົ່ງ ນໍ້າມັນເຊື້ອໄຟ;
4.   ຂໍອະນຸຍາດເຄື່ອນໄຫວທຸລະກິດນໍ້າມັນເຊື້ອໄຟ.

ມາດຕາ 7   ເງື່ອນໄຂການຂຶ້ນທະບຽນວິສາຫະກິດນໍ້າມັນເຊື້ອໄຟ

   ບຸກຄົນ, ນິຕິບຸກຄົນ ທັງພາຍໃນ ແລະ ຕ່າງປະເທດ ທີ່ມີຈຸດປະສົງດໍາເນີນທຸລະກິດນໍ້າມັນເຊື້ອໄຟ ຕ້ອງສ້າງຕັ້ງເປັນບໍລິສັດ ທີ່ເຄື່ອນໄຫວສະເພາະເທົ່ານັ້ນ ຕາມກົດໝາຍ. ການຂຶ້ນທະບຽນວິສາຫະກິດທຸລະກິດນໍ້າມັນເຊື້ອໄຟ ຕ້ອງມີເງື່ອນໄຂ ດັ່ງນີ້:

1.  ທຶນຈົດທະບຽນ:

1.1   ບໍລິສັດນໍາເຂົ້າ ແລະ ສົ່ງອອກນໍ້າມັນເຊື້ອໄຟ ມີ: ໜຶ່ງຮ້ອຍຫ້າສິບຕື້ (150.000.000.000) ກີບ ຂຶ້ນໄປ, ໃນນີ້ຕ້ອງມີທຶນໝູນວຽນ ຫົ ກສິບຕື້ (60.000.000.000) ກີບ ຂຶ້ນໄປ;
1.2   ບໍລິສັດຈໍາໜ່າຍພາຍໃນ ມີ: ຫ້າສິບຕື້ (50.000.000.000) ກີບ ຂຶ້ນໄປ, ໃນນີ້ຕ້ອງມີທຶນໝູນວຽນ ຫ້າຕື້ (5.000.000.000) ກີບ ຂຶ້ນໄປ;
1.3   ປໍ້ານໍ້າມັນເຊື້ອໄຟ ມີ: ໜຶ່ງຕື້ (1.000.000.000) ກີບ ຂຶ້ນໄປ ສໍາລັບປໍ້າບໍລິສັດລົງທຶນເອງ, ສາມຮ້ອຍລ້ານ (300.000.000) ກີບ ຂຶ້ນໄປ ສໍາລັບປໍ້າຕົວແທນ.
1.4   ບໍລິສັດໃຫ້ເຊົ່າສາງນໍ້າມັນເຊື້ອໄຟ ມີ: ສອງຕື້ (2.000.000.000) ກີບ ຂຶ້ນໄປ, ໃນນີ້ຕ້ອງມີທຶນໝູນວຽນ ຫ້າຮ້ອຍລ້ານ (500.000.000) ກີບ ຂຶ້ນໄປ;
1.5   ບໍລິສັດໃຫ້ເຊົ່າພາຫະນະຂົນສົ່ງນໍ້າມັນເຊື້ອໄຟ ມີ: ຊາວຕື້ (20.000.000.000) ກີບ ຂຶ້ນໄປ, ໃນນີ້ຕ້ອງມີທຶນໝູນວຽນ ສອງຕື້ (2.000.000.000) ກີບ ຂຶ້ນໄປ;
1.6   ບໍລິສັດໃຫ້ບໍລິການຂົນສົ່ງນໍ້າມັນເຊື້ອໄຟ ມີ: ສາມສິບຕື້ (30.000.000.000) ກີບ ຂຶ້ນໄປ, ໃນນີ້ຕ້ອງມີທຶນໝູນວຽນ ສາມຕື້ (3.000.000.000) ກີບ ຂຶ້ນໄປ;

2. ມີສະຖານທີ່ຕັ້ງຂອງສາງ ຢູ່ຫ່າງຈາກເຂດຊຸມຊົນ, ໂຮງຮຽນ, ໂຮງໝໍ, ຕະຫຼາດ, ແຫຼ່ງນໍ້າ ໜຶ່ງພັນ (1.000) ແມັດ ຂຶ້ນໄປ ແລະ ມີເນື້ອທີ່ພຽງພໍທີ່ຈະສ້າງສາງ ສາມາດບັນຈຸໄດ້ ດັ່ງນີ້:

-ບໍລິສັດນໍາເຂົ້າ ແລະ ສົ່ງອອກນໍ້າມັນເຊື້ອໄຟ ມີ: ຫ້າລ້ານ (5.000.000) ລິດ ຂຶ້ນໄປ;
-ບໍລິສັດຈໍາໜ່າຍພາຍໃນ ມີ: ໜຶ່ງລ້ານ (1.000.000) ລິດ ຂຶ້ນໄປ;
-ບໍລິສັດໃຫ້ເຊົ່າສາງນໍ້າມັນເຊື້ອໄຟ ມີ: ຫ້າຮ້ອຍພັນ (500.000) ລິດ ຂຶ້ນໄປ;

3.  ປໍ້ານໍ້າມັນເຊື້ອໄຟ:

3.1  ສະຖານທີ່ຕັ້ງຂອງປໍ້ານໍ້າມັນເຊື້ອໄຟຕ້ອງຢູ່ຫ່າງຈາກເຂດຊຸມຊົນ, ໂຮງຮຽນ, ໂຮງໝໍ, ຕະຫຼາດ, ແຫຼ່ງນໍ້າ, ຈາກທາງໂຄ້ງ ແລະ ທາງສູງຊັນ ໜຶ່ງຮ້ອຍແມັດ ຂຶ້ນໄປ ແລະ ຕ້ອງຫ່າງຈາກປໍ້ານໍ້າມັນເຊື້ອໄຟທີ່ສ້າງຕັ້ງແລ້ວ ໜຶ່ງພັນ (1.000) ແມັດ ຂຶ້ນໄປ ຕາມທິດດຽວກັນ ແລະ ບໍ່ໃຫ້ນອນຢູ່ໃນເຂດສະຫງວນຂອງທາງຫຼວງທຸກປະເພດ
3.2  ຄວາມກວ້າງຕິດໜ້າທາງຂອງປໍ້ານໍ້າມັນເຊື້ອໄຟ ໃຫ້ປະຕິບັດຕາມເງື່ອນໄຂ ດັ່ງນີ້:
-       ເຂດພູດອຍ, ຫ່າງໄກສອກຫຼີກ ຊາວ (20) ແມັດ ຂຶ້ນໄປ;
-       ເຂດພູພຽງ, ທົ່ງພຽງ, ນອກຕົວເມືອງ  ສາມສິບ (30) ແມັດ ຂຶ້ນໄປ;
-       ເຂດຕົວເມືອງ ສີ່ສິບ (40) ແມັດ ຂຶ້ນໄປ.

ມາດຕາ 8      ເອກະສານປະກອບການຂຶ້ນທະບຽນວິສາຫະກິດທຸລະກິດນໍ້າມັນເຊື້ອໄຟ

    ນອກຈາກທີ່ກໍານົດໄວ້ໃນກົດໝາຍວ່າດ້ວຍວິສາຫະກິດແລ້ວ ການຂຶ້ນທະບຽນວິສາຫະກິດທຸລະກິດນໍ້າມັນເຊື້ອໄຟ ຍັງຕ້ອງປະກອບເອກະສານເພີ່ມເຕີມ ດັ່ງນີ້:

1.   ບໍລິສັດນໍາເຂົ້າ ແລະ ສົ່ງອອກນໍ້າມັນເຊື້ອໄຟ, ບໍລິສັດຈໍາໜ່າຍພາຍໃນ ແລະ ບໍລິສັດໃຫ້ເຊົ່າສາງນໍ້າມັນເຊື້ອໄຟ:

1.1  ບົດວິພາກເສດຖະກິດ-ເຕັກນິກ ຕາມແບບພິມທີ່ອົງການຄຸ້ມຄອງທຸລະກິດນໍ້າມັນເຊື້ອໄຟກໍານົດ;
1.2   ໃບຢັ້ງຢືນສະຖານທີ່ຕັ້ງສາງ ທີ່ຜ່ານການຢັ້ງຢືນຈາກອົງການປົກຄອງບ້ານ ແລະ ໃບຢັ້ງຢືນກໍາມະສິດຂອງສາງ;
1.3  ໃບຢັ້ງຢືນຄວາມຖືກຕ້ອງຂອງສະຖານທີ່ຕັ້ງຂອງສາງ ຈາກຂະແໜງໂຍທາທິການ ແລະ ຂົນສົ່ງ.

2.  ປໍ້ານໍ້າມັນເຊື້ອໄຟ:

2.1 ບົດວິພາກເສດຖະກິດ-ເຕັກນິກ;
2.2 ໃບທະບຽນວິສາຫະກິດຂອງບໍລິສັດຈໍາໜ່າຍພາຍໃນ, ຂໍ້ຕົກລົງສ້າງຕັ້ງ ແລະ ໃບມອບສິດ ສໍາລັບປໍ້າບໍລິສັດລົງທຶນເອງ;
2.3 ໃບຢັ້ງຢືນການເປັນປໍ້າຕົວແທນ ແລະ ສັນຍາຊື້-ຂາຍນໍ້າມັນເຊື້ອໄຟ ສໍາລັບປໍ້າຕົວແທນ;
2.4 ໃບຢັ້ງຢືນຄວາມຖືກຕ້ອງຂອງສະຖານທີ່ຕັ້ງຂອງປໍ້າ ຈາກຂະແໜງໂຍທາທິການ ແລະ ຂົນສົ່ງ.

ມາດຕາ 9    ການພິຈາລະນາຂຶ້ນທະບຽນວິສາຫະກິດທຸລະກິດນໍ້າມັນເຊື້ອໄຟ

ການແຈ້ງຂຶ້ນທະບຽນວິສາຫະກິດທຸລະກິດນໍ້າມັນເຊື້ອໄຟ ໃຫ້ປະຕິບັດຕາມຂັ້ນຕອນທີ່ກໍານົດໄວ້ໃນກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ, ກົດໝາຍວ່າດ້ວຍວິສາຫະກິດ, ກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.

ໝວດທີ 2
ການເຄື່ອນໄຫວທຸລະກິດຂອງບໍລິສັດນໍາເຂົ້າ ແລະ ສົ່ງອອກນໍ້າມັນເຊື້ອໄຟ

ມາດຕາ 10      ບໍລິສັດນໍາເຂົ້າ ແລະ ສົ່ງອອກນໍ້າມັນເຊື້ອໄຟ

ບໍລິສັດນໍາເຂົ້າ ແລະ ສົ່ງອອກນໍ້າມັນເຊື້ອໄຟ ແມ່ນ ບໍລິສັດທີ່ເຄື່ອນໄຫວທຸລະກິດ ກ່ຽວກັບ ການນໍາເຂົ້າ ເພື່ອຂາຍຍົກໃຫ້ບໍລິສັດຈໍາໜ່າຍພາຍໃນ, ສົ່ງອອກ, ນໍາເຂົ້າ ເພື່ອສົ່ງອອກຕໍ່ ຫຼື ຜ່ານແດນ.

ມາດຕາ 11      ການຂໍອະນຸຍາດເຄື່ອນໄຫວທຸລະກິດຂອງບໍລິສັດນໍາເຂົ້າ ແລະ ສົ່ງອອກນໍ້າມັນເຊື້ອໄຟ

ພາຍຫຼັງໄດ້ໃບທະບຽນວິສາຫະກິດ, ໃບຢັ້ງຢືນດ້ານສິ່ງແວດລ້ອມ, ໃບຢັ້ງຢືນຄວາມຖືກຕ້ອງການກໍ່ສ້າງ ສາງ ນໍ້າມັນເຊື້ອໄຟ ແລະ ສໍາເລັດຕາມເງື່ອນໄຂຕ່າງໆ ທີ່ກໍານົດໃນມາດຕາ 14 ຂອງດໍາລັດສະບັບນີ້ ໃຫ້ສະເໜີຕໍ່ກະຊວງອຸດສາຫະກໍາ ແລະ ການຄ້າ ເພື່ອຂໍໃບຢັ້ງຢືນການເຄື່ອນໄຫວທຸລະກິດຂອງບໍລິສັດນໍາເຂົ້າ ແລະ ສົ່ງອອກນໍ້າມັນເຊື້ອໄຟ ໂດຍປະກອບເອກະສານຕາມທີ່ໄດ້ກໍານົດໄວ້ໃນມາດຕາ 12 ຂອງດໍາລັດສະບັບນີ້, ພາຍຫຼັງໄດ້ຮັບໃບຢັ້ງຢືນແລ້ວ ຈຶ່ງສາມາດດໍາເນີນການເຄື່ອນໄຫວທຸລະກິດ.

ມາດຕາ 12      ເອກະສານປະກອບຂໍອະນຸຍາດເຄື່ອນໄຫວທຸລະກິດຂອງບໍລິສັດນໍາເຂົ້າ ແລະ ສົ່ງອອກນໍ້າມັນເຊື້ອໄຟ

ການຂໍອະນຸຍາດເຄື່ອນໄຫວທຸລະກິດຂອງບໍລິສັດນໍາເຂົ້າ ແລະ ສົ່ງອອກນໍ້າມັນເຊື້ອໄຟ ຕ້ອງປະກອບເອກະສານ ດັ່ງນີ້:

1.  ຄໍາຮ້ອງຂໍອະນຸຍາດເຄື່ອນໄຫວທຸລະກິດຂອງບໍລິສັດນໍາເຂົ້າ ແລະ ສົ່ງອອກນໍ້າມັນເຊື້ອໄຟ ຕາມແບບພິມທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ກຳນົດ;
2.  ໃບທະບຽນວິສາຫະກິດ;
3.  ໃບຢັ້ງຢືນການມອບເລກປະຈໍາຕົວຜູ້ເສຍອາກອນ;
4.  ໃບຢັ້ງຢືນຄວາມຖືກຕ້ອງຂອງການກໍ່ສ້າງສາງນໍ້າມັນເຊື້ອໄຟ;
5.  ໃບຢັ້ງຢືນດ້ານສິ່ງແວດລ້ອມ ແລະ ສັງຄົມ ກ່ຽວກັບ ສາງນໍ້າມັນເຊື້ອໄຟ;
6.  ໃບຢັ້ງຢືນການກວດຜ່ານກ່ຽວກັບຄວາມປອດໄພທາງດ້ານອັກຄີໄພຂອງສາງນໍ້າມັນເຊື້ອໄຟ;
7. ໃບຢັ້ງຢືນຜ່ານການຝຶກອົບຮົມກ່ຽວກັບທຸລະກິດນໍ້າມັນເຊື້ອໄຟ ອອກໃຫ້ໂດຍອົງການຄຸ້ມຄອງທຸລະກິດນໍ້າມັນເຊື້ອໄຟ;
8.   ໜັງສືຢັ້ງຢືນການເປັນຕົວແທນ ຫຼື ສັນຍາຊື້-ຂາຍ ນໍ້າມັນເຊື້ອໄຟຈາກ ບໍລິສັດນໍ້າມັນເຊື້ອໄຟຕ່າງປະເທດຍີ່ຫໍ້ໃດໜຶ່ງ;
9.  ໃບຢັ້ງຢືນເປັນສະມາຊິກຂອງສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກ໊ສ ຢູ່ ສປປ ລາວ;
10.   ບັນຊີເງິນຝາກຢູ່ທະນາຄານ ທີ່ຕັ້ງຢູ່ ສປປ ລາວ;
11.  ບັນຊີຊັບສິນຂອງບໍລິສັດ ລວມມີ: ບັນຊີສາງເກັບນໍ້າມັນເຊື້ອໄຟ, ບັນຊີພາຫະນະຂົນສົ່ງນໍ້າມັນເຊື້ອໄຟ, ບັນຊີເຄື່ອງກວດສອບຄຸນນະພາບນໍ້າມັນເຊື້ອໄຟ.

ມາດຕາ 13      ການອອກໃບຢັ້ງຢືນການເຄື່ອນໄຫວທຸລະກິດຂອງບໍລິສັດນໍາເຂົ້າ ແລະ ສົ່ງອອກນໍ້າມັນເຊື້ອໄຟ

ພາຍຫຼັງໄດ້ຮັບເອກະສານຄົບຖ້ວນ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 12 ຂອງດໍາລັດສະບັບນີ້, ກະຊວງອຸດສາ ຫະກໍາ ແລະ ການຄ້າ ຕ້ອງປະສານສົມທົບກັບຂະແໜງການກ່ຽວຂ້ອງ ລົງກວດກາ ແລ້ວພິຈາລະນາອອກໃບຢັ້ງຢືນການເຄື່ອນໄຫວທຸລະກິດຂອງບໍລິສັດນໍາເຂົ້າ ແລະ ສົ່ງອອກນໍ້າມັນເຊື້ອໄຟ. ຖ້າເຫັນວ່າຄໍາຮ້ອງ ແລະ ເອກະສານປະກອບ ຫາກມີເນື້ອໃນບໍ່ຖືກຕ້ອງ ແລະ ບໍ່ຄົບຖ້ວນ ຕ້ອງແຈ້ງເປັນລາຍລັກອັກສອນ ໃຫ້ຜູ້ຮ້ອງຂໍ ພາຍໃນ ຫ້າວັນລັດຖະການ ນັບແຕ່ວັນໄດ້ຮັບເອກະສານ ເພື່ອໃຫ້ຜູ້ຮ້ອງຂໍແກ້ໄຂໃຫ້ຖືກຕ້ອງ ແລະ ຄົບຖ້ວນ.

ໃນກໍລະນີ ບໍ່ສາມາດອອກໃບຢັ້ງຢືນໄດ້ ຕ້ອງແຈ້ງເຫດຜົນເປັນລາຍລັກອັກສອນໃຫ້ຜູ້ຮ້ອງຂໍ ພາຍໃນ ຊາວຫ້າວັນລັດຖະການ ນັບແຕ່ວັນໄດ້ຮັບເອກະສານ ເປັນຕົ້ນໄປ.

ຖ້າເຫັນວ່າເອກະສານຫາກຄົບຖ້ວນ, ຖືກຕ້ອງ ແລະ ໄດ້ຜ່ານການກວດກາແລ້ວ ກະຊວງອຸດສາຫະກໍາ ແລະ ການຄ້າ ຕ້ອງອອກໃບຢັ້ງຢືນການເຄື່ອນໄຫວທຸລະກິດຂອງບໍລິສັດນໍາເຂົ້າ ແລະ ສົ່ງອອກນໍ້າມັນເຊື້ອໄຟ ພາຍໃນ ສາມສິບວັນລັດຖະການ ນັບແຕ່ວັນໄດ້ຮັບເອກະສານ ເປັນຕົ້ນໄປ.

ໃບຢັ້ງຢືນການເຄື່ອນໄຫວທຸລະກິດຂອງບໍລິສັດນໍາເຂົ້າ ແລະ ສົ່ງອອກນໍ້າມັນເຊື້ອໄຟ ມີອາຍຸນຳໃຊ້ ສາມປີ ແລະ ສາມາດຕໍ່ໄດ້.

ມາດຕາ 14      ເງື່ອນໄຂການເຄື່ອນໄຫວທຸລະກິດຂອງບໍລິສັດນໍາເຂົ້າ ແລະ ສົ່ງອອກນໍ້າມັນເຊື້ອໄຟ

ການເຄື່ອນໄຫວທຸລະກິດຂອງບໍລິສັດນໍາເຂົ້າ ແລະ ສົ່ງອອກນໍ້າມັນເຊື້ອໄຟ ຕ້ອງປະຕິບັດຕາມເງື່ອນໄຂ ດັ່ງນີ້:

1.  ມີໃບຢັ້ງຢືນການເຄື່ອນໄຫວທຸລະກິດຂອງບໍລິສັດນໍາເຂົ້າ ແລະ ສົ່ງອອກ ນໍ້າມັນເຊື້ອໄຟ;
2.  ໄດ້ລົງທຶນ ແລະ ຖອກທຶນຈົດທະບຽນ ຕາມທີ່ກໍານົດໄວ້ໃນ ຂໍ້ 1 ມາດຕາ 7 ຂອງດໍາລັດສະບັບນີ້;
3.  ຖືບັນຊີຖືກຕ້ອງຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ;
4. ມີບັນຊີເງິນຝາກຢູ່ທະນາຄານ ທີ່ຕັ້ງຢູ່ ສປປ ລາວ ແລະ ການຊື້-ຂາຍນໍ້າມັນເຊື້ອໄຟ ຕ້ອງຊໍາລະຜ່ານທະນາຄານ;
5. ມີນໍ້າມັນເຊື້ອໄຟແຮສໍາຮອງໄວ້ໃຊ້ໃນກໍລະນີສຸກເສີນ ໃຫ້ໄດ້ຢ່າງໜ້ອຍ ຊາວເອັດວັນ ຕາມຕົວເລກສະເລ່ຍການສະໜອງປະຈໍາວັນຂອງປີຜ່ານມາ ເພື່ອສະໜອງໃຫ້ແກ່ບໍລິສັດຈໍາໜ່າຍພາຍໃນ ແລະ ລູກຄ້າ ຂອງຕົນ;
6.  ສາມາດນໍາເຂົ້າ ແລະ ຈໍາໜ່າຍນໍ້າມັນເຊື້ອໄຟ ສອງຮ້ອຍລ້ານ ລິດ (200,000,000) ຂຶ້ນໄປ ຕໍ່ປີ;
7.  ມີເຄື່ອງໝາຍບໍລິສັດເປັນຂອງຕົນເອງຊຶ່ງໄດ້ຈົດທະບຽນເຄື່ອງໝາຍຖືກຕ້ອງຕາມກົດໝາຍ ແລະ ລະບຽບການ;
8. ມີສາງເກັບນໍ້າມັນເຊື້ອໄຟເປັນຂອງຕົນເອງ ທີ່ຕິດເຄື່ອງໝາຍຂອງບໍລິສັດ, ສາມາດບັນຈຸນໍ້າມັນໄດ້ ຕາມທີ່ໄດ້ກໍານົດໄວ້ໃນຂໍ້ 2 ມາດຕາ 7 ຂອງດໍາລັດສະບັບນີ້;
9. ມີພາຫະນະຂົນສົ່ງນໍ້າມັນເຊື້ອໄຟ ທີ່ເປັນຂອງບໍລິສັດ ຫຼື ໃນກຸ່ມບໍລິສັດ ຢ່າງໜ້ອຍ 20 ຄັນ; ພາຫະນະຂົນສົ່ງແຕ່ລະຄັນ ຕ້ອງໄດ້ມາດຕະຖານເຕັກນິກ, ຂຶ້ນທະບຽນ ແລະ ສອບທຽບ ແລະ ຕາມການກໍານົດຂອງຂະແໜງ ການທີ່ກ່ຽວຂ້ອງ, ຕ້ອງມີເຄື່ອງໝາຍ ແລະ ສີ ທີ່ເປັນສັນຍາລັກຂອງບໍລິສັດ;
10.   ມີຕົວແທນຈໍາໜ່າຍນໍ້າມັນເຊື້ອໄຟ ທີ່ເປັນບໍລິສັດຈໍາໜ່າຍພາຍໃນ;
11.   ມີຫ້ອງກວດສອບຄຸນນະພາບນໍ້າມັນເຊື້ອໄຟທີ່ໄດ້ຂຶ້ນທະບຽນຖືກຕ້ອງ ຈາກກະຊວງວິທະຍາສາດ ແລະ ເຕັກໂນໂລຊີ;
12.   ມີພະນັກງານ ຢ່າງໜ້ອຍ ສາມຄົນ ທີ່ມີໃບຢັ້ງຢືນຜ່ານການຝຶກອົບຮົມກ່ຽວກັບທຸລະກິດນໍ້າມັນເຊື້ອໄຟ ອອກໃຫ້ໂດຍອົງການຄຸ້ມຄອງທຸລະກິດນໍ້າມັນເຊື້ອໄຟ;
13.   ມີປະກັນໄພຕາມກົດໝາຍວ່າດ້ວຍການປະກັນໄພ.

ສໍາລັບບໍລິສັດນໍາເຂົ້າ ແລະ ສົ່ງອອກນໍ້າມັນເຊື້ອໄຟທີ່ໄດ້ຮັບການສ້າງຕັ້ງ ແລະ ເຄື່ອນໄຫວກ່ອນດໍາລັດສະບັບນີ້ ຕ້ອງປັບປຸງບໍລິສັດຂອງຕົນ ໃຫ້ໄດ້ຕາມເງື່ອນໄຂທີ່ກໍານົດໄວ້ໃນມາດຕານີ້ ພາຍໃນກໍານົດເວລາ ໜຶ່ງປິ ນັບແຕ່ວັນທີ່ດໍາລັດສະບັບນີ້ມີຜົນສັກສິດເປັນຕົ້ນໄປ. ຖ້າບໍ່ສາມາດປັບປຸງໄດ້ ແມ່ນໃຫ້ໂຈະ ຫຼື ຫັນເປັນທຸລະກິດນໍ້າມັນເຊື້ອໄຟອື່ນ.

ມາດຕາ 15      ການນໍາເຂົ້ານໍ້າມັນເຊື້ອໄຟ

ການນໍາເຂົ້ານໍ້າມັນເຊື້ອໄຟຕ້ອງແມ່ນບໍລິສັດນໍາເຂົ້າ ແລະ ສົ່ງອອກນໍ້າມັນເຊື້ອໄຟທີ່ໄດ້ຮັບອະນຸຍາດສ້າງຕັ້ງ ແລະ ເຄື່ອນໄຫວຖືກຕ້ອງຕາມເງື່ອນໄຂທີ່ກໍານົດໄວ້ໃນດໍາລັດສະບັບນີ້, ກົດໝາຍ ແລະ ລະບຽບການກ່ຽວຂ້ອງ ເປັນຜູ້ນໍາເຂົ້າ. ການນໍາເຂົ້າແຕ່ລະຄັ້ງ ຕ້ອງມີໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າຈາກປະເທດຕົ້ນທາງ, ໄດ້ມາດຕະຖານແຫ່ງຊາດ, ໄດ້ຮັບອະນຸຍາດນໍາເຂົ້າ, ນໍາເຂົ້າຜ່ານດ່ານສາກົນ ແລະ ຄ່ຽນຖ່າຍລົງສາງນໍ້າມັນຂອງບໍລິສັດຕົນ ຫຼື ບໍລິສັດຈໍາໜ່າຍພາຍໃນ ທີ່ເປັນລູກຄ້າຂອງຕົນ.

ການນໍາເຂົ້ານໍ້າມັນເຊື້ອໄຟຕ້ອງສອດຄ່ອງກັບແຜນການຈໍາໜ່າຍປະຈໍາປີ ທີ່ຖືກຮັບຮອງໂດຍກະຊວງອຸດສາຫະກໍາ ແລະ ການຄ້າ.

ການນໍາເຂົ້ານໍ້າມັນເຊື້ອໄຟເພື່ອຮັບໃຊ້ໂຄງການທີ່ໄດ້ຮັບການຍົກເວັ້ນພາສີ, ອາກອນ ແລະ ພັນທະອື່ນ ຕ້ອງສອດຄ່ອງກັບກົດໝາຍ ແລະ ລະບຽບການກ່ຽວຂ້ອງ ຊຶ່ງໄດ້ຮັບການເຫັນດີຈາກສະພາແຫ່ງຊາດ ຕາມການສະເໜີຂອງລັດຖະບານ.

ມາດຕາ 16      ການສ້າງແຜນນໍາເຂົ້າ ແລະ ຈໍາໜ່າຍນໍ້າມັນເຊື້ອໄຟປະຈໍາປີ

ບໍລິສັດນໍາເຂົ້າ ແລະ ສົ່ງອອອກນໍ້າມັນເຊື້ອໄຟ ຕ້ອງສ້າງແຜນການນໍາເຂົ້າ ແລະ ຈໍາໜ່າຍນໍ້າມັນເຊື້ອໄຟປະຈໍາປີ ໂດນຜ່ານການຢັ້ງຢືນຈາກສະມາຄົມນໍ້າມັນເຊື້ອໄຟ ສະເໜີຕໍ່ກະຊວງອຸດສາຫະກໍາ ແລະ ການຄ້າ ກ່ອນວັນທີ 31 ເດືອນຕຸລາ ຂອງແຕ່ລະປີ ເພື່ອພິຈາລະນາ.

 ໃນກໍລະນີ ຕ້ອງການນໍາເຂົ້ານໍ້າມັນເຊື້ອໄຟເກີນແຜນ ບໍລິສັດນໍາເຂົ້າ ແລະ ສົ່ງອອກນໍ້າມັນເຊື້ອໄຟ ຕ້ອງໄດ້ສ້າງແຜນເພີ່ມເຕີມ ໂດຍຊີ້ແຈງເຫດຜົນຈະແຈ້ງ, ຜ່ານການຢັ້ງຢືນຂອງສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກ໊ສ ແລະ ສົ່ງໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າ ກອ່ນມື້ນໍາເຂົ້າ 60 ວັນ ເພື່ອພິຈາລະນາຮັບຮອງ.

ແຜນການນໍາເຂົ້າ ແລະ ຈໍາໜ່າຍນໍ້າມັນເຊື້ອໄຟປະຈໍາປີ ຂອງບໍລິສັດນໍາເຂົ້າ ແລະ ສົ່ງອອກນໍ້າມັນເຊື້ອໄຟໃດໜຶ່ງ ບໍ່ສາມາດມອບໂອນໃຫ້ບໍລິສັດອື່ນ.

ມາດຕາ 17      ການສົ່ງອອກນໍ້າມັນເຊື້ອໄຟ

ນໍ້າມັນເຊື້ອໄຟທີ່ສົ່ງອອກ ຕ້ອງມີໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ, ໄດ້ມາດຕະຖານແຫ່ງຊາດ, ໄດ້ຮັບອະນຸຍາດສົ່ງອອກ ແລະ ສົ່ງອອກຜ່ານດ່ານສາກົນ.

ຂັ້ນຕອນການອະນຸຍາດສົ່ງອອກນໍ້າມັນເຊື້ອໄຟ ໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ 18      ການເຄື່ອນຍ້າຍນໍ້າມັນເຊື້ອໄຟຜ່ານແດນ

ການເຄື່ອນຍ້າຍນໍ້າມັນເຊື້ອໄຟຜ່ານແດນແມ່ນການເຄື່ອນຍ້າຍນໍ້າມັນເຊື້ອໄຟຈາກປະເທດໃດໜຶ່ງ ຜ່ານແດນ ສປປ ລາວ ໄປຍັງປະເທດທີສາມ ໂດຍບໍ່ມີການເກັບມ້ຽນ ຫຼື ຄ່ຽນຖ່າຍ ຢູ່ ສປປ ລາວ.

ການເຄື່ອນຍ້າຍນໍ້າມັນເຊື້ອໄຟຜ່ານແດນ ຕ້ອງປະຕິບັດຕາມເງື່ອນໄຂ ດັ່ງນີ້:

1.    ດໍາເນີນໂດຍຜູ້ດໍາເນີນທຸລະກິດບໍລິການຈັດສົ່ງ ແລະ ຂົນສົ່ງນໍ້າມັນເຊື້ອໄຟລະຫວ່າງປະເທດ ແລະ ຜ່ານແດນ;
2.    ມີສັນຍາບໍລິການຂົນສົ່ງ, ສັນຍາຊື້ຂາຍນໍ້າມັນເຊື້ອໄຟຕົ້ນທາງ ແລະ ປາຍທາງ;
3.    ໄດ້ຮັບອະນຸຍາດຈາກກະຊວງອຸດສາຫະກໍາ ແລະ ການຄ້າ;
4.    ຈັດສົ່ງຕາມເສັ້ນທາງ, ດ່ານເຂົ້າ-ອອກ, ເວລາທີ່ໄດ້ກໍານົດໄວ້;
5.    ຄົບຖ້ວນຕາມຈໍານວນ ແລະ ຢູ່ໃນສະພາບເດີມ ພາຍໃຕ້ການຕິດຕາມຂອງເຈົ້າໜ້າທີ່ຂະແໜງ ການອຸດສາຫະກໍາ ແລະ ການຄ້າ ແລະ ຂະແໜງການເງິນ;
6.    ເສຍຄ່າທໍານຽມຜ່ານແດນ ຕາມທີ່ໄດ້ກໍານົດໄວ້ໃນລະບຽນການທີ່ກ້ຽວຂ້ອງ.

ໝວດທີ 3
ການເຄື່ອນໄຫວທຸລະກິດຂອງບໍລິສັດຈໍາໜ່າຍພາຍໃນ

ມາດຕາ 19      ບໍລິສັດຈໍາໜ່າຍພາຍໃນ

ບໍລິສັດຈໍາໜ່າຍພາຍໃນ ແມ່ນ ບໍລິສັດທີ່ເຄື່ອນໄຫວທຸລະກິດກ່ຽວກັບການຊື້ນໍ້າມັນເຊື້ອໄຟ ຈາກບໍລິສັດນໍາເຂົ້າ ແລະ ສົ່ງອອກນໍ້າມັນເຊື້ອໄຟ, ຜູ້ຜະລິດ ແລະ ປຸງແຕ່ງຢູ່ພາຍໃນປະເທດ ເພື່ອຈໍາໜ່າຍໃຫ້ປໍ້ານໍ້າມັນເຊື້ອໄຟ ແລະ ລູກຄ້າຂອງຕົນ.

ມາດຕາ 20      ການຂໍອະນຸຍາດເຄື່ອນໄຫວທຸລະກິດຂອງບໍລິສັດຈໍາໜ່າຍພາຍໃນ

ພາຍຫຼັງໄດ້ໃບທະບຽນວິສາຫະກິດ, ໃບຢັ້ງຢືນດ້ານສິ່ງແວດລ້ອມ ແລະ ສັງຄົມ, ໃບຢັ້ງຢືນຄວາມຖືກຕ້ອງການກໍ່ສ້າງສາງນໍ້າມັນເຊື້ອໄຟ ແລະ ສໍາເລັດຕາມເງື່ອນໄຂຕ່າງໆ ທີ່ກໍານົດໃນມາດຕາ 23 ຂອງດໍາລັດສະບັບນີ້ ໃຫ້ສະ  ເໜີຕໍ່ກະຊວງອຸດສາຫະກໍາ ແລະ ການຄ້າ ເພື່ອຂໍໃບຢັ້ງຢືນການເຄື່ອນໄຫວທຸລະກິດຂອງບໍລິສັດຈໍາໜ່າຍພາຍໃນ, ພາຍຫຼັງໄດ້ຮັບໃບຢັ້ງຢືນແລ້ວ ຈຶ່ງສາມາດດໍາເນີນການເຄື່ອນໄຫວທຸລະກິດ.

ມາດຕາ 21      ເອກະສານປະກອບຂໍອະນຸຍາດເຄື່ອນໄຫວທຸລະກິດຂອງບໍລິສັດຈໍາໜ່າຍພາຍໃນ

ການຂໍອະນຸຍາດເຄື່ອນໄຫວທຸລະກິດຂອງບໍລິສັດຈໍາໜ່າຍພາຍໃນ ຕ້ອງປະກອບເອກະສານຕາມທີ່ກໍານົດໄວ້ໃນມາດຕາ 12 ຂອງດໍາລັດສະບັບນີ້ ຍົກເວັ້ນ ຂໍ້ 8 ຂອງມາດຕາດັ່ງກ່າວ.

ມາດຕາ 22      ການອອກໃບຢັ້ງຢືນການເຄື່ອນໄຫວທຸລະກິດຂອງບໍລິສັດຈໍາໜ່າຍພາຍໃນ

ການອອກໃບຢັ້ງຢືນການເຄື່ອນໄຫວທຸລະກິດຂອງບໍລິສັດຈໍາໜ່າຍພາຍໃນ ໃຫ້ປະຕິບັດຄືກັນກັບການອອກໃບຢັ້ງຢືນການເຄື່ອນໄຫວທຸລະກິດຂອງບໍລິສັດນໍາເຂົ້າ ແລະ ສົ່ງອອກນໍ້າມັນເຊື້ອໄຟ ທີ່ໄດ້ກໍານົດໄວ້ໃນມາດຕາ 13 ຂອງດໍາລັດສະບັບນີ້.

ມາດຕາ 23      ເງື່ອນໄຂການເຄື່ອນໄຫວທຸລະກິດຂອງບໍລິສັດຈໍາໜ່າຍພາຍໃນ

ການເຄື່ອນໄຫວທຸລະກິດຂອງບໍລິສັດຈໍາໜ່າຍພາຍໃນ ຕ້ອງປະຕິບັດຕາມເງື່ອນໄຂ ດັ່ງນີ້:

1.  ມີໃບຢັ້ງຢືນການເຄື່ອນໄຫວທຸລະກິດຂອງບໍລິສັດຈໍາໜ່າຍພາຍໃນ;
2.  ໄດ້ລົງທຶນ ແລະ ຖອກທຶນຈົດທະບຽນ ຕາມທີ່ກໍານົດໄວ້ໃນ ຂໍ້ 1.2 ມາດຕາ 7 ຂອງດໍາລັດສະບັບນີ້;
3.  ຖືບັນຊີຖືກຕ້ອງຕາມກົດໝາຍ;
4.  ມີບັນຊີເງິນຝາກຢູ່ທະນາຄານທີ່ຕັ້ງຢູ່ ສປປ ລາວ ແລະ ການຊື້-ຂາຍນໍ້າມັນເຊື້ອໄຟ ຕ້ອງຊໍາລະຜ່ານທະນາຄານ;
5.  ມີສັນຍາຊື້-ຂາຍກັບບໍລິສັດນໍາເຂົ້າ ແລະ ສົ່ງອອກນໍ້າມັນເຊື້ອໄຟ ແລະ/ຫຼື ຜູ້ຜະລິດ ແລະ ປຸງແຕ່ງພາຍໃນ;
6.   ມີນໍ້າມັນເຊື້ອໄຟແຮສໍາຮອງໄວ້ໃຊ້ໃນກໍລະນີສຸກເສີນ ໃຫ້ໄດ້ຢ່າງໜ້ອຍ ສິບວັນ ຕາມຕົວເລກສະເລ່ຍການສະໜອງປະຈໍາວັນຂອງປີຜ່ານມາ ເພື່ອສະໜອງໃຫ້ແກ່ປໍ້ານໍ້າມັນເຊື້ອໄຟ ແລະ ລູກຄ້າຂອງຕົນ;
7.  ສາມາດສະໜອງ ແລະ ຈໍາໜ່າຍນໍ້າມັນເຊື້ອໄຟ ແປດສິບລ້ານ ລິດ (80,000,000) ຂຶ້ນໄປ ຕໍ່ປີ;
8.  ມີເຄື່ອງໝາຍຂອງບໍລິສັດຕົນ ຊຶ່ງໄດ້ຈົດທະບຽນເຄື່ອງໝາຍຖືກຕ້ອງຕາມກົດໝາຍ ແລະ ລະບຽບການ;
9. ມີສາງເກັບນໍ້າມັນເຊື້ອໄຟ ເປັນຂອງຕົນເອງ ທີ່ຕິດເຄື່ອງໝາຍ ຂອງບໍລິສັດ, ສາມາດບັນຈຸນໍ້າມັນໄດ້ ຕາມທີ່ໄດ້ກໍານົດໄວ້ໃນຂໍ້ 2 ມາດຕາ 7 ຂອງດໍາລັດສະບັບນີ້;
10. ມີພາຫະນະຂົນສົ່ງນໍ້າມັນເຊື້ອໄຟ ທີ່ເປັນຂອງບໍລິສັດ ຫຼື ໃນກຸ່ມບໍລິສັດ ຢ່າງໜ້ອຍ 10 ຄັນ; ພາຫະນະຂົນສົ່ງແຕ່ລະຄັນ ຕ້ອງໄດ້ມາດຕະຖານເຕັກນິກ, ຂຶ້ນທະບຽນ ແລະ ສອບທຽບ ແລະ ຕາມການກໍານົດຂອງຂະແໜງ ການທີ່ກ່ຽວຂ້ອງ, ຕ້ອງມີເຄື່ອງໝາຍ ແລະ ສີ ທີ່ເປັນສັນຍາລັກຂອງບໍລິສັດຕົນ ຫຼື ຂອງບໍລິສັດນໍາເຂົ້າ ແລະ ສົ່ງອອກ ນໍ້າມັນເຊື້ອໄຟທີ່ຕົນເອງເປັນຕົວແທນ;
11.   ມີປໍ້າບໍລິສັດລົງທຶນເອງ ແລະ ປໍ້າຕົວແທນ ຕາມການກໍານົດຂອງອົງການຄຸ້ມຄອງທຸລະກິດນໍ້າມັນເຊື້ອໄຟ;
12.    ມີເຄື່ອງກວດກາຄຸນນະພາບ ແລະ ເຄື່ອງຊັ່ງຜອງນໍ້າມັນເຊື້ອໄຟ ທີ່ໄດ້ມາດຕະຖານ ຕາມການກໍານົດຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ;
13.   ມີພະນັກງານ ຢ່າງໜ້ອຍ ສອງຄົນ ທີ່ມີໃບຢັ້ງຢືນຜ່ານການຝຶກອົບຮົມ ກ່ຽວກັບ ທຸລະກິດນໍ້າມັນເຊື້ອໄຟ ອອກໃຫ້ໂດຍອົງການຄຸ້ມຄອງທຸລະກິດນໍ້າມັນເຊື້ອໄຟ;
14.   ມີປະກັນໄພ ຕາມກົດໝາຍວ່າດ້ວຍການປະກັນໄພ.

ໝວດທີ 4
ການເຄື່ອນໄຫວທຸລະກິດຂອງປໍ້ານໍ້າມັນເຊື້ອໄຟ

ມາດຕາ 24      ປໍ້ານໍ້າມັນເຊື້ອໄຟ

ປໍ້ານໍ້າມັນເຊື້ອໄຟ ແມ່ນ ຫົວໜ່ວຍທຸລະກິດຂາຍຍ່ອຍນໍ້າມັນເຊື້ອໄຟ ເພື່ອຈໍາໜ່າຍໃຫ້ຜູ້ຊົມໃຊ້ໂດຍກົງ ຊຶ່ງປະກອບມີປໍ້າບໍລິສັດລົງທຶນເອງ ແລະ ປໍ້າຕົວແທນ.

ມາດຕາ 25      ການຂໍອະນຸຍາດເຄື່ອນໄຫວທຸລະກິດປໍ້ານໍ້າມັນເຊື້ອໄຟ

ພາຍຫຼັງໄດ້ໃບທະບຽນວິສາຫະກິດ, ໃບຢັ້ງຢືນດ້ານສິ່ງແວດລ້ອມ ແລະ ສັງຄົມ, ໃບຢັ້ງຢືນຄວາມຖືກຕ້ອງການກໍ່ສ້າງປໍ້ານໍ້າມັນເຊື້ອໄຟ ແລະ ສໍາເລັດຕາມເງື່ອນໄຂຕ່າງໆ ທີ່ກໍານົດໃນມາດຕາ 28 ຂອງດໍາລັດສະບັບນີ້ ໃຫ້ສະເໜີຕໍ່ຂະແໜງອຸດສາຫະກໍາ ແລະ ການຄ້າ ເພື່ອຂໍໃບຢັ້ງຢືນການເຄື່ອນໄຫວທຸລະກິດຂອງປໍ້ານໍ້າມັນເຊື້ອໄຟ, ພາຍຫຼັງໄດ້ຮັບໃບຢັ້ງຢືນແລ້ວ ຈຶ່ງສາມາດດໍາເນີນການເຄື່ອນໄຫວທຸລະກິດ.

ມາດຕາ 26      ເອກະສານປະກອບຂໍອະນຸຍາດເຄື່ອນໄຫວທຸລະກິດປໍ້ານໍ້າມັນເຊື້ອໄຟ

ການຂໍອະນຸຍາດເຄື່ອນໄຫວທຸລະກິດປໍ້ານໍ້າມັນເຊື້ອໄຟ  ຕ້ອງປະກອບເອກະສານ ດັ່ງນີ້:

1.  ຄໍາຮ້ອງ ຕາມແບບພິມທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ກໍານົດ;
2.  ໃບທະບຽນວິສາຫະກິດ;
3.  ໃບຢັ້ງຢືນການມອບເລກປະຈໍາຕົວຜູ້ເສຍອາກອນ;
4.  ໃບອະນຸຍາດປຸກສ້າງຊົ່ວຄາວ ແລະ ໃບຢັ້ງຢືນຄວາມຖືກຕ້ອງຂອງການກໍ່ສ້າງປໍ້ານໍ້າມັນເຊື້ອໄຟ;
5.  ໃບຢັ້ງຢືນດ້ານສິ່ງແວດລ້ອມ ແລະ ສັງຄົມ ກ່ຽວກັບ ປໍ້ານໍ້າມັນເຊື້ອໄຟ;
6.  ໃບຢັ້ງຢືນການກວດຜ່ານ ກ່ຽວກັບ ຄວາມປອດໄພທາງດ້ານອັກຄີໄພຂອງປໍ້ານໍ້າມັນເຊື້ອໄຟ;
7.  ບັນຊີຊັບສິນຂອງປໍ້ານໍ້າມັນເຊື້ອໄຟ;
8.  ເອກະສານຢັ້ງຢືນຖານະການເງິນຈາກທະນາຄານ;
9. ໃບທະບຽນວິສາຫະກິດຂອງບໍລິສັດນໍາເຂົ້າ ແລະ ສົ່ງອອກ ຫຼື ບໍລິສັດຈໍາໜ່າຍພາຍໃນ, ມະຕິຕົກລົງສ້າງຕັ້ງ ແລະ ໃບມອບສິດ ສໍາລັບປໍ້າບໍລິສັດລົງທຶນເອງ;
10.   ໃບຢັ້ງຢືນການເປັນຕົວແທນ ແລະ ສັນຍາຊື້-ຂາຍນໍ້າມັນເຊື້ອໄຟ ສໍາລັບປໍ້າຕົວແທນ;
11.   ບັນຊີເງິນຝາກຢູ່ທະນາຄານ ທີ່ຕັ້ງຢູ່ ສປປ ລາວ.

ມາດຕາ 27    ການອອກໃບຢັ້ງຢືນການເຄື່ອນໄຫວທຸລະກິດຂອງປໍ້ານໍ້າມັນເຊື້ອໄຟ

ພາຍຫຼັງໄດ້ຮັບເອກະສານຄົບຖ້ວນ ແລະ ຖືກຕ້ອງ ຕາມທີ່ກຳນົດໃນມາດຕາ 26 ຂອງດໍາລັດສະບັບນີ້      ຂະແໜງການອຸດສາຫະກໍາ ແລະ ການຄ້າ ຕ້ອງລົງກວດກາ ພາຍໃນ ຫ້າວັນລັດຖະການ ນັບແຕ່ມື້ໄດ້ຮັບເອກະສານເປັນຕົ້ນໄປ ໂດຍມີການປະສານສົມທົບກັບຂະແໜງການກ່ຽວຂ້ອງ.

ຖ້າເຫັນວ່າຄໍາຮ້ອງ ແລະ ເອກະສານປະກອບ ຫາກມີເນື້ອໃນບໍ່ຖືກຕ້ອງ ແລະ ບໍ່ຄົບຖ້ວນ ຕ້ອງແຈ້ງເປັນລາຍລັກອັກສອນໃຫ້ຜູ້ຮ້ອງຂໍ ພາຍໃນ ຫ້າວັນ ລັດຖະການ ນັບແຕ່ວັນໄດ້ຮັບເອກະສານ ເພື່ອໃຫ້ຜູ້ຮ້ອງຂໍແກ້ໄຂໃຫ້ຖືກຕ້ອງ ແລະ ຄົບຖ້ວນ.

ໃນກໍລະນີ ບໍ່ສາມາດອອກໃບຢັ້ງຢືນໄດ້ ຕ້ອງແຈ້ງເຫດຜົນເປັນລາຍລັກອັກສອນໃຫ້ຜູ້ຮ້ອງຂໍ ພາຍໃນ ສິບຫ້າວັນລັດຖະການ ນັບແຕ່ວັນໄດ້ຮັບເອກະສານ ເປັນຕົ້ນໄປ.

ຖ້າເຫັນວ່າເອກະສານຫາກຄົບຖ້ວນ, ຖືກຕ້ອງ ແລະ ໄດ້ຜ່ານການກວດກາແລ້ວ ຂະແໜງການອຸດສາຫະກໍາ ແລະ ການຄ້າ ຕ້ອງອອກໃບຢັ້ງຢືນການເຄື່ອນໄຫວທຸລະກິດປໍ້ານໍ້າມັນເຊື້ອໄຟ ພາຍໃນ ສິບຫ້າວັນ ລັດຖະການ ນັບແຕ່ວັນໄດ້ຮັບເອກະສານ ເປັນຕົ້ນໄປ.

ໃບຢັ້ງຢືນການເຄື່ອນໄຫວທຸລະກິດປໍ້ານໍ້າມັນເຊື້ອໄຟ ມີອາຍຸນຳໃຊ້ ສອງປີ ແລະ ສາມາດຕໍ່ໄດ້.

ມາດຕາ 28      ເງື່ອນໄຂການເຄື່ອນໄຫວທຸລະກິດຂອງປໍ້ານໍ້າມັນເຊື້ອໄຟ

ການເຄື່ອນໄຫວທຸລະກິດຂອງປໍ້ານໍ້າມັນເຊື້ອໄຟ ໃຫ້ປະຕິບັດຕາມເງື່ອນໄຂ ດັ່ງນີ້:

1.  ມີໃບຢັ້ງຢືນການເຄື່ອນໄຫວທຸລະກິດປໍ້ານໍ້າມັນເຊື້ອໄຟ;
2.  ໄດ້ລົງທຶນ ແລະ ຖອກທຶນຈົດທະບຽນ ຕາມທີ່ກໍານົດໄວ້ໃນ ຂໍ້ 1.3 ມາດຕາ 7 ຂອງດໍາລັດສະບັບນີ້;
3.  ມີລະບົບບັນຊີຕິດຕາມການຮັບ ແລະ ການຈ່າຍນໍ້າມັນເຊື້ອໄຟ ປະຈຳວັນ;
4.  ມີລະບົບການຕິດຕາມ-ກວດນັບຕົວເລກການຈໍາໜ່າຍນໍ້າມັນເຊື້ອໄຟ;
5.  ມີເຄື່ອງໝາຍຂອງບໍລິສັດທີ່ຕົນເປັນຕົວແທນຈໍາໜ່າຍ;
6.  ມີບັນຊີເງິນຝາກຢູ່ທະນາຄານທີ່ຕັ້ງຢູ່ ສປປ ລາວ ແລະ ການຊື້ຂາຍນໍ້າມັນເຊື້ອໄຟ ຕ້ອງຊໍາລະຜ່ານທະນາຄານ;
7.  ມີຫົວປໍ້າ ແລະ ເຄື່ອງກວດກາບໍລິມາດ ທີ່ໄດ້ຜ່ານການກວດກາ ແລະ ຢັ້ງຢືນມາດຕະຖານ ຈາກຂະແໜງ ການວິທະຍາສາດ ແລະ ເຕັກໂນໂລຊີ;
8.  ມີບັ້ງມອດໄຟ ຕາມຈໍານວນຫົວປໍ້າ ພ້ອມດ້ວຍອຸປະກອນມອດໄຟຂັ້ນພື້ນຖານ;
9.  ມີຖັງເກັບນໍ້າມັນ ທີ່ບັນຈຸໄດ້ ສູງສຸດບໍ່ໃຫ້ເກີນ ແປດໝື່ນ (80.000) ລິດ ຕໍ່ໜຶ່ງປໍ້າ;
10.   ມີຫ້ອງນໍ້າສາທາລະນະ;
11.   ຖ້າມີການດໍາເນີນກິດຈະການອື່ນຢູ່ປໍ້ານໍ້າມັນເຊື້ອໄຟ ເປັນຕົ້ນ ຮ້ານສະດວກຊື້, ຮ້ານອາຫານເບົາ ແລະ ເຄື່ອງດື່ມທີ່ບໍ່ມີທາດເຫຼົ້າ ຕ້ອງຂຶ້ນທະບຽນວິສາຫະກິດສະເພາະຂອງແຕ່ລະກິດຈະການ;
12.   ມີປະກັນໄພ ຕາມກົດໝາຍວ່າດ້ວຍການປະກັນໄພ.

ສໍາລັບປໍ້ານໍ້າມັນເຊື້ອໄຟ ທີ່ໄດ້ຮັບການສ້າງຕັ້ງ ແລະ ເຄື່ອນໄຫວ ກ່ອນດໍາລັດສະບັບນີ້ ຕ້ອງປັບປຸງເງື່ອນໄຂ ໃຫ້ສອດຄ່ອງກັບບົດບັນຍັດຂອງມາດຕານີ້ ພາຍໃນກໍານົດເວລາ ສອງປີ ນັບແຕ່ວັນທີ່ດໍາລັດສະບັບນີ້ມີຜົນສັກສິດເປັນຕົ້ນໄປ, ຖ້າກາຍສອງປີຍັງບໍ່ສາມາດປັບປຸງສໍາເລັດ ແມ່ນໃຫ້ໂຈະການເຄື່ອນໄຫວ ແລະ ຮື້ຖອນປໍ້າດັ່ງກ່າວ.

ໝວດທີ 5
ການເຄື່ອນໄຫວທຸລະກິດຂອງທຸລະກິດໃຫ້ບໍລິການກ່ຽວກັບນໍ້າມັນເຊື້ອໄຟ

ມາດຕາ 29   ບໍລິສັດໃຫ້ບໍລິການກ່ຽວກັບນໍ້າມັນເຊື້ອໄຟ

ບໍລິສັດໃຫ້ບໍລິການກ່ຽວກັບນໍ້າມັນເຊື້ອໄຟ ແມ່ນ ຫົວໜ່ວຍທຸລະກິດທີ່ໃຫ້ບໍລິການ ກ່ຽວກັບ ການເຊົ່າສາງ, ການເຊົ່າພາຫະນະຂົນສົ່ງ, ຂົນສົ່ງ ນໍ້າມັນເຊື້ອໄຟ.

ມາດຕາ 30   ການຂໍອະນຸຍາດເຄື່ອນໄຫວທຸລະກິດຂອງບໍລິສັດໃຫ້ເຊົ່າສາງນໍ້າມັນເຊື້ອໄຟ

ພາຍຫຼັງໄດ້ໃບທະບຽນວິສາຫະກິດ, ໃບຢັ້ງຢືນດ້ານສິ່ງແວດລ້ອມ, ໃບຢັ້ງຢືນຄວາມຖືກຕ້ອງການກໍ່ສ້າງ ສາງ ນໍ້າມັນເຊື້ອໄຟ ແລະ ສໍາເລັດຕາມເງື່ອນໄຂຕ່າງໆ ທີ່ກໍານົດໃນມາດຕາ 33 ຂອງດໍາລັດສະບັບນີ້ ໃຫ້ສະເໜີຕໍ່ກະຊວງອຸດສາຫະກໍາ ແລະ ການຄ້າ ເພື່ອຂໍໃບຢັ້ງຢືນການເຄື່ອນໄຫວທຸລະກິດຂອງບໍລິສັດໃຫ້ເຊົ່າສາງນໍ້າມັນເຊື້ອໄຟ, ພາຍຫຼັງໄດ້ຮັບໃບຢັ້ງຢືນແລ້ວ ຈຶ່ງສາມາດດໍາເນີນການເຄື່ອນໄຫວທຸລະກິດ.

ມາດຕາ 31      ເອກະສານປະກອບຂໍອະນຸຍາດເຄື່ອນໄຫວທຸລະກິດຂອງບໍລິສັດໃຫ້ເຊົ່າສາງນໍ້າມັນເຊື້ອໄຟ

ເອກະສານປະກອບການຂໍອະນຸຍາດເຄື່ອນໄຫວທຸລະກິດຂອງບໍລິສັດໃຫ້ເຊົ່າສາງນໍ້າມັນເຊື້ອໄຟ ໃຫ້ປະຕິບັດຕາມທີ່ໄດ້ກໍານົດໄວ້ໃນມາດຕາ 12 ຂອງດໍາລັດສະບັບນີ້ ຍົກເວັ້ນຂໍ້ 7 ແລະ ຂໍ້ 8, ສໍາລັບຂໍໍ້ 11 ໃຫ້ມີແຕ່ບັນຊີສາງເກັບນໍ້າມັນເຊື້ອໄຟ. 

ມາດຕາ 32      ການອອກໃບຢັ້ງຢືນການເຄື່ອນໄຫວທຸລະກິດຂອງບໍລິສັດໃຫ້ເຊົ່າສາງນໍ້າມັນເຊື້ອໄຟ

ພາຍຫຼັງໄດ້ຮັບເອກະສານຄົບຖ້ວນຕາມທີ່ໄດ້ກໍານົດໄວ້ໃນມາດຕາ 31 ຂອງດໍາລັດສະບັບນີ້, ກະຊວງອຸດສາຫະກໍາ ແລະ ການຄ້າ ຕ້ອງສົມທົບກັບຂະແໜງການກ່ຽວຂ້ອງ ລົງກວດກາ ແລ້ວພິຈາລະນາອອກໃບຢັ້ງຢືນການເຄື່ອນໄຫວທຸລະກິດໃຫ້ເຊົ່າສາງນໍ້າມັນເຊື້ອໄຟ. ຖ້າເຫັນວ່າຄໍາຮ້ອງ ແລະ ເອກະສານປະກອບ ຫາກມີເນື້ອໃນບໍ່ຖືກຕ້ອງ ແລະ ບໍ່ຄົບຖ້ວນ ຕ້ອງແຈ້ງເປັນລາຍລັກອັກສອນໃຫ້ຜູ້ຮ້ອງຂໍ ພາຍໃນ ຫ້າວັນ ລັດຖະການ ນັບແຕ່ວັນໄດ້ຮັບເອກະສານ ເພື່ອໃຫ້ຜູ້ຮ້ອງຂໍແກ້ໄຂໃຫ້ຖືກຕ້ອງ ແລະ ຄົບຖ້ວນ.

ໃນກໍລະນີ ບໍ່ສາມາດອອກໃບຢັ້ງຢືນໄດ້ ຕ້ອງແຈ້ງເຫດຜົນເປັນລາຍລັກອັກສອນໃຫ້ຜູ້ຮ້ອງຂໍ ພາຍໃນ ສິບຫ້າວັນລັດຖະການ ນັບແຕ່ວັນໄດ້ຮັບເອກະສານ ເປັນຕົ້ນໄປ.

ຖ້າເຫັນວ່າເອກະສານຫາກຄົບຖ້ວນ, ຖືກຕ້ອງ ແລະ ໄດ້ຜ່ານການກວດກາແລ້ວ ກະຊວງອຸດສາຫະກໍາ ແລະ ການຄ້າ ຕ້ອງອອກໃບຢັ້ງຢືນການເຄື່ອນໄຫວທຸລະກິດໃຫ້ເຊົ່າສາງນໍ້າມັນເຊື້ອໄຟ ພາຍໃນ ຊາວວັນ ລັດຖະການ ນັບແຕ່ວັນໄດ້ຮັບເອກະສານ ເປັນຕົ້ນໄປ.

ໃບຢັ້ງຢືນການເຄື່ອນໄຫວທຸລະກິດໃຫ້ເຊົ່າສາງນໍ້າມັນເຊື້ອໄຟ ມີອາຍຸນຳໃຊ້ ສາມປີ ແລະ ສາມາດຕໍ່ໄດ້.

ມາດຕາ 33      ເງື່ອນໄຂການເຄື່ອນໄຫວທຸລະກິດຂອງບໍລິສັດໃຫ້ເຊົ່າສາງນໍ້າມັນເຊື້ອໄຟ

ການເຄື່ອນໄຫວທຸລະກິດຂອງບໍລິສັດໃຫ້ເຊົ່າສາງນໍ້າມັນເຊື້ອໄຟ ຕ້ອງປະຕິບັດຕາມເງື່ອນໄຂ ດັ່ງນີ້:

1.  ມີໃບຢັ້ງຢືນການເຄື່ອນໄຫວທຸລະກິດຂອງບໍລິສັດໃຫ້ເຊົ່າສາງນໍ້າມັນເຊື້ອໄຟ;
2.  ໄດ້ລົງທຶນ ແລະ ຖອກທຶນຈົດທະບຽນຕາມທີ່ກໍານົດໄວ້ໃນ ຂໍ້ 1.4 ມາດຕາ 7 ຂອງດໍາລັດສະບັບນີ້;
3.  ຖືບັນຊີຖືກຕ້ອງຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ;
4.  ມີສາງເກັບນໍ້າມັນເຊື້ອໄຟເປັນຂອງຕົນເອງ ທີ່ຖືກຕ້ອງຕາມເຕັກນິກຂອງການປຸກສ້າງສາງ ສາມາດບັນຈຸນໍ້າມັນໄດ້ ແຕ່ ຫ້າຮ້ອຍພັນ (500.000) ລິດ ຂຶ້ນໄປ;
5.  ມີພະນັກງານທີ່ມີປະສົບການ ຫຼື ມີໃບຢັ້ງຢືນຜ່ານການຝຶກອົບຮົມກ່ຽວກັບການຮັກສາຄວາມປອດໄພສາງນໍ້າມັນເຊື້ອໄຟ ຢ່າງໜ້ອຍ  ໜຶ່ງຄົນຕໍ່ໜຶ່ງສາງ.
6.  ມີປະກັນໄພ ຕາມກົດໝາຍວ່າດ້ວຍການປະກັນໄພ.

ມາດຕາ 34      ການຂໍອະນຸຍາດເຄື່ອນໄຫວທຸລະກິດຂອງບໍລິສັດໃຫ້ເຊົ່າພາຫະນະຂົນສົ່ງນໍ້າມັນເຊື້ອໄຟ

ພາຍຫຼັງໄດ້ໃບທະບຽນວິສາຫະກິດ ແລະ ສໍາເລັດຕາມເງື່ອນໄຂຕ່າງໆ ຕາມທີ່ຂະແໜງໂຍທາທິການ ແລະ ຂົນສົ່ງ ແລະ ຂະແໜງການອື່ນທີ່ກ່ຽວຂ້ອງ ໄດ້ກໍານົດ ໃຫ້ນໍາສະເໜີຕໍ່ຂະແໜງໂຍທາທິການ ແລະ ຂົນສົ່ງ ເພື່ອຂໍໃບຢັ້ງຢືນການເຄື່ອນໄຫວທຸລະກິດຂອງບໍລິສັດໃຫ້ເຊົ່າພາຫະນະຂົນສົ່ງນໍ້າມັນເຊື້ອໄຟ, ພາຍຫຼັງໄດ້ຮັບໃບຢັ້ງຢືນແລ້ວ ຈຶ່ງສາມາດດໍາເນີນການເຄື່ອນໄຫວທຸລະກິດ.

ມາດຕາ 35      ການຂໍອະນຸຍາດເຄື່ອນໄຫວທຸລະກິດຂອງບໍລິສັດໃຫ້ບໍລິການຂົນສົ່ງນໍ້າມັນເຊື້ອໄຟ

ພາຍຫຼັງໄດ້ໃບທະບຽນວິສາຫະກິດ ແລະ ສໍາເລັດຕາມເງື່ອນໄຂຕ່າງໆ ຕາມທີ່ຂະແໜງໂຍທາທິການ ແລະ ຂົນສົ່ງ ແລະ ຂະແໜງການອື່ນທີ່ກ່ຽວຂ້ອງ ໄດ້ກໍານົດ ໃຫ້ນໍາສະເໜີຕໍ່ຂະແໜງໂຍທາທິການ ແລະ ຂົນສົ່ງ ເພື່ອຂໍໃບຢັ້ງຢືນການເຄື່ອນໄຫວທຸລະກິດຂອງບໍລິສັດໃຫ້ບໍລິການຂົນສົ່ງນໍ້າມັນເຊື້ອໄຟ, ພາຍຫຼັງໄດ້ຮັບໃບຢັ້ງຢືນແລ້ວ ຈຶ່ງສາມາດດໍາເນີນການເຄື່ອນໄຫວທຸລະກິດ.

ພາກທີ III
ສິດ ແລະ ພັນທະຂອງຜູ້ດໍາເນີນທຸລະກິດນໍ້າມັນເຊື້ອໄຟ

ໝວດທີ 1
ສິດ ແລະ ພັນທະຂອງບໍລິສັດນໍາເຂົ້າ ແລະ ສົ່ງອອກນໍ້າມັນເຊື້ອໄຟ

ມາດຕາ 36      ສິດຂອງບໍລິສັດນໍາເຂົ້າ ແລະ ສົ່ງອອກນໍ້າມັນເຊື້ອໄຟ

ບໍລິສັດນໍາເຂົ້າ ແລະ ສົ່ງອອກນໍ້າມັນເຊື້ອໄຟ ມີສິດ ດັ່ງນີ້:

1.  ນໍາເຂົ້າ ແລະ ສົ່ງອອກ, ສະໜອງ ນໍ້າມັນເຊື້ອໄຟ ໃຫ້ແກ່ບໍລິສັດຈໍາໜ່າຍພາຍໃນ ແລະ ລູກຄ້າຂອງຕົນ;
2.  ຊື້ນໍ້າມັນເຊື້ອໄຟຈາກຜູ້ຜະລິດ ແລະ ປຸງແຕ່ງຢູ່ພາຍໃນ;
3.  ໃຊ້ບໍລິການທຸລະກິດໃຫ້ບໍລິການ ກ່ຽວກັບ ນໍ້າມັນເຊື້ອໄຟ;
4. ຂຶ້ນແຜນການນໍາເຂົ້າ, ສົ່ງອອກ ແລະ ຈໍາໜ່າຍນໍ້າມັນເຊື້ອໄຟ ປະຈໍາປີ ສະເໜີຕໍ່ກະຊວງອຸດສາຫະກໍາ ແລະ ການຄ້າ ເພື່ອສະເໜີຕໍ່ລັດຖະບານພິຈາລະນາ ໂດຍຜ່ານການຢັ້ງຢືນຈາກສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກ໊ສ;
5.  ໄດ້ຮັບການຝຶກອົບຮົມກ່ຽວກັບເຕັກນິກການຄຸ້ມຄອງທຸລະກິດນໍ້າມັນເຊື້ອໄຟ;
6.  ໄດ້ຮັບຂໍ້ມູນຂ່າວສານທີ່ຈໍາເປັນໃນການດໍາເນີນທຸລະກິດນໍ້າມັນເຊື້ອໄຟ;
7.  ນໍາໃຊ້ສິດອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ມາດຕາ 37      ພັນທະຂອງບໍລິສັດນໍາເຂົ້າ ແລະ ສົ່ງອອກນໍ້າມັນເຊື້ອໄຟ

ບໍລິສັດນໍາເຂົ້າ ແລະ ສົ່ງອອກນໍ້າມັນເຊື້ອໄຟ ມີພັນທະ ດັ່ງນີ້:

1.  ຖືບັນຊີຕາມກົດໝາຍວ່າດ້ວຍການບັນຊີ;
2.  ສະໜອງນໍ້າມັນເຊື້ອໄຟໃຫ້ແກ່ບໍລິສັດຈໍາໜ່າຍພາຍໃນ ຢ່າງເປັນປົກກະຕິ;
3. ຮັບປະກັນທາງດ້ານຄຸນນະພາບ ແລະ ປະລິມານ ນໍ້າມັນເຊື້ອໄຟ ທີ່ຕົນສະໜອງໃຫ້ບໍລິສັດຈໍາໜ່າຍພາຍໃນ ແລະ ລູກຄ້າຂອງຕົນ;
4.  ມີນໍ້າມັນເຊື້ອໄຟແຮສໍາຮອງໄວ້ໃຊ້ໃນກໍລະນີສຸກເສີນຕາມເງື່ອນໄຂທີ່ກໍານົດໄວ້ ໃນຂໍ້ 5 ມາດຕາ 14 ຂອງດໍາລັດສະບັບນີ້;
5.  ປະຕິບັດລາຄາຂາຍຍົກ ຕາມອົງການຄຸ້ມຄອງທຸລະກິດນໍ້າມັນເຊື້ອໄຟ ກໍານົດ ໃນແຕ່ລະໄລຍະ;
6.  ໃຫ້ຄວາມຮ່ວມມືກັບເຈົ້າໜ້າທີ່ຂອງລັດ ໃນການກວດກາການເຄື່ອນໄຫວທຸລະກິດນໍ້າມັນເຊື້ອໄຟຂອງຕົນ;
7.  ເສຍພາສີ, ອາກອນ ແລະ ພັນທະອື່ນ ໃຫ້ລັດ ຕາມກົດໝາຍ;
8. ລາຍງານການນໍາເຂົ້າ, ການຈໍາໜ່າຍ ແລະ ນໍ້າມັນເຊື້ອໄຟຄ້າງສາງ ປະຈໍາເດືອນ, ງວດ ແລະ ປີ ໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ກະຊວງການເງິນ;
9.  ລາຍງານລາຄານໍາເຂົ້າຕົວຈິງ (CIF) ປະຈໍາອາທິດ ໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າ;
10. ສະຫຼຸບບັນຊີການເງິນປະຈໍາປີ ໂດຍມີການຢັ້ງຢືນຈາກອົງກອນກວດສອບຂອງລັດ ຫຼື ບໍລິສັດກວດສອບບັນຊີທີ່ຈົດທະບຽນຖືກຕ້ອງຕາມກົດໝາຍ ລາຍງານໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ກະຊວງການເງິນ;
11.   ປະຕິບັດພັນທະອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ໝວດທີ 2
ສິດ ແລະ ພັນທະຂອງບໍລິສັດຈໍາໜ່າຍພາຍໃນ

ມາດຕາ 38      ສິດຂອງບໍລິສັດຈໍາໜ່າຍພາຍໃນ

ບໍລິສັດຈໍາໜ່າຍພາຍໃນ ມີສິດ ດັ່ງນີ້:

1. ຊື້ນໍ້າມັນເຊື້ອໄຟ ຈາກບໍລິສັດນໍາເຂົ້າ ແລະ ສົ່ງອອກນໍ້າມັນເຊື້ອໄຟ ຫຼື ຜູ້ຜະລິດ ແລະ ປຸງແຕ່ງຢູ່ພາຍໃນ ເພື່ອສະໜອງນໍ້າມັນເຊື້ອໄຟ ໃຫ້ປໍ້ານໍ້າມັນເຊື້ອໄຟ ແລະ ແກ່ລູກຄ້າຂອງຕົນ;
2.  ມີປໍ້າບໍລິສັດລົງທຶນເອງ ແລະ ປໍ້າຕົວແທນ;
3. ໃຊ້ບໍລິການທຸລະກິດໃຫ້ບໍລິການ ກ່ຽວກັບ ນໍ້າມັນເຊື້ອໄຟ;
4. ອອກລະບຽບການກ່ຽວກັບການຄຸ້ມຄອງປໍ້າບໍລິສັດລົງທຶນເອງ ແລະ ປໍ້າຕົວແທນ ໃຫ້ສອດຄ່ອງ ຕາມດໍາລັດສະບັບນີ້ ແລະ ກົດໝາຍທີ່ກ່ຽວຂ້ອງ;
5. ກວດກາດ້ານເຕັກນິກ ແລະ ໃຫ້ຄໍາແນະນໍາທີ່ຈໍາເປັນທາງດ້ານວິຊາການແກ່ປໍ້າບໍລິສັດລົງທຶນເອງ ແລະ ປໍ້າຕົວແທນ ເພື່ອຮັບປະກັນຄຸນນະພາບ, ປະລິມານຂອງນໍ້າມັນເຊື້ອໄຟ ແລະ ສະພາບແວດລ້ອມ;
6. ຄຸ້ມຄອງ ແລະ ຕິດຕາມ ການເຄື່ອນໄຫວຂອງປໍ້າບໍລິສັດລົງທຶນເອງ ແລະ ປໍ້າຕົວແທນ ໃນການປະຕິບັດລາຄາຂາຍຍ່ອຍ ແລະ ເວລາເປີດ-ປິດຂອງປໍ້າ ຕາມການກໍານົດຂອງອົງການຄຸ້ມຄອງທຸລະກິດນໍ້າມັນເຊື້ອໄຟ ໃນແຕ່ລະໄລຍະ;
7. ຂຶ້ນແຜນການຈໍາໜ່າຍນໍ້າມັນເຊື້ອໄຟປະຈໍາປີ ລາຍງານຕໍ່ກະຊວງອຸດສາຫະກໍາ ແລະ ການຄ້າ;
8. ໄດ້ຮັບການຝຶກອົບຮົມກ່ຽວກັບເຕັກນິກການຄຸ້ມຄອງປໍ້ານໍ້າມັນເຊື້ອໄຟ;
9. ໄດ້ຮັບຂໍ້ມູນຂ່າວສານທີ່ຈໍາເປັນໃນການດໍາເນີນທຸລະກິດນໍ້າມັນເຊື້ອໄຟ;
10.  ນໍາໃຊ້ສິດອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ມາດຕາ 39      ພັນທະຂອງບໍລິສັດຈໍາໜ່າຍພາຍໃນ

ບໍລິສັດຈໍາໜ່າຍພາຍໃນ ມີພັນທະ ດັ່ງນີ້:

1.  ຖືບັນຊີ ຕາມກົດໝາຍວ່າດ້ວຍການບັນຊີ;
2.  ສະໜອງນໍ້າມັນເຊື້ອໄຟໃຫ້ແກ່ປໍ້າບໍລິສັດລົງທຶນເອງ ແລະ ປໍ້າຕົວແທນຂອງຕົນ ຢ່າງເປັນປົກກະຕິ;
3.   ຮັບປະກັນທາງດ້ານຄຸນນະພາບ ແລະ ປະລິມານ ນໍ້າມັນເຊື້ອໄຟ ທີ່ຕົນສະໜອງໃຫ້ ປໍ້າບໍລິສັດລົງທຶນເອງ ແລະ ປໍ້າຕົວແທນຂອງຕົນ
4.   ມີນໍ້າມັນເຊື້ອໄຟແຮສໍາຮອງໄວ້ໃຊ້ໃນກໍລະນີສຸກເສີນຕາມເງື່ອນໄຂທີ່ກໍານົດໄວ້ ໃນຂໍ້ 6 ມາດຕາ 23 ຂອງ ດໍາລັດສະບັບນີ້;
5.   ປະຕິບັດລາຄາຂາຍຕາມອົງການຄຸ້ມຄອງທຸລະກິດນໍ້າມັນເຊື້ອໄຟກໍານົດ ແລະ ແຈ້ງໃຫ້ປໍ້າບໍລິສັດລົງທຶນເອງ ແລະ ປໍ້າຕົວແທນຈໍາໜ່າຍຂອງຕົນ ປະຕິບັດ;
6.  ໃຫ້ຄວາມຮ່ວມມືກັບເຈົ້າໜ້າທີ່ຂອງລັດ ໃນການກວດກາການເຄື່ອນໄຫວທຸລະກິດນໍ້າມັນເຊື້ອໄຟຂອງຕົນ;
7.  ເສຍພາສີ, ອາກອນ ແລະ ພັນທະອື່ນ ໃຫ້ລັດ ຕາມກົດໝາຍ;
8. ລາຍງານການຈໍາໜ່າຍ ແລະ ນໍ້າມັນເຊື້ອໄຟຄ້າງສາງ ປະຈໍາເດືອນ, ງວດ ແລະ ປີ ໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ກະຊວງການເງິນ;
9.  ສະຫຼຸບບັນຊີການເງິນປະຈໍາປີ ໂດຍມີການຢັ້ງຢືນຈາກ ອົງກອນກວດສອບຂອງລັດ ຫຼື ບໍລິສັດກວດສອບບັນຊີທີ່ຈົດທະບຽນຖືກຕ້ອງຕາມກົດໝາຍ ລາຍງານໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ກະຊວງການເງິນ;
10.   ປະຕິບັດພັນທະອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ໝວດທີ 3
ສິດ ແລະ ພັນທະຂອງປໍ້ານໍ້າມັນເຊື້ອໄຟ

ມາດຕາ 40         ສິດຂອງປໍ້ານໍ້າມັນເຊື້ອໄຟ

ປໍ້ານໍ້າມັນເຊື້ອໄຟ ມີສິດ ດັ່ງນີ້:

1.  ດໍາເນີນທຸລະກິດ ຕາມທີ່ໄດ້ຮັບອະນຸຍາດ;
2.  ໄດ້ຮັບການສະໜອງນໍ້າມັນເຊື້ອໄຟ ຈາກບໍລິສັດຈໍາໜ່າຍພາຍໃນ ທີ່ຕົນເປັນຕົວແທນ;
3. ໃຫ້ບໍລິການບ່ອນລ້າງອັດສີດ, ປ່ຽນຖ່າຍນໍ້າມັນເຄື່ອງ ແລະ ການບໍລິການອື່ນ ຕາມການອະນຸຍາດຂອງຂະແໜງການກ່ຽວຂ້ອງ;
4.  ປະຕິເສດການຮັບເອົານໍ້າມັນເຊື້ອໄຟທີ່ບໍ່ໄດ້ຄຸນນະພາບ ຈາກບໍລິສັດຈໍາໜ່າຍພາຍໃນ ທີ່ຕົນເປັນຕົວແທນ;
5.  ໄດ້ຮັບການຝຶກອົບຮົມກ່ຽວກັບເຕັກນິກ ແລະ ຂໍ້ມູນຂ່າວສານ ກ່ຽວກັບ ທຸລະກິດປໍ້ານໍ້າມັນເຊື້ອໄຟ;
6.  ນໍາໃຊ້ສິດອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ມາດຕາ 41         ພັນທະຂອງປໍ້ານໍ້າມັນເຊື້ອໄຟ

ປໍ້ານໍ້າມັນເຊື້ອໄຟ ມີພັນທະ ດັ່ງນີ້:

1.  ຖືບັນຊີ ຕາມກົດໝາຍວ່າດ້ວຍການບັນຊີ;
2. ຈໍາໜ່າຍນໍ້າມັນເຊື້ອໄຟທີ່ມີຄຸນນະພາບ ແລະ ຮັບປະກັນດ້ານປະລິມານ ຕາມມາດຕະຖານທີ່ຂະແໜງການກ່ຽວຂ້ອງກໍານົດ;
3. ຕິດປ້າຍສະແດງລາຄາຂາຍຍ່ອຍນ້ຳມັນເຊື້ອໄຟ ຢູ່ທາງໜ້າຂອງປ້ຳ ແລະ ບ່ອນທີ່ສາມາດເຫັນໄດ້ງ່າຍ ໃນໄລຍະ ໜຶ່ງຮ້ອຍແມັດ ຂຶ້ນໄປ;
4.  ຕິດລາຄາຂາຍຍ່ອຍນ້ຳມັນເຊື້ອໄຟໃສ່ຫົວປໍ້າ ຕາມການດັດປັບລາຄາໃນແຕ່ລະຄັ້ງ;|
5.  ຂາຍນໍ້າມັນເຊື້ອໄຟ ຕາມລາຄາທີ່ອົງການຄຸ້ມຄອງທຸລະກິດນໍ້າມັນເຊື້ອໄຟ ກໍານົດແຕ່ລະໄລຍະ;
6. ແຈ້ງໃຫ້ຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ, ເທດສະບານ, ນະຄອນ ແລະ ຕິດປ້າຍໃຫ້ຜູ້ຊົມໃຊ້ຊາບກ່ອນ ສາມວັນ ໃນກໍລະນີມີການປິດ ຫຼື ຢຸດກິດຈະການຊົ່ວຄາວ;
7. ມີນ້ຳມັນແຮສໍາຮອງໄວ້ໃນກໍລະນີສຸກເສີນ ໃຫ້ໄດ້ຢ່າງໜ້ອຍ ສາມວັນ ຕາມຕົວເລກສະເລ່ຍການສະໜອງປະຈໍາວັນຂອງປີຜ່ານມາ;
8.  ໃຫ້ຄວາມຮ່ວມມືກັບເຈົ້າໜ້າທີ່ຂອງລັດ, ບໍລິສັດຈໍາໜ່າຍພາຍໃນ ກ່ຽວກັບ ການສະໜອງຂໍ້ມູນ ແລະ ການກວດກາການດໍາເນີນທຸລະກິດປໍ້ານໍ້າມັນເຊື້ອໄຟຂອງຕົນ;
9.  ເສຍອາກອນ ແລະ ພັນທະອື່ນ ໃຫ້ລັດຕາມກົດໝາຍ;
10. ລາຍງານການຮັບເຂົ້າ, ການຈໍາໜ່າຍ ແລະ ນໍ້າມັນເຊື້ອໄຟຄ້າງຖັງ ປະຈໍາເດືອນ, ງວດ ແລະ ປີໃຫ້ຂະແໜງ ການອຸດສາຫະກໍາ ແລະ ການຄ້າ ແລະ ຂະແໜງການເງິນ;
11.   ປະຕິບັດພັນທະອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ໝວດທີ 4
ສິດ ແລະ ພັນທະຂອງບໍລິສັດໃຫ້ບໍລິການກ່ຽວກັບນໍ້າມັນເຊື້ອໄຟ

ມາດຕາ 42      ສິດຂອງບໍລິການກ່ຽວກັບນໍ້າມັນເຊື້ອໄຟ

ບໍລິສັດໃຫ້ບໍລິການກ່ຽວກັບນໍ້າມັນເຊື້ອໄຟ ມີສິດ ດັ່ງນີ້ :

1.   ດໍາເນີນທຸລະກິດ ຕາມທີ່ໄດ້ຮັບອະນຸຍາດ;
2.    ໄດ້ຮັບການຝຶກອົບຮົມ ກ່ຽວກັບ ເຕັກນິກ ແລະ ຂໍ້ມູນຂ່າວສານທີ່ຈໍາເປັນ ກ່ຽວກັບ ທຸລະກິດນໍ້າມັນເຊື້ອໄຟ;
3.  ນໍາໃຊ້ສິດອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ມາດຕາ 43      ພັນທະຂອງບໍລິສັດໃຫ້ບໍລິການກ່ຽວກັບນໍ້າມັນເຊື້ອໄຟ

ບໍລິສັດໃຫ້ບໍລິການກ່ຽວກັບນໍ້າມັນເຊື້ອໄຟ ມີພັນທະ ດັ່ງນີ້:

1.  ຖືບັນຊີຖືກຕ້ອງຕາມກົດໝາຍວ່າດ້ວຍການບັນຊີ;
2. ແຈ້ງໃຫ້ຂະແໜງອຸດສາຫະກໍາ ແລະ ການຄ້າ ຊາບ ກ່ຽວກັບ ການເຊັນສັນຍາໃຫ້ບໍລິການເຊົ່າສາງ, ເຊົ່າພາຫະນະ ຫຼື ຂົນສົ່ງນໍ້າມັນເຊື້ອໄຟ;
3.  ສ້າງລະບົບການຄຸ້ມຄອງ ແລະ ນໍາໃຊ້ສາງ, ພາຫະນະຂົນສົ່ງ ໃຫ້ມີປະສິດທິຜົນ;
4.  ມີລະບົບປ້ອງກັນຄວາມປອດໄພ ແລະ ຮັກສາສິ່ງແວດລ້ອມ;
5.  ໃຫ້ຄວາມຮ່ວມມືກັບເຈົ້າໜ້າທີ່ຂອງລັດ ໃນການກວດກາການດໍາເນີນທຸລະກິດຂອງຕົນ;
6.  ເສຍອາກອນ ແລະ ພັນທະອື່ນ ໃຫ້ລັດຕາມກົດໝາຍ;
7.  ປະຕິບັດພັນທະອື່ນ ຕາມທີ່ໄດ້ກໍານົດໄວ້ໃນ ກົດໝາຍ.

ພາກທີ IV
ການຄຸ້ມຄອງລາຄານໍ້າມັນເຊື້ອໄຟ

ມາດຕາ 44      ຫຼັກການກໍານົດໂຄງປະກອບລາຄານໍ້າມັນເຊື້ອໄຟ

ການກໍານົດໂຄງປະກອບລາຄານໍ້າມັນເຊື້ອໄຟ ຕ້ອງປະຕິບັດຕາມຫຼັກການ ດັ່ງນີ້:

1.  ກໍານົດຕາມກົນໄກຕະຫຼາດທີ່ມີການຄຸ້ມຄອງດັດສົມຂອງລັດ;
2.  ປະຕິບັດຕາມນະໂຍບາຍຂອງລັດຖະບານ ກ່ຽວກັບ ການດັດສົມນໍ້າມັນເຊື້ອໄຟ ໃນແຕ່ລະໄລຍະ;
3. ລັດຖະບານເປັນຜູ້ກໍານົດໂຄງປະກອບລາຄານໍ້າມັນເຊື້ອໄຟ ຕາມການຄົ້ນຄວ້າ ສະເໜີຂອງກະຊວງອຸດສາຫະກໍາ ແລະ ການຄ້າ ໂດຍມີການປະສານສົມທົບກັບກະຊວງການເງີນ ແລະ ສະມາຄົມນໍ້າມັນເຊື້ອໄຟ.

ມາດຕາ 45      ການກໍານົດລາຄານໍ້າມັນເຊື້ອໄຟ

ການກໍານົດລາຄານໍ້າມັນເຊື້ອໄຟ ປະຕິບັດຕາມຫຼັກການ ດັ່ງນີ້:

1.  ການກໍານົດໂຄງປະກອບລາຄານໍ້າມັນເຊື້ອໄຟຂອງລັດຖະບານ ໃນແຕ່ລະໄລຍະ;
2.  ສະພາບລາຄານໍ້າມັນເຊື້ອໄຟຕະຫຼາດໂລກໃນແຕ່ລະໄລຍະ;
3.  ລາຄານໍາເຂົ້ານໍ້າມັນເຊື້ອໄຟຕົວຈິງ(CIF);
4.    ລາຄາສະເລ່ຍຂອງລາຄາອ້າງອີງ ພາຍໃນ 15 ວັນ ທີ່ລາຄານໍ້າມັນເຊື້ອໄຟມີການເໜັງຕີງ

ມາດຕາ 46      ກະຊວງອຸດສາຫະກໍາ ແລະ ການຄ້າ ເປັນເຈົ້າການປະສານສົມທົບກັບກະຊວງການເງີນ

ສະມາຄົມນໍ້າມັນເຊື້ອໄຟ ຄົ້ນຄວ້າ ແລະ ກໍານົດລາຄານໍ້າມັນເຊື້ອໄຟຂຶ້ນ ຫຼື ລົງ ບໍ່ເກີນອັດຕາສ່ວນ 5% ຂອງລາຄາຂາຍຍ່ອຍ, ຖ້າເກີນອັດຕາສ່ວນ 5% ຂຶ້ນໄປ ແມ່ນໃຫ້ນໍາສະເໜີລັດຖະບານພິຈາລະນາ ແລະ ລັດຖະບານຈະພິຈາລະນາ ພາຍໃນ 05 ວັນ ຫຼັງໄດ້ຮັບການສະເໜີຈາກກະຊວງອຸດສາຫະກໍາ ແລະ ການຄ້າ.

ມາດຕາ 47      ການກວດນັບບໍລິມາດນໍ້າມັນເຊື້ອໄຟ ກ່ອນການປັບລາຄານໍ້າມັນເຊື້ອໄຟ

ກ່ອນຈະປັບລາຄານໍ້າມັນເຊື້ອໄຟ ຂຶ້ນ ຫຼື ລົງ ໃນແຕ່ລະຄັ້ງ ຜູ້ດໍາເນີນທຸລະກິດນໍ້າມັນເຊື້ອໄຟຕ້ອງແຈ້ງບໍລິມາດນໍ້າມັນຄ້າງສາງ ແລະ ປໍ້ານໍ້າມັນເຊື້ອໄຟຂອງຕົນ ໃຫ້ຂະແໜງການເງີນ ແລະ ຂະແໜງອຸດສາຫະກໍາ ແລະ ການຄ້າ ຊາບກ່ອນ 03 ວັນ. ຈາກນັ້ນ ຂະແໜງການເງີນ, ຂະແໜງອຸດສາຫະກໍາ ແລະ ການຄ້າ ແລະ ຂະແໜງການອື່ນທີ່ກ້ຽວຂ້ອງ ສົມທົບກັບຜູ້ປະກອບການ ກວດນັບບໍລິມາດນໍ້າມັນຄ້າງສາງ ແລະ ປໍ້ານໍ້າມັນເຊື້ອໄຟ ເພື່ອໄລ່ລຽງພັນທະຕ່າງໆ.

ມາດຕາ 48      ການແຈ້ງການປັບລາຄານໍ້າມັເຊື້ອໄຟ

ກະຊວງອຸດສາຫະກໍາ ແລະ ການຄ້າ ຕ້ແງແຈ້ງການປັບລາຄານໍ້າມັນເຊື້ອໄຟແຕ່ລະຄັ້ງ ໃຫ້ກະຊວງການເງີນ ເພື່ອເກັບພັນທະພາສີ-ອາກອນ ແລະ ພັນທະອື່ນ ຕາມໂຄງສ້າງລາຄານໍ້າມັນເຊື້ອໄຟທີ່ໄດ້ປັບປຸງໃໝ່ ແລະ ເຜີຍແຜ່ຕໍ່ສັງຄົມ ພ້ອມທັງຊີ້ແຈງສາເຫດຂອງການປັບລາຄາ, ລາຄາອ້າງອີງ ໃນການກໍານົດລາຄາ ນໍ້າມັນເຊື້ອໄຟ ໂດຍຖືກຕ້ອງຕາມຫຼັກການ.

ກະຊວງອຸດສາຫະກໍາ ແລະ ການຄ້າ ຕ້ອງແຈ້ງການປັບລາຄານໍ້າມັນເຊື້ອໄຟ ພ້ອມທັງຊີ້ແຈງສາເຫດຂອງການປັບ ແລະ ລາຄາອ້າງອີງ ໃຫ້ສະມາຄົມນໍ້າມັນເຊື້ອໄຟ ແລະ ຜູ້ດໍາເນີນທຸລະກິດນໍ້າມັນເຊື້ອໄຟ ຮັບຊາບລ່ວງໜ້າ 03 ວັນ ພ້ອມທັງເຜີຍແຜ່ໃຫ້ສັງຄົມທົ່ວໄປ ຮັບຊາບ ລ່ວງໜ້າ 01 ວັນ ກ່ອນຈັດຕັ້ງປະຕິບັດລາຄາປັບປຸງໃໝ່.

ສະມາຄົມນໍ້າມັນເຊື້ອໄຟ ຕ້ອງຕິດຕາມການປະຕິບັດລາຄານໍ້າມັນເຊື້ອໄຟ ຂອງບໍລິສັດນໍາເຂົ້າ ແລະ ສົ່ງອອກນໍ້າມັນເຊື້ອໄຟ ແລະ ບໍລິສັດຈໍາໜ່າຍພາຍໃນ ຕາມແຈ້ງການຂອງກະຊວງອຸດສາຫະກໍາ ແລະ ການຄ້າ.

ບໍລິສັດນໍາເຂົ້າ ແລະ ສົ່ງອອກນໍ້າມັນເຊື້ອໄຟ ຕ້ອງແຈ້ງໃຫ້ລູກຄ້າຂອງຕົນ, ບໍລິສັດຈໍາໜ່າຍພາຍໃນຕ້ອງແຈ້ງໃຫ້ປໍ້ານໍ້າມັນເຊື້ອໄຟຂອງຕົນ ພ້ອມທັງຕິດຕາມການປະຕິບັດລາຄານໍ້າມັນເຊື້ອໄຟ.

ປໍ້ານໍ້າມັນເຊື້ອໄຟ ຕ້ອງຕິດປະກາດແຈ້ງໃຫ້ຜູ້ຊົມໃຊ້ຮັບຊາບ ກ່ຽວກັບ ການປັບລາຄານໍ້າມັນເຊື້ອໄຟແຕ່ລະຄັ້ງ.

ພາກທີ V
ກອງທຶນນໍ້າມັນເຊື້ອໄຟ

ມາດຕາ 49      ກອງທຶນນໍ້າມັນເຊື້ອໄຟ

ກອງທຶນນໍ້າມັນເຊື້ອໄຟ ແມ່ນ ກອງທຶນຂອງລັດທີ່ສ້າງຕັ້ງຂຶ້ນເພື່ອຮັກສາສະຖຽນລະພາບທາງດ້ານລາຄາ, ຮັບປະກັນການສະໜອງນໍ້າມັນເຊື້ອໄຟໃຫ້ແກ່ສັງຄົມ ແລະ ເປັນແຫຼ່ງທຶນປະກອບສ່ວນເຂົ້າໃນດັດສົມລາຄານໍ້າມັນເຊື້ອໄຟພາຍໃນປະເທດ.

ແຫຼ່ງກອງທຶນນໍ້າມັນເຊື້ອໄຟ ແມ່ນ ກໍານົດໄວ້ໃນລະບຽບການຕ່າງໆຕາມການຕົກລົງຂອງລັດຖະບານ ໃນແຕ່ລະໄລຍະ.

ຜູ້ດໍາເນີນທຸລະກິດນໍ້າມັນເຊື້ອໄຟ ມີໜ້າທີ່ມອບເງີນເຂົ້າກອງທຶນນໍ້າມັນເຊື້ອໄຟ ຕາມການກໍານົດໃນໂຄງສ້າງລາຄານໍ້າມັນເຊື້ອໄຟ ຊຶ້ງລັດຖະບານຕົກລົງ ເປັນແຕ່ລະໄລຍະ.

ມາດຕາ 50      ການຄຸ້ມຄອງ ແລະ ການນໍາໃຊ້ກອງທຶນ

ກະຊວງການເງີນ ແລະ ກະຊວງອູດສາຫະກໍາ ແລະ ການຄ້າ ເປັນເຈົ້າການຄຸ້ມຄອງ ແລະ ນໍາໃຊ້ກອງທຶນນໍ້າມັນເຊື້ອໄຟ ຕາມລະບຽບການກອງທຶນ ໂດຍສອດຄ່ອງກັບກົດໝາຍ.

ພາກທີ VI
ສະມາຄົມນໍ້າມັນເຊື້ອໄຟ

ມາດຕາ 51      ສະມາຄົມນໍ້າມັນເຊື້ອໄຟ

ສະມາຄົມນໍ້າມັນເຊື້ອໄຟ ແມ່ນອົງການຈັດຕັ້ງທາງສັງຄົມ ທີ່ບໍ່ຫວັງຜົນກໍາໄລ ຊຶ່ງສ້າງຕັ້ງຂຶ້ນເພື່ອເຕົ້າໂຮມເອົາບັນດາຫົວໜ່ວຍທຸລະກິດນໍ້າມັນເຊື້ອໄຟ ປະເພດ ບໍລິສັດນໍາເຂົ້າ ແລະ ສົ່ງອອກນໍ້າມັນເຊື້ອໄຟ, ບໍລິສັດຈໍາໜ່າຍພາຍໃນ, ບໍລິສັດໃຫ້ເຊົ່າສາງນໍ້າມັນເຊື້ອໄຟ, ບໍລິສັດໃຫ້ເຊົ່າພາຫະນາຂົນສົ່ງນໍ້າມັນເຊື້ອໄຟ ແະ ບໍລິສັດໃຫ້ບໍລິການຂົນສົ່ງນໍ້າມັນເຊື້ອໄຟ, ມີພາລະບົດບາດ ປະສານສົມທົບກັບອົງການຄຸ້ມຄອງທຸລະກິດນໍ້າມັນເຊື້ອໄຟ, ໃຫ້ການຊ່ວຍເຫຼືອ, ໃຫ້ຄໍາປຶກສາ, ຄໍາແນະນໍາ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງສະມາຊິກ.

ຫົວໜ່ວຍທຸລະກິດນໍ້າມັນເຊື້ອໄຟ ຕ້ອງເປັນສະມາຄົມນໍ້າມັນເຊື້ອໄຟ.

ມາດຕາ 52      ສິດ ແລະ ໜ້າທີ່ ຂອງສະມາຄົມນໍ້າມັນເຊື້ອໄຟ

ສະມາຄົມນໍ້າມັນເຊື້ອໄຟ ມີສິດ ແລະ ໜ້າທີ່ ດັ້ງນີ້:

1.  ຄົ້ນຄວ້າ ແລະ ສະເໜີຄໍາເຫັນກ່ຽວກັບການສ້າງຕັ້ງ ແລະ ປັບປຸງນິຕິກໍາ, ການຄຸ້ມຄອງທຸລະກິດນໍ້າມັນເຊື້ອໄຟ ສະເໜີຕໍ່ອົງການຄຸ້ມຄອງທຸລະກິດນໍ້າມັນເຊື້ອໄຟ;
2.  ເຜີຍແຜ່ນິຕິກໍາ ແລະ ຂໍ້ມູນຂ່າວສານກ່ຽວກັບທຸລະກິດນໍ້າມັນເຊື້ອໄຟໃຫ້ສະມາຊິກ;
3.  ຢັ້ງຢືນແຜນການນໍາເຂົ້າ ແລະ ຈໍາໜ່າຍນໍ້າມັນເຊື້ອໄຟ ປະຈໍາປີ ຂອງບໍລິສັດນໍາເຂົ້າ ແລະ ສົ່ງອອກນໍ້າມັນເຊື້ອໄຟ ກ່ອນນໍາສະເໜີຕໍ່ກະຊວງອຸດສາຫະກໍາ ແລະ ການຄ້າ ພິຈາລະນາ;
4.  ໄດ້ຮັບຂໍ້ມູນຈາກສະມາຊິກຂອງສະມາຄົມ ແລະ ອົງການຄຸ້ມຄອງທຸລະກິດນໍ້າມັນເຊື້ອໄຟ;
5.  ເປັນຂົວຕໍ່ປະສານງານລະຫວ່າງອົງການຄຸ້ມຄອງທຸລະກິດນໍ້າມັນເຊື້ອໄຟ ແລະ ສະມາຊິກ;
6.  ຕິດຕາມການເຄື່ອນໄຫວຂອງສະມາຊິກໃຫ້ຖືກຕ້ອງ ແລະ ສອດຄ່ອງຕາມກົດໝາຍ;
7.  ໄຖ່ເກ່ຍຂໍ້ຂັດແຍ່ງທີ່ເກີດຂຶ້ນລະຫວ່າງສະມາຊິກດ້ວຍກັນ;
8.  ສະເໜີຍ້ອງຍໍສະມາຊິກທີ່ມີຜົນງານດີເດັ່ນໃນການເຄື່ອນໄຫວທຸລະກິດ ແລະ ປະກອບສ່ວນພັດທະນາ ແລະ ຊ່ວຍເຫຼືອສັງຄົມ;
9.  ສັງລວມ ແລະ ລາຍງານການນໍາເຂົ້າ ແລະ ການຈໍາໜ່າຍນໍ້າມັນເຊື້ອໄຟ ປະຈໍາປີ ຕໍ່ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ກະຊວງການເງີນ;
10.  ນໍາໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

 

ມາດຕາ 53      ການຈັດຕັ້ງ ແລະ ເຄື່ອນໄຫວຂອງສະມາຄົມນໍ້າມັນເຊື້ອໄຟ

ສໍາລັບໂຄງປະກອບການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະມາຄົມນໍ້າມັນເຊື້ອໄຟ ລວມທັງລະບອບວິທີເຮັດວຽກ ໄດ້ກໍານົດລະບຽບຂອງສະມາຄົມ ທີ່ໄດ້ຜ່ານການຮັບຮອງຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ ແລະ ອະນຸມັດໂດຍກະຊວງອຸດສາຫະກໍາ ແລະ ການຄ້າ.

ພາກທີ VII
ຂໍ້ຫ້າມ

ມາດຕາ 54      ຂໍ້ຫ້າມທົ່ວໄປ

ຫ້າມບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ມີພຶດຕິກໍາ ດັ່ງນີ້:

1.  ສ້າງອຸປະສັກກິດຂວາງ ການປະຕິບັດໜ້າທີ່ຂອງເຈົ້າໜ້າລັດທີ່ກ່ຽວຂ້ອງ ໃນການປະຕິບັດວຽກງານຄຸ້ມຄອງທຸລະກິດນໍ້າມັນເຊື້ອໄຟ;
2.  ດໍາເນີນທຸລະກິດນໍ້າມັນເຊື້ອໄຟ ໂດຍບໍ່ໄດ້ຮັບອະນຸຍາດ;
3.  ຄ່ຽນຖ່າຍນໍ້າມັນເຊື້ອໄຟ ບໍ່ຖືກຕ້ອງຕາມດໍາລັດສະບັບນີ້ ແລະ ກົດໝາຍທີ່ກ່ຽວຂ້ອງ;
4.  ໃຫ້ການຊ່ວຍເຫຼືອ, ປົກປ້ອງຜູ້ລະເມີດ;
5.  ເປັນສື່ກາງໃນການໃຫ້ ແລະ ຮັບສີນບົນ;
6.  ມີພຶດຕິກໍາອື່ນ ທີ່ເປັນການລະເມີດກົດໝາຍ.

ມາດຕາ 55      ຂໍ້ຫ້າມສໍາລັບບໍລິສັດນໍາເຂົ້າ ແລະ ສົ່ງອອກ ນໍ້າມັນເຊື້ອໄຟ

ຫ້າມບໍລິສັດນໍາເຂົ້າ ແລະ ສົ່ງອອກນໍ້າມັນເຊື້ອໄຟ ມີພຶດຕິກຳ  ດັ່ງນີ້:

1.  ນໍາເຂົ້າ ແລະ ສະໜອງ ນໍ້າມັນເຊື້ອໄຟທີ່ບໍ່ໄດ້ມາດຕະຖານແຫ່ງຊາດ;
2.  ກັກຕຸນນໍ້າມັນເຊື້ອໄຟ ເພື່ອເກັງກໍາໄລ ຫຼື ປັ່ນປ່ວນຕະຫຼາດ;
3.  ສະໜອງນໍ້າມັນເຊື້ອໄຟໃຫ້ແກ່ປໍ້ານໍ້າມັນເຊື້ອໄຟ;
4.  ມອບສິດໃຫ້ບໍລິສັດຈໍາໜ່າຍພາຍໃນ ຫຼື ບຸກຄົນໃດໜຶ່ງ ນໍາເຂົ້ານໍ້າມັນເຊື້ອໄຟ;
5.  ເອົາໃບທະບຽນວິສາຫະກິດ ແລະ ໃບຢັ້ງຢືນການເຄື່ອນໄຫວວທຸລະກິດນໍາເຂົ້າ ແລະ ສົ່ງອອກນໍ້າມັນເຊື້ອໄຟ ໃຫ້ບຸກຄົນອື່ນນໍາໃຊ້;
6.  ນໍາເຂົ້າ ແລະ ສະໜອງນໍ້າມັນເຊື້ອໄຟ ໂດຍບໍ່ຜ່ານສາງ;
7.  ນໍາເຂົ້ານໍ້າມັນເຊື້ອໄຟ ໂດຍບໍ່ໄດ້ຮັບອະນຸຍາດ ຫຼື ບໍ່ຖືກຕ້ອງຕາມການອະນຸຍາດນໍາເຂົ້າ ຫຼື ນໍາໃຊ້ບໍ່ຖືກຕ້ອງຕາມເປົ້າໝາຍ;
8.  ນໍາເຂົ້ານໍ້າມັນເຊື້ອໄຟ ໂດຍບໍ່ໄດ້ເສຍພັນທະ ຫຼື ເສຍພັນທະບໍ່ຄົບຖ້ວນ;
9.  ມີພຶດຕິກໍາອື່ນ ທີ່ເປັນການລະເມີດກົດໝາຍ.

ມາດຕາ 56      ຂໍ້ຫ້າມສໍາລັບບໍລິສັດຈໍາໜ່າຍພາຍໃນ

ຫ້າມບໍລິສັດຈໍາໜ່າຍພາຍໃນ ມີພຶດຕິກຳ  ດັ່ງນີ້:

1.  ນໍາເຂົ້ານໍ້າມັນເຊື້ອໄຟ;
2.  ສະໜອງນໍ້າມັນເຊື້ອໄຟທີ່ບໍ່ໄດ້ມາດຕະຖານແຫ່ງຊາດ;
3.  ກັກຕຸນນໍ້າມັນເຊື້ອໄຟ ເພື່ອເກັງກໍາໄລ ຫຼື ປັ່ນປ່ວນຕະຫຼາດ;
4.  ສະໜອງນໍ້າມັນເຊື້ອໄຟ ໃຫ້ແກ່ປໍ້ານໍ້າມັນເຊື້ອໄຟ ທີ່ບໍ່ແມ່ນປໍ້ານໍ້າມັນບໍລິສັດລົງທຶນເອງ ຫຼື ປໍ້າຕົວແທນຂອງຕົນ;
5.  ປະຕິເສດ ການສະໜອງນໍ້າມັນເຊື້ອໄຟ ໃຫ້ແກ່ປໍ້າຕົວແທນຂອງຕົນ ໂດຍບໍ່ມີເຫດຜົນ;
6.  ເອົາໃບທະບຽນວິສາຫະກິດ ແລະ ໃບຢັ້ງຢືນການເຄື່ອນໄຫວທຸລະກິດ ໃຫ້ບຸກຄົນອື່ນນໍາໃຊ້;
7.  ມີພຶດຕິກໍາອື່ນ ທີ່ເປັນການລະເມີດກົດໝາຍ.

ມາດຕາ 57         ຂໍ້ຫ້າມສໍາລັບປໍ້ານໍ້າມັນເຊື້ອໄຟ

ຫ້າມປໍ້ານໍ້າມັນເຊື້ອໄຟ ມີພຶດຕິກໍາ ດັ່ງນີ້:

1. ຈໍາໜ່າຍນໍ້າມັນເຊື້ອໄຟທີ່ບໍ່ໄດ້ມາດຕະຖານແຫ່ງຊາດ ຫຼື ບໍ່ເຕັມບໍລິມາດ;
2. ປິດປໍ້າ ຊົ່ວຄ່າວ ຫຼື ຖາວອນ ໂດຍບໍ່ມີເຫດຜົນ ຫຼື ບໍ່ໄດ້ແຈ້ງໃຫ້ຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ, ເທດສະບານ, ນະຄອນ ແລະ ຜູ້ຊົມໃຊ້ຮັບຊາບກ່ອນ ສາມວັນ;
3. ຂາຍນໍ້າມັນເຊື້ອໄຟ ໃນລາຄາທີ່ແຕກຕ່າງຈາກລາຄາທີ່ອົງການຄຸ້ມຄອງທຸລະກິດນໍ້າມັນເຊື້ອໄຟ ກໍານົດແຕ່ລະໄລຍະ;
4. ຮັບ ແລະ ຂາຍນໍ້າມັນເຊື້ອໄຟຂອງບໍລິສັດຈໍາໜ່າຍພາຍໃນທີ່ຕົນບໍ່ໄດ້ເປັນຕົວແທນ;
5. ເອົາໃບທະບຽນວິສາຫະກິດ ແລະ ໃບຢັ້ງຢືນການເຄື່ອນໄຫວທຸລະກິດ ໃຫ້ບຸກຄົນອື່ນນໍາໃຊ້;
6. ມີພາຫະນະຂົນສົ່ງ ແລະ ຂົນສົ່ງ ນໍ້າມັນເຊື້ອໄຟ ດ້ວຍຕຕົນເອງ;
7. ມິພຶດຕິກໍາອື່ນທີ່ເປັນການລະເມີດກົດໝາຍ.

ມາດຕາ 58      ຂໍ້ຫ້າມສໍາລັບບໍລິສັດໃຫ້ບໍລິການກ່ຽວກັບນໍ້າມັນເຊື້ອໄຟ

ຫ້າມບໍລິສັດໃຫ້ບໍລິການກ່ຽວກັບມັນເຊື້ອໄຟມີພຶດຕິກໍາ ດັ່ງນີ້:

1. ໃຫ້ບໍລິການໂດຍບໍ່ໄດ້ເຊັນສັນຍາກັບຫົວໜ່ວຍທຸລະກິດນໍ້າມັນເຊື້ອໄຟໃດໜຶ່ງ;
2. ບັນຈຸນໍ້າມັນເຊື້ອໄຟເກີນບໍລິມາດບັນຈຸຂອງສາງ ຫຼື ພາຫະນະຂົນສົ່ງຕາມກົດໝາຍ;
3. ຄ່ຽນຖ່າຍນໍ້າມັນເຊື້ອໄຟຢູ່ສະຖານທີ່ອື່ນທີ່ບໍ່ໄດ້ຮັບອະນຸຍາດ;
4. ນໍາເຂົ້າ ຫຼື ຈໍາໜ່າຍນໍ້າມັນເຊື້ອໄຟດ້ວຍຕົນເອງ;
5. ເອົາໃບທະບຽນວິສາຫະກິດ ແລະ ໃບຢັ້ງຢືນການເຄື່ອນໄຫວທຸລະກິດ ໃຫ້ບຸກຄົນອື່ນນໍາໃຊ້;
6. ມິພຶດຕິກໍາອື່ນທີ່ເປັນການລະເມີດກົດໝາຍ.

ມາດຕາ 59      ຂໍ້ຫ້າມສໍາລັບເຈົ້າໜ້າທີ່ ແລະ ພະນັກງານ

ຫ້າມເຈົ້າໜ້າທີ່ ແລະ ພະນັກງານ ມີພຶດຕິກໍາ ດັ່ງນີ້:

1. ສວຍໃຊ້ອໍານາດ,  ຕໍາແໜ່ງ, ໜ້າທີ່ ເພື່ອຮຽກຮ້ອງເອົາຜົນປະໂຫຍດ;
2. ບັງຄັບ, ນາບຂູ່, ໃຊ້ຄວາມຮຸນແຮງຕໍ່ຜູ້ດໍາເນີນທຸລະກິດ;
3. ກົດໜ່ວງຖ່ວງດຶງ ຫຼື ແກ່ຍາວເວລາ ໃນການພິຈາລະນາເອກະສານ;
4. ປະລະໜ້າທີ່, ຂາດຄວາມຮັບຜິດຊອບ ແລະ ບິດເບືອນຄວາມຈິງ;
5. ປິດບັງ, ປົກປ້ອງ ແລະ ໃຫ້ຄວາມຮ່ວມມືແກ່ຜູ້ກະທໍາຄວາມຜິດ;
6. ປອມແປງເອກະສານ ຫຼື ໃຊ້ເອກະສານປອມ, ເປີດເຜີຍຄວາມລັບທຸລະກິດ ໂດຍບໍ່ໄດ້ຮັບອະນຸຍາດຈາກຜູ້ດໍາເນີນທຸລະກິດທີ່ກ່ຽວຂ້ອງ;
7. ອະນຸຍາດເຄື່ອນໄຫວທຸລະກິດນໍ້າມັນເຊື້ອໄຟ ໂດຍບໍ່ຖືກຕ້ອງຕາມເງື່ອນໄຂ ແລະ ຂັ້ນຕອນ;
8.   ມີພຶດຕິກໍາອື່ນ ທີ່ເປັນການລະເມີດກົດໝາຍ.

ພາກທີ VIII
ການແກ້ໄຂຂໍ້ຂັດແຍ່ງ

ມາດຕາ 60      ຮູບການແກ້ໄຂຂໍ້ຂັດແຍງ

ການແກ້ໄຂຂໍ້ຂັດແຍ່ງກ່ຽວກັບທຸລະກິດນໍ້າມັນເຊື້ອໄຟ ສາມາດດໍາເນີນດ້ວຍຮູບການໃດໜຶ່ງ ດັ່ງນີ້:

1.  ການປະນີປະນອມ;
2. ການແກ້ໄຂທາງດ້ານບໍລິຫານ;
3. ການແກ້ໄຂໂດຍອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ;
4. ການຮ້ອງຟ້ອງຕໍ່ສານປະຊາຊົນ;
5. ການແກ້ໄຂຂໍ້ຂັດແຍ່ງສາກົນ.

ມາດຕາ 61      ການປະນີປະນອມ

ໃນກໍລະນີມີຂໍ້ຂັດແຍ່ງກ່ຽວກັບທຸລະກິດນໍ້າມັນເຊື້ອໄຟ ຄູ່ກໍລະນີສາມາດແກ້ໄຂຂໍ້ຂັດແຍ່ງດັ່ງກ່າວດ້ວຍການປຶກສາຫາລື ແລະ ປະນີປະນອມກັນ ເພື່ອໃຫ້ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.                  

ຄູ່ກໍລະນີສາມາດປະນີປະນອມກັນກ່ຽວກັບການລະເມີດສິດຜົນປະໂຫຍດທາງທຸລະກິດນໍ້າມັນເຊື້ອໄຟ. ການຕົກລົງຈາກການປະນີປະນອມໃຫ້ປະຕິບັດຕາມຫຼັກການຂອງການເຮັດສັນຍາ ຕາມທີ່ກໍານົດໄວ້ໃນກົດໝາຍວ່າດ້ວຍຂໍ້ຜູກພັນໃນສັນຍາ ແລະ ນອກສັນຍາ.

ມາດຕາ 62      ການແກ້ໄຂທາງດ້ານບໍລິຫານ

ໃນກໍລະນີທີ່ມີຂໍ້ຂັດແຍ່ງກ່ຽວກັບທຸລະກິດນໍ້າມັນເຊື້ອໄຟທີ່ມີລັກສະນະທາງດ້ານບໍລິຫານ ຊຶ່ງຢູ່ພາຍໃຕ້ຄວາມຮັບຜິດຊອບຂອງອົງການຄຸ້ມຄອງວຽກງານທຸລະກິດນໍ້າມັນເຊື້ອໄຟ ຄູ່ກໍລະນີມີສິດສະເໜີຕໍ່ອົງການຈັດ ຕັ້ງດັ່ງກ່າວ ເພື່ອແກ້ໄຂ.

ຄູ່ກໍລະນີສາມາດສະເໜີຕໍ່ອົງການຄຸ້ມຄອງວຽກງານທຸລະກິດນໍ້າມັນເຊື້ອໄຟເພື່ອແກ້ໄຂຂໍ້ຂັດແຍ່ງກ່ຽວກັບທຸລະກິິດນໍ້າມັນເຊື້ອໄຟ ໂດຍສອດຄ່ອງກັບ ກົດໝາຍ ແລະ ລະບຽບການ.

ມາດຕາ 63      ການແກ້ໄຂອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ໃນກໍລະນີທີ່ມີຂໍ້ຂັດແຍ່ງກ່ຽວກັບທຸລະກິດນໍ້າມັນເຊື້ອໄຟ ຄູ່ກໍລະນີມີສິດສະເໜີຕໍ່ອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດເພື່ອແກ້ໄຂຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ.

ມາດຕາ 64      ການຮ້ອງຟ້ອງຕໍ່ສານປະຊາຊົນ

ໃນກໍລະນີທີ່ມີຂໍ້ຂັດແຍ່ງກ່ຽວກັບທຸລະກິດນໍ້າມັນເຊື້ອໄຟ ຄູ່ກໍລະນີສາມາດຮ້ອງຟ້ອງຕໍ່ສານປະຊາຊົນເພື່ອພິຈາລະນາຕັດສິນ ຕາມກົດໝາຍ.

ມາດຕາ 65      ການແກ້ໄຂຂໍ້ຂັດແຍ່ງສາກົນ

ໃນກໍລະນີທີ່ມີຂໍ້ຂັດແຍ່ງກ່ຽວກັບທຸລະກິດນໍ້າມັນເຊື້ອໄຟທີ່ມີລັກສະນະສາກົນ ໃຫ້ປະຕິບັດຕາມສັນຍາສາກົນ ແລະ ສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ.         

ພາກທີ IX
ການຄຸ້ມຄອງ ແລະ ການກວດກາ

ໝວດທີ 1
ການຄຸ້ມຄອງທຸລະກິດນໍ້າມັນເຊື້ອໄຟ

ມາດຕາ 66      ອົງການຄຸ້ມຄອງທຸລະກິດນໍ້າມັນເຊື້ອໄຟ

ລັດຖະບານຄຸ້ມຄອງທຸລະກິດນໍ້າມັນເຊື້ອໄຟຢ່າງລວມສູນ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ ໂດຍມອບໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າ ເປັນຜູ້ຮັບຜິດຊອບໂດຍກົງ ແລະ ເປັນໃຈກາງປະສານສົມທົບກັບກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແລດລ້ອມ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ກະຊວງການເງິນ, ກະຊວງພະລັງງານ ແລະ ບໍ່ແຮ່, ກະຊວງ, ອົງການທຽບເທົ່າກະຊວງ  ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ.
 

ມາດຕາ 67      ສິດ ແລະ ໜ້າທີ່ ຂອງຂະແໜງການອຸດສາຫະກໍາ ແລະ ການຄ້າ

ໃນການຄຸ້ມຄອງທຸລະກິດນໍ້າມັນເຊື້ອໄຟ ຂະແໜງການອຸດສາຫະກໍາ ແລະ ການຄ້າ ມີສິດ ແລະ ໜ້າທີ່ ດັ່ງນີ້:

1.   ຄົ້ນຄວ້າ, ສ້າງນະໂຍບາຍ, ນິຕິກຳ ແລະ ມາດຕະການກ່ຽວກັບການຄຸ້ມຄອງທຸລະກິດນໍ້າມັນເຊື້ອໄຟ ເພື່ອນຳສະເໜີຂັ້ນເທິງພິຈາລະນາ;
2.   ໂຄສະນາ, ເຜີຍແຜ່ ນະໂຍບາຍ, ນິຕິກຳ ແລະ ມາດຕະການກ່ຽວກັບການຄຸ້ມຄອງທຸລະກິດນໍ້າມັນເຊື້ອໄຟ ໃຫ້ພາກສ່ວນທີ່ກ່ຽວຂ້ອງ ແລະ ສັງຄົມ ຢ່າງທົ່ວເຖິງ;
3.   ພິຈາລະນາການສະເໜີສ້າງຕັ້ງ, ອອກໃບຢັ້ງຢືນ, ສັ່ງໂຈະ ຫຼື ຢຸດເຊົາ ການເຄື່ອນໄຫວທຸລະກິດການນໍາເຂົ້າ ແລະ ສົ່ງອອກ, ຈໍາໜ່າຍພາຍໃນ, ປໍ້າ ແລະ ບໍລິການເຊົ່າສາງນໍ້າມັນເຊື້ອໄຟ ຕາມການແບ່ງຂັ້ນຄຸ້ມຄອງ;
4.     ພິຈາລະນາຮັບຮອງແຜນການນໍາເຂົ້າ ແລະ ຈໍາໜ່າຍນໍ້າມັນເຊື້ອໄຟປະຈໍາປີ;
5.   ສົມທົບກັບກະຊວງພະລັງງານ ແລະ ບໍ່ແຮ່ ຄົ້ນຄວ້າ ແລະ ອອກລະບຽບການກ່ຽວກັບການຜະລິດ ແລະ ປຸງແຕ່ງນໍ້າມັນເຊື້ອໄຟ;
6.   ປະສານສົມທົບກັບຂະແໜງການກ່ຽວຂ້ອງຄົ້ນຄວ້າ ແລະ ນໍາສະເໜີລັດຖະບານ ເພື່ອກໍານົດ ແລະ ດັດສົມ ທຸລະກິດນໍ້າມັນເຊື້ອໄຟ ໃຫ້ເໝາະສົມຕາມສະພາບການພັດທະນາເສດຖະກິດ-ສັງຄົມ ໃນແຕ່ລະໄລຍະ;
7.     ຄົ້ນຄວ້າພິຈາລະນາ ການດັດປັບລາຄານໍ້າມັນເຊື້ອໄຟ ໂດຍປະສານສົມທົບກັບກະຊວງການເງີນ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ແລ້ວແຈ້ງໃຫ້ສັງຄົມຮັບຊາບ;
8.     ຕິດຕາມ, ກວດກາ ຮ່ວມກັບຂະແໜງການເງີນ ໃນການຄຸ້ມຄອງນໍ້າມັນເຊື້ອໄຟທີ່ຖືກຍົກເວັ້ນພາສີ;
9.   ຕິດຕາມ,ກວດກາ ປະລິມານນໍ້າມັນເຊື້ອໄຟແຮສໍາຮອງໄວ້ໃຊ້ໃນກໍລະນີສຸກເສີນຂອງຜູ້ດໍາເນີນທຸລະກິດນໍ້າມັນເຊື້ອໄຟ ທຸກສາມສິບວັນ;
10. ຝຶກອົບຮົມ ແລະ ອອກໃບຢັ້ງຢືນການຄຸ້ມຄອງທຸລະກິດນໍ້າມັນເຊື້ອໄຟ;
11. ຮັບ ແລະ ພິຈາລະນາ ແກ້ໄຂຄຳສະເໜີຂອງຜູ້ດໍາເນີນທຸລະກິດນໍ້າມັນເຊື້ອໄຟ ແລະ ຜູ້ຊົມໃຊ້;
12. ຊີ້ນໍາສະມາຄົມນໍ້າມັນເຊື້ອໄຟ ໃຫ້ເຄື່ອນໄຫວຢ່າງເປັນປົກກະຕິ;
13. ສະຫຼຸບ ແລະ ລາຍງານ ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງທຸລະກິດນໍ້າມັນເຊື້ອໄຟໃຫ້ຂັ້ນເທິງຢ່າງເປັນປົກກະຕິ;
14.  ປະສານສົມທົບກັບບັນດາຂະແໜງການຕ່າງໆທີ່ກ້ຽວຂ້ອງກັບທຸລະກິດນໍ້າມັນເຊື້ອໄຟ;
15. ນໍາໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ .

ມາດຕາ 68      ສິດ ແລະ ໜ້າທີ່ ຂອງຂະແໜງການໂຍທາທິການ ແລະ ຂົນສົ່ງ

ໃນການຄຸ້ມຄອງທຸລະກິດນໍ້າມັນເຊື້ອໄຟ ຂະແໜງການໂຍທາທິການ ແລະ ຂົນສົ່ງ ມີສິດ ແລະ ໜ້າທີ່ ດັ່ງນີ້:

1.  ຄົ້ນຄ້ວາ, ສ້າງນະໂຍບາຍ, ກົດໝາຍ ກ່ຽວກັບ ການປຸກສ້າງສາງ, ປໍ້າ ແລະ ພາຫະນະຂົນສົ່ງ ນໍ້າມັນເຊື້ອໄຟ ເພື່ອນໍາສະເໜີຂັ້ນເທິງພິຈາລະນາ;
2.  ໂຄສະນາ, ເຜີຍແຜ່ ນະໂຍບາຍ ແລະ ກົດໝາຍ ກ່ຽວກັບ ການປຸກສ້າງສາງ, ປໍ້າ, ການຂົນສົ່ງ ແລະ ພາຫະນະຂົນສົ່ງ ນໍ້າມັນເຊື້ອໄຟ ໃຫ້ສັງຄົມ ຢ່າງທົ່ວເຖິງ;
3.  ພິຈາລະນາການສະເໜີສ້າງຕັ້ງ, ອອກໃບຢັ້ງຢືນ, ສັ່ງໂຈະ ຫຼື ຢຸດເຊົ່າ ການອະນຸຍາດປຸກສ້າງ ແລະ ໃບຢັ້ງຢືນຄວາມຖືກຕ້ອງຂອງການປຸກສ້າງ ສາງ ແລະ ປໍ້ານໍ້າມັນເຊື້ອໄຟ;
4.  ຄຸ້ມຄອງ ແລະ ກວດກາ ການປຸກສ້າງ ສາງ, ປໍ້າ ແລະ ສິ່ງປຸກສ້າງອື່ນ ທີ່ກ່ຽວຂ້ອງກັບກິດຈະການບໍລິການນໍ້າມັນເຊື້ອໄຟ;
5.  ພິຈາລະນາອອກ, ໂຈະ ຫຼື ຖອນ ໃບອະນຸຍາດການເຄື່ອນໄຫວທຸລະກິດເຊົ່າພາຫະນະຂົນສົ່ງ ແລະ ບໍລິການຂົນສົ່ງ ນໍ້າມັນເຊື້ອໄຟ;
6.  ກໍານົດເຕັກນິກພາຫະນະຂົນສົ່ງນໍ້າມັນເຊື້ອໄຟ;
7.  ປະສານສົມທົບກັບບັນດາຂະແໜງການຕ່າງໆທີ່ກ່ຽວຂ້ອງກັບທຸລະກິດນໍ້າມັນເຊື້ອໄຟ;
8.  ນໍາໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.

ມາດຕາ 69      ສິດ ແລະ ໜ້າທີ່ ຂອງຂະແໜງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ

ໃນການຄຸ້ມຄອງທຸລະກິດນໍ້າມັນເຊື້ອໄຟ ຂະແໜງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ມີສິດ ແລະ ໜ້າທີ່ ດັ່ງນີ້:

1.  ຄົ້ນຄ້ວາ, ສ້າງນະໂຍບາຍ ແລະ ກົດໝາຍ ກ່ຽວກັບ ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ, ສັງຄົມ ແລະ ທໍາມະຊາດກ່ຽວກັບການສ້າງຕັ້ງສາງ ແລະ ປໍ້ານໍ້າມັນເຊື້ອໄຟ;
2.  ໂຄສະນາ, ເຜີຍແຜ່ ນະໂຍບາຍ ແລະ ກົດໝາຍ ກ່ຽວກັບການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ, ສັງຄົມ ແລະ ທໍາມະຊາດ ກ່ຽວກັບ ການສ້າງຕັ້ງສາງ ແລະ ປໍ້ານໍ້າມັນເຊື້ອໄຟ ໃຫ້ສັງຄົມ ຢ່າງທົ່ວເຖິງ;
3.  ພິຈະາລະນະການສະເໜີສ້າງຕັ້ງ, ອອກໃບຢັ້ງຢືນ, ສັ່ງໂຈະ ຫຼື ຢຸດເຊົາ ໃບຢັ້ງຢືນກ່ຽວກັບບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ສັງຄົມ ແລະ ທໍາມະຊາດ, ແຜນຄຸ້ມຄອງ ແລະ ຕິດຕາມສິ່ງແວດລ້ອມ ໃຫ້ແກ່ຜູ້ດໍາເນີນທຸລະກິດນໍ້າມັນເຊື້ອໄຟ;
4.  ຮັບຄໍາສະເໜີ ແລະ ລາຍງານ ບັນຫາສິ່ງແວດລ້ອມຈາກປະຊາຊົນ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ພ້ອມທັງແກ້ໄຂຂໍ້ຂັດແຍ່ງຕາມຄວາມຮັບຜິດຊອບຂອງຕົນ;
5.  ສະເໜີຕໍ່ການຈັດຕັ້ງທີ່ກ່ຽວຂ້ອງ ປັບປຸງ, ດັດແກ້, ໂຈະ ຫຼື ຍົກເລີກ ກິດຈະການທີ່ກໍ່ໃຫ້ເກີດຜົນກະທົບ ຫຼື ຄວາມປອດໄພຕໍ່ຊີວິດ, ສຸຂະພາບຂອງຄົນ, ສັດ, ພືດ ແລະ ສິ່ງທີ່ມີຊີວິດອື່ນໆ;
6.  ປະສານສົມທົບກັບບັນດາຂະແໜງການຕ່າງໆທີ່ກ້ຽວຂ້ອງກັບທຸລະກິດນໍ້າມັນເຊື້ອໄຟ;
7.  ນໍາໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.

ມາດຕາ 70      ສິດ ແລະ ໜ້າທີ່ ຂອງຂະແໜງການປ້ອງກັນຄວາມສະຫງົບ

ໃນການຄຸ້ມຄອງທຸລະກິດນໍ້າມັນເຊື້ອໄຟ ຂະແໜງການປ້ອງກັນຄວາມສະຫງົບ ມີສິດ ແລະ ໜ້າທີ່ ດັ່ງນີ້:

1.  ຄົ້ນຄ້ວາ, ສ້າງນະໂຍບາຍ, ກົດໝາຍ ກ່ຽວກັບການຄຸ້ມຄອງ, ປ້ອງກັນ, ສະກັດກັ້ນ ແລະ ຕ້ານອັກຄີໄພ;
2.  ໂຄສະນາ, ເຜີຍແຜ່ ນະໂຍບາຍ ແລະ ກົດໝາຍ ກ່ຽວກັບ ການຄຸ້ມຄອງ, ປ້ອງກັນ, ສະກັດກັ້ນ ແລະ ຕ້ານອັກຄີໄພ ໃຫ້ສັງຄົມ ຢ່າງທົ່ວເຖິງ;
3.  ພິຈາລະນາການສະເໜີ ອອກ ຫຼື ລົບລ້າງ ໃບຢັ້ງຢືນກວດກາຜ່ານ ແລະ ໃບຢັ້ງຢືນກ່ຽວກັບແຜນຜັງລະບົບສະກັດກັ້ນ ແລະ ຕ້ານອັກຄີໄພ ບັນດາຫົວໜ່ວຍທຸລະກິດນໍ້າມັນເຊື້ອໄຟ;
4.  ຄຸ້ມຄອງ, ກວດກາ, ຕັກເຕືອນ, ປັບໃໝ ກ່ຽວກັບການລະເມີດລະບຽບການວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ ບັນດາຫົວໜ່ວຍທຸລະກິດນໍ້າມັນເຊື້ອໄຟ;
5.  ປະສານສົມທົບກັບບັນດາຂະແໜງການຕ່າງໆທີ່ກ້ຽວຂ້ອງກັບທຸລະກິດນໍ້າມັນເຊື້ອໄຟ;
6.  ນໍາໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.

ມາດຕາ 71      ສິດ ແລະ ໜ້າທີ່ ຂອງຂະແໜງການວິທະຍາສາດ ແລະ ເຕັກໂນໂລຊີ

ໃນການຄຸ້ມຄອງທຸລະກິດນໍ້າມັນເຊື້ອໄຟ ຂະແໜງການວິທະຍາສາດ ແລະ ເຕັກໂນໂລຊີ ມີສິດ ແລະ ໜ້າທີ່ ດັ່ງນີ້:

1.    ຄົ້ນຄ້ວາ, ສ້າງນະໂຍບາຍ ແລະ ກົດໝາຍ ການກວດກາຄຸນນະພາບ ແລະ ມາດຕະຖານ ນໍ້າມັນເຊື້ອໄຟ;
2.  ໂຄສະນາ, ເຜີຍແຜ່ ນະໂຍນາຍ ແລະ ກົດໝາຍ ກ່ຽວກັບ ການກວດກາຄຸນນະພາບ ແລະ ມາດຕະຖານ ນໍ້າມັນເຊື້ອໄຟ ໃຫ້ສັງຄົມ ຢ່າງທົ່ວເຖິງ;
3.    ພິຈາລະນາການສະເໜີ ອອກ ຫຼື ລົບລ້າງ ໃບຢັ້ງຢືນຜົນການກວດສອບຄຸນນະພາບນໍ້າມັນເຊື້ອໄຟ ແລະ ໃບຢັ້ງຢືນການກວດສອບຄຸນນະພາບນໍ້າມັນເຊື້ອໄຟ;
4.    ຄຸ້ມຄອງ ແລະ ກວດສອບ ດ້ານຄຸນນະພາບ ແລະ ບໍລິມາດກ່ຽວກັບນໍ້າມັນເຊື້ອໄຟ;
5.    ກໍານົດມາດຕະຖານບໍລິມາດສັ່ງຜອງພາຫະນະຂົນສົ່ງນໍ້າມັນເຊື້ອໄຟ;
6.   ປະສານສົມທົບກັບບັນດາຂະແໜງການຕ່າງໆທີ່ກ້ຽວຂ້ອງກັບທຸລະກິດນໍ້າມັນເຊື້ອໄຟ;
7.    ນໍາໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.

ມາດຕາ 72          ສິດ ແລະ ໜ້າທີ່ ຂອງຂະແໜງການການເງິນ

ໃນການຄຸ້ມຄອງທຸລະກິດນໍ້າມັນເຊື້ອໄຟ ຂະແໜງການການເງິນ ມີສິດ ແລະ ໜ້າທີ່ ດັ່ງນີ້:

1.    ຄົ້ນຄ້ວາ,ສ້າງນະໂຍບາຍ ແລະ ກົດໝາຍ ກ່ຽວກັບ ເກັບພາສີ, ອາກອນ ແລະ ພັນທະຕ່າງໆ ໃນການດໍາເນີນທຸລະກິດນໍ້າມັນເຊື້ອໄຟ;
2.    ໂຄສະນາ, ເຜີຍແຜ່ ນະໂຍນາຍ ແລະ ກົດໝາຍ ກ່ຽວກັບ ພາສີ, ອາກອນ ແລະ ພັນທະຕ່າງໆ ໃນການດໍາເນີນທຸລະກິດນໍ້າມັນເຊື້ອໄຟ ໃຫ້ສັງຄົມ ຢ່າງທົ່ວເຖິງ;
3.    ຄຸ້ມຄອງ, ຕິດຕາມ ແລະ ກວດກາ ການປະຕິບັດພັນທະທາງດ້ານພາສີ ແລະ ສ່ວຍສາອາກອນ ຂອງທຸລະກິດນໍ້າມັນເຊື້ອໄຟ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ, ລະບຽບການ ພາສີ ແລະ ສ່ວຍສາອາກອນ ແລະ ນິຕິກໍາອື່ນທີ່ກ່ຽວຂ້ອງ;
4.    ສະເໜີໃຫ້ຂະແໜງການທີ່ກ່ຽວຂ້ອງ ພິຈາລະນາໂຈະ ຫຼື ຖອນໃບທະບຽນວິສາຫະກິດ ແລະ ໃບຢັ້ງຢືນ ອື່ນໆ ຖ້າທຸລະກິດນໍ້າມັນເຊື້ອໄຟບໍ່ປະຕິບັດພັນທະທາງດ້ານພາສີ, ສ່ວຍສາອາກອນ ແລະ ພັນທະອື່ນ ຕາມການກໍານົດໃນກົດໝາຍ ແລະ ລະບຽບການ;
5.    ປະສານສົມທົບກັບບັນດາຂະແໜງການຕ່າງໆທີ່ກ້ຽວຂ້ອງກັບທຸລະກິດນໍ້າມັນເຊື້ອໄຟ;
6.    ນໍາໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.

ມາດຕາ 73      ສິດ ແລະ ໜ້າທີ່ ຂອງຂະແໜງການພະລັງງານ ແລະ ບໍ່ແຮ່

ໃນການຄຸ້ມຄອງທຸລະກິດນໍ້າມັນເຊື້ອໄຟ ຂະແໜງການພະລັງງານ ແລະ ບໍ່ແຮ່ ມີສິດ ແລະ ໜ້າທີ່ ດັ່ງນີ້:

1.    ຄົ້ນຄ້ວາ, ສ້າງນະໂຍບາຍ ແລະ ກົດໝາຍ ກ່ຽວກັບການຜະລິດ ແລະ ການປຸງແຕ່ງນໍ້າມັນເຊື້ອໄຟຊີວະພາບ;
2.    ໂຄສະນາ, ເຜີຍແຜ່ ນະໂຍນາຍ ແລະ ກົດໝາຍ ກ່ຽວກັບ ພາສີ, ອາກອນ ແລະ ພັນທະຕ່າງໆ ໃນການດໍາເນີນທຸລະກິດນໍ້າມັນເຊື້ອໄຟ ໃຫ້ສັງຄົມ ຢ່າງທົ່ວເຖິງ;
3.    ສົມທົບກັບກະຊວງອຸດສາຫະກໍາ ແລະ ການຄ້າ ຄົ້ນຄວ້າ ແລະ ອອກລະບຽບການ ກ່ຽວກັບການຜະລິດ ແລະ ປຸງແຕ່ງນໍ້າມັນເຊື້ອໄຟ;
4.    ສຶກສາ, ຄົ້ນຄວ້າ ສ້າງຮ່າງນະໂຍບາຍ ແລະ ແຜນພັດທະນາພະລັງງານແຫ່ງຊາດ;
5.    ອອກໃບຢັ້ງຢືນທາງດ້ານວິຊາການ ຕໍ່ການລົງທຶນດ້ານທຸລະກິດການຜະລິດ ແລະ ການປຸງແຕ່ງ ນໍ້າມັນເຊື້ອໄຟຊີວະພາບ;
6.   ຄຸ້ມຄອງ, ຕິດຕາມ ແລະ ກວດກາ ຜູ້ດໍາເນີນທຸລະກິດການຜະລິດ ແລະ ການປຸງແຕ່ງ ນໍ້າມັນເຊື້ອໄຟຊີວະພາບ;
7.    ປະສານສົມທົບກັບບັນດາຂະແໜງການຕ່າງໆທີ່ກ້ຽວຂ້ອງກັບທຸລະກິດນໍ້າມັນເຊື້ອໄຟ;
8.   ນໍາໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.

ມາດຕາ 74      ສິດ ແລະ ໜ້າທີ່ ຂອງຂະແໜງການອື່ນ ແລະ ອົງການປົກຄອງທ້ອງຖິ່ນ

ຂະແໜງການກ່ຽວຂ້ອງ, ອົງການປົກຄອງທ້ອງຖິ່ນ ມີສິດ ແລະ ໜ້າທີ່ ໃນການສົ່ງເສີມ, ສະໜັບສະໜູນ, ຄຸ້ມຄອງ, ຕິດຕາມ ແລະ ກວດກາ ການດໍາເນີນທຸລະກິດນໍ້າມັນເຊື້ອໄຟ ໂດຍປະສານສົມທົບ, ຮ່ວມມືກັບຂະແໜງການອຸດສາຫະກໍາ ແລະ ການຄ້າ ຕາມພາລະບົດບາດ ແລະ ຂອບເຂດຄວາມຮັບຜິດຊອບຂອງຕົນ.                     

ມາດຕາ 75      ການແບ່ງຂັ້ນຄຸ້ມຄອງ

ມອບໃຫ້ກະຊວງທີ່ເປັນອົງການຄຸ້ມຄອງທຸລະກິດນໍ້າມັນເຊື້ອໄຟ ຕາມທີ່ກໍານົດໄວ້ໃນມາດຕາ 69 ຂອງດໍາລັດສະບັບນີ້ ຄົ້ນຄວ້າ ແລະ ກໍານົດການແບ່ງຂັ້ນຄຸ້ມຄອງ ຕາມສາຍຕັ້ງໃຫ້ເໝາະສົມ ຕາມພາລະບົດບາດ ແລະ ຂອບເຂດສິດຂອງຕົນ.

ໝວດທີ 2
ການກວດກາທຸລະກິດນໍ້າມັນເຊື້ອໄຟ

ມາດຕາ 76      ອົງການກວດກາທຸລະກິດນໍ້າມັນເຊື້ອໄຟ

ອົງການກວດກາທຸລະກິດນໍ້າມັນເຊື້ອໄຟ ປະກອບດ້ວຍ:

ອົງການກວດກາພາຍໃນ ຊຶ່ງແມ່ນອົງການດຽວກັນກັບອົງການຄຸ້ມຄອງທຸລະກິດນໍ້າມັນເຊື້ອໄຟ ທີ່ໄດ້ກໍານົດໄວ້ມາດຕາ 63 ຂອງດໍາລັດສະບັບນີ້;

ອົງການກວດກາພາຍນອກ ແມ່ນສະພາແຫ່ງຊາດ, ອົງການກວດກາລັດ, ອົງການກວດສອບແຫ່ງລັດ ເປັນຜູ້ກວດກາການຈັດຕັ້ງປະຕິບັດວຽກງານຄຸ້ມຄອງທຸລະກິດນໍ້າມັນເຊື້ອໄຟ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ທີ່ກໍານົດໄວ້ໃນກົດໝາຍ.

ມາດຕາ 77      ເນື້ອໃນກວດກາ

ການກວດກາການຄຸ້ມຄອງທຸລະກິດນໍ້າມັນເຊື້ອໄຟ ມີເນື້ອໃນດັ່ງນີ້:

ປະຕິບັດນະໂຍບາຍ, ກົດໝາຍ ແລະ ກ່ຽວກັບການຄຸ້ມຄອງທຸລະກິດນໍ້າມັນເຊື້ອໄຟ;

ການຈັດຕັ້ງ ແລະ ການເຄື່ອນໄຫວຂອງອົງການຄຸ້ມຄອງທຸລະກິດນໍ້າມັນເຊື້ອໄຟ;

ການເຄື່ອນໄຫວຂອງເຈົ້າໜ້າທີ່, ພະນັກງານ ແລະ ການຈັດຕັ້ງທີ່ກ່ຽວຂ້ອງກັບວຽກງານຄຸ້ມຄອງທຸລະກິດນໍ້າມັນເຊື້ອໄຟ.

ມາດຕາ 78      ຮູບການກວດກາ

ການກວດກາວຽກງານຄຸ້ມຄອງທຸລະກິດນໍ້າມັນເຊື້ອໄຟ ມີສາມ ຮູບການ ດັ່ງນີ້:

1.  ການກວດກາຕາມລະບົບປົກກະຕິ;
2.  ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ;
3.  ການກວດກາແບບກະທັນຫັນ.

ການກວດກາຕາມລະບົບປົກກະຕິ ແມ່ນການກວດກາຕາມແຜນການ ແລະ ມີກໍານົດເວລາອັນແນ່ນອນ ຊຶ່ງຕ້ອງປະຕິບັດ ຢ່າງໜ້ອຍ ສອງຄັ້ງ ຕໍ່ປີ.

ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ ແມ່ນການກວດການອກແຜນ ເມື່ອເຫັນວ່າມີຄວາມຈໍາເປັນ ຊຶ່ງຕ້ອງແຈ້ງໃຫ້ຜູ້ຖືກກວດກາຮູ້ກ່ອນລ່ວງໜ້າ ຢ່າງໜ້ອຍ ຊາວສີ່ຊົ່ວໂມງ.

ການກວດກາແບບກະທັນຫັນ ແມ່ນການກວດກາໃນເວລາທີ່ເຫັນວ່າມີຄວາມຈໍາເປັນ ແລະ ຮີບດ່ວນ ໂດຍບໍ່ມີການແຈ້ງໃຫ້ຜູ້ຖືກກວດກາຮູ້ກ່ອນລ່ວງໜ້າ.

ການກວດກາ ໃຫ້ດໍາເນີນດ້ວຍການກວດກາທາງດ້ານເອກະສານ ແລະ ລົງກວດກາຕົວຈິງ ຢູ່ສະຖານທີ່ກ່ຽວຂ້ອງ.

ການກວດກາ ໃຫ້ປະຕິບັດຕາມກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ.

ພາກທີ X
ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 79      ນະໂຍບາຍຕໍ່ຜູ້ມີຜົນງານ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດດໍາລັດສະບັບນີ້ ຈະໄດ້ຮັບການຍ້ອງຍໍ ຫຼື ຮັບນະໂຍບາຍ ຕາມກົດໝາຍ.

ມາດຕາ 80      ມາດຕະການຕໍ່ຜູ້ລະເມີດ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດດໍາລັດສະບັບນີ້ ຈະຖືກປະຕິບັດມາດຕະການ ກ່າວເຕືອນ, ສຶກສາອົບຮົມ, ລົງວິໄນ, ປັບໃໝ, ໃຊ້ຄ່າເສັຍຫາຍທາງແພ່ງ ຫຼື ລົງໂທດທາງອາຍາ ຕາມກໍລະນີເບົາ ຫຼື ໜັກ.

ມາດຕາ 81      ມາດຕະການ ກ່າວເຕືອນ ແລະ ສຶກສາອົບຮົມ

ບຸກຄົນ, ນິຕິບຸກຄົນ ທີ່ລະເມີດລະບຽບການ ເປັນຕົ້ນ ຂໍ້ຫ້າມທີ່ໄດ້ກຳນົດໄວ້ໃນດໍາລັດສະບັບນີ້ ທີ່ມີລັກສະນະເບົາ ແລະ ເປັນການລະເມີດເທື່ອທຳອິດ ຊຶ່ງບໍ່ແມ່ນການກະທຳຜິດທາງອາຍາ ຈະຖືກກ່າວເຕືອນ ແລະ ສຶກສາອົບຮົມ ພ້ອມທັງເຮັດບົດບັນທຶກໄວ້.

ມາດຕາ 82      ມາດຕະການທາງດ້ານວິໄນ

ເຈົ້າໜ້າທີ່ ແລະ ພະນັກງານຂອງລັດທີ່ກ່ຽວຂ້ອງ ທີ່ລະເມີດດໍາລັດສະບັບນີ້ ເປັນຕົ້ນ ຂໍ້ຫ້າມຊຶ່ງບໍ່ເປັນການກະທໍາຜິດທາງອາຍາ, ຈະຖືກລົງວິໄນຕາມທີ່ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ ເຊັ່ນ:

1.  ກ່າວເຕືອນ ຄວາມຜິດຕາມລະບຽບການ ພ້ອມທັງບັນທຶກໄວ້ໃນສໍານວນຊີວະປະຫວັດຂອງຜູ້ກ່ຽວ;
2.  ໂຈະການເລື່ອນຊັ້ນ, ຂັ້ນເງິນເດືອນ ແລະ ການຍ້ອງຍໍ;
3.  ປົດຕໍາແໜ່ງ ຫຼື ຍົກຍ້າຍໄປຮັບໜ້າທີ່ອື່ນ ທີ່ມີຕໍາແໜ່ງຕໍ່າກວ່າເກົ່າ;
4.  ໃຫ້ອອກຈາກລັດຖະການ ໂດຍບໍ່ໄດ້ຮັບນະໂຍບາຍ.

ຜູ້ທີ່ຖືກປະຕິບັດວິໄນ ຕ້ອງສົ່ງຊັບສິນທີ່ຕົນໄດ້ມາໂດຍບໍ່ຖືກຕ້ອງນັ້ນຄືນໃຫ້ການຈັດຕັ້ງຢ່າງຄົບຖ້ວນ.

ມາດຕາ 83      ມາດຕະການປັບໃໝ

ຜູ້ດໍາເນີນທຸລະກິດນໍ້າມັນເຊື້ອໄຟ ທີ່່ລະເມີດດໍາລັດສະບັບນີ້ ຈະຖືກປັບໃໝ ຕາມກໍລະນີ ດັ່ງນີ້:

. ສໍາລັບບໍລິສັດນໍາເຂົ້າ ແລະ ສົ່ງອອກນໍ້າມັນເຊື້ອໄຟ:

1.  ນໍາເຂົ້ານໍ້າມັນເຊື້ອໄຟທີ່ບໍ່ໄດ້ມາດຕະຖານແຫ່ງຊາດ ຈະໃຫ້ສົ່ງອອກຄືນ ແລະ ປັບໃໝ 10% ຂອງມູນຄ່ານໍ້າມັນ ເຊື້ອໄຟທີ່ກວດພົບ;
2.  ສະໜອງນໍ້າມັນເຊື້ອໄຟທີ່ບໍ່ໄດ້ມາດຕະຖານແຫ່ງຊາດ ຈະຖືກຍຶດ ແລະ ປັບໃໝ 50% ຂອງມູນຄ່ານໍ້າມັນເຊື້ອໄຟທີ່ກວດພົບ;
3.  ສະໜອງນໍ້າມັນເຊື້ອໄຟໃຫ້ແກ່ປໍ້ານໍ້າມັນເຊື້ອໄຟ ຈະຖືກປັບໃໝ 50% ຂອງມູນຄ່ານໍ້າມັນເຊື້ອໄຟທີ່ກວດພົບ;
4.  ປະຕິເສດການສະໜອງນໍ້າມັນເຊື້ອໄຟໃຫ້ແກ່ຕົວແທນທີ່ເປັນບໍລິສັດຈໍາໜ່າຍພາຍໃນຂອງຕົນ ໂດຍບໍ່ມີເຫດຜົນ ຈະຖືກປັບໃໝ ຫ້າລ້ານ (5.000.000) ກີບ ຕໍ່ຄັ້ງ;
5.  ມອບສິດໃຫ້ຕົວແທນທີ່ເປັນບໍລິສັດຈໍາໜ່າຍມັນເຊື້ອໄຟພາຍໃນ ຂອງຕົນ ຫຼື ບຸກຄົນໃດໜຶ່ງ ນໍາເຂົ້ານໍ້າມັນເຊື້ອໄຟ ຈະຖືກປັບໃໝ 30% ຂອງມູນຄ່ານໍ້າມັນເຊື້ອໄຟທີ່ກວດພົບ;
6.  ເອົາໃບທະບຽນວິສາຫະກິດໃຫ້ບຸກຄົນອື່ນນຳໃຊ້ ຈະຖືກປັບໃໝ ໜຶ່ງຮ້ອຍລ້ານ (100.000.000) ກີບ ຕໍ່ຄັ້ງ ແລະ ຢຸດເຊົ່າໃຫ້ບຸກຄົນອື່ນນໍາໃຊ້;
7.  ນໍາເຂົ້ານໍ້າມັນເຊື້ອໄຟ ໂດຍບໍ່ມີໃບຢັ້ງຢືນການເຄື່ອນໄຫວທຸລະກິດ ຈະຖືກຍຶດ ແລະ ປັບໃໝ 50% ຂອງມູນຄ່ານໍ້າມັນເຊື້ອໄຟທີ່ກວດພົບ;
8.  ນໍາເຂົ້າ ແລະ ສະໜອງນໍ້າມັນເຊື້ອໄຟ ໂດຍບໍ່ຜ່ານສາງ ຈະຖືກປັບໃໝ  20%  ຂອງມູນຄ່ານໍ້າມັນເຊື້ອໄຟ ທີ່ກວດພົບ ແລະ ໃຫ້ເອົາລົງສາງຕາມຂັ້ນຕອນ;
9.  ນໍາເຂົ້ານໍ້າມັນເຊື້ອໄຟໂດຍບໍ່ຖືກຕ້ອງ ຕາມການອະນຸຍາດນໍາເຂົ້າ ຈະຖືກຍຶດ ແລະ ປັບໃໝ 50% ຂອງມູນຄ່ານໍ້າມັນເຊື້ອໄຟ ທີ່ກວດພົບ.

ຂ. ສໍາລັບບໍລິສັດຈໍາໜ່າຍພາຍໃນ :
ຫ້າມບໍລິສັດຈໍາໜ່າຍພາຍໃນ ມີພຶດຕິກຳ ດັ່ງນີ້:

1.  ນໍາເຂົ້ານໍ້າມັນເຊື້ອໄຟເອງ ຈະຖືກຍຶດ ແລະ ປັບໃໝ 50% ຂອງມູນຄ່ານໍ້າມັນເຊື້ອໄຟທີ່ກວດພົບ;
2.  ສະໜອງນໍ້າມັນເຊື້ອໄຟທີ່ບໍ່ໄດ້ມາດຕະຖານແຫ່ງຊາດ ຈະຖືກຍຶດ ແລະ ປັບໃໝ 50%  ຂອງມູນຄ່ານໍ້າມັນເຊື້ອໄຟທີ່ກວດພົບ;
3.  ກັກຕຸນນໍ້າມັນເຊື້ອໄຟ ເພື່ອເກັງກໍາໄລ ຫຼື ປັ່ນປ່ວນຕະຫຼາດ ຈະຖືກປັບໃໝ ສິບລ້ານ (10.000.000) ກີບ ຕໍ່ຄັ້ງ;
4.  ສະໜອງນໍ້າມັນເຊື້ອໄຟໃຫ້ແກ່ປໍ້ານໍ້າມັນເຊື້ອໄຟ ທີ່ບໍ່ແມ່ນປໍ້າບໍລິສັດລົງທຶນເອງ ຫຼື ປໍ້າຕົວແທນຂອງຕົນ ຈະຖືກປັບໃໝ 50% ຂອງມູນຄ່ານໍ້າມັນເຊື້ອໄຟທີ່ກວດພົບ;
5.  ປະຕິເສດການສະໜອງນໍ້າມັນເຊື້ອໄຟ ໃຫ້ແກ່ປໍ້າຕົວແທນຂອງຕົນ ໂດຍບໍ່ມີເຫດຜົນ ຈະຖືກປັບໃໝ ຫ້າລ້ານ (5.000.000) ກີບ ຕໍ່ຄັ້ງ;
6.  ເອົາໃບທະບຽນວິສາຫະກິດ ໃຫ້ບຸກຄົນອື່ນນຳໃຊ້ ຈະຖືກປັບໃໝ ໜຶ່ງຮ້ອຍລ້ານ (100.000.000) ກີບ ຕໍ່ຄັ້ງ ແລະ ຢຸດເຊົາໃຫ້ບຸກຄົນອື່ນນໍາໃຊ້;
7.  ສະໜອງນໍ້າມັນເຊື້ອໄຟ ໂດຍບໍ່ຜ່ານສາງ ຈະຖືກປັບໃໝ  20% ຂອງມູນຄ່ານໍ້າມັນເຊື້ອໄຟ ທີ່ກວດພົບ ແລະ ໃຫ້ເອົາລົງສາງຕາມຂັ້ນຕອນ;
8.  ນໍາເຂົ້ານໍ້າມັນເຊື້ອໄຟ ໂດຍບໍ່ໄດ້ເສຍພັນທະ ຫຼື ເສຍພັນທະບໍ່ຄົບຖ້ວນ ຈະຖືກຍຶດ ແລະ ປັບໃໝ 50%  ຂອງມູນຄ່ານໍ້າມັນເຊື້ອໄຟ ທີ່ກວດພົບ.

ຄ. ສໍາລັບຜູ້ດໍາເນີນທຸລະກິດປໍ້ານໍ້າມັນເຊື້ອໄຟ

1.  ຈໍາໜ່າຍນໍ້າມັນເຊື້ອໄຟທີ່ບໍ່ໄດ້ມາດຕະຖານແຫ່ງຊາດ ຈະຖືກຍຶດ ແລະ ປັບໃໝ 20%  ຂອງມູນຄ່ານໍ້າມັນເຊື້ອໄຟທີ່ກວດພົບ;
2.  ຈໍາໜ່າຍນໍ້າມັນເຊື້ອໄຟ ບໍ່ເຕັມບໍລິມາດ ຈະຖືກປັບໃໝ ສອງລ້ານ (2.000.000) ກີບ ຕໍ່ຄັ້ງ;
3.  ປິດປໍ້າ ຊົ່ວຄາວ ຫຼື ຖາວອນ ໂດຍບໍ່ມີເຫດຜົນ ຫຼື ບໍ່ໄດ້ແຈ້ງໃຫ້ຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ, ເທດສະບານ, ນະຄອນ ແລະ ຜູ້ຊົມໃຊ້ ຮັບຊາບກ່ອນ ສາມວັນ ຈະຖືກປັບໃໝ ຫ້າລ້ານ (5.000.000) ກີບ ຕໍ່ຄັ້ງ;
4.  ຂາຍນໍ້າມັນເຊື້ອໄຟ ຕ່າງຈາກລາຄາທີ່ອົງການຄຸ້ມຄອງທຸລະກິດນໍ້າມັນເຊື້ອໄຟກໍານົດແຕ່ລະໄລຍະ ຈະຖືກປັບໃໝ ຫ້າລ້ານ (5.000.000) ກີບ ຕໍ່ຄັ້ງ;
5.  ຮັບ ແລະ ຂາຍນ້ຳມັນເຊື້ອໄຟຂອງບໍລິສັດນໍາເຂົ້າ ແລະ ສົ່ງອອກນໍ້າມັນເຊື້ອໄຟ ຫຼື ບໍລິສັດຈໍາໜ່າຍພາຍໃນ ທີ່ເປັນປໍ້າບໍລິສັດລົງທຶນເອງ ຫຼື ຕົນບໍ່ໄດ້ຮັບສິດເປັນຕົວແທນ ຈະຖືກປັບໃໝ  ສິບຫ້າລ້ານ (15.000.000) ກີບ ຕໍ່ຄັ້ງ;
6.  ເອົາໃບທະບຽນວິສາຫະກິດໃຫ້ບຸກຄົນອື່ນນຳໃຊ້ ຈະຖືກປັບໃໝ ສາມສິບລ້ານ (30.000.000) ກີບ ຕໍ່ຄັ້ງ;\
7.   ຈໍາໜ່າຍນໍ້າມັນເຊື້ອໄຟໂດຍບໍ່ມີໃບຢັ້ງຢືນການເຄື່ອນໄຫວທຸລະກິດ ຈະຖືກປັບໃໝ ສິບລ້ານ (10.000.000) ກີບ ຕໍ່ຄັ້ງ;
8.  ມີພາຫະນະຂົນສົ່ງນໍ້າມັນ ແລະ ນໍາໃຊ້ຂົນສົ່ງນໍ້າມັນເຊື້ອໄຟດ້ວຍຕົນເອງ ຈະຖືກປັບໃໝ ສິບຫ້າລ້ານ (15.000.000) ກີບ ຕໍ່ຄັ້ງ;
9.  ນໍາເຂົ້ານໍ້າມັນເຊື້ອໄຟດ້ວຍຕົນເອງ ຈະຖືກຍຶດ ແລະ ປັບໃໝ 50%  ຂອງມູນຄ່ານໍ້າມັນເຊື້ອໄຟທີ່ກວດພົບ;
10. ຈໍາໜ່າຍນໍ້າມັນເຊື້ອໄຟນອກລະບົບ ຈະຖືກຍຶດ ແລະ ປັບໃໝ 50% ຂອງມູນຄ່ານໍ້າມັນເຊື້ອໄຟທີ່ກວດພົບ;

ງ. ສໍາລັບຜູ້ດໍາເນີນທຸລະກິດໃຫ້ບໍລິການນໍ້າມັນເຊື້ອໄຟ

1.  ໃຫ້ບໍລິການໂດຍບໍ່ໄດ້ເຊັນສັນຍາກັບຜູ້ດໍາເນີນທຸລະກິດນໍ້າມັນເຊື້ອໄຟໃດໜຶ່ງ ຈະຖືກປັບໃໝ ສິບຫ້າລ້ານ (15.000.000) ກີບ ຕໍ່ຄັ້ງ;
2.  ບັນຈຸນໍ້າມັນເຊື້ອໄຟເກີນບໍລິມາດບັນຈຸຂອງສາງ ຫຼື ພາຫະນະຂົນສົ່ງ ຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ຈະຖືກປັບໃໝ  ສິບຫ້າລ້ານ (15.000.000) ກີບ ຕໍ່ຄັ້ງ.
3.  ຄ່ຽນຖ່າຍນໍ້າມັນເຊື້ອໄຟຢູ່ສະຖານທີ່ອື່ນ ທີ່ບໍ່ໄດ້ຮັບອະນຸຍາດ ຈະຖືກປັບໃໝ ສິບຫ້າລ້ານ (15.000.000) ກີບ ຕໍ່ຄັ້ງ.
4.  ນໍາເຂົ້າ ຫຼື ຈໍາໜ່າຍນໍ້າມັນເຊື້ອໄຟ ດ້ວຍຕົນເອງ ຈະຖືກຍຶດ ແລະ ແລະ ປັບໃໝ 50%  ຂອງມູນຄ່ານໍ້າມັນເຊື້ອໄຟທີ່ກວດພົບ;
5.  ເອົາໃບທະບຽນວິສາຫະກິດໃຫ້ບຸກຄົນອື່ນນຳໃຊ້ ຈະຖືກປັບໃໝ ສາມສິບລ້ານ (30.000.000) ກີບ ຕໍ່ຄັ້ງ.

ມາດຕາ 84      ມາດຕະການທາງແພ່ງ

ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ໄດ້ລະເມີດດໍາລັດສະບັບນີ້ ຊຶ່ງກໍ່ຄວາມເສຍຫາຍໃຫ້ແກ່ຜົນປະໂຫຍດຂອງລັດ, ສັງຄົມ ຫຼື ບຸກຄົນອື່ນ ຕ້ອງໃຊ້ແທນຄ່າເສຍຫາຍທີ່ຕົນກໍ່ຂຶ້ນ.

ມາດຕາ 85      ມາດຕະການທາງອາຍາ

ບຸກຄົນໃດທີ່ໄດ້ລະເມີດດໍາລັດສະບັບນີ້ ຊຶ່ງເປັນການກະທໍາຜິດທາງອາຍາ ຈະຖືກລົງໂທດຕາມກົດໝາຍອາຍາ ຕາມແຕ່ລະກໍລະນີເບົາ  ຫຼື ໜັກ.

ມາດຕາ 86      ມາດຕະການໂທດເພີ່ມ

ນອກຈາກມາດຕະການຕໍ່ຜູ້ລະເມີດ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 78, 79, 80, 81 ແລະ ມາດຕາ 82 ຂອງດໍາລັດສະບັບນີ້ ຜູ້ກະທໍາຜິດຍັງຈະຖືກປະຕິບັດມາດຕະການໂທດເພີ່ມ ເປັນຕົ້ນ ການໂຈະ ຫຼື ຖອນທະບຽນວິສາຫະກິດ.

ພາກທີ XI
ບົດບັນຍັດສຸດທ້າຍ

ມາດຕາ 87      ການຈັດຕັ້ງປະຕິບັດ

ມອບໃຫ້ອົງການຄຸ້ມຄອງທຸລະກິດນໍ້າມັນເຊື້ອໄຟ ຈັດຕັ້ງປະຕິບັດດໍາລັດສະບັບນີ້ ໃຫ້ໄດ້ຮັບຜົນດີ.

ບັນດາກະຊວງ, ອົງການລັດທຽບເທົ່າກະຊວງ ແລະ ອົງການປົກຄອງທ້ອງຖິ່ນ ຈົ່ງຮັບຮູ້ ແລະ ໃຫ້ການຮ່ວມມື ໃນການຈັດຕັ້ງປະຕິບັດດໍາລັດສະບັບນີ້ ຕາມພາລະບົດບາດຂອງຕົນຢ່າງເຂັ້ມງວດ.

ມອບໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າ ສົມທົບກັບກະຊວງກ່ຽວຂ້ອງ ຈັດຕັ້ງປະຕິບັດດໍາລັດສະບັບນີ້.

ມາດຕາ 88      ຜົນສັກສິດ

ດໍາລັດສະບັບນີ້ມີຜົນສັກສິດ ນັບແຕ່ວັນລົງລາຍເຊັນ ແລະ ພາຍຫຼັງໄດ້ລົງໃນຈົດໝາຍເຫດທາງລັດຖະການ ສິບຫ້າວັນ.

ຂໍ້ກໍານົດ, ບົດບັນຍັດໃດ ທີ່ຂັດກັບດໍາລັດສະບັບນີ້ ລ້ວນແຕ່ຖືກຍົກເລີກ.

ລັດຖະບານ     ແຫ່ງ ສປປ ລາວ
ນາຍົກລັດຖະມົນຕີ

ທອງລຸນ ສີສຸລິດ

 

# ຫົວຂໍ້ ດາວໂຫຼດ
1 Decree on Petroleum Business no. 331/PM, dated 27 Oct 2017 PDF
2 ດໍາລັດ ວ່າດ້ວຍ ທຸລະກິດນໍ້າມັນເຊື້ອໄຟ ສະບັບເລກທີ 331/ນຍ, ລົງວັນທີ 27 ຕຸລາ 2017 PDF
ມາດຕະການ / ມາດຕະຖານ
# ຊື່ ປະເພດ ອົງກອນ ລາຍລະອຽດ ກົດໝາຍ ສຶ້ນສຸດ ໃຊ້ກັບ
1 ຮຽກຮ້ອງໃຫ້ມີການຂຶ້ນທະບຽນບໍລິສັດນຳເຂົ້ານ້ຳມັນເຊື້ອໄຟ ​ຮຽກ​ຮ້​ອງ​ໃຫ້​ມີ​ການ​ຈົດ​ທ​ະບຽນ ກະຊວງ ອຸດສາຫະກຳ ແລະ ການຄ້າ ການນຳເຂົ້ານຳ້ມັນເຊື້ອໄຟ ຕ້ອງແມ່ນບໍລິສັດນຳເຂົ້າ ນຳ້ມັນເຊື້ອໄຟ ທີ່ໄດ້ຮັບອະນຸຍາດສ້າງຕັ້ງ ແລະ ເຄື່ອນໄຫວຕາມດຳລັດ ເລກທີ 331/ນຍ ໂດຍສະເໜີຫາກົມການຄ້າພາຍໃນ, ກະຊວງອຸດສາຫະກໍາ ແລະ ການຄ້າ ພິຈາລະນາ ດໍາລັດ ວ່າດ້ວຍ ທຸລະກິດນໍ້າມັນເຊື້ອໄຟ ສະບັບເລກທີ 331/ນຍ, ລົງວັນທີ 27 ຕຸລາ 2017 9999-12-31 ALL
2 ຮຽກຮ້ອງໃຫ້ມີການຂໍອະນຸຍາດນຳເຂົ້າ - ນຳ້ມັນເຊື້ອໄຟ ແລະ ໜ້າມັນຫຼໍ່ລື່ນ ຕ້ອງມີໃບອະນຸຍາດ ກະຊວງ ອຸດສາຫະກຳ ແລະ ການຄ້າ ການນຳເຂົ້ານຳ້ມັນຈຳເປັນຕ້ອງໄດ້ຂໍອະນຸຍາດນຳເຂົ້າຈາກກົມການນໍາເຂົ້າ ແລະ ສົ່ງອອກ ກະຊວງອຸດສາຫະກຳ ແລະ ການຄ້າ
  1. ດໍາລັດ ວ່າດ້ວຍ ທຸລະກິດນໍ້າມັນເຊື້ອໄຟ ສະບັບເລກທີ 331/ນຍ, ລົງວັນທີ 27 ຕຸລາ 2017
  2. ຂໍ້ຕົກລົງ ວ່າດ້ວຍ ການນຳເຂົ້ານຳ້ມັນເຊື້ອໄຟ ແລະ ນ້ຳມັນຫຼໍ່ລື່ນ ເລກທີ 0317/ອຄ, ລົງວັນທີ 21 ມີນາ 2022
9999-12-31 ALL
3 ການນຳເຂົ້ານຳ້ມັນເຊື້ອໄຟຕ້ອງຜ່ານດ່ານຊາຍແດນສະເພາະທີ່ກຳນົດໄວ້ ທົ່ວໄປ ກະຊວງ ອຸດສາຫະກຳ ແລະ ການຄ້າ ການນໍາເຂົ້ານ້ຳມັນເຊື້ອໄຟຕ້ອງນໍາເຂົ້າຕາມດ່ານຊາຍແດນທີ່ໄດ້ຮັບອະນຸຍາດ​ເທົ່າ​ນັ້ນ ແລະ ຕ້ອງມີສາງນໍ້າມັນ ຂອງຕົນຕັ້ງຢູ່ແຂວງນັ້ນ
  1. ດໍາລັດ ວ່າດ້ວຍ ທຸລະກິດນໍ້າມັນເຊື້ອໄຟ ສະບັບເລກທີ 331/ນຍ, ລົງວັນທີ 27 ຕຸລາ 2017
  2. ຂໍ້ຕົກລົງ ວ່າດ້ວຍ ການນຳເຂົ້ານຳ້ມັນເຊື້ອໄຟ ແລະ ນ້ຳມັນຫຼໍ່ລື່ນ ເລກທີ 0317/ອຄ, ລົງວັນທີ 21 ມີນາ 2022
9999-12-31 ALL
4 ຮຽກຮ້ອງໃຫ້ມີການຂຶ້ນທະບຽນບໍລິສັດສົ່ງອອກນ້ຳມັນເຊື້ອໄຟ ​ຮຽກ​ຮ້​ອງ​ໃຫ້​ມີ​ການ​ຈົດ​ທ​ະບຽນ ກະຊວງ ອຸດສາຫະກຳ ແລະ ການຄ້າ ກ່ອນຈະຖືກອານຸຍາດໃຫ້ສົ່ງອອກນ້ຳມັນບໍລິສັດທີ່ຕ້ອງການສົ່ງອອກາຕ້ອງໄດ້ປະກອບເອກະສານໄປຫາກະຊວງອຸດສາຫະກຳ ແລະ ການຄ້າ (ກົມການຄ້າພາຍໃນ) ເພື່ອພິຈາລະນາອອກໃບອະນຸຍາດເຄື່ອນໄຫວທຸລະກິດຂອງບໍລິສັດນໍ້າເຂົ້ານໍ້າມັນເຊື້ອໄຟ
  1. ດໍາລັດ ວ່າດ້ວຍ ທຸລະກິດນໍ້າມັນເຊື້ອໄຟ ສະບັບເລກທີ 331/ນຍ, ລົງວັນທີ 27 ຕຸລາ 2017
  2. ຄຳແນະນຳ ກ່ຽວກັບ ການຈັດຕັ້ງປະຕິບັດເນື້ອໃນບາງມາດຕາ ຂອງດຳລັດວ່າດ້ວຍທຸລະກິດນ້ຳມັນເຊື້ອໄຟສະບັບເລກທີ 331/ນຍ, ລົງວັນທີ 27 ຕຸລາ 2017. ເລກທີ 0521/ອຄ.ກຄພນ,​ ລົງວັນທີ 02 ພຶດສະພາ 2018
9999-12-31 ALL
5 ຮຽກຮ້ອງໃຫ້ມີການຂໍອະນຸຍາດສົ່ງອອກ - ນຳ້ມັນເຊື້ອໄຟ ຕ້ອງມີໃບອະນຸຍາດ ກະຊວງ ອຸດສາຫະກຳ ແລະ ການຄ້າ ການສົ່ງອອກນຳ້ມັນຈຳເປັນຕ້ອງໄດ້ຂໍອະນຸຍາດສົ່ງອອກຈາກ ກະຊວງອຸດສາຫະກຳ ແລະ ການຄ້າ ດໍາລັດ ວ່າດ້ວຍ ທຸລະກິດນໍ້າມັນເຊື້ອໄຟ ສະບັບເລກທີ 331/ນຍ, ລົງວັນທີ 27 ຕຸລາ 2017 9999-12-31 ALL
6 ການກໍານົດລາຄານໍ້າມັນເຊື້ອໄຟນໍາເຂົ້າ ທົ່ວໄປ ກະຊວງ ອຸດສາຫະກຳ ແລະ ການຄ້າ ການກຳນົດໂຄງປະກອບລາຄານຳ້ມັນເຊື້ອໄຟ ຂອງລັດຖະບານແຕ່ລະໄລຍະ, ສະພາບລາຄານຳ້ມັນເຊື້ອໄຟໃນຕະຫຼາດໂລກ ໃນແຕ່ລະໄລຍະ, ລາຄານຳເຂົ້ານຳ້ມັນເຊື້ອໄຟຕົວຈິງ (CIF), ລາຄາສະເລ່ຍຂອງລາຄາອ້າງອີງ ພາຍໃນ 15 ວັນ ທີ່ລາຄານຳ້ມັນເຊື້ອໄຟມີການເໜັງຕີງ ດໍາລັດ ວ່າດ້ວຍ ທຸລະກິດນໍ້າມັນເຊື້ອໄຟ ສະບັບເລກທີ 331/ນຍ, ລົງວັນທີ 27 ຕຸລາ 2017 9999-12-31 ALL
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.