ຫ້ອງການ Registrar Corp ແຈ້ງໃຫ້ຊາບວ່າ ກ່ອນວັນທີ 01 ຕຸລາ 2018, ກຸ່ມທຸລະກິດທີ່ເຮັດກິດຈະການປະເພດອາຫານທີ່ນຳເຂົ້າມາ ອາເມຣິກາ ຈາກຕ່າງປະເທດ ລວມທັງ ສປປ ລາວ ຕ້ອງໄດ້ລົງທະບຽນຄືນໃໝ່ກັບຫ້ອງການການຄຸ້ມຄອງອາຫານ ແລະ ຢາ, ສ.ອາເມຣິກາ. ກ່ອນວັນທີ 01 ມັງກອນ 2020, ສິນຄ້າ (ປະເພດອາຫານເຄື່ອງດື່ມ) ຈາກ ສປປ ລາວ ຕ້ອງໄດ້ກວດກາເບິ່ງສະຫຼາກກ່ຽວກັບລາຍລະອຽດຄຸນຄ່າຂອງອາຫານ (Nutrition Facts) ຄືນໃໝ່ເພື່ອໃຫ້ແທດເໝາະກັບກົດໝາຍສະບັບໃໝ່ ແລະ ເພື່ອຮັບປະກັນຄວາມຖືກຕ້ອງສອດຄ່ອງກັບຂັ້ນຕອນ, ລະບຽບການພາຍໃນ ແລະ ສາກົນ.

ກຸ່ມທຸລະກິດທີ່ເຮັດກິດຈະການປະເພດອາຫານທີ່ນຳເຂົ້າມາ ອາເມຣິກາ ສາມາດເບິ່ງລາຍລະອຽດການຕິດຕໍ່ປະສານງານຂອງຫ້ອງການ Registrar Corp ດັ່ງລຸ່ມນີ້:

ໂທລະສັບ: +1 (757)224-0177

ອີເມລ: [email protected]

ຫຼື ສົ່ງຂໍ້ຄວາມທາງ online ໄດ້ທີ່ www.registrarcorp.com/livehelp

ກົດທີ່ນີ້ເພື່ອເບິ່ງໂທລະສານທາງລັດຖະການ ສະບັບເລກທີ1126/ສລວ.ສກ/18, ລົງວັນທີ 29 ສິງຫາ 2018

ກົດທີ່ນີ້ເພື່ອເບິ່ງຈົດໝາຍຈາກຫ້ອງການ Registrar Corp

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.