ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ກະຊວງການເງິນ        ເລກທີ:05666/ກພສ
ກົມພາສີ           ນະຄອນຫຼວງວຽງຈັນ,ວັນທີ 27 SEP 2018

ແຈ້ງການ

ເຖິງ: ບັນດາພະແນກອ້ອມຂ້າງກົມພາສີ, ກອງຄຸ້ມຄອງກົມພາສີ, ກອງກວດກາພາສີປະຈຳແຂວງ ແລະ ດ່ານພາສີຊາຍແດນ ໃນຂອບເຂດທົ່ວປະເທດ.

ເລື່ອງ: ການຈັດຕັ້ງປະຕິບັດເກັບຄ່າທຳນຽມພາຫະນະຜ່ານແດນ ແລະ ພາຫະນະເຂົ້າ-ອອກ ສປປ ລາວ ຕາມລັດຖະບັນຍັດຂອງປະທານປະເທດ ສະບັບເລກທີ 003/ປປທ, ລົງວັນທີ 26 ທັນວາ 2012.

  • ອີງຕາມ ກົດໝາຍວ່າດ້ວຍພາສີສະບັບເລກທີ 04/ສພຊ,ລົງວັນທີ 20 ທັນວາ 2011 ແລະ ສະບັບປັບປຸງບາງມາດຕາ ສະບັບເລກທີ 57/ສພຊ, ລົງວັນທີ 24 ທັນວາ 2014;
  • ອີງຕາມ ລັດຖະບັນຍັດຂອງປະທານປະເທດ ສະບັບເລກທີ 003/ປປທ, ລົງວັນທີ 26 ທັນວາ 2012 ວ່າດ້ວຍ ຄ່າທຳນຽມ ແລະ ຄ່າບໍລິການ;
  • ອີງຕາມ ບົດແນະນຳຂອງກະຊວງການເງິນ ສະບັບເລກທີ 1225/ກງ, ລົງວັນທີ 23 ເມສາ 2015;
  • ອີງຕາມ ບົດລາຍງານຂອງພະແນກຈັດຕັ້ງ, ບໍລິຫານ ແລະ ການເງິນ ສະບັບເລກທີ 00718/ຈບງ, ລົງວັນທີ 07 ກັນຍາ 2018.

         ເພື່ອຮັບປະກັນໃນການຈັດຕັ້ງປະຕິບັດ ກ່ຽວກັບການຈັດເກັບຄ່າທຳນຽມພາຫະນະຜ່ານແດນ ແລະ ພາຫະນະເຂົ້າ-ອອກ ສປປ ລາວ ຕາມລັດຖະບັນຍັດຂອງປະທານປະເທດ ສະບັບເລກທີ 003/ປປທ, ລົງວັນທີ 26 ທັນວາ 2012 ໃຫ້ຖືກຕ້ອງສອດຄ່ອງກັບບົດແນະນຳຂອງກະຊວງການເງິນ ສະບັບເລກທີ 1225/ກງ, ລົງວັນທີ 23 ເມສາ 2015 ແລະ ມີຄວາມເປັນເອກະພາບ ໃນຂອບເຂດທົ່ວປະເທດ.

ຫົວໜ້າກົມພາສີ ອອກແຈ້ງການແນະນຳ ດັ່ງນີ້:

1. ການຈັດຕັ້ງປະຕິບັດຕາມລັດຖະບັນຍັດຂອງປະທານປະເທດ ສະບັບເລກທີ 003/ປປທ, ລົງວັນທີ 26 ທັນວາ 2012 (ສະບັບປັບປຸງ) ກ່ຽວກັບການເກັບຄ່າທໍານຽມປະເພດພາຫະນະ ແມ່ນໄດ້ແຍກການຈັດເກັບເປັນ 02 ປະເພດຄື: ລົດຜ່ານແດນ ແລະ ລົດເຂົ້າ-ອອກ ສປປ ລາວ ດັ່ງລາຍລະອຽດລຸ່ມນີ້:

  • ລົດຜ່ານແດນ ສປປປ ລາວ ປະເພດຕ່າງໆ ຈັດເກັບຕາມມາດຕາ 21 ຂໍ້ V, 5.1

ລ/ດ

ປະເພດພາຫະນະ

ກີບ/ຄັ້ງ

01

ລົດເກັງ,ລົດຈິບ,ລົດກະບະ

25.000

02

ລົດໂດຍສານຂະໜາດນ້ອຍ 7 ບ່ອນນັ່ງລົງມາ

50.000

03

ລົດໂດຍສານຂະໜາດກາງ 8-35 ບ່ອນນັ່ງ

80.000

04

ລົດໂດຍສານຂະໜາດໃຫຍ່ ຫຼາຍກວ່າ 35 ບ່ອນນັ່ງ

150.000

05

ລົດບັນທຸກ 6 ລໍ້

50.000

06

ລົດບັນທຸກ 10-12 ລໍ້

80.000

07

ລົດບັນທຸກ 18 ລໍ້ ຫຼື ລົດລາກ

165.000

  • ລົດເຂົ້າ-ອອກ ສປປ ລາວຈັດເກັບຕາມມາດຕາ 21 ຂໍ້ V, 5.2

ລ/ດ

ປະເພດພາຫະນະ

ກີບ/ຄັ້ງ

01

ລົດເກັງ,ລົດຈິບ,ລົດກະບະ

25.000

02

ລົດໂດຍສານຂະໜາດນ້ອຍ 7 ບ່ອນນັ່ງລົງມາ

40.000

03

ລົດໂດຍສານຂະໜາດກາງ 8-35 ບ່ອນນັ່ງ

50.000

04

ລົດໂດຍສານຂະໜາດໃຫຍ່ ຫຼາຍກວ່າ 35 ບ່ອນນັ່ງ

80.000

05

ລົດບັນທຸກ 6 ລໍ້

50.000

06

ລົດບັນທຸກ 10-12 ລໍ້

80.000

07

ລົດບັນທຸກ 18 ລໍ້ ຫຼື ລົດລາກ

120.000

2. ມອບໃຫ້ກອງຄຸ້ມຄອງພາສີ I-VII ຊີ້ນຳດ່ານພາສີຊາຍແດນທີ່ຂຶ້ນກັບເອົາໃຈໃສ່ຈັດເກັບ ແລະ ມອບລາຍຮັບຈາກຄ່າທຳນຽມດັ່ງກ່າວເຂົ້າບັນຊີງົບປະມານແຫ່ງຊາດເປັນແຕ່ລະມື້ ໂດຍຜ່ານຄັງເງິນປະຈຳດ່ານ ແລະ ສະຫຼຸບລາຍງານກ່ຽວກັບການຈັດຕັ້ງປະຕິບັດເປັນແຕ່ລະເດືອນ, ງວດ ແລະ ປີ ແລ້ວສົ່ງໃຫ້ກົມພາສີ ບໍ່ໃຫ້ກາຍວັນທີ 15 ຂອງທຸກໆເດືອນ.
3. ມອບໃຫ້ພະແນກຈັດຕັ້ງ, ບໍລິຫານ ແລະ ການເງິນ ສົມທົບກັບ ກອງຄຸ້ມຄອງພາສີ I-VII ເພື່ອເຜີຍແຜ່ແຈ້ງການແນະນຳສະບັບນີ້ໃຫ້ສັງຄົມຮັບຊາບ ແລະ ແຈກຢາຍປີ້ຄ່າທໍານຽມຕ່າງໆໃຫ້ບັນດາດ່ານພາສີຊາຍແດນໃນຂອບເຂດທົ່ວປະເທດເພື່ອຈັດຕັ້ງປະຕິບັດ.
4. ການຈັດເກັບຄ່າທໍານຽມລົດຜ່ານແດນ ແລະ ລົດເຂົ້າ-ອອກ ສປປ ລາວ ອັດຕາໃໝ່ ຕາມມາດຕາ 21 ຂໍ້ V, 5.1 ແລະ 5.2 ຕາມລັດຖະບັນຍັດຂອງປະທານປະເທດ ສະບັບເລກທີ 003/ປປທ, ລົງວັນທີ 26 ທັນວາ 2012 ໃຫ້ເລີ່ມຈັດຕັ້ງປະຕິບັດແຕ່ວັນທີ 01 ຕຸລາ 2018 ເປັນຕົ້ນໄປ.
5. ໃນການຈັດຕັ້ງປະຕິບັດຕົວຈິງ ຫາກພົບຂໍ້ຫຍຸ້ງຍາກໃຫ້ລາຍງານກົມພາສີ ເພື່ອຊອກຫາວິທີແກ້ໄຂຕາມກົດໝາຍ ແລະ ລະບຽບການ.

ດັງ​ນັ້ນ, ຈຶ່ງ​ແຈ້ງ​ມາຍັງທ່ານ​ເພື່ອ​ຊາບ ​ແລະ ພ້ອມ​ກັນ​ຈັດ​ຕັ້ງ​ປະຕິບັດ​ຍ່າງ​ເຂັ້ມ​ງວດ.

ຮັກສາການຫົວໜ້າກົມພາສີ
ບຸນປະເສີດ ສີກຸນລະບຸດ

 

# ຫົວຂໍ້ ດາວໂຫຼດ
1 ແຈ້ງການ ກ່ຽວກັບ ການຈັດຕັ້ງປະຕິບັດເກັບຄ່າທຳນຽມພາຫະນະຜ່ານແດນ ແລະ ພາຫະນະເຂົ້າ-ອອກ ສປປ ລາວ ເລກທີ 05666/ກພສ, ລົງວັນທີ 27 ກັນຍາ 2018 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.