ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ
ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງອຸດສາຫະກຳ ແລະ ການຄ້າ      ເລກທີ 1364/ອຄ.ກຂອ
ນະຄອນຫຼວງວຽງຈັນ, ວັນທີ 28 ກັນຍາ 2018

ຄຳສັ່ງ

ຂອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ
ວ່າດ້ວຍການຢຸດຕິການອອກໃບອະນຸຍາດນຳເຂົ້າ
ເຫຼັກ ແລະ ຊີມັງ

ເຖິງ:  - ຫ້ອງການ, ບັນດາກົມ ແລະ ສະຖາບັນ ພາຍໃນກະຊວງອຸດສາຫະກຳ ແລະ ການຄ້າ;
- ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງວຽງຈັນ;
- ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ

- ອີງຕາມດຳລັດ​ ​ເລກທີ 230/ນຍ, ລົງ​ວັນ​ທີ 24 ກໍລະກົດ 2017 ວ່າ​ດ້ວຍ​ການຈັດ​ຕັ້ງ​ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ.
- ອີງຕາມ​ຄຳ​ສັ່ງ ເລກ​ທີ 02/ນຍ, ລົງ​ວັນ​ທີ 01 ກຸມ​ພາ 2018 ວ່າ​ດ້ວຍ​ການ​ປັບ​ປ​ຸງ​ບັນ​ດາ​ລະ​ບຽບ​ການ ແລະ ກົນ​ໄກ​ປະ​ສານ​ງານ​ໃນ​ການ​ດຳ​ເນີນ​ທຸ​ລະ​ກິດ ໃນ ສ​ປ​ປ ລາວ.

ເພື່ອ​ເປັນ​ການ​ຜັນ​ຂະ​ຫຍາຍ​ເນື້ອ​ໃນ​ຂອງຄຳ​ສັ່ງນາ​ຍົກ​ລັດ​ຖະ​ມົ​ນ​ຕ​ີ ເລກ​ທີ 02/ນຍ, ລົງ​ວັນ​ທີ 01 ກຸມ​ພາ 2018 ວ່າ​ດ້ວຍ​ການ​ປັບ​ປ​ຸງ​ບັນ​ດາ​ລະ​ບຽບ​ການ ແລະ ກົນ​ໄກ​ປະ​ສານ​ງານ​ໃນ​ການ​ດຳ​ເນີນ​ທຸ​ລະ​ກິດ ໃນ ສ​ປ​ປ ລາວ, ໂດຍ​ສະ​ເພາະ​ຕົວ​ຊີ້​ວັດທີ 08 ການຄ້າຂ້າມແດນທີ່​ ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ເປັນເຈົ້າການໃນການຈັດຕັ້ງປະຕິບັດໃຫ້​ມີ​ຄວາມ​ສະ​ດວກ, ວ່ອງ​ໄວ​ ແລະ ຫຼຸດ​ຜ່ອນ​ບັນ​ດາ​ຂັ້ນ​ຂອດ, ເອ​ກະ​ສານທີ່ບໍ່​ຈຳ​ເປັນ​ລົງ.

ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ອອກຄຳສັ່ງ:

  1. ໃຫ້ ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ, ນະຄອນຫຼວງ ຢຸດຕິ​ການ​ອອກ​ໃບອະ​ນຸ​ຍາດນຳ​ເຂົ້າ ເຫຼັກ ແລະ ຊີ​ມັງ ທີ່ພະ​ແນກເປັນຜູ້​ຄ​ຸ້ມ​ຄອງອອກອະນຸຍາດ ຕາມ​ຂໍ້​ຕົກ​ລົງ ​ເລກ​ທີ 0450/ອ​ຄ.ກ​ຂອ, ລົງ​ວັນ​ທີ 01 ມີ​ນາ 2012.
  2. ການນໍາເຂົ້າ ແລະ ສົ່ງອອກ ເຫຼັກ ແລະ ຊີມັງ ໃຫ້ດໍາເນີນຕາມຂັ້ນຕອນການແຈ້ງພາສີຢູ່ດ່ານໄດ້ເລີຍ, ແຕ່ຕ້ອງປະຕິບັດໃຫ້ສອດຄ່ອງກັບລະບຽບການທາງດ້ານເຕັກນິກທີ່ຂະແໜງການກ່ຽວຂ້ອງຂອງ ສປປ ລາວ ຫຼື ປະເທດປາຍທາງກຳນົດໄວ້ ຄື:
  1. ສອດຄ່ອງກັບມາດຕະຖານແຫ່​ງ​ຊາດກ່ຽວ​ກັບຜະ​ລິດ​ຕະ​ພັນ ​ເຊັ່ນ: ມາດຕະຖານການຜະລິດ, ມາດຕະ ຖານຜະລິດຕະພັນແຫ່ງຊາດລາວ, ມາດຕະຖານການຫຸ້ມຫໍ່, ການຕິດສະຫຼາກ ເປັນຕົ້ນ;
  2. ຊີມັງ ​ທີ່​ນຳ​ເຂົ້າ​ມາ​ຈຳ​ໜ່າຍ​ຢູ່ ສ​ປ​ປ ລາວ ຕ້ອງ​ໄດ້​ຜ່ານການຫຸ້ມ​ຫໍ່ ແລະ ຕິດ​ສະຫຼາກ​ສິນ​ຄ້າ ໃຫ້​ສອດ​ຄ່ອງ​ກັບ ຂໍ້ຕົກລົງ ຂອງລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ວ່າດ້ວຍການຄຸ້ມຄອງສິນຄ້າຫຸ້ມຫໍ່ ຢູ່ ສປປ ລາວ (ສະບັບປັບປຸງ) ເລກທີ 0542/ກວຕ, ລົງວັນທີ 16 ພຶດສະພາ 2017 ແລະ ຄຳ​ສັ່ງ​ຂອງ ລັດ​ຖະ​ມົນ​ຕ​ີ​ ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ກ່ຽວ​ກັບ​ການ​ຕິດ​ສະຫຼາກ​ສິນ​ຄ້າ ເປັນ​ພາ​ສາ​ລາວ ເລກ​ທີ 2501/ອ​ຄ.ຄ​ພນ ລົງ​ວັນ​ທີ 16 ທັນ​ວາ 2015;
  3. ການນຳເຂົ້າ ຫຼື ສົ່ງອອກ ເຫຼັກ ແລະ ຊີມັງ ຕ້ອງຜ່ານດ່ານສາກົນ ເທົ່ານັ້ນ.
  1. ໃຫ້ ພະ​ແນກ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ແຂ​ວງ, ນະ​ຄ​ອນຫຼວງ ​ເປັນ​ເຈົ້າ​ການຄ​ຸ້ມ​ຄອງ ແລະ ອອກໃບອະນຸຍາດດຳເນີນທຸລະກິດນຳເຂົ້າ, ສົ່ງອອກ, ຜະລິດ ແລະ ຈຳໜ່າຍ ເຫຼັກ ແລະ ຊີມັງ ຕາມກໍລະນີດັ່ງນີ້:
  1. ໃບອະນຸຍາດ​ດຳ​ເນີນ​ທຸ​ລະ​ກິດ​ນຳ​ເຂົ້າ ແລະ ສົ່ງ​ອອກ ວັດ​ສະ​ດຸກໍ່ສ້າງ​ ແລະ ອຸປະກອນຮັບໃຊ້ເພື່ອການກໍ່​ສ້າງ ຊຶ່ງລວມທັງ ເຫຼັກ ແລະ ຊີມັງ ​ເພື່ອ​ມາ​ຈຳ​ໜ່າຍ​ທົ່ວ​ໄປ ແມ່ນອອກໂດຍຂະແໜງນຳເຂົ້າ ແລະ ສົ່ງອອກ;
  2. ໃບອະນຸຍາດດຳເນີນທຸລະກິດອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ສຳ​ລັບ​ບັນດາໂຮງງານຜະລິດ ເຫຼັກ ແລະ ຊີມັງ ແມ່ນອອກໂດຍຂະແໜງອຸດສາຫະກຳ ແລະ ຫັດຖະກຳ;
  3. ໃບອະນຸຍາດດຳເນີນທຸລະກິດການຄ້າຂາຍຍົກ ແລະ ຂາຍຍ່ອຍ ວັດ​ສະ​ດຸກໍ່ສ້າງ​ ແລະ ອຸປະກອນຮັບໃຊ້ເພື່ອການກໍ່​ສ້າງ ຊຶ່ງລວມທັງ ເຫຼັກ ແລະ ຊີມັງ ແມ່ນອອກໂດຍຂະແໜງການຄ້າພາຍໃນ.
  4. ສຳລັບວິສາຫະກິດທີ່ໄດ້ຮັບການຂື້ນທະບຽນສ້າງຕັ້ງມາກ່ອນແລ້ວແມ່ນສາມາດສືບຕໍ່ດຳເນີນກິດຈະ ການໄດ້ເລີຍ ໂດຍໃຫ້ຖືເອົາໃບທະບຽນວິສາຫະກິດສະບັບເດີມ.
  5. ວິສາຫະກິດໃດມີຈຸດປະສົງດຳເນີນກິດຈະການໃນຂໍ້ 3.1, 3.2 ແລະ 3.3 ທີ່ໄດ້ກ່າວມາຂ້າງເທິງ ຫຼັງເລີ້ມຈັດຕັ້ງປະຕິບັດນະໂຍບາຍໃໝ່ ກ່ຽວກັບ ການຂື້ນທະບຽນສ້າງຕັ້ງວິສາຫະກິດ ຕາມຄຳສັ່ງ ເລກ​ທີ 02/ນຍ, ລົງ​ວັນ​ທີ 01 ກຸມ​ພາ 2018 ແມ່ນໃຫ້ປະຕິບັດຕາມຂັ້ນຕອນທີ່ ກະຊວງອຸດສາຫະກຳ ແລະ ການຄ້າ ກຳນົດໄວ້ໃນລະບຽບການຕ່າງຫາກ.
  1. ໃຫ້ ກົມການຄ້າພາຍໃນ, ພະ​ແນກ ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ແຂວງ, ນະ​ຄອນຫຼວງ ຊີ້ນຳ ອົງການປະຕິ ບັດວຽກງານກວດກາການຄ້າ ແຕ່ລະຂັ້ນ ​ລົງ​ຕິດ​ຕາມກວດ​ກາ​ ຕາມພາລະບົດບາດ. ຖ້​າ​ພົບ​ເຫັນການລະ ເມີດ ແມ່ນໃຫ້​ປະຕິບັດຕາມທີ່ໄດ້ລະບຸໄວ້ໃນຂໍ້ຕົກລົງວ່າດ້ວຍ ການປະຕິບັດວຽກງານກວດກາການຄ້າ ເລກທີ 1499/ອຄ.ກຄພນ, ລົງວັນທີ 08 ກັນຍາ 2017.
  2. ໃຫ້ ກົມ​ການ​ນຳ​ເຂົ້າ ແລະ ສົ່ງ​ອອກ, ກົມການຄ້າພາຍໃນ ແລະ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ເປັນເຈົ້າການສົມທົບບັນ​ດາຂະແໜງການກ່ຽວຂ້ອງທີ່ປິ່ນອ້ອມ ແລະ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ເຜີຍແຜ່, ສ້າງຄວາມເຂົ້າໃຈ ໃຫ້ແກ່ບັນດາເຈົ້າໜ້າທີ່ພາກລັດ ແລະ ຫົວໜ່ວຍທຸລະກິດທີ່ກ່ຽວຂ້ອງ ໃຫ້ສາມາດຈັດຕັ້ງຢ່າງເປັນເອກະພາບ.
  3. ຄຳສັ່ງ ສະບັບນີ້ ແມ່ນໃຫ້ເລີ້ມຈັດຕັ້ງປະຕິບັດ ແຕ່ວັນທີ 01 ມັງກອນ 2019 ເປັນຕົ້ນໄປ.
  4. ຄຳສັ່ງສະບັບນີ້ມີ​ຜົນ​ສັກ​ສິດ​ພາຍ​ລົງ​ລາຍ​ເຊັນ ແລະ ​ພິມ​ລົງ​ໃນ​ຈົດ​ໝາຍ​ເຫດ​ທາງ​ລັດ​ຖະ​ການ 15 ວັນ. ຄຳສັ່ງສະບັບນີ້ປ່ຽນແທນ ຂໍ້​ຕົກ​ລົງ ​ເລກ​ທີ 0450/ອ​ຄ.ກ​ຂອ, ລົງ​ວັນ​ທີ 01 ມີ​ນາ 2012. ຂໍ້​ຕົກ​ລົງ, ຄຳ​ແນະ​ນຳ ຫຼື ຄຳ​ສັ່ງ​ໃດ ທີ່​ມີ​ເນື້ອ​ໃນ​ຂັດ​ກັ​ບ​ຄຳ​ສັ່ງ​ສະ​ບັບ​ນີ້ ລ້ວນ​ແລ້ວ​ແຕ່​ຖືກ​ລົບ​ລ້າງ.

ເຊັນ ແລະ ປະທັບຕາໂດຍ
ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ

ນ. ເຂັມມະນີ ພົນເສນາ

 

# ຫົວຂໍ້ ດາວໂຫຼດ
1 Order on stop issuing import license of steel and cement No.1364/MOIC.DIMEX, dated 28 September 2018. PDF
2 ຄໍາສັ່ງວ່າດ້ວຍການຢຸດຕິການອອກໃບອະນຸຍາດ ເຫຼັກ ແລະ ຊີມັງສະບັບເລກທີ 1364/ອຄ.ກຂອ, ລົງວັນທີ 28 ກັນຍາ 2018 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.