ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງອຸດສາຫະກຳ ແລະ ການຄ້າ
ກົມການນຳເຂົ້າ ແລະ ສົ່ງອອກ            ເລກທີ 1753/ກຂອ.ບຂອ
ນະຄອນຫຼວງວຽງຈັນ, ວັນທີ 29 ມີນາ 2019

ຄຳແນະນໍາ
ວ່າດ້ວຍການນໍາໃຊ້ລະບົບແຈ້ງພາສີປະຕູດຽວເພື່ອອອກໃບອະນຸຍາດນຳເຂົ້າ-ສົ່ງອອກ, ຜ່ານແດນ ຫຼື ນຳເຂົ້າເພື່ອສົ່ງອອກຕໍ່ ສິນຄ້າ ທີ່ຂື້ນກັບ ກົມການນຳເຂົ້າ ແລະ ສົ່ງອອກ

 

  • ອີງຕາມຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມການນຳເຂົ້າ ແລະ ສົ່ງອອກ ເລກທີ 1163/ອຄ ລົງວັນທີ 01 ກໍລະກົດ 2016;
  • ອີງຕາມຂໍ້ຕົກລົງວ່າດ້ວຍການອະນຸມັດນໍາໃຊ້ລະບົບແຈ້ງພາສີປະຕູດຽວ ເລກທີ 0204/ກງ, ລົງວັນທີ 15 ມັງກອນ 2019.

ເພື່ອເປັນການຍົກສູງການຄຸ້ມຄອງການອອກໃບອະນຸຍາດໃຫ້ມີປະສິດທິພາບ, ຫັນເປັນທັນສະໄໝເທື່ອລະກ້າວ, ແນໃສ່ຫຼຸດຜ່ອນເວລາ ແລະ ຄ່າສິ້ນເປືອງທີ່ຕິດພັນກັບການອອກໃບອະນຸຍາດນຳເຂົ້າ-ສົ່ງອອກ, ຜ່ານແດນ ຫຼື ນຳເຂົ້າເພື່ອສົ່ງອອກຕໍ່ ສິນຄ້າ ແລະ ຮັບປະກັນໄດ້ການຜັນຂະຫຍາຍທິດຊີ້ນຳຂອງລັດຖະບານໃນການປັບປຸງສະພາບແວດລ້ອມຂອງການນຳເຂົ້າ ແລະ ສົ່ງອອກ ສິນຄ້າ ໃຫ້ມີຄວາມສະດວກ ກຽມພ້ອມໃນການເຊື່ອມໂຍງການຄ້າໃນພາກພື້ນ ແລະ ສາກົນ.

ຫົວໜ້າກົມການນຳເຂົ້າ ແລະ ສົ່ງອອກ ອອກຄຳແນະນຳດັ່ງນີ້:

1. ຈຸດປະສົງ

ຄຳແນະນໍາສະບັບນີ້ສ້າງຂື້ນເພື່ອ ກໍານົດ ຫຼັກການ, ຂັ້ນຕອນ, ວິທີການ ແລະ ມາດຕະການ ໃນການນຳໃຊ້ ແລະ ຄຸ້ມຄອງການອອກໃບອະນຸຍາດນຳເຂົ້າ-ສົ່ງອອກ, ຜ່ານແດນ ຫຼື ນຳເຂົ້າເພື່ອສົ່ງອອກຕໍ່ ສິນຄ້າ ທີ່ຂື້ນກັບ ກົມການນຳເຂົ້າ ແລະ ສົ່ງອອກ ຜ່ານລະບົບແຈ້ງພາສີປະຕູດຽວ ທີ່ໄດ້ຖືກພັດທະນາຂຶ້ນ. ແນໃສ່ຮັບປະກັນການຈັດຕັ້ງປະຕິບັດໃຫ້ມີຄວາມເປັນເອກະພາບກັນ.

2. ອະທິບາຍຄໍາສັບ

- ລະບົບແຈ້ງພາສີປະຕູດຽວ (Lao National Single Window) ເອີ້ນຫຍໍ້ວ່າລະບົບ LNSW: ໝາຍ ເຖິງລະບົບແຈ້ງເອກະສານແບບເອເລັກໂຕຣນິກ ຊຶ່ງເຮັດໃຫ້ຂະແໜງການພາກລັດ ແລະ ພາກທຸລະກິດ ທີ່ ກ່ຽວຂ້ອງກັບການນຳເຂົ້າ-ສົ່ງອອກ, ຜ່ານແດນ ຫຼື ນຳເຂົ້າເພື່ອສົ່ງອອກຕໍ່ ສິນຄ້າ ສາມາດແລກປ່ຽນຂໍ້ມູນ ແລະ ເອກະສານ ຜ່ານ ລະບົບແຈ້ງພາສີປະຕູດຽວ ເພື່ອດໍາເນີນຂັ້ນຕອນການ ສະເໜີ, ອອກ, ດັດແກ້ ຫຼື ຍົກເລີກ ໃບອະນຸຍາດ ຕາມ ກົດໝາຍ ແລະ ລະບຽບການທີ່ຂະແໜງການກ່ຽວຂ້ອງວາງອອກ.

- ຜູ້ນຳໃຊ້ ໝາຍເຖິງ ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ທີ່ນຳໃຊ້ລະບົບແຈ້ງພາສີປະຕູດຽວ ຊຶ່ງລວມເອົາ ເຈົ້າໜ້າທີ່ພາກລັດທີ່ຮັບຜິດຊອບການພິຈາລະນາອອກ, ດັດແກ້ ແລະ ຍົກ  ເລີກໃບອະນຸຍາດ, ເຈົ້າໜ້າທີ່ພາສີ ແລະ ບັນດາວິສາຫະກິດທີ່ດຳເນີນ ຫຼື ໃຫ້ບໍລິການແຈ້ງດຳເນີນເອກະສານການ ນຳເຂົ້າ-ສົ່ງອອກ, ຜ່ານແດນ ຫຼື ນຳເຂົ້າເພື່ອສົ່ງອອກຕໍ່ ສິນຄ້າ.

3. ຂອບເຂດການນໍາໃຊ້

ຄຳແນະນໍາສະບັບນີ້ນໍາໃຊ້ເພື່ອຄຸ້ມຄອງການອອກໃບອະນຸຍາດນຳເຂົ້າ-ສົ່ງອອກ, ຜ່ານແດນ ຫຼື ນຳເຂົ້າເພື່ອສົ່ງອອກຕໍ່ ສິນຄ້າ ທີ່ຂຶ້ນກັບການຄຸ້ມຄອງຂອງ ກົມການນຳເຂົ້າ ແລະ ສົ່ງອອກ.

4. ຫຼັກການ

ທຸກກິດຈະການທີ່ຕິດພັນກັບການນຳເຂົ້າ-ສົ່ງອອກ, ຜ່ານແດນ ຫຼື ນຳເຂົ້າເພື່ອສົ່ງອອກຕໍ່ ສິນຄ້າ ທີ່ຂື້ນກັບການຄຸ້ມຄອງ ຂອງ ກົມນຳເຂົ້າ ແລະ ສົ່ງອອກ ຕ້ອງໄດ້ຫັນມານໍາໃຊ້ລະບົບແຈ້ງພາສີປະຕູດຽວເຂົ້າໃນການຄຸ້ມຄອງ ການອະນຸຍາດ ໂດຍແນໃສ່ເພື່ອຕັດຂັ້ນຕອນ, ຫຼຸດຜ່ອນເວລາ, ຄ່າໃຊ້ຈ່າຍຂອງຜູ້ປະກອບການ, ການນໍາໃຊ້ ເອກະສານທີ່ເປັນເຈັ້ຍ ແລະ ຫັນໄປໃຊ້ລະບົບເອເລັກໂຕຣນິກ ເພື່ອເພີ່ມທະວີຄວາມໂປ່ງໃສ, ຄວາມຖືກຕ້ອງຊັດເຈນ ແລະ ການເຊື່ອມໂຍງຂໍ້ມູນໃນການຄຸ້ມຄອງການນໍາເຂົ້າ ແລະ ສົ່ງອອກສິນຄ້າຂອງເຈົ້າໜ້າທີ່ພາກລັດໃຫ້ມີປະສິດທິພາບ.

5. ເງື່ອນໄຂຜູ້ນໍາໃຊ້

5.1. ຜູ້ນຳໃຊ້ທີ່ເປັນພາກລັດ

ເຈົ້າໜ້າທີ່ຂອງໜ່ວຍງານຄຸ້ມຄອງການອອກໃບອະນຸຍາດທີ່ສາມາດນຳໃຊ້ລະບົບແຈ້ງພາສີປະຕູດຽວ ຕ້ອງມີເງື່ອນໄຂດັ່ງນີ້:

- ຕ້ອງມີຄວາມຮູ້ຄວາມສາມາດໃນການນຳໃຊ້ຄອມພິວເຕີ ແລະ ອິນເຕີເນັດໃນລະດັບດີ;

- ຕ້ອງໄດ້ຮັບການແຕ່ງຕັ້ງຈາກຄະນະກົມໃຫ້ຮັບຜິດຊອບໃນການພິຈາລະນາໃບອະນຸຍາດຜ່ານລະບົບແຈ້ງພາ ສີປະຕູດຽວ;

- ຕ້ອງໄດ້ຜ່ານການຝຶກອົບຮົມ ແລະ ໄດ້ຮັບໃບຢັ້ງຢືນການນຳໃຊ້ລະບົບແຈ້ງພາສີປະຕູດຽວຈາກບໍລິສັດຮ່ວມ ພັດທະນາລະບົບ LNSW;

- ຕ້ອງມີທີ່ຢູ່ອີເມລ (E-mail address) ທີ່ສາມາດຕິດຕໍ່ພົວພັນ ແລະ ນຳສົ່ງຂໍ້ມູນຕ່າງໆຈາກການນຳໃຊ້ລະບົບແຈ້ງພາສີປະຕູດຽວໄດ້.

5.2. ຜູ້ນຳໃຊ້ທີ່ເປັນຜູ້ປະກອບການ

ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ທີ່ມີຈຸດປະສົງຂໍໃບອະນຸຍາດ ນຳເຂົ້າ-ສົ່ງອອກ, ຜ່ານແດນ ຫຼື ນຳເຂົ້າເພື່ອສົ່ງອອກຕໍ່ ສິນຄ້າ ທີ່ຂື້ນກັບການຄຸ້ມຄອງຂອງ ກົມການນຳເຂົ້າ ແລະ ສົ່ງອອກ ໂດຍຜ່ານ ລະບົບແຈ້ງພາສີປະຕູດຽວ ຕ້ອງໄດ້ຮັບອະນຸຍາດໃຫ້ດຳເນີນກິດຈະການ ນຳເຂົ້າ-ສົ່ງອອກ, ຜ່ານແດນ ຫຼື ນຳເຂົ້າເພື່ອສົ່ງອອກຕໍ່ ສິນຄ້າ ຕາມທີ່ໄດ້ກຳນົດໄວ້ໃນລະບຽບການສະເພາະຂອງສິນຄ້າ ທີ່ ກົມການນຳເຂົ້າ ແລະ ສົ່ງອອກ ຄຸ້ມຄອງ ແລະ ຕ້ອງໄດ້ລົງທະບຽນເປັນຜູ້ນໍາໃຊ້ ຕາມບົດແນະນຳວ່າດ້ວຍການນຳໃຊ້ລະບົບແຈ້ງພາສີປະຕູດຽວ ເລກທີ 4217/ກງ, ລົງວັນທີ 28 ທັນວາ 2018, ບົນພື້ນຖານການເຫັນດີຈາກ ກົມການນຳເຂົ້າ ແລະ ສົ່ງອອກ.

6. ການນໍາໃຊ້ລະບົບແຈ້ງພາສີປະຕູດຽວ

ຜູ້ນໍາໃຊ້ທີ່ມີເງື່ອນໄຂຕາມຂໍ້ 5 ຂອງຄຳແນະນຳສະບັບນີ້ ສາມາດສະເໜີຂໍ, ອອກ, ດັດແກ້ ແລະ ຍົກເລິກ ໃບອະນຸຍາດນຳເຂົ້າ-ສົ່ງອອກ, ຜ່ານແດນ ຫຼື ນຳເຂົ້າເພື່ອສົ່ງອອກຕໍ່ ສິນຄ້າ ຜ່ານເວັບໄຊລະບົບແຈ້ງພາສີປະຕູດຽວ www.laonsw.net.

ສຳລັບການຍື່ນ ແລະ ພິຈາລະນາອະນຸມັດຄຳຮ້ອງ ສາມາດປະຕິບັດຕາມຂັ້ນຕອນທີ່ໄດ້ກຳນົດໄວ້ໃນເອກະສານຄູ່ມືການນຳໃຊ້ລະບົບຂອງຜູ້ປະກອບການ ແລະ ຂອງເຈົ້າໜ້າທີ່ພາກລັດ, ຊຶ່ງສາມາດດາວໂຫຼດໄດ້ຈາກເວັບໄຊລະບົບແຈ້ງພາສີປະຕູດຽວ www.laonsw.net ຫຼື ເວັບໄຊສູນຂໍ້ມູນຂ່າວສານທາງດ້ານການຄ້າຂອງ ສປປ ລາວ www.laotradeportal.gov.la.

ຜູ້ສະເໜີຂໍໃບອະນຸຍາດສາມາດຕິດຕາມຄວາມຄືບໜ້າຂອງການພິຈາລະນາໂດຍຜ່ານລະບົບ. ຖ້າຫາກການສະເໜີຖືກພິຈາລະນາ ຫຼື ປະຕິເສດ, ຜູ້ສະເໜີຈະໄດ້ຮັບອີເມລແຈ້ງເຕືອນ.

ໃນກໍລະນີ ຜູ້ທີ່ໄດ້ຮັບໃບອະນຸຍາດ ຫາກຕ້ອງການດັດແກ້ ຫຼື ຍົກເລີກໃບອະນຸຍາດທີ່ຖືກອະນຸມັດໄປແລ້ວ, ຜູ້ໄດ້ຮັບໃບອະນຸຍາດ ຕ້ອງສະເໜີເຈດຈຳນົງເປັນລາຍລັກອັກສອນ ເຖິງ ກົມການນຳເຂົ້າ ແລະ ສົ່ງອອກ ເພື່ອພິຈາ ລະນາຕາມເງື່ອນໄຂ.

7. ການຊຳລະຄ່າທຳນຽມ ແລະ ຄ່າບໍລິການຕ່າງໆທີ່ຕິດພັນກັບການອອກໃບອະນຸຍາດ

ຜູ້ທີ່ໄດ້ຮັບໃບອະນຸຍາດຕ້ອງໄດ້ຊຳລະຄ່າບໍລິການນຳໃຊ້ລະບົບແຈ້ງພາສີປະຕູດຽວ ແລະ ຊຳລະຄ່າທຳນຽມ ແລະ ຄ່າບໍລິການ ໃນການອອກໃບອະນຸຍາດຂອງແຕ່ລະປະເພດສິນຄ້າຕາມອັດຕາທີ່ໄດ້ກຳນົດໄວ້ ແລະ ປະກາດໃຊ້ໃນແຕ່ລະໄລຍະ.

ການຊຳລະຄ່າທຳນຽມ ແລະ ຄ່າບໍລິການດັ່ງກ່າວສາມາດຊຳລະຜ່ານຫຼາຍຊ່ອງທາງ ດັ່ງນີ້:

- ຜ່ານປ່ອງບໍລິການຂອງທະນາຄານການຄ້າຕ່າງປະເທດ ຫຼື ທະນາຄານພັດທະນາລາວ

- ຜ່ານບັດ Smart Tax

- ຜ່ານລະບົບ BCEL One.

ການດັດແກ້ ຫຼື ຍົກເລີກໃບອະນຸຍາດທີ່ໄດ້ຮັບອະນຸຍາດໄປແລ້ວ, ຜູ້ທີ່ໄດ້ຮັບໃບອະນຸຍາດຕ້ອງໄດ້ຊຳລະຄ່າບໍລິການນຳໃຊ້ລະບົບ, ຄ່າທຳນຽມ ແລະ ຄ່າບໍລິການ ຂອງໃບອະນຸຍາດທີ່ໄດ້ອະນຸມັດໄປແລ້ວເສຍກ່ອນ.

8. ການແກ້ໄຂບັນຫາສຸກເສີນ

ໃນກໍລະນີທີ່ພົບບັນຫາຂັດຂ້ອງທາງດ້ານເຕັກນິກ ຫຼືື ເກີດເຫດສຸກເສີນ ເຊັ່ນ: ໄຟຟ້າມອດ, ສັນຍາເຄືອຄ່າຍໂທລະຄົມຖືກຕັດຂາດ, ໄຟໄໝ້, ນ້ຳຖ້ວມ ແລະ ເຫດສຸດວິໄສອື່ນໆ ຊຶ່ງເຮັດໃຫ້ບໍ່ສາມາດນຳໃຊ້ລະບົບແຈ້ງພາສີປະຕູດຽວໄດ້ ແມ່ນໃຫ້ປະຕິບັດດັ່ງນີ້:

1) ຜູ້ນຳໃຊ້ທີ່ພົບບັນຫາຕ້ອງໄດ້ແຈ້ງຂໍ້ມູນໃຫ້ ບໍລິສັດຮ່ວມພັດທະນາລະບົບ LNSW ຊາບຜ່ານເບີໂທ ຕິດຕໍ່ 030 7776699 ຫຼື ອີເມລ: [email protected] ຫຼື ສາມາດຕິດຕໍ່ພົວພັນໂດຍກົງກັບທີມງານທີ່ຮັບຜິດຊອບລະບົບ ທີ່ ຊັ້ນ 3, ອາຄານສີຂຽວ, ບ້ານນາໄຊ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ

2) ບໍລິສັດຮ່ວມພັດທະນາລະບົບ LNSW ຕ້ອງໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຮີບຮ້ອນແກ້ໄຂບັນຫາ ແລະ ເຮັດໃຫ້ລະບົບສາມາດກັບມານຳໃຊ້ໄດ້ປົກກະຕິ ໂດຍໄວ.

3) ກໍລະນີທີ່ບໍ່ສາມາດແກ້ໄຂບັນຫາຂັດຂ້ອງໄດ້ພາຍໃນ 2 ຊົ່ວໂມງ ຫຼື ກໍລະນີທີ່ການນຳເຂົ້າ-ສົ່ງອອກ, ຜ່ານແດນ, ນຳເຂົ້າເພື່ອສົ່ງອອກຕໍ່ ຫາກມີຄວາມຮີບດ່ວນ ໃຫ້ຜູ້ປະກອບການ ແລະ ເຈົ້າໜ້າທີ່ທີ່ຮັບຜິດຊອບ ຫັນໄປນຳໃຊ້ລະບົບເອກະສານທີ່ເປັນເຈ້ຍ ເປັນການຊົ່ວຄາວ. ພາຍຫຼັງທີ່ລະບົບສາມາດນຳໃຊ້ໄດ້ເປັນປົກປະຕິ, ຜູ້ປະກອບການ ແລະ ເຈົ້າໜ້າທີ່ຂະແໜງການທີ່ກ່ຽວຂ້ອງຕ້ອງໄດ້ກັບມາໃຊ້ລະບົບດັ່ງກ່າວທັນທີ. ຄຽງຄູ່ກັນ, ຂໍ້ມູນທີ່ໄດ້ອອກອະນຸຍາດແບບເຈ້ຍໄປແລ້ວນັ້ນ, ຕ້ອງໄດ້ອັບໂຫຼດເຂົ້າໃນລະບົບໂດຍທັນທີ.

9. ສິດ ແລະ ໜ້າທີ່

9.1. ຜູ້ນຳໃຊ້ທີ່ເປັນພາກລັດມີສິດ ແລະ ໜ້າທີ່ດັ່ງນີ້:

- ພິຈາລະນາອອກ, ດັດແກ້ ຫຼື ຍົກເລິກ ໃບອະນຸຍາດ

- ຕິດຕາມການຊຳລະຄ່າທຳນຽມ ແລະ ຄ່າບໍລິການ

- ເຜີຍແຜ່, ຝຶກອົບຮົມການນຳໃຊ້ລະບົບແຈ້ງພາສີປະຕູດຽວໃຫ້ ທຸລະກິດ ແລະ ພາກສ່ວນອື່ນໆຮັບຊາບ

- ໄດ້ຮັບການເຜີຍແຜ່, ຝຶກອົບຮົມການນຳໃຊ້ລະບົບ ແລະ ຊ່ວຍເຫຼືອໃນກໍລະນີທີ່ພົບພໍ້ບັນຫາ ຫຼື ມີຄວາມ ຫຍຸ້ງຍາກຈາກການນຳໃຊ້ລະບົບ ຈາກ ບໍລິສັດຮ່ວມພັດທະນາລະບົບ LNSW

- ເປັນເຈົ້າການປະສານ ແລະ ຕິດຕາມການນຳໃຊ້ລະບົບໃຫ້ມີຄວາມສະດວກ ໄດ້ຮັບຜົນດີ.

9.2. ຜູ້ນຳໃຊ້ທີ່ເປັນພາກເອກະຊົນມີສິດ ແລະ ໜ້າທີ່ດັ່ງນີ້:

- ສະເໜີຫາພາກລັດເພື່ອອອກ, ດັດແກ້ ຫຼື ຍົກເລິກ ໃບອະນຸຍາດ

- ໄດ້ຮັບການເຜີຍແຜ່, ຝຶກອົບຮົມການນຳໃຊ້ລະບົບ ແລະ ຊ່ວຍເຫຼືອໃນກໍລະນີທີ່ພົບພໍ້ບັນຫາ ຫຼື ມີຄວາມ ຫຍຸ້ງຍາກຈາກການນຳໃຊ້ລະບົບ ຈາກ ກົມການນຳເຂົ້າ ແລະ ສົ່ງອອກ ແລະ ບໍລິສັດຮ່ວມພັດທະນາລະບົບ LNSW

10. ຂໍ້ຫ້າມ

- ຫ້າມຜູ້ນໍາໃຊ້ລະບົບແຈ້ງພາສີປະຕູດຽວມອບລະຫັດນໍາໃຊ້ ແລະ ລະຫັດຜ່ານຂອງຕົນໃຫ້ຜູ້ອື່ນນໍາໃຊ້ຢ່າງເດັດຂາດ.

- ຫ້າມນໍາໃຊ້ລະບົບແຈ້ງພາສີປະຕູດຽວນໍາໃຊ້ລະບົບດັ່ງກ່າວເຄື່ອນໄຫວບໍ່ຖືກຕ້ອງທີ່ຜິດຕໍ່ລະບຽບກົດໝາຍ ເຊັ່ນ: ການລັກເອົາຂໍ້ມູນຄວາມລັບໃນລະບົບ, ການດັດແກ້ ຫຼື ປອມແປງຂໍ້ມູນ, ເອກະສານ ຫຼື ການກະທຳໃດໆທີ່ເຮັດໃຫ້ລະບົບຂັດຂ້ອງ ແລະ ຜິດກົດໝາຍ ແລະ ລະບຽບການ.

11. ມາດຕະການຕໍ່ຜູ້ກະທຳຜິດ

ໃນກໍລະນີກວດກາພົບເຫັນການນຳໃຊ້ລະບົບແຈ້ງພາສີປະຕູດຽວເຂົ້າໃນການເຄື່ອນໄຫວທີ່ບໍ່ຖືກຕ້ອງ, ຜູ້ກະທຳຜິດຈະຖືກ ຕັັກເຕືອນ, ສັ່ງໂຈະ ແລະ ກ້າວໄປເຖິງການຍົກເລິກການນຳໃຊ້ລະຫັດທີ່ນຳໃຊ້ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ. ກໍລະນີທີ່ເປັນການກະທຳຜິດຫຼາຍຄັ້ງ ແລະ ສ້າງຄວາມເສຍຫາຍຮ້າຍແຮງຕໍ່ຜົນປະໂຫຍດຂອງລັດ ແລະ ລະບົບແຈ້ງພາສີປະຕູດຽວ, ການກະທຳຜິດດັ່ງກ່າວຈະຖືກດຳເນີນຄະດີຕາມກົດໝາຍ.

12. ການຈັດຕັ້ງປະຕິບັດ

ມອບໃຫ້ ພະແນກບໍລິຫານການນຳເຂົ້າ ແລະ ສົ່ງອອກ ເປັນເຈົ້າການສົມທົບບັນດາພະແນກພາຍໃນກົມ ຈັດຕັ້ງປະຕິບັດ, ຕິດຕາມກວດກາ, ປະເມີນຜົນ ແລະ ເຜີຍແຜ່ຄຳແນະນຳສະບັບນີ້ໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງຊາບຢ່າງທົ່ວເຖິງ ແລະ ພ້ອມກັນຈັດຕັ້ງປະຕິບັດໃຫ້ເປັນເອກະພາບ.

ຄຳແນະນຳສະບັບນີ້ມີຜົນບັງຄັບໃຊ້ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

ຫົວໜ້າກົມ
ສຸລິຍົນ ພິລາວົງ

 

# ຫົວຂໍ້ ດາວໂຫຼດ
1 ຄຳແນະນໍາ ວ່າດ້ວຍການນໍາໃຊ້ລະບົບແຈ້ງພາສີປະຕູດຽວເພື່ອອອກໃບອະນຸຍາດນຳເຂົ້າ-ສົ່ງອອກ, ຜ່ານແດນ ຫຼື ນຳເຂົ້າເພື່ອສົ່ງອອກຕໍ່ ສິນຄ້າ ທີ່ຂື້ນກັບ ກົມການນຳເຂົ້າ ແລະ ສົ່ງອອກ ເລກທີ 1753/ກຂອ.ບຂອ, ລົງວັນທີ 29 ມີນາ 2019 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.