ປຶ້ມຄູ່ມືການນຳໃຊ້ສະບັບນີ້ ເປັນເອກະສານທີ່ສ້າງຂຶ້ນເພື່ອຊ່ວຍໃຫ້ຜູ້ນຳເຂົ້າ / ຜູ້ສົ່ງອອກ ຫລື ຜູ້ບໍລິການແຈ້ງພາສີ (ຊິບປິ້ງ) ມີຄວາມ ເຂົ້າໃຈໃນການນຳໃຊ້ລະບົບແຈ້ງພາສີປະຕູດຽວແຫ່ງຊາດ (LNSW) ແລະ ແລກປ່ຽນຂໍ້ມູນ ແລະ ເອກະສານທີ່ກ່ຽວຂ້ອງເຂົ້າໃນຂັ້ນ ຕອນການຂໍໃບອະນຸຍາດແບບເອເລັກໂທຣນິກໂດຍຜ່ານລະບົບ LNSW.

ໃນປຶ້ມຄູ່ມືການນຳໃຊ້ລະບົບ LNSW, ຜູ້ນຳໃຊ້ຈະໄດ້ຮູ້ ແລະ ເຂົ້າໃຈກ່ຽວກັບໜ້າທີ່ການນໍາໃຊ້ປຸ່ມຕ່າງໆ ທີ່ນອນໃນລະບົບ LNSW ນີ້.

ປຶ້ມຄູ່ມືການນຳໃຊ້ສະບັບນີ້ ເປັນເອກະສານອ້າງອີງອີກໜຶ່ງສະບັບເພື່ອຊ່ວຍໃຫ້ຜູ້ນຳເຂົ້າ / ຜູ້ສົ່ງອອກ ແລະ ຜູ້ບໍລິການແຈ້ງພາສີ (ຊິບປິ້ງ) ມີຄວາມເຂົ້າໃຈກ່ຽວກັບຂັ້ນຕອນ ແລະ ຂະບວນການນໍາໃຊ້ລະບົບເຂົ້າໃນການຂໍໃບອະນຸຍາດ ທາງເອເລັກ ໂທຣນິກໂດຍຜ່ານລະບົບ LNSW ນີ້ ຕັ້ງແຕ່ເລີ່ມຕົ້ນຈົນຈົບ.

# ຫົວຂໍ້ ດາວໂຫຼດ
1 ຄູ່ມືການນຳໃຊ້ສະເພາະເຈົ້າໜ້າທີ່່ໜ່ວຍງານຄຸ້ມຄອງການອອກໃບອະນຸຍາດຂອງ ກົມ ຂອ PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.