ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງອຸດສາຫະກຳ ແລະ ການຄ້າ     ເລກທີ 1848 /ອຄ.ກອຫ
ນະຄອນຫຼວງວຽງຈັນ, ວັນທີ 26 ທັນວາ 2019

ຄໍາສັ່ງ
ກ່ຽວກັບການຍົກເລີກ ການອອກໃບຢັ້ງຢືນນຳເຂົ້າຊິ້ນສ່ວນຍານພາຫະນະ ເພື່ອມາຜະລິດ ແລະ ປະກອບຢູ່ໂຮງງານ

  • ອີງຕາມ ດໍາລັດ ຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງກະຊວງອຸດສາຫະກໍາ ແລະ ການຄ້າ ສະບັບເລກທີ 230/ນຍ, ລົງວັນທີ 24 ກໍລະກົດ 2017;
  • ອີງຕາມຄຳສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການປັບປຸງບັນດາລະບຽບການ ແລະ ກົນໄກປະສານງານໃນການດຳເນີນທຸລະກິດ ຢູ່ ສປປ ລາວ ສະບັບເລກທີ 02/ນຍ, ລົງວັນທີ 01 ກຸມພາ 2018;
  • ອີງຕາມຄຳສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການອຳນວຍຄວາມສະດວກໃຫ້ແກ່ການນຳເຂົ້າ-ສົ່ງອອກ, ການນຳເຂົ້າຊົ່ວຄາວ, ການຜ່ານແດນ ແລະ ການເຄື່ອນຍ້າຍສິນ ຄ້າ ຢູ່ ສປປ ລາວ  ສະບັບເລກທີ 12/ນຍ, ລົງວັນທີ 16 ຕຸລາ 2019.

  ເພື່ອຜັນຂະຫຍາຍຄຳສັ່ງຂອງນລັດຖະມົນຕີ ວ່າດ້ວຍການປັບປຸງບັນດາລະບຽບການ ແລະ ກົນໄກປະສານງານໃນການດຳເນີນທຸລະກິດຢູ່ ສປປ ລາວ ສະບັບເລກທີ 02/ນຍ, ລົງວັນທີ 01 ກຸມພາ 2018 ແລະ ຄຳສັ່ງຂອງນາຍົກລັດຖະມົນຕີວ່າດ້ວຍ ການອຳນວຍຄວາມສະດວກໃຫ້ແກ່ການນຳເຂົ້າ-ສົ່ງອອກ, ການນຳເຂົ້າຊົ່ວຄາວ, ການຜ່ານແດນ ແລະ ການເຄື່ອນຍ້າຍສິນ ຄ້າ ຢູ່ ສປປ ລາວ ສະບັບເລກທີ 12/ນຍ, ລົງວັນທີ 16 ຕຸລາ 2019 ໃຫ້ປະກົດຜົນເປັນຈິງ ແນ່ໃສ່ຫຼຸດຜ່ອນຂັ້ນຕອນ ໃນການດຳເນີນທຸລະກິດ ຂອງພາກທຸລະກິດ ໃຫ້ມີຄວາມສະດວກ, ວ່ອງໄວ, ສ້າງສະພາບແວດລ້ອມທີ່ອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການລົງທຶນ ຕາມເງື່ອນໄຂໃໝ່ໃນການດໍາເນີນທຸລະກິດ ຢູ່ ສປປ ລາວ.

ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ອອກຄໍາສັ່ງ:

  1. ໃຫ້ກົມອຸດສາຫະກຳ ແລະ ຫັດຖະກໍາ ຍົກເລີກການອອກໃບຢັ້ງຢືນການນຳເຂົ້າຊິ້ນສ່ວນຍານພາຫະນະ ເພື່ອມາຜະລິດ ແລະ ປະກອບຢູ່ໂຮງງານ ໃນຂອບເຂດທົ່ວປະເທດ.
  2. ໃຫ້ບັນດາຜູ້ດໍາເນີນກິດຈະການໂຮງງານຜະລິດ ແລະ ປະກອບຍານພາຫະນະ ສ້າງແຜນການເຄື່ອນໄຫວປະຈຳປີຂອງໂຮງງານ ຕາມຕາຕະລາງ ອ  ແລ້ວສົ່ງໃຫ້ກົມອຸດສາຫະກຳ ແລະ ຫັດຖະກຳ ກ່ອນວັນທີ 10 ເດືອນທັນວາຂອງທຸກໆປີ ເພື່ອຮັບຮອງ ແລະ ສັງລວມຂໍ້ມູນລາຍງານຂັ້ນເທິງ.
  3. ໃຫ້ກົມອຸດສາຫະກໍາ ແລະ ຫັດຖະກຳ ປະສານສົມທົບກັບ ກົມຂົນສົ່ງ, ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ກົມພາສີ, ກະຊວງການເງິນ ເພື່ອແຈ້ງເຖິງເຈົ້າໜ້າທີ່ພາສີປະຈໍາດ່ານ ເພື່ອຊາບ ແລະ ໃຫ້ຄວາມຮ່ວມມືໃນການຈັດຕັ້ງປະຕິບັດ ແລະ ພ້ອມກັນເຜີຍແຜ່ຄໍາສັ່ງສະບັບນີ້ ໃຫ້ທັງພາກລັດ ແລະ ພາກທຸລະກິດ ຮັບຊາບຢ່າງທົ່ວເຖິງ ໃນຂອບເຂດທົ່ວປະເທດ ໃຫ້ໄດ້ຮັບປະສິດທິຜົນສູງ.
  4. ຄໍາສັ່ງສະບັບນີ້ມີຜົນສັກສິດນັບແຕ່ວັນລົງລາຍເຊັນ ແລະ ພາຍຫຼັງທີ່ໄດ້ພິມລົງໃນຈົດໝາຍເຫດທາງລັດຖະການສິບຫ້າວັນ, ນິຕິກຳໃດ ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ປະກາດໃຊ້ໃນໄລຍະຜ່ານມາ ທີ່ຂັດກັບຄໍາສັ່ງສະບັບນີ້ ລ້ວນແຕ່ຖືກລົບລ້າງ.

ລັດຖະມົນຕີ
ນ. ເຂັມມະນີ ພົນເສນາ

 

# ຫົວຂໍ້ ດາວໂຫຼດ
1 Order on the abolishment of issuing Import License of vehicle parts for manufacturing and assembling in factories No. 1848/MOIC.DIH, dated 26 December 2019 PDF
2 ຄໍາສັ່ງກ່ຽວກັບ ການຍົກເລີກການອອກໃບຢັ້ງຢືນນຳເຂົ້າຊິ້ນສ່ວນຍານພາຫະນະ ເພື່ອມາຜະລິດ ແລະ ປະກອບຢູ່ໂຮງງານ ເລກທີ 1848/ອຄ.ກອຫ, ລົງວັນທີ 26 ທັນວາ 2019 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.