ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງ​ອຸດສາຫະກຳ ແລະ ການຄ້າ
ຫ້ອງການ      ເລກທີ 0115/ຫອຄ.ກທຄວ
ນະຄອນຫຼວງ​ວຽງຈັນ, ວັນທີ 29 ມັງກອນ 2020

ແຈ້ງການ

ເຖິງ: ຜູ້ລົງທຶນ ທັງພາຍໃນ ແລະ ຕ່າງປະເທດ ທີ່ມີຈຸດປະສົງ ຢາກເລີ່ມຕົ້ນທຸລະກິດ

ເລື່ອງ: ຂັ້ນຕອນການເລີ່ມຕົ້ນທຸລະກິດ

  • ອີງຕາມຄຳສັ່ງ ເລກທີ 02/ນຍ, ລົງວັນທີ 01 ກຸມພາ 2018 ວ່າດ້ວຍການປັບປຸງລະບຽບການ ແລະ ກົນໄກການປະສານງານໃນການດຳເນີນທຸລະກິດ ຢູ່ ສປປ ລາວ.

  ກະຊວງອຸດສາຫະກຳ ແລະ ການຄ້າ ໃນຖານະພາກສ່ວນທີ່ໄດ້ຮັບມອບໝາຍໃຫ້ເປັນໃຈກາງປະສານສົມທົບກັບບັນດາກະຊວງທີ່ກ່ຽວຂ້ອງໃນຂອດການເລີ່ມຕົ້ນທຸລະກິດ ເຊັ່ນ: ກະຊວງການເງິນ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງຖະແຫຼງຂ່າວ ແລະ ວັດທະນະທຳ ແລະ ທ່ອງທ່ຽວ ແລະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ພ້ອມກັນສຸມໃສ່ປັບປຸງ ແກ້ໄຂ ລົບລ້າງ ຂັ້ນຕອນ ທີ່ບໍ່ຈຳເປັນ ແນໃສ່ສ້າງບັນຍາກາດການເລີ່ມຕົ້ນທຸລະກິດ ທີ່ສະດວກວ່ອງໄວ ຫຼຸດເວລາ ແລະ ຕົ້ນທຶນສຳລັບການເລີ່ມຕົ້ນທຸລະກິດ ໃຫ້ເປັນຮູບປະທຳ.

ບົນພື້ນຖານຜົນສຳເລັດຂອງການປັບປຸງດັ່ງກ່າວ, ຫ້ອງການ, ກະຊວງອຸດສາຫະກຳ ແລະ ການຄ້າ ແຈ້ງມາຍັງຜູ້ລົງທຶນ ທັງພາຍໃນ ແລະ ຕ່າງປະເທດ ທີ່ມີຈຸດປະສົງ ຢາກເລີ່ມຕົ້ນທຸລະກິດ ຢູູ່ ສປປ ລາວ ຊາບກ່ຽວກັບຂັ້ນຕອນ ທີ່ໄດ້ຮັບການປັບປຸງ ແກ້ໄຂ ແລະ ຂັ້ນຕອນທີ່ຍັງເຫຼືອ ເພື່ອສ້າງຄວາມສະດວກໃນການຕິດຕໍ່ພົວພັນ ປະສານງານ ດັ່ງນີ້:

1. ການເລີ່ມຕົ້ນທຸລະກິດ ແມ່ນຂັ້ນຕອນຕ່າງໆ ທີ່ຕິດພັນກັບການຂຶ້ນທະບຽນສ້າງຕັ້ງວິສາຫະກິດສ່ວນບຸກຄົນ ຫຼື ນິຕິບຸກຄົນເທົ່ານັ້ນ ແລະ ບໍ່ລວມເອົາຂັ້ນຕອນການຂໍອະນຸຍາດລົງທຶນ ຫຼື ຂໍອະນຸຍາດດຳເນີນທຸລະກິດ ຂອງບັນດາຂະແໜງການ;

2. ຂັ້ນຕອນທີ່ໄດ້ຮັບການປັບປຸງ ແກ້ໄຂ ປະກອບດ້ວຍ:

  • ການຂໍໃບຢັ້ງຢືນທີ່ຕັ້ງສຳນັກງານ ໄດ້ຖືກຍົກເລີກ ຕາມແຈ້ງການ ສະບັບເລກທີ 1596/ກທຄວ.ອຄ, ລົງວັນທີ 15 ພະຈິກ 2018 ເລື່ອງລົບລ້າງການນຳໃຊ້ແບບຟອມໃບຢັ້ງຢືນທີ່ຕັ້ງສຳນັກງານ ຫຼື ສາຂາ ຂອງວິສາຫະກິດ ແລະ ການແຈ້ງຂຶ້ນທະບຽນວິສາຫະກິດ ໃນກິດຈະການບໍລິການ ຂອງຂະແໜງການທະນາຄານ;
  • ການຈົດທະບຽນກົດລະບຽບບໍລິສັດ ໄດ້ຖືກຍົກໄປເປັນຂັ້ນຕອນພາຍຫຼັງການເລີ່ມຕົ້ນທຸລະກິດ ຕາມແຈ້ງການ ສະບັບເລກທີ 1618/ກງ, ລົງວັນທີ 30 ພຶດສະພາ 2019 ເລື່ອງການປັບປຸງກົນໄກ, ຂັ້ນຕອນ ການດຳເນີນງານລະຫວ່າງ ການຈົດທະບຽນເອກະສານຂອງຂະແໜງຊັບສິນ ແລະ ການອອກທະບຽນອາກອນ;
  • ການຂໍເລກປະຈຳຕົວຜູ້ເສຍອາກອນ ໄດ້ຖືກລວມເຂົ້າເປັນຂັ້ນຕອນດຽວກັນ ກັບຂັ້ນຕອນການຂຶ້ນທະບຽນວິສາຫະກິດ (ວິສາຫະກິດຈະໄດ້ຮັບໃບທະບຽນວິສາຫະກິດພ້ອມເລກປະຈຳຕົວຜູ້ເສຍອາກອນ) ຕາມແຈ້ງການ ສະບັບເລກທີ 5489/ກສອ, ລົງວັນທີ 17 ຕຸລາ 2018 ເລື່ອງການເປີດນຳໃຊ້ລະບົບຄຸ້ມຄອງລາຍຮັບສ່ວຍສາອາກອນ (TaxRis);
  • ການປະຖົມນິເທດ ແລະ ມອບເລກປະຈຳຕົວຜູ້ເສຍອາກອນ ໄດ້ຖືກຍົກໄປເປັນຂັ້ນຕອນພາຍຫຼັງການເລີ່ມຕົ້ນທຸລະກິດ ຕາມແຈ້ງການ ສະບັບເລກທີ 5489/ກສອ, ລົງວັນທີ 17 ຕຸລາ 2018 ເລື່ອງການເປີດນຳໃຊ້ລະບົບຄຸ້ມຄອງລາຍຮັບສ່ວຍສາອາກອນ (TaxRis) ແລະ ແຈ້ງການ ເລກທີ 0489/ຫກງ, ລົງວັນທີ 05 ມີນາ 2019 ເລື່ອງການອອກເລກປະຈຳຕົວຜູ້ເສຍອາກອນ (TIN);
  • ການຈົດທະບຽນອາກອນມູນຄ່າເພີ່ມ ໄດ້ຖືກຍົກເລີກ ອີງຕາມແຈ້ງການກະຊວງການເງິນ ສະບັບເລກທີ 2720/ຫກງ, ລົງວັນທີ 12 ພະຈິກ 2019 ກ່ຽວກັບ ການເຂົ້າໃນລະບົບອາກອນມູນຄ່າເພີ່ມ;
  • ການຈົດທະບຽນນຳໃຊ້ຕາປະທັບ ໄດ້ຖືກລວມເຂົ້າເປັນຂັ້ນຕອນດຽວກັນກັບ ຂັ້ນຕອນການຄວັດກາປະທັບ (ວິສາຫະກິດຈະໄດ້ຮັບໃບອະນຸຍາດນຳໃຊ້ຕາປະທັບ ພ້ອມຕາປະທັບ) ອີງຕາມ ຂໍ້ຕົກລົງ ສະບັບເລກທີ 1784/ປກສ, ລົງວັນທີ 02 ຕຸລາ 2018 ວ່າດ້ວຍການຄຸ້ມຄອງ ແລະ ຜະລິດຕາປະທັບວິສາຫະກິດ ແລະ ແຈ້ງການ ສະບັບເລກທີ 2140/ຫອຄ.ກທຄວ, ລົງວັນທີ 03 ຕຸລາ 2019;
  • ການອະນຸຍາດເນື້ອໃນປ້າຍຊື່ວິສາຫະກິດ ໄດ້ຖືກຍົກເລີກ ຕາມສະໂນດນຳສົ່ງ ເລກທີ 49/ຫກ, ລົງວັນທີ 10 ມິຖຸນາ 2019 ກ່ຽວກັບການປັບປຸງປ້າຍຊື່ວິສາຫະກິດ ຕາມແຈ້ງການຂອງຫ້ອງການ, ກະຊວງອຸດສາຫະກຳ ແລະ ການຄ້າ ສະບັບເລກທີ 2823/ຫອຄ.ກທຄວ, ລົງວັນທີ 26 ພະຈິກ 2018.

3. ຂັ້ນຕອນການເລີ່ມຕົ້ນທຸລະກິດ ທີ່ຍັງຕ້ອງໄດ້ປະຕິບັດ ມີພຽງ 3 ຂັ້ນຕອນ ຄື:

ຂັ້ນຕອນທີ 1 - ການແຈ້ງຂຶ້ນທະບຽນສ້າງຕັ້ງວິສາຫະກິດ ໃຊ້ເວລາສູງສຸດບໍ່ເກີນ 10 ວັນລັດຖະການ (ອີງຕາມ ຂໍ້ຕົກລົງສະບັບເລກທີ 0023/ອຄ.ກທຄວ, ລົງວັນທີ 09 ມັງກອນ 2019 ວ່າດ້ວຍການຂຶ້ນທະບຽນວິສາຫະກິດ);

ຂັ້ນຕອນທີ 2 - ການຄວັດຕາປະທັບ ແລະ ການອະນຸຍາດນຳໃຊ້ຕາປະທັບ ໃຊ້ເວລາສູງສຸດບໍ່ເກີນ 5 ວັນລັດຖະການ (ອີງຕາມ ຂໍ້ຕົກລົງ ສະບັບເລກທີ 1784/ປກສ, ລົງວັນທີ 02 ຕຸລາ 2018 ວ່າດ້ວຍການຄຸ້ມຄອງ ແລະ ຜະລິດຕາປະທັບ);

ຂັ້ນຕອນທີ 3 - ການຈົດທະບຽນປະກັນສັງຄົມ ໃຊ້ເວລາສູງສຸດບໍ່ເກີນ 2 ວັນລັດຖະການ (ອີງຕາມ ຄຳແນະນຳ ສະບັບເລກທີ 1206/ຮສສ, ລົງວັນທີ 23 ເມສາ 2019 ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍປະກັນສັງຄົມ - ສະບັບປັບປຸງ).

4. ການເລີ່ມຕົ້ນທຸລະກິດ ຢູ່ ສປປ ລາວ ຕ້ອງປະຕິບັດຕາມລະບຽບການ ທີ່ກ່ຽວຂ້ອງ ໃນ 3 ຂັ້ນຕອນດັ່ງທີ່ກ່າວມາໃນຂໍ້ 3 ຂ້າງເທິງນີ້. ກໍລະນີຫາກມີບຸກຄົນ ຫຼື ພາກສ່ວນໃດຮຽກຮ້ອງໃຫ້ຜູ້ລົງທຶນປະຕິບັດຂັ້ນຕອນໃດໜຶ່ງເພີ່ມເຕີມດັ່ງທີ່ກ່າວມາໃນຂໍ້ 2 ຂອງແຈ້ງການສະບັບນີ້ ແມ່ນໃຫ້ແຈ້ງຕໍ່ຂະແໜງທະບຽນ ແລະ ຄຸ້ມຄອງວິສາຫະກິດທີ່ກ່ຽວຂ້ອງ ເພື່ອປະສານກັບຂະແໜງການກ່ຽວຂ້ອງ ຫຼື ລວບລວມລາຍງານ ຂັ້ນເທິງພິຈາລະນາມາດຕະການແກ້ໄຂ.

ດັ່ງນັ້ນ, ຈຶ້ງແຈ້ງມາຍັງທ່ານເພື່ອຊາບ ແລະ ຈັດຕັ້ງປະຕິບັດ.

ຫົວໜ້າຫ້ອງການ

ນ. ບານສະຕິ ເທບພະວົງ

 

# ຫົວຂໍ້ ດາວໂຫຼດ
1 Notification on a business start-up No. 0115 / PSO.DERM on 29 January 2020 PDF
2 ແຈ້ງການ ກ່ຽວກັບຂັ້ນຕອນການເລີ່ມຕົ້ນທຸລະກິດ ເລກທີ 0115/ຫອຄ.ກທຄວ ວັນທີ 29 ມັງກອນ 2020 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.