ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕີພາບ
ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງການເງິນ
ກົມພາສີ         ເລກທີ 00609/ກພສ
ນະຄອນຫຼວງວຽງຈັນ, ວັນທີ 03 ກຸມພາ 2020 

ແຈ້ງການ

ເຖິງ: ຫົວໜ້າດ່ານພາສີສາກົນຂົວມິດຕະພາບ 1;

ເລື່ອງ: ການນຳໃຊ້ລະບົບແຈ້ງພາສີປະຕູດຽວແຫ່ງຊາດ (Lao National Single Window) ເຂົ້າໃນການຄຸ້ມ ຄອງການນຳເຂົ້າສິນຄ້າປະເພດພາຫະນະ ຢູ່ດ່ານພາສີສາກົນຂົວມິດຕະພາບ 1.

  • ອີງຕາມ ບົດແນະນຳຂອງກະຊວງການເງິນ, ສະບັບເລກທີ 4217/ກງ, ລົງວັນທີ 28 ທັນວສາ 2018, ວ່າດ້ວຍການ ນຳໃຊ້ລະບົບແຈ້ງພາສີປະຕູດຽວ;
  • ອີງຕາມ ຂໍ້ຕົກລົງຂອງກະຊວງການເງິນ, ສະບັບເລກທີ 0204/ກງ, ລົງວັນທີ 15 ມັງກອນ 2019, ວ່າດ້ວຍ ການອະນຸມັດນຳໃຊ້ລະບົບແຈ້ງພາສິປະຕູດຽວ;
  • ອີງຕາມ ຄຳແນະນຳເພີ່ມເຕີມຂອງກົມພາສີ, ສະບັບເລກທີ 04145/ກພສ, ລົງວັນທີ 23 ພຶດສະພາ 2019, ກ່ຽວກັບການນຳໃຊ້ລະບົບພາສີປະຕູດຽວ;
  • ອີງຕາມ ບົດບັນທຶກການປຶກສາຫາລືຕໍ່ກັບກົນໄກການເຊື່ອມຕໍ່ຂອງລະບົບແຈ້ງພາສີປະຕູດຽວ ແລະ ລະບົບການ ຊຳລະຂອງທະນາຄານ, ທີ່ກົມພາສີ, ຄັ້ງວັນທີ 03 ກຸມພາ 2020.

  ໃນໄລຍະຜ່ານມາ ກົມພາສີ ໄດ້ມີການປັບປຸງກົນໄກ ການເຊື່ອມຕໍ່ລະບົບຊຳລະ ລະຫວ່າງລະບົບແຈ້ງພາສີ ປະຕູດຽວ ແລະ ລະບົບຂອງທະນາຄານ, ຈຶ່ງໄດ້ໂຈະການນຳໃຊ້ຊົ່ວຄາວການນຳໃຊ້ລະບົບດັ່ງກ່າວ. ແຕ່ມາ ຮອດປະຈຸບັນ ລະບົບໄດ້ຮັບການປັບປຸງສຳເລັດແລ້ວ, ສະນັ້ນ, ເພື່ອຮັບປະກັນ ປະສິດທິຜົນ, ຄວາມຄ່ອງຕົວ ໃນການນຳໃຊ້ລະບົບ ແລະ ຄວາມເປັນເອກະພາບ ໃນການເປິດນຳໃຊ້ຄືນ ລະບົບແຈ້ງພາສີປະຕູດຽວແຫ່ງຊາດ ຢູ່ດ່ານພາສີສາກົນຂົວມິດຕະພາບ 1.

ຮັກສາການຫົວໜ້າກົມພາສີ ອອກແຈ້ງການດັ່ງນີ້:

1.  ມອບໃຫ້ດ່ານພາສີສາກົນຂົວມິດຕະພາບ 1 ເອົາໃຈໃສ່ຊີ້ນຳໜ່ວຍງານທີ່ຕິດພັນກັບວຽກງານການແຈ້ງພາສີປະຕູດຽວແຫ່ງຊາດ ໃຫ້ເລີ່ມນຳໃຊ້ດັ່ງກ່າວຄືນໃໝ່ ສຳລັບການຄຸ້ມຄອງການນຳເຂົ້າສິນຄ້າປະເພດຍານພາຫະນະລົດໃຫຍ່ ທີ່ນຳເຂົ້າໃນຮຸບແບບເສຍພາສີ ນັບແຕ່ວັນທີ 06 ກຸມພາ 2020 ເປັນຕົ້ນໄປ.

2.  ການຈັດຕັ້ງປະຕິບັດ ຕາມບົດແນະນຳຂອງກະຊວງການເງິນ, ສະບັບເລກທີ 4217/ກງ, ລົງວັນທີ 28 ທັນວາ 2018 ແລະ ຄຳແນະນຳເພີ່ມເຕີມຂອງກົມພາສີ, ສະບັບເລກທີ 04145/ກພສ, ລົງວັນທີ 23 ພຶດສະພາ 2019.

3.  ຖ້າຜູ້ປະກອບການໃດ ທີ່ຍັງບໍ່ທັນໄດ້ລົງທະບຽນນຳໃຊ້ລະບົບແຈ້ງພາສີປະຕູດຽວ ແມ່ນສາມາດປະສານ ສົມທົບ ໂດຍກົງຫາ ບໍລິສັດຮ່ວມພັດທະນາລະບົບແຈ້ງພາສີປະຕູດຽວ (ອີເມລ: [email protected], ເບີໂທ: 020 5558 6617, 020 5554 4634 ແລະ 020 5554 4638) ແລະ ມອບໃຫ້ ດ່ານພາສີສາກົນຂົວມິດຕະ ພາບ 1 ເປັນເຈົ້າການໃນການແນະນຳໃຫ້ຜູ້ກ່ຽວ ດຳເນີນຂັ້ນຕອນການລົງທະບຽນ ແລະ ອອກລະຫັດຜູ້ນຳໃຊ້ ໂດຍໄວ ກ່ອນວັນທີ 29 ກຸມພາ 2020. ນັບແຕ່ວັນທີ 01 ມີນາ 2020 ເປັນຕົ້ນໄປ, ທຸກການນຳເຂົ້າ ແລະ ສົ່ງ ອອກສິນຄ້າປະເພດຍານພາຫະນະ ຜ່ານດ່ານພາສີສາກົນຂົວມິດຕະພາບ 1 ຕ້ອງດຳເນີນການແຈ້ງຂໍ້ມູນ ແລະ ເອກະສານຜ່ານລະບົບແຈ້ງພາສີປະຕູດຽວທັງໝົດ.

4.  ມອບໃຫ້ດ່ານພາສີສາກົນຂົວມິດຕະພາບ 1 ເຜີຍແຜ່, ແນະນຳຜູ້ປະກອບການໃຫ້ຊາບ. ໃນການຈັດຕັ້ງປະຕິບັດ ຕົວຈິງ ຖ້າພົບຂໍ້ຫຍຸ້ງຍາກ ໃຫ້ລາຍງານຫາກົມພາສີ ເພື່ອມີຄຳເຫັນຊີ້ນຳໃນການແກ້ໄຂໂດຍໄວ.

ດັ່ງນັ້ນ, ຈຶ່ງແຈ້ງມາເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

ຮັກສາການຫົວໜ້າກົມພາສີ

ບຸນປະເສີດ ສີກຸນລະບຸດ

 

# ຫົວຂໍ້ ດາວໂຫຼດ
1 ການນໍາໃຊ້ລະບົບແຈ້ງພາສີປະຕູດຽວແຫ່ງຊາດ (Lao National Single Window) ເຂົ້າໃນການຄຸ້ມຄອງການນໍາເຂົ້າສິນຄ້າປະເພດພາຫະນະ ຢູ່ດ້ານສາກົນຂົວມິດຕະພາບ 1. ເລກທີ 00609/ກພສ ວັນທີ 03 ກຸມພາ 2020 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.