ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ
ສັນຕິພາບ ​ເອກະລາດ ປະຊາທິປະ​ໄຕ ​ເອກະ​ພາບ ວັດທະນ
​ຖາວອນ

ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ   ເລກທີ 1101/ປທສ
ນະຄອນຫຼວງວຽງຈັນ, ວັນ​ທີ 29 ພຶດສະພາ 2020

ຂໍ້ຕົກລົງ

ວ່າດ້ວຍ ການດຳເນີນກິດຈະການລາຍເຊັນເອເລັກໂຕຣນິກ

  • ອີງຕາມ ກົດໝາຍວ່າດ້ວຍ ລາຍເຊັນເອເລັກໂຕຣນິກ ສະບັບເລກທີ 58/ສພຊ, ລົງວັນທີ 12 ທັນວາ 2018.
  • ອີງຕາມ ດຳລັດວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ສະບັບເລກທີ່ 22/ນຍ, ລົງວັນທີ 12 ມັງກອນ 2017.

ລັດຖະມົນຕີ ອອກຂໍ້ຕົກລົງ

ໝວດທີ I
ບົດບັນຍັດທົ່ວໄປ

ມາດຕາ 1 ຈຸດປະສົງ

ຂໍ້ຕົກລົງສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ , ເຄື່ອງໝາຍ, ກ່ຽວກັບການຄຸ້ມຄອງການໃຫ້ບໍລິການ, ການນຳໃຊ້ລາຍເຊັນເອເລັກໂຕຣນິກ ເພື່ອສົ່ງເສີມການດຳເນີນກິດຈະການໃຫ້ມີຄວາມເປັນລະບຽບ, ຖືກຕ້ອງ, ໄດ້ມາດຕະຖານ, ທັນສະໄໝ ແລະ ວ່ອງໄວ ແນໃສ່ປົກປ້ອງສິດຜົນປະໂຫຍດຂອງລັດ, ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ຮັບປະກັນຄວາມໝັ້ນຄົງຂອງຊາດ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ.

ມາດຕາ 2 ການໃຫ້ບໍລິການລາຍເຊັນເອເລັກໂຕຣນິກ

ລາຍເຊັນເອເລັກໂຕຣນິກ ແມ່ນຕົວອັກສອນ, ເຄື່ອງໝາຍ, ສັນຍາລັກຕົວເລກ, ສຽງ ຫຼື ສິ່ງອື່ນໆທີ່ສ້າງຂື້ນໃນຮູບແບບເອເລັກໂຕຣນິກ ເພື່ອບົ່ງບອກ ແລະ ຢັ້ງຢືນ ຕົວຕົນຂອງຜູ້ລົງລາຍເຊັນ ແລະ ຄວາມຖືກຕ້ອງຂອງຂໍ້ມູນດັ່ງກ່າວ.

ການດຳເເນີນກິດຈະການລາຍເຊັນເອເລັກໂຕຣນິກ ແມ່ນການຄຸ້ມຄອງການຢັ້ງຢືນລາຍເຊັນເອເລັກໂຕຣນິກດ ການໃຫ້ບໍລິການ ແລະ ການນຳໃຊ້ລາຍເຊັນເອເລັກໂຕຣນິກ ຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ.

ມາດຕາ 3 ການອະທິບາຍຄຳສັບ

ຄຳສັບໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍດັ່ງນີ້:

  1. ຜູ້ໃຊ້ບໍລິການ ຫຼື ຜູ້ຖືໃບຮັບຮອງລາຍເຊັນເອເລັກໂຕຣນິກ ໝາຍເຖິງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ໃຊ້ບໍລິການລາຍເຊັນເອເລັກໂຕຣນິກ.
  2. ກແຈສາທາລະນະ ໝາຍເຖິງລະຫັດຄວາມປອດໄພທີ່ບໍ່ເປັນຄວາມລັບ ສາມາດເຜີຍແຜ່ໃຫ້ສັງຄົມຮັບຮູ້ ແລະ ນຳໃຊ້ລະຫັດດັ່ງກ່າວໃນການເຂົ້າລະຫັດຂໍ້ມູນຂ່າວສານ ກ່ອນສົ່ງຜ່ານລະບົບຄອມພິວເຕີ;
  3. ກະແຈສ່ວນຕົວ ໝາຍເຖິງ ລະຫັດຄວາມປອດໄພໜຶ່ງດຽວ ເພື່ອນຳໃຊ້ຖອດລະຫັດຄູ່ກະແຈ ທີ່ເປັນກະແຈສາທາລະນະ;
  4. ຄູ່ກະແຈ ໝາຍເຖິງ ກະແຈສ່ວນຕົວ ແລະ ກະແຈສາທາລະນະທີ່ໃຊ້ໃນເຕັກໂນໂລຊີ ໂຄງລ່າງພື້ນຖານຄວາມປອດໄພ;
  5. ໃບຮັບຮອງລາຍເຊັນເອເລັກໂຕນິກ ໝາຍເຖິງ ເອກະສານເອເລັກໂຕຣນິກທີ່ຮັບຮອງຄວາມສຳພັນລະຫວ່າງຜູ້ໃຊ້ບໍລິການກັບຜູ້ຖືກຸນແຈສາທາລະນະ ໂດຍເປັນເອກະສານເອເລັກໂຕຣນິກທີ່ສອດຄ່ອງກັບມາດຕະຖານ ITU-T;
  6. ນະໂຍບາຍຂອງຜູ້ຫ້ບໍລິການອອກໃບຮັບຮອງເຶເລັກໂຕຣນິກ ໝາຍເຖິງ ເອກະສານທີ່ອະທິບາຍນະໂຍບາຍການໃຫ້ບໍລິການຂອງຜູ້ໃຫ້ບໍລິການອອກໃບຮັບຮອງເອເລັກໂຕຣນິກ ລວມເຖິງການປະຍຸກໃຊ້ງານໃບຮັບຮອງເອເລັກໂຕຣນິກທີ່ຜູ້ໃຫ້ບໍລິການອອກໃບຮັບຮອງເອເລັກໂຕຣນິກ;
  7. ພະນັກງານຮັບລົງທະບຽນ ໝາຍເຖິງ ພະນັກງານຮັບບໍລິການລົງທະບຽນ ເປັນຜູ້ເຮັດໜ້າທີ່ປະສານງານກັບຜູ້ໃຫ້ບໍລິການຮັບລົງທະບຽນ ເມື່ອມີການຢື່ນຂໍໃຊ້ບໍລິການ ຫຼື ແຈ້ງລາຍເຊັນເອເລັກໂຕຣນິກ ໂດຍຜ່ານການກວດສອບ ແລະ ຢັ້ງຢືນຄວາມຖືກຕ້ອງຂອງຂໍ້ມູນທີ່ຜູ້ໃຊ້ບໍລິການໃຫ້ໄວ້;
  8. ລະບົບບໍລິຫານພາກລັດ ໝາຍເຖິງ ລະບົບເຕັກນິກຂອງການໃຫ້ບໍລິການຜ່ານອິນເຕີເນັດຂອງອົງການຈັດຕັ້ງລັດ; (ຢູໃນດຳລັດວ່າດ້ວຍ ຂໍ້ມູນຂ່າວສານຜ່ານອິນເຕີເນັດ ເລກທີ່ 412 ລບ, ລົງວັນທີ 10/11/2016 ການໃຫ້ບໍລິການຜ່ານອິນເຕີເນັດຂອງອົງການຈັດຕັ້ງລັດ ໝາຍເຖິງການໃຫ້ບໍລິການຂອງອົງການຈັດຕັ້ງລັດທີ່ມີສິດອຳນາດ ກ່ຽວກັບການອະນຸຍາດ, ການຢັ້ງຢືນ ຫຼື ການສະໜອງຂໍ້ມູນຕ່າງໆ ທີ່ມີຄຸນຄ່າທາງດ້ານກົດໝາຍຕາມຂອບເຂດສິດ ແລະ ໜ້າທີ່ຂອງຕົນໃຫ້ແກ່ບຸກຄົນຜດ ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ໂດຍຜ່ານອິນເຕີເນັດ).

ມາດຕາ 4 ຂອບເຂດຂອງການນຳໃຊ້

ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳລັບບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໃຫ້ບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກຢູ່ພາຍໃນ ສປປ ລາວ.

ໝວດ 2
ຜູ້ໃຫ້ບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ

ມາດຕາ 5 ຜູ້ໃຫ້ບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ

ຜູ້ໃຫ້ບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ ມີ 2 ລະດັບ ດັ່ງນີ້:

  1. ຜູ້ໃຫ້ບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກແຫ່ງຊາດ (National Root Certificate Authority)
  1. ຜູ້ໃຫ້ບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກຍ່ອຍ (Sub- Certificate Authority)

ມາດຕາ 6 ຜູ້ໃຫ້ບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກແຫ່ງຊາດ

ຜູ້ອອກໃບຮັບຮອງລາຍເຊັນເອເລັກໂຕຣນິກແຫ່ງຊາດ ແມ່ນໜ່ວຍງານໃຫ້ບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ ແກ່ຜູ້ອອກໃບຮັບຮອງລາຍເຊັນເອເລັກໂຕຣນິກຍ່ອຍ.

ສູນອິນເຕີເນັດດດແຫ່ງຊາດ ເປັນຜູ້ຮັບຜິດຊອບອອກໃບຮັບຮອງລາຍເຊັນເອເລັກໂຕຣນິກແຫ່ງຊາດ ພາຍໃນ ສປປ ລາວ.

ມາດຕາ 7 ຜູ້ໃຫ້ບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກຍ່ອຍ

ຜູ້ໃຫ້ບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກຍ່ອຍປະກອບມີ ດັ່ງນີ້:

  1. ຜູ້ອອກໃບຮັບຮອງລາຍເຊັນເອເລັກໂຕຣນິກທົ່ວໄປ (Public Certificate Authority);
  1. ຜູ້ອອກໃບຮັບຮອງລາຍເຊັນເອເລັກໂຕຣນິກພາກລັດ (Government Certificate Authority);
  2. ຜູ້ອອກໃບຮັບຮອງລາຍເຊັນເອເລັກໂຕຣນິກຕ່າງປະເທດ (Foreign Public Certificate Authority);
  3. ຜູ້ອອກໃບຮັບຮອງລາຍເຊັນເອເລັກໂຕຣນິກສະເພາະ (Private Certificate Authority).

ມາດຕາ 8 ປະເພດໃຫ້ບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ

ການໃຫ້ບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ ມີດັ່ງນີ້:

  1. ບໍລິການຢັ້ງຢືນລາຍເຊັນເອເລັກໂຕຣນິກ (Digital Certificate)
  2. ບໍລິການຢັ້ງຢືນລະບົບແມ່ຂາຍ (Secure Sockets Layer)
  3. ບໍລິການປະທັບເວລາ (Time Stamp)
  4. ບໍລິການອື່ນໆ ຕາມການກຳນົດຂອງກະຊວງໄປສະຍີ, ໂທລະຄົມມະນາຄົມ ແລະ ການສື່ສານ.

ໝວດທີ 3
ຜູ້ອອກໃບຮັບຮອງລາຍເຊັນເອເລັກໂຕຣນິກທົ່ວໄປ

ມາດຕາ 9 ຜູ້ອອກໃບຮັບຮອງລາຍເຊັນເອເລັກໂຕຣນິກທົ່ວໄປ

ຜູ້ອອກໃບຮັບຮອງລາຍເຊັນເອເລັກໂຕຣນິກທົ່ວໄປ ແມ່ນ ນິຕິບຸກຄົນ ທີ່ໄດ້ຮັບອະນຸຍາດຈາກຜູ້ອອກໃບຮັບຮອງລາຍເຊັນເອເລັກໂຕຣນິກແຫ່ງຊາດ ໃນການໃຫ້ບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກແກ່ບຸກຄົນ, ນິ ຕິບຸກຄົນ ຫຼື ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ.

ມາດຕາ 10 ການຂໍໃບອະນຸຍາດໃຫ້ບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກທົ່ວໄປ

ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງດຳເນີນທຸລະກິດໃຫ້ບໍລິການອກຝບຮັບຮອງລາຍເຊັນເອເລັກໂຕຣນິກທົ່ວໄປ ຕ້ອງຂໍໃບອະນຸຍາດນຳກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແລະ ຂໍໃບຮັບຮອງລາຍເຊັນເອເລັກໂຕຣນິກ ນຳຜູ້ອອກໃບຮັບຮອງລາຍເຊັນເອເລັກໂຕຣນິກແຫ່ງຊາດ.

ຜູ້ຂໍໃບອະນຸຍາດດຳເນີນທຸລະກິດໃຫ້ບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກທົ່ວໄປ ຕ້ອງປະກອບ ເອກະສານທີ່ ຕາມກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ກຳນົດໄວ້ ດັ່ງນີ້:

  1. ໃບຄຳຮ້ອງ
  2. ຊີວະປະຫວັດຜູ້ບໍລິຫານ
  3. ຊີວະປະຫວັດວິຊາການເຕັກນິກ ແລະ ໃບຢັ້ງຢືນການສຶກສາ
  4. ສຳເນົາໃບທະບຽນວິສາຫະກິດ ຫຼື ໃບຢັ້ງຢືນການສ້າງຕັ້ງ
  5. ໃບຢັ້ງຢືນທີ່ຕັ້ງສຳນັກງານໃຫ່ຍ
  6. ບົດວິພາກເສດຖະກິດ ແລະ ແຜນເຕັກນິກ
  7. ກົດລະບຽບການໃຫ້ບໍລິການ
  8. ໃບຢັ້ງຢືນຖານະດ້ານການເງິນ ຈາກທະນາຄານໃນ ສປປ ລາວ
  9. ເກະສານອື່ນໆ ທີ່ກ່ຽວຂ້ອງ

ມາດຕາ 11 ເງື່ອນໄຂພິຈາລະນາການອອກໃບອະນຸຍາດໃຫ້ບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກທົ່ວໄປ

ຜູ້ຂໍໃບອະນຸຍາດໃຫ້ບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກທົ່ວໄປ ຕ້ອງມີເງື່ອນໄຂ ດັ່ງນີ້:

  1. ປະກອບເອກະສານທີ່ຄົບຖ້ວນ ຕາມເງື່ອນໄຂກຳນົດໄວ້ໃນມາດຕາ 10 ຂອງຂໍ້ຕົກລົງສະບັບນີ້;
  2. ເປັນນິຕິິບຸກຄົນທີ່ຖືກຕ້ອງຕາມກົດໝາຍວ່າດ້ວຍ ວິສາຫະກິດ ຂອງ ສປປ ລາວ
  3. ຕ້ອງມີທຶນຈົດທະບຽນ ຕໍ່າສຸດ ສິບຕື້ ກີບ
  4. ບໍ່ຢູ່ໃນຊ່ວງໄລຍະຖືກອາຍັດຊັບສິນ, ຢູ່ໃນຂະບວນການລົ້ມລະລາຍ ຫຼື ຖືກສານຕັດສິນເປັນຜູ້ລົ້ມລະລາຍ ຕາມກົດໝາຍຂອງ ສປປ ລາວ.
  5. ບໍເຄີຍຖືກຍຸບເລີກ ຫຼື ຖືກຖອນໃບອະນຸຍາດຈາກກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານມາກ່ອນ.
  6. ຕ້ອງມີວິຊາການເຕັກນິກຄົນລາວ ຮັບຜິດຊອບຄຸ້ມຄອງລະບົບອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ ແລະ ຄຸ້ມຄອງຖານຂໍ້ມູນ, ພັດທະນາ ຮາດແວ ແລະ ຊອບແວ ຂອງລະບົບອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ
  7. ປະຕິບັດຕາມເງື່ອນໄຂອື່ນທີ່ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ກຳນົດ

ມາດຕາ 12 ການພິຈາລະນາອອກໃບອະນຸຍາດ

ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ຈະພິຈາລະນາອອກໃບອະນຸຍາດໃຫ້ບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກທົ່ວໄປ ພາຍໃນ 45 ວັນ ນັບແຕ່ວັນໄດ້ຮັບຄຳຮ້ອງ ພ້ອມທັງເອກະສານປະກອບ ຄົບຖ້ວນ ແລະ ຖືກຕ້ອງເປັນຕົ້ນໄປ

ໃນກໍລະນີ ທີ່ບໍ່ພິຈາລະນາ ອອກອະນຸຍາດ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ຈະແຈ້ງເຫດຜົນເປັນລາຍລັກອັກສອນ ໃຫ້ຜູ້ຍື່ນຄຳຮ້ອງຮັບຊາບ ພາຍໃນສິບ ວັນລັດຖະການ.

ມາດຕາ 13 ອາຍຸໃບອະນຸຍາດບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກທົ່ວໄປ

ໃບອະນຸຍາດບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກທົ່ວໄປ ມີອາຍຸຕໍ່າສຸກ 3 ປີ ແລະ ສູງສຸດບໍ່ເກີນ 5 ປີ ແລະ ສາມາດຕໍ່ໄດ້.

ມາດຕາ 14 ການຕໍ່ອາຍຸໃບອະນຸຍາດບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກທົ່ວໄປ

ການສະເໜີຂໍຕໍ່ອາຍຸໃບອະນຸຍາດດຳເນີນທຸລະກິດໃຫ້ບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ ຕ້ອງຍື່ນໃບຄຳຮ້ອງຂໍຕໍ່ກ່ອນວັນໝົດອາຍຸ ເກົ້າສິບ ວັນ ແລະ ຕ້ອງປະກອບເອກະສານ ຕາມທີ່ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ກຳນົດໄວ້ ດັ່ງນີ້:

  1. ໃບຄຳຮ້ອງ
  2. ສຳເນົາໃບອະນຸຍາດດຳເນີນທຸລະກິດສະບັບເກົ່າ
  3. ສຳເນົາໃບທະບຽນວິສາຫະກິດ
  4. ບົດສະຫລຸບການເຄື່ອນໄຫວທຸລະກິດໃນປີຜ່ານມາ
  5. ໃບຢັ້ງຢືນການເສຍອາກອນປີຫຼັງສຸດ
  6. ບົດວິພາກເສດຖະກິດ ແລະ ແຜນເຕັກນິກ (ຖ້າມີການປ່ຽນແປງ)
  7. ກົດລະບຽບການໃຫ້ບໍລິການ (ຖ້າມີການປ່ຽນແປງ)
  8. ເອກະສານອື່ນ ທີ່ກ່ຽວຂ້ອງ

ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ຈະພິຈາລະນາຕໍ່ອາຍຸໃບອະນຸຍາດໃຫ້ບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກທົ່ວໄປ ພາຍໃນ 15 ວັນ ນັບແຕ່ວັນໄດ້ຮັບຮອງຄຳຮ້ອງ ພ້ອມທັງເອກະສານປະກອບຄົບຖ້ວນ ແລະ ຖືກຕ້ອງເປັນຕົ້ນໄປ.

ມາດຕາ 15 ການປ່ຽນແປງ ໂຈະ ຫຼື ຍຸບເລີກການບໍລິການ

ຜູ້ໃຫ້ບໍລິການທີ່ຕ້ອງການປ່ຽນແປງ, ເພີ່ມເຕີມການໃຫ້ບໍລິການ ໂຈະ ຫຼື ຍຸບເລີກ ການໃຫ້ບໍລິການຂອງຕົນ ທັງໝົດ ຫຼື ບາງສ່ວນ ຕ້ອງໄດ້ຮັບການອະນຸຍາກ ຈາກກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ກ່ອນໂດຍສະເໜີຫາ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ພ້ອມທັງຊີ້ແຈງເຫດຜົນເປັນລາຍລັກອັກສອນຊຶ່ງການຂໍການປ່ຽນແປງ ຕ້ອງສະເໜີກ່ອນ ຢ່າງໜ້ອຍ ເກົ້າສິບ ວັນ ແລະ ສຳລັບ ການຂໍໂຈະ ຫຼື ຍຸບເລີກ ຕ້ອງສະເໜີກ່ອນ ຢ່າງໜ້ອຍ ຮ້ອຍແປດສິບ ວັນ ພ້ອມກັນນັ້ນ ຕ້ອງມີມາດຕະການແກ້ໄຂ, ໂອນຍ້າຍ ຫຼື ຊົດເຊີຍ ຕໍ່ຜູ້ໃຊ້ບໍລິການ ຂອງຕົນ.

ມາດຕາ 16 ການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ ໃຫ້ຜູ້ບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກທົ່ວໄປ

ຜູ້ອອກໃບຮັບຮອງລາຍເຊັນເອເລັກໂຕຣນິກແຫ່ງຊາດ ຈະເຮັດໃຫ້ພິທີສ້າງຄູ່ກະແຈໃຫ້ຜູ້ບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກທົ່ວໄປ ຕໍ່ໜ້າພະຍານ ແລະ ຜູ້ໃຫ້ບໍລິການຕາມມາດຕະຖານທີ່ເໝາະສົມ ພາຍຫຼັງທີ່ໄດ້ຮັບໃບຄຳຮ້ອງຈາກຜູ້ຂໍຮ້ອງ ແລະ ໄດ້ຮັບໃບອະນຸຍາດ ໃຫ້ດຳເນີນທຸລະກິດບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກທົ່ວໄປ ນຳກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ.

ໝວດ 4
ຕົວແທນໃຫ້ບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກທົ່ວໄປ

ມາດຕາ 17 ຕົວແທນໃຫ້ບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກທົ່ວໄປ

ຕົວແທນໃຫ້ບໍໍລິການອອກໃບຮັຍຮອງລາຍເຊັນເອເລັກໂຕຣນິກທົ່ວໄປ ແມ່ນບຸກຄົນ ຫຼື ນິຕິບຸກຄົນໃດໜຶ່ງທີ່ເຮັດໜ້າທີ່ການບໍລິການລົງທະບຽນ, ກວດກາຄວາມຖືກຕ້ອງ, ຄົບຖ້ວນຂອງຄຳຮ້ອງ ແລະ ຂໍ້ມູນຂອງຜູ້ຂໍໃບຮັບຮອງລາຍເຊັນເອເລັກໂຕຣນິກ ກ່ອນສົ່ງໃຫ້ບໍໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກທົ່ວໄປ ພິຈາລະນາອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ.

ມາດຕາ 18 ການແຈ້ງຂື້ນທະບຽນຕົວແທນໃຫ້ບໍລິການ ອອກໃບຮັບຮອງລາຍເຊັນເອເລັກໂຕຣນິກທົ່ວໄປ

ຜູ້ອອກໃບຮັບຮອງລາຍເຊັນເອເລັກໂຕຣນິກທົ່ວໄປ ຕ້ອງແຈ້ງໃຫ້ຜູ້ອອກໃບຮັບຮອງລາຍເຊັນເອເລັກໂຕຣນິກແຫ່ງຊາດ ກ່ຽວກັບຕົວແທນຂອງຕົນ ພາຍໃນ ເກົ້າສິບ ວັນ ນັບແຕ່ວັນທີ່ມີສັນຍາເປັນຕົວແທນ ໂດຍປະກອບເອກະສານ ດັ່ງນີ້:

  1. ໃບແຈ້ງຂື້ນທະບຽນ ຕາມແບບຟອມຜູ້ອອກໃບຮັບຮອງລາຍເຊັນເອເລັກໂຕຣນິກແຫ່ງຊາດກຳນົດ
  2. ໃບສຳເນົາໃບທະບຽນວິສາຫະກິດ ຂອງຕົວແທນ
  3. ໃບສັນຍາເປັນຕົວແທນໃຫ້ບໍໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ
  4. ເອກະສານອື່ນໆ ທີ່ກ່ຽວຂ້ອງ

ມາດຕາ 19 ເງື່ອນໄຂຕົວແທນໃຫ້ບໍລິການລາຍເຊັນເອເລັກໂຕຣນິກທົ່ວໄປ

ນິຕິບຸຸກຄົນ ທີ່ມີຈຸດປະສົງຈະເປັນຕົວແທນໃຫ້ບໍລິການ ອອກໃບຮັບຮອງລາຍເຊັນເອເລັກໂຕຣນິກທົ່ວໄປ ຕ້ອງມີເງື່ອນໄຂ ດັ່ງນີ້:

  1. ເປັນນິຕິບຸກຄົນທີ່ຖືກຕ້ອງຕາມກົດໝາຍວ່າດ້ວຍວິສາຫະກິດ ຂອງ ສປປ ລາວ
  2. ມີໃບອະນຸຍາດດຳເນີນທຸລະກິດທາງດ້ານເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ (ຍົກເວັ້ນໃບອະນຸຍາດອິນເຕີເນັດກາເຟ)
  3. ປະຕິບັດຕາມເງື່ອນໄຂອື່ນ ທີ່ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ກຳນົດ.

ໝວດ 5
ຜູ້ອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ

ມາດຕາ 20 ຜູ້ອອກໃບຮັບຮອງລາຍເຊັນເອເລັກໂຕຣນິກພາກລັດ

ຜູ້ອອກໃບຮັບຮອງລາຍເຊັນເອເລັກໂຕຣນິກພາກລັດ ແມ່ນ ການຈັດຕັ້ງຂອງພາກລັດທີ່ໄດ້ຂື້ນທະບຽນ ແລະ ຂໍອະນຸຍາດໃຫ້ບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ ຈາກຜູ້ອອກໃບຮັບຮອງລາຍເຊັນເອເລັກໂຕຣນິກແຫ່ງຊາດ ເພື່ອໃຫ້ບໍລິການແກ່ພະນັກງານ-ລັດຖະກອນ ແລະ ການຈັດຕັ້ງລັດ.

ສູນອິນເຕີເນັດແຫ່ງຊາດ ເປັນຜູ້ຮັບຜິດຊອບໃນການສ້າງ, ບໍາລູງຮັກສາ ແລະ ພັດທະນາລະບົບ ອອກໃຍຮັບຮອງລາຍເຊັນເອເລັກໂຕຣນິກພາກລັດ.

ມາດຕາ 21 ການນຳໃຊ້ໃບຮັບຮອງລາຍເຊັນເອເລັກໂຕຣນິກໃນລະບົບບໍລິການພາກລັດ

ລະບົບບໍລິການພາກລັດຂອງອົງການຈັດຕັ້ງລັດໃດໜຶ່ງ ທີ່ມີຄວາມຈຳເປັນຕ້ອງນຳໃຊ້ໃບຮັບຮອງລາຍເຊັນເອເລັກໂຕຣນິກເຂົ້າໃນລະບົບ ຕ້ອງນຳໃຊ້ໃບຮັບຮອງລາຍເຊັນເອເລັກໂຕຣນິກ ຈາກຜູ້ອອກໃບຮັບຮອງລາຍເຊັນເອເລັກໂຕຣນິກທົ່ວໄປ ທີ່ໄດ້ຮັບອະນຸຍາດດຳເນີນທຸລະກິດ ຈາກກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແລະ ໄດ້ຮັບໃບຮັບຮອງລາຍເຊັນເອເລັກໂຕຣນິກ ຈາກຜູ້ອອກໃບຮັບຮອງລາຍເຊັນເອເລັກໂຕຣນິກແຫ່ງຊາດ ເພື່ອໃຫ້ປະຊາຊົນ ຫຼື ອົງການຈັດຕັ້ງສາມາດນຳໃຊ້ລາຍເຊັນເອເລັກໂຕຣນິກໃນລະບົບດົ່ງກ່າວ.

ມາດຕາ 22 ການນຳໃຊ້ໃບຮັບຮອງລາຍເຊັນເອເລັກໂຕຣນິກພະນັກງານ-ລັດຖະກອນ

ພະນັກງານ-ລັດຖະກອນຂອງອົງການຈັດຕັ້ງລັດ ທີ່ມີຄວາມຈຳເປັນຕ້ອງນຳໃຊ້ໃບຮັບຮອງລາຍເຊັນເອເລັກໂຕຣນິກ ໃນການປະຕິບັດໜ້າທີ່ຕາມຂອບເຂດສິດຂອງຕົນ ຕ້ອງນຳໃຊ້ໃບຮັບຮອງລາຍເຊັນເອເລັກໂຕຣນິກຈາກຜູ້ອອກໃບຮັບຮອງລາຍເຊັນເອເລັກໂຕຣນິກພາກລັດ.

ໃນກໍລະນີ ໃບຮັບຮອງລາຍເຊັນເອເລັກໂຕຣນິກ ທີ່ອອກໂດຍຜູ້ອອກໃບຮັບຮອງລາຍເຊັນເອເລັກໂຕຣນິກພາກລັດ ບໍ່ຖືກຍອມຮັບ ຫຼື ບໍ່ສາມາດນຳໃຊ້ໄດ້; ພະນັກງານ-ລັດຖະກອນຂອງອົງການຈັດຕັ້ງລັດ ສາມາດນຳໃຊ້ໃບຮັບຮອງລາຍເຊັນເອເລັກໂຕຣນິກທີ່ອອກໂດຍ ຜູ້ອອກໃບຮັບຮອງລາຍເຊັນເອເລັກໂຕຣນິກທົ່ວໄປ ຫຼື ຜູ້ອອກໃບຮັບຮອງລາຍເຊັນເອເລັກໂຕຣນິກຕ່າງປະເທດ ຫຼື ຜູ້ອອກໃບຮັບຮອງລາຍເຊັນເອເລັກໂຕຣນິກອື່ນ ແຕ່ຕ້ອງໄດ້ຮັບການຢັ້ງຢືນຈາກ ຜູ້ອອກໃບຮັບຮອງລາຍເຊັນເອເລັກໂຕຣນິກແຫ່ງຊາດ ຢ່າງເປັນລາຍລັກອັກສອນ.

ການນໍາໃຊ້ໃບຮັບຮອງລາຍເຊັນເອເລັກໂຕຣນິກ ຈາກຜູ້ອອກໃບຮັບຮອງລາຍເຊັນເອເລັກໂຕຣນິກພາກລັດ ຕ້ອງປະກອບມີເອກະສານ ດັ່ງນີ້:

  1. ໜັງສືສະເໜີຕາມແບບຟອມຂອງຜູ້ອອກໃບຮັບຮອງລາຍເຊັນເອເລັກໂຕຣນິກພາກລັດກຳນົດ
  2. ສຳເນົາຂໍ້ຕົກລົງການແຕ່ງຕັ້ງຂັ້ນຕຳແໜ່ງຂອງຜູ້ຖືໃບຮັບຮອງ
  3. ເອກະສານອື່ນ ຕາມການກຳນົດຂອງຜູ້ອອກໃບຮັບຮອງລາຍເຊັນເອເລັກໂຕຣນິກພາກລັດ.

ມາດຕາ 23 ເງື່ອນໄຂພິຈາລະນາອອກໃບຮັບຮອງລາຍເຊັນເອເລັກໂຕຣນິກໃຫ້ແກ່ພະນັກງານ-ລັດຖະກອນ

ການພິຈາລະນາອອກໃບຮັບຮອງລາຍເຊັນເອເລັກໂຕຣນິກໃຫ້ແກ່ພະນັກງານ-ລັດຖະກອນ ມີເງື່ອນໄຂ ດັ່ງນີ້:

  1. ຕ້ອງປະກອບເອກະສານຄົບຖ້ວນຕາມທີ່ດ້ກຳນົດໄວ້ໃນມາດຕາ 22 ຂອງຂໍ້ຕົກລົງສະບັບນີ້
  2. ເປັນລັດຖະກອນ ໂດຍມີການຢັ້ງຢືນຈາກອົງການຈັດຕັ້ງຂອງຕົນ
  3. ຈ່າຍຄ່າທຳນຽມ ແລະ ຄ່າບໍລິການ
  4. ປະຕິບັດຕາມເງື່ອນໄຂອື່ນ ທີ່ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ກຳນົດ.

ມາດຕາ 24 ອາຍຸໃບຮັບຮອງລາຍເຊັນເອເລັກໂຕຣນິກສຳລັບພະນັກງານ-ລັດຖະກອນ

ອາຍຸໃບຮັບຮອງລາຍເຊັນເອເລັກໂຕຣນິກສຳລັບພະນັກງານ-ລັດຖະກອນ ທີ່ອອກໃຫ້ໂດຍຜູ້ອອກໃບຮັບຮອງລາຍເຊັນເອເລັກໂຕຣນິກພາກລັດ ແມ່ນມີອາຍຸ 1 ປີ ຫາ 3 ປີ.

ມາດຕາ 25 ການໂຈະ ຫຼື ຍົກເລີກໃບຮັບຮອງລາຍເຊັນເອເລັກໂຕຣນິກ ສຳລັບພະນັກງານ-ລັດຖະກອນ

ຜູ້ອອກໃບຮັບຮອງລາຍເຊັນເອເລັກໂຕຣນິກພາກລັດ ສາມາດໂຈະ ຫຼື ຍົກເລີກ ໃບຮັບຮອງລາຍເຊັນເອເລັກໂຕຣນິກທີ່ອອກໃຫ້ແກ່ພະນັກງານ-ລັດຖະກອນ ໃນກໍລະນີ ດັ່ງນີ້:

  1. ອົງການຈັດຕັ້ງທີ່ກ່ຽວຂ້ອງ ຂໍສະເໜີໃຫ້ໂຈະ ຫຼື ຍົກເລີກ
  2. ຜູ້ອອກໃບຮັບຮອງລາຍເຊັນເອເລັກໂຕີຣນິກ ລະເມີດກົດໝາຍ, ລະບຽບການ ຫຼື ບໍ່ປະຕິບັດຕາມເງື່ອນໄຂການບໍລິການ
  3. ບໍ່ສະເໜີຂໍຕໍ່ອາຍຸ
  4. ບໍ່ຈ່າຍຄ່າທຳນຽມ ຫຼື ຄ່າບໍລິການ

ໝວດ 6
ຜູ້ອອກໃບຮັບຮອງລາຍເຊັນເອເລັກໂຕຣນິກຕ່າງປະເທດ

ມາດຕາ 26 ຜູ້ອອກໃບຮັບຮອງລາຍເຊັນເອເລັກໂຕຣນິກຕ່າງປະເທດ

ຜູ້ອອກໃບຮັບຮອງລາຍເຊັນເອເລັກໂຕຣນິກຕ່າງປະເທດ ແມ່ນຜູ້ອອກໃບຮັບຮອງລາຍເຊັນເອເລັກໂຕຣນິກທີ່ມີສຳນັກ ງານຢູ່ຕ່າງປະເທດ ທີ່ໄດ້ຮັບການຢັ້ງຢືນຈາກຜູ້ອອກໃບຮັບຮອງລາຍເຊັນເອເລັກໂຕຣນິກແຫ່ງຊາດໃນການໃຫ້ບໍລິການອອກໃບ ຮັບຮອງລາຍເຊັນເອເລັກໂຕຣນິກໃຫ້ແກ່ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງຢູ່ ສປປ ລາວ.

ຕົວແທນໃຫ້ບໍລິການ ອອກໃບຮັບຮອງລາຍເຊັນເອເລັກໂຕຣນິກຕ່າງປະເທດ ແມ່ນນິຕິບຸກຄົນໃດໜຶ່ງ ໃນ ສປປ ລາວ ທີ່ເຮັດໜ້າທີ່ການບໍລິການລົງທະບຽນ, ການກວດກາຄວາມຖືກຕ້ອງ, ຄົບຖ້ວນຂອງຄຳຮ້ອງ ແລະ ຂໍ້ມູນຂອງຜູ້ຂໍໃບຮັບຮອງລາຍເຊັນເອເລັກໂຕຣນິກ ກ່ອນສົ່ງໃຫ້ຜູ້ອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ ພິຈາລະນາອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ ຫຼື ນຳໃຊ້ລະບົບເຕັກນິກບາງສ່ວນ ຂອງຜູ້ອອກໃບຮັບຮອງລາຍເຊັນເອເລັກໂຕຣນິກຕ່າງປະເທດ ອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ ໃຫ້ແກ່ຜູ້ນຳໃຊ້ດ້ວຍຕົນເອງ.

ການດຳເນີນທຸລະກິດຕົວແທນໃຫ້ບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກຕ່າງປະເທດ ຕ້ອງໄດ້ຮັບອະນຸຍາດດຳເນີນທຸລະກິດ ຈາກກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແລະ ໄດ້ຮັບການຢັ້ງຢືນຈາກຜູ້ອອກໃບຮັບຮອງລາຍເຊັນເອເລັກໂຕຣນິກແຫ່ງຊາດ.

ມາດຕາ 27 ການຂໍໃບອະນຸຍາດເປັນຕົວແທນ ໃຫ້ບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກຕ່າງປະເທດ

ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງດຳເນີນທຸລະກິດເປັນຕົວແທນໃຫ້ບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກຕ່າງປະເທດ ຕ້ອງຂໍໃບອະນຸຍາດດຳເນີນທຸລະກິດນຳກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແລະ ຂໍໃບຢັ້ງຢືນ ນຳຜູ້ອອກໃບຮັບຮອງລາຍເຊັນເອເລັກໂຕຣນິກແຫ່ງຊາດ.

ຜູ້ຂໍໃບອະນຸຍາດ ຕົວແທນໃຫ້ບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກຕ່າງປະເທດ ຕ້ອງປະກອບເອກະສານຕາມທີ່ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ກຳນົດໄວ້ ດັ່ງນີ້:

  1. ໃບຄຳຮ້ອງ
  2. ຊີວະປະຫວັດຜູ້ບໍລິຫານ
  3. ຊິວະປະຫວັດວິຊາການເຕັກນິກ ແລະ ໃບຢັ້ງຢືນການສຶກສາ
  4. ສຳເນົາໃບອະນຸຍາດດຳເນີນທຸລະກິດ ຫຼື ໃບຢັ້ງຢືນການສ້າງຕັ້ງ
  5. ໃບຢັ້ງຢືນທີ່ຕັ້ງສຳນັກງານໃຫ່ຍ
  6. ບົດວິພາກເສດຖະກິດ
  7. ສຳເນົາສັນຍາຕົວແທນກັບຜູ້ອອກໃບຮັບຮອງລາຍເຊັນເອເລັກໂຕຣນິກຕ່າງປະເທດ
  8. ກົດລະບຽບການໃຫ້ບໍລິການ
  9. ເອກະສານອື່ນ ທ່ກ່ຽວຂ້ອງ

ມາດຕາ 28 ເງື່ອນໄຂພິຈາລະນາອອກໃບອະນຸຍາດຕົວແທນ ໃຫ້ບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກຕ່າງປະເທດ

ການພິຈາລະນາອອກໃບອະນຸຍາດຕົວແທນ ໃຫ້ບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ ຕ່າງປະເທດ ມີເງື່ອນໄຂ ດັ່ງນີ້:

  1. ມີຫ້ອງການຜູ້ຕາງໜ້າ ຫຼື ມີຕົວແທນໃຫ້ບໍລິການຢູ່ ສປປ ລາວ
  2. ມີເອກະສານຢັ້ງຢືນການສ້າງຕັ້ງ ແລະ ເຄື່ອນໄຫວໃຫ້ບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກຂອງປະເທດທີ່ສຳນັກງານຕັ້ງຢູ່
  3. ຕ້ອງບັນລຸເງື່ອນໄຂ ແລະ ມາດຕະຖານ ກ່ຽວກັບ ການບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກຂອງສາກົນ ທີ່ຜູ້ອອກໃບຮັບຮອງລາຍເຊັນເອເລັກໂຕຣນິກແຫ່ງຊາດປະກາດໃຊ້
  4. ປະຕິບັດຕາມເງື່ອນໄຂ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ກຳນົດ.

ມາດຕາ 29 ອາຍຸໃບອະນຸຍາດຕົວແທນ ໃຫ້ບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກຕ່າງປະເທດ

ອາຍຸໃບອະນຸຍາດຕົວແທນໃຫ້ບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກຕ່າງປະເທດ ແມ່ນມີອາຍຸສູງສຸດບໍ່ເກີນ 3 ປີ

ມາດຕາ 30  ການຕໍ່ອາຍຸໃບອະນຸຍາດຕົວແທນ ໃຫ້ບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກຕ່າງປະເທດ

ການສະເໜີຕໍ່ອາຍຸໃບອະນຸຍາດດຳເນີນທຸລະກິດ ແລະ ໃບຢັ້ງຢືນຕົວແທນໃຫ້ບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກຕ່າງປະເທດ ຕ້ອງຢື່ນໃບຄຳຮ້ອງຂໍຕໍ່ກ່ອນວັນໝົດອາຍຸຢ່າງໜ້ອຍ ຫົກສິບ ວັນ ແລະ ຕ້ອງປະກອບເອກະສານຕາມທີ່ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ກຳນົດໄວ້.

ມາດຕາ 31 ການພິຈາລະນາ ອອກໃບອະນຸຍາດຕົວແທນໃຫ້ບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກຕ່າງປະເທດ

ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ຈະພິຈາລະນາອອກໃບອະນຸຍາດຕົວແທນໃຫ້ບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກຕ່າງປະເທດ  ພາຍໃນ 15 ວັນລັດຖະການ ນັບແຕ່ວັນທີ່ໄດ້ຮັບຄໍາຮ້ອງພ້ອມທັງເອກະສານປະກອບຄົບຖ້ວນ ແລະ ຖືກຕ້ອງ ເປັນຕົ້ນໄປ.

ໃນກໍລະນີ ທີ່ບໍ່ພິຈາລະນາອອກອະນຸຍາດ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ຈະແຈ້ງຜົນເປັນລາຍລັກອັກສອນ ໃຫ້ຜູ້ຍື່ນຄຳຮ້ອງຮັບຊາບ ພາຍໃນ ສິບວັນ ລັດຖະການ.

ມາດຕາ 32 ການພິຈາລະນາອອກໃບຢັ້ງຢືນ

ຜູ້ອອກໃບຢັ້ງຢືນເອເລັກໂຕຣນິກແຫ່ງຊາດ ຈະພິຈາລະນາອອກໃບຢັ້ງຢືນຕົວແທນການບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກຕ່າງປະເທດ ໃຫ້ຜູ້ຮ້ອງຂໍພາຍໃນ 15 ວັນ ນັບຕັ້ງແຕ່ວັນໄດ້ຮັບຄຳຮ້ອງ ແລະ ເອກະສານປະກອບຄົບຖ້ວນ ດັ່ງນີ້:

  1. ໃບຄຳຮ້ອງຂໍອອກໃບຢັ້ງຢືນຕົວແທນບໍລິການ ອອກໃບຮັບຮອງລາຍເຊັນເອເລັກໂຕຣນິກຕ່າງປະເທດ
  2. ໃບອະນຸຍາດຕົວແທນໃຫ້ບໍລິການ ອອກໃບຮັບຮອງລາຍເຊັນເອເລັກໂຕຣນິກຕ່າງປະເທດ

ມາດຕາ 33 ອາຍຸຂອງໃບຢັ້ງຢືນ

ອາຍຸຂອງໃບຢັ້ງຢືນຕົວແທນບໍລິການ ອອກໃບຮັບຮອງລາຍເຊັນເອເລັກໂຕຣນິກຕ່າງປະເທດ ແມ່ນຂື້້ນກັບອາຍຸໃບອະນຸຍາດຕົວແທນໃຫ້ບໍລິການ ອອກໃບຮັບຮອງລາຍເຊັນເອເລັກໂຕຮນິກຕ່າງປະເທດ

ມາດຕາ 34 ການຕໍ່, ການປ່ຽນແປງ, ໂຈະ ຫຼື ຍົກເລີກ

ການຕໍ່ໃບອະນຸຍາດ ແລະ ການຢັ້ງຢືນຕົວແທນໃຫ້ບໍລິການ ອອກໃບຮັບຮອງລາຍເຊັນເອເລັກໂຕຮນິກຕ່າງປະເທດ ຕ້ອງປະກອບເອກະສານຄົບຖ້ວນຕາມທີ່ໄດ້ລະບຸໄວ້ໃນມາດຕາ 27 ຂອງຂໍ້ຕົກລົງສະບັບນີ້ ແລະ ຕ້ອງແຈ້ງກ່ອນວັນໝົດອາຍຸຢ່າງໜ້ອຍ ສາມສິບວັນ.

ນິຕິບຸກຄົນ ທີ່ມີຈຸດປະສົງໃນການປ່ຽນແປງເນື້ອໃນໃບອະນຸຍາດ, ໂຈະ ຫຼື ຍົກເລີກ ການດຳເນີນທຸລະກິດຕົວແທນໃຫ້ບໍລິການ ອອກໃບຮັບຮອງລາຍເຊັນເອເລັກໂຕຣນິກຕ່າງປະເທດ ຕ້ອງໄດ້ຮັບໃບອະນຸຍາດຈາກກະຊວງໄປສະນີ, ໂທລະຄົມ ມະນາຄົມ ແລະ ການສື່ສານ ໂດຍສະເໜີ ແລະ ປະກອບເອກະສານ ເພື່ອຊີ້ແຈງເຫດຜົນ.

ໝວດ 7
ຜູ້ອອກໃບຮັບຮອງລາຍເຊັນເອເລັກໂຕຣນິກສະເພາະ

ມາດຕາ 35 ຜູ້ອອກໃບຮັບຮອງລາຍເຊັນເອເລັກໂຕຣນິກສະເພາະ

ຜູ້ອອກໃບຮັບຮອງລາຍເຊັນເອເລັກໂຕຣນິກສະເພາະ ແມ່ນນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ຂື້ນທະບຽນນຳຜູ້ອອກໃບຮັບຮອງລາຍເຊັນເອເລັກໂຕຣນິກແຫ່ງຊາດ ເພື່ອໃຫ້ບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກແກ່ພະນັກງານ ແລະ ການຈັດຕັ້ງພາຍໃນອົງກອນຂອງຕົນ ເທົ່ານັ້ນ.

ໃນກໍລະນີ ນຳໃຊ້ບໍລິການຂອງຜູ້ໃຫ້ບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກທົ່ວໄປ ຢູ່ໃນ ສປປ ລາວ ບໍ່ຈຳເປັນຕ້ອງຂື້້ນທະບຽນນຳຜູ້ອອກໃບຮັບຮອງລາຍເຊັນເອເລັກໂຕຣນິກແຫ່ງຊາດ.

ຜູ້ອອກໃບຮັບຮອງລາຍເຊັນເອເລັກໂຕຣນິກແຫ່ງຊາດ ຈະອອກໃບຢັ້ງຢືນຜູ້ອອກລາຍເຊັນເອເລັກໂຕຣນິກສະເພາະ ໃຫ້ຜູ້ຮ້ອງຂໍພາຍຫຼັງຂື້ນທະບຽນ ແລະ ປະຕິບັດເງື່ອນໄຂຄົບຖ້ວນ.

ມາດຕາ 36 ການປະກອບເອກະສານຂໍຂື້ນທະບຽນ

ການປະກອບເອກະສານ ຂໍຂື້ນທະບຽນດຳເນີນກິດຈະການ ໃຫ້ບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກສະເພາະ ມີດັ່ງນີ້:

  1. ໃບຄຳຮ້ອງຂໍຂື້ນທະບຽນ
  2. ຊີວະປະຫວັດຜູ້ບໍລິຫານ
  3. ຊີວະປະຫວັດວິຊາການເຕັກນິກ ແລະ ໃບຢັ້ງຢືນການສຶກສາ
  4. ສຳເນົາໃບທະບຽນວິສາຫະກິດ ແລະ ໃບຢັ້ງຢືນການສ້າງຕັ້ງ
  5. ບົດວິພາກເສດຖະກິດ ແລະ ແຜນເຕັກນິກ
  6. ກົດລະບຽບການໃຫ້ບໍລິການ
  7. ເອກະສານອື່ນ ທີ່ກ່ຽວຂ້ອງ.

ມາດຕາ 37 ເງື່ອນໄຂການຂື້້ນທະບຽນ

ນິຕິບຸກຄົນ ແລະ ອົງການຈັດຕັ້ງ ທີ່ມີຈຸດປະສົງຂື້ນທະບຽນໃບອະນຸຍາດຮັບຮອງລາຍເຊັນເອເລັກໂຕຣນິກສະເພາະ ມີເງື່ອນໄຂ ດັ່ງນີ້:

  1. ເປັນນິຕິບຸກຄົນທີ່ຖືກຕ້ອງ ອີງຕາມກົດໝາຍ ວ່າດ້ວຍວິສາຫະກິດຂອງ ສປປ ລາວ.
  2. ບໍ່ເຄີຍ ຖືກຍຸບເລີກ ຫຼື ຖືກຖອນໃບອະນຸຍາດຈາກກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ມາກ່ອນ
  3. ມີວິຊາການເຕັກນິກ ຮັບຜິດຊອບຄຸ້ມຄອງລະບົບອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ ແລະ ຄຸ້ມຄອງຖານຂໍ້ມູນ ພ້ອມທັງປັບປຸງ, ພັດທະນາ ນາດແວ ແລະ ຊອບແວ ຂອງລະບົບອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ; ວິຊາການດັ່ງກ່າວ ຕ້ອງມີໃບຢັ້ງຢືນການສຶກສາລະດັບປະລິຍາຕີຂື້ນໄປ ໃນສາຂາຄວາມປອດໄພທາງຄອມພີວເຕີ ຫຼື ໄອຊີທີ;
  4. ປະຕິບັດຕາມເງື່ອນໄຂອື່ນທີ່ ຜູ້ອອກໃບຮັບຮອງລາຍເຊັນເອເລັກໂຕຣນິກແຫ່ງຊາດ ກຳນົດ.

ມາດຕາ 38 ການພິຈາລະນາອອກໃບຢັ້ງຢັ້ງຢືນ

ຜູ້ອອກໃບຮັບຮອງລາຍເຊັນເອເລັກໂຕຣນິກແຫ່ງຊາດ ຈະພິຈາລະນາອອກໃບຢັ້ງຢືນຜ້ອອກໃບຮັບຮອງລາຍເຊັນເອເລັກໂຕຣນິກສະເພາະ ໃຫ້ຜູ້ຮ້ອງຂໍພາຍໃນ ສາມສິບວັນ ນັບແຕ່ວັນໄດ້ຮັບຄຳຮ້ອງ ແລະ ເອກະສານປະກອບຄົບຖ້ວນ ດັ່ງນີ້:

  1. ໃບຄຳຮ້ອງຂໍອອກໃບຢັ້ງຢືນຜູ້ອອກໃບຮັບຮອງລາຍເຊັນເອເລັກໂຕຣນິກສະເພາະ
  2. ໃບທະບຽນດຳເນີນກິດຈະການໃຫ້ບໍລິການ ອອກໃບຮັບຮອງລາຍເຊັນເອເລັກໂຕຣນິກສະເພາະ
  3. ເອກະສານຢັ້ງຢືນມາດຕະຖານເຕັກນິກສະເພາະ ທີ່ໄດ້ກຳນົດໄວ້ໃນໝວດທີ 8 ຂອງຂໍ້ຕົກລົງສະບັບນີ້

ມາດຕາ 39 ອາຍຸໃບຢັ້ງຢືນ

ອາຍຸຂອງໃບຢັ້ງຢືນຜູ້ຮັບຮອງລາຍເຊັນເອເລັກໂຕຣນິກສະເພາະ ແມ່ນຈະຖືກພິຈາລະນາຕາມຄຳຮ້ອງ ແລະ ເງື່ອນໄຂຂອງຜູ້ຮ້ອງຂໍ ແຕ່ສູງສຸດບໍ່ເກີນ 05 ປີ.

ມາດຕາ 40 ການຕໍ່, ການປ່ຽນແປງ, ໂຈະ ຫຼື ຍົກເລີກ

ຜູ້ໃຫ້ບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຮນິກສະເພາະ ທີ່ຕ້ອງການປ່ຽນແປງ, ເພີ່ມຕື່ມລາຍການໂຈະ, ຍຸບເລີກ ການໃຫ້ບໍລິການຂອງຕົນທັງໝົດ ຫຼື ບາງສ່ວນ ຕ້ອງແຈ້ງຜູ້ອອກໃບຮັບຮອງ ລາຍເຊັນເອເລັກໂຕຣນິກຕ່າງປະເທດ ຢ່າງ   ໜ້ອຍ ສາມສິບວັນ ພ້ອມຊີ້ແຈງເຫດຜົນ ເປັນລາຍລັກອັກສອນ.

ໝວດ 8
ມາດຕະຖານສະຖານທີ່ ແລະ ຄວາມປອດໄພ

ມາດຕາ 41 ມາດຕະຖານສະຖານທີ່ການໃຫ້ບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ

ມາດຕະຖານສະຖານທີ່ການໃຫ້ບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ ຕ້ອງປະກອບມີດັ່ງນີ້:

  1. ສະຖານທີ່ຕັ້ງ
  • ສະຖານທີ່ໃຫ້ບໍລິການຕ້ອງມີລະບົບກ້ອງວົງຈອນປິດ ເພື່ອຕິດຕາມບັນທຶກເຫດການໃນສະຖານທີ່ຕັ້ງ;
  • ຜູ້ໃຫ້ບໍລິການຕ້ອງຈັດສັນສະຖານທີ່ ແລະ ຕິດຕັ້ງລະບົບໃຫ້ເໝາະສົມ ເພື່ອຮັບປະກັນການປ້ອງກັນໄພຈາກນໍ້າ.
  1. ການເຂົ້້າຫ້ອງການຄວບຄຸມອຸປະກອນ

ການເຂົ້້າຫ້ອງການຄວບຄຸມອຸປະກອນທີ່ຕິດຕັ້ງລະບົບ ການໃຫ້ບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກນັ້ນ ຕ້ອງແມ່ນບຸກຄະລາກອນທີ່ໄດ້ຮັບມອບໝາຍຈາກຜູ້ໃຫ້ບໍລິການເທົ່ານັ້ນ ທີ່ມີສິດເຂົ້້າອອກບໍລິເວນດັ່ງກ່າວ ຊຶ່ງຄວບຄຸມການເຂົ້າ-ອອກດ້ວຍ (smart card access control) ຫຼື (finger scan with password, door hold open sounder system).

  1. ລະບົບໄຟຟ້າ ແລະ ລະບົບປັບອາກາດ

-​ ຜູ້ໃຫ້ບໍລິການ ຕ້ອງມີເຄື່ອງຈ່າຍໄຟຟ້າຫຼັກ ແລະ ເຄື່ອງຈັກປັ່ນໄຟຟ້າສໍາຮອງ ເພື່ອປ້ອງກັນການເຮັດວຽກຂອງລະບົບໃນກໍລະນີໄຟຟ້າຂັດຂ້ອງ

- ມີລະບົບປັບອາກາດ ເພື່ອຄວບຄຸມຄວາມຮ້ອນ ແລະ ຄວາມຊຸ່ມຂອງຫ້ອງໃຫ້ຄົງທີ່ ໂດຍແຍກອອກຈາກລະບົບປັບອາກາດໃນຕຶກອາຄານ.

  1. ການປ້ອງກັນອັກຄີໄພ

ບໍລິເວນທີ່ຕິດຕັ້ງລະບົບການໃຫ້ບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ ຕ້ອງໄດ້ມີການຕິດຕັ້ງລະ ບົບປ້ອງກັນອັກຄີໄພ ທີ່ມີຄຸນສົມບັດພິເສດບໍ່ເຮັດໃຫ້ອຸປະກອນໄຟຟ້າ ແລະ ເອເລັກໂຕຣນິກເປ່ເພ ແລະ ໄດ້ຮັບການຢັ້ງຢືນຮັບປະກັນຄວາມປອດໄພດ້ານອັກຄີໄພ.

ມາດຕາ 42 ມາດຕະການດ້ານຄວາມປອດໄພລະບົບ

ມາດຕະການດ້ານຄວາມປອດໄພການໃຫ້ບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ ມີດັ່ງນີ້:

  1. ຕ້ອງຮັບປະກັນຄວາມປອດໄພຂໍ້ມູນທັງໝົດຂອງຜູ້ໃຊ້ບໍລິການ ບໍ່ໃຫ້ຖືກທຳລາຍ, ປ່ຽນແປງ ຫຼື ໂຈະລະກຳ
  2. ຕ້ອງມີລະບົບສຳຮອງຂໍ້ມູນ ເພື່ອຮັບປະກັນໃຫ້ນຳໃຊ້ໄດ້ຢ່າງປົກກະຕິ
  3. ຕ້ອງຮັບປະກັນຄວາມປອດໄພຂອງລະບົບ ເພື່ອບໍ່ໃຫ້ເປັນຊ່ອງໂຫວ່ທີ່ຜູ້ບໍ່ຫວັງດີນຳໃຊ້ເພື່ອໂຈມຕີ, ທຳລາຍ ຫຼື ກໍ່ໃຫ້ເກີດຄວາມເສຍຫາຍຕໍ່ຜູ້ອື່ນ
  4. ມີລະບົບແຈ້ງເຕືອນ ແລະ ສະກັດກັ້ນການໂຈມຕີ ແລະ ການເຊື່ອມຕໍ່ທີ່ບໍ່ໄດ້ຮັບອະນຸຍາດ ຜ່ານລະບົບຄອມພີວເຕີ
  5. ອຸປະກອນທີ່ໃຊ້ໃນການບັນທຶກ ຫຼື ເກັບກຳຂໍ້ມູນຫາກມີການເປ່ເພ ຫຼື ບໍ່ໄດ້ໃຊ້ແລ້ວ ຕ້ອງມີການທຳລາຍດ້ວຍວິທີທີ່ ເໝາະສົມ ເພື່ອຮັບປະກັນບໍ່ໃຫ້ມີການນຳໃຊ້ຄືນ ຫຼື ຄົ້ນຫາຂໍ້ມູນໄດ້ອີກ
  6. ການສຳຮອງຂໍ້ມູນທີ່ສຳຄັນ ຕ້ອງໄດ້ເກັບໄວ້ນອກສະຖານທີ່ຕັ້ງຂອງລະບົບ ເພື່ອປ້ອງກັນການສູນເສຍຂອງຂໍ້ມູນຕ່າງໆ ໃນກໍລະນີເກີດເຫດສຸກເສີນ.
  7. ລະບັບເຕັກນິກທັງໝົດທີ່ນຳໃຊ້ເຂົ້າໃນການໃຫ້ບໍລິການ ຕ້ອງຕັ້ງຢູ່ໃນ ສປປ ລາວ
  8. ມາດຕະຖານເຕັກນິກອື່ນ ທີ່ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ກຳນົດ.

 

ໝວດທີ 9
ມາດຕະຖານສະເພາະ

ມາດຕາ 43 ການສ້າງ ແລະ ຕິດຕັ້ງຄູ່ກະແຈ (Key pair generation and installation)

ຜູ້ໃຫ້ບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ ຕ້ອງສ້າງ ແລະ ຕິດຕັ້ງຄູ່ກະແຈສຳລັບໃບຮັບຮອງລາຍເຊັນເອເລັກໂຕຣນິກ ດັ່ງນີ້:

  1. ການສ້າງຄູ່ກະແຈ (Key pair generation) ຕ້ອງປະຕິບັດຕາມມາດຕະຖານ federal information processing standard (FIPS) 140-2 Level 3;
  2. ການຈັດສົ່ງກະແຈສ່ວນຕົວ (Private key delivery to subscriber) ຕ້ອງກໍານົດຂັ້ນຕອນຄວາມປອດໄພໃນການສົ່ງກະແຈສ່ວນຕົວໃຫ້ແກ່ຜູ້ບໍລິການ;
  3. ການັດສົ່ງກະແຈສາທາລະຍະ (Public key delivery to certificate issuer) ຕ້ອງໄດ້ກຳນົດຊ່ອງທາງການນຳສົ່ງກະແຈສາທາລະນະ ແລະ ຂໍ້ມູນລະບຸຕົວຕົນຂອງຜູ້ໃຫ້ບໍລິການ;
  4. ການຈັດສົ່ງກະແຈສາທາລະນະໄປໃຫ້ຄູ່ຮ່ວມທີ່ກ່ຽວຂ້ອງ (CA public key delivery to relying parties) ຕ້ອງໄດ້ກຳນົດຊ່ອງທາງການເຂົ້າເຖິງກະແຈສາທາລະນະຂອງຄູ່ຮ່ວມມືທີ່ກ່ຽວຂ້ອງ
  5. ຂະໜາດຂອງຄູ່ກະແຈ (Key size) ຕ້ອງໃຊ້ວິທີແບບ RSA ໂດຍມີຄວາມຍາວຂອງຄູ່ກະແຈແມ່ນ 2.048 bit.

ມາດຕາ 44 ການປ້ອງກັນກະແຈສ່ວນຕົວ ແລະ ການຄຸ້ມຄອງອຸປະກອນສຳລັບການເຂົ້້າລະຫັດລັບ (Private key protection and cryptographic module engineering controls)

ຜູ້ໃຫ້ບໍລິການອອກໃບຮັບຮງລາຍເຊັນເອເລັກໂຕຣນິກ ຕ້ອງປ້ອງກັນກະແຈສ່ວນຕົວ ແລະ ການຄຸ້ມຄອງອຸປະກອນ ສຳລັບລະຫັດລັບ ດັ່ງນີ້:

  1. ມາດຕະຖານ ແລະ ການຄຸ້ມຄອງອຸປະກອນບໍລິຫານກະແຈ (Cryptographic module standards and controls) ແລະ ລະດັບການເຂົ້້າລະຫັດລັບຂອງອຸປະກອນບໍລິຫານກະແຈ (cryptographic module rating) ຕ້ອງປະຕິບັດຕາມມາດຕະຖານ federal standard information processing standards (FIPS) 140-2 level 3;
  2. ການຄຸ້ມຄອງການເຂົ້າເຖິງກະແຈສ່ວນຕົວ (Private key multi-person control) ຕ້ອງມີບຸກຄະລາກອນທີ່ມີຄວາມໜ້າເຊື່ອຖື ຮັບຜິດຊອບໜ້າທີ່ຄຸ້ມຄອງການເຂົ້້າເຖິງ ຢ່າງໜ້ອຍ 02 ຄົນ;
  3. ການສຳຮອງກະແຈສ່ວນຕົວ (Private key backup) ຕ້ອງປະຕິບັດຕາມມາດຕະຖານ federal standard information processing standards (FIPS) 140-2 level 3;
  4. ການເກັບບັນທຶກກະແຈສ່ວນຕົວ (Private key archival) ຕ້ອງຈັດເກັບໄວ້ໃນອຸປະກອບທີ່ມີຄວາມປອດໄພ ແລະ ໃນໄລຍະເວລາທີ່ເໝາະສົມ,
  5.  ການໂອນຍ້າຍກະແຈສ່ວນຕົວເຂົ້້າໄປໃນ ຫຼື ອອກຈາກອຸປະກອນບໍລິຫານກະແ (Private key transfer into or from a cryptographic module) ຕ້ອງມີບຸກຄະລາກອນທີ່ມີຄວາມໜ້າເຊື່ອຖືຮັບຜິດຊອບໜ້າທີ່ນີ້ ຢ່າງໜ້ອຍ 2 ຄົນ
  6. ການຈັດເກັບກະແຈສ່ວນຕົວໃນອຸປະກອນບໍລີຫານກະແຈ (Private key storage on cryptographic module) ຕ້ອງເກັບໄວ້ຢູ່ໃນອຸປະກອນການບໍລິຫານກະແຈ ແລະ ສຳຮອງກະແຈສ່ວນຕົວໄວ້ໃນອຸປະກອນເກັບກຸນແຈ;
  7. ການເປີດໃຊ້ກະແຈສ່ວນຕົວ (Method of activating private key module) ຕ້ອງດຳເນີນການໂດຍບຸກຄະລາກອນ ທີ່ໄດ້ຮັບການແຕ່ງຕັ້ງຮັບຜິດຊອບໃນການດຳເນີນການ ຢ່າງໜ້ອຍ 2 ຄົນ ແລະ ຕ້ອງມີລະຫັດຜ່ານທີ່ຖືກຕ້ອງ;
  8. ການຍົກເລີກການໃຊ້ກະແຈສ່ວນຕົວ (Method of deactivating private key) ຕ້ອງອອກຈາກລະບົບ (log out) ຢ່າງທັນທີ ເມື່ອສິ້ນສຸດການໃຊ້ງານ;
  9. ວິທີທຳລາຍກະແຈສ່ວນຕົວ (Method of destroying private key) ຕ້ອງຈັດໃຫ້ມີການທໍາລາຍກະແຈສ່ວນຕົວ ເມື່ອມີການຍົກເລີກການໃຊ້ງານ ໂດຍຂະບວນການທີ່ເໝາະສົມ ແລະ ຮັບປະກັນຄວາມປອດໄພ.

ມາດຕາ 45 ລາຍລະອຽດອື່ນ ກ່ຽວກັບກາຈັດການ ແລະ ການບໍລິຫານຄູ່ກະແຈ (Other aspects of key pair management)

ຜູ້ໃຫ້ບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ ຕ້ອງບໍລິຫານຄູ່ກຸນແຈຕາມຫຼັກການ ດັ່ງນີ້:

  1. ການເກັບບັນທຶກກະແຈສາທາລະນະ (Public key archival) ຕ້ອງຈັດເກັບ ໄວ້ໃນອຸປະກອນທີ່ມີຄວາມປອດໄພ ແລະ ໃນໄລຍະທີ່ເໝາະສົມ;
  2. ອາຍຸການໃຊ້ງານຂອງໃບຮັບຮອງລາຍເຊັນເອເລັກໂຕຣນິກ (Certificate operational periods and key pair usage periods) ຖຶກກຳນົດໂດຍຜູ້ອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ ແຫ່ງຊາດ.

ມາດຕາ 46 ຂໍ້ມູນທີ່ໃຊ້ໃນການຕິດຕັ້ງໃບຮັບຮອງລາຍເຊັນເອເລັກໂຕຣນິກ (Activation data)

ຜູ້ໃຫ້ການບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ ຕ້ອງປະຕິບັດຂັ້ນຕອນການນຳໃຊ້ຂໍ້ມູນໃນການຕິດຕັ້ງໃບຮັບຮອງລາຍເຊັນເອເລັກໂຕຣນິກ ດັ່ງນີ້:

  1. ການສ້າງ ແລະ ການສຳລະຄ່າ ຂໍ້ມູນສຳລັບເປີດໃຊ້ງານກະແຈສ່ວນຕົວ (Activation data generation and installation) ຕ້ອງດຳເນີນການໃນຂັ້ນຕອນຂອງການຕິດຕັ້ງອຸປະກອນບໍລິຫານກະແຈ ໂດຍຜູ້ທີ່ໄດ້ຮັບສິດໃນການດຳເນີນການ ແລະ ຕ້ອງມີລະຫັດຜ່ານຖືກຕ້ອງ.
  2. ການປ້ອງກັນຂໍ້ມູນທີ່ໃຊ້ໃນການເປີດໃຊ້ງານກະແຈສ່ວນຕົວ (activation data protection) ຕ້ອງກຳນົດໃຫ້ມີການຢັ້ງຢືນຕົວບຸກຄົນກ່ອນການປິດໃຊ້ງານກະແຈສ່ວນຕົວທຸກຄັ້ງ;
  3. ການຄຸ້ມຄອງຄວາມປອດໄພຂອງລະບົບຄອມພີວເຕີ (Computer security controls) ຕ້ອງມີຂໍ້ກຳນົດທາງດ້ານເຕັກນິກ ແລະ ລາຍລະອຽດກ່ຽວກັບຄວາມປອດໄພຂອງລະບົບຄອມພີວເຕີ  (specific security technical requirements) ທີ່ເໝາະສົມ ແລະ ລະດັບຄວາມປອດໄພຂອງລະບົບຄອມພີວເຕີ (computer security rating) ຕ້ອງສອດຄ່ອງກັບມາດຕະຖານທີ່ຜູ້ອອກໃບຮັບຮອງລາຍເຊັນເອເລັກໂຕຣນິກແຫ່ງຊາດກຳນົດ.

ມາດຕາ 47 ການຄຸ້ມຄອງທາງເຕັກນິກຂອງລະບົບໃຫ້ບໍລິຫານ (Life cycle technical control)

ຜູ້ໃຫ້ບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ ຕ້ອງຄຸ້ມຄອງທາງດ້ານເຕັກນິກຂອງລະບົບໃຫ້ບໍລິການໂດຍປະຕິບັດຕາມວິທີການ ດັ່ງນິ້:

  1. ການຄຸ້ມຄອງການພັດທະນາລະບົບ (System development controls) ຕ້ອງມີຂະບວນການກວດສອບຄວາມຖືກຕ້ອງແທ້ຈິງ ກ່ອນການຕິດຕັ້ວຊອບແວ ທີ່ໃຊ້ໃນລະບົບ;
  2. ການຄວບຄຸມການບໍລິຫານຈັດການດ້ານຄວາມປອດໄພ (Security management controls) ຕ້ອງຄວາມຄຸມການບໍລິຫານຈັດການຄວາມປອດໄພ ໃນການເຂົ້າເຖິງລະບົບການໃຫ້ບໍລິການ ແລະ ການໃຊ້ງານລະບົບ ຢ່າງເໝາະສົມ ແລະ ຮັບປະກັນຄວາມປອດໄພ;
  3. ການຄຸ້ມຄອງຄວາມປອດໄພທາງດ້ານເຄືອຂ່າຍ (Network security controls) ຕ້ອງກຳນົດຊ່ອງທາງສະເພາະ ເພາະເຂົ້້າເຖິງເຄືອຂ່າຍ;
  4. ການປະທັບເວລາໃນການບັນທຶກເວລາ (Time stamping) ຕ້ອງຕິດຕັ້ງໃຫ້ສອດຄ່ອງກັບອຸປະກອນຕັ້ງເວລາມາດຕະຖານ (NTP server) ໂດຍອຸປະກອນທີ່ກ່ຽວຂ້ອງກັບລະບົບໃຫ້ບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກທີ່ອ້າງອີງເວລາຈາກອຸປະກອນດຽວກັນ.

ມາດຕາ 48 ການກຳນົດຮູບແບບຂອງໃບຮັບຮອງລາຍເຊັນເອເລັກໂຕຣນິກ, ລາຍການຍົກເລີກ ແລະ ສາຖານະຂອງໃບຮັບຮອງລາຍເຊັນເອເລັກໂຕຣນິກ (Certificate, CRL and OCSP profiles)

ຜູ້ໃຫ້ບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ ຕ້ອງກຳນົດຮູບແບບຂອງໃບຮັບຮອງລາຍເຊັນເອເລັກໂຕຣນິກ, ລາຍເຊັນຍົກເລີກ ແລະ ສາຖານະຂອງໃບຮັບຮອງລາຍເຊັນເອເລັກໂຕຣນິກ ດັ່ງນີ້:

  1. ຮູບແບບໃບຮັບຮອງລາຍເຊັນເອເລັກໂຕຣນິກ (Certificate Profile) ຕ້ອງສອດຄ່ອງຕາມມາດຕະຖານ ITU-T X.509 version 3 ແລະ ມາດຕະຖານ RFC 5280 Internet X.509 Public key infrastructure certificate and CRL ເປັນຢ່າງໜ້ອຍ.
    1. ສ່ວນເພີ່ມຕື່ມຂອງໃບຮັບຮອງລາຍເຊັນເອເລັກໂຕຣນິກ (Certificate Profile) ຕ້ອງສອດຄ່ອງຕາມມາດຕະຖານ ITU-T X.509 ແລະ ມາດຕະຖານ RFC 5280  ເປັນຢ່າງໜ້ອຍ ແລະ ຕ້ອງປະກອບມີຂໍ້ມູນດັ່ງນີ້:
  • ຈຸດປະສົງຂອງການນຳໃຊ້ກະແຈ (Key usage) ຕ້ອງໄດ້ລະບຸໃນໃບຮັບຮອງລາຍເຊັນເອເລັກໂຕຣນິກ ໂດຍຢ່າງໜ້ອຍຕ້ອງມີ digital signature, key Cert Sign and CRL Sign.
  • ຂໍ້ມູນການຍົກເລີກໃບຮັບຮອງ (CRL Distribution Points) ຕ້ອງກຳນົດຊ່ອງທາງທີ່ສາມາດເຂົ້າເຖິງລາຍການຍົກເລີກໃບຮັບຮອງລາຍເຊັນເອເລັກໂຕຣນິກ.
  • ຂໍ້ມູນຢັ້ງຢືນກະແຈ (Authority key identifier) ຕ້ອງໄດ້ລະບຸຂໍ້ມູນ ທີ່ບົ່ງບອກຕົວຕົນຂອງຜູ້ອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ ໃນໃບຮັບຮອງລາຍເຊັນເອເລັກໂຕຣນິກ.
  • ຂໍ້ມູນການນຳໃຊ້ກຸນແຈ (Subject key identifier) ຕ້ອງລະບຸໃນໃບຮັບຮອງລາຍເຊັນເອເລັກໂຕຣນິກ.
    1. ຮູບແບບຂອງຊື່ (Name Forms) ຕ້ອງລະບຸຂໍ້ມູນຜູ້ອອກໃບຮັບຮອງ (issuer) ແລະ ການນຳໃຊ້ (subject) ຢ່າງລະອຽດເປັນຕົ້ນຊື່ປະເທດ (country (C)), ຊື່ອົງກອນ (Organization (O)) ແລະ ຊື່ທີ່ໃຊ້ທົ່ວໄປ (Name (CN)).
  1. ຮູບແບບລາຍການຍົກເລີກໃບຮັບຮອງລາຍເຊັນເອເລັກໂຕຣນິກ (Certification Revocation List (CRL) Profile)  ຕ້ອງລະບຸຂໍ້ມູນ ກ່ຽວກັບຮູບແບບລາຍການຍົກເລີກ ເປັນຕົ້ນຂໍ້ມູນຢັ້ງຢືນກະແຈ (Authority Key Identifier) ແລະ ໝາຍເລກລໍາດັບລາຍການຍົກເລີກ (Base CRL Number) ໂດຍສອດຄ່ອງຕາມມາດຕະຖານ ITU-T X.509 version 2 ແລະ ມາດຕະຖານ RFC 5280 ເປັນຢ່າງ    ໜ້ອຍ;
  2. ຮູບແບບໂປໂຕຄອນ (Online Certificate Status Protocol (OCSP) Profile) ຕ້ອງອະນຸຍາດໃຫ້ສາມາດກວດສອບສະຖານະໃບຮັບຮອງລາຍເຊັນເອເລັກໂຕຣນິກ ໄດ້.

ໝວດ 10
ສິດ ແລະ ພັນທະ

ມາດຕາ 49  ສິດ ແລະ ພັນທະຂອງຜູ້ໃຫ້ບໍລິການ

ຜູ້ໃຫ້ບໍລິການລາຍເຊັນເອເລັກໂຕຣນິກ ມີສິດ ແລະ ພັນທະ ດັ່ງນີ້:

  1. ສະເໜີຂໍຕໍ່, ປ່ຽນແປງ, ໂຈະ ຫຼື ຍຸບເລີກ ການດຳເນີນກິດຈະການຂອງຕົນ;
  2. ໂຈະການໃຫ້ບໍລິການ ແກ່ຜູ້ໃຊ້ບໍລິການ ທີ່ລະເມີດກົດໝາຍ ແລະ ລະບຽບການ;
  3. ໃຫ້ການຮ່ວມມືຕໍ່ເຈົ້າໜ້າທີ່ພະນັກງານໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແລະ ອົງການຄຸ້ມຄອງ-ກວດກາ ທີ່ກ່ຽວຂ້ອງໃນການຄຸ້ມຄອງກວດກາ;
  4. ຮັກສາຂໍ້ມູນຂອງຜູ້ໃຊ້ບໍລິການໃຫ້ເປັນຄວາມລັບ ແລະ ປອດໄພ, ຍົກເວັ້ນກໍລະນີມີຄຳສັ່ງຈາກອົງການຈັດຕັ້ວທີ່ມີສິດອຳນາດກ່ຽວຂ້ອງ;
  5. ຢູ່ພາຍໃຕ້ການຄຸ້ມຄອງ ແລະ ກວດກາຂອງກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ;
  6. ມອບພັນທະຕາມກົດໝາຍ ແລະ ລະບຽບການ;
  7. ປະຕິບັດສິດ ແລະ ພັນທະອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.

ມາດຕາ 50 ສິດ ແລະ ພັນທະ ຂອງຜູ້ໃຊ້ບໍລິການ

ຜູ້ໃຊ້ບໍລິການລາຍເຊັນເອເລັກໂຕຣນິກ ມີສິດ ແລະ ພັນທະ ດັ່ງນີ້:

  1. ໄດ້ຮັບບໍລິການທີ່ມີຄຸນນະພາບ, ສະດວກ, ວ່ອງໄວ ແລະ ປອດໄພ;
  2. ຫວງຖາມ ແລະ ຮ້ອງຟ້ອງຜູ້ໃຫ້ບໍລິການຕາມຂັ້ນຕອນຂະບວນການຍຸດຕິທຳ ເພື່ອໃຫ້ຄວາມເປັນທຳຕໍ່ຜູ້ໃຊ້ບໍລິການ;
  3. ຈ່າຍຄ່າບໍລິການຕາມລະບຽບການ;
  4. ສະເໜີຕໍ່ອົງການຄຸ້ມຄອງ ແລະ ກວດກາ ກ່ຽວກັບລາຍເຊັນເອເລັກໂຕຣນິກ ຂອງຜູ້ໃຫ້ບໍລິການ;
  5. ປະຕິບັດສິດ ແລະ ພັນທະ ຕາມທີ່ໄດ້ກຳນົດໄສ້ໃນກົດໝາຍ ແລະ ລະບຽບການ.

ໝວດທີ 11
ຄ່າທຳນຽມ ແລະ ຄ່າບໍລິການ

ມາດຕາ 51 ຄ່າທຳນຽມ

ຄ່າທຳນຽມ ໃນການອອກໃບອະນຸຍາດໃບຮັບຮອງລາຍເຊັນເອເລັກໂຕຣນິກ ແມ່ນໃຫ້ປະຕິບັດຕາມລະບຽບການສະເພາະ ທີ່ປະກາດໃຊ້ໃນແຕ່ລະໄລຍະ.

ມາດຕາ 52 ຄ່າບໍລິການ

ຄ່າບໍລິການ ໃນການອອກໃບອະນຸຍາດໃບຮັບຮອງລາຍເຊັນເອເລັກໂຕຣນິກ ແມ່ນໃຫ້ປະຕິບັດຕາມລະບຽບການສະເພາະ ທີ່ປະກາດໃຊ້ໃນແຕ່ລະໄລຍະ.

ໝວດທີ 12
 ຂໍ້ຫ້າມ

ມາດຕາ 53 ຂໍ້ຫ້າມທົ່ວໄປ

ຫ້າມບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທີພຶດຕິກຳ ດັ່ງນີ້:

  1. ທຳລາຍ, ກີດກັ້ນ, ຂັດຂວາງ ການໃຫ້ບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ;
  2. ປອມແປງໃບຮັບຮອງລາຍເຊັນເອເລັກໂຕຣນິກ
  3. ສະໜອງຂໍ້ມູນທີ່ຖືກຕ້ອງ
  4. ແອບອ້າງຕົນເອງເປັນຕົວແທນ ຜູ້ໃຫ້ບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ
  5. ນຳໃຊ້ໃບຮັບຮອງລາຍເຊັນເອເລັກໂຕຣນິກຂອງຜູ້ອື່ນໂດຍບໍ່ໄດ້ຮັບອະນຸຍາດ
  6. ມີພຶດຕິກຳອື່ນທີ່ລະເມີດກົດໝາຍ ແລະ ລະບຽບການ.

ມາດຕາ 54 ຂໍ້ຫ້າມສຳລັບພະນັກງານຄຸ້ມຄອງການໃຫ້ບໍລິການ

ຫ້າມພະນັກງານຄຸ້ມຄອງ ຫຼື ການຈັດຕັ້ງພາກລັດທີ່ຮັບຜິດຊອບ ກ່ຽວກັບການຄຸ້ມຄອງການໃຫ້ບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ ມີພຶດຕິກຳດັ່ງນີ້:

  1. ເຂົ້າເຖິງລະບົບການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ ແລະ ເປີດເຜີຍຂໍ້ມູນ ກ່ຽວກັບການຮັບຮອງລາຍເຊັນເອເລັກໂຕຣນິກ ໂດຍບໍ່ໄດ້ຮັບອະນຸຍາດ.
  2. ດັດແປງ, ທຳລາຍ ຫຼື ເປີດເຜີຍຂໍ້ມູນຄວາມລັບທາງລັດຖະການ ໂດຍບໍ່ໄດ້ຮັບອະນຸຍາດ.
  3. ປະລະໜ້າທີ່ ຫຼື ເມີນເສີຍຕໍ່ຄວາມຮັບຜິດຊອບຂອງຕົນ.
  4. ມີພຶດຕິກຳອື່ນທີ່ລະເມີດກົດໝາຍ ແລະ ລະບຽບການ.

ມາດຕາ 55 ຂໍ້ຫ້າມສຳລັບຜູ້ອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ

ຫ້າມຜູ້ອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ ມີພຶດຕິກຳ ດັ່ງນີ້:

  1. ໃຫ້ບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ ໂດຍບໍ່ໄດ້ຮັບອະນຸຍາດ ຫຼື ບໍ່ຖືກຕ້ອງຕາມໃບອະນຸຍາດ ຫຼື ບໍ່ໄດ້ຮັບການຢັ້ງຢືນ;
  2. ນຳໃຊ້ໃບອະນຸຍາດ ຫຼື ໃບຢັ້ງຢືນ ໃຫ້ຄົນອື່ນນຳໃຊ້, ໃຫ້ເຊົ່າ ຫຼື ໂອນ;
  3. ເປີດເຜີຍຂໍ້ມູນຂອງຜູ້ໃຊ້ບໍລິການ ເວັ້ນເສຍແຕ່ກົດໝາຍອື່ນ ຫຼື ລະບຽບການສະເພາະໃດໜຶ່ງຫາກໄດ້ກຳນົດໄວ້ເປັນຢ່າງອື່ນ;
  4. ມີພຶດຕິກຳອື່ນທີ່ລະເມີດກົດໝາຍ ແລະ ລະບຽບການ.

ໝວດທີ 13
ການຄຸ້ມຄອງ ແລະ ກວດກາ ການດຳເນີນກິດຈະການລາຍເຊັນເອເລັກໂຕຣນິກ

ມາດຕາ 56 ອົງການຄຸ້ມຄອງ ແລະ ກວດກາການໃຫ້ບໍລິການ

ອົງການຄຸ້ມຄອງ ແລະ ກວດກາການດຳເນີນກິດຈະການລາຍເຊັນເອເລັກໂຕຣນິກ ປະກອບດ້ວຍ:

  1. ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ;
  2. ພະແນກໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແຂວງ, ນະຄອນຫລວງ.

ມາດຕາ 57 ສິດ ແລະ ໜ້າທີ່ ຂອງກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ

ໃນການຄຸ້ມຄອງວຽກງານການດຳເນີນກິດຈະການລາຍເຊັນເອເລັກໂຕຣນິກ, ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ມີສິກດແລະ ໜ້າທີ່ ດັ່ງນີ້:

  1. ເຜີຍແຜ່ກົດໝາຍ ແລະ ລະບຽບການ ກ່ຽວກັບລາຍເຊັນເອເລັກໂຕຣນິກ;
  2. ພິຈາລະນາອະນຸມັດ, ຕໍ່, ປ່ຽນແປງ, ໂຈະ ແລະ ຖອນ ໃບອະນຸຍາດບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ;
  3. ຕິດຕາມ, ກວດກາການປະຕິບັດເງື່ອນໄຂ, ມາດຕະຖານ, ຄຸນນະພາບ ແລະ ລະບຽບການຕາມຂໍ້ຕົກລົງສະບັບນີ້;
  4. ກ່າວເຕືອນ, ສຶກສາອົບຮົມ ຫຼື ປັບໃໝ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການອື່ນ ທີ່ກ່ຽວຂ້ອງ;
  5. ພິຈາລະນາແກ້ໄຂ ຄຳສະເໜີ ກ່ຽວກັບ ການໃຫ້ລາຍເຊັນເອເລັກໂຕຣນິກ ເປັນຕົ້ນ ຄຸນນະພາບການໃຫ້ບໍລິການ ແລະ ການບໍລິການຕ່າງໆ;
  6. ເກັບຄ່າທຳນຽມ ແລະ ຄ່າບໍລິການໃນການອອກໃບອະນຸຍາດໃຫ້ບໍລິການໃບຮັບຮອງລາຍເຊັນເອເລັກໂຕຣນິກ ແລະ ຄ່າບໍລິການອື່ນ ຕາມກົດໝາຍ ແລະ ລະບຽບການ;
  7. ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.

ມາດຕາ 58 ສິດ ແລະ ໜ້າທີ ພະແນກໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແຂວງ, ນະຄອນຫລວງ.

ໃນການຄຸ້ມຄອງວຽກງານການດຳເນີນກິດຈະການລາຍເຊັນເອເລັກໂຕຣນິກ, ພະແນກໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແຂວງ, ນະຄອນຫລວງ ມີສິດ ແລະ ໜ້າທີ່ ດັ່ງນີ້:

  1. ເຜີຍແຜ່ກົດໝາຍ ແລະ ລະບຽບການ ກ່ຽວກັບລາຍເຊັນເອເລັກໂຕຣນິກ;
  2. ໃຫ້ການປຶກສາໃນການຂໍອະນຸມັດ, ຕໍ່, ປ່ຽນແປງ, ໂຈະ ແລະ ຖອນ ໃບອະນຸຍາດບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ;
  3. ສະເໜີສ້າງ, ບໍາລູງ ແລະ ຍົກລະດັບ ບຸກຄະລາກອນ ກ່ຽວກັບວຽກງານລາຍເຊັນເອເລັກໂຕຣນິກ;
  4. ຕິດຕາມ, ກວດກາການນຳໃຊ້ໃບຮັບຮອງລາຍເຊັນເອເລັກໂຕຣນິກ ຂອງບັນດາອົງການຈັດຕັ້ງຕ່າງໆ;
  5. ຮັບຄຳສະເໜີ ກ່ຽວກັບການໃຫ້ບໍລິການລາຍເຊັນເອເລັກໂຕຣນິກ ເປັນຕົ້ນ ຄຸນນະພາບການໃຫ້ບໍລິການ ແລະ ການບໍລິການຕ່າງໆ;
  6. ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.

ໝວດທີ 14
ມາດຕະການຕໍ່ຜູ້ລະເມີດ

ມາດຕາ 59 ມາດຕະການຕໍ່ຜູ້ລະເມີດ

ບຸກຄົນ, ນິຕິບຸກຄົນ ຫຼື ອົງການຈັດຕັ້ງ ທີ່ລະເມີດຕໍ່ຂໍ້ຕົກລົງສະບັບນີ້ ຈະຖືກສຶກສາອົບຮົມ, ກ່າວເຕືອນ, ລົງວິໃນ ແລະ ປັບໃໝ, ໃຊ້ແທນຄ່າເສຍຫາຍທາງແພ່ງ ຫຼື ຖືກລົງໂທດທາງອາດຍາ ແລ້ວແຕ່ກໍລະນີ ໜັກ ຫຼື ເບົາ.

ມາດຕາ 60 ມາດຕະການສຶກສາອົບຮົມ

ພະນັກງານ-ລັດຖະກອນ ຫຼື ຜູ້ໃຫ້ບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ ຈະຖຶກສຶກສາອົບຮົມ ໃນກໍລະນີດັ່ງນີ້:

  1. ບໍ່ໃຫ້ການຮ່ວມມື, ກົດໜ່ວງທ່ວງດຶງ, ຊັກຊ້າ ເວົ້້າຈາບໍ່ສຸພາບ ຫຼື ບໍ່ເໝາະສົມ;
  2. ກົດໜ່ວງທ່ວງດຶງການໃຫ້ບໍລິການ ບໍ່ມີເຫດຜົນ ຫຼື ລະເມີດຂໍ້ຫ້າມອື່ນ.

ມາດຕາ 61 ມາດຕະການທາງວິໄນ

ພະນັກງານ-ລັດຖະກອນ ຫຼື ເຈົ້າໜ້າທີ່ຄຸ້ມຄອງລະເມີດຂໍ້ຫ້າມໃນຂໍ້ຕົກລົງສະບັບນີ້ ຈະຖືກລົງວິໄນຕາມກົດໝາຍທີ່ກ່ຽວຂ້ອງ.

ມາດຕາ 62 ມາດຕະການປັບໃໝ

ບຸກຄົນ, ນິຕິບຸກຄົນທີ່ລະເມີດຕໍ່ຂໍ້ຕົກລົງສະບັບນີ້ ຈະຖືກປັບໃໝໃນກໍລະນີດັ່ງນີ້:

  1. ດໍາເນີນທຸລະກິດອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ ໂດຍບໍ່ໄດ້ຮັບອະນຸຍາດ ຈະຖືກປັບໃໝ 40,000,000 ກີບ;
  2. ທຳລາຍ, ກີດກັ້ນ ຫຼື ກີດຂວາງ ການເຮັດວຽກຂອງລະບົບໃຫ້ບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ ຊຶ່ງບໍ່ສ້າງຄວາມເສຍຫາຍຫລວງຫລາຍ ຈະຖືກປັບໃໝ 5,000,000 ກີບ
  3. ເອົາໃບອະນຸຍາດໃຫ້ຄົນອື່ນນຳໃຊ້, ເຊົ່າ, ໂອນ ຈະຖືກປັບໃໝ 15,000,000 ກີບ
  4. ບໍລິການບໍ່ຖືກຕ້ອງຕາມທີ່ລະບຸໄວ້ໃນໃບອະນຸຍາດ ຈະຖືກປັບໃໝ 15,000,000 ກີບ
  5. ສະໜອງຂໍ້ມູນ ຫຼື ເຜີຍແຜ່ຂໍ້ມູນກ່ຽວກັບໃບຮັບຮອງລາຍເຊັນເອເລັກໂຕຣນິກ ບໍ່ຖືກຕ້ອງຈະຖືກປັບໃໝ 10,000,000 ກີບ
  6. ເປີດເຜີຍຂໍ້ມູນຂອງຜູ້ໃຊ້ບໍລິການ ໂດຍບໍ່ໄດ້ຮັບອະນຸຍາດ ຈະຖືກປັບໃໝ 10,000,000 ກີບ
  7. ໃຫ່ບໍລິການບໍ່ຖືກຕ້ອງຕາມສັນຍາ ຫຼື ຕາມແຈ້ງການ ຈະຖືກປັບໃໝ 15,000,000 ກີບ
  8. ສະໜອງຂໍ້ມູນ ຫຼື ເຜີຍແຜ່ຂໍ້ມູນກ່ຽວກັບໃບຮັບຮອງລາຍເຊັນເອເລັກໂຕຣນິກຊັກຊ້າບໍ່ທັນຕາມເວລາ ຈະຖືກປັບໃໝ 10,000,000 ກີບ
  9. ບໍ່ບັນທຶກຂໍ້ມູນການນຳໃຊ້ ຫຼື ບໍ່ລາຍງານຂໍ້ມູນຕາມກົດໝາຍ ແລະ ລະບຽບການ ຈະຖືກປັບໃໝ 10,000,000 ກີບ
  10. ແອບອ້າງເປັນຕົວແທນ ຜູ້ໃຫ້ບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ ຈະຖືກປັບໃໝ 15,000,000 ກີບ
  11. ນໍຳໃຊ້ໃບຮັບຮອງລາຍເຊັນເອເລັກໂຕຣນິກ ຂອງຜູ້ອື່ນໂດຍບໍ່ໄດ້ຮັບອະນຸຍາດ ຈະຖືກປັບໃໝ 10,000,000 ກີບ
  12. ກໍລະນີມີການປ່ຽນແປງ, ໂຈະ ຫຼື ຍົກເລີກການໃຫ້ບໍລິການແຈ້ງຊ້າກ່ອນກຳນົດ ຈະຖືກປັບໃໝ 10,000,000 ກີບ
  13. ບໍ່ແຈ້ງ ຫຼື ແຈ້ງຊ້າ ກ່ຽວກັບຕົວແທນຂອງຕົນ ຕໍ່ກັບຜູ້ອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ ແຫ່ງຊາດຊ້າກ່ອນກຳນົດ ຈະຖືກປັບໃໝ 5,000,000 ກີບ
  14. ຕໍ່ອາຍຸໃບອະນຸຍາດດຳເນີນທຸລະກິດ ຊ້າກ່ອນກຳນົດ ຈະຖືກປັບໃໝ 5,000,000 ກີບ

ມາດຕາ 63 ມາດຕະການໂຈະ ຫຼື ຍຸບເລີກ

ອົງການຄຸ້ມຄອງຈະດຳເນີນການໂຈະ ຫຼື ຍົກເລີກ ໃບອະນຸຍາດດຳເນີນທຸລະກິດຈະການ ໃຫ້ບໍລິການລາຍເຊັນເອເລັກໂຕຣນິກ ດັ່ງນີ້:

ອະນຸຍາດດຳເນີນທຸລະກິດຈະການ ຈະຖືກໂຈະໃນກໍລະນີດັ່ງນີ້:

  1. ບໍລິການເກີນປະເພດທີ່ໄດ້ຮັບອະນຸຍາດໃນໃບອະນຸຍາດ;
  2. ປອມແປງ, ເຊື່ອງອຳຂໍ້ມູນ ຫຼື ສະໜອງຂໍ້ມູນບໍຖືກຕ້ອງຕາມການກຳນົດ ຂອງອົງການຄຸ້ມຄອງ:
  3. ບໍ່ຕໍ່ໃບອະນຸຍາດພາຍໃນ 90 ວັນ ຫຼັງຈາກໃບອະນຸຍາດໝົດອາຍຸແລ້ວ;
  4. ບໍ່ດຳເນີນການພາຍໃນ 12 ເດືອນ ພາຍຫຼັງໄດ້ຮັບໃບອະນຸຍາດ ແລະ ຢັ້ງຢືນ;
  5. ບໍ່ສຳລະຄ່າທຳນຽມ ແລະ ຄ່າບໍລິການ ໃຫ້ລັດຕາມກົດໝາຍ ແລະ ລະບຽບການ.

ອະນຸຍາດດຳເນີນທຸລະກິດຈະການ ຈະຖືກຍົກເລີກ ໃນກໍລະນີດັ່ງນີ້:

  1. ບໍ່ປັບປຸງແກ້ໄຂ ຕາມເງື່ອນໄຂ ອົງການຄຄຸ້ມຄອງ ຫຼື ຜູ້ອອກໃບອະນຸຍາດລາຍເຊັນເອເລັກໂຕຣນິກແຫ່ງຊາດ ກຳນົດ ພາຍຫຼັງຖືກໂຈະ;
  2. ເອົາໃບອະນຸຍາດ ຫຼື ໃບຢັ້ງຢືນ ໃຫ້ຜູ້ອື່ນນຳໃຊ້, ເຊົ່າ ຫຼື ໂອນ ໂດຍບໍ່ໄດ້ຮັບອະນຸຍາດ;
  3. ລະເມີດກົດໝາຍ ແລະ ລະບຽບການ ຢ່າງຮ້າຍແຮງ.

ໝວດທີ 15
ບັນຍັດສຸດທ້າຍ

ມາດຕາ 64 ການຈັດຕັ້ງປະຕິບັດ

ມອບໃຫ້ກົມເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ແລະ ສູນອິນເຕີເນັດແຫ່ງຊາດ ຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ ຢ່າງເຂັ້ມງວດ.

ມາດຕາ 65 ຜົນສັກສິດ

ຂໍ້ຕົກລົງສະບັບນີ້ ມີຜົນສັກສິດນັບແຕ່ມື້ລົງລາຍເຊັນ ແລະ ພາຍຫຼັງໄດ້ລົງຈົດໝາຍເຫດລັດຖະການ ສິບຫ້າວັນ.

ລັດຖະມົນຕີ

ປອ. ທັນສະໄໝ ກົມມະສິດ

 

 

# ຫົວຂໍ້ ດາວໂຫຼດ
1 The Decision on Electronic Signatures, No. 1101/MPT, dated 29 May 2020. PDF
2 ຂໍ້ຕົກລົງ ວ່າດ້ວຍ ການດໍາເນີນກິດຈະການລາຍເຊັນເອເລັກໂຕຣນິກ, ເລກທີ 1101/ປທສ, ລົງວັນທີ 29 ພຶດສະພາ 2020. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.