ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ​ລາວ
ສັນຕິພາບ
ເອກະລາດ ປະຊາທິປະໄຕເອກະພາບ ວັດ​ທະນະຖາວອນ

ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ
ກົມ​ການ​ນຳ​ເຂົ້າ ​ແລະ ສົ່ງ​ອອກ     ເລກທີ 2009/ກຂອ
ນະຄອນຫຼວງ​ວຽງ​ຈັນ, ວັນ​ທີ 14 ມິຖຸນາ 2021

ແຈ້ງການ

ເຖິງບັນດາຜູ້ປະກອບການນຳເຂົ້າຍານພາຫະນະ

ເລື່ອງມາດຕະການຊົ່ວຄາວໃນການການນຳເຂົ້າຍານພາຫະນະກົນຈັກໜັກສະເພາະ

  • ອີງໃສ່ ແຈ້ງການ ຂອງ ກົມຂົນສົ່ງ ເລກທີ 10649 /ຍທຂ.ກຂ, ລົງວັນທີ 7 ມິຖຸນາ 2021

    ກົມ​ການ​ນຳ​ເຂົ້າ ​ແລະ ສົ່ງ​ອອກ ຂໍ​ຖື​ເປັນ​ກຽດແຈ້ງ ມາຍັງ ທ່ານ ເພື່ອຊາບວ່າ: ເນື່ອງຈາກມີປະກົດການບິດເບືອນຂໍ້ມູນສະພາບເຕັກນິກ (ຈາກລົດເກົ່າ ມາເປັນລົດໃໝ່) ແລະ ນຳໃຊ້ເລກຈັກ, ເລກຖັງ ຂອງ ຍານພາຫະນະກົນຈັກໜັກສະເພາະທີ່ເປັນປະເພດລົດຂົນສົ່ງ ທີ່ນຳເຂົ້າ ແລະ ຂື້ນທະບຽນແລ້ວ ມາສັບໃສ່ລົດທີ່ນຳເຂົ້າມາໃໝ່ ເພື່ອແຈ້ງຂໍອະນຸຍາດນຳເຂົ້ານຳບັນດາໜ່ວຍງານທີ່ກ່ຽວຂ້ອງຂອງລັດ ພາໃຫ້ເກີດບັນຫາ ເລກຈັກ, ເລກຖັງ ຊ້ຳຊ້ອນ. ເພື່ອເປັນການສະກັດກັ້ນປະກົດການດັ່ງກ່າວ ໃນໄລຍະລໍຖ້າການປັບປຸງລະບົບແຈ້ງພາສີປະຕູດຽວແຫ່ງຊາດ (LNSW) ໃຫ້ສາມາດເຊື່ອມຈອດ, ກວດສອບຂໍ້ມູນການຂື້ນທະບຽນຍານພາຫະນະຂອງກົມຂົນສົ່ງ ແລະ ສາມາດຂະຫຍາຍການນຳໃຊ້ອອກໄປສູ່ດ່ານພາສີອື່ນໃນຂອບເຂດທົ່ວປະເທດ, ກົມການນຳເຂົ້າ ແລະ ສົ່ງອອກ ຈຶ່ງແຈ້ງມາດຕະການຊົ່ວຄາວໃນການນຳເຂົ້າລົດປະເພດດັ່ງກ່າວ ມາຍັງ ທ່ານ ເພື່ອປະຕິບັດດັ່ງນີ້:

  1. ຜູ້ນຳເຂົ້າ ທີ່ມີຄວາມປະສົງຢາກນຳເຂົ້າ ລົດກົນຈັກໜັກສະເພາະທີ່ເປັນປະເພດລົດຂົນສົ່ງ ຕາມທີ່ໄດ້ກຳນົດໄວ້ໃນບົດແນະນຳຂອງກົມຂົນສົ່ງ ສະບັບເລກທີ 13997/ກຂສ, ລົງວັນທີ 23 ສິງຫາ 2012 ຕ້ອງໄດ້ຍື່ນຂໍໃບອະນຸຍາດດ້ານເຕັກນິກນຳພາຫະນະກົນຈັກເຂົ້າ ແລະ ຂຶ້ນທະບຽນ ຢູ່ ສປປ ລາວ ນຳ ກົມຂົນສົ່ງ, ກະຊວງໂຍທາທິການ ແລະ ຂົນສົ່ງ ເພື່ອກວດກາ ແລະ ຢັ້ງຢືນວ່າຍານພາຫະນະດັ່ງກ່າວຍັງບໍ່ເຄີຍຜ່ານການຂື້ນທະບຽນ ຢູ່ ສປປ ລາວ ມາກ່ອນ, ຫຼັງຈາກນັ້ນ, ຈຶ່ງປະກອບເອກະສານເພື່ອຂໍໃບອະນຸຍາດນຳເຂົ້ານຳ ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະ ກຳ ແລະ ການຄ້າ ແລ້ວຈຶ່ງໄປແຈ້ງເສຍພາສີ ຕາມລະບຽບການ
  2. ການນຳເຂົ້າຍານພາຫະນະທຸກປະເພດທີ່ເປັນລົດນຳໃຊ້ແລ້ວຈາກຕ່າງປະເທດ ເພື່ອມາປ່ຽນປ້າຍນຳໃຊ້ຢູ່ ສປປ ລາວ,​ ຜູ້ນຳເຂົ້າ ຕ້ອງຄັດຕິດໃບລົບລ້າງປ້າຍທະບຽນຈາກປະເທດຕົ້ນທາງ ມາພ້ອມທຸກຄັ້ງ ຈຶ່ງຈະໄດ້ຮັບພິຈາລະນາ.
  3. ເອກະສານທີ່ນຳໃຊ້ປະກອບໃນການຂໍໃບອະນຸຍາດນຳເຂົ້າ ໂດຍສະເພາະ ໃບແຈ້ງລາຄາ (Invoice), ໃບແຈ້ງຂໍ້ມູນສິນຄ້າ (Packing) ຫຼື ໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ (ໃບ CO) ຕ້ອງແມ່ນເອກະສານຢັ້ງຢືນທີ່ອອກໃຫ້ໂດຍ ບໍລິສັດ/ໂຮງງານ ຫຼື ໜ່ວຍງານ ທີ່ມີຕົວຕົນ ແລະ ສາມາດກວດສອບໄດ້. ກົມການນຳເຂົ້າ ແລະ ສົ່ງອອກ ຈະປະຕິເສດການອອກໃບອະນຸຍາດນຳເຂົ້າ ຖ້າຫາກບໍ່ສາມາດຢັ້ງຢືນຄວາມຖືກຕ້ອງຂອງເອກະສານດັ່ງກ່າວໄດ້.
  4. ໃຫ້ ບັນດາບໍລິສັດນຳເຂົ້າ ແລະ ສົ່ງອອກ ພາຫະນະ ທີ່ໄດ້ຮັບອະນຸຍາດດຳເນີນກິດຈະການກ່ອນປີ 2021 ຮີບຮ້ອນແຈ້ງຄືນ ເອກະສານ/ໜັງສື ແຕ່ງຕັ້ງ ຫຼື ມອບສິດເປັນຕົວແທນຈຳໜ່າຍຍານພາຫະນະ ໃຫ້ ກົມການນຳເຂົ້າ ແລະ ສົ່ງອອກ ຊ້າສຸດບໍ່ໃຫ້ກາຍວັນທີ 30 ມິຖຸນາ 2021. ຖ້າຮອດກຳນົດເວລາດັ່ງກ່າວແລ້ວແຕ່ບໍລິສັດຍັງບໍ່ປະກອບເອ ກະສານມາໃຫ້, ກົມການນຳເຂົ້າ ແລະ ສົ່ງອອກ ຈະໄດ້ໂຈະການດຳເນີນກິດຈະການ ແລະ ການອອກໃບອະນຸຍາດນຳເຂົ້າໄວ້ຊົ່ວຄາວ.

     ດັ່ງ​ນັ້ນ, ຈຶ່ງແຈ້ງມາຍັງ ທ່ານ ເພື່ອຊາບ ແລະ ປະຕິບັດຕາມນີ້ດ້ວຍ.

ຮອງຫົວໜ້າກົມ,

ພຸດສະຫວັນ ຂຸນຈັນທະ

 

# ຫົວຂໍ້ ດາວໂຫຼດ
1 ແຈ້ງການ ກ່ຽວກັບ ມາດຕະການຊົ່ວຄາວໃນການນໍາເຂົ້າຍານພາຫະນະກົນຈັກໜັກສະເພາະ, ເລກທີ 2009/ກຂອ, ລົງວັນທີ 14 ມິຖຸນາ 2021. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.