ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ກະຊວງກະສິກໍາ ແລະ ປ່າໄມ້
ກົມລ້ຽງສັດ ແລະ ການປະມົງ     ເລກທີ 1576/ກລປ
ນະຄອນຫຼວງວຽງຈັນ, ວັນທີ 1 ກໍລະກົດ 2021

ແຈ້ງການ

ສືບຕໍ່ ຄວບຄຸມ ການລະບາດພະຍາດຜີວໜັງອັກເສບຕິດຕໍ່ ງົວຄວາຍ ຢູ່ ສປປ ລາວ

ເຖິງ: ຫົວໜ້າຂະແໜງລ້ຽງສັດ ແລະ ການປະມົງ ແຂວງ ແລະ ນະຄອນຫຼວງ ໃນຂອບເຂດທົ່ວປະເທດ

  • ອີງຕາມ ກົດໝາຍວ່າດ້ວຍການລ້ຽງສັດ ແລະ ການສັດຕະວະແພດ ສະບັບປັບປຸງເລກທີ 08/ສພຊ, ລົງວັນທີ 11 ພະຈິກ  2016;
  • ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງກະສະກໍາ ແລະ ປ່າໄມ້ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ກົມລ້ຽງສັດ ແລະ ການປະມົງ, ສະບັບເລກທີ 3824/ກລປ, ລົງວັນທີ 18 ສິງຫາ 2017;
  • ອີງໃສ່ ແຈ້ງການ ເລກທີ 1277/ກລປ, ລົງວັນທີ 31 ພຶດສະພາ 2021 ການຫ້າມນໍາເຂົ້າຊົ່ວຄາວສັດໃຫຍ່ ປະເພດງົວ-ຄວາຍ ແລະ ຜະລິດຕະພັນຈາກສັດໃຫຍ່;
  • ອີງໃສ່ ການຄົ້ນຄ້ວາ ຂອງຄະນະວິຊາການຂອງກົມລ້ຽງສັດ ແລະ ການປະມົງ ຄັ້ງວັນທີ 30 ມິຖຸນາ 2021 ກ່ຽວກັບ ການສະຫຼຸບການຈັດຕັ້ງປະຕິບັດ ແຈ້ງການ ເລກທີ 1277/ກລປ, ລົງວັນທີ 31 ພຶດສະພາ 2021.

     ກົມລ້ຽງສັດ ແລະ ການປະມົງ ຂໍຖືເປັນກຽດແຈ້ງມາຍັງຂະແໜງລ້ຽງສັດ ແລະ ການປະມົງ ໃນທົ່ວປະເທດຊາບວ່າ: ສະພາບການລະບາດຂອງພະຍາດຜິວໜັງອັກເສບຕິດຕໍ່ງົວຄວາຍ ແມ່ນຍັງສືບຕໍ່ ເປັນ ໄພຂົ່ມຂູ່ຕໍ່ການລ້ຽງສັດຢູ່ປະເທດເຮົາ, ຊຶ່ງຈາກການຕີລາຄາ ດ້ານລະບາດວິທະຍາ ພົບວ່າ ທົ່ງປະເທດມີອັດຕາການຕິດເຊື້ອສະເລ່ຍ 0,7 %, ມີອັດຕາການຕາຍສະເລ່ຍ 0,006% ຫຼື ເທົ່າກັບ 1% ຂອງສັດຕິດເຊື້ອທັງໝົດ ແລະ ອັດຕາການປິ່ນປົວຫາຍດີມາຮອດປັດຈຸບັນຫຼາຍກ່ວາ 80%.

    ຢ່າງໃດກໍ່ຕາມ, ເພື່ອເປັນການສືບຕໍ່ເຝົ້າລະວັງ ແລະ ຈໍາກັດພະຍາດບໍ່ໃຫ້ມີການແຜ່ລະບາດກ້ວາງອອກ ແລະ ແກ້ໄຂບັນຫາການຂາດແຄນ ຊີ້ນງົວ-ຄວາຍ ເພື່ອສະໜອງໃຫ້ແກ່ສັງຄົມ.

ກົມລ້ຽງສັດ ແລະ ການປະມົງ ຈຶ່ງອອກແຈ້ງການເພີ່ມ ດັ່ງນີ້:

1. ໃຫ້ຂະແໜງລ້ຽງສັດ ແລະ ການປະມົງແຂວງ ແລະ ນະຄອນຫຼວງ ສືບຕໍ່ຕິດຕາມ, ເກັບກໍາສະພາບການລະບາດຂອງພະຍາດຜິວໜັງອັກເສບຕິດຕໍ່ງົວ-ຄວາຍ ແລະ ລາຍງານ ກົມລ້ຽງສັດ ແລະ ການປະມົງ ຮັບຊາບ ເປັນແຕ່ລະອາທິດໃຫ້ເປັນປົກກະຕິ;

2. ອະນຸຍາດ ໃຫ້ ມີການ ເຄື່ອນຍ້າຍສັດປະເພດງົວຄວາຍ ຢູ່ພາຍໃນແຂວງ ໂດຍສະເພາະລະຫວ່າງບ້ານຕໍ່ບ້ານ ແລະ ເມືອງຕໍ່ເມືອງ ແລະ ແຂວງຕໍ່ແຂວງ ແຕ່ສັດທີ່ອະນຸຍາດໃຫ້ເຄື່ອນຍ້າຍນັ້ນ ຕ້ອງຜ່ານການກວດກາສຸຂະພາບຂອງເຈົ້າໜ້າທີສັດຕະວະແພດທີ່ຖືກແຕ່ງຕັ້ງໂດຍອົງການຄຸ້ມຄອງວຽກງານລ້ຽງສັດ ແລະ ສັດຕະວະແພດ ໂດຍຕ້ອງມີການຢັ້ງຢືນດັ່ງນີ້:

- ໃບຢັ້ງຢືນການກວດສຸຂະພາບສັດ ຫຼື ໃບຢັ້ງຢືນການສັກຢາກັນພະຍາດຜີວໜັງອັກເສບຕິດຕໍ່ງົວ-ຄວາຍ ຢ່າງໜ້ອຍ 21 ວັນ;

- ບໍ່ພົບອາການຕຸ່ມພອງຂອງພະຍາດຜິວໜັງອັກເສບຕິດຕໍ່ງົວຄວາຍ;

- ບໍ່ພົບອາການໄຂ້ສູງເກີນກ່ວາ 40 ອົງສາ ເຊ;

- ໃນກໍລະນີສົງໄສ ໃຫ້ ຂະແໜງລ້ຽງສັດ ແລະ ການປະມົງແຂວງ ແລະ ນະຄອນຫຼວງ ລາຍງານໂດຍດ່ວນ ຕໍ່ ກົມລ້ຽງສັດ ແລະ ການປະມົງ ພ້ອມທັງລົງສົມທົບ ກັບ ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ດໍາເນີນການແຍກປ່ຽວ (ຄັດອອກຈາກຝູງ), ປີ່ນປົວຕາມອາການ ແລະ ເກັບຕົວຢ່າງ ສົ່ງໃຫ້ ສູນວິໄຈພະຍາດສັດແຫ່ງຊາດ ເພື່ອກວດກາວິໄຈ ຫາເຊື້ອພະຍາດ; ຖ້າກວດພົບເຊື້ອພະຍາດ ແມ່ນໃຫ້ປະຕິບັດຕາມມາດຕະການແຍກປ່ຽວ, ກັກກັນ ແລະ ປີ່ນປົວໂດຍທັນທີ.

3. ໃຫ້ສືບຕໍ່ຈັດຕັ້ງການໂຄສະນາ ເຜີຍແຜ່ ແລະ ໃຫ້ຄວາມຮູ້ແກ່ຊາວກະສິກອນ ແລະ ຜູ້ປະກອບການລ້ຽງໝູ ໃຫ້ເຂົ້າໃຈ ກ່ຽວກັບ ພະຍາດຜິວໜັງອັກເສບງົວຄວາຍທີ່ຮ້າຍແຮງດັ່ງກ່າວ ໃຫ້ຮູ້ ແລະ ປະຕິບັດໄດ້ ວິທີການປ້ອງກັນ, ການລາຍງານ ລວມທັງ ໃຫ້ເຮັດການອະນາໄມທໍາຄວາມສະອາດຄອກ-ຟາມງົວຄວາຍ ເພື່ອບໍ່ໃຫ້ເກີດມີສັດ ຫຼື ແມງໄມ້ໃດໆ ທີ່ອາດເປັນພາຫະນໍາເຊື້ອເຂົ້າ-ອອກຄອກ-ຟາມງົວຄວາຍ ຢ່າງເປັນປົກກະຕິ;

4. ໃຫ້ບັນດາດ່ານກວດກາສັດຕະວະແພດສາກົນ, ດ່ານທ້ອງຖີ່ນ ແລະ ດ່ານປະເພນີ ສືບຕໍ່ ເອົາໃຈໃສ່ໃນການກວດກາຢ່າງເຂັ້ມງວດ ໂດຍໃຫ້ປະຕິບັດ ດັ່ງນີ້:

- ສໍາລັບການນໍາເຂົ້າສັດໃຫຍ່ ໃຫ້ອະນຸຍາດສະເພາະ ສັດທີ່ໃຊ້ເປັນແນວພັນເທົ່ານັ້ນ ແລະ ໃຫ້ມີ ໃບຢັ້ງຢືນສຸຂະພາບສັດ ແລະ ການຢັ້ງຢືນແຫຼ່ງທີ່ມາຂອງສັດຈາກອົງການຂອງລັດຂອງປະເທດສົ່ງອອກ, ໃຫ້ມີໃບຢັ້ງຢືນການສັກຢາກັນພະຍາດຜີວໜັງອັກເສບຕິດຕໍ່ ຢ່າງໜ້ອຍ 21 ວັນ, ບໍ່ພົບອາການຕຸ່ມພອງຂອງພະຍາດຜີວໜັງອັກເສບຕິດຕໍ່ງົວຄວາຍ ແລະ ຕ້ອງບໍ່ພົບອາການໄຂ້ສູງເກີນກ່ວາ 40 ອົງສາ ເຊ;

- ສໍາລັບສັດສົ່ງຜ່ານທຸກໂຕ ໃຫ້ມີ ໃບຢັ້ງຢືນສຸຂະພາບສັດ ແລະ ການຢັ້ງຢືນແຫຼ່ງທີ່ມາຂອງສັດຈາກອົງການຂອງລັດຂອງປະເທດສົ່ງອອກ, ໃຫ້ມີໃບຢັ້ງຢືນການສັກຢາກັນພະຍາດຜີວໜັງອັກເສບຕິດຕໍ່ ຢ່າງໜ້ອຍ 21 ວັນ, ບໍ່ພົບອາການຕຸ່ມພອງຂອງພະຍາດຜີວໜັງອັກເສບຕິດຕໍ່ງົວຄວາຍ ແລະ ຕ້ອງບໍ່ພົບອາການໄຂ້ສູງເກີນກ່ວາ 40 ອົງສາ ເຊ;

- ໃນກໍລະນີພົບສັດມີອາການ ແລະ ສົງໄສ ແມ່ນບໍ່ອະນຸຍາດໃຫ້ນໍາເຂົ້້າ ແລະ ສົ່ງຜ່ານໂດຍເດັດຂາດ.

          ດັ່ງນັ້ນ, ຈຶ່ງແຈ້ງການມາຍັງທ່ານ ເພື່ອຮັບຊາບ ແລະ ຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ.

ຫົວໜ້າກົມ

ນ. ວິໄລພອນ ວໍລະພິມ

 

# ຫົວຂໍ້ ດາວໂຫຼດ
1 ແຈ້ງການ ສືບຕໍ່ ຄວບຄຸມ ການລະບາດພະຍາດຜີວໜັງອັກເສບຕິດຕໍ່ ງົວຄວາຍ ຢູ່ ສປປ ລາວ, ເລກທີ 1576/ກລປ, ລົງວັນທີ 1 ກໍລະກົດ 2021 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.