ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງ ໂຍທາທິການ ແລະ ຂົນສົ່ງ

ຫ້ອງການ

ເລກທີ 04718 /ຍທຂ.ຫກ

ນະຄອນຫລວງວຽງຈັນ, ວັນທີ 23 ກຸມພາ 2022

 

ແຈ້ງການ

          ເຖິງ: - ທ່ານ ຫົວໜ້າພະແນກ ໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ແລະ ບັນດາແຂວງທົ່ວປະເທດ;

                - ທ່ານ ຫົວໜ້າດ່ານສາກົນໃນຂອບເຂດທົ່ວປະເທດ;

                - ທ່ານ ຫົວໜ້າກົມຕໍາຫລວດຈະລາຈອນ, ກະຊວງປ້ອງກັນຄວາມສະຫງົບ;

                - ທ່ານ ຫົວໜ້າກົມພາສີ, ກະຊວງການເງິນ

                - ພາກສ່ວນກ່ຽວຂ້ອງ

          ເລື່ອງ: ເພີ່ມທະວີຄວາມເຂັ້ມງວດໃນການຕິດຕາມ, ກວດກາ ລົດຂົນສົ່ງຕ່າງປະເທດທີ່ເຂົ້າມາ ສປປ ລາວ ໃຫ້ປະຕິບັດຕາມກົດໝາຍ ແລະ ລະບຽບການ.

-       ອິງຕາມກົດໝາຍວ່າດ້ວຍການຂົນສົ່ງທາງບົກ ເລກທີ່ 24/ສພຊ ລົງວັນທີ່ 12 ທັນວາ 2012;

-       ອີງຕາມ ສັນຍາ ແລະ ອະນຸສັນຍາ ຂົນສົ່ງທາງບົກສອງຝ່າຍ ທີ່ ສປປ ລາວ ເປັນພາຄີ;

-       ອີງຕາມ ດໍາລັດວ່າດ້ວຍທ່າບົກ ສະບັບເລກທີ 513/ລບ, ລົງວັນທີ 04/08/2021;

-       ອີງຕາມ ແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 63/ຫສນຍ, ລົງວັນທີ 17/01/2022.

 

        ຫ້ອງການ ກະຊວງ ໂຍທາທິການ ແລະ ຂົນສົ່ງ ຂໍຖືເປັນກຽດ ແຈ້ງມາຍັງທ່ານຊາບວ່າ: ໄລຍະຜ່ານມາ ໄດ້ມີປະກົດການຫຍໍ້ທໍ້ທີ່ຕິດພັນກັບການຂົນສົ່ງສິນຄ້າ ໂດຍສະເພາະແມ່ນລົດຂົນສົ່ງສິນຄ້າຕ່າງປະເທດ ທີ່ເຂົ້າມາຂົນສົ່ງສິນຄ້າຢູ່ດິນແດນ ຂອງ ສປປ ລາວ ໄດ້ດໍາເນີນການລະເມີດກົດໝາຍ, ລະບຽບການ ແລະ ສັນຍາຂົນສົ່ງລະຫວ່າງປະເທດ ທີ່ ສປປ ລາວ ເປັນພາຄີ ເປັນຕົ້ນ ການແລ່ນລົດເປົ່າ ແລະ ລົດບັນທຸກຕູ້ເປົ່າ ເຂົ້າມາຄ່ຽນຖ່າຍ ຂຶ້ນລົງສິນຄ້າຢູ່ ນອກພື້ນທີ່ ດ່ານຊາຍແດນ ຂອງ ສປປ ລາວ, ແລ່ນລົດອອກນອກເສັ້ນທາງທີ່ກໍານົດໃນສັນຍາ, ເຮັດການຂົນສົ່ງສິນຄ້າ ພາຍໃນປະເທດ, ດັດແປງສະພາບເຕັກນິກລົດ, ບັນທຸກນໍ້າໜັກເກີນກໍານົດ ແລະ ຄົນຂັບລົດເປັນຄົນຕ່າງປະເທດມາຂັບລົດລາວ ໂດຍບໍ່ມີໃບອະນຸຍາດເຮັດວຽກ ຢູ່ ສປປ ລາວ.

        ສະນັ້ນ, ເພື່ອຮັບປະກັນໃຫ້ການຂົນສົ່ງ ດໍາເນີນໄປຢ່າງຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ແລະ ສັນຍາຂົນສົ່ງ ລະຫວ່າງປະເທດ ແລະ ເພື່ອຜັນຂະຫຍາຍ ແຈ້ງການ ຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 63/ ຫສນຍ, ລົງວັນທີ 17/01/2022, ຈຶ່ງແຈ້ງມາຍັງບັນດາທ່ານ ເພີ່ມທະວີຄວາມເຂັ້ມງວດໃນການ ປະຕິບັດຂໍ້ຫ້າມ, ຕິດຕາມ, ກວດກາ ແລະ ປັບໄໝ ລົດຂົນສົ່ງສິນຄ້າຕ່າງປະເທດ ດັ່ງນີ້:

1.    ຫ້າມ ແລ່ນລົດເປົ່າ ແລະ ລົດບັນທຸກຕູ້ສິນຄ້າເປົ່າ (Container) ເຂົ້າມາຄ່ຽນຖ່າຍ ຂຶ້ນລົງສິນຄ້າ ໂດຍກົງ ຢູ່ໃນອານາເຂດພາສີ ສປປ ລາວ (ຍົກເວັ້ນກໍລະນີທີ່ເປັນລົດວິຊາສະເພາະ ແລະ ລົດຂົນສົ່ງ ທີ່ບັນທຸກ ສິນຄ້າປະເພດທີ່ ຄ່ຽນຖ່າຍບໍ່ໄດ້ ຫຼືບັນທຸກສິນຄ້າ ພິເສດ ເຊັ່ນ : ວັດຖຸອັນຕະລາຍ, ສິນຄ້າຂະໜາດໃຫຍ່ ທີ່ຕ້ອງໃຊ້ເສັ້ນທາງສະເພາະເປັນຕົ້ນ, ຊຶ່ງຕ້ອງຂໍອະນຸຍາດຈາກກົມຂົນສົ່ງເປັນແຕ່ລະກໍລະນີ; ໃຫ້ ລົດເປົ່າ ແລະ ລົດບັນທຸກຕູ້ສິນຄ້າເປົ່າ ເຂົ້າມາຄ່ຽນຖ່າຍ ຂຶ້ນລົງສິນຄ້າ ຢູ່ດ່ານຊາຍແດນ, ທ່າບົກ, ສາງພາສີ ແລະ ຈຸດທີ່ເຈົ້າໜ້າທີ່ກໍານົດ ;

2.    ສໍາລັບ ລົດຂົນສົ່ງສິນຄ້າ ທີ່ໄດ້ຮັບອະນຸຍາດ ຜ່ານເຂົ້າຊົ່ວຄາວ ໃນອານາເຂດພາສີລາວ ແມ່ນ ຫ້າມ ແລ່ນລົດອອກນອກເສັ້ນທາງທີ່ກໍານົດໃນສັນຍາລະຫວ່າງປະເທດ ທີ່ ສປປ ລາວ ເປັນພາຄີ ;

3.    ຫ້າມລົດຂົນສົ່ງຕ່າງປະເທດ ທີ່ໄດ້ຮັບອະນຸຍາດ ຜ່ານເຂົ້າຊົ່ວຄາວ ໃນອານາເຂດພາສີລາວ ເພື່ອໄປສົ່ງສິນຄ້າ ຢູ່ຈຸດ ປາຍທາງນອກ ດ່ານຊາຍແດນ, ທ່າບົກ, ຈຸດທີ່ເຈົ້າໜ້າທີ່ກໍານົດ. ພາຍຫລັງສົ່ງເຄື່ອງແລ້ວ ຕ້ອງກັບ ຄືນປະເທດ, ຫ້າມສວຍໂອກາດ ເຮັດການຂົນສົ່ງສິນຄ້າ ພາຍໃນດິນແດນ ຂອງ ສປປ ລາວ ;

4.    ຕິດຕາມ, ກວດກາ ແລະ ປັບໄໝ ລົດດັດແປງສະພາບເຕັກນິກ, ບັນທຸກນໍ້າໜັກເກີນກໍານົດ ແລະ ຄົນຂັບລົດເປັນ ຄົນຕ່າງປະເທດທີ່ມາຂັບລົດລາວ ໂດຍບໍ່ມີໃບອະນຸຍາດເຮັດວຽກ ຢູ່ ສປປ ລາວ.

        ນອກນັ້ນ, ອີງຕາມ ດໍາລັດ ວ່າດ້ວຍທ່າບົກ ສະບັບເລກທີ 513/ລບ, ລົງວັນທີ 04 ສິງຫາ 2021 ໄດ້ລະບຸໄວ້ໃນ ມາດຕາ 18 ຂອບເຂດການໃຫ້ບໍລິການທ່າບົກ ວ່າ: ພາຫະນະຂົນສົ່ງສິນຄ້າ ແລະ ຕູ້ສິນຄ້າ ທີ່ນໍາເຂົ້າ-ສົ່ງອອກ ແລະ ຜ່ານແດນ ສປປ ລາວ ບ່ອນທີ່ມີທ່າບົກຕັ້ງຢູ່ ຕ້ອງຜ່ານທ່າບົກນັ້ນ ສໍາລັບ ນະຄອນຫຼວງວຽງຈັນ ແມ່ນຫ້າມ ບໍ່ໃຫ້ພາຫະຂົນສົ່ງ ສິນຄ້າ ຂອງ ຕ່າງປະເທດ ຜ່ານເຂົ້າ ອອກ ດ່ານສາກົນຂົວມິດຕະພາບ 1 ຢ່າງເດັດຂາດ, ແລະ ໃຫ້ຈັດຕັ້ງປະຕິບັດ ແຈ້ງການ ຂອງກະຊວງໂຍທາທິການ ແລະ ຂົນສົ່ງ ສະບັບເລກທີ 242/ຍທຂ, ລົງວັນທີ 23/04/2021 ຢ່າງເຂັ້ມງວດ.

        ພ້ອມນີ້, ໃຫ້ ພະແນກ ຍທຂ ແຂວງ, ນະຄອນຫຼວງ ສົມທົບກັບພາກສ່ວນກ່ຽວຂ້ອງ ສະຫຼຸບ ແລະ ລາຍງານ ການຈັດຕັ້ງປະຕິບັດ ແຈ້ງການນີ້ ໃຫ້ ກົມຂົນສົ່ງ, ກະຊວງ ຍທຂ ທຸກໆເດືອນ ເພື່ອສັງລວມລາຍງານຂ້າງເທິງ.

                ດັ່ງນັ້ນ, ຈຶ່ງແຈ້ງມາຍັງບັນດາທ່ານຈັດຕັ້ງປະຕິບັດການຕິດຕາມ ແລະ ກວດກາຢ່າງເຂັ້ມງວດ

 

ຫົວຫນ້າຫ້ອງ

ປອ. ສຸດຖະໜອມ ອິນທະວົງ

# ຫົວຂໍ້ ດາວໂຫຼດ
1 ແຈ້ງການ ເພີ່ມທະວີຄວາມເຂັ້ມງວດໃນການຕິດຕາມ, ກວດກາ ລົດຂົນສົ່ງຕ່່າງປະເທດທີ່ເຂົ້າມາ ສປປ ລາວ ໃຫ້ປະຕິບັດຕາມກົດໝາຍ ແລະ ລະບຽບການ, ເລກທີ 04718/ຍທຂ.ຫກ, ລົງວັນທີ 23 ກຸມພາ 2022. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.