ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

 

ກະຊວງການເງິນ

ຫ້ອງການ

ເລກທີ 2699/ຫກ

ນະຄອນຫຼວງວຽງຈັນ, ວັນທີ 22 ກັນຍາ 2022

 

ແຈ້ງການ

 

ເຖິງ: - ກົມພາສີ, ພາສີປະຈໍາແຂວງ ຈໍາປາສັກ, ດ່ານພາສີສາກົນວັງເຕົ່າ, ຫ້ອງການພາສີປະຈໍາທ່າບົກວັງເຕົ່າ ແລະ ດ່ານພາສີສາກົນຫນອງນົກຂຽນ;

 - ທະນາຄານການຄ້າຕ່າງປະເທດລາວມະຫາຊົນ, ທະນາຄານພັດທະນາລາວ;

- ບັນດາບໍລິສັດນໍາເຂົ້າ-ສົ່ງອອກສິນຄ້າ, ເຄື່ອງຂອງທຸກໆປະເພດ.

ເລື່ອງ: ການນໍາໃຊ້ລະບົບແຈ້ງພາສີປະຕູດຽວແຫ່ງຊາດ (Lao National Single Window) ເຂົ້າສູ່ການຄຸ້ມຄອງການນໍາເຂົ້າ-ສົ່ງອອກ, ການຜ່ານແດນສາກົນ ແລະ ການນໍາເຂົ້າເພື່ອສົ່ງອອກຕໍ່ ສໍາລັບ ສິນຄ້າ, ເຄື່ອງຂອງທຸກໆປະເພດ ຢູ່ທີ່ດ່ານພາສີສາກົນວັງເຕົ່າ, ຫ້ອງການພາສີປະຈໍາທ່າບົກວັງເຕົ່າ ແລະ ດ່ານພາສີສາກົນຫນອງນົກຂຽນ, ແຂວງຈໍາປາສັກ.

- ອີງຕາມ ຂໍ້ຕົກລົງ ຂອງລັດຖະມົນຕີ ກະຊວງການເງິນ ສະບັບເລກທີ 6118/ກງ, ລົງວັນທີ 10 ທັນວາ 2021

ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຫ້ອງການ ກະຊວງການເງິນ;

- ອີງຕາມ ບົດແນະນໍາ ຂອງກະຊວງການເງິນ ສະບັບເລກທີ 4217/ກງ, ລົງວັນທີ 28 ທັນວາ 2018 ວ່າດ້ວຍ

ການນໍາໃຊ້ລະບົບແຈ້ງພາສີປະຕູດຽວແຫ່ງຊາດ;

- ອີງຕາມ ຂໍ້ຕົກລົງ ຂອງກະຊວງການເງິນ ສະບັບເລກທີ 0204/ກງ, ລົງວັນທີ 15 ມັງກອນ 2013 ວ່າດ້ວຍການອະນຸມັດນໍາໃຊ້ລະບົບແຈ້ງພາສີປະຕູດຽວແຫ່ງຊາດ;

- ອີງຕາມ ຄໍາເເນະນໍາເພີ່ມເຕີມ ຂອງກົມພາສີ ສະບັບເລກທີ 04145/ກພສ, ລົງວັນທີ 23 ພຶດສະພາ 2013 ວ່າ

ດ້ວຍການນໍາໃຊ້ລະບົບແຈ້ງພາສີປະຕູດຽວແຫ່ງຊາດ;

- ອີງຕາມ ຫນັງສືສະເຫນີ ຂອງກົມພາສີ, ສະບັບເລກທີ 6131 /ກພສ, ລົງວັນທີ 19 ກັນຍາ 2022.

 

          ຫ້ອງການ ຂໍຖືເປັນກຽດແຈ້ງມາຍັງພາກສ່ວນກ່ຽວຂ້ອງຊາບ: ເພື່ອຮັບປະກັນໃນການຈັດຕັ້ງປະຕິບັດການຫັນ ວຽກງານພາສີເປັນທັນສະໄຫມ ດ້ວຍການນໍາໃຊ້ລະບົບແຈ້ງພາສີປະຕູດຽວແຫ່ງຊາດ; ຈຶ່ງສະເຫນີມາຍັງພາກສ່ວນກ່ຽວ

ຂ້ອງຈັດຕັ້ງປະຕິບັດ ດັ່ງນີ້:

1. ນໍາໃຊ້ລະບົບແຈ້ງພາສີປະຕູດຽວແຫ່ງຊາດ (Lao National Single Window “LNSW”) ໃນການຄຸ້ມຄອງ ການນໍາເຂົ້າ-ສົ່ງອອກ, ການຜ່ານແດນສາກົນ ແລະ ການນໍາເຂົ້າເພື່ອສົ່ງອອກຕໍ່ ສໍາລັບສິນຄ້າ, ເຄື່ອງຂອງທຸກປະເພດ ຜ່ານດ່ານພາສີສາກົນວັງເຕົ່າ, ຫ້ອງການພາສີປະຈໍາທ່າບົກວັງເຕົ່າ ແລະ ດ່ານພາສີສາກົນຫນອງນົກຂຽນ, ແຂວງຈໍາປາສັກ (ລວມທັງສິນຄ້າປະເພດຍົກເວັ້ນ ຫຼື ງົດເກັບພາສີ) ເລີ່ມແຕ່ວັນທີ 23 ກັນຍາ 2002 ເປັນຕົ້ນໄປ;

2. ໃຫ້ບັນດາຜູ້ປະກອບການທັງຫມົດ ທີ່ນໍາເຂົ້າ-ສົ່ງອອກ, ຜ່ານແດນສາກົນ ແລະ ນໍາເຂົ້າເພື່ອສົ່ງອອກຕໍ່ ສໍາລັບສິນຄ້າ, ເຄື່ອງຂອງທຸກປະເພດສິນຄ້າ, ເຄື່ອງຂອງ ຊໍາລະຄ່າພາສີ, ອາກອນ ແລະ ພັນທະອື່ນໆ ພ້ອມທັງຄ່າທໍານຽມ ແລະ ຄ່າບໍລິການ ຂອງຂະແຫນງການກ່ຽວຂ້ອງ ແບບລວມສູນ ຜ່ານຫນ່ວຍບໍລິການ ຫຼື ລະບົບເອເລັກໂຕຣນິກ ຂອງທະນາ ຄານການຄ້າຕ່າງປະເທດລາວມະຫາຊົນ ແລະ ທະນາຄານພັດທະນາລາວ ເຊັ່ນ: ລະບົບ Smart tax, i-Banking, BCEL One Corportate Banking, ເງິນໂອນ ແລະ ເງິນແຊັກ ຕາມລະບຽບການທີ່ກ່ຽວຂ້ອງ;

3. ໃຫ້ບໍລິສັດຮ່ວມພັດທະນາລະບົບແຈ້ງພາສີປະຕູດຽວແຫ່ງຊາດ ຈັດເກັບຄ່າບໍລິການນໍາໃຊ້ລະບົບດັ່ງກ່າວ ໃນອັດຕາ 120.000 ກີບ (ຫນຶ່ງແສນຊາວພັນກີບ) ຕໍ່ການແຈ້ງພາສີເປັນລາຍລະອຽດ 1 ຊຸດ ຕາມທີ່ກໍານົດໄວ້ໃນສັນຍາສໍາປະທານໂຄງການ ຊຶ່ງບໍ່ລວມເອົາຄ່າພາສີ, ຄ່າອາກອນ, ຄ່າທໍານຽມ ແລະ ຄ່າບໍລິການຂອງຂະແຫນງການທີ່ກ່ຽວຂ້ອງ;

4. ສໍາລັບຜູ້ປະກອບການ ທີ່ຍັງບໍ່ທັນໄດ້ລົງທະບຽນ ແລະ ຝຶກອົບຮົມການນໍາໃຊ້ລະບົບແຈ້ງພາສີປະຕູດຽວແຫ່ງຊາດນັ້ນ ໃຫ້ຮີບຮ້ອນດໍາເນີນຂັ້ນຕອນການລົງທະບຽນ, ອອກລະຫັດຜູ້ນໍາໃຊ້ໂດຍດ່ວນ ກ່ອນວັນທີ 23 ກັນຍາ 2022. ເລີ່ມແຕ່ວັນທີ 23 ກັນຍາ 2002 ເປັນຕົ້ນໄປ ການນໍາເຂົ້າ-ສົ່ງອອກ, ການຜ່ານແດນສາກົນ ແລະ ການນໍາ ເຂົ້າເພື່ອສົ່ງອອກຕໍ່ ສໍາລັບສິນຄ້າ, ເຄື່ອງຂອງທຸກປະເພດ(ລວມທັງສິນຄ້າປະເພດຍົກເວັ້ນ ຫຼື ງົດເກັບພາສີ) ຜ່ານ ດ່ານພາສີສາກົນວັງເຕົ່າ, ຫ້ອງການພາສີປະຈໍາທ່າບົກວັງເຕົ່າ ແລະ ດ່ານພາສີສາກົນຫນອງນົກຂຽນ, ແຂວງຈໍາປາສັກ ຕ້ອງດໍາເນີນການແຈ້ງພາສີເປັນລາຍລະອຽດ ຜ່ານລະບົບແຈ້ງພາສີປະຕູດຽວແຫ່ງຊາດທັງຫມົດ;

5. ໃຫ້ກົມພາສີ, ພາສີປະຈໍາແຂວງຈໍາປາສັກ, ດ່ານພາສີສາກົນວັງເຕົ່າ, ຫ້ອງການພາສີປະຈໍາທ່າບົກວັງເຕົ່າ ແລະ ດ່ານ ພາສີສາກົນຫນອງນົກຂຽນ, ທະນາຄານການຄ້າຕ່າງປະເທດລາວມະຫາຊົນ, ທະນາຄານພັດທະນາລາວ, ບັນດາບໍລິ ສັດ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈັດຕັ້ງປະຕິບັດນໍາໃຊ້ລະບົບແຈ້ງພາສີປະຕູດຽວແຫ່ງຊາດໃຫ້ສໍາເລັດຕາມລະດັບຄາດຫມາຍ;

6. ໃນການຈັດຕັ້ງປະຕິບັດຕົວຈິງຖ້າພົບຂໍ້ຫຍຸ້ງຍາກ ໃຫ້ລາຍງານກົມພາສີ ເພື່ອມີວິທີການແກ້ໄຂໃຫ້ທັນສະພາບການ.

 

     ດັ່ງນັ້ນ, ຈຶ່ງແຈ້ງມາຍັງພາກສ່ວນທີ່ກ່ຽວຂ້ອງ ເພື່ອຊາບ ແລະ ຈັດຕັ້ງປະຕິບັດຕາມເນື້ອໃນຈິດໃຈຂອງແຈ້ງ ການສະບັບນີ້ໃຫ້ໄດ້ຮັບຜົນດີ.

 

ຫົວຫນ້າຫ້ອງການ

ສົມບູນ ອິນທະປັດຖາ

 

 

# ຫົວຂໍ້ ດາວໂຫຼດ
1 Notification in applying the Lao National Single Window System to import-export, international transit and import for export for all types of goods and equipment at VangTao and Nongnokkhien, Champasak Province, No. 2699/CO, date 22 September 2022. PDF
2 ແຈ້ງການ ການນໍາໃຊ້ລະບົບແຈ້ງພາສີປະຕູດຽວແຫ່ງຊາດ (LNSW) ເຂົ້າສູ່ການຄຸ້ມຄອງການນໍາເຂົ້າ-ສົ່ງອອກ, ການຜ່ານແດນສາກົນ ແລະ ການນໍາເຂົ້າເພື່ອສົ່ງອອກຕໍ່ ຢູ່ທີ່ດ່ານພາສີສາກົນວັງເຕົ່າ,ແລະ ດ່ານພາສີສາກົນໜອງນົກຂຽນ, ແຂວງຈໍາປາສັກ, ເລກທີ 2699/ຫກ, ລົງວັນທີ 22 ກັນຍາ 2022. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.