ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

 

ກະຊວງການເງີນ

ກົມພາສີ

ເລກທີ 06980 /ກພສ

ນະຄອນຫຼວງວຽງຈັນ, ວັນທີ 03 ສິງຫາ 2023

 

ແຈ້ງການ

 

                ເຖິງ:  - ຫົວໜ້າພະແນກກົມພາສີ

                        - ຫົວໜ້າພາສີປະຈໍາແຂວງ, ນະຄອນຫຼວງວຽງຈັນ

                        - ຫົວໜ້າດ່ານພາສີຊາຍແດນ ໃນຂອບເຂດທົ່ວປະເທດ

                        - ອໍານວຍການ ບໍລິສັດບີແວັກ (ລາວ) ຈໍາກັດ

 

                ເລື່ອງ:  ການໂຈະການຈັດເກັບຄ່າບໍລິການແຈ້ງການຜ່ານລະບົບປະຕູດຽວ LNSW ຕາມແຈ້ງການຂອງກົມພາສີ ສະບັບເລກທີ 03633/ກງ, ລົງວັນທີ 02 ພຶດສະພາ 2023

 

  • ອີງຕາມ ກົດໝາຍວ່າດ້ວຍພາສີ ສະບັບເລກທີ 81/ສພຊ, ລົງວັນທີ 29 ມິຖຸນາ 2020;
  • ອີງຕາມ ລັດຖະບັນຍັດປະທານປະເທດ ວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການສະບັບເລກທີ 002/ປປທ, ລົງວັນທີ 17 ມິຖຸນາ 2021;
  • ອີງຕາມຂໍ້ຕົກລົງຂອງກະຊວງການເງີນ ວ່າດ້ວຍການອະນຸມັດໃຫ້ປັບເນື້ອໃນຢູ່ໃນມາດຕາ 15.1 ຂອງສັນຍາໃນການຈັດເກັບຄ່າບໍລິການຂອງສັນຍາ ສະບັບລົງວັນທີ 28 ມັງກອນ 2013;

 

        ເພື່ອຮັບປະກັນໃຫ້ການຈັດເກັບຄ່າບໍລິການແຈ້ງພາສີຜ່ານລະບົບປະຕູດຽວ (Lao National Single Window – LNSW) ສອດຄ່ອງກັບກົດໝາຍ ແລະ ລະບຽບການ.

 

ກົມພາສີ ອອກແຈ້ງການ ດັ່ງນີ້:

 

  1. ໃຫ້ໂຈະການຈັດເກັບຄ່າບໍລິການແຈ້ງພາສີຜ່ານລະບົບປະຕູດຽວ LNSW ຕາມແຈ້ງການຂອງກົມພາສີ ສະບັບເລກທີ 03633/ກພສ, ລົງວັນທີ 02 ພຶກສະພາ 2023 ແລະ ໃຫ້ຈັດເກັບຄ່າບໍລິການດັ່ງກ່າວ ຕາມອັດຕາທີ່ກຳນົດໄວ້ໃນ ຂໍ້ 3, ມາດຕາ 17 ຂອງລັດຖະບັນຍັດປະທານປະເທດ ວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການ ສະບັບເລກທີ 002/ປປທ, ລົງວັນທີ 17 ມິຖຸນາ 2021 ຢ່າງເຂັ້ມງວດ;
  2. ໃຫ້ພະແນກຈັດຕັ້ງ, ບໍລິຫານ ແລະ ການເງີນ ຄົ້ນຄວ້າ ແລະ ນຳສະເໜີກົມພາສີ ແຕ່ງຕັ້ງຄະນະຮັບຜິດຊອບເຈລະນາ ປັບປຸງສັນຍາສຳປະທານການພັດທະນາລະບົບການແຈ້ງພາສີປະຕູດຽວ ໃຫ້ສອດຄ່ອງຕາມທິດຊີ້ນຳຂອງກະຊວງການເງີນ;
  3. ໃຫ້ບໍລິສັດບີແວັກ (ລາວ) ຈຳກັດ ໃຫ້ຄວາມຮ່ວມມືໃນການກະກຽມ ເອກະສານສັນຍາ, ເອກະສານນິຕິກຳລວມທັງຂໍ້ມູນກ່ຽວຂ້ອງ ທີ່ເປັນບ່ອນອີງໃຫ້ແກ່ການຄົ້ນຄວ້າ ແລະ ເຂົ້າຮ່ວມເຮັດວຽກກັບຄະນະວິຊາການກົມພາສີ ເພື່ອປັບປຸງສັນຍາສຳປະທານການພັດທະນາລະບົບແຈ້ງພາສີປະຕູດຽວໃຫ້ສຳເລັດຕາມຄາດໝາຍ;
  4. ແຈ້ງການ ສະບັບນີ້ປ່ຽນແທນແຈ້ງການຂອງກົມພາສີ ສະບັບເລກທີ 03633/ກພສ, ລົງວັນທີ 02 ພຶດສະພາ 2023 ແລະ ມີຜົນນຳໃຊ້ນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ.

 

          ດັ່ງນັ້ນ, ຈຶ່ງແຈ້ງມາເພື່ອຊາບ ແລະ ຈັດຕັ້ງປະຕິບັດຢ່າງເຂັ້ມງວດ

 

ຫົວໜ້າກົມ

ພູເຂົາຄໍາ ວັນນະວົງໄຊ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?