ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

 

ກະຊວງອຸດສາຫະກຳ ແລະ ການຄ້າ

ເລກທີ 1243 /ອຄ

ນະຄອນຫຼວງວຽງຈັນ, ວັນທີ 03 ສິງຫາ 2023

 

ແຈ້ງການ

 

                ເຖິງ:  ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງວຽງຈັນ;

                ເລື່ອງ: ລາຄາພັນທະໄມ້ເພື່ອປະມູນຂາຍ ປະຈຳປີ 2023-2024

 

  • ອີງຕາມ  ດຳລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງອູດສາຫະກຳ ແລະ ການຄ້າ         ສະບັບເລກທີ 604/ນຍ, ລົງວັນທີ 15 ຕຸລາ 2021;
  • ອີງຕາມ ແຈ້ງການ ຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 1272/ອຄ, ລົງວັນທີ 11   ກໍລະກົດ 2023.

 

          ກະຊວງອຸດສາຫະກຳ ແລະ ການຄ້າ ອອກແຈ້ງການ ກ່ຽວກັບການຈັດຕັ້ງປະຕິບັດລາຄາພັນທະໄມ້ ເພື່ອປະມູນຂາຍ ປະຈຳປີ 2023-2024 ດັ່ງນີ້:

  1. ລາຄາພັນທະໄມ້ກຳນົດເປັນລາຄາເອກະພາບສຳລັບທົ່ວປະເທດເພື່ອຈັດຕັ້ງປະຕິບັດ (ຄັ້ງທີ່ໄດ້ກຳນົດຢູ່ຕາຕະລາງຄັດຕິດມາພ້ອມນີ້), ລາຄາດັ່ງກ່າວແມ່ນລາຄາຕ່ຳສຸດທີ່ນຳໃຊ້ ເປັນລາຄາພື້ນຖານໃນການປະມູນຊື້-ຂາຍໄມ້, ແລະ ໄດ້ແບ່ງອອກເປັນ 4 ລາຄາດັ່ງນີ້:
  • ລາຄາພັນທະໄມ້ທ່ອນ ທີ່ມີໜ້າຕ້າງນ້ອຍກວ່າ ຫຼື ເທົ່າກັບ ≤19 ຊັງຕີແມັດ ລົງມາ;
  • ລາຄາພັນທະໄມ້ທ່ອນ ທີ່ມີໜ້າຕ້າງໃຫຍ່ກວ່າ ≥20 ຊັງຕີແມັດ ຂຶ້ນໄປ;
  • ລາຄາພັນທະໄມ້ຕີຕັບ (ສຳລັບໄມ້ກັກຢຶດ ຫຼື ໄມ້ທີ່ຮິບເປັນຂອງລັດ);
  • ລາຄາພັນທະໄມ້ແປຮູບ (ສຳລັບໄມ້ກັກຢຶດ ຫຼື ໄມ້ທີ່ຮິບເປັນຂອງລັດ).

          (ຄັດຕິດຕາຕະລາງລາຄາພັນທະໄມ້ມາພ້ອມນີ້)

  1. ລາຄາພັນທະໄມ້ ປະກອບດ້ວຍ 1) ຄ່າຊັບພະຍາກອນປ່າໄມ້, 2) ຄ່າສຳຫຼວດ, 3) ຄ່າປູກໄມ້ແທນຄືນ, ລາຄາດັ່ງກ່າວຈະບໍ່ລວມເອົາ 1) ຄ່າຂຸດຄົ້ນ, 2) ຄ່າຕີກາໄມ້ທ່ອນ ແລະ 3) ຄ່າອາກອນຕ່າງໆ ທີ່ຕິດພັນກັບການຊື້-ຂາຍ ແລະ ການຂົນສົ່ງ.
  2. ການຄິດໄລ່ເກັບພັນທະອາກອນຕ່າງໆ ທີ່ຕິດພັນກັບການສະໜອງ (ຊື້-ຂາຍ) ແລະ ການບໍລິການຂົນສົ່ງໄມ້ໃຫ້ປະຕິບັດຕາມກົດໝາຍ ແລະ ລະບຽບການ ຂອງຂະແໜງການເງີນ ທີ່ມີຜົນນຳການຂົນສົ່ງໄມ້ ດ້ວຍພາຫະນະທີ່ຂຶ້ນທະບຽນເປັນຊັບສິນຂອງບໍລິສັດທີ່ຊະນະການປະມູນ ຈະບໍ່ຖືວ່າເປັນການສະໜອງການບໍລິການຂົນສົ່ງທີ່ເກີດຂຶ້ນທີ່ຖືກເສຍອາກອນມູນຄ່າເພີ່ມ.
  3. ການຄິດໄລ່ຄ່າສຳຫຼວດ, ຄ່າປູກໄມ້ແທນຄືນ ແມ່ນໃຫ້ອີງຕາມລັດຖະບັນຍັດຂອງປະທານປະເທດ ວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການ ທີ່ປະກາດໃຊ້ໃນແຕ່ລະໄລຍະ.
  4. ການຄິດໄລ່ຄ່າຂຸດຄົ້ນແຕ່ລະທ້ອງຖິ່ນ ແມ່ນປະຕິບັດຕາມການຕົກລົງຂອງອົງການປົກຄອງແຂວງ ບົນພື້ນຖານສະພາບຈຸດພິເສດຂອງທ້ອງຖິ່ນຕົນ.
  5. ການປ່ຽນຫົວໜ່ວຍຄິດໄລ່ບໍລິມາດໄມ້ ຈາກແມັດກ້ອນ ມາເປັນນ້ຳໜັກ (ໂຕນ ຫຼື ກິໂລ) ຂອງແຕ່ລະຊະນິດໄມ້ ໃຫ້ປະຕິບັດຕາມລະບຽບການ ຂອງຂະແໜງການກະສິກຳ ແລະ ປ່າໄມ້ ທີ່ປະກາດໃຊ້ໃນແຕ່ລະໄລຍະ.
  6. ແຈ້ງການ ສະບັບນີ້ປ່ຽນແທນ ແຈ້ງການ ສະບັບເລກທີ 1813/ອຄ.ກຂອ, ລົງວັນທີ່ 4 ກັນຍາ 2015 ແລະ ມີຜົນສັດສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ. ໃນຕໍ່ໜ້າ, ການປ່ຽນແປງ ແລະ ປັບປຸງລາຄາພັນທະໄມ້ ແມ່ນມອບໃຫ້ ກະຊວງກະສິກຳ ແລະ ປ່າໄມ້ ເປັນໃຈກາງໃນການຄົ້ນຄວ້າ.

 

          ດັ່ງນັ້ນ, ຈຶ່ງແຈ້ງມາຍັງ ທ່ານ ເພື່ອເປັນບ່ອນອີງຈັດຕັ້ງປະຕິບັດຕາມນີ້ດ້ວຍ

 

ລັດຖະມົນຕີ

ມະໄລທອງ ກົມມະສີດ

         

 

# ຫົວຂໍ້ ດາວໂຫຼດ
1 ແຈ້ງການ ລາຄາພັນທະໄມ້ເພື່ອປະມູນຂາຍ ປະຈໍາປີ 2023-2024, ເລກທີ 1243/ອຄ, ລົງວັນທີ 03 ສິງຫາ 2023. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.