INDEX

I. ຂັ້ນຕອນການດໍາເນີນການແຈ້ງພາສີນໍາເຂົ້າສິນຄ້າ, ເຄື່ອງຂອງ

1.1. ຂັ້ນຕອນການແຈ້ງເອກະສານຂົນສົ່ງ
1.2. ຂັ້ນຕອນການປະກອບຂໍ້ມູນລົງໃນໃບແຈ້ງພາສີເປັນລາຍລະອຽດ
1.3. ການຮັບແຈ້ງພາສີເປັນລາຍລະອຽດ ແລະ ກວດກາຄວບຄຸມຂອງເຈົ້າໜ້າທີ່ພາສີ
1.4. ການຊໍາລະຄ່າພາສີ ແລະ ພັນທະອື່ນ
1.5. ການກວດປ່ອຍສິນຄ້າ, ເຄື່ອງຂອງອອກຈາກດ່ານພາສີ

II. ຂັ້ນຕອນການດໍາເນີນການແຈ້ງພາສີຂາອອກສິນຄ້າ, ເຄື່ອງຂອງ

1.1. ການປະກອບຂໍ້ມູນແຈ້ງພາສີເປັນລາຍລະອຽດ
1.2. ການຮັບແຈ້ງພາສີເປັນລາຍລະອຽດ ແລະ ກວດກາຄວບຄຸມຂອງເຈົ້າໜ້າທີ່ພາສີ

III. ຄວາມຮັບຜິດຊອບຂອງຜູ້ແຈ້ງພາສີເປັນລາຍລະອຽດ

IV. ຄວາມຮັບຜິດຊອບຂອງລັດຖະການພາສີ

1. ເຈົ້າໜ້າທີ່ພາສີຜູ້ຮັບເອກະສານ, ປະຈໍາຈຸງານຄຸ້ມຄອງການແຈ້ງພາສີ
2. ເຈົ້າໜ້າທີ່ພາສີບໍລິຫານຄວາມສ່ຽງ, ປະຈໍາໜ່ວຍງານຄຸ້ມຄອງການແຈ້ງພາສີ
3. ເຈົ້າໜ້າທີ່ພາສີປະຈໍາຈຸງານບັນຊີ-ສະຖິຕິ ແລະ ສອບຖາມ-ສະສາງຄະດີ
4. ຄະນະຮັບຜິດຊອບຈຸງານປະຈໍາດ່ານພາສີຊາຍແດນ
5. ບັນດາຈຸງານອື່ນ ທີ່ເຮັດໜ້າທີ່ອຳນວຍຄວາມສະດວກສິນຄ້າ, ເຄື່ອງຂອງສົ່ງອອກ-ນໍາເຂົ້າຜ່ານດ່ານ
6. ຄະນະຮັບຜິດຊອບດ່ານ

V. ການຈັດຕັ້ງປະຕິບັດ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງການເງິນ 
ກົມພາສີ            ເລກທີ 10503 /ກພສ
ນະຄອນຫລວງວຽງຈັນ, ລົງວັນທີ 5 ກໍລະກົດ 2012

ບົດແນະນໍາ
ວ່າດ້ວຍການແຈ້ງພາສີເປັນລາຍລະອຽດ ດ້ວຍລະບົບບໍລິຫານຂໍ້ມູນດ້ານພາສີ
ແບບອັດຕະໂນມັດ (ອາຊິກຸດາ)

  • ອີງຕາມ ກົດໝາຍວ່າດ້ວຍພາສີ, ສະບັບເລກທີ 04/ສພຊ, ລົງວັນທີ 20 ທັນວາ 2011.
  • ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີວ່າການກະຊວງການເງິນ, ສະບັບເລກທີ 1282/ກງ, ລົງວັນທີ 14 ພຶດສະພາ 2012, ວ່າດ້ວຍການອະນຸຍາດໃຫ້ກົມພາສີ ສືບຕໍ່ດໍາເນີນການພັດທະນາລະບົບອາຊິກຸດາໃນໄລຍະ 3.
  • ອີງຕາມ ຂໍ້ຕົກລົງຂອງກົມພາສີ, ສະບັບເລກທີ 4205/ກພສ, ລົງວັນທີ 24 ກຸມພາ 2012 ວ່າດ້ວຍການຮັບຮອງແຜນເບື້ອງຕົ້ນ ໃນການຜັນຂະຫຍາຍການຕິດຕັ້ງລະບົບອາຊີກຸດາຢູ່ 10 ດ່ານ ທົ່ວປະເທດ.

ການນໍາໃຊ້ລະບົບບໍລິຫານຂໍ້ມູນ ດ້ານພາສີແບບອັດຕະໂນມັດ ເຂົ້າໃນວຽກງານພາສີ ແມ່ນເພື່ອສ້າງເງື່ອນໄຂໃຫ້ແກ່ການສົ່ງອອກ-ນໍາເຂົ້າ ແລະ ການຂົນສົ່ງສິນຄ້າຜ່ານແດນສາກົນ, ຮັບປະກັນໃຫ້ສອດຄ່ອງ ກັບລະບຽບກົດໝາຍວ່າດ້ວຍພາສີ, ລະບຽບການ ແລະ ມາດຕະຖານຂອງສາກົນ. ການນໍາໃຊ້ລະບົບດັ່ງກ່າວແມ່ນແນໃສ່ການປັບປຸງ ແລະ ພັດທະນາວຽກງານພາສີ ໃຫ້ມີຄວາມເປັນທັນສະໃໝ, ໂປ່ງໃສ ແລະ ວ່ອງໄວ ໃນການອຳນວຍຄວາມສະດວກທາງດ້ານພາສີ ແລະ ການຄ້າ.

ເພື່ອໃຫ້ການຈັດຕັ້ງປະຕິບັດເປັນເອກະພາບໃນຂອບເຂດທົ່ວປະເທດ ກົມພາສີອອກບົດແນະນໍາດັ່ງນີ້:

  1. ຂັ້ນຕອນການດໍາເນີນການແຈ້ງພາສີນໍາເຂົ້າສິນຄ້າ, ເຄື່ອງຂອງ:

ກ. ການແຈ້ງພາສີນໍາເຂົ້າສິນຄ້າ, ເຄື່ອງຂອງຜ່ານດ່ານພາສີຊາຍແດນ ຕ້ອງດໍາເນີນຕາມຂັ້ນຕອນດັ່ງລຸ່ມນີ້: 

  1. ຂັ້ນຕອນການແຈ້ງເອກະສານຂົນສົ່ງ;
  2. ຂັ້ນຕອນການປະກອບຂໍ້ມູນລົງໃນໃບແຈ້ງພາສີເປັນລາຍລະອຽດ;
  3. ຂັ້ນຕອນການຮັບແຈ້ງພາສີເປັນລາຍລະອຽດ ແລະ ກວດກາຄວບຄຸມຂອງເຈົ້າໜ້າທີ່ພາສີ;
  4. ຂັ້ນຕອນການຊໍາລະຄ່າພາສີ ແລະ ພັນທະອື່ນ; ແລະ
  5. ຂັ້ນຕອນການກວດປ່ອຍສິນຄ້າ, ເຄື່ອງຂອງອອກຈາກດ່ານພາສີ. Top

1.1. ຂັ້ນຕອນການແຈ້ງເອກະສານຂົນສົ່ງ:

ພາຍຫຼັງສິນຄ້າ, ເຄື່ອງຂອງມາຮອດດ່ານພາສີຊາຍແດນ ຜູ້ແຈ້ງພາສີ ຕ້ອງມີຄວາມຮັບຜິດຊອບໂດຍກົງໃນການນໍາເອກະສານຂົນສົ່ງທີ່ກ່ຽວຂ້ອງກັບສິນຄ້າ, ເຄື່ອງຂອງນໍາເຂົ້າມາແຈ້ງຕໍ່ເຈົ້າໜ້າທີ່ພາສີ ເພື່ອກວດກາ ແລະ ເຂົ້າເລກທີຕິດຕາມໃບຂົນສົ່ງສິນຄ້າ, ເຄື່ອງຂອງ. ຈາກນັ້ນ, ຈຶ່ງອະນຸຍາດໃຫ້ນໍາເອົາສິນຄ້າ, ເຄື່ອງຂອງເຂົ້າສາງ ຫຼື ສະຖານທີ່ບ່ອນລັດຖະການພາສີກໍານົດໄວ້ ເພື່ອລໍຖ້າການແຈ້ງພາສີເປັນລາຍລະອຽດ. ຂໍ້ມູນໃບຂົນສົ່ງຕ້ອງໄດ້ສົ່ງໃຫ້ຈຸງານກວດກາ ແລະ ຄຸ້ມຄອງສາງສິນຄ້າ, ເຄື່ອງຂອງປະຈໍາດ່ານພາສີຊາຍແດນ ເພື່ອຄຸ້ມຄອງຕາມລະບຽບກົດໝາຍ.

  • ເອກະສານຂົນສົ່ງສິນຄ້າ, ເຄື່ອງຂອງ ເພື່ອແຈ້ງຕໍ່ເຈົ້າໜ້າທີ່ພາສີປະກອບມີ:
  1. ເອກະສານຂົນສົ່ງສິນຄ້າ, ເຄື່ອງຂອງ;
  2. ໃບແຈ້ງລາຄາ (Invoice);
  3. ໃບລາຍການຫຸ້ມຫໍ່ (ຖ້າມີ);
  4. ໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ, ເຄື່ອງຂອງ (ຖ້າມີ);
  5. ສໍາເນົາໃບແຈ້ງພາສີເປັນລາຍລະອຽດຂາອອກ ຂອງພາສີປະເທດສົ່ງອອກ (ຖ້າມີ).

ຫຼື ແຈ້ງຕາມແບບພິມທີ່ທາງລັດຖະການພາສີໄດ້ກໍານົດ. ການແຈ້ງເອກະສານຂົນສົ່ງ ໃນເວລາສິນຄ້າ, ເຄື່ອງຂອງມາຮອດດ່ານພາສີຊາຍແດນ ຕ້ອງດໍາເນີນພາຍໃນຊາວສີ່ຊົ່ວໂມງ. Top

1.2. ຂັ້ນຕອນການປະກອບຂໍ້ມູນລົງໃນໃບແຈ້ງພາສີເປັນລາຍລະອຽດ:

ຜູ້ແຈ້ງພາສີ ສາມາດປະກອບຂໍ້ມູນການນໍາເຂົ້າສິນຄ້າ, ເຄື່ອງຂອງລົງໃນລະບົບເປັນການລ່ວງໜ້າ ກ່ອນສິນຄ້າ, ເຄື່ອງຂອງມາຮອດດ່ານ ຫຼື ແຈ້ງໃນເວລາສິນຄ້າ, ເຄື່ອງຂອງມາຮອດດ່ານພາສີຊາຍແດນ, ໃຫ້ດໍາເນີນການຕາມຂັ້ນຕອນລຸ່ມນີ້: 

ກ. ກໍລະນີການແຈ້ງພາສີເປັນລາຍລະອຽດກ່ອນສິນຄ້າ, ເຄື່ອງຂອງມາຮອດດ່ານພາສີຊາຍແດນ:

  • ຜູ້ແຈ້ງພາສີປະກອບຂໍ້ມູນໃບແຈ້ງພາສີເປັນລາຍລະອຽດ ພ້ອມດ້ວຍເອກະສານປະກອບ ຕາມທີ່ໄດ້ລະບຸໄວ້ໃນຂໍ້ 1.1 ຂ້າງເທິງ (ຍົກເວັ້ນເອກະສານຂົນສົ່ງສິນຄ້າ, ເຄື່ອງຂອງ), ລົງໃນລະບົບ ພ້ອມ ພິມໃບແຈ້ງເປັນລາຍລະອຽດອອກຈາກລະບົບ, ລົງລາຍເຊັນ, ປະທັບກາ ຫຼື ລົງລາຍເຊັນທາງອີເລັກໂຕຣນິກ ທີ່ຮັບຮູ້ໂດຍລັດຖະການພາສີ ແລະ ຄັດຕິດເອກະສານທີ່ກ່ຽວຂ້ອງ, ຍື່ນຕໍ່ເຈົ້າໜ້າທີ່ພາສີ ເພື່ອກວດກາ ແລະ ຮັບຮອງຢັ້ງຢືນຄວາມຖືກຕ້ອງ. ພາຍຫລັງສິນຄ້າ, ເຄື່ອງຂອງມາຮອດດ່ານພາສີຊາຍແດນ ແມ່ນໃຫ້ປະຕິບັດຕາມຂັ້ນຕອນຂອງລະບົບ, ຊໍາລະຄ່າພາສີ ແລະ ພັນທະອື່ນ ພ້ອມທັງກວດປ່ອຍສິນຄ້າ, ເຄື່ອງຂອງອອກຈາກດ່ານພາສີຊາຍແດນ.
  • ຜູ້ແຈ້ງພາສີສາມາດປະກອບຂໍ້ມູນການແຈ້ງລົງໃນລະບົບ ພາຍໃນກໍານົດເຈັດວັນລັດຖະການ ກ່ອນສິນຄ້າ, ເຄື່ອງຂອງນໍາເຂົ້າມາຮອດດ່ານພາສີຊາຍແດນ. ພາຍໃນກໍານົດເຈັດວັນ ຫາກບໍ່ນໍາໃບແຈ້ງພາສີເປັນລາຍລະອຽດ ມາຍື່ນຕໍ່ເຈົ້າໜ້າທີ່ພາສີປະຈໍາດ່ານພາສີຊາຍແດນ  ຂໍ້ມູນທີ່ໄດ້ແຈ້ງລົງໃນລະບົບຈະຖືກລົບລ້າງໂດຍອັດຕະໂນມັດ.

ຂ. ກໍລະນີການແຈ້ງພາສີເປັນລາຍລະອຽດໃນເວລາສິນຄ້າ, ເຄື່ອງຂອງມາຮອດດ່ານພາສີຊາຍແດນ:

  • ຜູ້ແຈ້ງພາສີຕ້ອງປະກອບຂໍ້ມູນລົງໃນໃບແຈ້ງພາສີເປັນລາຍລະອຽດ ພ້ອມດ້ວຍເອກະສານປະກອບການແຈ້ງ ຕາມທີ່ໄດ້ລະບຸໄວ້ໃນຂໍ້ 1.1 ຂ້າງເທິງ ລົງໃນລະບົບອີເລັກໂຕຣນິກ ແລະ ພິມໃບແຈ້ງພາສີເປັນລາຍລະອຽດອອກຈາກລະບົບ ພ້ອມທັງລົງລາຍເຊັນ, ປະທັບກາ ຫຼື ລົງລາຍເຊັນທາງອີເລັກໂຕຣນິກ ທີ່ຮັບຮູ້ໂດຍລັດຖະການພາສີ ແລະ ຄັດຕິດເອກະສານທີ່ກ່ຽວຂ້ອງ, ຍື່ນຕໍ່ເຈົ້າໜ້າທີ່ພາສີ ເພື່ອກວດກາ, ຮັບຮອງລົງໃນລະບົບຕາມຂັ້ນຕອນ ແລະ ລະບຽບການທາງພາສີ.
  • ບັນດາເອກະສານທີ່ຜູ້ແຈ້ງພາສີ ຕ້ອງປະກອບສໍາລັບການແຈ້ງພາສີເປັນລາຍລະອຽດປະກອບມີ:
  1. ເອກະສານການຂົນສົ່ງສິນຄ້າ, ເຄື່ອງຂອງ;
  2. ໃບແຈ້ງລາຄາ;
  3. ໃບລາຍການຫຸ້ມຫໍ່ສິນຄ້າ, ເຄື່ອງຂອງ (ຖ້າມີ);
  4. ໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ (ຖ້າມີ);
  5. ໃບອະນຸຍາດນໍາເຂົ້າຂອງຂະແໜງການລັດທີ່ກ່ຽວຂ້ອງ; ແລະ
  6. ເອກະສານອື່ນໆທີ່ກ່ຽວຂ້ອງ. Top

1.3. ການຮັບແຈ້ງພາສີເປັນລາຍລະອຽດ ແລະ ກວດກາຄວບຄຸມຂອງເຈົ້າໜ້າທີ່ພາສີ:

1.3.1. ການຮັບໃບແຈ້ງພາສີເປັນລາຍລະອຽດ:

ພາຍຫຼັງໄດ້້ຮັບເອກະສານ ເຈົ້າໜ້າທີ່ພາສີຕ້ອງຮຽກຂໍ້ມູນ ຕາມເລກທີໃບແຈ້ງພາສີເປັນລາຍລະອຽດ ໃນລະບົບຂື້ນມາ ເພື່ອກວດກາສົມທຽບໃສ່ເອກະສານຕົວຈິງ. ຖ້າຖືກຕ້ອງຄົບຖ້ວນ ລະບົບຈະດໍາເນີນການວິເຄາະບໍລິຫານຄວາມສ່ຽງ ຂອງການແຈ້ງພາສີເປັນລາຍລະອຽດຕາມ 4 ລະດັບຄື:

  • ລະດັບໜຶ່ງ (ສີຂຽວ) ໝາຍເຖິງ ຂໍ້ມູນປະກອບການແຈ້ງພາສີເປັນລາຍລະອຽດ ແລະ ສິນຄ້າ, ເຄື່ອງຂອງ ທີ່ມີຄວາມສ່ຽງລະດັບຕ່ໍາສຸດ;
  • ລະດັບສອງ (ສີຟ້າ) ໝາຍເຖິງ ຂໍ້ມູນປະກອບການແຈ້ງພາສີເປັນລາຍລະອຽດ ແລະ ສິນຄ້າ, ເຄື່ອງຂອງ ທີ່ມີຄວາມສ່ຽງລະດັບຕ່ໍາ;
  • ລະດັບສາມ (ສີເຫຼືອງ) ໝາຍເຖິງ ຂໍ້ມູນປະກອບການແຈ້ງພາສີເປັນລາຍລະອຽດ ແລະ ສິນຄ້າ, ເຄື່ອງຂອງ ທີ່ມີຄວາມສ່ຽງລະດັບກາງ;
  • ລະດັບສີ່ (ສີແດງ) ໝາຍເຖິງ ຂໍ້ມູນປະກອບການແຈ້ງພາສີເປັນລາຍລະອຽດ ແລະ ສິນຄ້າ, ເຄື່ອງຂອງ ທີ່ມີຄວາມສ່ຽງລະດັບສູງ;

1.3.2. ການດໍາເນີນການບໍລິຫານຄວາມສ່ຽງ ຂອງເຈົ້າໜ້າທີ່ພາສີປະຈໍາດ່ານພາສີຊາຍແດນ:

  • ລະດັບໜຶ່ງ (ສີຂຽວ)

ເອກະສານການແຈ້ງພາສີເປັນລາຍລະອຽດ ແລະ ສິນຄ້າ, ເຄື່ອງຂອງ ທີ່ມີຄວາມສ່ຽງລະດັບຕ່ໍາສຸດ, ເຈົ້າໜ້າທີ່ພາສີຜູ້ຮັບເອກະສານ ໃຫ້ປະຕິບັດຕໍ່ໄປນີ້:

  • ກວດກາເອກະສານປະກອບ ການແຈ້ງພາສີເປັນລາຍລະອຽດ ແລະ ພິຈາລະນາເງື່ອນໄຂຄວາມສ່ຽງໃຫ້ຖືກຕ້ອງ ແລະ ຄົບຖ້ວນ.
  • ກວດກາຄວາມຖືກຕ້ອງ, ຖ້າຄົບຖ້ວນ ຕ້ອງຢັ້ງຢືນຜົນການກວດກາເອກະສານ ແລະ ລົງລາຍເຊັນ ໃນໃບແຈ້ງພາສີເປັນລາຍລະອຽດ (ຫ້ອງລາຍເຊັນພະນັກງານກວດກາສິນຄ້າ). ຮັບຮອງຜົນການແຈ້ງລົງໃນລະບົບ (Assessment) ແລະ ພິມໃບຮັບຮອງຜົນການແຈ້ງອອກຈາກລະບົບ. ຈາກນັ້ນ, ສົ່ງເອກະສານໃຫ້ຄັງເງິນ ຫຼື ທະນາຄານ ເພື່ອຊໍາລະຄ່າພາສີ ແລະ ພັນທະອື່ນ ແລະ ກວດປ່ອຍສິນຄ້າ, ເຄື່ອງຂອງອອກຈາກດ່ານພາສີຊາຍແດນ.
  • ພາຍຫຼັງການກວດກາ ຫາກເຫັນວ່າມີຄວາມສ່ຽງ ຕ້ອງໄດ້ກວດກາໃບແຈ້ງພາສີເປັນລາຍລະອຽດ, ເອກະສານປະກອບການແຈ້ງ ຕ້ອງໄດ້ປ່ຽນເປັນຄວາມສ່ຽງລະດັບສາມ (ສີເຫຼືອງ) ຫຼື ຖ້າມີຄວາມຈໍາເປັນຕ້ອງໄດ້ກວດກາສິນຄ້າ, ເຄື່ອງຂອງຕົວຈິງ ຕ້ອງໄດ້ປ່ຽນເປັນຄວາມສ່ຽງລະດັບສີ່ (ສີແດງ) ພ້ອມທັງສົ່ງເອກະສານໃຫ້ເຈົ້າໜ້າທີ່ພາສີ ເພື່ອດໍາເນີນການຕາມແຕ່ລະກໍລະນີ.
  • ເຈົ້າໜ້າທີ່ພາສີປະຈໍາຈຸງານຄຸ້ມຄອງການແຈ້ງພາສີ ຮັບເອກະສານຈາກຄັງເງິນ ຫຼື ທະນາຄານ ແລະ ປະກອບຂໍ້ມູນລົງໃນລະບົບ, ພິມໃບຮັບເງິນ ແລະ ໃບສັ່ງປ່ອຍສິນຄ້າ, ເຄື່ອງຂອງອອກຈາກລະບົບ, ສົ່ງເອກະສານໃຫ້ຄະນະດ່ານ ເພື່ອກວດກາ ແລະ ລົງລາຍເຊັນ ໃສ່ໃບແຈ້ງພາສີເປັນລາຍລະອຽດ (ຫ້ອງລາຍເຊັນຫົວໜ້າດ່ານພາສີ) ແລະ ມອບເອກະສານໃບແຈ້ງພາສີເປັນລາຍລະອຽດ 03 ຊຸດ ພ້ອມໃບສັ່ງປ່ອຍສິນຄ້າ, ເຄື່ອງຂອງ (Exit Note) ໃຫ້ແກ່ຜູ້ແຈ້ງພາສີ.  ພາຍຫຼັງເຈົ້າໜ້າທີ່ພາສີ ໄດ້ກວດກາສິນຄ້າ, ເຄື່ອງຂອງອອກຈາກສາງສິນຄ້າ ຕ້ອງໄດ້ເຊັນໃບສັ່ງປ່ອຍສິນຄ້າ, ເຄື່ອງຂອງ ແລະ ອະນຸຍາດສິນຄ້າ, ເຄື່ອງຂອງອອກຈາກດ່ານພາສີ.
  • ໃນກໍລະນີການປ່ຽນຈາກຄວາມສ່ຽງລະດັບສອງ (ສີຟ້າ) ມາເປັນລະດັບໜຶ່ງ (ສີຂຽວ) ແມ່ນດໍາເນີນຕາມການຂັ້ນຕອນໃຫ້ສໍາເລັດ, ຖ້າມີຄວາມຈໍາເປັນ ເຈົ້າໜ້າທີ່ພາສີຜູ້ຖືກແຕ່ງຕັ້ງກວດກາ ຕ້ອງນໍາເອົາເອກະສານໃບແຈ້ງພາສີ ເປັນລາຍລະອຽດ 1 ຊຸດ ພ້ອມໃບສັ່ງປ່ອຍສິນຄ້າ, ເຄື່ອງຂອງ ເພື່ອຄຸ້ມຄອງຕິດຕາມສິນຄ້າ, ເຄື່ອງຂອງອອກຈາກດ່ານພາສີ ແລະ ກວດກາສິນຄ້າ, ເຄື່ອງຂອງຕົວຈິງທີ່ສາງປາຍທາງ, ພ້ອມທັງເຮັດບົດບັນທຶກຜົນການກວດກາຢ່າງລະອຽດ.
  • ລະດັບສອງ (ສີຟ້າ):

ເອກະສານການແຈ້ງພາສີເປັນລາຍລະອຽດ ທີ່ມີຄວາມສ່ຽງລະດັບຕ່ໍາ, ເຈົ້າໜ້າທີ່ພາສີຜູ້ຮັບເອກະສານ ໃຫ້ປະຕິບັດຕໍ່ໄປນີ້:

  • ກວດກາເອກະສານປະກອບ ການແຈ້ງພາສີເປັນລາຍລະອຽດ, ເອກະສານສັນຍາຄ້ໍາປະກັນໃຫ້ຖືກ ຕ້ອງ ແລະ ຄົບຖ້ວນ.
  • ການກວດກາຖືກຕ້ອງຄົບຖ້ວນແລ້ວ ໃຫ້ປ່ຽນເປັນຄວາມສ່ຽງລະດັບໜຶ່ງ (ສີຂຽວ) ພ້ອມທັງສົ່ງເອກະສານ ເພື່ອດໍາເນີນການຕາມຂັ້ນຕອນ. 
  • ພາຍຫຼັງການກວດກາເອກະສານ ຫາກເຫັນວ່າມີຄວາມສ່ຽງສູງ  ຕ້ອງໄດ້ກວດກາສິນຄ້າ, ເຄື່ອງຂອງຕົວຈິງ ໃຫ້ປ່ຽນເປັນຄວາມສ່ຽງລະດັບສີ່ (ສີແດງ),  ພ້ອມທັງສົ່ງເອກະສານໄປໃຫ້ຈຸງານກວດກາ ແລະ ຄຸ້ມຄອງສາງ ເພື່ອດໍາເນີນການຕາມຂັ້ນຕອນ.
  • ລະດັບສາມ (ສີເຫຼືອງ):

ເອກະສານການແຈ້ງພາສີເປັນລາຍລະອຽດ ທີ່ມີຄວາມສ່ຽງລະດັບກາງ, ເຈົ້າໜ້າທີ່ພາສີຜູ້ຮັບເອກະສານ ໃຫ້ປະຕິບັດຕໍ່ໄປນີ້:

  • ກວດກາເອກະສານປະກອບ ການແຈ້ງພາສີເປັນລາຍລະອຽດໃຫ້ຖືກຕ້ອງ ແລະ ຄົບຖ້ວນ.
  • ກວດກາຖືກຕ້ອງຄົບຖ້ວນແລ້ວ, ໃຫ້ປ່ຽນເປັນຄວາມສ່ຽງລະດັບໜຶ່ງ (ສີຂຽວ) ພ້ອມທັງສົ່ງເອກະ ສານ ເພື່ອດໍາເນີນການຕາມຂັ້ນຕອນ. 
  • ພາຍຫຼັງການກວດກາ ຫາກເຫັນວ່າມີຄວາມສ່ຽງສູງ ຕ້ອງໄດ້ກວດກາສິນຄ້າ, ເຄື່ອງຂອງຕົວຈິງ ໃຫ້ປ່ຽນເປັນຄວາມສ່ຽງລະດັບສີ່ (ສີແດງ) ພ້ອມທັງສົ່ງເອກະສານໃຫ້ຈຸງານກວດກາ ແລະ ຄຸ້ມຄອງສາງ  ເພື່ອດໍາເນີນການຕາມຂັ້ນຕອນ.
  • ຖ້າພົບເຫັນການກະທຳຜິດທາງພາສີ ຕ້ອງໄດ້ນໍາສົ່ງເອກະສານທັງໝົດ ໃຫ້ຈຸງານບັນຊີ-ສະຖິຕິ ແລະ ສອບຖາມ-ສະສາງຄະດີ ເພື່ອດໍາເນີນການຕາມຂັ້ນຕອນ.
  • ລະດັບສີ່ (ສີແດງ):

ສິນຄ້າ, ເຄື່ອງຂອງທີ່ມີຄວາມສ່ຽງລະດັບສູງ ຕ້ອງໄດ້ຜ່ານການກວດກາເອກະສານປະກອບ ການແຈ້ງພາສີເປັນລາຍລະອຽດ ແລະ ສິນຄ້າ, ເຄື່ອງຂອງຕົວຈິງ ກ່ອນປ່ອຍອອກຈາກດ່ານພາສີຊາຍແດນ.  ເຈົ້າໜ້າທີ່ພາສີ ຕ້ອງປະຕິບັດດັ່ງຕໍ່ໄປນີ້:

  • ຖ້າຜົນການກວດກາຖືກຕ້ອງ, ໃຫ້ຫົວໜ້າຈຸງານກວດກາ ແລະ ຄຸ້ມຄອງສາງ ຮັບຮອງຜົນການກວດກາລົງໃນລະບົບ, ປ່ຽນຄວາມສ່ຽງລະດັບສີ່ (ສີແດງ) ມາເປັນຄວາມສ່ຽງລະດັບໜຶ່ງ (ສີຂຽວ)  ແລະ  ພ້ອມໃບສັ່ງປ່ອຍສິນຄ້າ, ເຄື່ອງຂອງ (Exit Note). ຈາກນັ້ນ, ສົ່ງເອກະສານໃຫ້ຄະນະດ່ານພາສີ ເຊັນໃບແຈ້ງພາສີເປັນລາຍລະອຽດ ແລະ ດໍາເນີນຕາມຂັ້ນຕອນ. 
  • ຖ້າພົບເຫັນການກະທຳຜິດທາງພາສີ, ຕ້ອງໄດ້ເຮັດຈົດໝາຍບັນທືກ ແລ້ວນໍາສົ່ງໃຫ້ຈຸງານບັນຊີ-ສະຖິຕິ ແລະ ສອບຖາມ-ສະສາງຄະດີ ເພື່ອດໍາເນີນການຕາມຂັ້ນຕອນ.

1.3.3. ການອອກໃບແຈ້ງພາສີເປັນລາຍລະອຽດເພີ່ມເຕີມ:

ການອອກໃບແຈ້ງພາສີເປັນລາຍລະອຽດເພີ່ມເຕີມ ສາມາດດໍາເນີນການໄດ້ໃນ 2 ກໍລະນີຄື: ກໍລະນີເປັນຄະດີທາງພາສີ ແລະ ກໍລະນີອັດຕາແລກປ່ຽນເງິນຕາຕ່າງປະເທດ ມີການປ່ຽນແປງເຊິ່ງມີລາຍລະອຽດລຸ່ມນີ້:

  1. ກໍລະນີເປັນຄະດີທາງພາສີ:
  • ໃນກໍລະນີກວດພົບເຫັນ ການແຈ້ງພາສີເປັນລາຍລະອຽດ ບໍ່ຖືກຕ້ອງກັບສິນຄ້າ, ເຄື່ອງຂອງຕົວຈິງ, ເຈົ້າໜ້າທີ່ພາສີຜູ້ກວດກາ ຕ້ອງໄດ້ເຮັດບົດບັນທຶກຄະດີ ເພື່ອກໍານົດມາດຕະການໃນການປັບໃໝ ຕາມກົດໝາຍວ່າດ້ວຍພາສີ. ຈຸງານບັນຊີ-ສະຖິຕິ ແລະ ສອບຖາມ-ສະສາງຄະດີ ຕ້ອງເຮັດສໍານວນຄະດີ, ໃບຄິດໄລ່ຄ່າພາສີ ແລະ ພັນທະອື່ນ ແລະ ຄ່າປັບໃໝ ເພື່ອແຈ້ງໃຫ້ເຈົ້າຂອງສິນຄ້າ, ເຄື່ອງຂອງ ຫຼື ຜູ້ແຈ້ງພາສີຊາບ.
  • ຖ້າມີການສົມຍອມຄະດີ ຜູ້ແຈ້ງພາສີຕ້ອງນໍາໃບຄິດໄລ່ ພ້ອມທັງສໍານວນຄະດີ ໄປມອບເງິນຄ່າປັບໃໝນໍາເຈົ້າໜ້າທີ່ພາສີ ປະຈໍາຈຸງານບັນຊີ-ສະຖິຕິ ແລະ ສອບຖາມ-ສະສາງຄະດີ ອອກໃບຮັບເງິນຄ່າປັບໃໝ ແລະ ໃບແຈ້ງພາສີເປັນລາຍລະອຽດເພີ່ມເຕີມ ຕ້ອງນໍາໃຊ້ເລກທີເກົ່າຂອງໃບແຈ້ງພາສີ ເປັນລາຍລະອຽດສະບັບຕົ້ນ. 
  • ໃບແຈ້ງພາສີເປັນລາຍລະອຽດສະບັບໃໝ່ ຈະປະກອບດ້ວຍຂໍ້ມູນກ່ຽວກັບການກະທຳຜິດເຊັ່ນ: ມູນຄ່າແຈ້ງພາສີ, ເລກລະຫັດສິນຄ້າ, ແຫຼ່ງກໍາເນີດສິນຄ້າ, ຈໍານວນສິນຄ້າ, ເຄື່ອງຂອງທີ່ໄດ້ແຈ້ງເບື້ອງຕົ້ນ ແລະ ອື່ນໆ.
  • ກໍລະນີເປັນການນໍາເຂົ້າສິນຄ້າ, ເຄື່ອງຂອງຫຼຸດຜ່ອນ, ຍົກເວັ້ນ, ງົດເກັບພາສີ ຕ້ອງດໍາເນີນການເພື່ອໃຫ້ສອດຄ່ອງກັບລະບຽບການທາງພາສີ.
  • ພາຍຫຼັງດໍາເນີນການສະສາງຄະດີທາງພາສີສໍາເລັດແລ້ວ ເຈົ້າໜ້າທີ່ພາສີຕ້ອງໄດ້ບັນທຶກຮູບແບບການກະທຳຜິດ ລົງໃນແບບຟອມການກວດກາຂອງລະບົບ (Inspection Act) ແລະ ພິມອອກຈາກລະບົບ. ຈາກນັ້ນ, ຫົວໜ້າຈຸງານກວດກາ ແລະ ຄຸ້ມຄອງສາງ ຮັບຮອງຜົນການແຈ້ງລົງໃນລະບົບ (Assessment) ໂດຍປ່ຽນຄວາມສ່ຽງລະດັບສີ່ (ສີແດງ) ມາເປັນຄວາມສ່ຽງລະດັບໜຶ່ງ (ສີຂຽວ) ແລະ ດໍາເນີນການຕາມຂັ້ນຕອນ. 
  1. ກໍລະນີອັດຕາແລກປ່ຽນເງິນຕາຕ່າງປະເທດມີການປ່ຽນແປງ:
  • ໃນກໍລະນີອັດຕາແລກປ່ຽນເງິນຕາຕ່າງປະເທດ ມີການປ່ຽນແປງ, ກ່ອນການຊໍາລະຄ່າພາສີ ແລະ ພັນທະອື່ນ ເຈົ້າໜ້າທີ່ພາສີຕ້ອງແຈ້ງໃຫ້ຜູ້ແຈ້ງພາສີຊາບ ກ່ຽວກັບການດັດແກ້ໃບແຈ້ງພາສີ ເປັນລາຍລະອຽດເພີ່ມເຕີມ ເພື່ອໃຫ້ອັດຕາແລກປ່ຽນເງິນຕາ ຖືກຕ້ອງກັບວັນຊໍາລະຄ່າພາສີ ແລະ ພັນທະອື່ນຕາມລະບຽບການ.
  • ຕົວຢ່າງເລກທີໃບແຈ້ງພາສີເປັນລາຍລະອຽດເພີ່ມເຕີມ:
  • ໃບແຈ້ງພາສີເປັນລາຍລະອຽດສະບັບຕົ້ນ (ການນໍາເຂົ້າເພື່ອຊົມໃຊ້ "IM4") ເລກທີ # i 12345
  • ໃບແຈ້ງພາສີເປັນລາຍລະອຽດເພີ່ມເຕີມ (ການນໍາເຂົ້າເພື່ອຊົມໃຊ້ "IM4") ເລກທີ # i 12345/1. Top

1.4. ການຊໍາລະຄ່າພາສີ ແລະ ພັນທະອື່ນ:

ພາຍຫຼັງຜ່ານຂັ້ນຕອນພິທີການທາງດ້ານພາສີ ແລະ ໄດ້ຮັບຮອງຜົນການແຈ້ງລົງໃນລະບົບແລ້ວ, ຜູ້ແຈ້ງພາສີຕ້ອງໄດ້ຊໍາລະຄ່າພາສີ ແລະ ພັນທະອື່ນນໍາຄັງເງິນ ຫຼື ທະນາຄານ. Top

1.5. ການກວດປ່ອຍສິນຄ້າ, ເຄື່ອງຂອງອອກຈາກດ່ານພາສີ: 

ຜູ້ແຈ້ງພາສີຕ້ອງນໍາເອກະສານຄົບຊຸດ ໄປແຈ້ງຕໍ່ເຈົ້າໜ້າທີ່ພາສີປະຈໍາປະຕູດ່ານ ເພື່ອກວດກາບັນດາເອກະສານຖືກຕ້ອງຄົບຖ້ວນ ແລ້ວຈຶ່ງອະນຸຍາດໃຫ້ສິນຄ້າ, ເຄື່ອງຂອງດັ່ງກ່າວ ອອກຈາກດ່ານພາສີຊາຍແດນໃນທັນທີ ພ້ອມທັງເກັບມ້ຽນສໍາເນົາເອກະສານ ໃບແຈ້ງພາສີເປັນລາຍລະອຽດ 2 ຊຸດ. Top

II. ຂັ້ນຕອນການດໍາເນີນການແຈ້ງພາສີຂາອອກສິນຄ້າ, ເຄື່ອງຂອງ:

ກ. ການແຈ້ງພາສີຂາອອກສິນຄ້າ, ເຄື່ອງຂອງຜ່ານດ່ານພາສີສາກົນ ແມ່ນດໍາເນີນຕາມບາດກ້າວດັ່ງລຸ່ມນີ້:

  1. ການປະກອບຂໍ້ມູນການແຈ້ງພາສີເປັນລາຍລະອຽດ;
  2. ການຮັບແຈ້ງພາສີເປັນລາຍລະອຽດ ແລະ ກວດກາຄວບຄຸມຂອງເຈົ້າໜ້າທີ່ພາສີ;
  3. ການຊໍາລະຄ່າພາສີ ແລະ ພັນທະອື່ນ; ແລະ
  4. ການກວດປ່ອຍສິນຄ້າ, ເຄື່ອງຂອງອອກຈາກດ່ານພາສີຊາຍແດນ. Top

1.1. ການປະກອບຂໍ້ມູນແຈ້ງພາສີເປັນລາຍລະອຽດ:

ຜູ້ແຈ້ງພາສີສາມາດປະກອບຂໍ້ມູນທີ່ຖືກຕ້ອງຂອງສິນຄ້າ, ເຄື່ອງຂອງລົງໃນລະບົບກ່ອນ ຫຼື ເວລາສິນຄ້າ, ເຄື່ອງຂອງມາຮອດດ່ານພາສີຊາຍແດນ. ຖ້າການປະກອບຂໍ້ມູນຖືກຕ້ອງຕາມລະບຽບການ ລະບົບຈະຮັບຮອງລົງທະບຽນເລກທີສໍາຮອງ ແລະ ເລກທີໃບແຈ້ງພາສີເປັນລາຍລະອຽດ. ຜູ້ແຈ້ງພາສີຕ້ອງພິມໃບແຈ້ງພາສີເປັນລາຍລະອຽດ ອອກຈາກລະບົບພ້ອມທັງລົງລາຍເຊັນ, ປະທັບກາ ຫຼື ລົງລາຍເຊັນ ທາງອີເລັກໂຕຣນິກ ທີ່ຮັບຮູ້ໂດຍລັດຖະການພາສີ ແລະ ຄັດຕິດເອກະສານທີ່ກ່ຽວຂ້ອງ. ຈາກນັ້ນ, ຈຶ່ງຍື່ນເອກະ ສານທັງໝົດ ຕໍ່ເຈົ້າໜ້າທີ່ພາສີປະຈໍາດ່ານພາສີຊາຍແດນ ເພື່ອກວດກາຮັບຮອງ. Top

1.2. ການຮັບແຈ້ງພາສີເປັນລາຍລະອຽດ ແລະ ກວດກາຄວບຄຸມຂອງເຈົ້າໜ້າທີ່ພາສີ:

  • ການຮັບແຈ້ງພາສີເປັນລາຍລະອຽດ, ການຊໍາລະຄ່າພາສີ ແລະ ພັນທະອື່ນ ແລະ ການກວດປ່ອຍສິນຄ້າ, ເຄື່ອງຂອງອອກຈາກດ່ານພາສີຊາຍແດນ ແມ່ນດໍາເນີນການຄືກັນກັບ ຂັ້ນຕອນການແຈ້ງພາສີຂາເຂົ້າ.
  • ໃນກໍລະນີສິນຄ້າ, ເຄື່ອງຂອງຂາອອກ ຕົກເຂົ້າໃນຄວາມສ່ຽງລະດັບສອງ ຫຼື ລະດັບສີ່, ຜູ້ແຈ້ງພາສີ ສາມາດສະເໜີຕໍ່ລັດຖະການພາສີ ປະຈໍາດ່ານພາສີຊາຍແດນ ເພື່ອພິຈາລະນາແຕ່ງຕັ້ງເຈົ້າໜ້າທີ່ພາສີ ດໍາເນີນການກວດກາສິນຄ້າ, ເຄື່ອງຂອງຕົວຈິງທີ່ສາງຂອງບໍລິສັດ ຫຼື ຢູ່ເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ ທີ່ລັດຖະການພາສີຄຸຸ້ມຄອງ. ພາຍຫຼັງກວດກາແລ້ວ ເຈົ້າໜ້າທີ່ພາສີຕ້ອງໄດ້ໜີບກົ່ວ ໃສ່ລົດບັນທຸກສິນຄ້າ, ເຄື່ອງຂອງ ເພື່ອຄຸ້ມຄອງນໍາສົ່ງໄປຍັງດ່ານພາສີຊາຍແດນ ບ່ອນສົ່ງອອກ.
  • ສິນຄ້າ, ເຄື່ອງຂອງຂາອອກ ທີ່ໄດ້ປະກອບໃບແຈ້ງພາສີເປັນລາຍລະອຽດ ແລະ ຜ່ານທຸກຂັ້ນຕອນການແຈ້ງພາສີແລ້ວ ຕ້ອງໄດ້ນໍາສົ່ງອອກນອກ ຈາກອານາເຂດພາສີໃນທັນທີ, ຖ້າບໍ່ສາມາດນໍາສົ່ງອອກໄດ້, ຜູ້ແຈ້ງພາສີຈະຖືກປັບໃໝ ຕາມກົດໝາຍວ່າດ້ວຍພາສີ ພ້ອມທັງແຈ້ງເຫດຜົນ ແລະ ວັນເວລາທີ່ແນ່ນອນຂອງການສົ່ງອອກ ໃຫ້ເຈົ້າໜ້າທີ່ພາສີຊາບ ເພື່ອຕິດຕາມຄຸ້ມຄອງ. Top

III. ຄວາມຮັບຜິດຊອບຂອງຜູ້ແຈ້ງພາສີເປັນລາຍລະອຽດ

  • ປະກອບຂໍ້ມູນການແຈ້ງພາສີເປັນລາຍລະອຽດ ລົງໃນລະບົບ, ຮັບຜິດຊອບຕໍ່ທຸກຂໍ້ມູນ ແລະ ເອກະສານປະກອບການແຈ້ງພາສີ;
  • ໃບແຈ້ງພາສີເປັນລາຍລະອຽດ ຕ້ອງສະອາດ, ບໍ່ມີຮອຍລຶບ ຫຼື ຮອຍຂີດຂ້າ ຈຶ່ງສາມາດລົງລາຍເຊັນ ແລະ ປະທັບກາແລ້ວຍື່ນເອກະສານຕໍ່ ເຈົ້າໜ້າທີ່ພາສີປະຈໍາດ່ານຊາຍແດນ;
  • ຊໍາລະຄ່າພາສີ ແລະ ພັນທະອື່ນແທນເຈົ້າຂອງສິນຄ້າ, ເຄື່ອງຂອງ;
  • ຕ້ອງສະໜອງທຸກຂໍ້ມູນ ແລະ ເອກະສານທີ່ກ່ຽວຂ້ອງໃຫ້ແກ່ເຈົ້າໜ້າທີ່ພາສີ; ແລະ
  • ເປັນຕົວແທນເຈົ້າຂອງສິນຄ້າ, ເຄື່ອງຂອງ, ຜູ້ຂົນສົ່ງ ຫຼື ຜູ້ບໍລິການອື່ນຕໍ່ລັດຖະການພາສີ ໃນກໍລະນີມີການລະເມີດລະບຽບ ກ່ຽວກັບກົດໝາຍວ່າດ້ວຍພາສີ ແລະ ລະບຽບກົດໝາຍອື່ນທີ່ກ່ຽວຂ້ອງ. Top

IV. ຄວາມຮັບຜິດຊອບຂອງລັດຖະການພາສີ:

  1. ເຈົ້າໜ້າທີ່ພາສີຜູ້ຮັບເອກະສານ, ປະຈໍາຈຸງານຄຸ້ມຄອງການແຈ້ງພາສີ:
  • ຮັບໃບແຈ້ງພາສີເປັນລາຍລະອຽດ ພ້ອມເອກະສານປະກອບຈາກຜູ້ແຈ້ງພາສີ;
  • ກວດກາຂໍ້ມູນໃນໃບແຈ້ງພາສີເປັນລາຍລະອຽດ ແລະ ເອກະສານປະກອບ ເພື່ອຮັບປະກັນວ່າເອກະສານອັນຈໍາເປັນ ໄດ້ປະກອບຢ່າງຖືກຕ້ອງຄົບຖ້ວນ ໂດຍສົມທຽບກັບຂໍ້ມູນໃນລະບົບ.
  • ໃນກໍລະນີເອກະສານບໍ່ຄົບຖ້ວນ, ໃຫ້ສົ່ງໄປຍັງຈຸງານບັນຊີ-ສະຖິຕິ ແລະ ສອບຖາມ-ສະສາງຄະດີ.
  • ດໍາເນີນການບໍລິຫານຄວາມສ່ຽງ ແລະ ສົ່ງເອກະສານຕາມລະດັບຄວາມສ່ຽງຕ່າງໆ ທີ່ສະແດງໃນລະບົບ.
  • ເຈົ້າໜ້າທີ່ປະຈໍາແຕ່ລະລະດັບຄວາມສ່ຽງ ຕ້ອງກວດກາຄວາມຖືກຕ້ອງຂອງເອກະສານ ແລະ ນໍາສົ່ງເອກະສານທັງໝົດ ໃຫ້ຫົວໜ້າຈຸງານຜູ້ຮັບຜິດຊອບ ເພື່ອກວດກາຮັບຮອງຄວາມຖືກຕ້ອງ (Assessment) ຕາມຂັ້ນຕອນຂອງລະບົບ. Top
  1. ເຈົ້າໜ້າທີ່ພາສີບໍລິຫານຄວາມສ່ຽງ, ປະຈໍາໜ່ວຍງານຄຸ້ມຄອງການແຈ້ງພາສີ:
  • ສະເພາະເຈົ້າໜ້າທີ່ພາສີ ຜູ້ຮັບຜິດຊອບຄວາມສ່ຽງລະດັບໜຶ່ງ:
  • ກວດກາຄວາມສ່ຽງໃນລະບົບ ຖ້າຂໍ້ມູນ ແລະ ເອກະສານປະກອບ ການແຈ້ງພາສີເປັນລາຍລະອຽດຖືກຕ້ອງຄົບຖ້ວນ;
  • ສົ່ງເອກະສານການແຈ້ງພາສີ ໃຫ້ຄະນະຈຸງານຢັ້ງຢືນຮັບຮອງຄວາມຖືກຕ້ອງ (Assessment);
  • ຄະນະດ່ານກວດກາ ເຊັນຮັບຮອງໃບແຈ້ງພາສີເປັນລາຍລະອຽດ;  
  • ຊໍາລະຄ່າພາສີ ແລະ ພັນທະອື່ນ;
  • ພິມໃບສັ່ງປ່ອຍສິນຄ້າ, ເຄື່ອງຂອງ (Exit Note) ອອກຈາກລະບົບອາຊິກຸດາ; 
  • ພິມໃບຮັບເງິນຄ່າບໍລິການແຈ້ງພາສີຜ່ານລະບົບ ພ້ອມທັງລົງລາຍເຊັນ;
  • ມອບເອກະສານໃບແຈ້ງພາສີເປັນລາຍລະອຽດ 03 ຊຸດ ພ້ອມໃບສັ່ງປ່ອຍສິນຄ້າ, ເຄື່ອງຂອງອອກຈາກດ່ານພາສີຊາຍແດນ ໃຫ້ແກ່ຜູ້ແຈ້ງພາສີ.
  • ສະເພາະເຈົ້າໜ້າທີ່ພາສີ ຜູ້ຮັບຜິດຊອບຄວາມສ່ຽງລະດັບສອງ:
  • ກວດກາຄວາມສ່ຽງໃນລະບົບ ຖ້າຂໍ້ມູນ ແລະ ເອກະສານປະກອບ ການແຈ້ງພາສີເປັນລາຍລະອຽດຖືກຕ້ອງຄົບຖ້ວນ; ແລະ
  • ດໍາເນີນການບໍລິຫານຄວາມສ່ຽງຕາມຂັ້ນຕອນ ພ້ອມທັງສົ່ງເອກະສານໃຫ້ເຈົ້າໜ້າທີ່ພາສີ ຜູ້ຮັບຜິດຊອບຮັບຮອງການແຈ້ງພາສີ ແລະ ດໍາເນີນການຕາມຂັ້ນຕອນຂອງລະບົບ.
  • ສະເພາະເຈົ້າໜ້າທີ່ພາສີ ຜູ້ຮັບຜິດຊອບຄວາມສ່ຽງລະດັບສາມ:
  • ກວດກາຄວາມສ່ຽງໃນລະບົບ ຖ້າຂໍ້ມູນ ແລະ ເອກະສານປະກອບ ການແຈ້ງພາສີເປັນລາຍລະອຽດ ຖືກຕ້ອງຄົບຖ້ວນ; ແລະ
  • ດໍາເນີນການບໍລິຫານຄວາມສ່ຽງຕາມຂັ້ນຕອນ ພ້ອມທັງສົ່ງເອກະສານໃຫ້ເຈົ້າໜ້າທີ່ພາສີ ຜູ້ຮັບຜິດຊອບຮັບຮອງການແຈ້ງພາສີ ແລະ ດໍາເນີນການຕາມຂັ້ນຕອນຂອງລະບົບ.
  • ສະເພາະເຈົ້າໜ້າທີ່ພາສີ ຜູ້ຮັບຜິດຊອບຄວາມສ່ຽງລະດັບສີ່:
  • ກວດກາຄວາມສ່ຽງໃນລະບົບ ຖ້າຂໍ້ມູນ ແລະ ເອກະສານປະກອບ ການແຈ້ງພາສີເປັນລາຍລະອຽດ ຖືກຕ້ອງຄົບຖ້ວນ;
  • ເຈົ້າໜ້າທີ່ພາສີດໍາເນີນການກວດກາສິນຄ້າ, ເຄື່ອງຂອງຕົວຈິງ;
  • ຢັ້ງຢືນຜົນຂອງການກວດກາ ແລະ ຮັບຮອງ ໃນແບບຟອມການກວດກາຂອງລະບົບ (Inspection Act) ພິມໃບຢັ້ງຢືນຜົນການກວດກາ (Release Order) ແລະ ຄະນະຈຸງານຢັ້ງຢືນຮັບຮອງ;
  • ຊໍາລະຄ່າພາສີ ແລະ ພັນທະອື່ນ;
  • ຄະນະດ່ານກວດກາເຊັນຮັບຮອງ ໃບແຈ້ງພາສີເປັນລາຍລະອຽດ; ແລະ
  • ກວດປ່ອຍສິນຄ້າ, ເຄື່ອງຂອງອອກຈາກດ່ານພາສີ. Top
  1. ເຈົ້າໜ້າທີ່ພາສີປະຈໍາຈຸງານບັນຊີ-ສະຖິຕິ ແລະ ສອບຖາມ-ສະສາງຄະດີ:
  • ກວດກາຄືນຂໍ້ມູນການແຈ້ງພາສີທີ່ບໍ່ຄົບຖ້ວນ ແລະ ໃຫ້ຄຳແນະນໍາ ທາງດ້ານວຽກງານພາສີຕໍ່ຜູ້ແຈ້ງພາສີ;
  • ດັດແກ້ຂໍ້ມູນທີ່ບໍ່ມີຜົນສະທ້ອນຕໍ່ຄ່າພາສີ ແລະ ພັນທະອື່ນ;
  • ປະກອບສໍານວນຄະດີຕາມຂັ້ນຕອນ;
  • ຮັບຮອງໃບແຈ້ງພາສີເປັນລາຍລະອຽດເຂົ້າໃນລະບົບ  (Assessment) ແລະ ພິມໃບຮັບຮອງການແຈ້ງ;
  • ສົ່ງເອກະສານການແຈ້ງພາສີໃຫ້ຄະນະຈຸງານ;
  • ເປີດ-ປິດບັນຊີປະຈໍາວັນ;
  • ເຊັນໃບສັງລວມ ແລະ ສົມທຽບບັນຊີລາຍຮັບ-ສະຖິຕິປະຈໍາວັນ, ອາທິດ, ເດືອນ, ງວດ ແລະ ປີ;
  • ຄຸ້ມຄອງບັນຊີການຄ້ໍາປະກັນ, ເລັ່ງທວງການຊໍາລະສະສາງຄ່າພາສີ ແລະ ພັນທະອື່ນ;
  • ສະຫຼຸບສັງລວມລາຍຮັບ ຈາກການສະສາງຄະດີທາງພາສີ;
  • ພິມໃບຢັ້ງຢືນການແຈ້ງເສຍພາສີ ສໍາລັບພາຫະນະ (ບໍ 9); ແລະ
  • ເກັບກໍາຂໍ້ມູນທາງດ້ານມູນຄ່າແຈ້ງພາສີ, ການຈັດລະຫັດສິນຄ້າ, ແຫຼ່ງກໍາເນີດສິນຄ້າ ແລະ ອື່ນໆ. Top
  1. ຄະນະຮັບຜິດຊອບຈຸງານປະຈໍາດ່ານພາສີຊາຍແດນ:
  • ຈຸງານຄຸ້ມຄອງການແຈ້ງພາສີ:
  • ຕິດຕາມ, ກວດກາເຈົ້າໜ້າທີ່ພາສີຜູ້ຮັບເອກະສານ, ບໍລິຫານຄວາມສ່ຽງລະດັບໜຶ່ງ, ສອງ ແລະ ສາມ;
  • ກວດກາຄວາມຖືກຕ້ອງຂອງບັນດາເອກະສານ ປະກອບການແຈ້ງພາສີເປັນລາຍລະອຽດ;
  • ຮັບຮອງການປ່ຽນແປງ ລະບົບການບໍລິຫານຄວາມສ່ຽງ;
  • ຢັ້ງຢືນຜົນການກວດຜ່ານເອກະສານ ແລະ ລົງລາຍເຊັນ ໃນໃບແຈ້ງພາສີເປັນລາຍລະອຽດ;
  • ຄຸ້ມຄອງເງິນຄ່າບໍລິການແຈ້ງພາສີຜ່ານລະບົບ; ແລະ
  • ເຮັດບົດບັນທຶກຄະດີທາງພາສີ.
  • ຈຸງານກວດກາ ແລະ ຄຸ້ມຄອງສາງ:
  • ຕິດຕາມ, ກວດກາເຈົ້າໜ້າທີ່ພາສີຜູ້ຮັບເອກະສານ, ບໍລິຫານຄວາມສ່ຽງໃນລະດັບສີ່;
  • ກວດກາຄວາມຖືກຕ້ອງຂອງບັນດາເອກະສານ ປະກອບການແຈ້ງພາສີເປັນລາຍລະອຽດ;
  • ແຕ່ງຕັ້ງເຈົ້າໜ້າທີ່ພາສີກວດກາສິນຄ້າ, ເຄື່ອງຂອງຕົວຈິງ ຫຼື ກວດກາຜ່ານລະບົບສາຍແສງ (Scanner);
  • ຈຸງານຮັບຮອງການປ່ຽນແປງລະບົບການບໍລິຫານຄວາມສ່ຽງ;
  • ຄຸ້ມຄອງສິນຄ້າ, ເຄື່ອງຂອງອອກ-ເຂົ້າສາງ ຫຼື ດ່ານພາສີ; ແລະ
  • ເຮັດບົດບັນທຶກຄະດີທາງພາສີ.
  • ຈຸງານບັນຊີ-ສະຖິຕິ ແລະ ສອບຖາມ-ສະສາງຄະດີ:
  • ເຊັນໃບສະຫຼຸບບັນຊີລາຍຮັບ ແລະ ສະຖິຕິ;
  • ເຊັນໃບສົມທຽບບັນຊີລາຍຮັບປະຈໍາວັນ, ອາທິດ, ເດືອນ, ງວດ ແລະ ປີ;
  • ຄຸ້ມຄອງຕິດຕາມ, ເລັ່ງທວງການຊໍາລະສະສາງຄ່າພາສີ ແລະ ພັນທະອື່ນ, ການຄ້ໍາປະກັນ;
  • ໃຫ້ຄຳອະທິບາຍ ແລະ ຄຳແນະນໍາແກ່ຜູ້ແຈ້ງພາສີ ກ່ຽວກັບລະບຽບການທາງພາສີ;
  • ຢັ້ງຢືນຮັບຮອງຄວາມຖືກຕ້ອງ ແລະ ການດັດແກ້ຂໍ້ມູນໃນລະບົບ;
  • ດໍາເນີນການສົມຍອມຄະດີທາງພາສີ ພາຍຫຼັງທີ່ມີການຮັບຮອງຈາກຄະນະດ່ານພາສີ;
  • ດໍາເນີນຕາມຂັ້ນຕອນໃນກໍລະນີ ທີ່ບໍ່ມີການສົມຍອມທາງຄະດີ;
  • ຄຸ້ມຄອງສິນຄ້າ, ເຄື່ອງຂອງທີ່ຖືກຮິບ, ສິນຄ້າ, ເຄື່ອງຂອງທີ່ຢູ່ພາຍໃຕ້ການຄຸ້ມຄອງ ຂອງລັດຖະການພາສີ ແລະ ດໍາເນີນການຕາມລະບຽບການທາງພາສີ; ແລະ
  • ຄຸ້ມຄອງການເກັບກໍາຂໍ້ມູນທາງດ້ານມູນຄ່າແຈ້ງພາສີ, ການຈັດລະຫັດສິນຄ້າ, ແຫຼ່ງກໍາເນີດສິນຄ້າ ແລະ ອື່ນໆ. Top
  1. ບັນດາຈຸງານອື່ນ ທີ່ເຮັດໜ້າທີ່ອຳນວຍຄວາມສະດວກສິນຄ້າ, ເຄື່ອງຂອງສົ່ງອອກ-ນໍາເຂົ້າຜ່ານດ່ານ:

ກົມພາສີຈະອອກບົດແນະນໍາສະເພາະເພີ່ມເຕີມ ກ່ຽວກັບຈຸງານທີ່ເຮັດໜ້າທີ່ອຳນວຍຄວາມສະດວກສິນຄ້າ, ເຄື່ອງຂອງສົ່ງອອກ-ນໍາເຂົ້າຜ່ານດ່ານພາສີຊາຍແດນ. ໂດຍລວມແລ້ວຈະປະກອບມີຄື: ຈຸງານງົດເກັບ, ຍົກເວັ້ນ ແລະ ຫຼຸດຜ່ອນ, ຈຸງານຄຸ້ມຄອງກວດກາຜູ້ໂດຍສານ ແລະ ພາຫະນະ, ບັນດາດ່ານພາສີທ້ອງຖີ່ນ ແລະ ດ່ານປະເພນີທີ່ຂື້ນກັບດ່ານພາສີຊາຍແດນ.

  1. ຄະນະຮັບຜິດຊອບດ່ານ:
  • ຕິດຕາມ, ຄຸ້ມຄອງ, ກວດກາການດໍາເນີນງານ, ການແຈ້ງພາສີພາຍໃນດ່ານພາສີຊາຍແດນ;
  • ກວດກາເອກະສານປະກອບ ການແຈ້ງພາສີເປັນລາຍລະອຽດຄົບຊຸດ, ເຊັນຢັ້ງຢືນໃບແຈ້ງພາສີເປັນລາຍລະອຽດ;
  • ເຊັນໃບຢັ້ງຢືນການເສຍພາສີຂອງພາຫະນະ (ບໍ 9);
  • ແຕ່ງຕັ້ງເຈົ້າໜ້າທີ່ພາສີ ເພື່ອຕິດຕາມສິນຄ້າ, ເຄື່ອງຂອງປາຍທາງ;
  • ແກ້ໄຂຄະດີທາງພາສີ;
  • ຄົ້ນຄ້ວາ ແລະ ແກ້ໄຂຄຳສະເໜີຂອງຜູ້ແຈ້ງພາສີ; ແລະ
  • ກວດກາການນໍາໃຊ້ເຄື່ອງມື ທີ່ທັນສະໄໝເຂົ້າໃນວຽກງານກວດກາສິນຄ້າ, ເຄື່ອງຂອງ. Top

V. ການຈັດຕັ້ງປະຕິບັດ

  1. ມອບໃຫ້ບັນດາພະແນກອ້ອມຂ້າງກົມພາສີ, ພາສີປະຈໍາເຂດ, ດ່ານພາສີຊາຍແດນ ໃນຂອບເຂດທົ່ວປະເທດ ເອົາໃຈໃສ່ຈັດຕັ້ງເຊື່ອມຊືມໃຫ້ພະນັກງານພາສີ ຜູ້ປະຕິບັດງານຕົວຈິງ ມີຄວາມເຂົ້າໃຈ, ໂຄສະນາເຜີຍແຜ່ໃຫ້ຜູ້ປະກອບການໄດ້ຮັບຊາບ ແນໃສ່ເພື່ອໃຫ້ການຈັດຕັ້ງປະຕິບັດ ບົດແນະນໍາສະບັບນີ້ໄດ້ຮັບຜົນຕາມຄາດໝາຍ.
  2. ໃນການຈັດຕັ້ງປະຕິບັດຕົວຈິງ, ມອບໃຫ້ບັນດາພາສີປະຈໍາເຂດ, ດ່ານພາສີຊາຍແດນ ໃນຂອບເຂດທົ່ວປະເທດ ຕ້ອງໄດ້ເອົາໃຈໃສ່ດັ່ງນີ້:
  • ເອົາໃຈໃສ່ຈັດຕັ້ງການບໍລິການ ທາງດ້ານເອກະສານໃຫ້ເປັນແບບ "ບໍລິການປະຕູດຽວ", ໝາຍວ່າ ການຢື່ນເອກະສານ ຫຼື ພົວພັນຮັບເອກະສານ ຕາມປ່ອງທີ່ລັດຖະການພາສີໄດ້ກໍານົດ ໂດຍຈັດໃຫ້ ການກວດກາທາງດ້ານເອກະສານ ບໍລິການລວມຢູ່ຈຸດດຽວ ຫຼື ຫ້ອງດຽວ ແລະ ໃຫ້ເອົາໃຈໃສ່ການບໍລິການເປັນແຕ່ລະລຳດັບ ໂດຍນໍາໃຊ້ "ໃບຕິດຕາມເອກະສານ"  ຄັດຕິດໃສ່ເອກະສານ 1 ໃບ, ຫຼີກເວັ້ນບໍ່ໃຫ້ເຮັດແບບຊະຊາຍ.
  • ການແຈກຢາຍ ຫຼື ການເດີນເອກະສານພາຍໃນດ່ານ ແມ່ນຄວາມຮັບຜິດຊອບຂອງເຈົ້າໜ້າທີ່ພາສີ, ບໍ່ອະນຸຍາດໃຫ້ຜູ້ແຈ້ງພາສີ ຖືເອກະສານໄປພົວພັນເອົາເອງ.
  • ເອົາໃຈໃສ່ໃຫ້ຄຳອະທິບາຍຊີ້ແຈງ ລະບຽບການແຈ້ງພາສີໃຫ້ແກ່ຜູ້ປະກອບການ ຮັບຊາບຢ່າງລະ ອຽດ ແລະ ເຂົ້າໃຈ, ມອບໃຫ້ດ່ານເປັນເຈົ້າການ ຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໂດຍໃຫ້ຈັດສັນສະຖານທີ່ ບ່ອນທີ່ເໝາະສົມພາຍໃນດ່ານ ເພື່ອເປັນບ່ອນຕິດຕໍ່ສອບຖາມຂໍ້ມູນ ແລະ ໃຫ້ຄຳແນະນໍາແກ່ຜູ້ປະກອບການ. 
  1. ບົດແນະນໍາສະບັບນີ້ ປ່ຽນແທນບົດແນະນໍາ ສະບັບເລກທີ: 2078/ກພສ, ລົງວັນທີ: 7 ກໍລະກົດ 2011 ແລະ ມີຜົນສັກສິດນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ.

ດັ່ງນັ້ນ, ຈຶ່ງແຈ້ງມາເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ. Top

ຫົວໜ້າກົມພາສີ

ບ່ອນນໍາສົ່ງ:

  • ລັດຖະມົນຕີວ່າການກະຊວງການເງິນ 1 ສະບັບ "ໃຊ້ຕາງລາຍງານ"
  • ຫ້ອງການຄະນະເລາຂາທິການລັດຖະບານ 1 ສະບັບ "ເພື່ອລາຍງານ"
  • ຫ້ອງການກະຊວງອຸດສະຫະກໍາ-ການຄ້າ 1 ສະບັບ "ເພື່ອແຈ້ງໃຫ້ຊາບ"
  • ພະແນກອ້ອມຂ້າງກົມພາສີ 1 ສະບັບ "ເພື່ອຊາບ ແລະ ປະຕິບັດ"
  • ພາສີປະຈໍາເຂດ 1 ສະບັບ "ເພື່ອຊາບ ແລະ ປະຕິບັດ"
  • ໂຄງການອຳນວຍຄວາມສະດວກທາງດ້ານພາສີ ແລະ ການຄ້າ  1 ສະບັບ "ເພື່ອຊາບ"
  • ເກັບມ້ຽນສໍາເນົາ 1 ສະບັບ

 

# ຫົວຂໍ້ ດາວໂຫຼດ
1 Instruction on Customs Declaration by Automated System for Customs Data (Asycuda) No. 10503/CD PDF
2 ບົດແນະນຳ ວ່າດ້ວຍ ການແຈ້ງພາສີ ເປັນລາຍລະອຽດ ດ້ວຍລະບົບບໍລິຫານ ຂໍ້ມູນດ້ານພາສີ ແບບອັດຕະໂນມັດ (ອາຊິກຸດາ) ເລກທີ 10503/ກພສ PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.