INDEX

I. ຈຸດປະສົງ
II. ຫຼັກການການຮັບຮອງແຜນການປະຈໍາປີ
III. ນະໂຍບາຍສົ່ງເສີມດ້ານພາສີ-ອາກອນ
IV. ການສ້າງແຜນນໍາເຂົ້າປະຈໍາປີ
V. ຂັ້ນຕອນການຮັບຮອງແຜນນໍາເຂົ້າປະຈໍາປີ
VI. ການຄຸ້ມຄອງແຜນການນໍາເຂົ້າປະຈໍາປີ
VII. ການສ້າງແຜນນໍາເຂົ້າຂອງໂຄງການຕ່າງໆ ນອກຈາກນະໂຍບາຍສົ່ງເສີມການລົງທຶນ
VIII. ມາດຕະການຕໍ່ການກະທໍາຜິດ
IX. ການຈັດຕັ້ງປະຕິບັດ
X. ຜົນສັກສິດ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງການເງິນ           ເລກທີ 3578/ກງ
ນະຄອນຫຼວງວຽງຈັນ, ລົງວັນທີ 19 ທັນວາ 2012

ຄໍາແນະນໍາ
ຂອງລັດຖະມົນຕີວ່າການກະຊວງການເງິນ
ວ່າດ້ວຍການຈັດຕັ້ງປະຕິບັດນະໂຍບາຍດ້ານພາສີ-ອາກອນ ຕາມນະໂຍບາຍສົ່ງເສີມການລົງທຶນ

  • ອີງຕາມ ກົດໝາຍວ່າດ້ວຍພາສີ ສະບັບເລກທີ 04/ສພຊ, ລົງວັນທີ 20 ທັນວາ 2011.
  • ອີງຕາມ ກົດໝາຍວ່າດ້ວຍສົ່ງເສີມການລົງທຶນ ສະບັບເລກທີ 02/ສພຊ, ລົງວັນທີ 8 ກໍລະກົດ 2009.
  • ອີງຕາມ ດໍາລັດນາຍົກລັດຖະມົນຕີ ສະບັບເລກທີ 119/ນຍ, ລົງວັນທີ 20/04/2011, ວ່າດ້ວຍການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍສົ່ງເສີມການລົງທຶນ.
  • ອີງຕາມ ບົດບັນທຶກມອບຮັບວຽກງານລະຫວ່າງ ກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນ ແລະ ກະຊວງອຸດສາຫະກໍາ ແລະ ການຄ້າ ສະບັບຄັ້ງວັນທີ 10/10/2011.

ລັດຖະມົນຕີວ່າການກະຊວງການເງິນ ອອກຄໍາແນະນໍາ:

I. ຈຸດປະສົງ

ຈຸດປະສົງຂອງຄໍາແນະນໍາສະບັບນີ້ ແມ່ນເພື່ອຈັດຕັ້ງຜັນຂະຫຍາຍ ກົດໝາຍວ່າດ້ວຍສົ່ງເສີມການລົງທຶນ ສະບັບເລກທີ 02/ສພຊ, ລົງວັນທີ 8 ກໍລະກົດ 2009, ດໍາລັດນາຍົກລັດຖະມົນຕີ ສະບັບເລກທີ 119/ນຍ, ລົງວັນທີ 20/04/2011 ມາດຕາ 37 ແລະ ມາດຕາ 38, ແນໃສ່ເພື່ອກໍານົດຫຼັກການ, ນະໂຍບາຍດ້ານພາສີ-ອາກອນ, ຂັ້ນຕອນ ແລະ ວິທີການດໍາເນີນງານ ໃນການອະນຸມັດຮັບຮອງແຜນນໍາເຂົ້າວັດຖຸດິບ, ວັດສະດຸກໍ່ສ້າງ, ອຸປະກອນ, ອາໄຫລ່, ເຄື່ອງຈັກ, ພາຫະນະ, ກົນຈັກ ແລະອື່ນໆ ເພື່ອມາຮັບໃຊ້ກິດຈະການລົງທຶນ, ສ້າງເງື່ອນໄຂອໍານວຍຄວາມສະດວກແກ່ຜູ້ລົງທຶນຢູ່ ສປປ ລາວ. ຂ້າງເທິງ

II. ຫຼັກການການຮັບຮອງແຜນການປະຈໍາປີ

ຜູ້ລົງທຶນມີໜ້າທີ່ ໃນການສ້າງແຜນນໍາເຂົ້າປະຈໍາປີ, ຖ້າເປັນການຂໍລົງທຶນໃໝ່ ໃຫ້ກໍານົດແຜນນໍາເຂົ້າເປັນອັນ ລວມ ໂດຍແຍກເປັນບັນຊີການນໍາເຂົ້າວັດຖຸດິບ, ວັດຖຸອຸປະກອນຮັບໃຊ້ການຜະລິດ, ແນວພັນ, ອາໄຫລ່ ແລະອື່ນໆ ທີ່ຈະນໍາເຂົ້າໃນແຕ່ລະປີ ແລະ ບັນຊີການນໍາເຂົ້າວັດສະດຸກໍ່ສ້າງ ເພື່ອນໍາມາກໍ່ສ້າງພື້ນຖານໂຄງລ່າງ; ພາຫະ ນະ, ກົນຈັກ ເພື່ອມາຮັບໃຊ້ການເຄື່ອນໄຫວທຸລະກິດ ແລະ ເຄື່ອງໃຊ້ຫ້ອງການ ເພື່ອປະກອບເປັນຊັບສົມບັດຄົງທີ່ ຊຶ່ງອະນຸຍາດໃຫ້ນໍາເຂົ້າຍົກເວັ້ນພາສີ ພຽງຄັ້ງດຽວໃນເວລາສ້າງຕັ້ງວິສາຫະກິດ.

ການອະນຸຍາດໃຫ້ນໍາເຂົ້າ ຕາມນະໂຍບາຍສົ່ງເສີມການລົງທຶນ ຕ້ອງໃຫ້ເໝາະສົມກັບບໍລິມາດຂອງວຽກງານ ໂດຍອີງໃສ່ບົດວິພາກເສດຖະກິດ-ເຕັກນິກ ແລະ ຄວາມຕ້ອງການຕົວຈິງຂອງແຕ່ລະໂຄງການ ໂດຍມີການຢັ້ງຢືນຮັບຮອງຢ່າງເປັນທາງການ ຈາກຂະແໜງການກ່ຽວຂ້ອງ ແລະ ບໍ່ໃຫ້ເກີນທຶນຈົດທະບຽນຂອງວິສາຫະກິດ.

ຜູ້ລົງທຶນ ຕ້ອງໄດ້ຍື່ນແຜນນໍາເຂົ້າປະຈໍາປີ ແລະ ເອກະສານປະກອບຄັດຕິດຄື: ໃບສະເໜີ, ໃບທະບຽນວິສາ ຫະກິດ ຫຼື ໃບທະບຽນອາກອນ ສໍາລັບກິດຈະການທົ່ວໄປ ແລະ ໃບສໍາປະທານ ສໍາລັບກິດຈະການສໍາປະທານ, ໃບຢັ້ງຢືນການຖອກທຶນຈົດທະບຽນ (ຕາມທີ່ໄດ້ກໍານົດໃນມາດຕາ 4 ຂອງດໍາລັດນາຍົກລັດຖະມົນຕີ ສະບັບເລກທີ 119/ນຍ, ລົງວັນທີ 20/04/2011), ແລະ ບົດວິພາກເສດຖະກິດຍື່ນຕໍ່ຂະແໜງການເງິນ ຫຼື ຫ້ອງການບໍລິການປະຕູດຽວຂອງຂະແໜງແຜນການ ແລະ ການລົງທຶນ. ຂ້າງເທິງ

III. ນະໂຍບາຍສົ່ງເສີມດ້ານພາສີ-ອາກອນ

ວິສາຫະກິດທີ່ໄດ້ຮັບອະນຸຍາດລົງທຶນ ກ່ອນກົດໝາຍສົ່ງເສີມການລົງທຶນ ສະບັບເລກທີ 02/ສພຊ, ລົງວັນທີ 8 ກໍລະກົດ 2009 ແລະ ດໍາລັດນາຍົກລັດຖະມົນຕີ ສະບັບເລກທີ 119/ນຍ, ລົງວັນທີ 20/04/2011, ທີ່ຕ້ອງການໄດ້ຮັບນະໂຍບາຍດ້ານພາສີຂາເຂົ້າ ແມ່ນໃຫ້ປະຕິບັດຕາມຂັ້ນຕອນທີ່ໄດ້ກໍານົດໄວ້ ໃນຄໍາແນະນໍາສະບັບນີ້, ຖ້າບໍ່ມີຈຸດປະສົງຕ້ອງການໄດ້ຮັບນະໂຍບາຍ ດ້ານພາສີ-ອາກອນ ສໍາລັບການນໍາເຂົ້າຕາມກົດໝາຍສົ່ງເສີມການລົງທຶນ ສະ ບັບເລກທີ 02/ສພຊ, ລົງວັນທີ 8 ກໍລະກົດ 2009, ແມ່ນສາມາດສືບຕໍ່ປະຕິບັດນະໂຍບາຍ ດ້ານພາສີ-ອາກອນ ສໍາລັບການນໍາເຂົ້າວັດຖຸດິບ, ອຸປະກອນ, ອາໄຫລ່ ແລະອື່ນໆ ຕາມເງື່ອນໄຂທີ່ກົດໝາຍສົ່ງເສີມການລົງທຶນ ໄດ້ກໍານົດໃນໃບອະນຸຍາດສົ່ງເສີມການລົງທຶນ.

ວິສາຫະກິດທີ່ໄດ້ຮັບການລົງທຶນ ຕາມກົດໝາຍສົ່ງເສີມການລົງທຶນ ສະບັບເລກທີ 02/ສພຊ, ລົງວັນທີ 8 ກໍລະກົດ 2009, ຕ້ອງໄດ້ປະຕິບັດນະໂຍບາຍດ້ານພາສີຂາເຂົ້າ ຕາມທີ່ກໍານົດໄວ້ໃນດໍາລັດນາຍົກລັດຖະມົນຕີ ສະ ບັບເລກທີ 119/ນຍ, ລົງວັນທີ 20/04/2011, ມາດຕາ 39, ມາດຕາ 40, ມາດຕາ 41, ມາດຕາ 42, ມາດຕາ 43 ແລະ ມາດຕາ 44 ຢ່າງເຂັ້ມງວດ. ຂ້າງເທິງ

IV. ການສ້າງແຜນນໍາເຂົ້າປະຈໍາປີ

ການສ້າງແຜນນໍາເຂົ້າປະຈໍາປີຂອງວິສາຫະກິດ ແມ່ນເອກະສານທາງການທີ່ເປັນຂໍ້ມູນ ໃຫ້ພາກສ່ວນລັດທີ່ກ່ຽວ ຂ້ອງ ເພື່ອຄຸ້ມຄອງ, ກວດກາ ແລະ ປະເມີນຜົນ, ຊຶ່ງຕ້ອງປະຕິບັດດັ່ງນີ້:

  1. ການນໍາເຂົ້າວັດຖຸດິບ, ແນວພັນ, ວັດສະດຸກໍ່ສ້າງ, ອຸປະກອນ, ເຄື່ອງມື, ອາໄຫລ່, ເຄື່ອງຈັກ, ເຄື່ອງໃຊ້ຫ້ອງການພາຫະນະ, ກົນຈັກ ແລະອື່ນໆ ທີ່ນໍາເຂົ້າມາຮັບໃຊ້ວິສາຫະກິດໃນຈໍານວນ ແລະ ບໍລິມາດ ຕ້ອງເໝາະສົມກັບຂະໜາດການລົງທຶນ ແລະ ນໍາໃຊ້ໃຫ້ຖືກຕ້ອງຕາມເປົ້າໝາຍໂຄງການເທົ່ານັ້ນ.
  2. ແຜນນໍາເຂົ້າປະຈໍາປີແມ່ນຜູ້ລົງທຶນ ເປັນຜູ້ສ້າງ ແລະ ກໍານົດຕາມຄວາມຕ້ອງການຕົວຈິງ ເພື່ອນໍາເຂົ້າມາຮັບໃຊ້ ການພັດທະນາກິດຈະການລົງທຶນຂອງຕົນ, ຊື່ງປະກອບມີຂໍ້ມູນ, ຄື:
  • ເລກລະຫັດເຄົ້າ ຕາມສາລະບານສິນຄ້າ 4 ຕົວເລກ,
  • ລາຍການສິນຄ້າ,
  • ຈໍານວນສິນຄ້າ,
  • ນໍ້າໜັກສິນຄ້າ,
  • ມູນຄ່າສິນຄ້າ,
  1. ບັນດາລາຍການສິນຄ້າ, ເຄື່ອງຂອງທີ່ຕ້ອງການນໍາເຂົ້າ ຕ້ອງກໍານົດເປັນແຕ່ລະບັນຊີ, ຄື:
  • ບັນຊີແຜນນໍາເຂົ້າຍົກເວັ້ນພາສີ-ອາກອນ,
  • ບັນຊີແຜນນໍາເຂົ້າຍົກເວັ້ນພາສີຂາເຂົ້າ,
  • ບັນຊີແຜນນໍາເຂົ້າຊົ່ວຄາວ,
  • ບັນຊີແຜນນໍາເຂົ້າຫຼຸດຜ່ອນພາສີ-ອາກອນ.
  1. ການສະເໜິແຜນນໍາເຂົ້າປະຈໍາປີຂອງວິສາຫະກິດ ສໍາລັບການລົງທຶນຂັ້ນສູນກາງໃຫ້ຍື່ນທີ່ກົມພາສີ, ສໍາລັບການລົງທຶນຂັ້ນທ້ອງຖິ່ນ ຖ້າຫາກແຂວງໃດມີການສ້າງຕັ້ງ ຫ້ອງການບໍລິການປະຕູດຽວຂອງຂະແໜງແຜນການ ແລະ ການລົງທຶນ ແມ່ນໃຫ້ຍື່ນທີ່ຫ້ອງການບໍລິການປະຕູດຽວ, ຖ້າແຂວງໃດທີ່ບໍ່ທັນມີການສ້າງຕັ້ງຫ້ອງການດັ່ງກ່າວ ໃຫ້ຍື່ນທີ່ພະແນກການເງິນປະຈໍາແຂວງ ບ່ອນທີ່ວິສາຫະກິດຕັ້ງຢູ່.
  2. ແຜນນໍາເຂົ້າປະຈໍາປີທີ່ຖືກຮັບຮອງແລ້ວ ບໍ່ອະນຸຍາດໃຫ້ມີການປ່ຽນແປງ ຫຼື ດັດແກ້ຂໍ້ມູນໄດ້ໂດຍລໍາພັງ.
  • ແຜນການນໍາເຂົ້າປະຈໍາປີ ມີອາຍຸການນໍາໃຊ້ພາຍໃນກໍານົດ 01 ປີ ຫຼື ຕາມໄລຍະເວລາຂອງການປະຕິ  ບັດໂຄງການ. ພາຍຫຼັງໝົດອາຍຸການນໍາໃຊ້, ບັນດາລາຍການສິນຄ້າ, ເຄື່ອງຂອງທີ່ກໍານົດໃນແຜນນໍາເຂົ້າປະຈໍາປີ ຊຶ່ງຍັງບໍ່ທັນນໍາເຂົ້າ ຕ້ອງຖືກລົບລ້າງໃນທັນທີ.
  1. ໃນກໍລະນີວິສາຫະກິດມີການເພີ່ມ ຫຼື ຫຼຸດຂະໜາດທຶນຂອງກິດຈະການ ສາມາດສະເໜີຂໍດັດແກ້ແຜນນໍາເຂົ້າປະຈໍາປີ ທີ່ຖືກຮັບຮອງແລ້ວໜຶ່ງຄັ້ງຕໍ່ປີ ເພື່ອໃຫ້ແທດເໝາະ ແລະ ສອດຄ່ອງກັບສະພາບການດໍາເນີນທຸລະກິດ ຕົວຈິງ.
  2. ພາຫະນະ, ກົນຈັກ ແລະ ເຄື່ອງຈັກທີ່ໄດ້ຮັບນະໂຍບາຍນໍາເຂົ້າຍົກເວັ້ນ ຫຼື ຫຼຸດຜ່ອນຄ່າພາສີ-ອາກອນ ຕາມກົດໝາຍສົ່ງເສີມການລົງທຶນ, ຕ້ອງໄດ້ນໍາໃຊ້ເຂົ້າໃນວິສາຫະກິດ ຢ່າງຕໍ່າສຸດ 05 ປີ ຈຶ່ງອະນຸຍາດໃຫ້ມີການນໍາເຂົ້າມາທົດແທນ, ແຕ່ກ່ອນຈະນໍາເຂົ້າມາທົດແທນໄດ້ ພາຫະນະ, ກົນຈັກ ແລະ ເຄື່ອງຈັກອັນເກົ່າ ຕ້ອງໄດ້ເສຍພາສີ-ອາກອນ ຕາມກົດໝາຍວ່າດ້ວຍພາສີ ໃນທັນທີ, ຈຶ່ງອະນຸຍາດໃຫ້ນໍາເຂົ້າມາທົດແທນຕາມລະບຽບການ. ຂ້າງເທິງ

V. ຂັ້ນຕອນການຮັບຮອງແຜນນໍາເຂົ້າປະຈໍາປີ

ພາຍຫຼັງທີ່ຜູ້ລົງທຶນ ໄດ້ຍື່ນເອກະສານເພື່ອຂໍອະນຸຍາດແຜນນໍາເຂົ້າປະຈໍາປີ, ຂະແໜງການເງິນ ຫຼື ຫ້ອງການບໍລິການປະຕູດຽວຂອງຂະແໜງແຜນການ ແລະ ການລົງທຶນ ຕ້ອງໄດ້ເອົາໃຈໃສ່ຄົ້ນຄວ້າ ແລະ ດໍາເນີນການຕາມຂັ້ນຕອນທີ່ກໍານົດໃນ ມາດຕາ 38 ຂອງດໍາລັດນາຍົກລັດຖະມົນຕີ ສະບັບເລກທີ 119/ນຍ ລົງວັນທີ 20/04/2011.ສ່ວນການຮັບຮອງແຜນນໍາເຂົ້າປະຈໍາປີ ໃຫ້ປະຕິບັດຄື:

  • ສໍາລັບການລົງທຶນຂັ້ນສູນກາງ: ກົມພາສີ ຕ້ອງໄດ້ສັງລວມແຜນນໍາເຂົ້າປະຈໍາປີ ຄົ້ນຄວ້າ ແລະ ນໍາສະ  ເໜີລັດຖະມົນຕີວ່າການກະຊວງການເງິນ ເພື່ອພິຈາລະນາອອກຂໍ້ຕົກລົງ ຮັບຮອງແຜນນໍາເຂົ້າປະຈໍາປີ. ຈາກນັ້ນ, ກົມພາສີ ຕ້ອງໄດ້ແຈກຢາຍແຜນນໍາເຂົ້າປະຈໍາປີ ພ້ອມຂໍ້ຕົກລົງຂອງລັດຖະມົນຕີວ່າການກະຊວງການເງິນ ໃຫ້ວິສາ ຫະກິດ ແລະ ຂະແໜງການກ່ຽວຂ້ອງ ເພື່ອຊາບ, ພ້ອມທັງອອກໜັງສືແນະນໍາ ດ່ານພາສີບ່ອນນໍາເຂົ້າສິນຄ້າ, ເຄື່ອງຂອງ ເພື່ອຈັດຕັ້ງປະຕິບັດ ແລະ ອໍານວຍຄວາມສະດວກຕາມລະບຽບການ.

ໃນກໍລະນີບາງໂຄງການ ທີ່ຂະແໜງການລັດກ່ຽວຂ້ອງໄດ້ເປັນເຈົ້າການ ຈັດກອງປະຊຸມຄົ້ນຄວ້າກ່ຽວກັບແຜນ ນໍາເຂົ້າປະຈໍາປີ ໂດຍປະກອບມີພາກສ່ວນກ່ຽວຂ້ອງ ລວມທັງກົມພາສີເຂົ້າຮ່ວມພິຈາລະນາຄົ້ນຄວ້າ, ກົມພາສີສາ ມາດຮັບຮອງຜົນຂອງກອງປະຊຸມດັ່ງກ່າວ ເພື່ອນໍາສະເໜີລັດຖະມົນຕີກະຊວງການເງິນ ພິຈາລະນາອອກຂໍ້ຕົກລົງ ຮັບຮອງແຜນນໍາເຂົ້າປະຈໍາປີ.

ສໍາລັບການນໍາເຂົ້ານອກແຜນປະຈໍາປີ ເປັນຕົ້ນປະເພດອຸປະກອນຮັບໃຊ້ ຫຼື ອາໄຫລ່ສຸກເສີນ ເພື່ອທົດແທນອັນເກົ່າທີ່ເປ່ເພ ຊຶ່ງມູນຄ່າລວມທັງໝົດບໍ່ເກີນ 30.000 ໂດລາສະຫະລັດ ແລະ ອະນຸຍາດໃຫ້ບໍ່ເກີນສອງເທື່ອຕໍ່ປີ ທີ່ມີ ການຢັ້ງຢືນຈາກຂະແໜງການລັດທີ່ກ່ຽວຂ້ອງ ແມ່ນມອບໃຫ້ກົມພາສີ ເປັນຜູ້ພິຈາລະນາຄົ້ນຄວ້າອະນຸມັດຕາມລະ ບຽບການ; ໃນກໍລະນີມູນຄ່າລວມເກີນ 30.000 ໂດລາ ຕ້ອງໄດ້ຄົ້ນຄວ້າຮ່ວມກັບຂະແໜງການກ່ຽວຂ້ອງ ແລ້ວຈຶ່ງພິຈາລະນາຕາມລະບຽບການ.

  • ສໍາລັບການລົງທຶນຂັ້ນທ້ອງຖິ່ນ: ພະແນກການເງິນປະຈໍາແຂວງ ຫຼື ຫ້ອງການບໍລິການປະຕູດຽວຂອງ ຂະແໜງແຜນການ ແລະ ການລົງທຶນ ຕ້ອງໄດ້ສັງລວມແຜນນໍາເຂົ້າປະຈໍາປີ ແລະ ນໍາສະເໜີຄະນະສົ່ງເສີມການລົງທຶນຂັ້ນທ້ອງຖິ່ນ ຊຶ່ງຂຽນຫຍໍ້ 'ຄລທ' ຂັ້ນທ້ອງຖິ່ນ ເພື່ອພິຈາລະນາອອກຂໍ້ຕົກລົງຮັບຮອງແຜນປະຈໍາປີ, ຈາກນັ້ນ ພະແນກການເງິນ ຫຼື ຫ້ອງການບໍລິການປະຕູດຽວ ຕ້ອງໄດ້ແຈກຢາຍແຜນນໍາເຂົ້າປະຈໍາປີ ໃຫ້ວິສາຫະກິດ, ຂະ ແໜງການລັດທີ່ກ່ຽວຂ້ອງ ແລະ ດ່ານພາສີບ່ອນນໍາເຂົ້າ.

ສໍາລັບການນໍາເຂົ້ານອກແຜນປະຈໍາປີ ເປັນຕົ້ນປະເພດອຸປະກອນຮັບໃຊ້ ຫຼື ອາໄຫລ່ສຸກເສີນ ເພື່ອທົດແທນອັນເກົ່າທີ່ເປ່ເພ ຊຶ່ງມູນຄ່າລວມທັງໝົດບໍ່ເກີນ 30.000 ໂດລາສະຫະລັດ ແລະ ອະນຸຍາດໃຫ້ບໍ່ເກີນສອງເທື່ອຕໍ່ປີ ທີ່ມີ ການຢັ້ງຢືນຈາກຂະແໜງການລັດທີ່ກ່ຽວຂ້ອງ, ພະແນກການເງິນປະຈໍາແຂວງ ຫຼື ຫ້ອງການບໍລິການປະຕູດຽວ ຕ້ອງໄດ້ຄົ້ນຄວ້າປຶກສາຫາລືຮ່ວມກັບຂະແໜງກ່ຽວຂ້ອງ ເພື່ອນໍາສະເໜີປະທານ ຄລທ ຂັ້ນທ້ອງຖິ່ນຕົກລົງອະນຸ ມັດຕາມລະບຽບການ. ຂ້າງເທິງ

VI. ການຄຸ້ມຄອງແຜນການນໍາເຂົ້າປະຈໍາປີ

  1. ມອບໃຫ້ກົມພາສີ ກໍານົດມາດຕະການໃນການຄຸ້ມຄອງ ເພື່ອຈໍາກັດບັນດາຊ່ອງວ່າງການສວຍໃຊ້ວັດຖຸອຸປະ ກອນທີ່ນໍາເຂົ້າຕາມນະໂຍບາຍສົ່ງເສີມການລົງທຶນ ໃຫ້ມີຄວາມຮັດກຸມ; ປະສານສົມທົບກັບຂະແໜງການກ່ຽວ ຂ້ອງ ເພື່ອຈັດຕັ້ງຄຸ້ມຄອງການນໍາໃຊ້ ໃຫ້ຖືກຕ້ອງຕາມເປົ້າໝາຍ ແລະ ລະບຽບການ.
  2. ດ່ານພາສີບ່ອນນໍາເຂົ້າ ມີໜ້າທີ່ຄຸ້ມຄອງ, ກວດກາການນໍາເຂົ້າຕົວຈິງ ຕາມແຜນການນໍາເຂົ້າປະຈໍາປີທີ່ຖືກຮັບ ຮອງແລ້ວ, ໂດຍສ້າງເປັນລະບົບຕິດຕາມການນໍາເຂົ້າ ພ້ອມທັງສະຫຼຸບລາຍງານປະຈໍາເດືອນ, ປະຈໍາໄຕມາດ ສົ່ງໃຫ້ຂະແໜງການເງິນ, ຂະແໜງແຜນການ ແລະ ການລົງທຶນ, ຂະແໜງອຸດສາຫະກໍາ-ການຄ້າຢ່າງເປັນປົກກະຕິ. ຂ້າງເທິງ

VII. ການສ້າງແຜນນໍາເຂົ້າຂອງໂຄງການຕ່າງໆ ນອກຈາກນະໂຍບາຍສົ່ງເສີມການລົງທຶນ

  1. ການສ້າງແຜນນໍາເຂົ້າຂອງໂຄງການຊ່ວຍເຫຼືອລ້າ ແລະ ກູ້ຢືມ ເພື່ອການພັດທະນາແມ່ນໃຫ້ນໍາສະເໜີຫາ ກະຊວງແຜນການ ແລະ ການລົງທຶນ ເພື່ອຄົ້ນຄວ້າພິຈາລະນາຕາມດໍາລັດນາຍົກລັດຖະມົນຕີວ່າດ້ວຍການຄຸ້ມຄອງ ແລະ ນໍາໃຊ້ການຊ່ວຍເຫຼືອລ້າທາງການເພື່ອການພັດທະນາ ສະບັບເລກທີ 75/ນຍ, ວັນທີ 26/11/2009.
  2. ການສ້າງແຜນນໍາເຂົ້າໂຄງການລົງທຶນຂອງລັດ, ແມ່ນໃຫ້ປະຕິບັດຕາມກົດໝາຍ ວ່າດ້ວຍການລົງທຶນຂອງລັດ ເລກທີ 08/ສພຊ, ວັນທີ 26/11/2009.
  3. ການສ້າງແຜນນໍາເຂົ້າປະຈໍາປີຂອງຜູ້ພັດທະນາ ຫຼື ຜູ້ລົງທຶນ ຢູ່ເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະ ເພາະແມ່ນໃຫ້ປະຕິບັດຕາມລະບຽບກົດໝາຍ ວ່າດ້ວຍເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ. ຂ້າງເທິງ

VIII. ມາດຕະການຕໍ່ການກະທໍາຜິດ

ວິສາຫະກິດໃດ ທີ່ໄດ້ຮັບອະນຸຍາດນໍາເຂົ້າຕາມນະໂຍບາຍສົ່ງເສີມການລົງທຶນ ດ້ວຍການຍົກເວັ້ນ, ຫຼຸດຜ່ອນ ຫຼື ນໍາເຂົ້າຊົ່ວຄາວ ຕ້ອງນໍາໃຊ້ເຂົ້າໃນເປົ້າໝາຍໂຄງການ, ຖ້າຫາກມີການສວຍໃຊ້ເປົ້າໝາຍ ນໍາໄປຈໍາໜ່າຍຂາຍພາຍໃນ ຫຼື ໂອນກໍາມະສິດ ໂດຍບໍ່ໄດ້ຮັບອະນຸຍາດຈາກພາກສ່ວນລັດກ່ຽວຂ້ອງ ແລະ ລັດຖະການພາສີ, ຕ້ອງຖືກດໍາເນີນຄະດີຕາມລະບຽບກົດໝາຍພາສີ ແລະ ລະບຽບກົດໝາຍອື່ນທີ່ກ່ຽວຂ້ອງຢ່າງເຂັ້ມງວດ ແລະ ແຜນນໍາເຂົ້າປະຈໍາປີ ທີ່ຖືກຮັບຮອງແລ້ວນັ້ນ ຕ້ອງຖືກລົບລ້າງໃນທັນທີ. ຂ້າງເທິງ

IX. ການຈັດຕັ້ງປະຕິບັດ

ມອບໃຫ້ກົມພາສີ, ກົມສ່ວຍສາອາກອນ, ພະແນກການເງິນປະຈໍາແຂວງ ແລະ ນະຄອນຫຼວງວຽງຈັນ ຈັດຕັ້ງເຜີຍແຜ່ຄໍາແນະນໍາສະບັບນີ້ ໃຫ້ຂະແໜງການກ່ຽວຂ້ອງ ແລະ ຜູ້ລົງທຶນໄດ້ຮັບຊາບ ເພື່ອພ້ອມກັນຈັດຕັ້ງປະຕິບັດ ຢ່າງເຂັ້ມງວດ. ຂ້າງເທິງ

X. ຜົນສັກສິດ

ຄໍາແນະນໍາສະບັບນີ້ ມີຜົນສັກສິດນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ. ຂ້າງເທິງ

ລັດຖະມົນຕີວ່າການກະຊວງການເງິນ
(ເຊັນ ແລະ ປະທັບກາ)

ພູເພັດ ຄໍາພູນວົງ

ນໍາສົ່ງ:

  • ຫ້ອງວ່າການສູນກາງພັກ 1 ສະບັບ ເພື່ອຊາບ
  • ຫ້ອງວ່າການລັດຖະບານ 1 ສະບັບ ເພື່ອຊາບ
  • ລັດຖະມົນຕີວ່າການກະຊວງແຜນການ ແລະ ການລົງທຶນ 1 ສະບັບ ເພື່ອຊາບ
  • ລັດຖະມົນຕີວ່າການກະຊວງອຸດສາຫະກໍາ-ການຄ້າ 1 ສະບັບ ເພື່ອຊາບ
  • ປະທານ ຄລທ ຂັ້ນທ້ອງຖິ່ນ ແຂວງລະ 1 ສະບັບ ເພື່ອຊາບ
  • ບັນດາກົມກອງອ້ອມຂ້າງກະຊວງການເງິນ 1 ສະບັບເພື່ອຊາບ

ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 Finance Ministerial Instruction on implementation of policy on duty and taxes according to investment promotion No. 3578/MoF PDF
2 ຄໍາແນະນໍາ ຂອງລັດຖະມົນຕີວ່າການ ກະຊວງການເງິນ ວ່າດ້ວຍ ການຈັດຕັ້ງປະຕິບັດ ນະໂຍບາຍ ດ້ານພາສີ-ອາກອນ ຕາມນະໂຍບາຍສົ່ງເສີມ ການລົງທຶນ ເລກທີ 3578/ກງ PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.