ເພື່ອຊຸກຍູ້ການສົ່ງອອກຜະລິດຕະພັນກະສິກຳຂອງ ສ ປປ ລາວ ປະເພດໝາກກ້ວຍ, ໝາກໂມ ແລະ ມັນຕົ້ນ ໄປຍັງ ສປ ຈີນ ໃຫ້ມີຄວາມສະດວກ ແລະ ທັງຮັບປະກັນຄວາມປອດໄພ ດ້ານຊີວະນາໆພັນ, ກະຊວງກະສິກຳ ແລະ ປ່າໄມ້ແຫ່ງ ສປປ ລາວ ແລະ ອົງການບໍລິຫານ ການຄຸ້ມຄອງ ກວດກາຄຸນນະພາບ ແລະ ການກັກກັນພືດ ແລະ ສັດ ແຫ່ງ ສ ປຈີນ ໄດ້ຕົກລົງ ອອກຂໍ້ກຳນົດກ່ຽວກັບ ເງື່ອນໄຂ ດ້ານສຸຂານາໄມ ກ່ຽວກັບ ໝາກກ້ວຍ,  ໝາກໂມ ແລະ ມັນຕົ້ນ ຂອງ ສປປ ລາວ ທີ່ຈະສົ່ງອອກໄປຍັງ ສປ ຈີນ ໂດຍອີງໃສ່ຜົນການວິໄຈຕ້ອງປະຕິບັດຕາມຂໍ້ກຳນົດ ແລະ ຕ້ອງສອດຄ່ອງກັບເງື່ອນໄຂດ້ານສຸຂານາໄມພືດຕາມລະບຽບກົດ ໝາຍຂອງ ສປ ຈີນ ແລະ ລາວ ດັ່ງລາຍລະອຽດຂ້າງລຸ່ມນີ້:

ຂໍ້ກຳນົດເງື່ອນໄຂດ້ານສຸຂານາໄມ ສຳຫລັບການສົ່ງອອກຜະລິດຕະພັນກະສິກຳຂອງ ສ ປປ ລາວ ປະເພດໝາກໂມ ໄປຍັງ ສປ ຈີນ

ຂໍ້ກຳນົດສະບັບນີ້ແມ່ນ ກຳນົດເອົາໝາກໂມທີ່ປູກໃນພື້ນທີ່ຂອງ ສປປ ລາວ (ເປັນໜ່ວຍໝາກໂມສົດ) ສົ່ງອອກໄປຍັງ ສປ ຈີນ ຕ້ອງສອດຄ່ອງກັບເງື່ອນໄຂດ້ານສຸຂານາໄມພືດຕາມລະບຽບກົດໝາຍຂອງ ສປ ຈີນ, ບໍ່ໃຫ້ຕິດແປດພະຍາດອັນຕະລາຍ, ບໍ່ອະນຸຍາດໃຫ້ມີສານຕົກຄ້າງຈາກຢາປາບສັດຕູພືດ ແລະ ສານພີດອື່ນໆ ທີ່ເປັນອັນຕະລາຍເກີນກວ່າມາດຕະຖານ ຕາມທີ່ ສປ ຈີນກໍານົດ, ບໍ່ໃຫ້ມີກີ່ງງ່າ, ໃບ ແລະ ດິນຕິດມານຳ ແລະ ຕ້ອງສົ່ງອອກຕາມດ່ານທີ່ກຳນົດໄວ້.

ຂໍ້ກຳນົດເງື່ອນໄຂດ້ານສຸຂານາໄມ ສຳຫລັບການສົ່ງອອກຜະລິດຕະພັນກະສິກຳຂອງ ສ ປປ ລາວ ປະເພດໝາກກ້ວຍ ໄປຍັງ ສປ ຈີນ

ຂໍ້ກຳນົດສະບັບນີ້ແມ່ນ ກຳນົດເອົາໝາກກ້ວຍ ຊື່ງເລີ່ມຕັ້ງແຕ່ມື້ອອກດອກພາຍໃນ 10-11 ອາທິດ ຮອດເວລາເກັບກ່ຽວທີ່ຍັງບໍ່ທັນສຸກ, ໝາກກ້ວຍທີ່ສຸກເຫລືອງແມ່ນບໍ່ອະນຸຍາດໃຫ້ສົ່ງອອກ ໄປສປ ຈີນ, ບໍ່ໃຫ້ຕິດແປດພະຍາດອັນຕະລາຍ, ບໍ່ອະນຸຍາດໃຫ້ມີ ສານຕົກຄ້າງ ຈາກຢາປາບສັດຕູພືດ ແລະ ສານພີດອື່ນໆ ທີ່ເປັນອັນຕະລາຍເກີນກວ່າມາດຕະຖານ ຕາມທີ່ ສປ ຈີນກໍານົດ, ບໍ່ໃຫ້ມີກີ່ງງ່າ, ໃບ ແລະ ດິນຕິດມານຳ ແລະ ຕ້ອງສົ່ງອອກຕາມດ່ານທີ່ກຳນົດໄວ້.

ຂໍ້ກຳນົດເງື່ອນໄຂດ້ານສຸຂານາໄມ ສຳຫລັບການສົ່ງອອກຜະລິດຕະພັນກະສິກຳຂອງ ສ ປປ ລາວ ປະເພດມັນຕົ້ນໄປຍັງ ສປ ຈີນ

ຂໍ້ກຳນົດສະບັບນີ້ແມ່ນກຳນົດເອົາມັນຕົ້ນແຫ້ງ ທີ່ຜະລິດໃນສປປ ລາວ ເປົ້າໝາຍສົ່ງອອກໄປຍັງ ສປ ຈີນ ເພື່ອເຮັດການປຸງແຕ່ງ ເຊິ່ງລວມທັງ ມັນຕົ້ນແຜ່ນແຫ້ງ ແລະ ແປ້ງມັນຕົ້ນ, ມັນຕົ້ນແຫ້ງທີ່ສົ່ງອອກ ຕ້ອງໃຫ້ສອດຄ່ອງກັບເງື່ອນໄຂຂອງ ສປຈີນ, ບໍ່ອະນຸຍາດໃຫ້ມີ ແມງໄມ້ທີ່ມີຊີວິດ, ດິນ ແລະ ພະຍາດທີ່ເປັນອັນຕະລາຍຕິດແປດມານຳ, ຫ້າມເພີ່ມເຕີມ ຫລື ເອົາສີ່ງເຈືອປົນອື່ນໆໃສ່ໂດຍຄວາມຕັ້ງໃຈ, ຫ້າມບໍ່ໃຫ້ປະລິມານເຊື້ອລາ, ສານຕົກຄ້າງ ຢາປາບສັດຕູພືດ, ໂລຫະໜັກ ແລະ ອື່ນໆ ເກີນກວ່າມາດຕະຖານທີ່ລະບຽບຂອງ ສປ ຈີນກຳນົດ. 

ທ່ານສາມາດດາວໂຫລດເອກະສານລາຍລະອຽດໄດ້ຂ້າງລຸ່ມນີ້

# ຫົວຂໍ້ ດາວໂຫຼດ
1 Phytosanitary Requirements for the Export of watermelon, banana and cassava from Laos to China PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.