ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງການເງິນ

ກົມພາສີ       ເລກທີ 03684/ກພສ
ນະຄອນຫລວງວຽງຈັນ, ວັນທີ: 15 ພຶດສະພາ 2014

ແຈ້ງການແນະນຳ

ເຖິງ  : ຫົວຫນ້າພະແນກອ້ອມຂ້າງ ກົມພາສີ, ຫົວຫນ້າພາສີປະຈຳເຂດ, ຫົວຫນ້າດ່ານພາສີຊາຍແດນ

ເລື່ອງ : ການຄຸ້ມຄອງ ການສົ່ງອອກເຄື່ອງປ່າຂອງດົງ.

  • ອີງຕາມ ກົດໝາຍວ່າດ້ວຍພາສີ ສະບັບເລກທີ່: 04/ສພຊ, ລົງວັບທີ່ 20 ທັນວາ 2011.
  • ອີງຕາມ ແຈ້ງການຫ້ອງວ່າການລັດຖະບານ ສະບັບເລກທີ: 1398/ຫລບ.ກສສ, ລົງວັນທີ່ 13 ກັນຍາ 2013 ກ່ຽວກັບ ການຍົກເວັ້ນພາສີຂາອອກ ສໍາລັບ ຄັ່ງ ແລະ ຍານ ຂອງບໍລິສັດອາໂກຼຟໍເລັກ (Agroforex)

ກົມພາສີ ອອກແຈ້ງການແນະນຳ ຄື:

1 . ການສົ່ງອອກເຄື່ອງປ່າຂອງດົງ ທີ່ມີການສົ່ງເສີມການປູກ, ສົ່ງເສີມການປົກປັກຮັກສາ, ຟື້ນຟູບົວລະບັດປ່າທຳມະຊາດ ແລະ ແນະນຳ ເຕັກນິກໃນການເກັບກູ້ ໃຫ້ມີລັກສະນະຢືນຢົງ ໂດຍມີໝັງສືຢັ້ງຢືນແຫຼ່ງທີ່ມາຈາກທ້ອງຖີ່ນ ຂອງຂະແໝງກະສິກຳ ແລະ ປ່າໄມ້ ເຊັ່ນ: ໃບຢັ້ງຢືນການປູກ ແລະ ການຟື້ນຟູປ່າ, ໃບຢັ້ງຢືນການຊຸກຍູ້ປູກ ແລະ ຟື້ນຟູ ໃຫ້ຍົກເວັ້ນພາສີຂາອອກ.

2. ການປະກອບເອກະສານຂາອອກ ຕ້ອງມີໃບຢັ້ງຢືນຂອງ ຂະແໝງກະສີກໍາ ແລະ ປ່າໄມ້ ກ່ຽວກັບຂັ້ນຕອນ ແລະ ມາດຖານ ເພື່ອເປັນບ່ອນອີງໃນການກວດກາທີ່ມາ ເຄື່ອງປ່າຂອງດົງ ວ່າມາຈາກແຂວງໃດ ເພື່ອຈຳກັດຊ່ອງວ່າງ ບໍ່ໃຫ້ມີການສວຍໂອກາດ ຖ້າບໍ່ມີເອກະສານຢັ້ງຢືນຕາມທີ່ລະບຸໄວ້ຂ້າງເທີງນີ້ ການສົ່ງອອກຕ້ອງໄດ້ເສຍພາສີຂາອອກ ຕາມລະບຽບການ.

3. ມອບໃຫ້ຫົວໝ້າພາສີເຂດ, ຫົວໝ້າດ່ານພາສີຊາຍແດນ ເອົາໃຈໃສ່ອຳນວຍຄວາມສະດວກ ໃນການສົ່ງອອກ ຄັ່ງ ແລະ ຍານ ຂອງບໍລິສັດອາໂກຼຟໍເລັກ (Agroforex) ຕາມແຈ້ງການຂອງ ຫ້ອງວ່າການລັດຖະບານ ສະບັບເລກທີ: 1398/ຫລບ.ກສສ, ລົງວັນທີ່ : 13 ກັນຍາ 2013.

4. ໃນການຈັດຕັ້ງປະຕິບັດຕົວຈີງ ຖ້າພົບຂໍ້ຫຍຸ້ງຍາກ ໃຫ້ລາຍງານກົມພາສີ ເພື່ອຂໍທິດຊີ້ນຳ.

ດັ່ງນັ້ນ,ຈຶ່ງແຈ້ງມາຍັງທ່ານ ເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດ.

ຫົວໜ້າກົມພາສີ

ອາດສະພັງທອງ ສີພັນດອນ

 

# ຫົວຂໍ້ ດາວໂຫຼດ
1 Notification on export control of non-agricultural product No.03684/CD, dated 15 May 2014 PDF
2 ແຈ້ງການແນະນຳ ການຄຸ້ມຄອງການສົ່ງອອກເຄື່ອງປ່າຂອງດົງ ເລກທີ 03684/ກພສ, ລົງວັນທີ 15 ພຶດສະພາ 2014 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.