ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

                            

ກະຊວງການເງິນ                                                                               ເລກທີ               /ກງ.ຫກ

ຫ້ອງການ                                                         ນະຄອນຫຼວງວຽງຈັນ, ວັນທີ..............................

ແຈ້ງການ

                   ຮຽນ : -  ທ່ານຫົວໜ້າ ຫ້ອງການກະຊວງ, ອົງການທຽບເທົ່າ, ອົງການຈັດຕັ້ງສາກົນ,  ອົງການຈັດຕັ້ງ

  ສັງຄົມ ;
-    ທ່ານຫົວໜ້າ ຫ້ອງວ່າການປົກຄອງແຂວງ,   ນະຄອນຫຼວງ   ແລະ   ຫ້ອງວ່າການປົກຄອງເມືອງ ;
-    ທ່ານຜູ້ອຳນວຍການ ວິສາຫະກິດສ່ວນບຸກຄົນ,  ນິຕິບຸກຄົນ ທີ່ເປັນນັກລົງທຶນ ທັງພາຍໃນ ແລະ ຕ່າງປະເທດ, ໃນຂອບເຂດທົ່ວປະເທດ.

ເລື່ອງ :   ການນຳໃຊ້ໃບຢັ້ງຢືນການມອບພັນທະອາກອນ   (   ໃຊ້ແທນໃບທະບຽນອາກອນ   ).

-  ອີງຕາມ ກົດໝາຍວ່າດ້ວຍສ່ວຍສາອາກອນ  ສະບັບເລກທີ  05/ສພຊ,  ລົງວັນທີ  20  ທັນວາ  2011;
-  ອີງຕາມ ກົດໝາຍວ່າດ້ວຍວິສາຫະກິດ  ສະບັບເລກທີ  46/ສພຊ,  ລົງວັນທີ  26  ທັນວາ  2013;
-  ອີງຕາມ ກົດໝາຍວ່າດ້ວຍການບັນຊີ  ສະບັບເລກທີ  47/ສພຊ,  ລົງວັນທີ  26  ທັນວາ  2013;

-  ອີງຕາມ ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ  ສະບັບເລກທີ  02/ສພຊ,  ລົງວັນທີ  08  ກໍລະກົດ

   2009;
-  ອີງຕາມ ບົດແນະນຳຂອງກະຊວງການເງິນ ສະບັບເລກທີ 3281/ກງ, ລົງວັນທີ 06 ຕຸລາ 2014 ວ່າດ້ວຍການຄຸ້ມຄອງເກັບລາຍຮັບສ່ວຍສາອາກອນ.

ຫ້ອງການກະຊວງການເງິນ ຂໍຖືເປັນກຽດແຈ້ງມາຍັງທ່ານຊາບ ກ່ຽວກັບ ການນຳໃຊ້ໃບຢັ້ງຢືນການຊຳລະພັນ ທະອາກອນ ແທນໃບທະບຽນອາກອນ,   ເພື່ອຈັດຕັ້ງປະຕິບັດ ການບໍລິການການຄຸ້ມຄອງຕາມກົນໄກຜ່ານປະຕູດຽວ, ຂະແໜງສ່ວຍສາອາກອນ ໄດ້ອີງໃສ່ ໃບທະບຽນສຳປະທານ ແລະ ໃບທະບຽນວິສາຫະກິດ ເພື່ອຕິດຕາມເກັບພັນທະ

ອາກອນໃນແຕ່ລະປີ ໂດຍບໍ່ຕ້ອງອອກໃບທະບຽນອາກອນ ແຕ່ຂະແໜງສ່ວຍສາອາກອນ ຈະອອກໃບຢັ້ງຢືນການມອບ ພັນທະອາກອນ ໃຫ້ແກ່ຫົວໜ່ວຍທຸລະກິດ ທີ່ມອບພັນທະອາກອນຕາມປົກກະຕິ  ໃນແຕ່ລະເດືອນ,  ງວດ  ແລະ  ປີ ຕາມການເຄື່ອນໄຫວທຸລະກິດຕົວຈິງ ພາຍຫຼັງທີ່ໄດ້ສະຫຼຸບ ບັນຊີປະຈຳປີ ແລະ ມອບອາກອນທີ່ຍັງຄ້າງມອບ ຖືກຕ້ອງ, ຄົບຖ້ວນແລ້ວ ຈຶ່ງຈະອອກໃບຢັ້ງຢືນການມອບພັນທະອາກອນ ໃຫ້ແກ່ຫົວໜ່ວຍທຸລະກິດນັ້ນ ເປັນແຕ່ລະປີ  ເພື່ອຢັ້ງ ຢືນການປະຕິບັດພັນທະໃນປີຜ່ານມາ ແລະ ສາມາດເຄື່ອນໄຫວທຸລະກິດໃນປີຕໍ່ໄປ.

          ສະນັ້ນ, ເພື່ອຄຸ້ມຄອງການເຄື່ອນໄຫວຂອງຫົວໜ່ວຍທຸລະກິດ  ໃຫ້ຖືກຕ້ອງຕາມລະບຽບກົດໝາຍກຳນົດໄວ້, ຮັບປະກັນການປະຕິບັດພັນທະຂອງຕົນຢ່າງເປັນປົກກະຕິ  ແລະ  ຖືກຕ້ອງຕາມການເຄື່ອນໄຫວ ທຸລະກິດຕົວຈິງ; ໃຫ້ທຸກຂະແໜງການ,  ຫົວໜ່ວຍທຸລະກິດ,  ບຸກຄົນ ທີ່ຄຸ້ມຄອງຫົວໜ່ວຍທຸລະກິດດັ່ງກ່າວ  ຫລື  ມີການຕິດຕໍ່ພົວພັນໃນການດຳເນີນທຸລະກິດ ຈົ່ງຕິດຕາມ, ກວດກາ  ແລະ  ແນະນຳ  ທຸກຫົວໜ່ວຍທຸລະກິດ   ຕ້ອງໃຫ້ມີໃບຢັ້ງຢືນການມອບພັນທະອາກອນປະຈຳປີ  ເພື່ອນຳໃຊ້ແທນໃບຢັ້ງຢືນທະບຽນອາກອນ  ຕິດຄັດມາພ້ອມທຸກຄັ້ງ  ຈື່ງພິຈາລະນາອະນຸຍາດຕ່າງໆ ເຊັ່ນ :

1.     ການນຳເຂົ້າ ຫລື ສົ່ງອອກ ສິນຄ້າ ແລະ ການບໍລິການ ;
2.    ການເຄື່ອນສິນຄ້າຢູ່ພາຍໃນປະເທດ ;
3.    ການອະນຸຍາດ ໃຫ້ຂະຫຍາຍ ຫລື ຕໍ່ອາຍຸຂອງການລົງທຶນ, ຕໍ່ອາຍຸການສຳປະທານ ຫລື ຕໍ່ອາຍຸການດຳເນີນທຸລະກິດ;
4.    ການປະມູນ ການຊື້-ຂາຍ ສິນຄ້າ ແລະ ການບໍລິການ ຫລື ການປະມູນໂຄງການຕ່າງໆ  ເຊັ່ນ:  ໂຄງການກໍ່ ສ້າງ, ສ້ອມແປງ ແລະ ບໍລິການອື່ນໆ  ກັບອົງການຈັດຕັ້ງຂອງລັດ, ເອກະຊົນ, ອົງການຈັ້ດຕັ້ງສາກົນ  ຫລື ກັບຫົວໜ່ວຍທຸລະກິດດ້ວຍກັນ;
5.    ການຂໍຕໍ່ວີຊາ ຫລື ຂໍອະນຸຍາດພັກເຊົາ ຢູ່ ສປປ ລາວ ຂອງຜູ້ດຳເນີນທຸລະກິດ;
6.    ການຂໍສະເໜີ ຂໍນະໂຍບາຍ ຫລື ແກ້ໄຂວຽກງານພາຍໃນວິສາຫະກິດ ຕໍ່ຂະແໜງການຂອງລັດ;
7.    ການຂໍຖອນເງິນງົບປະມານ ຜ່ານລະບົບຄັງເງິນແຫ່ງຊາດ ;
8.    ການກວດກາບັນຊີວິສາຫະກິດປະຈຳປີ ລວມທັງການສະເໜີຂໍໃບຢັ້ງຢືນການມອບພັນທະອາກອນໃນແຕ່ລະປີ;
9.    ການສະເໜີຂໍຫັກ, ຂໍເງິນອາກອນຄືນ ແລະ ຂໍນະໂຍບາຍຫຼຸດຜ່ອນ ຫລື ຂໍຍົກເວັ້ນອາກອນ .

ເມື່ອທ່ານໄດ້ຮັບແຈ້ງການສະບັບນີ້ແລ້ວ ຈົ່ງຊ່ວຍຕິດຕາມ, ກວດກາ, ແນະນຳ ໃຫ້ຫົວໜ່ວຍທຸລະກິດ  ສະ

ຫລຸບບັນຊີປະຈຳປີໃຫ້ຖືກຕ້ອງ, ມອບພັນທະອາກອນໃຫ້ຄົບຖ້ວນ, ສະເໜີຂໍໃບຢັ້ງຢືນການມອບພັນທະອາກອນປະ ຈຳປີ ຂອງປີຜ່ານມາ ເພື່ອຈະສືບຕໍ່ເຄື່ອນໄຫວທຸລະກິດຕໍ່ໄປ ໃຫ້ຖືກຕ້ອງຕາມລະບຽບກົດໝາຍກຳນົດໄວ້.

          ດັ່ງນັ້ນ,  ຈຶ່ງແຈ້ງມາຍັງທ່ານເພື່ອຊາບ  ແລະ  ພ້ອມກັນຈັດຕັ້ງປະຕິບັດ ແຈ້ງການສະບັບນີ້ ໃຫ້ໄດ້ຮັບຜົນດີ.

ຫົວໜ້າຫ້ອງການກະຊວງການເງິນ

ສີແພງ ພົນອາມາດ

ເທິງສຸດ

# ຫົວຂໍ້ ດາວໂຫຼດ
1 Notification on Utilizing Paid Tax Certificate (replacing Tax Certificate)ref. No. 58/MoF. CO, dated 12 Jan 2015. PDF
2 ແຈ້ງການ ເລື່ອງ ການນຳໃຊ້ໃບຢັ້ງຢືນການມອບພັນທະອາກອນ (ໃຊ້ແທນໃບທະບຽນອາກອນ)ເລກທີ 58/ກງ. ຫກ, ລົງວັນທີ 12 ມັງກອນ 2015 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.