ເພື່ອ​ຮັບປະກັນ​ຄວາມ​ປອດ​​ໄພ​ໃນ​ການ​ສົ່ງ​ອອກ​ເຂົ້າ ຂອງ ສປປ ລາວ ​ໄປ ສ​ປ ຈີນ ​ແລະ ທັງ​ຮັບປະກັນ ຄວາມ​ປອດ​ໄພຂອງ​ຜົນ​ຜະລິດ​ກະ​ສິກຳ, ອຸດ​ສະຫະ​ກຳປ່າ​ໄມ້ ​ແລະ ນິ​ເວດ​ວິທະຍາ​ຂອງ ສປ ຈີນ ​ໂດຍ​ອິງ​ໃສ່​ຜົນ​ການ​ວິ​ໄຈ​ການ​ປະ​ເມີນ ຄວາມ​ສ່ຽງສັດຕູ​ພືດ ຂອງ​ອົງການ​ການ​ຄ້າ​ໂລກ ທີ່​ກ່ຽວຂ້ອງ (SPS Protocol), ກະຊວງ​ກະສິກຳ ​ແລະ ​ປ່າ​ໄມ້ ​ແຫ່ງ ສປປ ລາວ ​ແລະ ອົງການ ບໍລິຫານ ການ​ຄຸ້ມ​ຄອງ, ກວດກາ​ຄຸນ​ນະພາ​ບ ​ແລະ ການ​ກັກ​ກັນ​ພືດ ​ແລະ ສັດ ​ແຫ່ງ ສປ ຈີນ ຜ່ານ​ການ​ປຶກສາ​ຫາລື ປະສານ​ສົມທົບ​ກັນ ​ແລະ ​ໄດ້​ຕົກລົງ​ກ່ຽວກັບ​ຂໍ້​ກຳນົດ ​ເງື່ອນ​ໄຂ​ດ້ານ ​ການກວດກາ ​ແລະ ກັກ​ກັນ ສຳລັບ​ການ​ນຳ​ເຂົ້າ ​ເຂົ້າ ຂອງ ສປປ ລາວ.

ຂໍ້​ກຳນົດ​ເງື່ອນ​ໄຂ​ສຸຂາ​ນາ​ໄມ​ພືດ ກ່ຽວກັບ ​ເຂົ້າ ນີ້ ​ແມ່ນ ໝາຍ​ເຖິງ​ເຂົ້າສານ ​ເຊິ່ງ​ໄດ້​ຂັດ​ຂາວ​ແລ້ວ ທີ່​ໄດ້​ຜ່າ​ນການ​ປຸງ​ແຕ່ງ​ດ້ວຍການ​ສີ ​ໂດຍ ບໍ່ມີ​ເປືອກ, ​ແກບ ​ແລະ ສິ່ງ​​ເຈືອ​ປົນ​ອື່ນໆ. ​ເຂົ້າສານ​ທີ່​ສົ່ງ​ອອກ​​ໄປ ສປ ຈີນ ຕ້ອງ​ໃຫ້​ສອດຄ່ອງ​ກັບ​ເງື່ອນ​​ໄຂ ສຸຂາ​ນາ​ໄມ​ພືດ ​ແລະ ມາດ​ຕະການ​ຄວບ​ຄຸມ​ຢາ​ປາບ​ສັດ​ຕູພືດ, ຂະ​ບວນການ​ຫຸ້ມຫໍ່, ຂົນ​ສົ່ງ ​ແລະ ມາດ​ຕະການ​ອື່ນໆ ທີ່ ສປ ຈີນ​ກຳນົດ.

ດາວ​ໂຫຼດລາວ: ຂໍ້ກຳນົດເງື່ອນໄຂສຸຂານາໄມພືດ ກ່ຽວກັບ ການສົ່ງອອກເຂົ້າ ຂອງ ສປປ ລາວ ໄປ ສປ ຈີນ

ດາວ​ໂຫຼດອັງກິດ: ຂໍ້ກຳນົດເງື່ອນໄຂສຸຂານາໄມພືດ ກ່ຽວກັບ ການສົ່ງອອກເຂົ້າ ຂອງ ສປປ ລາວ ໄປ ສປ ຈີນ

ດາວ​ໂຫຼດຈີນ: ຂໍ້ກຳນົດເງື່ອນໄຂສຸຂານາໄມພືດ ກ່ຽວກັບ ການສົ່ງອອກເຂົ້າ ຂອງ ສປປ ລາວ ໄປ ສປ ຈີນ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.