ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ       ເລກທີ 808/ຮສສ
ນະຄອນຫລວງວຽງຈັນ, ວັນທີ 09 ກຸມພາ 2015

ແຈ້ງການແນະນຳ
ກ່ຽວກັບການປັບປຸງຄ່າແຮງງານຂັ້ນຕ່ຳສຸດ ຂອງຜູ່ອອກແຮງງານ ຢູ່ ສປປ ລາວ

  • ອີງຕາມ ດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ສະບັບເລກທີ 138/ນຍ, ລົງວັນທີ 04 ພຶດສະພາ 2007.
  • ອີງຕາມ ມະຕິຕົກລົງຂອງການປະຊຸມລັດຖະບານສະໄຫມສາມັນປະຈຳເດືອນ ທັນວາ 2014 ສະບັບເລກທີ 01/ລບ, ລົງວັນທີ 06 ມັງກອນ 2015 ຂໍ້ທີ IV ວັກ 2, ກອງປະຊຸມເຫັນດີໃຫ້ປັບປຸງຄຳແຮງງານຂັ້ນຕ່ຳສຸດ

ລັດຖະມົນຕີວ່າການ
ກະຊວງແຮງການ ແລະ ສະຫວັດດີການສັງຄົມ ອອກແຈ້ງການແນະນຳດັ່ງນີ້:

 

I.    ຈຸດປະສົງ

1.1  ເພື່ອປັບປຸງການດຳລົງຊິວິດຂອງຊາວຜູ່ອອກແຮງງານໃນຫົວຫນ່ວຍການຜະລິດ, ທຸລະກິດ ຫລື ການບໍລິການ ທັງໃນ ແລະ ນອກລະບົບ ແລະ ຜູ່ເຮັດວຽກໃນຄົວເຮືອນ ໃຫ້ໄດ້ຂັ້ນພື້ນຖານ ແລະ ດີຂື້ນກ່ວາເກົ່າ ສອດຄ່ອງກັບລະດັບການຂະຫຍາຍຕົວດ້ານເສດຖະກິດ-ສັງຄົມ, ກັບ ຄວາມຮຽກຮ້ອງຕ້ອງການທາງດ້ານວັດຖຸ, ຈິດໃຈ ແລະ ຜົນປະໂຫຍດທາງດ້ານສະຫວັດດີການສັງຄົມ;

1.2  ເພື່ອເຮັດໃຫ້ຜູ່ໃຊ້ແຮງງານໄດ້ຮັບຮູ້, ເຂົ້າໃຈ ແລະ ຈັດຕັ້ງປະຕິບັດການປັບປຸງຄ່າແຮງງານຂັ້ນຕ່ຳສຸດ ໃຫ້ແກ່ຜູ່ອອກແຮງງານ;

1.3  ເພື່ອເຮັດໃຫ້ຜູ່ອອກແຮງງານ ໄດ້ຮັບຜົນປະໂຫຍດ ຫລື ຄ່າຕອບແທນຈາກການເຮັດວຽກຢ່າງເຫມາະສົມ ແລະ ຍຸຕິທຳ ກັບລາຍໄດ້ທີ່ຕົນຄວນຈະໄດ້ຮັບຈາກການເຮັດວຽກ.

II.    ຄຳນິຍາມຄ່າແຮງງານຂັ້ນຕ່ຳສຸດ

2.1  ຄ່າແຮງງານຂັ້ນຕ່ຳສຸດທີ່ກຳນົດໄວ້ໃນແຈ້ງການແນນນຳສະບັບນີ້ ແມ່ນລະດັບເງີນເດືອນ ຫລື ຄ່າແຮງງານທີ່ລັດຖະບານປະກາດໃຊ້ໃນແຕ່ລະໄລຍະ ເພື່ອຮັບປະກັນການດຳລົງຊີວິດຂັ້ນພື້ນຖານຂອງຜູ່ອອກແຮງງານ;

2.2  ຄ່າແຮງງານຂັ້ຍຕ່ຳສຸດ ເປັນເງີນເດືອນ ຫລື ຄ່າແຮງງານຂັ້ນຕ່ຳສຸດ ທີ່ຜູ່ໃຊ້ແຮງງານຕ້ອງຈ່າຍໃຫ້ຜູ່ອອກແຮງງານທີ່ເຮັດວຽກ ບໍ່ເກີນ 26 ວັນຕໍ່ເດືອນ, ຫົກວັນຕໍ່ອາທິດ ແລະ ແປດຊົ່ວໂມງຕໍ່ມື້ ໂດຍບໍ່ລວມເອົາເງີນອື່ນໆເຊັ່ນ: ເງິນເຮັດວຽກເພີ່ມໂມງ, ເງິນບຳເນັດ, ເງິນຊຸກຍຸ້ມາເຮັດວຽກ, ເງິນຄ່າອາຫານ, ຄ່າທີ່ພັກ, ຄ່າຮັບສົ່ງ ແລະ ເງິນນະໂຍບາຍອື່ນໆ ທີ່ເປັນສະຫວັດດີການຂອງຫົວຫນ່ວຍແຮງງານເຂົ້ານຳ.

III.    ເປົ້າຫມາຍ ແລະ ຂອບເຂດການນຳໃຊ້.

3.1  ຄ່າແຮງງານຂັ້ນຕ່ຳສຸດ ມີເປົ້າຫມາຍນຳໃຊ້ສຳລັບຜູ່ອອກແຮງງານ ທີ່ເຮັດວຽກໃນຫົວຫນ່ວຍການຜະລິດ, ທຸລະກິດ ຫລື ການບໍລິການ ຂອງທຸກພາກສ່ວນເສດຖະກິດ-ສັງຄົມ, ຜູ່ເຮັດວຽກນອກລະບົບ ແລະ ໃນຄົວເຮືອນ ທີ່ຍັງບໍ່ມີສີມື, ບໍ່ທັນມີຄວາມຊຳນານງານ ແລະ ບໍ່ມີວຸດທິທາງວິຊາຊີບໃດໆ;

3.2  ຜູ່ອອກແຮງງານທີ່ມີສີມື, ມີຄວາມຊຳນານງານ ຫລື ເຮັດວຽກໃນໄລຍະເວລາໃດຫນຶ່ງມາແລ້ວ ຫລື ມີວຸດທິດ້ານວິຊາການໃດຫນຶ່ງ ຕ້ອງໄດ້ຮັບເງິນເດືອນ ຫລື ຄ່າແຮງງານ ສູງກ່ວາຄ່າແຮງງານຂັ້ນຕ່ຳສຸດ, ໂດຍກຳນົດເປັນເງິນເດືອນພື້ນຖານ ທີ່ລະບຸໄດ້ໃນກົດລະບຽບພາຍໃນຫົວຫນ່ວຍແຮງງານ ຫລື ສັນຍາແຮງງານ.

IV.    ເນື້ອໃນ ແລະ ຫລັກການກຳນົດຄ່າແຮງງານຂັ້ນຕ່ຳສຸດ.

4.1  ຄ່າແຮງງານຂັ້ນຕ່ຳສຸດຂອງຜູ່ອອກແຮງງານຕາມຂໍ້ 3.1 ທີ່ໄດ້ເຮັດວຽກຄົບຕາມເງື່ອນໄຂຕາມຂໍ້ 2.2 ຂ້າງເທິງ ແມ່ນເທົ່າກັບ 900,000 ກີບ(ເກົ້າແສນກີບຖ້ວນ) ຕໍ່ຄົນຕໍ່ເດືອນ;

4.2  ຄ່າແຮງງານຂອງຜູ່ອອກແຮງງານທີ່ເຮັດວຽກແບບມຶບເຫມົາ, ແບບຕາມຜະລິດຕະພັນປະຈຳຢູ່ຫົວຫນ່ວຍແຮງງານ ຫລື ສະຖານທີ່ໃດຫນຶ່ງທີ່ຜູ່ໃຊ້ແຮງງານຈັດໃຫ້ນັ້ນ ໂດຍລວມແລ້ວແມ່ນບໍ່ໃຫ້ ຕໍ່ຳກ່ວາຄ່າແຮງຂັ້ນຕ່ຳສຸດ ທີ່ໄດ້ກຳນົດໄວ້ໃນແຈ້ງການສະບັບນີ້;

4.3  ຖ້າຜູ່ໃຊ້ແຮງງານ ນຳໃຊ້ຜູ່ອອກແຮງງານເຮັດວຽກຢູ່ໃນຫນ້າວຽກທີ່ເປັນອັນຕະລາຍຕໍ່ສຸຂະພາບ ແລະ ມີຕວາມຫຍຸ້ງຍາກຕໍ່ການດຳລົງຊີວິດເຊັ່ນ: ເຮັດວຽກກັບທາດເບື່ອ, ທາດເຄມີ, ກຳມັນຕະພາບລັງສີ, ພະຍາດຕິດແປດ, ກິ່ນອາຍ, ຄວັນ, ຢູ່ຂຸມ ຫລື ອຸໂມງໃຕ້ດິນ, ຢູ່ພື້ນນ້ຳ, ຢູ່ບ່ອນສູງ, ຢູ່ສະຖານທີ່ມີຄວາມຮ້ອນ ຫລື ເຢັນຜິດປົກກະຕິ, ເຮັດວຽກກັບເຄື່ອງມືສັ່ນສະເທືອນເປັນປະຈຳ ແລະ ຜູ່ທີ່ຖືກສົ່ງໄປເຮັດວຽກ ຢູ່ວຽກຢູ່ເຂດທຸລະກັນດ່ານຫ່າງໄກສອກຫລີກ, ບ່ອນທີ່ສະພາບການກິນຢູ່, ພັກເຊົາຫຍູ້ງຍາກນັ້ນ ໃຫ້ຜູ່ໃຊ້ແຮງງານເພີ່ມຄ່າແຮງງານຂັ້ນຕ່ຳສຸດໃຫ້ຜູ່ອອກແຮງງານຜູ່ນັ້ນບໍ່ໃຫ້ຕ່ຳກ່ວາ 15% ຂອງຄ່າແຮງງານຂັ້ນຕ່ຳສຸດທີ່ກຳນົດໄວ້ໃນແຈ້ງການແນະນຳສະບັບນີ້;

4.4  ຜູ່ໃຊ້ແຮງງານຕ້ອງພິຈາລະນາຂຶ້ນເງິນເດືອນ ຫລື ຄ່າແຮງງານໃຫ້ຜູ່ອອກແຮງງານທີ່ມີຄວາມສາມາດ, ມີຄວາມບຸກບືນ, ມີຄວາມສຳເລັດໃນຫນ້າທີ່ວຽກງານ ແຕ່ລະໄລຍະຢ່າງເຫມາະສົມ. ນອກຈາກເງິນເດືອນ ຫລື ຄ່າແຮງງານແລ້ວ, ຜູ່ໃຊ້ແຮງງານ ຄວນພິຈາລະນາໃຫ້ບຳເນັດ, ລາງວັນ ແລະ ຜົນປະໂຫຍດອື່ນໆ ແກ່ຜູ່ອອກແຮງງານ ທີ່ມີຜົນງານດີເດັ່ນອີກດ້ວຍ.

V.    ການຈັດຕັ້ງປະຕິບັດ.

5.1  ບັນດາຫົວຫນ່ວຍແຮງງານຕ່າງໆ ທີ່ເຄື່ອນໄຫວໃນຫົວຫນ່ວຍການຜະລິດ, ທຸລະກິດ ຫລື ການບໍລິການ ຂອງພາກສ່ວນເສດຖະກິດ-ສັງຄົມ, ຜູ່ອອກແຮງງານທັງທີ່ເຮັດວຽກຢູ່ໃນ ແລະ ນອກລະບົບ ແລະ ຜູ່ເຮັດວຽກໃນຄົວເຮືອນ ໃນຂອບເຂດທົ່ວປະເທດ ຈົ່ງຮັບຮູ້ ແລະ ຈັດຕັ້ງປະຕິບັດຕາມເນື້ອໃນຈິດໃຈຂອງແຈ້ງການແນນຳສະບັບນີ້ຢ່າງເຂັ້ມງວດ;

5.2  ຫົວຫນ່ວຍແຮງງານ ຫລື ຜູ່ໃຊ້ແຮງງານໃດ ໄດ້ເບີກຈ່າຍຄ່າແຮງງານຂັ້ນຕ່ຳສຸດໃຫ້ຜູ່ອອກແຮງງານຂອງຕົນເທົ່າກັບ ຫລື ສູງກ່ວາລະດັບຄ່າແຮງງານຂັ້ນຕ່ຳສຸດນີ້ແລ້ວ ແມ່ນໃຫ້ສືບຕໍ່ປະຕິບັດຕາມປົກກະຕິ. ຖ້າຫົວຫນ່ວຍແຮງງານ ຫລື ຜູ່ໃຊ້ແຮງງານໃດ ຫາກເບີກຈ່າຍຕໍ່ຳກວ່າຕ້ອງດຳເນີນການປັບປຸງໃຫ້ຖືກຕ້ອງ ແລະ ສອດຄ່ອງຕາມແຈ້ງການແນະນຳສະບັບນີ້;

5.3  ກົມຄຸ້ມຄອງແຮງງານ, ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ນະຄອນ ແລະ ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ ໃນຂອບເຂດທົ່ວປະເທດ ມີຫນ້າທີ່ສົມທົບກັບພາກສ່ວນທີ່ກ່ຽວຂ້ອງເຜີຍແຜ່, ແນະນຳ, ຊຸກຍູ້ ແລະ ກວດກາການຈັດຕັ້ງປະຕິບັດແຈ້ງການແນະນຳສະບັບນີ້ຢ່າງເຂັ້ມງວດ ແລະ ໃຫ້ໄດ້ຮັບຜົນດີ;

5.4  ແຈ້ງການແນະນຳສະບັບນີ້ ປ່ຽນແທນແຈ້ງການແນະນຳສະບັບເລກທີ 2951/ຮສສ, 23 ພະຈິກ 2011 ແລະ ມີຜົນບັງຄັບໃຊ້ຢ່າງເປັນທາງການ ນັບແຕ່ວັນທີ 01 ເດືອນ ເມາສາ(04) ປີ 2015 ເປັນຕົ້ນໄປຈົນກວ່າຈະມີການປ່ຽນແປງໃຫມ່.

ລັດຖະມົນຕີວ່າການ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ

(ເຊັນ ແລະ ປະທັບຕາ)
ອ່ອນຈັນ ທຳມະວົງ

ຂ້າງເທິງ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບວັດ ທະນະຖາວອນ

ສູນກາງສະຫະພັນກຳມະບານລາວ,   ຫ້ອງການ     ເລກທີ: 245/ສກລ.ຫກ.
ນະຄອນຫລວງວຽງຈັນ, ວັນທີ 3 ມີນາ 2015

ແຈ້ງການ

ເຖິງ:  ທ່ານປະທານ ສະຫະພັນກຳມະບານນະຄອນຫລວງ, ແຂວງ, ກະຊວງ, ຖະບວງ, ອົງການທຽບເທົ່າຂັ້ນສູງກາງ, ອົງການຈັດຕັ້ງມະຫາຊົນຂັ້ນສູງກາງ, ສະຫະພັນກຳມະບານເມືອງ ແລະ ກຳມະບານຮາກຖານ ໃນຂອບເຂດທົ່ວປະເທດ.

ເລື່ອງ: ໃຫ້ເອົາໃຈໃສ່ລົງໂຄສະນາເຜິຍແຜ່ ແລະ ຕິດຕາມການນຳໃຊ້ຄ່າແຮງງານຂັ້ນຕ່ຳສຸດໃຫມ່ ທີ່ທາງລັດຖະບານໄດ້ປະກາດໃຊ້.

  • ອີງຕາມແຈ້ງການແນະນຳກ່ຽວກັບການປັບປຸງຄ່າແຮງຂັ້ນຕ່ຳສຸດ ຂອງຜູ່ອອກແຮງງານທີ່ປະກາດໃຊ້ຢູ່
  • ສປປ ລາວ, ສະບັບເລກທີ:808/ຮສສ, ລົງວັນທີ: 09/02/2015.
  • ອີງຕາມການພາລະບາດ, ສິດ ແລະ ຫນ້າທີ ຂອງອົງການກຳມະບານລາວ

 

ຫ້ອງການ ສູນກາງສະຫະພັນກຳມະບານລາວ, ຂໍແຈ້ງມາຍັງທ່ານປະທານ ສະຫະພັນກຳມະບານນະຄອນຫລວງ, ແຂວງ, ກະຊວງ, ຖະບວງ, ອົງການທຽບເທົ່າຂັ້ນສຸນກາງ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ສະຫະພັນກຳມະບານເມືອງ ແລະ ກຳມະບານຮາກຖານ ໃນຂອບເຂດທົ່ວປະເທດ, ຊາບກ່ຽວກັບການປະກາດໃຊ້ຄ່າແຮງງານຂັ້ນຕ່ຳສຸດໃຫມ່ທີ່ທາງລັດຖະບານກໍ່ຄືທ່ານລັດຖະມົນຕີວ່າການກະຊວງແຮງງານ ແລະ ສະຫວັດດີການສັງຄົມໄດ້ອອກແຈ້ງການປະກາດໃຊ້ຄ່າແຮງງານຂັ້ນຕໍ່ຳສຸດໃຫມ່, ສະບັບເລກທີ:808/ຮສສ, ລົງວັນທີ: 09/02/2015 ແລ້ວ, ເຊິ່ງຈະໄດ້ເລີ່ມຈັດຕັ້ງປະຕິບັດໃຊ້ຢ່າງເປັນທາງການ ນັບແຕ່ວັນທີ: 01/04/2015 ນີ້ເປັນຕົ້ນໄປ, ສະນັ້ນເພື່ອຮັບປະກັນໃຫ້ແກ່ກ່ານປົກປ້ອງສິດ, ຜົນປະໂຫຍດອັນຊອບທຳຂອງແຮງງານ-ກຳມະກອນລາວບັນດາເຜົ່າ ທົ່ວປະເທດ ແລະ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດການນຳໃຊ້ຄ່າແຮງງານຂັ້ນຕ່ຳສຸດໃຫມ່ນີ້ໃຫ້ໄດ້ຮັບຜົນສຳເລັດ,ຈຶ່ງໄດ້ອອກແຈ້ງການແນະນຳດັ່ງນີ້:

1.   ຄ່າແຮງຂັ້ນຕ່ຳສຸດໃຫມ່ຂອງຜູ່ອອກແຮງງານໃນຄັ້ງນີ້ແມ່ນ 900,000ກີບ (ເກົ້າແສນກີບ) ຕໍ່ຄົນຕໍ່ເດືອນ, ຄິດໄລ່ເປັນມື້ແມ່ນ 34,616ກີບ (ສາມສິບສີ່ພັນຫົກຮ້ອຍສິບຫົກກີບ), ຖ້າຄິດໄລ່ເປັນຊົ່ວໂມງແມ່ນ 4,327ກີບ ( ສີ່ພັນສາມຮ້ອຍຊາວເຈັດກີບ) ແລະ ໄດ້ລົບລ້າງການນຳໃຊ້ຄ່າແຮງງານຂັ້ນຕໍ່ຳສຸດໂຕກວ່າ 626,000ກີບຕໍ່ຄົນຕໍ່ເດືອນ.

2.   ໃນກໍລະນີທີ່ຜູ່ອອກແຮງງານຫາກໄດ້ຂາດວຽກ ຫລື ບໍ່ມາເຮັດວຽກ ໂດຍບໍ່ມີເຫດຜົນ, ບໍ່ໄດ້ຮັບການເຫັນດີຈາກຜູ່ໃຊ້ແຮງງານ, ແມ່ນໃຫ້ຜູ້ໃຊ້ແຮງງານຕັດເງິນຄ່າແຮງງານທີ່ຜູ່ອອກແຮງງານໄດ້ຮັບຕໍ່ມື້, ແມ່ນບໍ່ອະນຸຍາດໃຫ້ຜູ່ໃຊ້ແຮງງານຕັດເງິນຄ່າແຮງງານຂອງຜູ່ອອກແຮງງານເກີນກວ່າລາຍໄດ້ຕໍ່ວັນ ຂອງຜູ່ອອກແຮງງານເດັດຂາດເຊັ່ນ: ທ້າວ ກໍ ໄດ້ເຮັດວຽກຢູ່ຫົວຫນ່ວຍແຮງງານແຫ່ງຫນຶ່ງ, ຜູ່ໃຊ້ແຮງງານໄດ້ໃຫ້ຄ່າແຮງງານໃຫ້ ທ້າວ ກໍ ແມ່ນ 900,000 ກີບ (ເກົ້າແສນກີບ) ຕໍ່ເດືອນ, ຄິດໄລ່ເປັນມື້ແມ່ນ 34,616ກີບ (ສາມສິບສີ່ພັນຫົກຮ້ອຍສິບຫົກກີບ), ມີມື້ຫນຶ່ງທ້າວ ກໍ ໄດ້ຂາດວຽກຈຳນວນ 01 ວັນ ໂດຍບໍ່ມີເຫດຜົນ, ບໍ່ໄດ້ຮັບການເຫັນດີຈາກຜູ່ໃຊ້ແຮງງານ, ຜູ່ໃຊ້ແຮງງານສາມາດຕັດເງິນຄ່າແຮງງານຂອງທ້າວ ກໍ ຈຳນວນເງີນ 34,616ກີບ (ສາມສິບສີ່ພັນຫົກຮ້ອຍສິບຫົກກີບ) ເທົ່ານັ້ນ, ຖ້າຜູ່ໃຊ້ແຮງງານຕັດເງີນເດືອນ ຫລື ຄ່າແຮງງານຫລາຍກວ່າຈຳນວນ 34,616ກີບ(ສາມສິບສີ່ພັນຫົກຮ້ອຍສິບຫົກກີບແມ່ນຜິດຕໍ່ກົດຫມາຍແຮງງານ ຫລື ແຈ້ງການກ່ຽວກັບຄ່າແຮງງານຕ່ຳສຸດ ທີ່ກະຊວງແຮງງານກໍ່ຄືລັດຖະບານປະກາດໃຊ້.

3.   ວິທີຄິດໄລ່ຄ່າແຮງງ່ານໃຫມ່ນີ້ແມ່ນໃຫ້ເອົາຕົວເລກ 900,000ກີບມາຕັ້ງແລ້ວບວກກັບເງິນຄ່າລ່ວງເວລາ, ເງິນຂະຫຍັນ, ເງິນຄ່າອາຫານ ແລະ ເງິນອຸນຫນູນອື່ນໆທີ່ທາງຜູ່ໃຊ້ແຮງງານມີນະໂຍບາຍໃຫ້ເຂົ້ານຳຕື່ມອີກແມ່ນຕ້ອງສູງກວ່າ 900,000ກີບ ຂຶ້ນໄປ.

4.   ມອບໃຫ້ບັນດາສະຫະພັນກຳມະບານນະຄອນຫລວງ, ແຂວງ, ກະຊວງ, ຖະບວງ, ອົງການທຽບເທົ່າຂັ້ນສູນກາງ, ອົງການຈັດຕັ້ງມະຫາຊົຍຂັ້ນສູນກາງ, ສະຫະພັນກະມະບານເມືອງ ແລະ ກຳມະບານຮາກຖານ ໃນຂອບເຂດທົ່ວປະເທດຈົ່ງຮັບຮູ້, ນຳເອົາເນື້ອໃນແຈ້ງການສະບັບນີ້ ແລະ ສະບັບເລກທີ:808/ຮສສ, ລົງວັນທີ: 09/02/2015 ຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ລົງໄປເຜີຍແຜ່ໃຫ້ພະນັກງານກຳມະບານອາຊີບ, ເຄື່ອງອາຊີບ, ຄຳນະຮາກຖານ ແລະ ຫນ່ວຍກຳມະບານ ຫລື ຜູ້ຕ່າງຫນ້າຜູ້ອອກແຮງງານ ແລະ ຜູ່ອອກແຮງງານ ຢູ່່ໃນຂອບຄວາມຮັບຜິດຊອບຂອງຕົນເອງໃຫ້ຮັບຮູ້, ເຂົ້າໃຈ ແລະ ສາມາດຈັດຕັ້ງປະຕິບັດໄດ້ນັບແຕ່ວັນທີ:01/04/2015 ເປັນຕົ້ນໄປ; ພ້ອມກັນນີ້ມີຫນ້າທີ່ສົມທົບພາກສ່ວນທີ່ກ່ຽວຂ້ອງລົງເຜີຍແຜ່, ແນະນຳ, ຊຸກຍູ້ ແລະ ກວດກາການຈັດຕັ້ງປະຕິດບັດຕາມເນື້ອໃນແຈ້ງການສະບັບເລກທີ:808/ຮສສ, ລົງວັນທີ 09/02/2015 ຢ່າງເຂັ້ມງວດ ແລະ ໄດ້ຮັບຜົນດີ, ໃນກໍລະນີທີ່ພົບເຫັນບັນຫາໃນການຈັດຕັ້ງ ປະຕິບັດນຳໃຊ້ຄ່າແຮງງານຂັ້ນຕ່ຳສຸດໃຫມ່ນີ້ແມ່ນໃຫ້ລາຍງານມາຍັງກົມປົກປ້ອງແຮງ ສູນກາງສະຫະພັນກຳ ມະບານລາວ ເປັນລາຍລັກອັກສອນ ຫລື ຈະໂທເຂົ້າເບີສາຍດ່ວນຂອງສູນກາງສະຫະພັນກຳບານລາວ ທີ່ເບີ: 020-28444515.

ດັ່ງນັ້ນ, ຫ້ອງການ ສູນກາງສະຫະພັນກຳມະບານລາວ ຈຶ່ງໄດ້ອອກແຈ້ງການສະລັລນີ້ມາຍັງທ່ານເພື່ອຮັບຊາບ ແລະ ລົງຈັດຕັ້ງປະຕິບັດໃຫ້ສຳເລັດ ດ້ວຍ.

ຮຽນມາດ້ວຍຄວາມນັບຖືເປັນຢ່າງສູງ.

ຫົວຫນ້າຫ້ອງການ ສູນກາງສະຫະພັນກຳມະບານລາວ

(ເຊັນ ແລະ ປະທັບຕາ)
ນ ອາລີ ວົງໜໍ່ບຸນທຳ

ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 ແຈ້ງການແນະນຳ ກ່ຽວກັບການປັບປຸງຄ່າແຮງງານຂັ້ນຕໍ່າສຸດ ຂອງຜູ້ອອກແຮງງານຢູ່ ສປປ ລາວ, ສະບັບເລກທີ 808/ຮສສ, ລົງວັນທີ 9/2/2015. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.