ສັນຍາການຄ້າຊາຍແດນສະບັບນີ້ ລວມມີ 23 ມາດຕາ  ເນື້ອໃນຕົ້ນຕໍຂອງສັນຍາ ລວມມີບັນດາລະບຽບການຂອງການເຄື່ອນໄຫວຊື້-ຂາຍ, ແລກປ່ຽນສິນຄ້າຂອງປະຊາຊົນ ທີ່ດຳລົງຊີວິດລຽບຕາມຊາຍແດນ, ຕະຫຼາດຊາຍແດນ ແລະ ການຕົກລົງເປັນເອກະພາບຂອງ 2 ຝ່າຍ ກ່ຽວກັບບັນດາດ່ານທີ່ເປີດ ໃຫ້ມີການເຄື່ອນໄຫວການຄ້າຊາຍແດນ ແລະ ການບໍລິການ ທີ່ສະໜັບສະໜູນ, ເອື້ອອຳນວຍຄວາມສະດວກຕ່າງໆ ບົນພື້ນຖານຕາມກົນໄກພິເສດ ທີ່ຮອງຮັບເຄື່ອນໄຫວຂອງການຄ້າຊາຍແດນ ເພື່ອໃຫ້ສອດຄ່ອງກັບສົນທິສັນຍາສາກົນ 2 ຝ່າຍ ແລະ ຫຼາຍຝ່າຍ ທີ່ສອງປະເທດເປັນພາຄີ. ການຍົກເວັ້ນພາສີ, ອາກອນນຳເຂົ້າ-ສົ່ງອອກ ແລະ ອາກອນມູນຄ່າເພີ່ມ (0%) ໃຫ້ບັນດາສິນຄ້າ ທີ່ນໍາເຂົ້າຈາກ ລາວ ແລະ ຫວຽດນາມ ເພື່ອເປັນການຊຸກຍູ້, ສົ່ງເສີມ ການລົງທຶນເຂົ້າໃສ່ບັນດາຂົງເຂດລຽບຕາມຊາຍແດນ, ເຂດພູສູງທຸລະກັນດານ, ເຂດຫ່າງໄກສອກຫຼີກ ກໍ່ຄືບັນດາສິນຄ້າທີ່ນັກລົງທຶນຫວຽດນາມ ມາຜະລິດປຸງແຕ່ງຢູ່ບັນດາແຂວງຊາຍແດນຂອງລາວ ເພື່ອຈະສົ່ງອອກໄປຫວຽດນາມ.

ນອກຈາກນັ້ນ, ຍັງມີລະບຽບການກ່ຽວກັບການຊຳລະເງິນ, ການກວດກາການພົກພາເງິນສົດຜ່ານຊາຍແດນ ກໍ່ຄືການຄຸ້ມຄອງການແຈ້ງເຂົ້າ-ອອກ ຂອງພົນລະເມືອງ, ພາຫະນະຂົນສົ່ງ, ການກັກກັນ, ກວດກາສິນຄ້າ ຂອງການຄ້າຊາຍແດນ ລາວ-ຫວຽດນາມ. ເພີ່ມທະວີການຊຸກຍູ້ການຄ້າ, ການລົງທຶນ ແລະ ທ່ອງທ່ຽວຂ້າມຊາຍແດນ, ສົ່ງເສີມການບໍລິການ ຊ່ວຍສະໜັບສະໜູນ ແລະ ອຳນວຍຄວາມສະດວກ ຕໍ່ການຄ້າຢູ່ດ່ານຊາຍແດນ.

ສັນຍາການຄ້າຊາຍແດນສະບັບນີ້ ບໍ່ສະເພາະເປັນພຽງການສ້າງພື້ນຖານທາງດ້ານກົດໝາຍ, ສ້າງກາລະໂອກາດ ໃຫ້ແກ່ການເພີ່ມທະວີການຮ່ວມມືໃນຂົງເຂດການຄ້າ, ການລົງທຶນ ແລະ ການບໍລິການ ຢູ່ຂົງເຂດຊາຍແດນເທົ່ານັ້ນ ຍັງປະກອບສ່ວນຢ່າງຂັນແຂງເຂົ້າໃນວຽກງານຊຸກຍູ້ສາຍພົວພັນມິດຕະພາບພິເສດ ລະຫວ່າງ ລາວ-ຫວຽດນາມ ຕື່ມອີກ.

ສັນຍາດັ່ງກ່າວນີ້ໄດ້ຮັບການລົງນາມ ໃນວັນທີ 27 ມິຖຸນາ 2015 ຢູ່ທີ່ເທດສະບານເມືອງເກືອລໍ, ແຂວງເຫງະອານ, ສສ ຫວຽດນາມ ໂດຍ ການຮ່ວມເຊັນລົງນາມລະຫວ່າງ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີວ່າການກະຊວງອຸດສະຫະກຳ ແລະ ການຄ້າ ຕາງໜ້າໃຫ້ລັດຖະບານ ສປປ ລາວ ແລະ ທ່ານ ຫວູ ຮຸຍ ຮວາງ ລັດຖະມົນຕີວ່າການກະຊວງອຸດສາຫະກຳ ແລະ ການຄ້າ, ຕາງໜ້າໃຫ້ລັດຖະບານ ສສ ຫວຽດນາມ.

ໃນໜ້ານີ້ຈະນໍາພາທ່ານເຂົ້າຫາເນື້ອໃນ່ຂອງ ສັນຍາວ່າດ້ວຍ ການຄ້າຊາຍແດນ ລະຫວ່າງ ລັດຖະບານ ສປປ ລາວ ແລະ ລັດຖະບານ ສສ ຫວຽດນາມ ສະບັບລົງວັນທີ 27 ມິຖຸນາ 2015, ທີ່ ແຂວງເຫງະອານ, ສສ ຫວຽດນາມ.

# ຫົວຂໍ້ ດາວໂຫຼດ
1 Agreement on Border Trade between Laos-Vietnam, dated 27 June 2015, at Nghe An Province, Socialist Republic of Vietnam. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.