ພະຣາດຊະບັນຍັດ

ການສົ່ງສິນຄ້າອອກໄປນອກ ແລະ ການນຳເຂົ້າສິນຄ້າມາໃນຣາຊະອານາຈັກ (ສະບັບທີ 2)

ພ.ສ 2558


ພູມິພົນອະດຸນຍະເດດ ປ.ຮ

ໃຫ້ໄວ້ ວັນທີ 10 ກັນຍາ ພ.ສ 2558

ເປັນປີທີ 70 ໃນຣາຊະການປັດຈຸບັນ

 

ພະບາດສົມເດັດ ພູມິພົນອະດຸນຍະເດດ ມີພະຣາຊະອົງການ ໃຫ້ປະກາດວ່າ

ໂດຍທີ່ເປັນການສົມຄວນແກ້ໄຂເພີ່ມເຕີມ ກົດໝາຍ ວ່າດ້ວຍການສົ່ງສິນຄ້າອອກໄປນອກ ແລະ ການນຳເຂົ້າສິນຄ້າມາໃນຣາຊະອານາຈັກ

ຈຶ່ງອອກພະຣາດຊະບັນຍັດຂຶ້ນໄວ້ ໂດຍຄຳແນະນຳ ແລະ ຍິນຍອມຂອງສະຖານິຕິບັນຍັດແຫ່ງຊາດ ດັ່ງຕໍ່ໄປນີ້

ມາດຕາ 1 ພະຣາດຊະບັນຍັດນີ້ ເອີ້ນວ່າ "ພະຣາດຊະບັນຍັດການສົ່ງສິນຄ້າອອກໄປນອກ ແລະ ການນຳເຂົ້າສິນຄ້າມາໃນຣາຊະອານາຈັກ (ສະບັບທີ 2)ພ.ສ 2558"

ມາດຕາ 2 ພະຣາດຊະບັນຍັດນີ້ ໃຫ້ມີຜົນບັງຄັບໃຊ້ ຫຼັງຈາກ 90 ວັນ ນັບແຕ່ມື້ປະກາດໃນຈົດໝາຍເຫດທາງລັດຖະການ ເປັນຕົ້ນໄປ

ມາດຕາ 3 ໃຫ້ເພີ່ມບົດນິຍາມຄໍາວ່າ "ນຳຜ່ານ" ລະຫວ່າງບົດນິຍາມຄຳວ່າ "ນຳເຂົ້າ" ແລະ ຄຳວ່າ "ພະນັກງານເຈົ້າໜ້າທີ່" ໃນມາດຕາ 4 ແຫ່ງພະຣາດຊະບັນຍັດການສົ່ງສິນຄ້າອອກໄປນອກ ແລະ ການນຳເຂົ້າສິນຄ້າມາໃນຣາຊະອານາຈັກ ພ.ສ 2558

"ນຳຜ່ານ" ໝາຍຄວາມວ່າ ນຳ ຫຼື ສົ່ງສິນຄ້າຜ່ານຣາຊະອານາຈັກ ໂດຍມີຈຸດເລີ່ມຕົ້ນ ແລະ ຈຸດສິ້້ນສຸດຂອງການຂົນສົ່ງນອກຣາຊະອານາຈັກ ບໍ່ວ່າຈະມີການພັກສິນຄ້າ ການປ່ຽນຖ່າຍພາຫະນະ ຫຼື ການເພີ່ມ ຫຼື ປ່ຽນພາຊະນະບັນຈຸສິນຄ້າໃນຣາຊະອານາຈັກ ເພື່ອປະໂຫຍດໃນການຂົນສົ່ງ ຫຼືບໍ່ກໍ່ຕາມ ທັງນີ້ ຈະຕ້ອງບໍ່ມີການໃຊ້ປະໂຫຍດໃດໆຂອງສິນຄ້າານັ້ນໃນຣາຊະອານາຈັກ

ມາດຕາ 4 ໃຫ້ເພີ່ມເນື້ອໃນຕໍ່ໄປນີ້ເປັນມາດຕາ 5/1 ແຫ່ງ ພະຣາດຊະບັນຍັດການສົ່ງສິນຄ້າອອກໄປນອກ ແລະ ການນຳເຂົ້າສິນຄ້າມາໃນຣາຊະອານາຈັກ ພ.ສ 2558

ມາດຕາ 5/1 ໃນກໍລະນີຈຳເປັນ ຫຼື ເຫັນສົມຄວນ ລມຕ ວ່າການກະຊວງພານິດ ໂດຍການອະນຸມັດຂອງຄະນະ ລມຕ ທີ່ມີອຳນາດປະກາດໃນຈົດໝາຍເຫດທາງລັດຖະການ ກຳນົດສິນຄ້າໃດທີ່ນຳຜ່ານໃຫ້ເປັນສິນຄ້າທີ່ຕ້ອງປະຕິບັດຕາມມາດຕະການຢ່າງໃດຢ່າງໜຶ່ງໃນມາດຕາ 4 ທັງນີ້ ໂດຍໃຫ້ຄຳນຶງເຖິງການປະຕິບັດຕາມພັນທະ ລະຫວ່າງປະເທດ ທີ່ປະເທດໄທມີຢູ່ ຊື່ງລວມເຖິງການອຳນວຍຄວາມສະດວກໃນການຂົນສົ່ງສິນຄ້າ

ມາດຕາ 5 ໃຫ້ເພີ່ມເນື້ອໃນຕໍ່ໄປນີ້ເປັນມາດຕາ 7/1 ແຫ່ງ ພະຣາດຊະບັນຍັດການສົ່ງສິນຄ້າອອກໄປນອກ ແລະ ການນຳເຂົ້າສິນຄ້າມາໃນຣາຊະອານາຈັກ ພ.ສ 2558

"ມາດຕາ 7/1 ເມື່ອໄດ້ມີປະກາດກຳນົດສິນຄ້າໃດ ໃຫ້ເປັນສິນຄ້າທີ່ຕ້ອງຂໍອະນຸຍາດໃນການນຳຜ່ານ ຕາມມາດຕາ 5/1 ແລ້ວ ຫ້າມບໍ່ໃຫ້ຜູ້ໃດນຳຜ່ານສິນຄ້ານັ້ນ ເວັ້ນແຕ່ວ່າຈະໄດ້ຮັບອະນຸຍາດຈາກ ລມຕ ວ່າການກະຊວງພານິດ ຫຼື ຜູ້ທີ່ ລມຕ ວ່າການກະຊວງພານິດ ມອບໝາຍ

ການຂໍອະນຸຍາດ ແລະ ການອະນຸຍາດ ໃຫ້ເປັນໄປຕາມຫຼັກການ ວິທີການ ແລະ ເງື່ອນໄຂທີ່ກຳນົດໃນກົດຂອງກະຊວງ"

ມາດຕາ 6 ໃຫ້ຍົກເລີກເນື້ອໃນ ໃນມາດຕາ 15 ແລະ ມາດຕາ 16 ແຫ່ງ ພະຣາດຊະບັນຍັດການສົ່ງສິນຄ້າອອກໄປນອກ ແລະ ການນຳເຂົ້າສິນຄ້າມາໃນຣາຊະອານາຈັກ ພ.ສ 2558 ແລະ ໃຫ້ໃຊ້ເນື້ອໃນຕໍ່ໄປນີ້ແທນ

"ມາດຕາ 15 ໃຫ້ ລມຕ ວ່າການກະຊວງການເງິນ ມີອຳນາດປະກາດໃນ ຈົດໝາຍເຫດທາງລັດຖະການ ກຳນົດທ່າເຮືອ ຫຼື ບ່ອນໃດ ໃນຣາຊະອານາຈັກ ເປັນບ່ອນທີ່ຈະຕ້ອງສົ່ງອອກ ນຳເຂົ້າ ຫຼື ນຳຜ່ານຕາມພະຣາດຊະບັນຍັດນີ້

ມາດຕາ 16 ບົດກົດໝາຍ ວ່າດ້ວຍພາສີ ແລະ ອຳນາດພະນັກງານພາສີ ຕາມກົດໝາຍນັ້ນ ໃນສ່ວນທີ່ວ່າດ້ວຍການກວດເຄື່ອງຂອງ ແລະ ປ້ອງກັນການລັກລອບໜີພາສີ,  ການກວດຄົ້ນ, ການຍຶດ ແລະ ກັກເຄື່ອງ ຫຼື ການຈັບກຸມຜູ້ກະທຳຜິດ, ການຕົວະ ແລະ ການຮ້ອງຟ້ອງ ໃຫ້ບັງຄັບໃຊ້ແກ່ການສົ່ງອອກໄປນອກ ການນໍາເຂົ້າ ຫຼື ການນຳຜ່ານຕາມພະຣາດຊະບັນຍັດນີ້ດ້ວຍ"

ມາດຕາ 7 ໃຫ້ຍົກເລີກເນື້ອໃນ ໃນຂໍ້ (1) ແລະ (2) ຂອງມາດຕາ 17 ແຫ່ງ ພະຣາດຊະບັນຍັດການສົ່ງສິນຄ້າອອກໄປນອກ ແລະ ການນຳເຂົ້າສິນຄ້າມາໃນຣາຊະອານາຈັກ ພ.ສ 2558 ແລະ ໃຫ້ໃຊ້ເນື້ອໃນຕໍ່ໄປນີ້ແທນ

"(1) ເຂົ້າໄປໃນສະຖານທີ່ເຮັດວຽກ, ສະຖານທີ່ຜະລິດ ຫຼື ສະຖານທີ່ເກັບສິນຄ້າ ຫຼື ຍານພາຫະນະຂອງຜູ້ປະກອບການສົ່ງອອກ, ນໍາເຂົ້າ ຫຼື ນໍາຜ່ານ ຫຼື ຂອງບຸກຄົນໃດ ໃນເວລາລະຫວ່າງພະອາທິດຂຶ້ນ ເຖິງ ພະອາທິດຕົກ ຫຼື ໃນເວລາເຮັດວຽກຂອງສະຖານທີ່ນັ້ນ ເພື່ອກວດຄົ້ນ ຫຼື ກວດສອບ ເມື່ອມີເຫດສົງໄສວ່າມີການກະທຳຄວາມຜິດຕາມພະຣາດຊະບັນຍັດນີ້

(2) ເອີ້ນເອກະສານ ຫຼື ຫຼັກຖານທີ່ກ່ຽວຂ້ອງຈາກຜູ້ປະກອບການສົ່ງອອກ, ນໍາເຂົ້າ ຫຼື ນຳຜ່ານ ຫຼື ຈາກບຸກຄົນທີ່ກ່ຽວຂ້ອງ"

ມາດຕາ 8 ໃຫ້ເພີ່ມເນື້ອໃນຕໍ່ໄປນີ້ເປັນມາດຕາ 20/1 ແຫ່ງ ພະຣາດຊະບັນຍັດການສົ່ງສິນຄ້າອອກໄປນອກ ແລະ ການນຳເຂົ້າສິນຄ້າມາໃນຣາຊະອານາຈັກ ພ.ສ 2558

"ມາດຕາ 20/1 ຜູ້ໃດນຳຜ່ານສິນຄ້າທີ່ໄດ້ມີການປະກາດກຳນົດໃຫ້ເປັນສິນຄ້າຕ້ອງຫ້າມນຳຜ່ານ ຕາມມາດຕາ 5/1 ຫຼື ຝ່າຝືນມາດຕາ 7/1 ວັກຫນຶ່ງ ຕ້ອງຖືກໂທດຈຳຄຸກບໍ່ເກີນ 5 ປີ ຫຼື ປັບໄໝເປັນເງິນສອງເທົ່າຂອງສິນຄ້າທີ່ນຳຜ່ານ ຫຼື ທັງຖືກໂທດທັງປັບໄໝ ພ້ອມທັງກັກສິນຄ້າລວມທັງສິ່ງທີ່ໃຊ້ບັນຈຸ ແລະ ພາຫະນະໃດໆທີ່ໃຊ້ບັນທຸກສິນຄ້າ ຊື່ງກ່ຽວເນື່ອງກັບຄວາມຜິດ ລວມທັງພາຫະນະບັນທຸກສິນຄ້ານັ້ນ ທັງນີ້ ໃຫ້ນຳເນືອໃນ ໃນມາດຕາ 20 ວັກ 2, ວັກ 3, ວັກ 4 ແລະ ວັກ 5 ມາບັງຄັບໃຊ້ໂດຍອະນຸໂລມ

ຜູ້ໃດຝ່າຝືນ ຫຼື ບໍ່ປະຕິບັດຕາມປະກາດ ຊື່ງອອກຕາມມາດຕາ 5/1 ນອກເໜືອຈາກກໍລະນີທີ່ບັນຍັດໄວ້ໃນວັກ 1 ຕ້ອງຖືກໂທດຈຳຄຸກບໍ່ເກີນ 6 ເດືອນ ຫຼື ປັບໄໝ ບໍ່ເກີນໜຶ່ງໝື່ນບາດ ຫຼື ທັງຖືກໂທດທັງປັບໄໝ"

ມາດຕາ 9 ໃຫ້ເພີ່ມເນື້ອໃນຕໍ່ໄປນີ້ເປັນມາດຕາ 22/1 ແຫ່ງ ພະຣາດຊະບັນຍັດການສົ່ງສິນຄ້າອອກໄປນອກ ແລະ ການນຳເຂົ້າສິນຄ້າມາໃນຣາຊະອານາຈັກ ພ.ສ 2558

"ມາດຕາ 22/1 ຜູ້ໃດຫາກຝ່າຝືນນຳຜ່ານສິນຄ້າ ຫຼື ບໍ່ປະຕິບັດຕາມປະກາດ ຊື່ງອອກຕາມມາດຕາ 15 ຕ້ອງຖືກໂທດຈຳຄຸກບໍ່ເກີນ 6 ເດືອນ ຫຼື ປັບໄໝ ບໍ່ເກີນໜຶ່ງໝື່ນບາດ ຫຼື ທັງຖືກໂທດທັງປັບໄໝ"

ມາດຕາ 10 ໃຫ້ເພີ່ມເນື້ອໃນຕໍ່ໄປນີ້ເປັນມາດຕາ 23/1 ແຫ່ງ ພະຣາດຊະບັນຍັດການສົ່ງສິນຄ້າອອກໄປນອກ ແລະ ການນຳເຂົ້າສິນຄ້າມາໃນຣາຊະອານາຈັກ ພ.ສ 2558

"ມາດຕາ 23/1 ບັນດາຄວາມຜິດຕາມພະຣາດຊະບັນຍັດນີ້ ໃຫ້ຫົວໜ້າກົມພາສີ ຫຼື ຄະນະກຳມະການປຽບທຽບຕາມກົດໝາຍ ວ່າດ້ວຍພາສີ ມີອຳນາດປຽບທຽບໄດ້ ທັງນີ້ ໃຫ້ນຳບົດບັນຍັດ ກ່ຽວກັບ ການປຽບທຽບຕາມກົດໝາຍ ວ່າດ້ວຍພາສີ ມາບັງຄັບໃຊ້ກັບການປຽບທຽບຄວາມຜິດຕາມພະຣາດຊະບັນຍັດນີ້ໂດຍອະນຸໂລມ"

ມາດຕາ 11 ໃຫ້ຍົກເລີກເນື້ອໃນ ໃນຂໍ້ (2) ແລະ (3) ຂອງອັດຕາຄ່າທຳນຽມ ທ້າຍພະຣາດຊະບັນຍັດການສົ່ງສິນຄ້າອອກໄປນອກ ແລະ ການນຳເຂົ້າສິນຄ້າມາໃນຣາຊະອານາຈັກ ພ.ສ 2558 ແລະ ໃຫ້ໃຊ້ເນືອໃນຕໍ່ໄປນີ້ແທນ

" (2) ໃບອະນຸຍາດສົ່ງອອກ ນຳເຂົ້າ ຫຼື ນຳຜ່ານ                 ສະບັບລະ 50 ບາດ

  (3) ໜັງສືຮັບຮອງຖິ່ນກຳເນີດສິນຄ້າ

  ໜັງສືຮັບຮອງຄຸນພາບສິນຄ້າ ຫຼື ໜັງສືຮັບຮອງອື່ນ

  ຕາມາດຕາ5 (5) ແລະ ມາດຕາ 5/1                           ສະບັບລະ 100 ບາດ"

ມາດຕາ 12 ບັນດາປະກາດ ຊື່ງອອກຕາມພະຣາດຊະບັນຍັດການສົ່ງສິນຄ້າອອກໄປນອກ ແລະ ການນຳເຂົ້າສິນຄ້າມາໃນຣາຊະອານາຈັກ ພ.ສ 2558 ທີ່ບັງຄັບໃຊ້ສະບັບກ່ອນ ໃຫ້ຍັງມີຜົນບັງຄັບໃຊ້ໄດ້ຕໍ່ໄປແຕ່ສະເພາະເນື້ອໃນທີ່ບໍ່ຂັດແຍ່ງກັບພະຣາດຊະບັນຍັດສະບັບໃໝ່ນີ້ ຈົນກວ່າຈະມີການປະກາດແກ້ໄຂເພີ່ມເຕີມ

ມາດຕາ 13 ໃຫ້ ລມຕ ວ່າການກະຊວງພານິດ ແລະ ລມຕ ວ່າການກະຊວງການເງິນ ປະຕິບັດຕາມພະຣາດຊະບັນຍັດນີ້

ຜູ້ຮັບຣາດຊະອົງການ

ພົນເອກ ປະຍຸດ ຈັນໂອຊາ

ນາຍົກລັດຖະມົນຕີ

ໝາຍເຫດ: ເຫດຜົນໃນການປະກາດໃຊ້ພະຣາດຊະບັນຍັດສະບັບນີ້ ແມ່ນ ໃນປັດຈຸບັນ ການຂົນສົ່ງສິນຄ້າຜ່ານແດນ ແລະ ການຄຽນຖ່າຍ ໃນຣາຊະອານາຈັກເພື່ອສົ່ງຕໍ່ໄປຍັງປະເທດອື່ນ ມີປະລິມານເພີ່ມຂຶ້ນຢ່າງຕໍ່ເນື່ອງ ສົມຄວນກຳນົດມາດຕະການໃນການຄຸ້ມຄອງສິນຄ້າທີ່ນຳຜ່ານ ໃຫ້ຮັດກຸມຫຼາຍຍິ່ງຂຶ້ນ ເພື່ອປ້ອງກັນການໃຊ້ວິທີນຳຜ່ານ ເປັນຊ່ອງທາງໃນການລັກລອບສົ່ງອອກ ຫຼື ນຳເຂົ້າສິນຄ້າ ແລະ ເປັນການເສີມສ້າງປະສິດທິພາບຂອງກົນໄກການຈັດລະບຽບການນຳຜ່ານສິນຄ້າ ເພື່ອປົກປ້ອງຜົນປະໂຫຍດຂອງລັດ ຈຶ່ງຈຳເປັນຕ້ອງປັບປຸງພະຣາດຊະບັນຍັດນີ້.

ດາວໂຫຼດລາວ

# ຫົວຂໍ້ ດາວໂຫຼດ
1 The Second Export and Import of Goods Act of the Kingdom of Thailand 2015 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.