ສາລະບານ

ພາກທີ ບົດບັນຍັດທົ່ວໄປ

ມາດຕາ 1  ຈຸດປະສົງ
ມາດຕາ 2  ການແຂ່ງຂັນທາງທຸລະກິດ
ມາດຕາ 3  ການອະທິບາຍຄຳສັບ
ມາດຕາ 4  ນະໂຍບາຍຂອງລັດ ກ່ຽວກັບວຽກງານແຂ່ງຂັນທາງທຸລະກິດ
ມາດຕາ 5  ຫຼັກການກ່ຽວກັບວຽກງານແຂ່ງຂັນທາງທຸລະກິດ        
ມາດຕາ 6  ຂອບເຂດການນຳໃຊ້ກົດໝາຍ 
ມາດຕາ 7  ການຮ່ວມມືສາກົນ

ພາກທີ II ການແຂ່ງຂັນທາງທຸລະກິດທີ່ບໍ່ເປັນທຳ

ມາດຕາ 8  ການແຂ່ງຂັນທາງທຸລະກິດທີ່ບໍ່ເປັນທຳ
ມາດຕາ 9  ພຶດຕິກຳທີ່ເປັນການແຂ່ງຂັນທາງທຸລະກິດທີ່ບໍ່ເປັນທຳ
ມາດຕາ 10  ການເຮັດໃຫ້ເຂົ້າໃຈຜິດ
ມາດຕາ 11  ການລະເມີດຄວາມລັບທາງທຸລະກິດ
ມາດຕາ 12  ການບັງຄັບໃນການດຳເນີນທຸລະກິດ
ມາດຕາ 13  ການເຮັດໃຫ້ຜູ່ດຳເນີນທຸລະກິດອື່ນເສື່ອມເສັຍຊື່ສຽງ
ມາດຕາ 14  ການສ້າງອຸປະສັກຂັດຂວາງຕໍ່ການດຳເນີນທຸລະກິດ
ມາດຕາ 15  ການໂຄສະນາທີ່ບໍ່ຖືກຕ້ອງຕາມຄວາມເປັນຈິງ
ມາດຕາ 16  ການສົ່ງເສີມການຂາຍດ້ວຍວິທີທີ່ບໍ່ເປັນທຳ
ມາດຕາ 17  ການຈຳແນກປະຕິບັດໂດຍສະມາຄົມທຸລະກິດ

ພາກທີ III ການຈຳກັດການແຂ່ງຂັນທາງທຸລະກິດ

ມາດຕາ 18  ການຈຳກັດການແຂ່ງຂັນທາງທຸລະກິດ
ມາດຕາ 19  ຮູບການ ການຈຳກັດການແຂ່ງຂັນທາງທຸລະກິດ

ໝວດທີ ການຕົກລົງກັນເພື່ອຈຳກັດການແຂ່ງຂັນທາງທຸລະກິດ

ມາດຕາ 20  ການຕົກລົງກັນເພື່ອຈຳກັດການແຂ່ງຂັນທາງທຸລະກິດ
ມາດຕາ 21  ພຶດຕິກຳທີ່ເປັນການຕົກລົງກັນ ເພື່ອຈຳກັດການແຂ່ງຂັນທາງທຸລະກິດ
ມາດຕາ 22  ການກຳນົດລາຄາສິນຄ້າ ແລະ ຄ່າບໍລິການ
ມາດຕາ 23  ການກຳນົດສ່ວນແບ່ງຕະຫຼາດ ແລະ ຕະຫຼາດ
ມາດຕາ 24  ການກຳນົດປະລິມານການຜະລິດ
ມາດຕາ 25  ການຈຳກັດການພັດທະນາເຕັກໂນໂລຊີຄຸນນະພາບສິນຄ້າ ແລະ ການບໍລິການ
ມາດຕາ 26  ການກຳນົດເງື່ອນໄຂການຊື້-ຂາຍ ສິນຄ້າ ແລະ ການບໍລິການ
ມາດຕາ 27  ການຂັດຂວາງຜູ່ດຳເນີນທຸລະກິດອື່ນເຂົ້າເຖິງຕະຫຼາດ
ມາດຕາ 28  ການເຮັດໃຫ້ຜູ່ດຳເນີນທຸລະກິດອື່ນອອກຈາກຕະຫຼາດ
ມາດຕາ 29  ການຕົກລົງກັນເພື່ອຊະນະການປະມູນ

ໝວດທີ 2  ການສວຍໃຊ້ ການຄອບຄອງຕະຫຼາດ ແລະ ການຜູກຂາດຕະຫຼາດ

ມາດຕາ 30  ການຄອບຄອງຕະຫຼາດ ແລະ ການຜູກຂາດຕະຫຼາດ
ມາດຕາ 31  ພຶດຕິກຳ ທີ່ເປັນການສວຍໃຊ້ ການຄອບຄອງຕະຫຼາດ ແລະ ຜູກຂາດຕະຫຼາດ   
ມາດຕາ 32  ການກຳນົດລາຄາ ຊື້-ຂາຍ ສິນຄ້າ ແລະ ຄ່າບໍລິການໂດຍບໍ່ເປັນທຳ
ມາດຕາ 33  ການຂາຍສິນຄ້າການບໍລິການ ໃນລາຄາຕໍ່າກວ່າຕົ້ນທຶນ ແລະ ການຂາຍສິນຄ້າທີ່ບໍ່ໄດ້ຄຸນນະພາບ
ມາດຕາ 34  ການປະຕິເສດການຂາຍສິນຄ້າ ແລະ ການບໍລິການໃຫ້ລູກຄ້າ
ມາດຕາ 35  ການກຳນົດ ເງື່ອນໄຂການຊື້-ຂາຍສິນຄ້າ ແລະ ການບໍລິການແບບຜູກມັດ
ມາດຕາ 36  ການກຳນົດລາຄາ ຫຼື ເງື່ອນໄຂ ການຊື້-ຂາຍ ສິນຄ້າ ແລະ ການບໍລິການ ປະເພດດຽວກັນ ທີ່ແຕກຕ່າງກັນ

ໝວດທີ 3  ການລວມຕົວເພື່ອຈຳກັດການແຂ່ງຂັນທາງທຸລະກິດ

ມາດຕາ 37  ການລວມຕົວທາງທຸລະກິດ
ມາດຕາ 38  ການລວມຕົວເພື່ອຈຳກັດການແຂ່ງຂັນທາງທຸລະກິດ
ມາດຕາ 39  ການສະເໜີການລວມຕົວທາງທຸລະກິດ
ມາດຕາ 40  ເອກະສານປະກອບການຮ້ອງຂໍອະນຸຍາດລວມຕົວທາງທຸລະກິດ
ມາດຕາ 41  ການກວດກາເອກະສານຂໍລວມຕົວທາງທຸລະກິດ
ມາດຕາ 42  ການພິຈາລະນາການຂໍລວມຕົວທາງທຸລະກິດ
ມາດຕາ 43  ການສະໜອງຂໍ້ມູນເພີ່ມເຕີມ ກ່ຽວກັບການລວມຕົວທາງທຸລະກິດ
ມາດຕາ 44  ການຖອນຄຳຮ້ອງຂໍອະນຸຍາດລວມຕົວທາງທຸລະກິດ

ໝວດທີ ການຍົກເວັ້ນ ກ່ຽວກັບການຈຳກັດການແຂ່ງຂັນທາງທຸລະກິດ

ມາດຕາ 45  ການຍົກເວັ້ນ ສຳລັບການຕົກລົງກັນ  ເພື່ອຈຳກັດການແຂ່ງຂັນທາງທຸລະກິດ
ມາດຕາ 46  ການຍົກເວັ້ນ ສຳລັບການສວຍໃຊ້ ການຄອບຄອງຕະຫຼາດ ແລະ ການຜູກຂາດຕະຫຼາດ
ມາດຕາ 47  ການຍົກເວັ້ນ ສຳລັບການລວມຕົວເພື່ອຈຳກັດການແຂ່ງຂັນທາງທຸລະກິດ

ພາກທີ IV    ຄະນະກຳມະການຄວບຄຸມການແຂ່ງຂັນທາງທຸລະກິດ

ມາດຕາ 48  ຄະນະກຳມະການຄວບຄຸມການແຂ່ງຂັນທາງທຸລະກິດ
ມາດຕາ 49  ໂຄງປະກອບບຸກຄະລາກອນ ຂອງ ຄຂທ
ມາດຕາ 50  ສິດ ແລະ ໜ້າທີ່ ຂອງ ຄຂທ
ມາດຕາ 51  ກອງເລຂາ ຄຂທ
ມາດຕາ 52  ເຈົ້າໜ້າທີ່ກວດກາການແຂ່ງຂັນທາງທຸລະກິດ
ມາດຕາ 53  ສິດ ແລະ ໜ້າທີ່ ຂອງເຈົ້າໜ້າທີ່ກວດກາການແຂ່ງຂັນທາງທຸລະກິດ
ມາດຕາ 54  ເຄື່ອງແບບກາໝາຍບັດເຈົ້າໜ້າທີ່ກວດກາການແຂ່ງຂັນທາງທຸລະກິດ ແລະ ງົບປະມານຂອງ ຄຂທ

 ພາກທີ V   ຂໍ້ຫ້າມ

ມາດຕາ 55  ຂໍ້ຫ້າມທົ່ວໄປ
ມາດຕາ 56  ຂໍ້ຫ້າມສຳລັບຜູ່ດຳເນີນທຸລະກິດ
ມາດຕາ 57  ຂໍ້ຫ້າມສຳລັບ ຄຂທ
ມາດຕາ 58  ຂໍ້ຫ້າມສຳລັບເຈົ້າໜ້າທີ່ກວດກາ ການແຂ່ງຂັນທາງທຸລະກິດ ແລະ ພະນັກງານລັດທີ່ກ່ຽວຂ້ອງ

ພາກທີ VI    ການແກ້ໄຂ ການລະເມີດການແຂ່ງຂັນທາງທຸລະກິດ

ໝວດທີ 1   ການກວດກາ ການລະເມີດການແຂ່ງຂັນທາງທຸລະກິດ

ມາດຕາ 59  ການກວດກາ ການລະເມີດການແຂ່ງຂັນທາງທຸລະກິດ
ມາດຕາ 60  ສາເຫດ ທີ່ພາໃຫ້ມີການກວດກາ
ມາດຕາ 61  ການແຈ້ງຄວາມ ຫຼື ການຮ້ອງຟ້ອງ
າດຕາ 62  ການຮັບສາລະພາບຂອງຜູ່ລະເມີດ
ມາດຕາ 63  ການພົບເຫັນຮ່ອງຮອຍຂອງການລະເມີດ ກ່ຽວກັບການແຂ່ງຂັນທາງທຸລະກິດ
ມາດຕາ 64  ຂັ້ນຕອນການກວດກາ
ມາດຕາ 65  ການເກັບກຳຂໍ້ມູນເບື້ອງຕົ້ນ
ມາດຕາ 66  ການອອກຄຳສັ່ງກວດກາ
ມາດຕາ 67  ການເອົາຄຳໃຫ້ການ
ມາດຕາ 68  ການກວດຄົ້ນການຍຶດ ຫຼື ອາຍັດ ວັດຖຸສິ່ງຂອງ ຫຼື ເອກະສານ
ມາດຕາ 69  ການນຳໃຊ້ມາດຕະການສະກັດກັ້ນ
ມາດຕາ 70  ການສະຫຼຸບ ແລະ ລາຍງານຜົນການກວດກາ
ມາດຕາ 71  ກຳນົດເວລາໃນການກວດກາ

ໝວດທີ 2   ການແກ້ໄຂການລະເມີດການແຂ່ງຂັນທາງທຸລະກິດ

ມາດຕາ 72  ການແກ້ໄຂການລະເມີດການແຂ່ງຂັນທາງທຸລະກິດ
ມາດຕາ 73  ການອອກຄຳສັ່ງນຳໃຊ້ມາດຕະການທາງບໍລິຫານ
ມາດຕາ 74  ການອອກຄຳສັ່ງໃຫ້ກວດກາເພີ່ມເຕີມ
ມາດຕາ 75  ການປະກອບສຳນວນຄະດີ
ມາດຕາ 76  ການອອກຂໍ້ຕົກລົງໃຫ້ຢຸດຕິການແກ້ໄຂ
ມາດຕາ 77  ການຮ້ອງຟ້ອງເອົາຄ່າເສັຍຫາຍທາງແພ່ງ

ພາກທີ VII ການຄຸ້ມຄອງ ແລະ ການກວດກາວຽກງານແຂ່ງຂັນທາງທຸລະກິດ

ໝວດທີ 1  ການຄຸ້ມຄອງວຽກງານແຂ່ງຂັນທາງທຸລະກິດ

ມາດຕາ 78  ອົງການຄຸ້ມຄອງວຽກງານແຂ່ງຂັນທາງທຸລະກິດ
ມາດຕາ 79  ສິດ ແລະ ໜ້າທີ່ ຂອງກະຊວງອຸດສາຫະກຳ ແລະ ການຄ້າ
ມາດຕາ 80  ສິດ ແລະ ໜ້າທີ່ ຂອງພະແນກອຸດສາຫະກຳ ແລະ ການຄ້າ ແຂວງນະຄອນ
ມາດຕາ 81  ສິດ ແລະ ໜ້າທີ່ ຂອງຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງເທດສະບານ
ມາດຕາ 82  ສິດ ແລະ ໜ້າທີ່ ຂອງຂະແໜງການອື່ນ ແລະ ອົງການປົກຄອງທ້ອງຖິ່ນ

ໝວດທີ 2   ການກວດກາວຽກງານແຂ່ງຂັນທາງທຸລະກິດ

ມາດຕາ 83   ອົງການກວດກາວຽກງານແຂ່ງຂັນທາງທຸລະກິດ
ມາດຕາ 84  ເນື້ອໃນການກວດກາວຽກງານແຂ່ງຂັນທາງທຸລະກິດ
ມາດຕາ 85  ຮູບການການກວດກາວຽກງານແຂ່ງຂັນທາງທຸລະກິດ

ພາກທີ VIII  ນະໂຍບາຍຕໍ່ຜູ່ມີຜົນງານ ແລະ ມາດຕະການຕໍ່ຜູ່ລະເມີດ

ມາດຕາ 86  ນະໂຍບາຍຕໍ່ຜູ່ມີຜົນງານ
ມາດຕາ 87  ມາດຕະການຕໍ່ຜູ່ລະເມີດ
ມາດຕາ 88  ມາດຕະການສຶກສາອົບຮົມ
ມາດຕາ 89  ມາດຕະການທາງວິໄນ
ມາດຕາ 90  ມາດຕະການປັບໃໝ
ມາດຕາ 91  ມາດຕະການທາງແພ່ງ
ມາດຕາ 92  ມາດຕະການທາງອາຍາ
ມາດຕາ 93  ມາດຕະການໂທດເພີ່ມ

ພາກທີ IX ບົດບັນຍັດສຸດທ້າຍ

ມາດຕາ 94  ການຈັດຕັ້ງປະຕິບັດ
ມາດຕາ 95 ຜົນສັກສິດ

 


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

 

ສະພາແຫ່ງຊາດ                                                                                      ເລກທີ  60  /ສພຊ

ນະຄອນຫຼວງວຽງຈັນ, ວັນທີ  14  ກໍລະກົດ  2015

ກົດໝາຍ
ວ່າດ້ວຍ ການແຂ່ງຂັນທາງທຸລະກິດ

ພາກທີ I
ບົດບັນຍັດທົ່ວໄປ

ມາດຕາ 1  ຈຸດປະສົງ

 ກົດໝາຍສະບັບນີ້ ກຳນົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ, ການຕິດຕາມກວດກາ ການເຄື່ອນໄຫວວຽກງານແຂ່ງຂັນທາງທຸລະກິດ ເພື່ອໃຫ້ວຽກງານດັ່ງກ່າວຖືກຕ້ອງ, ເປັນທຳ, ໂປ່ງໃສ ມີຄວາມຄ່ອງຕົວ ແລະ ມີຄວາມສະເໝີພາບຕໍ່ໜ້າກົດໝາຍ ແນໃສ່ ຕ້ານ ແລະ ສະກັດກັ້ນການແຂ່ງຂັນທີ່ບໍ່ເປັນທຳ ແລະ ການຈຳກັດການແຂ່ງຂັນທາງທຸລະກິດ, ປົກປ້ອງສິດ ແລະ ຜົນປະ ໂຫຍດຂອງ ລັດ, ຜູ່ດຳເນີນທຸລະກິດ ແລະ ຜູ່ຊົມໃຊ້, ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ ໃຫ້ຂະຫຍາຍຕົວ ແລະ ໝັ້ນຄົງ.

ມາດຕາ 2  ການແຂ່ງຂັນທາງທຸລະກິດ

 ການແຂ່ງຂັນທາງທຸລະກິດ ແມ່ນ ການດຳເນີນທຸລະກິດປະເພດດຽວກັນ ລະຫວ່າງ ຜູ່ດຳເນີນ ທຸລະກິດດ້ວຍກັນ ເພື່ອແຂ່ງຂັນທາງດ້ານຄຸນນະພາບ, ປະລິມານ, ລາຄາ ແລະ ປັດໄຈອື່ນ ເພື່ອບັນລຸ ເປົ້າໝາຍ ແລະ ຜົນປະໂຫຍດທາງທຸລະກິດ.

ມາດຕາ 3  ການອະທິບາຍຄຳສັບ

 ຄຳສັບ ທີ່ນຳໃຊ້ໃນກົດໝາຍສະບັບນີ້ ມີ ຄວາມໝາຍ ດັ່ງນີ້:

1.       ການດຳເນີນທຸລະກິດ ໝາຍເຖິງ ການດຳເນີນກິດຈະການ ກ່ຽວກັບການຜະລິດ, ການຄ້າ ແລະ ການບໍລິການປະເພດຕ່າງໆ;
2.       ຕະຫຼາດ ໝາຍເຖິງ ຂອບເຂດການເຄື່ອນໄຫວທຸລະກິດທີ່ຜູ່ຊື້, ຜູ່ຂາຍ ແລະ ຜູ່ໃຫ້ການ ບໍລິການຕິດຕໍ່ພົວພັນ,  ຕົກລົງ ຊື້-ຂາຍ ສິນຄ້າ ແລະ ການບໍລິການນຳກັນ ໂດຍທາງກົງ ຫຼື ທາງອ້ອມ;
3.       ສ່ວນແບ່ງຕະຫຼາດ ໝາຍເຖິງ ອັດຕາສ່ວນຂອງມູນຄ່າ ການຊື້-ຂາຍ ສິນຄ້າ ແລະ ການບໍ ລິການຂອງວິສາຫະກິດໃດໜຶ່ງ ໃນຕະຫຼາດທີ່ກ່ຽວຂ້ອງ;
4.       ຕະຫຼາດທີ່ກ່ຽວຂ້ອງ ໝາຍເຖິງ ຕະຫຼາດສິນຄ້າ, ການບໍລິການ ແລະ ຕະຫຼາດ ທີ່ຕັ້ງພູມ ສາດ:
- ຕະຫຼາດສິນຄ້າ ແລະ ການບໍລິການ ແມ່ນ ຂອບເຂດການຊື້-ຂາຍ ສິນຄ້າ ແລະ ການບໍລິ ການທີ່ທົດແທນກັນໄດ້ ທາງຄຸນລັກສະນະ, ຈຸດປະສົງການນຳໃຊ້ ແລະ ລາຄາ;
- ຕະຫຼາດທີ່ຕັ້ງພູມສາດ ແມ່ນ ຂອບເຂດພູມສາດສະເພາະໃດໜຶ່ງ ທີ່ສາມາດແລກປ່ຽນສິນ ຄ້າ ແລະ ການບໍລິການ ຫຼື ທົດແທນກັນໄດ້;
5.       ຄວາມລັບທາງທຸລະກິດ ໝາຍເຖິງ ຂໍ້ມູນກ່ຽວກັບກຳມະວິທີ, ວິທີການຜະລິດ, ການດຳ ເນີນທຸລະກິດ ຫຼື ການບໍລິການ ຊຶ່ງບໍ່ສາມາດເປີດເຜີຍໄດ້;
6.       ການຄວບວິສາຫະກິດ ໝາຍເຖິງ ການຕົກລົງຂອງສອງ ຫຼື ຫຼາຍວິສາຫະກິດ ໂດຍໂອນເອົາຊັບສິນ, ສິດ, ພັນທະ ແລະ ຜົນປະໂຫຍດທີ່ຖືກຕ້ອງຕາມກົດໝາຍທັງໝົດຄວບເຂົ້າກັນ       ເພື່ອກາຍເປັນວິສາຫະກິດເດີມໃດໜຶ່ງ ຫຼື ເປັນວິສາຫະກິດໃໝ່;    
7.       ການຊື້ກິດຈະການ ໝາຍເຖິງ ການຕົກລົງຂອງວິສາຫະກິດໃດໜຶ່ງ ເພື່ອຊື້ເອົາຊັບສິນບາງສ່ວນ ຫຼື ທັງໝົດຂອງວິສາຫະກິດອື່ນ ມາເປັນກຳມະສິດ ແລະ ຢູ່ພາຍໃຕ້ການບໍລິຫານຈັດການຂອງຕົນ;
8.       ການລົງທຶນຮ່ວມ ໝາຍເຖິງ ການລົງທຶນແບບຮຸ້ນສ່ວນ ລະຫວ່າງ ສອງ ຫຼື  ຫຼາຍວິສາ ຫະກິດ ທີ່ຮ່ວມກັນປະກອບຊັບສິນ, ສິດ, ພັນທະ ແລະ ຜົນປະໂຫຍດສ່ວນໃດໜຶ່ງທີ່ຖືກຕ້ອງ ຕາມກົດ ໝາຍ ເພື່ອສ້າງຕັ້ງວິສາຫະກິດໃໝ່;
9.       ສະມາຄົມທາງທຸລະກິດ ໝາຍເຖິງ ການຈັດຕັ້ງ ທາງເສດຖະກິດ ທີ່ສ້າງຕັ້ງຂຶ້ນດ້ວຍ ຄວາມສະໝັກໃຈ, ເຄື່ອນໄຫວເປັນປະຈຳ, ບໍ່ຫວັງຜົນກຳໄລ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ ຂອງສະມາຄົມ ແລະ ສະມາຊິກຂອງສະມາຄົມ;
10.     ຄຸນນະພາບຂອງສິນຄ້າ ໝາຍເຖິງ ລະດັບທີ່ກຳນົດຄຸນລັກສະນະຂອງສິນຄ້າ, ຮູບຮ່າງ ແລະ ຄວາມເໝາະສົມໃນການຊົມໃຊ້ສິນຄ້າດັ່ງກ່າວ.

ມາດຕາ 4  ນະໂຍບາຍຂອງລັດ ກ່ຽວກັບວຽກງານແຂ່ງຂັນທາງທຸລະກິດ

 ລັດ ຮັບຮູ້ ແລະ ປົກປ້ອງສິດໃນການແຂ່ງຂັນທາງທຸລະກິດ ຂອງທຸກພາກສ່ວນເສດຖະກິດ ໃຫ້ດຳ ເນີນທຸລະກິດ ພາຍໃຕ້ເງື່ອນໄຂການແຂ່ງຂັນທີ່ມີຄວາມສະເໝີພາບ, ເປັນທຳ ຕາມກົດໝາຍ ແລະ ລະບຽບ ການ. 

 ລັດ ອຳນວຍຄວາມສະດວກ ໃຫ້ແກ່ການແຂ່ງຂັນທາງທຸລະກິດ ຢ່າງເປັນເອກະລາດ ພາຍໃຕ້ກົດໝາຍ ໂດຍບໍ່ໃຫ້ພາກສ່ວນໃດໜຶ່ງຂອງລັດ ສ້າງອຸປະສັກ ຫຼື ຂັດຂວາງ ການແຂ່ງຂັນທາງທຸລະກິດ.

 ລັດ ສົ່ງເສີມການແຂ່ງຂັນທາງທຸລະກິດ ແລະ ຊຸກຍູ້ ທຸກພາກສ່ວນໃນສັງຄົມປະກອບສ່ວນ ເຂົ້າໃນ ການສ້າງ ແລະ ປູກຈິດສຳນຶກ ກ່ຽວກັບວັດທະນະທຳການແຂ່ງຂັນທາງທຸລະກິດທີ່ເປັນທຳ ເພື່ອຕ້ານ ແລະ ສະກັດກັ້ນການແຂ່ງຂັນທາງທຸລະກິດທີ່ບໍ່ເປັນທຳ ແລະ ການຈຳກັດການແຂ່ງຂັນທາງທຸລະກິດ.

 ລັດ ສ້າງເງື່ອນໄຂ ແລະ ສ້າງຄວາມອາດສາມາດ ໃຫ້ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນການ ເຂົ້າຮ່ວມການແຂ່ງຂັນທາງທຸລະກິດ ຢ່າງເປັນທຳ.

ມາດຕາ 5  ຫຼັກການກ່ຽວກັບວຽກງານແຂ່ງຂັນທາງທຸລະກິດ

                    ວຽກງານແຂ່ງຂັນທາງທຸລະກິດ ໃຫ້ປະຕິບັດຕາມຫຼັກການຕົ້ນຕໍ ດັ່ງນີ້:

1.       ຮັບປະກັນຄວາມສອດຄ່ອງກັບນະໂຍບາຍ, ກົດໝາຍ ແລະ ລະບຽບການ;
2.       ຮັບປະກັນສິດ ແລະ ຜົນປະໂຫຍດ ຂອງລັດ,  ຜູ່ດຳເນີນທຸລະກິດ ແລະ ຜູ່ຊົມໃຊ້;
3.       ຮັບປະກັນຄວາມສະເໝີພາບ, ຄວາມໂປ່ງໃສ ແລະ ຄວາມຍຸຕິທຳໃນການແຂ່ງຂັນທາງທຸລະກິດ;    
4.       ຮັບປະກັນການຜະລິດ, ການຈຳໜ່າຍສິນຄ້າ ແລະ ການບໍລິການທີ່ດີ, ມີຄຸນນະພາບ, ໄດ້ມາດຕະ ຖານ ແລະ ລາຄາທີ່ເປັນທຳ;
5.       ເຄົາລົບ ແລະ ປະຕິບັດຕາມ ສັນຍາສາກົນ ແລະ ສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ.

ມາດຕາ 6  ຂອບເຂດການນຳໃຊ້ກົດໝາຍ 

 ກົດໝາຍສະບັບນີ້ ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ດຳເນີນທຸລະກິດ ຢູ່ ສປປ ລາວ.

ມາດຕາ 7  ການຮ່ວມມືສາກົນ

 ລັດ ເປີດກວ້າງ ແລະ ສົ່ງເສີມການພົວພັນຮ່ວມມືກັບຕ່າງປະເທດ, ພາກພື້ນ ແລະ ສາກົນ ກ່ຽວກັບ ວຽກງານແຂ່ງຂັນທາງທຸລະກິດ ດ້ວຍການແລກປ່ຽນ ບົດຮຽນ, ຂໍ້ມູນຂ່າວສານ, ເຕັກນິກວິທະຍາສາດ, ເຕັກໂນໂລຊີ, ການຝຶກອົບຮົມ ແລະ ການຍົກລະດັບຄວາມຮູ້ຄວາມສາມາດທາງວິຊາການ ເພື່ອເຮັດໃຫ້ ວຽກງານດັ່ງກ່າວ ມີປະສິດທິຜົນ ແລະ ປະຕິບັດຕາມສັນຍາສາກົນ ແລະ ສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ.

ພາກທີ II

ການແຂ່ງຂັນທາງທຸລະກິດທີ່ບໍ່ເປັນທຳ

ມາດຕາ 8  ການແຂ່ງຂັນທາງທຸລະກິດທີ່ບໍ່ເປັນທຳ

 ການແຂ່ງຂັນທາງທຸລະກິດທີ່ບໍ່ເປັນທຳ ແມ່ນ ການດຳເນີນທຸລະກິດ ຂອງໜຶ່ງ ຫຼື ສອງ ຫຼື ກຸ່ມວິສາຫະກິດ ດ້ວຍພຶດຕິກຳໃດໜຶ່ງ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 9 ຂອງກົດໝາຍສະບັບນີ້.

ມາດຕາ 9  ພຶດຕິກຳທີ່ເປັນການແຂ່ງຂັນທາງທຸລະກິດທີ່ບໍ່ເປັນທຳ     

 ພຶດຕິກຳທີ່ເປັນການແຂ່ງຂັນທາງທຸລະກິດທີ່ບໍ່ເປັນທຳ ມີ ດັ່ງນີ້:

1.       ການເຮັດໃຫ້ເຂົ້າໃຈຜິດ;
2.       ການລະເມີດຄວາມລັບທາງທຸລະກິດ;
3.       ການບັງຄັບໃນການດຳເນີນທຸລະກິດ;
4.       ການເຮັດໃຫ້ຜູ່ດຳເນີນທຸລະກິດອື່ນເສື່ອມເສັຍຊື່ສຽງ;
5.       ການສ້າງອຸປະສັກຂັດຂວາງຕໍ່ການດຳເນີນທຸລະກິດ;
6.       ການໂຄສະນາທີ່ບໍ່ຖືກຕ້ອງຕາມຄວາມເປັນຈິງ;
7.       ການສົ່ງເສີມການຂາຍ ດ້ວຍວິທີທີ່ບໍ່ເປັນທຳ;
8.       ການຈຳແນກປະຕິບັດໂດຍສະມາຄົມທຸລະກິດ;
9.       ພຶດຕິກຳອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.

ມາດຕາ 10  ການເຮັດໃຫ້ເຂົ້າໃຈຜິດ

 ການເຮັດໃຫ້ເຂົ້າໃຈຜິດ ແມ່ນ ການເຮັດໃຫ້ຜູ່ຊົມໃຊ້ ສັບສົນ ແລະ ເຂົ້າໃຈຜິດ ກ່ຽວກັບເຄື່ອງ ໝາຍ, ຍີ່ຫໍ້, ແຫຼ່ງກຳເນີດ, ການຫຸ້ມຫໍ່, ສະຫຼາກ ແລະ ອື່ນໆ ຂອງສິນຄ້າ ຫຼື ການບໍລິການ ວ່າຖືກຕ້ອງ, ໄດ້ມາດຕະຖານ ຫຼື ໄດ້ຈົດທະບຽນແລ້ວ.

ມາດຕາ 11  ການລະເມີດຄວາມລັບທາງທຸລະກິດ

              ການລະເມີດຄວາມລັບທາງທຸລະກິດ ແມ່ນ ການນຳໃຊ້ພຶດຕິກຳໃດໜຶ່ງທີ່ກຳນົດໃນມາດຕານີ້ ເພື່ອເອົາປຽບຜູ່ດຳເນີນທຸລະກິດອື່ນ.

              ພຶດຕິກຳ ການລະເມີດຄວາມລັບທາງທຸລະກິດ ມີ ດັ່ງນີ້:

1.       ການເຂົ້າເຖິງ ແລະ ເອົາຄວາມລັບທາງທຸລະກິດ ໂດຍບໍ່ໄດ້ຮັບອະນຸຍາດ;
2.       ການເປີດເຜີຍ ແລະ ການໃຊ້ຂໍ້ມູນທາງທຸລະກິດ ໂດຍບໍ່ໄດ້ຮັບອະນຸຍາດ;
3.       ການລະເມີດສັນຍາ ກ່ຽວກັບການຮັກສາຄວາມລັບທາງທຸລະກິດ;
4.       ການສວຍໃຊ້ຄວາມເຊື່ອຖື ຂອງຜູ່ມີໜ້າທີ່ຮັກສາຄວາມລັບ ເພື່ອເຂົ້າເຖິງ ແລະ ເອົາຄວາມລັບ ທາງທຸລະກິດ.

ມາດຕາ 12  ການບັງຄັບໃນການດຳເນີນທຸລະກິດ

ການບັງຄັບໃນການດຳເນີນທຸລະກິດ ແມ່ນ ການໃຊ້້ ເລ່ຫຼ່ຽມ, ຄຳສັ່ງ ຫຼື ນາບຂູ່ ໂດຍທາງກົງ ຫຼື ທາງອ້ອມ ເພື່ອໃຫ້ວິສາຫະກິດອື່ນ ກະທຳ ຫຼື ບໍ່ກະທຳ ສິ່ງໃດສິ່ງໜຶ່ງທີ່ຕົນຕ້ອງການ ຊຶ່ງເປັນການຂັດກັບຈຸດ ປະສົງຂອງວິສາຫະກິດທີ່ຖືກບັງຄັບນັ້ນ.

ມາດຕາ 13  ການເຮັດໃຫ້ຜູ່ດຳເນີນທຸລະກິດອື່ນເສື່ອມເສັຍຊື່ສຽງ    

  ການເຮັດໃຫ້ຜູ່ດຳເນີນທຸລະກິດອື່ນເສື່ອມເສັຍຊື່ສຽງ ແມ່ນ ການໃສ່ຮ້າຍປ້າຍສີຜູ່ດຳເນີນທຸລະກິດ ອື່ນດ້ວຍການເຜີຍແຜ່ ຫຼື ໃຫ້ຂໍ້ມູນທີ່ບໍ່ຖືກຕ້ອງຕາມຄວາມເປັນຈິງ ໂດຍທາງກົງ ຫຼື ທາງອ້ອມ ທີ່ສົ່ງຜົນກະທົບບໍ່ດີຕໍ່ການດຳເນີນທຸລະກິດ.

ມາດຕາ 14  ການສ້າງອຸປະສັກຂັດຂວາງຕໍ່ການດຳເນີນທຸລະກິດ      

 ການສ້າງອຸປະສັກຂັດຂວາງຕໍ່ການດຳເນີນທຸລະກິດ ແມ່ນ ການສ້າງຄວາມຫຍຸ້ງຍາກ ເປັນຕົ້ນ ການ ເຂົ້າເຖິງແຫຼ່ງທຶນ, ແຫຼ່ງວັດຖຸດິບ, ຂໍ້ມູນຂ່າວສານເຕັກໂນໂລຊີ ໂດຍທາງກົງ ຫຼື ທາງອ້ອມ ໃຫ້ແກ່ການດຳ ເນີນທຸລະກິດ ຂອງຜູ່ດຳເນີນທຸລະກິດອື່ນ.

ມາດຕາ 15  ການໂຄສະນາທີ່ບໍ່ຖືກຕ້ອງຕາມຄວາມເປັນຈິງ

  ການໂຄສະນາທີ່ບໍ່ຖືກຕ້ອງຕາມຄວາມເປັນຈິງ ແມ່ນ ການເຜີຍແຜ່ຂໍ້ມູນ ກ່ຽວກັບການຜະລິດ,  ຄຸນລັກສະນະ, ຄຸນນະພາບ ຂອງສິນຄ້າ ແລະ ການບໍລິການ ທີ່ບໍ່ຖືກຕ້ອງ, ບິດເບືອນ ຫຼື ເກີນຄວາມເປັນຈິງ ທີ່ແຕະຕ້ອງຜົນປະໂຫຍດຂອງຜູ່ດຳເນີນທຸລະກິດອື່ນ ແລະ ຜູ່ຊົມໃຊ້.

ມາດຕາ 16  ການສົ່ງເສີມການຂາຍດ້ວຍວິທີທີ່ບໍ່ເປັນທຳ    

            ການສົ່ງເສີມການຂາຍ ດ້ວຍວິທີທີ່ບໍ່ເປັນທຳ ແມ່ນ ການໂຄສະນາ ຫຼື ໃຊ້ພຶດຕິກຳໃດໜຶ່ງທີ່ ຫຼອກລວງ ເພື່ອໃຫ້ຜູ່ຊົມໃຊ້ຫັນມາຊື້ສິນຄ້າ ຫຼື ໃຊ້ການບໍລິການຂອງຕົນຫຼາຍຂຶ້ນ ດ້ວຍວິທີການຕ່າງໆ ເປັນຕົ້ນ ປະກາດໃຫ້ລາງວັນ ແຕ່ບໍ່ໃຫ້, ໃຫ້ທົດລອງໃຊ້ສິນຄ້າ ຫຼື ບໍລິການໂດຍບໍ່ຄິດຄ່າ ແຕ່ໃຫ້ຊື້ ເອົາເລີຍ.

ມາດຕາ 17  ການຈຳແນກປະຕິບັດໂດຍສະມາຄົມທຸລະກິດ

           ການຈຳແນກປະຕິບັດໂດຍສະມາຄົມທຸລະກິດ ແມ່ນ ການປະຕິເສດການຮັບເຂົ້າເປັນສະມາຊິກ ຫຼື ໃຫ້ຜູ່ດຳເນີນທຸລະກິດໃດໜຶ່ງ ຖອນຕົວອອກຈາກສະມາຄົມທຸລະກິດທີ່ບໍ່ເປັນທຳ ເພື່ອຜົນປະໂຫຍດ ໃນການແຂ່ງຂັນທາງທຸລະກິດ ລວມທັງການກະທຳທີ່ບໍ່ສະເໝີພາບ ຕໍ່ສະມາຊິກໃນສະມາຄົມ.

ພາກທີ III

ການຈຳກັດການແຂ່ງຂັນທາງທຸລະກິດ

ມາດຕາ 18  ການຈຳກັດການແຂ່ງຂັນທາງທຸລະກິດ

            ການຈຳກັດການແຂ່ງຂັນທາງທຸລະກິດ ແມ່ນ ການດຳເນີນທຸລະກິດ ຂອງໜຶ່ງ ຫຼື ສອງ ຫຼື ກຸ່ມວິສາຫະກິດ ເພື່ອຈຸດປະສົງ ຫຼຸດຜ່ອນ, ບິດເບືອນ ແລະ/ຫຼື ຂັດຂວາງການແຂ່ງຂັນທາງທຸລະກິດ ຕາມຮູບ ການໃດໜຶ່ງທີ່ໄດ້ກຳນົດໄວ້ໃນມາດຕາ 19 ຂອງກົດໝາຍສະບັບນີ້.

ມາດຕາ 19  ຮູບການ ການຈຳກັດການແຂ່ງຂັນທາງທຸລະກິດ

  ການຈຳກັດການແຂ່ງຂັນທາງທຸລະກິດ ມີ ຮູບການ ດັ່ງນີ້:

1.       ການຕົກລົງກັນ ເພື່ອຈຳກັດການແຂ່ງຂັນທາງທຸລະກິດ;|
2.       ການສວຍໃຊ້ ການຄອບຄອງຕະຫຼາດ ແລະ ການຜູກຂາດຕະຫຼາດ;
3.       ການລວມຕົວ ເພື່ອຈຳກັດການແຂ່ງຂັນທາງທຸລະກິດ.

 ການຈຳກັດການແຂ່ງຂັນທາງທຸລະກິດ ແຕ່ລະຮູບການ  ຈະມີກໍລະນີຍົກເວັ້ນຕາມທີ່ໄດ້ກຳນົດໄວ້ ໃນໝວດທີ 4 ຂອງພາກນີ້.

ໝວດທີ 1

ການຕົກລົງກັນເພື່ອຈຳກັດການແຂ່ງຂັນທາງທຸລະກິດ

ມາດຕາ 20  ການຕົກລົງກັນເພື່ອຈຳກັດການແຂ່ງຂັນທາງທຸລະກິດ

            ການຕົກລົງກັນເພື່ອຈຳກັດການແຂ່ງຂັນທາງທຸລະກິດ ແມ່ນ ການໃຫ້ຄຳໝັ້ນສັນຍາຮ່ວມກັນ ຂອງຜູ່ດຳເນີນທຸລະກິດ ເພື່ອຈຸດປະສົງ ຫຼຸດຜ່ອນ, ບິດເບືອນ ແລະ/ຫຼື ຂັດຂວາງການແຂ່ງຂັນທາງທຸລະກິດ.

ມາດຕາ 21  ພຶດຕິກຳທີ່ເປັນການຕົກລົງກັນ ເພື່ອຈຳກັດການແຂ່ງຂັນທາງທຸລະກິດ

  ພຶດຕິກຳທີ່ເປັນການຕົກລົງກັນ ເພື່ອຈຳກັດການແຂ່ງຂັນທາງທຸລະກິດ ມີ ດັ່ງນີ້:

1.       ການກຳນົດລາຄາສິນຄ້າ ແລະ ຄ່າບໍລິການ;
2.       ການກຳນົດສ່ວນແບ່ງຕະຫຼາດ ແລະ ຕະຫຼາດ
3.       ການກຳນົດປະລິມານການຜະລິດ;
4.       ການຈຳກັດການພັດທະນາເຕັກໂນໂລຊີ, ຄຸນນະພາບສິນຄ້າ ແລະ ການບໍລິການ;
5.       ການກຳນົດເງື່ອນໄຂການຊື້-ຂາຍສິນຄ້າ ແລະ ການບໍລິການ;
6.       ການຂັດຂວາງຜູ່ດຳເນີນທຸລະກິດອື່ນ ເຂົ້າເຖິງຕະຫຼາດ;
7.       ການເຮັດໃຫ້ຜູ່ດຳເນີນທຸລະກິດອື່ນ ອອກຈາກຕະຫຼາດ;
8.       ການຕົກລົງກັນ ເພື່ອຊະນະການປະມູນ;
9.       ພຶດຕິກຳອື່ນຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.

ມາດຕາ 22  ການກຳນົດລາຄາສິນຄ້າ ແລະ ຄ່າບໍລິການ

  ການກຳນົດລາຄາສິນຄ້າ ແລະ ຄ່າບໍລິການ ແມ່ນ ການຕົກລົງລະຫວ່າງຜູ່ດຳເນີນທຸລະກິດ ດ້ວຍກັນ ເພື່ອກຳນົດລາຄາສິນຄ້າ ແລະ ຄ່າບໍລິການ ໃຫ້ເປັນລາຄາສູງ ຫຼື ຕ່ຳ ແລະ ຮູບການອື່ນ ເພື່ອຜູກ ຂາດຕະຫຼາດ.

ມາດຕາ 23  ການກຳນົດສ່ວນແບ່ງຕະຫຼາດ ແລະ ຕະຫຼາດ

  ການກຳນົດສ່ວນແບ່ງຕະຫຼາດ ແລະ ຕະຫຼາດ ແມ່ນ ການຕົກລົງລະຫວ່າງຜູ່ດຳເນີນທຸລະກິດ ດ້ວຍກັນ ເພື່ອແບ່ງປັນອັດຕາສ່ວນແບ່ງຕະຫຼາດ ແລະ ຕະຫຼາດຈຳໜ່າຍ, ແຫຼ່ງສະໜອງ ສິນຄ້າ ແລະ ການບໍລິການ ໂດຍເຮັດໃຫ້ຜູ່ດຳເນີນທຸລະກິດອື່ນອອກຈາກຕະຫຼາດ ຫຼື ຈຳກັດ, ຂັດຂວາງ ບໍ່ໃຫ້ຜູ່ດຳ ເນີນທຸລະກິດອື່ນ ເຂົ້າຈຳໜ່າຍສິນຄ້າ ຫຼື ໃຫ້ການບໍລິການ ຢູ່ ຕະຫຼາດທີ່ກ່ຽວຂ້ອງ.

ມາດຕາ 24  ການກຳນົດປະລິມານການຜະລິດ

  ການກຳນົດປະລິມານການຜະລິດ ແມ່ນ ການຕົກລົງລະຫວ່າງຜູ່ດຳເນີນທຸລະກິດດ້ວຍກັນ ກ່ຽວກັບການກຳນົດປະລິມານການຜະລິດ ໃຫ້ຜະລິດໃນປະລິມານທີ່ໄດ້ຕົກລົງກັນ ເພື່ອກັກຕຸນສິນຄ້າ, ສວຍໂອກາດຂຶ້ນ ລາຄາສິນຄ້າ ຫຼື ຄອບຄອງຕະຫຼາດ ທີ່ບໍ່ຖືກຕ້ອງ.

ມາດຕາ 25  ການຈຳກັດການພັດທະນາເຕັກໂນໂລຊີ, ຄຸນນະພາບສິນຄ້າ ແລະ ການບໍລິການ

  ການຈຳກັດການພັດທະນາເຕັກໂນໂລຊີ, ຄຸນນະພາບສິນຄ້າ ແລະ ການບໍລິການ ແມ່ນ ການຕົກ ລົງລະຫວ່າງຜູ່ດຳເນີນທຸລະກິດດ້ວຍກັນ ເພື່ອບໍ່ໃຫ້ຜູ່ດຳເນີນທຸລະກິດໃດໜຶ່ງ ພັດທະນາ ເຕັກໂນໂລຊີ, ການຜະລິດ, ຄຸນນະພາບສິນຄ້າ ແລະ ການບໍລິການ ຊຶ່ງຈະເຮັດໃຫ້ເພີ່ມຕົ້ນທຶນ ການຜະລິດ ຫຼື ການສະ ໜອງການບໍລິການ.

ມາດຕາ 26  ການກຳນົດເງື່ອນໄຂການຊື້-ຂາຍ ສິນຄ້າ ແລະ ການບໍລິການ

  ການກຳນົດເງື່ອນໄຂການຊື້-ຂາຍ ສິນຄ້າ ແລະ ການບໍລິການ ແມ່ນ ການຕົກລົງລະຫວ່າງຜູ່ດຳ ເນີນທຸລະກິດດ້ວຍກັນ ເພື່ອກຳນົດເງື່ອນໄຂໃຫ້ແກ່ຜູ່ດຳເນີນທຸລະກິດອື່ນ ໃນການເຊັນສັນຍາຊື້-ຂາຍ ສິນຄ້າ ແລະ ການບໍລິການທີ່ບໍ່ເປັນທຳ ດ້ວຍຮູບການກຳນົດຄຸນນະພາບສິນຄ້າ ແລະ ການບໍລິການ, ຮູບການຊຳລະເງິນ, ກຳນົດລາຄາຊື້-ຂາຍ ທີ່ແຕກຕ່າງກັນກັບລູກຄ້າທີ່ຊື້ສິນຄ້າ ຫຼື ໃຊ້ການບໍລິການ ປະເພດດຽວກັນ, ການຊື້-ຂາຍ ໂດຍມີເງື່ອນໄຂຜູກມັດ ແລະ ການບັງຄັບໃຫ້ຄູ່ຮ່ວມສັນຍາຮັບເອົາຂໍ້ຜູກພັນອື່ນ ທີ່ບໍ່ກ່ຽວ ຂ້ອງກັບສັນຍາດັ່ງກ່າວ.

ມາດຕາ 27  ການຂັດຂວາງຜູ່ດຳເນີນທຸລະກິດອື່ນເຂົ້າເຖິງຕະຫຼາດ

  ການຂັດຂວາງຜູ່ດຳເນີນທຸລະກິດອື່ນເຂົ້າເຖິງຕະຫຼາດ ແມ່ນ ການຕົກລົງລະຫວ່າງຜູ່ດຳເນີນທຸ ລະກິດດ້ວຍກັນ ໂດຍໃຊ້ວິທີການ ທາງກົງ ຫຼື ທາງອ້ອມ ເພື່ອຈຳກັດ, ຂັດຂວາງ, ກີດກັ້ນ ຜູ່ດຳເນີນທຸລະກິດອື່ນເຂົ້າເຖິງຕະຫຼາດ ເພື່ອໃຫ້ຜູ່ດຳເນີນທຸລະກິດໃນກຸ່ມຂອງຕົນໄດ້ຄອບຄອງຕະຫຼາດ.

ມາດຕາ 28  ການເຮັດໃຫ້ຜູ່ດຳເນີນທຸລະກິດອື່ນອອກຈາກຕະຫຼາດ

  ການເຮັດໃຫ້ຜູ່ດຳເນີນທຸລະກິດອື່ນອອກຈາກຕະຫຼາດ ແມ່ນ ການຕົກລົງລະຫວ່າງຜູ່ດຳເນີນທຸລະ ກິດດ້ວຍກັນ ໂດຍໃຊ້ວິທີການ ທາງກົງ ຫຼື ທາງອ້ອມ ເພື່ອບັງຄັບຜູ່ດຳເນີນທຸລະກິດອື່ນ ໃຫ້ອອກຈາກ ຕະຫຼາດ.

ມາດຕາ 29  ການຕົກລົງກັນເພື່ອຊະນະການປະມູນ

  ການຕົກລົງກັນເພື່ອຊະນະການປະມູນ ແມ່ນ ການຕົກລົງລະຫວ່າງຜູ່ດຳເນີນທຸລະກິດດ້ວຍກັນ ຫຼື ຜູ່ດຳເນີນທຸລະກິດ ກັບເຈົ້າໜ້າທີ່ທີ່ກ່ຽວຂ້ອງ ເພື່ອໃຫ້ຊະນະການປະມູນ ຊຶ່ງນຳມາແກ່ຜົນປະໂຫຍດ ຂອງຕົນ.

ໝວດທີ 2

ການສວຍໃຊ້ ການຄອບຄອງຕະຫຼາດ ແລະ ການຜູກຂາດຕະຫຼາດ

ມາດຕາ 30  ການຄອບຄອງຕະຫຼາດ ແລະ ການຜູກຂາດຕະຫຼາດ

   ການຄອບຄອງຕະຫຼາດ ແມ່ນ ການເຄື່ອນໄຫວດຳເນີນທຸລະກິດຂອງໜຶ່ງ ຫຼື ສອງ ຫຼື ກຸ່ມວິ ສາຫະກິດໃດໜຶ່ງ ທີ່ມີອັດຕາສ່ວນແບ່ງໃນຕະຫຼາດ ເກີນອັດຕາສ່ວນ ທີ່ຄະນະກຳມະການຄວບຄຸມການແຂ່ງຂັນທາງທຸລະກິດ ໄດ້ກຳນົດໄວ້ໃນແຕ່ລະໄລຍະ;

   ການຜູກຂາດຕະຫຼາດ ແມ່ນ ການເຄື່ອນໄຫວດຳເນີນທຸລະກິດ ຂອງໜຶ່ງວິສາຫະກິດ ຫຼື  ກຸ່ມວິສາ ຫະກິດໜຶ່ງ ເປັນຜູ່ຂາຍສິນຄ້າ ຫຼື ສະໜອງການບໍລິການ ຢູ່ ຕະຫຼາດທີ່ກ່ຽວຂ້ອງໃດໜຶ່ງພຽງຜູ່ດຽວ; 

ມາດຕາ 31  ພຶດຕິກຳ ທີ່ເປັນການສວຍໃຊ້ ການຄອບຄອງຕະຫຼາດ ແລະ ຜູກຂາດຕະຫຼາດ

       ພຶດຕິກຳທີ່ເປັນການສວຍໃຊ້ການຄອບຄອງຕະຫຼາດ ແລະ ການຜູກຂາດຕະຫຼາດ ມີ ດັ່ງນີ້:

1.       ການກຳນົດລາຄາ ຊື້-ຂາຍ ສິນຄ້າ ແລະ ຄ່າບໍລິການໂດຍບໍ່ເປັນທຳ;
2.       ການຂາຍສິນຄ້າ, ການບໍລິການໃນລາຄາຕໍ່າກວ່າຕົ້ນທຶນ ແລະ ການຂາຍສິນຄ້າທີ່ບໍ່ໄດ້ຄຸນ ນະພາບ;
3.       ການປະຕິເສດການຂາຍ ສິນຄ້າ ແລະ ການບໍລິການໃຫ້ລູກຄ້າ;
4.       ການກຳນົດເງື່ອນໄຂການຊື້-ຂາຍ ສິນຄ້າ ແລະ ການບໍລິການແບບຜູກມັດ;
5.       ການກຳນົດ ລາຄາ ຫຼື ເງື່ອນໄຂ ການຊື້-ຂາຍ ສິນຄ້າ ແລະ ການບໍລິການ ປະເພດດຽວກັນ  ທີ່ແຕກຕ່າງກັນ;
6.       ພຶດຕິກຳອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.

ມາດຕາ 32  ການກຳນົດລາຄາ ຊື້-ຂາຍ ສິນຄ້າ ແລະ ຄ່າບໍລິການໂດຍບໍ່ເປັນທຳ

  ການກຳນົດລາຄາ ຊື້-ຂາຍ ສິນຄ້າ ແລະ ຄ່າບໍລິການໂດຍບໍ່ເປັນທຳ ແມ່ນ ການກຳນົດລາຄາຊື້- ຂາຍ ສິນຄ້າ ແລະ ຄ່າບໍລິການແບບບັງຄັບ ຫຼື ການກຳນົດລາຄາຂາຍຍ່ອຍ ທີ່ເອົາປຽບຜູ່ຊົມໃຊ້.

ມາດຕາ 33  ການຂາຍສິນຄ້າ, ການບໍລິການ ໃນລາຄາຕໍ່າກວ່າຕົ້ນທຶນ ແລະ ການຂາຍສິນຄ້າທີ່ບໍ່ໄດ້ຄຸນນະພາບ

  ການຂາຍສິນຄ້າ, ການບໍລິການ ໃນລາຄາຕໍ່າກວ່າຕົ້ນທຶນ ແລະ ການຂາຍສິນຄ້າທີ່ບໍ່ໄດ້ຄຸນ ນະພາບ ແມ່ນ ພຶດຕິກຳ ຂອງ ໜຶ່ງ ຫຼື ສອງ ຫຼື ກຸ່ມວິສາຫະກິດ ທີ່ກຳນົດລາຄາ ຂາຍສິນຄ້າ, ບໍລິການ ໃນລາຄາທີ່ຕ່ຳກວ່າຕົ້ນທຶນ ແລະ ຂາຍສິນຄ້າທີ່ບໍ່ໄດ້ຄຸນນະພາບ ເຮັດໃຫ້ຜູ່ອື່ນບໍ່ສາມາດແຂ່ງຂັນກັບຕົນ ໄດ້ ເພື່ອຈຸດປະສົງຄອບຄອງ ແລະ ຜູກຂາດຕະຫຼາດພຽງແຕ່ຜູ່ດຽວ.

ມາດຕາ 34  ການປະຕິເສດການຂາຍສິນຄ້າ ແລະ ການບໍລິການໃຫ້ລູກຄ້າ

  ການປະຕິເສດການຂາຍສິນຄ້າ ແລະ ການບໍລິການ ໃຫ້ລູກຄ້າ ແມ່ນ ພຶດຕິກຳ ຂອງ ໜຶ່ງ ຫຼື ສອງ ຫຼື ກຸ່ມວິສາຫະກິດ ທີ່ປະຕິເສດ ຫຼື ເລືອກປະຕິບັດຕໍ່ລູກຄ້າ, ຜູ່ຊົມໃຊ້ ແລະ ຜູ່ດຳເນີນທຸລະກິດອື່ນ  ໂດຍບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ.

ມາດຕາ 35  ການກຳນົດ ເງື່ອນໄຂການຊື້-ຂາຍສິນຄ້າ ແລະ ການບໍລິການແບບຜູກມັດ

  ການກຳນົດເງື່ອນໄຂການຊື້-ຂາຍ ສິນຄ້າ ແລະ ການບໍລິການແບບຜູກມັດ ແມ່ນ ພຶດຕິກຳ ຂອງ ໜຶ່ງ ຫຼື ສອງ ຫຼື ກຸ່ມວິສາຫະກິດ ທີ່ກຳນົດເງື່ອນໄຂໃຫ້ຜູ່ດຳເນີນທຸລະກິດອື່ນ ເຊັນສັນຍາ ຊື້-ຂາຍ ສິນຄ້າ ແລະ ການບໍລິການ ຫຼື ບັງຄັບໃຫ້ຜູ່ດຳເນີນທຸລະກິດອື່ນ ປະຕິບັດນອກເໜືອຈາກພັນທະທີ່ບໍ່ໄດ້ກຳນົດໄວ້ໃນສັນຍາ.

ມາດຕາ 36  ການກຳນົດລາຄາ ຫຼື ເງື່ອນໄຂ ການຊື້-ຂາຍ ສິນຄ້າ ແລະ ການບໍລິການ ປະເພດດຽວກັນ ທີ່ແຕກຕ່າງກັນ

  ການກຳນົດລາຄາ ຫຼື ເງື່ອນໄຂການຊື້-ຂາຍ ສິນຄ້າ ແລະ ການບໍລິການ ປະເພດດຽວກັນ ທີ່ແຕກຕ່າງກັນ ແມ່ນ ພຶດຕິກຳຂອງ ໜຶ່ງ ຫຼື ສອງ ຫຼື ກຸ່ມວິສາຫະກິດ ທີ່ກຳນົດເງື່ອນໄຂທີ່ແຕກຕ່າງໃນການ ຊື້-ຂາຍ ສິນຄ້າ ແລະ ການໃຫ້ການບໍລິການປະເພດດຽວກັນ ໃນຕະຫຼາດດຽວກັນ ແນໃສ່ສ້າງຄວາມບໍ່ເທົ່າທຽມກັນ ໃນການແຂ່ງຂັນທາງທຸລະກິດ.

ໝວດທີ 3

ການລວມຕົວເພື່ອຈຳກັດການແຂ່ງຂັນທາງທຸລະກິດ

ມາດຕາ 37  ການລວມຕົວທາງທຸລະກິດ

  ການລວມຕົວທາງທຸລະກິດ ແມ່ນ ການຕົກລົງລະຫວ່າງຜູ່ດຳເນີນທຸລະກິດ ດ້ວຍຮູບການຄວບວິ ສາຫະກິດ, ການຊື້ ຫຼື ໂອນວິສາຫະກິດ ແລະ ການລົງທຶນຮ່ວມລະຫວ່າງບັນດາວິສາຫະກິດ.

ມາດຕາ 38  ການລວມຕົວເພື່ອຈຳກັດການແຂ່ງຂັນທາງທຸລະກິດ

                  ການລວມຕົວເພື່ອຈຳກັດການແຂ່ງຂັນທາງທຸລະກິດ ແມ່ນ ການລວມຕົວທາງທຸລະກິດ ທີ່ພາໃຫ້ ມີ ຜົນກະທົບໃດໜຶ່ງ ດັ່ງນີ້:

1.       ມີສ່ວນແບ່ງຕະຫຼາດໃນຕະຫຼາດທີ່ກ່ຽວຂ້ອງ ເກີນອັດຕາສ່ວນທີ່ ຄະນະກຳມະການຄວບຄຸມ ການແຂ່ງຂັນທາງທຸລະກິດ ໄດ້ກຳນົດໄວ້;
2.       ມີຜົນກະທົບ ຕໍ່ການເຂົ້າເຖິງຕະຫຼາດ ແລະ ຈຳກັດການພັດທະນາດ້ານເຕັກໂນໂລຊີ;
3.       ມີຜົນກະທົບ ຕໍ່ຜູ່ຊົມໃຊ້, ຜູ່ດຳເນີນທຸລະກິດອື່ນ ແລະ ການພັດທະນາເສດຖະກິດ-ສັງຄົມຂອງຊາດ.  

ມາດຕາ 39  ການສະເໜີການລວມຕົວທາງທຸລະກິດ

ການລວມຕົວທາງທຸລະກິດຂອງວິສາຫະກິດຂະໜາດໃຫຍ່ ຕ້ອງປະກອບເອກະສານ ແລະ ຍື່ນ ຕໍ່ຄະນະກຳມະການຄວບຄຸມການແຂ່ງຂັນທາງທຸລະກິດ ເພື່ອພິຈາລະນາ ຍົກເວັ້ນການລວມຕົວທາງ ທຸລະກິດ ຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ ແຕ່ພາຍຫຼັງລວມຕົວແລ້ວ ຕ້ອງແຈ້ງຕໍ່ຄະນະກຳ ມະການຄວບຄຸມການແຂ່ງຂັນທາງທຸລະກິດ.

ມາດຕາ 40  ເອກະສານປະກອບການຮ້ອງຂໍອະນຸຍາດລວມຕົວທາງທຸລະກິດ

ເອກະສານປະກອບ ການຮ້ອງຂໍອະນຸຍາດລວມຕົວທາງທຸລະກິດ ມີ ດັ່ງນີ້:

1.       ຄຳຮ້ອງ ຕາມແບບພິມຂອງຄະນະກຳມະການຄວບຄຸມການແຂ່ງຂັນທາງທຸລະກິດ;
2.       ສຳເນົາທະບຽນວິສາຫະກິດ ຂອງແຕ່ລະວິສາຫະກິດທີ່ຈະລວມຕົວກັນ;
3.       ບົດລາຍງານຖານະການເງິນ ໃນໄລຍະສອງປີຜ່ານມາຂອງແຕ່ລະວິສາຫະກິດ ທີ່ຈະລວມ ຕົວ ໂດຍມີການຢັ້ງຢືນການກວດສອບບັນຊີ;
4.       ສັນຍາ ຫຼື ຂໍ້ຕົກລົງລວມຕົວທາງທຸລະກິດ.

ມາດຕາ 41  ການກວດກາເອກະສານຂໍລວມຕົວທາງທຸລະກິດ

  ຄະນະກຳມະການຄວບຄຸມການແຂ່ງຂັນທາງທຸລະກິດ ຕ້ອງກວດກາເອກະສານຂໍລວມຕົວ   ພາຍໃນກຳນົດເວລາ ເຈັດວັນ ນັບແຕ່ວັນໄດ້ຮັບເອກະສານດັ່ງກ່າວ ເປັນຕົ້ນໄປ. ໃນກໍລະນີເອກະສານ ບໍ່ຄົບຖ້ວນ ຫຼື ບໍ່ຖືກຕ້ອງນັ້ນ ກໍໃຫ້ແຈ້ງເປັນລາຍລັກອັກສອນຕໍ່ຜູ່ຂໍລວມຕົວ ເພື່ອປະກອບເອກະສານເພີ່ມ ເຕີມ  ຫຼື ປັບປຸງ ເນື້ອໃນໃຫ້ຄົບຖ້ວນ ແລະ ຖືກຕ້ອງ.

ມາດຕາ 42  ການພິຈາລະນາການຂໍລວມຕົວທາງທຸລະກິດ

  ພາຍຫຼັງໄດ້ຮັບເອກະສານຄົບຖ້ວນ ແລະ ຖືກຕ້ອງແລ້ວ ຄະນະກຳມະການຄວບຄຸມການແຂ່ງ ຂັນທາງທຸລະກິດ ຕ້ອງຄົ້ນຄວ້າ ແລະ ພິຈາລະນາ ອອກຂໍ້ຕົກລົງໃຫ້ລວມຕົວ ພາຍໃນກຳນົດເວລາ ສາມສິບວັນ, ຖ້າບໍ່ເຫັນດີ ກໍໃຫ້ແຈ້ງເປັນລາຍລັກອັກສອນ ພ້ອມທັງອະທິບາຍເຫດຜົນ ໃຫ້ຜູ່ຂໍລວມຕົວ ທາງທຸລະກິດ. ໃນກໍລະນີມີຄວາມຈຳເປັນ ກຳນົດເວລາໃນການພິຈາລະນາ ກ່ຽວກັບການຂໍອະນຸຍາດ ລວມຕົວທາງທຸລະກິດ ສາມາດເພີ່ມເຕີມໄດ້ ຕາມການເຫັນດີຂອງລັດຖະມົນຕີວ່າການກະຊວງ ອຸດສາ ຫະກຳ ແລະ ການຄ້າ ແຕ່ສູງສຸດບໍ່ໃຫ້ເກີນ ສາມສິບວັນ.

  ພາຍຫຼັງໄດ້ຮັບອະນຸຍາດໃຫ້ລວມຕົວທາງທຸລະກິດແລ້ວ ໃຫ້ວິສາຫະກິດທີ່ໄດ້ຮັບອະນຸຍາດນັ້ນ ແຈ້ງຕໍ່ເຈົ້າໜ້າທີ່ທະບຽນວິສາຫະກິດ ເພື່ອປະຕິບັດຕາມກົດໝາຍວ່າດ້ວຍວິສາຫະກິດ.

ມາດຕາ 43  ການສະໜອງຂໍ້ມູນເພີ່ມເຕີມ ກ່ຽວກັບການລວມຕົວທາງທຸລະກິດ

 ໃນກໍລະນີເຫັນວ່າຂໍ້ມູນ ຫຼື ເອກະສານ ກ່ຽວກັບການຂໍລວມຕົວຂອງຜູ່ດຳເນີນທຸລະກິດ ຫາກຍັງບໍ່ ຈະແຈ້ງ ຫຼື ບໍ່ຊັດເຈນນັ້ນຄະນະກຳມະການຄວບຄຸມການແຂ່ງຂັນທາງທຸລະກິດ ສາມາດປະສານສົມທົບ ກັບພາກສ່ວນທີ່ກ່ຽວຂ້ອງ ຊຶ່ງຕ້ອງມີພັນທະໃນການສະໜອງຂໍ້ມູນ ຫຼື ເອກະສານເພີ່ມເຕີມໃຫ້.

ມາດຕາ 44  ການຖອນຄຳຮ້ອງຂໍອະນຸຍາດລວມຕົວທາງທຸລະກິດ

  ພາຍຫຼັງໄດ້ຍື່ນຄຳຮ້ອງ ແລະ ປະກອບເອກະສານ ຂໍອະນຸຍາດລວມຕົວທາງທຸລະກິດແລ້ວ ແຕ່ຜູ່ ດຳເນີນທຸລະກິດ ມີຈຸດປະສົງຂໍຖອນຄຳຮ້ອງດັ່ງກ່າວ ກໍຕ້ອງສະເໜີຕໍ່ຄະນະກຳມະການຄວບຄຸມການ ແຂ່ງຂັນທາງທຸລະກິດ ບົນພື້ນຖານການຕົກລົງເປັນເອກະພາບ ລະຫວ່າງ ຜູ່ດຳເນີນທຸລະກິດທີ່ໄດ້ຕົກລົງລວມຕົວກັນ.

ໝວດທີ 4

ການຍົກເວັ້ນ ກ່ຽວກັບການຈຳກັດການແຂ່ງຂັນທາງທຸລະກິດ

ມາດຕາ 45  ການຍົກເວັ້ນ ສຳລັບການຕົກລົງກັນ  ເພື່ອຈຳກັດການແຂ່ງຂັນທາງທຸລະກິດ

                       ການຕົກລົງກັນ ເພື່ອຈຳກັດການແຂ່ງຂັນທາງທຸລະກິດ ທີ່ກຳນົດໄວ້ໃນ ຂໍ້ 1, 2, 3, 4, 5 ແລະ 6 ຂອງ ມາດຕາ 21 ຂອງກົດໝາຍສະບັບນີ້ ສາມາດພິຈາລະນາຍົກເວັ້ນໄດ້ ໃນກໍລະນີການຕົກລົງກັນດັ່ງກ່າວ ເປັນຜົນດີຕໍ່ການສົ່ງເສີມຄວາມກ້າວໜ້າດ້ານເຕັກໂນໂລຊີ ແລະ ວິຊາການ, ຍົກສູງຄຸນນະພາບຂອງສິນຄ້າ ແລະ ການບໍລິການ, ສ້າງຄວາມເຂັ້ມແຂງໃນການແຂ່ງຂັນທາງທຸລະກິດ ຂອງວິສາຫະກິດຂະໜາດນ້ອຍ ແລະ ກາງນັ້ນ ຄະນະກຳມະການຄວບຄຸມການແຂ່ງຂັນທາງທຸລະກິດ ເປັນຜູ່ພິຈາລະນາໃຫ້ການຍົກເວັ້ນ    ຕາມແຕ່ລະກໍລະນີ.

ມາດຕາ 46  ການຍົກເວັ້ນ ສຳລັບການສວຍໃຊ້ ການຄອບຄອງຕະຫຼາດ ແລະ ການຜູກຂາດຕະຫຼາດ

  ການຍົກເວັ້ນ ພຶດຕິກຳທີ່ເປັນການສວຍໃຊ້ການຄອບຄອງຕະຫຼາດ ແລະ ການຜູກຂາດຕະຫຼາດ ຕາມທ່ີໄດ້ກຳນົດໄວ້ໃນມາດຕາ 31 ຂອງກົດໝາຍສະບັບນີ້ ທີ່ມີຜົນດີຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງຊາດ ໂດຍລວມ ຫຼື ເຫດຜົນ ທາງດ້ານຍຸດທະສາດ ແລະ ຄວາມໝັ້ນຄົງຂອງຊາດນັ້ນ ລັດຖະບານ ສາມາດພິຈາລະນາ ໃຫ້ການຍົກເວັ້ນ ຕາມແຕ່ລະກໍລະນີ, ແຕ່ວິສາຫະກິດ ທີ່ໄດ້ຮັບການຍົກເວັ້ນນັ້ນ ຕ້ອງຢູ່ພາຍໃຕ້ການຄຸ້ມຄອງ ແລະ ປະຕິບັດຕາມລະບຽບການຂອງລັດ  ດັ່ງນີ້:

1.       ການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ;
2.       ການຄຸ້ມຄອງປະລິມານ, ຂອບເຂດຕະຫຼາດ ຂອງສິນຄ້າ ຫຼື ການບໍລິການ;
3.       ການຄຸ້ມຄອງແຜນການຜະລິດ ແລະ ຂາຍສິນຄ້າ ຫຼື ການບໍລິການ.

ມາດຕາ 47  ການຍົກເວັ້ນ ສຳລັບການລວມຕົວເພື່ອຈຳກັດການແຂ່ງຂັນທາງທຸລະກິດ

ການລວມຕົວເພື່ອຈຳກັດການແຂ່ງຂັນທາງທຸລະກິດ ທີ່ອາດພາໃຫ້ເກີດຜົນໃນຂໍ້ທີ 1 ຂອງມາດຕາ 38 ຂອງກົດໝາຍສະບັບນີ້ ສາມາດພິຈາລະນາຍົກເວັ້ນໄດ້ໃນກໍລະນີ ດັ່ງນີ້: 

1.       ໜຶ່ງ ຫຼື ສອງ ຫຼື ຫຼາຍວິສາຫະກິດ ທີ່ຈະລວມຕົວເພື່ອຈຳກັດການແຂ່ງຂັນທາງທຸລະກິດ ຢູ່ໃນ ສະພາບຈະລົ້ມລະລາຍ;

2.       ການລວມຕົວທາງທຸລະກິດ ມີຜົນດີຕໍ່ການຂະຫຍາຍຕົວ ຂອງການສົ່ງອອກ ຫຼື ເປັນການສົ່ງ ເສີມຄວາມກ້າວໜ້າທາງດ້ານເຕັກໂນໂລຊີ ແລະ ດ້ານວິຊາການ.

ພາກທີ IV

ຄະນະກຳມະການຄວບຄຸມການແຂ່ງຂັນທາງທຸລະກິດ

ມາດຕາ 48  ຄະນະກຳມະການຄວບຄຸມການແຂ່ງຂັນທາງທຸລະກິດ

 ຄະນະກຳມະການຄວບຄຸມການແຂ່ງຂັນທາງທຸລະກິດ ແມ່ນ ການຈັດຕັ້ງໜຶ່ງທີ່ບໍ່ປະຈຳການ    ຊຶ່ງເຄື່ອນໄຫວບົນພື້ນຖານກົດໝາຍ ແລະ ລະບຽບການ, ມີພາລະບົດບາດເປັນເສນາທິການໃຫ້ລັດຖະ ບານ, ມີຄວາມເປັນເອກະລາດທາງດ້ານວິຊາການ, ມີຄວາມຮັບຜິດຊອບໂດຍກົງໃນການຕິດຕາມ, ກວດກາ ແລະ ດຳເນີນວຽກງານດັ່ງກ່າວ ບົນພື້ນຖານການປະສານສົມທົບກັບຂະແໜງການອື່ນ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ.

ຄະນະກຳມະການຄວບຄຸມການແຂ່ງຂັນທາງທຸລະກິດ ມີຊື່ຫຍໍ້ວ່າ "ຄຂທ".

 ມາດຕາ 49  ໂຄງປະກອບບຸກຄະລາກອນ ຂອງ ຄຂທ

  ໂຄງປະກອບບຸກຄະລາກອນຂອງ ຄຂທ ມີ ດັ່ງນີ້:

1.       ລັດຖະມົນຕີຊ່ວຍວ່າການກະຊວງ ອຸດສາຫະກຳ ແລະ ກາ-ນຄ້າ      ເປັນປະທານ ທັງເປັນ  ຜູ່ປະຈຳການ;  
2.       ຜູ່ຕາງໜ້າ ກະຊວງການເງິນ                                                                        ເປັນຮອງປະທານ;
3.       ຜູ່ຕາງໜ້າ ກະຊວງແຜນການ ແລະ ການລົງທຶນ                                               ເປັນຮອງປະທານ;
4.       ຜູ່ຕາງໜ້າ ກະຊວງກະສິກຳ ແລະ ປ່າໄມ້                                                                    ເປັນຄະນະ;
5.       ຜູ່ຕາງໜ້າ ກະຊວງຍຸຕິທຳ                                                                                     ເປັນຄະນະ;
6.       ຜູ່ຕາງໜ້າ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ                                  ເປັນຄະນະ;
7.       ຜູ່ຕາງໜ້າ ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ                                                     ເປັນຄະນະ;
8.       ຜູ່ຕາງໜ້າ ສະຖາບັນການເງິນ ແລະ ການທະນາຄານ                                                   ເປັນຄະນະ;
9.       ຜູ່ຕາງໜ້າ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ                                          ເປັນຄະນະ;
10.     ຜູ່ຕາງໜ້າ ສະພາທະນາຍຄວາມ                                                                             ເປັນຄະນະ;
11.     ຫົວໜ້າ ກອງເລຂາ ຄຂທ                                                                                      ເປັນຄະນະ.

 ຄຂທ ຖືກແຕ່ງຕັ້ງໂດຍ ນາຍົກລັດຖະມົນຕີ ຕາມການສະເໜີ ຂອງລັດຖະມົນຕີວ່າການກະຊວງ ອຸດສາຫະກຳ ແລະ ການຄ້າ.

   ຄຂທ ມີກອງເລຂາເປັນເສນາທິການ ທີ່ຕັ້ງຢູ່ ກະຊວງອຸດສາຫະກຳ ແລະ ການຄ້າ.

   ໃນກໍລະນີມີຄວາມຈຳເປັນ ອາດຈະສ້າງຕັ້ງ ຄຂທ ຂັ້ນແຂວງຂຶ້ນ ກໍໄດ້.

ມາດຕາ 50  ສິດ ແລະ ໜ້າທີ່ ຂອງ ຄຂທ

  ສິດ ແລະ ໜ້າທີ່ ຂອງ ຄຂທ ມີ ດັ່ງນີ້:

1.       ພິຈາລະນາຮັບຮອງເອົາແຜນການ, ແຜນງານ ແລະ ໂຄງການ ກ່ຽວກັບການແຂ່ງຂັນທາງທຸ ລະກິດ ຕາມການສະເໜີ ຂອງກອງເລຂາຕົນ;
2.       ຄົ້ນຄວ້າ, ສະເໜີ ອອກນິຕິກຳ ກ່ຽວກັບການແຂ່ງຂັນທາງທຸລະກິດ ລວມທັງໂຄສະນາ, ເຜີຍແຜ່ນິຕິກຳດັ່ງກ່າວ;
3.       ພິຈາລະນາກ່ຽວກັບການລວມຕົວທາງທຸລະກິດ;
4.       ນຳໃຊ້ມາດຕະການທາງບໍລິຫານ ຕໍ່ ບຸກຄົນ ແລະ ນິຕິບຸກຄົນ ທີ່ລະເມີດກົດໝາຍສະບັບນີ້ ແລະ ລະບຽບການທີ່ກ່ຽວຂ້ອງ;
5.       ອອກ ຄຳສັ່ງ, ຂໍ້ຕົກລົງກວດກາ ແລະ ນຳໃຊ້ມາດຕະການຕໍ່ຜູ່ລະເມີດ ຕາມການຕົກລົງ ເຫັນດີຂອງອົງການທີ່ມີສິດອຳນາດກ່ຽວຂ້ອງ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍການດຳເນີນຄະດີ ອາຍາ;
6.       ສົ່ງສຳນວນຄະດີ ໃຫ້ອົງການໄອຍະການປະຊາຊົນ ເພື່ອດຳເນີນຄະດີຕາມຂະບວນການ ຍຸຕິທຳ;
7.       ພົວພັນ ແລະ ຮ່ວມມືກັບ ຕ່າງປະເທດ, ພາກພື້ນ ແລະ ສາກົນ ກ່ຽວກັບວຽກງານແຂ່ງຂັນ ທາງທຸລະກິດ;
8.       ສະຫຼຸບ ແລະ ລາຍງານການເຄື່ອນໄຫວວຽກງານຂອງຕົນ ຕໍ່ ລັດຖະມົນຕີວ່າການ ກະຊວງອຸດສາຫະກຳ ແລະ ການຄ້າ;
9.       ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.

ມາດຕາ 51  ກອງເລຂາ ຄຂທ

  ກອງເລຂາ ຄຂທ ແມ່ນ ການຈັດຕັ້ງໜຶ່ງ ມີຖານະທຽບເທົ່າກົມ ທີ່ຂຶ້ນກັບກະຊວງອຸດສາຫະກຳ ແລະ ການຄ້າ, ມີພາລະບົດບາດເປັນເສນາທິການໃຫ້ ຄຂທ ໃນການຈັດຕັ້ງປະຕິບັດວຽກງານຄວບຄຸມ ການແຂ່ງຂັນທາງທຸລະກິດ.

 ສຳລັບການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກອງເລຂາ ຄຂທ ໄດ້ກຳນົດໄວ້ໃນລະບຽບການ ຕ່າງຫາກ.

ມາດຕາ 52  ເຈົ້າໜ້າທີ່ກວດກາການແຂ່ງຂັນທາງທຸລະກິດ

  ເຈົ້າໜ້າທີ່ກວດກາການແຂ່ງຂັນທາງທຸລະກິດ ເປັນເຈົ້າໜ້າທີ່ສືບສວນ-ສອບສວນ ທີ່ສັງກັດ ຢູ່ກອງເລຂາ ຄຂທ ຊຶ່ງໄດ້້ຮັບການແຕ່ງຕັ້ງ ແລະ ປົດຕຳແໜ່ງ ໂດຍລັດຖະມົນຕີວ່າການກະຊວງອຸດສາ ຫະກຳ ແລະ ການຄ້າ ຕາມການສະເໜີ ຂອງປະທານ ຄຂທ.

ສຳລັບມາດຕະຖານ ຂອງເຈົ້າໜ້າທີ່ກວດກາການແຂ່ງຂັນທາງທຸລະກິດ ໄດ້ກຳນົດໄວ້ໃນລະບຽບ ການຕ່າງຫາກ.

ມາດຕາ 53  ສິດ ແລະ ໜ້າທີ່ ຂອງເຈົ້າໜ້າທີ່ກວດກາການແຂ່ງຂັນທາງທຸລະກິດ

ເຈົ້າໜ້າທີ່ກວດກາການແຂ່ງຂັນທາງທຸລະກິດ ມີ ສິດ ແລະ ໜ້າທີ່ ດັ່ງນີ້:

1.       ຮັບ ແລະ ບັນທຶກການແຈ້ງຄວາມ, ການຮ້ອງຟ້ອງ ແລະ ການຮັບສາລະພາບ ກ່ຽວກັບ ການລະເມີດການແຂ່ງຂັນທາງທຸລະກິດ;
2.       ດຳເນີນການສືບສວນ-ສອບສວນ ແລະ ເກັບກຳຂໍ້ມູນເບື້ອງຕົ້ນ ກ່ຽວກັບການລະເມີດການ ແຂ່ງຂັນທາງທຸລະກິດ;
3.       ຍຶດ ແລະ ເກັບຮັກສາຂອງກາງ  ທີ່ນຳໃຊ້ເຂົ້າໃນການລະເມີດການແຂ່ງຂັນທາງທຸລະກິດ;
4.       ເຂົ້າກວດກາສະຖານທີ່ ທີ່ກ່ຽວຂ້ອງກັບການລະເມີດການແຂ່ງຂັນທາງທຸລະກິດ;
5.       ເຮັດບົດສະຫຼຸບ ແລະ ລາຍງານ ກ່ຽວກັບຜົນຂອງການດຳເນີນການກວດກາ ແລະ ເກັບກຳ ຂໍ້ມູນເບື້ອງຕົ້ນ ໃຫ້ກອງເລຂາ ຄຂທ;
6.       ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການທີ່ ກ່ຽວຂ້ອງ.

ມາດຕາ 54  ເຄື່ອງແບບ, ກາໝາຍ, ບັດເຈົ້າໜ້າທີ່ກວດກາການແຂ່ງຂັນທາງທຸລະກິດ ແລະ ງົບປະມານຂອງ ຄຂທ

  ເຈົ້າໜ້າທີ່ກວດກາ ການແຂ່ງຂັນທາງທຸລະກິດ ມີ ເຄື່ອງແບບ, ກາໝາຍ ແລະ ບັດເຈົ້າໜ້າທີ່ສະ ເພາະ ເພື່ອນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານ ຕາມສິດ ແລະ ໜ້າທີ່ຂອງຕົນ.

ເພື່ອຮັບປະກັນການເຄື່ອນໄຫວວຽກງານຂອງ ຄຂທ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນນັ້ນ ຄຂທ ມີງົບປະມານ ທີ່ຂຶ້ນກັບງົບປະມານຂອງ ກະຊວງອຸດສາຫະກຳ ແລະ ການຄ້າ.

ພາກທີ V

ຂໍ້ຫ້າມ

ມາດຕາ 55  ຂໍ້ຫ້າມທົ່ວໄປ

  ຫ້າມ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ມີ ພຶດຕິກຳ ດັ່ງນີ້:

1.       ໃຊ້ຄວາມຮຸນແຮງ, ບັງຄັບນາບຂູ່ ຫຼື ຂັດຂວາງ ການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ກວດ ກາການແຂ່ງຂັນທາງທຸລະກິດ;
2.       ໃຫ້ການຊ່ວຍເຫຼືອ, ປົກປ້ອງຜູ່ລະເມີດກົດໝາຍ ແລະ ລະບຽບການກ່ຽວກັບວຽກງານແຂ່ງ ຂັນທາງທຸລະກິດ;
3.       ເປັນສື່ກາງ, ໃຫ້ສິນບົນ ແລະ ຮັບສິນບົນ ເພື່ອຜົນປະໂຫຍດໃນການແຂ່ງຂັນທາງທຸລະກິດ;
4.       ມີພຶດຕິກຳອື່ນ ທີ່ເປັນການລະເມີດກົດໝາຍ ແລະ ລະບຽບການ.

ມາດຕາ 56  ຂໍ້ຫ້າມສຳລັບຜູ່ດຳເນີນທຸລະກິດ

  ຫ້າມຜູ່ດຳເນີນທຸລະກິດ ມີ ພຶດຕິກຳ ດັ່ງນີ້:

1.       ແຂ່ງຂັນທາງທຸລະກິດໃດໜຶ່ງທີ່ບໍ່ເປັນທຳ ຕາມພຶດຕິກຳທີ່ໄດ້ກຳນົດໄວ້ໃນມາດຕາ 9 ຂອງກົດໝາຍສະບັບນີ້;
2.       ແຂ່ງຂັນທາງທຸລະກິດໃດໜຶ່ງ ທີ່ເປັນການຈຳກັດການແຂ່ງຂັນທາງທຸລະກິດ ຕາມພຶດຕິກຳ ທີ່ໄດ້ກຳນົດໄວ້ໃນມາດຕາ 21 ແລະ 31 ຂອງກົດໝາຍສະບັບນີ້;
3.       ຕົວະຍົວະຫຼອກລວງ ເຈົ້າໜ້າທີ່ກວດກາການແຂ່ງຂັນທາງທຸລະກິດ;
4.       ມີພຶດຕິກຳອື່ນ ທີ່ເປັນການລະເມີດກົດໝາຍ ແລະ ລະບຽບການ.

ມາດຕາ 57  ຂໍ້ຫ້າມສຳລັບ ຄຂທ

  ຫ້າມ ຄຂທ ມີ ພຶດຕິກຳ ດັ່ງນີ້:

1.       ເປີດເຜີຍຄວາມລັບຂອງ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ກ່ຽວກັບການແຂ່ງຂັນທາງທຸລະກິດ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ກ່ອນໄດ້ຮັບອະນຸຍາດ;
2.       ດຳລົງຕຳແໜ່ງໃດໜຶ່ງ ຫຼື ເປັນທີ່ປຶກສາຂອງ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ໃນການດຳເນີນທຸລະກິດ ກ່ຽວກັບການແຂ່ງຂັນທາງທຸລະກິດ;
3.       ກົດໜ່ວງ, ຖ່ວງດຶງເອກະສານ, ສວຍໃຊ້ໜ້າທີ່ຕຳແໜ່ງ ເພື່ອຜົນປະໂຫຍດສ່ວນຕົວ, ພັກພວກ, ຄອບຄົວ ແລະ ຍາດພີ່ນ້ອງຂອງຕົນ;
4.       ໃຫ້ ຫຼື ສະໜອງ ຂໍ້ມູນ ທີ່ບໍ່ຖືກຕ້ອງຕາມຄວາມເປັນຈິງ ໃນການພິຈາລະນາຄົ້ນຄວ້າ     ກ່ຽວກັບການແຂ່ງຂັນທາງທຸລະກິດທີ່ບໍ່ເປັນທຳ ແກ່ຜູ່ດຳເນີນທຸລະກິດທີ່ກ່ຽວຂ້ອງ;|
5.       ສະໜອງ ແລະ ນຳໃຊ້ ຂໍ້ມູນກ່ຽວກັບການການພິຈາລະນາຄົ້ນຄວ້າ ກ່ຽວກັບການແຂ່ງຂັນທາງທຸລະກິດທີ່ບໍ່ເປັນທຳທີ່ຕົນຮູ້, ໄດ້ຮັບ ແລະ ຮັບຊາບ;
6.       ມີພຶດຕິກຳອື່ນ ທີເປັນການລະເມີດກົດໝາຍ ແລະ ລະບຽບການ ທີ່ກ່ຽວຂ້ອງ.

ມາດຕາ 58  ຂໍ້ຫ້າມສຳລັບເຈົ້າໜ້າທີ່ກວດກາ ການແຂ່ງຂັນທາງທຸລະກິດ ແລະ ພະນັກງານລັດທີ່ກ່ຽວຂ້ອງ

  ຫ້າມເຈົ້າໜ້າທີ່ກວດກາ ການແຂ່ງຂັນທາງທຸລະກິດ ແລະ ພະນັກງານລັດທີ່ກ່ຽວຂ້ອງ ມີ ພຶດຕິກຳ ດັ່ງນີ້:

1.       ປະຕິບັດໜ້າທີ່ໂດຍບໍ່ມີຄວາມຍຸຕິທຳ ແລະ ບໍ່ຖືກຕ້ອງ ຕາມກົດໝາຍ ແລະ ລະບຽບການ;
2.       ສວຍໃຊ້ຖານະຕຳແໜ່ງ, ສິດອຳນາດ ແລະ ໜ້າທີ່ ເພື່ອຜົນປະໂຫຍດຂອງຕົນ, ພັກພວກ, ຄອບຄົວ ແລະ ຍາດພີ່ນ້ອງ;
3.       ປອມແປງເອກະສານ ຫຼື ໃຊ້ເອກະສານປອມ, ເປີດເຜີຍຄວາມລັບ,  ກົດໜ່ວງ, ຖ່ວງດຶງ ຫຼື ທຳລາຍເອກະສານ ກ່ຽວກັບການແຂ່ງຂັນທາງທຸລະກິດ;
4.       ມີພຶດຕິກຳອື່ນ ທີ່ເປັນການລະເມີດກົດໝາຍ ແລະ ລະບຽບການ.

ພາກທີ VI

ການແກ້ໄຂ ການລະເມີດການແຂ່ງຂັນທາງທຸລະກິດ

ໝວດທີ 1

ການກວດກາ ການລະເມີດການແຂ່ງຂັນທາງທຸລະກິດ

ມາດຕາ 59  ການກວດກາ ການລະເມີດການແຂ່ງຂັນທາງທຸລະກິດ

  ການກວດກາ ການລະເມີດການແຂ່ງຂັນທາງທຸລະກິດ ແມ່ນ ການກວດກາການເຄື່ອນໄຫວ ຂອງຜູ່ດຳເນີນທຸລະກິດ ເພື່ອຕ້ານ ແລະ ສະກັດກັ້ນການລະເມີດການແຂ່ງຂັນທາງທຸລະກິດ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍສະບັບນີ້ ແລະ ລະບຽບການອື່ນທີ່ກ່ຽວຂ້ອງ.

ມາດຕາ 60  ສາເຫດ ທີ່ພາໃຫ້ມີການກວດກາ

                  ສາເຫດທີ່ພາໃຫ້ ມີການກວດກາ ການລະເມີດການແຂ່ງຂັນທາງທຸລະກິດ ມີ ດັ່ງນີ້:

1.       ມີການແຈ້ງຄວາມ ຫຼື ຮ້ອງຟ້ອງຂອງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ກ່ຽວກັບການ ລະເມີດການແຂ່ງຂັນທາງທຸລະກິດ;
2.       ມີການຮັບສາລະພາບຂອງຜູ່ລະເມີດ;
3.       ພົບເຫັນຮ່ອງຮອຍຂອງການລະເມີດ ເຊັ່ນ ຂໍ້ມູນ ແລະ ຫຼັກຖານ ກ່ຽວກັບການແຂ່ງຂັນ ທາງທຸລະກິດທີ່ບໍ່ເປັນທຳ ແລະ ການຈຳກັດການແຂ່ງຂັນທາງທຸລະກິດ.

ມາດຕາ 61  ການແຈ້ງຄວາມ ຫຼື ການຮ້ອງຟ້ອງ    

  ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ພົບເຫັນ ຫຼື ໄດ້ຮູ້ກ່ຽວກັບການລະເມີດການແຂ່ງຂັນທາງ ທຸລະກິດ ໃຫ້ແຈ້ງຄວາມ ຫຼື ຮ້ອງຟ້ອງ ກ່ຽວກັບການລະເມີດດັ່ງກ່າວ  ດ້ວຍທາງປາກເປົ່າ  ຫຼື ເປັນລາຍລັກອັກສອນ ຕໍ່ກອງເລຂາ ຄຂທ ເພື່ອດຳເນີນການກວດກາຕາມຂັ້ນຕອນທີ່ໄດ້ກຳນົດໄວ້ໃນມາດຕາ 64 ຂອງກົດໝາຍສະບັບນີ້.

ມາດຕາ 62  ການຮັບສາລະພາບຂອງຜູ່ລະເມີດ

  ການຮັບສາລະພາບຂອງຜູ່ລະເມີດ ແມ່ນ ການເຂົ້າສະເໜີຕົວຂອງບຸກຄົນໃດໜຶ່ງ ດ້ວຍຄວາມສະໝັກໃຈ ເພື່ອລາຍງານ ກ່ຽວກັບການລະເມີດການແຂ່ງຂັນທາງທຸລະກິດຂອງຕົນ ຕໍ່ກອງເລຂາ ຄຂທ.

  ເຈົ້າໜ້າທີ່ ທີ່ຮັບການເຂົ້າມາສາລະພາບຂອງຜູ່ລະເມີດນັ້ນ ຕ້ອງເຮັດບົດບັນທຶກ ກ່ຽວກັບຄຳຮັບ ສາລະພາບ ເພື່ອລາຍງານຕໍ່ ຄຂທ.

  ຜູ່ຮັບສາລະພາບ ຈະໄດ້ຮັບການຫຼຸດຜ່ອນຄວາມຮັບຜິດຊອບ ຕາມກົດໝາຍ ແລະ ລະບຽບການ ທີ່ກ່ຽວຂ້ອງ.

ມາດຕາ 63  ການພົບເຫັນຮ່ອງຮອຍຂອງການລະເມີດ ກ່ຽວກັບການແຂ່ງຂັນທາງທຸລະກິດ

  ເຈົ້າໜ້າທີ່ກວດກາການແຂ່ງຂັນທາງທຸລະກິດ ເມື່ອພົບເຫັນຮ່ອງຮອຍ ແລະ ມີຂໍ້ມູນຫຼັກຖານທີ່ ຊີ້ ໃຫ້ເຫັນອົງປະກອບ ຂອງການລະເມີດການແຂ່ງຂັນທາງທຸລະກິດ  ຕ້ອງເກັັບກຳຂໍ້ມູນໃນເບື້ອງຕົ້ນ ແລະ ບັນທຶກເຫດການ ແລ້ວລາຍງານຕໍ່ ຄຂທ ເພື່ອພິຈາລະນາອອກຄຳສັ່ງດຳເນີນການກວດກາ.

ມາດຕາ 64  ຂັ້ນຕອນການກວດກາ

  ການດຳເນີນການກວດກາ ຕາມສາເຫດໃດໜຶ່ງ ທີ່ໄດ້ກຳນົດໄວ້ໃນມາດຕາ 60 ຂອງກົດໝາຍ ສະບັບນີ້ ໃຫ້ປະຕິບັດຕາມຂັ້ນຕອນ ດັ່ງນີ້:

1.       ເກັບກຳຂໍ້ມູນເບື້ອງຕົ້ນ;
2.       ອອກຄຳສັ່ງ ກວດກາ;
3.       ເອົາຄຳໃຫ້ການ;
4.       ກວດຄົ້ນ, ຍຶດ ຫຼື ອາຍັດ ວັດຖຸສິ່ງຂອງ ຫຼື ເອກະສານ;
5.       ນຳໃຊ້ມາດຕະການສະກັດກັ້ນ;
6.       ສະຫຼຸບ ແລະ ລາຍງານຜົນການກວດກາ.

ມາດຕາ 65  ການເກັບກຳຂໍ້ມູນເບື້ອງຕົ້ນ

 ເມື່ອມີສາເຫດໃດໜຶ່ງຕາມທີ່ໄດ້ກຳນົດໄວ້ໃນມາດຕາ 60 ຂອງກົດໝາຍສະບັບນີ້ ເຈົ້າໜ້າທີ່ ກວດກາການແຂ່ງຂັນທາງທຸລະກິດ ຕ້ອງເກັບກຳຂໍ້ມູນເບື້ອງຕົ້ນ ກ່ຽວກັບການລະເມີດການແຂ່ງຂັນທາງ ທຸລະກິດ ເພື່ອລາຍງານຕໍ່ ຄຂທ ເພື່ອພິຈາລະນາອອກຄຳສັ່ງກວດກາ.

 ໃນກໍລະນີການເກັບກຳຂໍ້ມູນເບື້ອງຕົ້ນ ຫາກເຫັນວ່າການລະເມີດດັ່ງກ່າວເປັນການກະທຳຜິດທາງ ອາຍາ ໃຫ້ເຈົ້າໜ້າທີ່ກວດກາການແຂ່ງຂັນທາງທຸລະກິດ ລາຍງານຕໍ່ ຄຂທ ເພື່ອນຳສົ່ງຂໍ້ມູນຫຼັກຖານ ໃຫ້ອົງການທີ່ມີສິດອຳນາດ ໃນການດຳເນີນຄະດີອາຍາ.

          ໃນກໍລະນີການເກັບກຳຂໍ້ມູນເບື້ອງຕົ້ນ ຫາກບໍ່ມີຂໍ້ມູນຫຼັກຖານ ກ່ຽວກັບການລະເມີດການແຂ່ງຂັນ ທາງທຸລະກິດ ໃຫ້ເຈົ້າໜ້າທີ່ກວດກາການແຂ່ງຂັນທາງທຸລະກິດ ລາຍງານຕໍ່ ຄຂທ ເພື່ອພິຈາລະນາອອກ ຄຳສັ່ງຢຸດຕິການກວດກາ.

ມາດຕາ 66  ການອອກຄຳສັ່ງກວດກາ

  ພາຍຫຼັງໄດ້ຮັບການລາຍງານ ໂດຍມີຂໍ້ມູນ ຫຼັກຖານ ກ່ຽວກັບການລະເມີດການແຂ່ງຂັນທາງທຸລະ ກິດແລ້ວ ຄຂທ ຕ້ອງພິຈາລະນາອອກຄຳສັ່ງກວດກາ.

                     ໃນກໍລະນີ ຂໍ້ມູນ ຫຼັກຖານ ກ່ຽວກັບການລະເມີດຫາກ ຍັງບໍ່ຊັດເຈນ ຫຼື ບໍ່ຄົບຖ້ວນນັ້ນ ຄຂທ  ຕ້ອງສັ່ງໃຫ້ ເຈົ້າໜ້າທີ່ກວດກາການແຂ່ງຂັນທາງທຸລະກິດ ເກັບກຳຂໍ້ມູນເພີ່ມເຕີມ.

ມາດຕາ 67  ການເອົາຄຳໃຫ້ການ

  ເມື່ອ ຄຂທ ໄດ້ອອກຄຳສັ່ງກວດກາແລ້ວ ເຈົ້າໜ້າທີ່ ກວດກາການແຂ່ງຂັນທາງທຸລະກິດ ມີສິດອອກ ໝາຍຮຽກຜູ່ລະເມີດ, ຜູ່ຖືກສົງໄສ ຫຼື ບຸກຄົນອື່ນທີ່ກ່ຽວຂ້ອງ ເຂົ້າມາເພື່ອທຳການສືບສວນ-ສອບສວນ ແລະ ເອົາຄຳໃຫ້ການ  ກ່ຽວກັບການລະເມີດການແຂ່ງຂັນທາງທຸລະກິດ.

 ການເອົາຄຳໃຫ້ການທຸກຄັ້ງ ຕ້ອງເຮັດບົດບັນທຶກ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍການດຳ ເນີນຄະດີອາຍາ.

ມາດຕາ 68  ການກວດຄົ້ນ, ການຍຶດ ຫຼື ອາຍັດ ວັດຖຸສິ່ງຂອງ ຫຼື ເອກະສານ

  ການກວດຄົ້ົ້ນ ຈະດຳເນີນໄດ້ກໍຕໍ່ເມື່ອ ມີຄຳສັ່ງກວດຄົ້ນເປັນລາຍລັກອັກສອນ ຊຶ່ງອອກໃຫ້ໂດຍ ຫົວໜ້າອົງການໄອຍະການປະຊາຊົນ ຕາມການສະເໜີຂອງ ຄຂທ ເວັ້ນເສັຍແຕ່ກໍລະນີເຊິ່ງໜ້າ ຫຼື ຮີບດ່ວນ ແຕ່ຕ້ອງລາຍງານໃຫ້ຫົວໜ້າອົງການໄອຍະການປະຊາຊົນຊາບ ພາຍໃນກຳນົດເວລາ ຊາວສີ່ຊົ່ວໂມງ ພາຍຫຼັງສຳເລັດການກວດຄົ້ນແລ້ວ.

ໃນກໍລະນີ  ການກວດຄົ້ນ ຫາກພົບເຫັນວັດຖຸສິ່ງຂອງ ຫຼື ເອກະສານ ທີ່ພົວພັນກັບການລະເມີດ ການແຂ່ງຂັນທາງທຸລະກິດແລ້ວ ເຈົ້າໜ້າທີ່ກວດກາການແຂ່ງຂັນທາງທຸລະກິດ ມິ ສິດ ຍຶດ ຫຼື ອາຍັດ ວັດຖຸສິ່ງຂອງ ຫຼື ເອກະສານນັ້ນ ແຕ່ຕ້ອງລາຍງານໃຫ້ ຄຂທ ແລະ ອົງການໄອຍະການປະຊາຊົນຊາບ ພາຍໃນກຳນົດເວລາ ຊາວສີ່ຊົ່ວໂມງ ພາຍຫຼັງທີ່ໄດ້ ຍຶດ ຫຼື ອາຍັດແລ້ວ.

ການຍຶດ ຫຼື ອາຍັດວັດຖຸສິ່ງຂອງ ຫຼືື ເອກະສານ ຕ້ອງເຮັດບົດບັນທຶກ ທີ່ກຳນົດແຈ້ງ ກ່ຽວກັບ ວັນ, ເວລາ, ສະຖານທີ່ກວດຄົ້ນ, ຊື່ ແລະ ນາມສະກຸນ, ຕຳແໜ່ງຂອງເຈົ້າໜ້າທີ່ກວດກາການແຂ່ງຂັນທາງທຸລະ ກິດ ຜູ່ທີ່ກວດຄົ້ນ, ລາຍການວັດຖຸສິ່ງຂອງ ຫຼື ເອກະສານ ທີ່ຖືກຍຶດ ຫຼື ອາຍັດ. ເມື່ອເຮັດບົດບັນທຶກ ແລ້ວ ຕ້ອງອ່ານໃຫ້ຜູ່ເຂົ້າຮ່ວມຟັງ ແລ້ວພ້ອມກັນລົງລາຍເຊັນ ຫຼື ແປະໂປ້ມືໄວ້.

 ມາດຕາ 69  ການນຳໃຊ້ມາດຕະການສະກັດກັ້ນ

 ໃນການກວດກາການລະເມີດ ການແຂ່ງຂັນທາງທຸລະກິດ ເມື່ອມີຄວາມຈຳເປັນຕ້ອງນຳໃຊ້ມາດຕະ ການສະກັດກັ້ນ ໃນໄລຍະລໍຖ້າການອອກຂໍ້ຕົກລົງແກ້ໄຂຂອງ ຄຂທ ຫຼື ຄຳຕັດສີນຂອງສານນັ້ນ ຄຂທ ມີສິດສະເໜີຕໍ່ອົງການໄອຍະການປະຊາຊົນ ຫຼື ສານປະຊາຊົນ ເພື່ອພິຈາລະນານຳໃຊ້ມາດຕະການສະ ກັດກັ້ນ. 

ມາດຕາ 70  ການສະຫຼຸບ ແລະ ລາຍງານຜົນການກວດກາ

ພາຍຫຼັງສຳເລັດການກວດກາແລ້ວ ເຈົ້າໜ້າທີ່ກວດກາການແຂ່ງຂັນທາງທຸລະກິດ ຕ້ອງສະຫຼຸບ ແລະ ລາຍງານຜົນການກວດກາ ພ້ອມທັງນຳສົ່ງຂໍ້ມູນຫຼັກຖານທັງໝົດທີ່ເກັບກຳໄດ້ ໃຫ້ ຄຂທ ເພື່ອພິຈາ ລະນາແກ້ໄຂຕາມແຕ່ລະກໍລະນີ.

ບົດສະຫຼຸບ ຕ້ອງກຳນົດແຈ້ງ ກ່ຽວກັບພຶດຕິກຳທີ່ເປັນການລະເມີດ ການແຂ່ງຂັນທາງທຸລະກິດ ແລະ ສະພາບຂອງການລະເມີດ ພ້ອມທັງສະເໜີວິທີທາງແກ້ໄຂ.

ມາດຕາ 71  ກຳນົດເວລາໃນການກວດກາ

ກຳນົດເວລາໃນການກວດກາ ການລະເມີດການແຂ່ງຂັນທາງທຸລະກິດ ໃຫ້ປະຕິບັດ ດັ່ງນີ້:

1.       ການກວດກາການລະເມີດ ກ່ຽວກັບການແຂ່ງຂັນທາງທຸລະກິດທີ່ບໍ່ເປັນທຳ ໃຫ້ສຳເລັດ ພາຍໃນ ເກົ້າສິບວັນ ນັບແຕ່ວັນອອກຄຳສັ່ງກວດກາເປັນຕົ້ນໄປ. ໃນກໍລະນີການກວດກາ ຫາກບໍ່ສຳເລັດ ນັ້ນ ເຈົ້າໜ້າທີ່ກວດກາ ການແຂ່ງຂັນທາງທຸລະກິດ ສາມາດສະເໜີຂໍຕໍ່ເວລາການກວດການຳ  ຄຂທ ໄດ້ ແຕ່ສູງສຸດບໍ່ໃຫ້ເກີນ ຫົກສິບວັນ;

2.       ການກວດກາການລະເມີດ ກ່ຽວກັບການຈຳກັດການແຂ່ງຂັນທາງທຸລະກິດ ໃຫ້ສຳເລັດ ພາຍໃນ ໜຶ່ງຮ້ອຍຫ້າສິບວັນ ນັບແຕ່ວັນອອກຄຳສັ່ງກວດກາເປັນຕົ້ນໄປ. ໃນກໍລະນີການກວດກາ ຫາກບໍ່ສຳເລັດນັ້ນ ເຈົ້າໜ້າທີ່ກວດກາການແຂ່ງຂັນທາງທຸລະກິດ ສາມາດສະເໜີຂໍຕໍ່ເວລາການກວດກາ ນຳ ຄຂທ ໄດ້ ແຕ່ສູງສຸດບໍ່ໃຫ້ເກີນ ເກົ້າສິບວັນ.

ໝວດທີ 2
ການແກ້ໄຂການລະເມີດການແຂ່ງຂັນທາງທຸລະກິດ

ມາດຕາ 72  ການແກ້ໄຂການລະເມີດການແຂ່ງຂັນທາງທຸລະກິດ

  ພາຍຫຼັງໄດ້ຮັບບົດສະຫຼຸບ ແລະ ການລາຍງານຜົນການກວດກາ ການລະເມີດການແຂ່ງຂັນທາງທຸ ລະກິດແລ້ວ ໃຫ້ ຄຂທ ປະຕິບັດ ດັ່ງນີ້:

1. ອອກຄຳສັ່ງນຳໃຊ້ມາດຕະການທາງບໍລິຫານ;
2. ອອກຄຳສັ່ງໃຫ້ກວດກາເພີ່ມເຕີມ;
3. ປະກອບສຳນວນຄະດີ;
4. ອອກຂໍ້ຕົກລົງໃຫ້ຢຸດຕິການແກ້ໄຂ.

ມາດຕາ 73  ການອອກຄຳສັ່ງນຳໃຊ້ມາດຕະການທາງບໍລິຫານ

  ໃນກໍລະນີການລະເມີດການແຂ່ງຂັນທາງທຸລະກິດ ເປັນການລະເມີດທາງບໍລິຫານ ຄຂທ ຕ້ອງອອກຄຳສັ່ງ ນຳໃຊ້້ມາດຕະການທາງບໍລິຫານ ຕໍ່ຜູ່ລະເມີດ ຕາມແຕ່ລະກໍລະນີ ເຊັ່ນ ສຶກສາອົບຮົມ, ກ່າວເຕືອນ, ລົງວິໄນ, ປັບໃໝ ພາຍໃນກຳນົດເວລາ ສິບຫ້າວັນ.

ມາດຕາ 74  ການອອກຄຳສັ່ງໃຫ້ກວດກາເພີ່ມເຕີມ

 ໃນກໍລະນີຂໍ້ມູນຫຼັກຖານ ທີ່ເກັບກຳໄດ້ ຍັງບໍ່ທັນຄົບຖ້ວນ, ພຽງພໍນັ້ນ ຄຂທ ຕ້ອງອອກຄຳສັ່ງໃຫ້ເຈົ້າ ໜ້າທີ່ກວດກາການແຂ່ງຂັນທາງທຸລະກິດ ດຳເນີນການກວດກາເພີ່ມເຕີມ ພາຍໃນກຳນົດເວລາ ສິບວັນ.

 ເມື່ອເຈົ້າໜ້າທີ່ກວດກາການແຂ່ງຂັນທາງທຸລະກິດ ໄດ້ຮັບຄຳສັ່ງໃຫ້ກວດກາເພີ່ມເຕີມແລ້ວ ການ ກວດກາການລະເມີດການແຂ່ງຂັນທາງທຸລະກິດທີ່ບໍ່ເປັນ-ທຳ ໃຫ້ສຳເລັດພາຍໃນ ສາມສິບວັນ. ສຳລັບການ ກວດກາການລະເມີດການຈຳກັດການແຂ່ງຂັນທາງທຸລະກິດ ໃຫ້ສຳເລັດພາຍໃນ ຫົກສິບວັນ.

ມາດຕາ 75  ການປະກອບສຳນວນຄະດີ

  ໃນກໍລະນີການລະເມີດການແຂ່ງຂັນທາງທຸລະກິດ ເປັນການກະທຳຜິດທາງອາຍາ ໂດຍມີຫຼັກຖານ ຢັ້ງຢືນທີ່ໜັກແໜ້ນນັ້ນ ຄຂທ ຕ້ອງປະກອບສຳນວນຄະດີ ພ້ອມດ້ວຍຂໍ້ມູນຫຼັກຖານ ແລະ ຂອງກາງທັງໝົດ ສົ່ງໃຫ້ອົງການໄອຍະການປະຊາຊົນທີ່ກ່ຽວຂ້ອງ ເພື່ອດຳເນີນຄະດີຕາມຂັ້ນຕອນທີ່ໄດ້ກຳນົດໄວ້ໃນກົດ ໝາຍວ່າດ້ວຍການດຳເນີນຄະດີອາຍາ.

ມາດຕາ 76  ການອອກຂໍ້ຕົກລົງໃຫ້ຢຸດຕິການແກ້ໄຂ

  ຄຂທ ມີສິດອອກຂໍ້ຕົກລົງໃຫ້ຢຸດຕິການແກ້ໄຂ ກ່ຽວກັບການລະເມີດການແຂ່ງຂັນທາງທຸລະກິດ ພາຍໃນກຳນົດເວລາ ສິບວັນ ນັບແຕ່ວັນອອກຂໍ້ຕົກລົງ ເປັນຕົ້ນໄປ ໃນກໍລະນີໃດໜຶ່ງ ດັ່ງນີ້:

1.       ບໍ່ມີຂໍ້ມູນຫຼັກຖານຊີ້ໃຫ້ເຫັນວ່າ ເປັນການລະເມີດການແຂ່ງຂັນທາງທຸລະກິດ;
2.       ມີການສົມຍອມ ແລະ ຕົກລົງໃຊ້ແທນຄ່າເສັຍຫາຍຂອງຜູ່ລະເມີດ ໂດຍຜູ່ຮ້ອງຟ້ອງ ຫຼື ຜູ່ຖືກເສັຍຫາຍ ເຫັນດີໃຫ້ຢຸດຕິ;
3.       ມີການສົມຍອມ ແລະ ຕົກລົງໃຊ້ແທນຄ່າເສັຍຫາຍຂອງຜູ່ລະເມີດ ຊຶ່ງຍິນຍອມປະຕິບັດ ຕາມການຕົກລົງ ຂອງ ຄຂທ. 

 ພາຍຫຼັງອອກຂໍ້ຕົກລົງໃຫ້ຢຸດຕິການແກ້ໄຂການລະເມີດການແຂ່ງຂັນທາງທຸລະກິດ ຕາມກໍລະ ນີໃດໜຶ່ງເທິງນີ້ ຄຂທ ຕ້ອງສົ່ງຂໍ້ຕົກລົງດັ່ງກ່າວ ໃຫ້ຜູ່ຖືກກວດກາ, ຜູ່ຮ້ອງຟ້ອງ, ຜູ່ແຈ້ງຄວາມ, ຜູ່ຖືກເສັຍ ຫາຍ  ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ.

ມາດຕາ 77  ການຮ້ອງຟ້ອງເອົາຄ່າເສັຍຫາຍທາງແພ່ງ

  ຜູ່ຖືກເສັຍຫາຍ ຍ້ອນການລະເມີດການແຂ່ງຂັນທາງທຸລະກິດ ມີສິດຮ້ອງຟ້ອງຕໍ່ສານ ເພື່ອທວງ ເອົາການໃຊ້ແທນຄ່າເສັຍຫາຍທາງແພ່ງ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.

ພາກທີ VII
ການຄຸ້ມຄອງ ແລະ ການກວດກາວຽກງານແຂ່ງຂັນທາງທຸລະກິດ

ໝວດທີ 1
ການຄຸ້ມຄອງວຽກງານແຂ່ງຂັນທາງທຸລະກິດ

ມາດຕາ 78  ອົງການຄຸ້ມຄອງວຽກງານແຂ່ງຂັນທາງທຸລະກິດ

  ລັດຖະບານ ເປັນຜູ່ຄຸ້ມຄອງວຽກງານແຂ່ງຂັນທາງທຸລະກິດຢ່າງລວມສູນ ແລະ ເປັນເອກະ ພາບໃນຂອບເຂດທົ່ວປະເທດ ໂດຍມອບໃຫ້ຂະແໜງການອຸດສາຫະກຳ ແລະ ການຄ້າ ຮັບຜິດຊອບ ໂດຍກົງ ແລະ ເປັນເຈົ້າການປະສານສົມທົບກັບຂະແໜງການ ການເງິນ, ແຜນການ ແລະ ການລົງທຶນ, ກະສິກຳ ແລະ ປ່າໄມ້, ຍຸຕິທຳ, ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ, ຂະແໜງການອື່ນ ແລະອົງການປົກຄອງທ້ອງຖິ່ນ ທີ່ກ່ຽວຂ້ອງ.

      ອົງການຄຸ້ມຄອງວຽກງານແຂ່ງຂັນທາງທຸລະກິດ ປະກອບດ້ວຍ:

1.       ກະຊວງອຸດສາຫະກຳ ແລະ ການຄ້າ;
2.       ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນ;
3.       ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ, ເທດສະບານ.    

ມາດຕາ 79  ສິດ ແລະ ໜ້າທີ່ ຂອງກະຊວງອຸດສາຫະກຳ ແລະ ການຄ້າ

 ໃນການຄຸ້ມຄອງວຽກງານແຂ່ງຂັນທາງທຸລະກິດ ກະຊວງອຸດສາຫະກຳ ແລະ ການຄ້າ ມີ ສິດ ແລະ ໜ້າທີ່ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ດັ່ງນີ້:

1.       ຄົ້ນຄວ້ານະໂຍບາຍ, ແຜນຍຸດທະສາດ ແລະ ກົດໝາຍ ກ່ຽວກັບວຽກງານແຂ່ງຂັນທາງ ທຸລະກິດ ເພື່ອສະເໜີລັດຖະບານພິຈາລະນາ;
2.       ຜັນຂະຫຍາຍນະໂຍບາຍ, ແຜນຍຸດທະສາດ ແລະ ກົດໝາຍ ກ່ຽວກັບວຽກງານແຂ່ງຂັນ ທາງທຸລະກິດ ມາເປັນແຜນການ, ແຜນງານ ແລະ ໂຄງການລະອຽດຂອງຕົນ ພ້ອມທັງຊີ້ນຳ ຕິດຕາມ, ຊຸກຍູ້ ການຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ;
3.       ໂຄສະນາ, ເຜີຍແຜ່ ນະໂຍບາຍ, ກົດໝາຍ, ແຜນຍຸດທະສາດ ແລະ ແຜນການ ກ່ຽວກັບວຽກງານແຂ່ງຂັນທາງທຸລະກິດໃຫ້ແກ່ສັງຄົມ;
4.       ອອກ ຂໍ້ຕົກລົງ, ຄຳສັ່ງ ແລະ ຄຳແນະນຳ ກ່ຽວກັບວຽກງານແຂ່ງຂັນທາງທຸລະກິດ;
5.       ສ້າງ, ບຳລຸງ, ສຶກສາອົບຮົມ ແລະ ຍົກລະດັບ ພະນັກງານວິຊາການ ກ່ຽວກັບການແຂ່ງຂັນທາງທຸລະກິດ;
6.       ພົວພັນຮ່ວມມືກັບຕ່າງປະເທດ, ພາກພື້ນ ແລະ ສາກົນ ກ່ຽວກັບວຽກງານແຂ່ງຂັນທາງທຸ ລະກິດ;
7.       ສະຫຼຸບ ແລະ ລາຍງານ ການເຄື່ອນໄຫວວຽກງານ ກ່ຽວກັບການແຂ່ງຂັນທາງທຸລະກິດ ຕໍ່ ລັດຖະບານຢ່າງເປັນປົກກະຕິ;
8.       ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ. 

ມາດຕາ 80  ສິດ ແລະ ໜ້າທີ່ ຂອງພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນ

 ໃນການຄຸ້ມຄອງວຽກງານແຂ່ງຂັນທາງທຸລະກິດ ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນ ມີ ສິດ ແລະ ໜ້າທີ່ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ດັ່ງນີ້:

1.       ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ນະໂຍບາຍ, ແຜນຍຸດທະສາດ, ກົດໝາຍ, ລະບຽບ ການ ແລະ ແຜນດຳເນີນງານ ກ່ຽວກັບວຽກງານແຂ່ງຂັນທາງທຸລະກິດ;
2.       ໂຄສະນາ, ເຜີຍແຜ່ ນະໂຍບາຍ, ກົດໝາຍ, ແຜນຍຸດທະສາດ ແລະ ແຜນການ ກ່ຽວກັບ ວຽກງານແຂ່ງຂັນທາງທຸລະກິດ ໃຫ້ແກ່ສັງຄົມ;
3.       ອຳນວຍຄວາມສະດວກ ແລະ ໃຫ້ການຮ່ວມມື ແກ່ເຈົ້າໜ້າທີ່ກວດກາການແຂ່ງຂັນທາງ ທຸລະກິດ ໃນການຈັດຕັ້ງປະຕິບັດວຽກງານແຂ່ງຂັນທາງທຸລະກິດ;
4.       ຮັບຄຳສະເໜີ ແລະ ການລາຍງານ ກ່ຽວກັບວຽກງານແຂ່ງຂັນທາງທຸລະກິດ ຈາກປະຊາຊົນ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ເພື່ອລາຍງານຂັ້ນເທິງ ພິຈາລະນາແກ້ໄຂ;
5.       ພົວພັນຮ່ວມມືກັບຕ່າງປະເທດ, ພາກພື້ນ ແລະ ສາກົນ ກ່ຽວກັບວຽກງານແຂ່ງຂັນທາງທຸລະ ກິດ ຕາມການມອບໝາຍ;
6.       ສະຫຼຸບ ແລະ ລາຍງານຜົນການຈັດຕັ້ງປະຕິບັດວຽກງານແຂ່ງຂັນທາງທຸລະກິດ ຕໍ່ຂັ້ນເທິງ ຢ່າງເປັນປົກກະຕິ;  
7.       ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ ຫຼື ຕາມການມອບໝາຍ.

ມາດຕາ 81  ສິດ ແລະ ໜ້າທີ່ ຂອງຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ, ເທດສະບານ

  ໃນການຄຸ້ມຄອງວຽກງານແຂ່ງຂັນທາງທຸລະກິດ ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ, ເທດສະບານ ມີ ສິດ ແລະ ໜ້າທີ່ ດັ່ງນີ້:

1.       ຈັດຕັ້ງປະຕິບັດ ແຜນການ, ຂໍ້ຕົກລົງ, ຄຳສັ່ງ, ຄຳແນະນຳ ກ່ຽວກັບວຽກງານແຂ່ງຂັນທາງທຸ ລະກິດຂອງຂັ້ນເທິງ;
2.       ເຜີຍແຜ່ກົດໝາຍ ແລະ ລະບຽບການ ກ່ຽວກັບວຽກງານແຂ່ງຂັນທາງທຸລະກິດ, ສຶກສາອົບຮົມ ແລະ ສ້າງຈິດສຳນຶກ ໃຫ້ທຸກພາກສ່ວນຂອງສັງຄົມ ມີຄວາມເຂົ້າໃຈກ່ຽວກັບວຽກງານແຂ່ງຂັນທາງທຸ ລະກິດ ພາຍໃນ ເມືອງ, ເທດສະບານ ຂອງຕົນ;
3.       ຊີ້ນຳ, ຕິດຕາມ, ຊຸກຍູ້ ການຈັດຕັ້ງປະຕິບັດວຽກງານແຂ່ງຂັນທາງທຸລະກິດ ພາຍໃນເມືອງ, ເທດສະບານຂອງຕົນ ໃຫ້ມີປະສິດທິຜົນ;
4.       ຮັບຄຳສະເໜີ ແລະ ການລາຍງານ ກ່ຽວກັບວຽກງານແຂ່ງຂັນທາງທຸລະກິດ ຈາກປະຊາຊົນ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ  ເພື່ອລາຍງານຂັ້ນເທິງ ພິຈາລະນາແກ້ໄຂ;
5.       ສະຫຼຸບ ແລະ ລາຍງານຜົນການຈັດຕັ້ງປະຕິບັດວຽກງານແຂ່ງຂັນທາງທຸລະກິດ ຕໍ່ຂັ້ນເທິງ ຢ່າງເປັນປົກກະຕິ;  
6.       ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ ຫຼື ຕາມການມອບໝາຍ.

ມາດຕາ 82  ສິດ ແລະ ໜ້າທີ່ ຂອງຂະແໜງການອື່ນ ແລະ ອົງການປົກຄອງທ້ອງຖິ່ນ

 ຂະແໜງການການເງິນ, ໂຍທາທິການ ແລະ ຂົນສົ່ງ, ສາທາລະນະສຸກ, ສຶກສາທິການ ແລະ ກິລາ,  ກະສິກຳ ແລະ ປ່າໄມ້, ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ, ວິທະຍາສາດ ແລະ ເຕັກໂນໂລຊີ, ພະລັງງານ ແລະ ບໍ່ແຮ່, ທະນະຄານ ແຫ່ງ ສປປ ລາວ, ຂະແໜງການອື່ນ, ອົງການ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ມີສິດ ແລະ ໜ້າທີ່ ໃນການຄຸ້ມຄອງວຽກງານແຂ່ງຂັນທາງ ທຸລະກິດ, ຮ່ວມມື ແລະ ປະສານສົມທົບກັບຂະແໜງການອຸດສາຫະກຳ ແລະ ການຄ້າ ຕາມພາລະບົດບາດ ແລະ ຂອບເຂດຄວາມຮັບຜິດຊອບຂອງຕົນ.

ໝວດທີ 2

ການກວດກາວຽກງານແຂ່ງຂັນທາງທຸລະກິດ

ມາດຕາ 83   ອົງການກວດກາວຽກງານແຂ່ງຂັນທາງທຸລະກິດ

 ອົງການກວດກາວຽກງານແຂ່ງຂັນທາງທຸລະກິດ ມີ ດັ່ງນີ້:

1.       ອົງການກວດກາພາຍໃນ ຊຶ່ງແມ່ນ ອົງການດຽວກັນກັບອົງການຄຸ້ມຄອງວຽກງານແຂ່ງຂັນ ທາງທຸລະກິດ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 78 ຂອງກົດໝາຍສະບັບນີ້;
2.       ອົງການກວດກາພາຍນອກ ຊຶ່ງແມ່ນ ສະພາແຫ່ງຊາດ, ອົງການກວດກາລັດ, ອົງການກວດສອບແຫ່ງລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ແລະ ສື່ມວນຊົນ ເປັນຜູ່ກວດກາການ ຈັດຕັ້ງປະຕິບັດວຽກງານແຂ່ງຂັນທາງທຸລະກິດ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ ຂອງຕົນ.

ມາດຕາ 84  ເນື້ອໃນການກວດກາວຽກງານແຂ່ງຂັນທາງທຸລະກິດ

ການກວດກາວຽກງານແຂ່ງຂັນທາງທຸລະກິດ ມີ ເນື້ອໃນ ຕົ້ນຕໍ ດັ່ງນີ້:

1.       ການຈັດຕັ້ງປະຕິບັດ ນະໂຍບາຍ, ແຜນຍຸດທະສາດ, ກົດໝາຍ ແລະ ລະບຽບການ ກ່ຽວກັບວຽກງານແຂ່ງຂັນທາງທຸລະກິດ;
2.       ການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງຄະນະກຳມະການຄວບຄຸມການແຂ່ງຂັນທາງທຸລະ ກິດ ແລະ ອົງການຄຸ້ມຄອງວຽກງານແຂ່ງຂັນທາງທຸລະກິດ;
3.       ຄວາມຮັບຜິດຊອບ, ການປະພຶດ ແລະ ແບບແຜນວິທີເຮັດວຽກຂອງພະນັກງານ ແລະ ເຈົ້າໜ້າທີ່ກວດກາການແຂ່ງຂັນທາງທຸລະກິດ.

ມາດຕາ 85  ຮູບການການກວດກາວຽກງານແຂ່ງຂັນທາງທຸລະກິດ

ຮູບການ ການກວດກາວຽກງານແຂ່ງຂັນທາງທຸລະກິດ ມີ ດັ່ງນີ້:

1.       ການກວດກາປົກກະຕິ ຊຶ່ງແມ່ນ ການກວດກາທີ່ດຳເນີນໄປຕາມແຜນການ ແລະ ມີກຳນົດເວລາອັນແນ່ນອນ;
2.       ການກວດກາໂດຍມີການແຈ້ງໃຫ້ຮູູ້ລ່ວງໜ້າ ຊຶ່ງແມ່ນ ການກວດການອກແຜນການ ເມື່ອເຫັນວ່າ ມີີຄວາມຈຳເປັນ ໂດຍແຈ້ງໃຫ້ຜູ່ຖືກກວດກາຮູ້ກ່ອນລ່ວງໜ້າຢ່າງໜ້ອຍ ຊາວສີ່ຊົ່ວໂມງ;
3.       ການກວດກາແບບກະທັນຫັນ ຊຶ່ງແມ່ນ ການກວດການອກແຜນການ, ມີຄວາມຈຳເປັນຮີບດ່ວນ ໂດຍບໍ່ມີການແຈ້ງໃຫ້ຜູ່ຖືກກວດກາຊາບລ່ວງໜ້າ.

ໃນການດຳເນີນການກວດກາວຽກງານແຂ່ງຂັນທາງທຸລະກິດແຕ່ລະຄັ້ງນັ້ນ ໃຫ້ກວດກາທັງເອກະ ສານ ແລະ ລົງກວດກາຕົວຈິງ ຢູ່ສະຖານທີ່ເຮັດວຽກ ພ້ອມທັງປະຕິບັດໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ຢ່າງເຂັ້ມງວດ.

ພາກທີ VIII

ນະໂຍບາຍຕໍ່ຜູ່ມີຜົນງານ ແລະ ມາດຕະການຕໍ່ຜູ່ລະເມີດ

ມາດຕາ 86  ນະໂຍບາຍຕໍ່ຜູ່ມີຜົນງານ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດກົດໝາຍສະບັບນີ້ ເປັນຕົ້ນ ການສະໜອງຂໍ້ມູນ, ການລາຍງານການລະເມີດການແຂ່ງຂັນທາງທຸລະກິດ  ຈະໄດ້ຮັບການຍ້ອງ ຍໍ ຫຼື ນະໂຍບາຍອື່ນ ຕາມລະບຽບການ.

ມາດຕາ 87  ມາດຕະການຕໍ່ຜູ່ລະເມີດ

ບຸກຄົນ, ນິຕິບຸກຄົນ  ຫຼື ການຈັດຕັ້ງ ທີ່ໄດ້ລະເມີດກົດໝາຍວ່າດ້ວຍການແຂ່ງຂັນທາງທຸລະກິດ ຈະຖືກປະຕິບັດມາດຕະການ ສຶກສາອົບຮົມ, ກ່າວເຕືອນ, ລົງວິໄນ, ປັບໃໝ, ໃຊ້ແທນຄ່າເສັຍຫາຍທາງແພ່ງ

ຫຼື ຖືກລົງໂທດຕາມກົດໝາຍ ແລ້ວແຕ່ກໍລະນີເບົາ ຫຼື ໜັກ.

ມາດຕາ 88  ມາດຕະການສຶກສາອົບຮົມ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບການແຂ່ງຂັນທາງທຸລະກິດ ເປັນຕົ້ນ ຂໍ້ຫ້າມຕາມທີ່ໄດ້ກຳນົດໄວ້ໃນກົດໝາຍສະບັບນີ້ ທີ່ມີລັກສະນະເບົາ ແລະ ເປັນການລະເມີດເທື່ອທຳອິດ ຊຶ່ງບໍ່ແມ່ນການກະທຳຜິດທາງອາຍາ ຈະຖືກສຶກສາອົບຮົມ ແລະ ກ່າວເຕືອນ.

ມາດຕາ 89  ມາດຕະການທາງວິໄນ

ເຈົ້າໜ້າທີ່ກວດກາການແຂ່ງຂັນທາງທຸລະກິດ ແລະ ພະນັກງານລັດທີ່ກ່ຽວຂ້ອງ ທີ່ໄດ້ລະເມີດກົດໝາຍສະບັບນີ້ ເປັນຕົ້ນ ຂໍ້ຫ້າມ ຊຶ່ງບໍ່ເປັນການກະທຳຜິດທາງອາຍາ, ກໍ່ຄວາມເສັຍຫາຍບໍ່ຫຼວງຫຼາຍ, ບໍ່ມີຄວາມຈິງໃຈລາຍງານ ແລະ ຫຼົບຫຼີກຈາກຄວາມຜິດ ຈະຖືກລົງວິໄນ ດັ່ງນີ້:

1.       ຕິຕຽນ, ກ່າວເຕືອນຄວາມຜິດຕາມລະບຽບການ ພ້ອມທັງບັນທຶກໄວ້ໃນສຳນວນຊີວະປະຫວັດຂອງຜູ່ກ່ຽວ;
2.       ໂຈະການເລື່ອນຊັ້ນ, ຂັ້ນເງິນເດືອນ ແລະ ການຍ້ອງຍໍ;
3.       ປົດຕຳແໜ່ງ ຫຼື ຍົກຍ້າຍໄປຮັບໜ້າທີ່ອື່ນ ທີ່ມີຕຳແໜ່ງຕ່ຳກວ່າເກົ່າ;
4.       ໃຫ້ອອກຈາກລັດຖະການໂດຍບໍ່ໄດ້ຮັບນະໂຍບາຍ;

ຜູ່ຖືກປະຕິບັດວິໄນ ຕ້ອງສົ່ງຊັບສິນທີ່ຕົນໄດ້ມາໂດຍບໍ່ຖືກຕ້ອງນັ້ນ ຄືນໃຫ້ການຈັດຕັ້ງຢ່າງຄົບ ຖ້ວນ.

ມາດຕາ 90  ມາດຕະການປັບໃໝ

 ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດກົດໝາຍສະບັບນີ້ ເປັນຕົ້ນ ຂໍ້ຫ້າມທີ່ບໍ່ເປັນການ ກະທຳຜິດທາງອາຍາ ຈະຖືກປັບໃໝ.

 ອັດຕາການປັບໃໝ ໄດ້້ກຳນົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ 91  ມາດຕະການທາງແພ່ງ

 ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດຂໍ້ຫ້າມໃນກົດໝາຍສະບັບນີ້ ຊຶ່ງໄດ້ກໍ່ຄວາມເສັຍ ຫາຍແກ່ຜູ່ອື່ນ ຕ້ອງໃຊ້ແທນຄ່າເສັຍຫາຍ ຕາມມູນຄ່າຕົວຈິງທີ່ຕົນໄດ້ກໍ່ຂຶ້ນ.

ມາດຕາ 92  ມາດຕະການທາງອາຍາ

ບຸກຄົນທີ່ໄດ້ລະເມີດກົດໝາຍສະບັບນີ້ ຊຶ່ງເປັນການກະທຳຜິດທາງອາຍາ ຈະຖືກລົງໂທດ ຕາມທີ່ ໄດ້ກຳນົດໄວ້ໃນກົດໝາຍອາຍາ ຫຼື ກົດໝາຍອື່ນທີ່ກຳນົດໂທດທາງອາຍາ.

ມາດຕາ 93  ມາດຕະການໂທດເພີ່ມ

ນອກຈາກມາດຕະການຕໍ່ຜູ່ລະເມີດ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 92 ຂອງກົດໝາຍສະບັບນີ້ ຜູ່ກະທຳຜິດ ຍັງຈະຖືກປະຕິບັດມາດຕະການໂທດເພີ່ມ ເປັນຕົ້ນ ການໂຈະ ຫຼື ຖອນທະບຽນວິສາຫະກິດ.

ພາກທີ IX

ບົດບັນຍັດສຸດທ້າຍ

ມາດຕາ 94  ການຈັດຕັ້ງປະຕິບັດ

  ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນຜູ່ຈັດຕັ້ງປະຕິບັດກົດ ໝາຍສະບັບນີ້.

ມາດຕາ 95 ຜົນສັກສິດ

ກົດໝາຍສະບັບນີ້ ມີຜົນສັກສິດນັບແຕ່ວັນ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອອກລັດຖະດຳລັດປະກາດໃຊ້ ແລະ ພາຍຫຼັງໄດ້ລົງໃນຈົດໝາຍເຫດທາງລັດຖະການ ສິບຫ້າວັນ.

ຂໍ້ກຳນົດ, ບົດບັນຍັດໃດ ທີ່ຂັດກັບກົດໝາຍສະບັບນີ້ ລ້ວນແຕ່ຖືກຍົກເລີກ.

                                                                                               

                                                                                                                                                                                                                   ປະທານສະພາແຫ່ງຊາດ

                                                                                      (ເຊັນ ແລະ ປະທັບຕາ)

                                                                                      ປານີ ຢາທໍ່ຕູ

                                                                               ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 ກົດໝາຍ ວ່າດ້ວຍ ການແຂ່ງຂັນທາງທຸລະກິດ, ສະບັບເລກທີ 60 /ສພຊ, ລົງວັນທີ 14 ກໍລະກົດ 2015 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.