ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ໃນນາມ ຫ້ອງການປະຈຳຂອງກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ (ກຂອຄ)  ໄດ້ຈັດກອງປະຊຸມທົບທວນວຽກງານອຳນວຍຄວາມສະດວກທາງດ້ານການຄ້າຢູ່ຂັ້ນທ້ອງຖິ່ນຢູ່ແຂວງພາກກາງ ແລະ ພາກໃຕ້ ໃນວັນທີ 25-26 ກຸມພາ 2016 ໂດຍໄດ້ເຊື້້ອເຊີນຜູ່ເຂົ້າຮ່ວມຈາກຫ້ອງວ່າການແຂວງ, ພະແນກອຸດສາຫະກໍາ ແລະ   ການຄ້າ, ພະແນກພາສີ, ພະແນກກະສິກຳ ແລະ ປ່າໄມ້, ພະແນກສາທາລະນະສຸກ, ພະແນກໂຍທາທິການ ແລະ ຂົນສົ່ງ, ສະພາການຄ້າ ແລະ ອຸດສາຫະກຳແຂວງ ແລະ ພາກທຸລະກິດທີ່ກ່ຽວຂ້ອງຈາກບັນດາແຂວງພາກກາງ ແລະ ພາກໃຕ້ເຂົ້າຮ່ວມທັງໝົດ 63 ທ່ານ. ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອ 1.) ຕິດຕາມການຈັດຕັ້ງປະຕິບັດວຽກງານອຳນວຍຄວາມສະດວກທາງດ້ານການຄ້າຢູ່ຂັ້ນທ້ອງຖິ່ນ; 2.) ສ້າງຈຸດປະສານງານວຽກງານອຳນວຍຄວາມສະດວກທາງດ້ານການຄ້າຢູ່ຂັ້ນທ້ອງຖິ່ນ; ແລະ 3.) ຮັບຟັງບັນຫາ ແລະ ຂໍ້ສະເໜີ ກ່ຽວກັບ ສະພາບການຈັດຕັ້ງປະຕິບັດວຽກງານການອຳນວຍຄວາມສະດວກທາງດ້ານການຄ້າຢູ່ຂັ້ນທ້ອງຖິ່ນ.

ໃນກອງປະຊຸມ ບັນດາຜູ່ເຂົ້າຮ່ວມໄດ້ຮັບຟັງການລາຍງານກ່ຽວກັບຜົນການຈັດຕັ້ງປະຕິບັດວຽກງານອຳນວຍຄວາມສະດວກທາງດ້ານການຄ້າຂອງ ສປປ ລາວໃນໄລຍະສອງປີຜ່ານມາ ໂດຍຊີ້ໃຫ້ເຫັນເຖິງສະພາບການພັດທະນາວຽກງານອຳນວຍຄວາມສະດວກທາງດ້ານການຄ້າທີ່ພົ້ນເດັ່ນ ເປັນຕົ້ນໄດ້ສືບຕໍ່ພັດທະນາສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ ເພື່ອເຜີຍແຜ່ຂໍ້ມູນຂ່າວສານທາງດ້ານການຄ້າໃຫ້ທັງພາກລັດ ແລະ ທຸລະກິດ, ໄດ້ມີການປັບປຸງ ແລະ ສ້າງລະບຽບການທີ່ຕິດພັນກັບການຄ້າຫຼາຍສະບັບ ເພື່ອໃຫ້ສອດຄ່ອງກັບມາດຕະຖານຂອງສາກົນ, ໄດ້ແກ້ໄຂບັນຫາຂອງພາກທຸລະກິດ ທີ່ສະເໜີມາຜ່ານ ກຂອຄ, ແລະ ໄດ້ມີການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ເຂົ້າໃນວຽກງານອຳນວຍຄວາມສະດວກທາງດ້ານການຄ້າ ເຊັ່ນ ASYCUDA. ແຕ່ເຖິງຢ່າງໃດກໍຕາມ ກໍຍັງຄົງມີຫຼາຍຂໍ້ຄົງຄ້າງເປັນຕົ້ນແມ່ນບັນຫາການປະສານງານ ລະຫວ່າງ ຂະແໜງການຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ທີ່ຍັງບໍ່ທັນມີປະສິດທິພາບ ແລະ ປະສິດທິຜົນເທົ່າທີ່ຄວນ ຊຶ່ງໄດ້ເຮັດໃຫ້ເກີດຄວາມຫຍຸ້ງຍາກໃນການຕິດຕາມກວດກາ ແລະ ແກ້ໄຂບັນຫາຂອງພາກທຸລະກິດ ທີ່ເກີດຂື້ນຢູ່ຂັ້ນທ້ອງຖິ່ນ.

ກອງປະຊຸມໄດ້ເຫັນດີເປັນເອກະພາບກັນຕໍ່ການລາຍງານຂອງຫ້ອງການປະຈຳ ກຂອຄ ພ້ອມກັບໄດ້ຮັບຟັງການລາຍງານສະພາບຂໍ້ສະດວກ ແລະ ຫຍຸ້ງຍາກໃນການດຳເນີນການນຳເຂົ້າ ແລະ ສົ່ງອອກ, ແລະ ຜ່ານແດນໂດຍພະແນກ ອຄ ແຂວງ ຢູ່ 6 ແຂວງ ແລະ ພາກທຸລະກິດ ຊຶ່ງໄດ້ຊີ້ໃຫ້ເຫັນວ່າການດຳເນີນເອກະສານຍັງໃຊ້ເວລາດົນ ແລະ ມີຕົ້ນທຶນສູງ. ບັນຫາຕົ້ນຕໍຂອງການນຳເຂົ້າ-ສົ່ງອອກສິນຄ້າຜ່ານແດນມີຄື: (1) ການຕັ້ງຈຸດກວດກາຕາມເສັ້ນທາງຂົນສົ່ງ; (2) ຄ່າຄ່ຽນຖ່າຍຢູ່ສາງສິນຄ້າມີຕົົ້ນທຶນສູງ; ແລະ (3) ຄວາມຫຍຸ້ງຍາກໃນການສົ່ງອອກມັນຕົ້ນໄປໄທ ຫຼື ນຳຜ່ານແດນໄທ.

ທ່ານ ນາງ ບານສະຕິ ເທບພະວົງ ກ່າວໃນທີ່ປະຊຸມວ່າ: “ສປປ ລາວ ຕ້ອງໄດ້ສືບຕໍ່ແກ້ໄຂບັນດາຂໍ້ຄົງຄ້າງທີ່ຕິດພັນກັບວຽກງານອຳນວຍຄວາມສະດວກທາງດ້ານການຄ້າຫຼາຍຢ່າງ ເປັນຕົ້ນແມ່ນບັນຫາການປະສານງານ ລະຫວ່າງ ຂະແໜງການຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ທີ່ຍັງບໍ່ທັນມີປະສິດທິພາບ ແລະ ປະສິດທິຜົນເທົ່າທີ່ຄວນ ຊຶ່ງໄດ້ເຮັດໃຫ້ເກີດຄວາມຫຍຸ້ງຍາກໃນການຕິດຕາມກວດກາ ແລະ ແກ້ໄຂບັນຫາຂອງພາກທຸລະກິດ ທີ່ເກີດຂື້ນຢູ່ຂັ້ນທ້ອງຖິ່ນ. ເຖິງວ່າບັນຫາທີ່ກ່າວມານັ້ນ ຈະເປັນພຽງສ່ວນໜຶ່ງຂອງບັນຫາທີ່ຕິດພັນກັບວຽກງານອຳນວຍຄວາມສະດວກທາງດ້ານການຄ້າ ແຕ່ກໍ່ເປັນບັນຫາສຳຄັນ ແລະ ໃຈກາງ ເພາະຖ້າມີການປະສານງານທີ່ດີແລ້ວ ກໍ່ຈະເຮັດໃຫ້ການແກ້ໄຂບັນຫາຫຍຸ້ງຍາກທີ່ເກີດຂື້ນໄດ້ທ່ວງທັນ ແລະ ເປັນລະບົບກວ່າເກົ່າ”.

ເພື່ອແກ້ໄຂບັນຫາດັ່ງກ່າວ ທີ່ປະຊຸມໄດ້ເປັນເອກະພາບກັນດັ່ງນີ້: (1) ເຫັນຄວນມີຈຸດປະສານງານວຽກງານອຳນວຍຄວາມສະດວກທາງດ້ານການຄ້າໃນຂັ້ນທ້ອງຖິ່ນ ໃນ ລະດັບແຂວງ ຫຼື ພະແນກ ອຄ ແຂວງ; (2) ສ້າງໂຄງ​ສ້າງ​ຂອງ​ຈຸດ​ປະສານ​ງານ​ຂັ້ນ​ທ້ອງ​ຖິ່ນ ​ຄື​ກັບ​ຂັ້ນ​ສູນ​ກາງ; ແລະ (3) ຈັດຝຶກ​ອົບຮົມກ່ຽວກັບວິທີການ​ປະກອບ​ແບບ​ຟອມ​ແຫຼ່ງກໍາ​ເນີ​ດສິນຄ້າ. ພ້ອມນັ້ນ, ກອງປະຊຸມ ໄດ້ສະເໜີບັນຫາຫຼັກຂອງພາກທຸລະກິດດັ່ງນີ້:  (1) ​​ເຜີຍ​ແຜ່​ນິຕິ​ກໍາ​ໃໝ່ຂອງ​ປະ​ເທດ​ທາງ​ຜ່ານ; (2) ​ອອກ​ລະບຽບ​ການ​ນໍາ​ໃຊ້ ການ​ອອກ​ໃບ​ອະນຸຍາດ​ທາງ​ອີ​​ເລ​ັກ​ໂທຣນິກ ​ແລະ ​ເຜີຍ​ແຜ່​ລະບຽບ​ດັ່ງກ່າວ ຜ່ານສູນ​ຂໍ້​ມູນ​ຂ່າວສານ​ທາງ​ດ້ານ​ການ​ຄ້າ; (3) ​ເຜີຍ​ແຜ່​ນະ​ໂຍບາຍ​ຂອງ AEC ທີ່​ມີ​ຜົນ​ກະທົບ​ຕໍ່​ທຸລະ​ກິດ​ໃນ​ຂັ້ນທ້ອງ​ຖິ່ນ; (4) ປັບປຸງ​ນິຕິ​ກໍາການ​ນໍາ​ເຂົ້າ-ສົ່ງ​ອອກ ​ໃຫ້​ສອດຄ່ອງ​ກັບ​ສາກົນ; (5) ສ້າງ​ກົນ​ໄກ​ການ​ຮວບ​ຮວມສະຖິຕິ​ການ​ຄ້າ ​ແລະ ການ​ລົງທຶນ​ຂອງ​ແຂວງ ​ເພື່ອ​ເປັນ​ພື້ນຖານ​ແກ່​ການ​ຄົ້ນຄວ້າ ​ແລະ ລາຍ​ງານ; (6) ທົບ​ທວນຄືນ​ຜົນ​ການຈັດ​ຕັ້ງ​ປະຕິບັດ​ ການ​ກວດກາ​ຈຸດ​ດຽວ ຢູ່​ດ່ານ​ແດນ​ສະຫວັນ​-ລາວບາ​ວ ​ເພື່ອ​ຖອດ​ຖອນ​ບົດຮຽນ ແລະ (7) ຫຼຸດ​ຈໍານວນ​ເອກະສານ​​ສໍາລັບ​ການ​ສົ່ງ​ອອກ ​ ​ໃຫ້​ໜ້ອຍ​ລົງ​ກວ່າ​​ເກົ່າໃຫ້ເຫຼືອ 3 ສະບັບ.

ໃນການລົງເຮັດວຽກໃນຄັ້ງນີ້ ກຂອຄ ຍັງສາມາດເກັບກຳສັງລວມບັນຫາທີ່ເປັນທັງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຂອງພາກທຸລະກິດ ເພື່ອຈະນຳໄປຄົ້ນຄວ້າລາຍງານຂໍທິດຊີ້ນຳຈາກຫົວໜ້າ ກຂອຄ ເພື່ອພິຈາລະນາແກ້ຂໍ້ຫຍຸ້ງຍາກຂອງພາກທຸລະກິດ ແລະ ຊຸກຍູ້ສົ່ງເສີມລະບຽບການທີ່ແທດເໝາະກັບສະພາບຕົວຈິງໃນຕໍ່ໜ້າ. ຫ້ອງການປະຈຳຂອງ ກຂອຄ, ກົມການນຳເຂົ້າ ແລະ ສົ່ງອອກ ຈະສືບຕໍ່ເພີ່ມທະວີການພົວພັນຕິດແທດກັບທ້ອງຖິ່ນໃນທົ່ວປະເທດ ເພື່ອເກັບກຳບັນຫາທີ່ເປັນທັງອັນລວມ ແລະ ອັນສະເພາະຂອງແຕ່ລະທ້ອງຖິ່ນ.

ດາວໂຫຼດລາວ: ຜົນຂອງກອງປະຊຸມ

 

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.