ການນໍາເຂົ້າປາ, ສັດນໍ້າ ແລະ ຜະລິດຕະພັນສັດນໍ້າ ຕ້ອງໄດ້ອະນຸຍາດຈາກກົມລ້ຽງສັດ ແລະ ການປະມົງ, ກະຊວງກະສິກໍາ ແລະ ປ່າໄມ້ ຊຶ່ງຂັ້ນຕອນ ແລະ ເອກະສານປະກອບ ສໍາລັບການອອກອະນຸຍາດນໍາເຂົ້າ ປະກອບມີດັ່ງນີ້:
ຂັ້ນຕອນ 1: ຍື່ນເອກະສານ
1) ໃບຄໍາຮ້ອງ (ມີແບບຟອມ);
2) ສໍາເນົາບັດປະຈໍາຕົວປະຊາຊົນ ຫຼື ໜັງສືເດີນທາງ;
3) ສໍາເນົາໃບທະບຽນວິສາຫະກິດ;
4) ໃບແຈ້ງລາຄາສິນຄ້າ ແລະ ໃບແຈ້ງລາຍການສິນຄ້າ;
5) ໃບມອບສິດ (ຖ້າໃຫ້ຜູ້ອື່ນມາແລ່ນເອກະສານແທນ);
6) ໃບຢັ້ງຢືນມາດຕະຖານດ້ານເຕັກນິກ ກ່ຽວກັບ ຟາມ / ໂຮງຂ້າສັດ / ສະຖານທີ່ເກັບຮັກສາ / ບ່ອນຈໍາໜ່າຍ ຕາມແຕ່ລະກໍລະນີ (GAHP/GMP);
7) ບົດລາຍງານການກວດກາຕົວຈິງ ຈາກອົງການຄຸ້ມຄອງທີ່ກ່ຽວຂ້ອງ ຂັ້ນເມືອງ ຫຼື ແຂວງ ໃນກໍລະນີທີ່ມີການຮຽກຮ້ອງ.
ຂັ້ນຕອນ 2 ພິຈາລະນາເອກະສານ
ກົມລ້ຽງສັດ ແລະ ການປະມົງ ຈະດໍາເນີນກວດກາເອກະສານ. ຖ້າເອກະສານຄົບຖ້ວນ ແລະ ຖືກຕ້ອງຕາມຂັ້ນຕອນ 1 ແມ່ນຈະຮັບເອົາ ເພື່ອດໍາເນີນຕາມຂັ້ນຕອນ. ແຕ່ຖ້າບໍ່ຄົບຖ້ວນ ຫຼື ບໍ່ຖືກຕ້ອງ ແມ່ນຈະສົ່ງຄືນເອກະສານໃຫ້ຜູ້ຍື່ນຄໍາຮ້ອງ ພ້ອມແນະນໍາໃຫ້ປະກອບເອກະສານໃໝ່.
ຂັ້ນຕອນ 3 ເຊັນ ແລະ ອອກໃບອະນຸຍາດ
ພາຍຫຼັງໄດ້ຮັບເອກະສານຄົບຖ້ວນ ແລະ ຖືກຕ້ອງ, ກົມລ້ຽງສັດ ແລະ ການປະມົງ ຈະປະເມີນຄວາມສ່ຽງ ແລະ ພິຈາລະນາອອກອະນຸຍາດນໍາເຂົ້າ ພາຍໃນ 5 ວັນລັດຖະການ.
ຂັ້ນຕອນ 4 ຮັບໃບອະນຸຍາດ
ຜູ້ຍື່ນຄໍາຮ້ອງ ສາມາດໄປຮັບເອົາໃບອະນຸຍາດນໍາເຂົ້າໄດ້ທີ່ ກົມລ້ຽງສັດ ແລະ ການປະມົງ ຕາມວັນ ແລະ ເວລາທີ່ກໍານົດ.
ໃນເວລາສິນຄ້າຮອດດ່ານຕົວຈິງ, ໃຫ້ປະກອບເອກະສານເພີ່ມເຕີມ ດັ່ງນີ້:
1) ໃບຢັ້ງຢືນສຸຂະພາບສັດນໍ້າ ຫຼື ສຸຂານາໄມ ຈາກອົງການຄຸ້ມຄອງວຽກງານສັດຕະວະແພດ ຫຼື ປະມົງ ຂອງປະເທດຕົ້ນທາງ;
2) ໃບຢັ້ງຢືນກໍາມະພັນສັດ (ກໍລະນີທີ່ນໍາມາເປັນແນວພັນ);
3) ສໍາເນົາໃບຂົນສົ່ງສິນຄ້າ (Bill of Lading);
4) ໃບຢັ້ງຢືນ CITES ຂອງປະເທດຕົ້ນທາງ ຫຼື ເອກະສານ ທີ່ກ່ຽວຂ້ອງ ກັບ ປະເທດທີສາມ ຖ້າເປັນປະເພດສັດນໍ້າຫວງຫ້າມ ຫຼື ຄວບຄຸມ ຂອງສາກົນ;
5) ໃບຢັ້ງຢືນການບໍາບັດ, ຜົນການວິໄຈ ແລະ ການປ້ອງກັນພະຍາດສັດນໍ້າ ຖ້າມີຄວາມຈໍາເປັນ.
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.