ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງ​ກະສິກໍາ ແລະ​ ປ່າໄມ້           ເລກທີ 4211/ກປ​
ນະຄອນຫຼວງ​ວຽງຈັນ, ວັນທີ 29 ພະຈິກ 2019.

ຂໍ້ຕົກລົງ
ວ່າດ້ວຍ ການນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດນໍ້າ ແລະ ຜະລິດຕະພັນສັດນໍ້າ

  • ອີງຕາມ ​ກົດໝາຍວ່າດ້ວຍ​ການປະມົງ ​ສະບັບເລກທີ 03/ສພຊ,​ ລົງວັນທີ 09 ກໍລະກົດ 2009​;
  • ອີງຕາມ ດໍາລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 99/ນຍ, ລົງວັນທີ 09 ມີນາ 2017 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງກະສິກໍາ ແລະ ປ່າໄມ້;
  • ອີງຕາມ ໜັງ​ສື​ສະ​ເໜີຂອງ ກົມລ້ຽງສັດ ແລະ ການປະມົງ ສະບັບເລກທີ 3015/ກລປ, ລົງວັນທີ 23 ຕຸ​ລາ 2019;
  • ອີງຕາມ ການຄົ້ນຄ້ວາ ແລະ ​ສະ​ເໜີຂອງ ກົມນະ​ໂຍບາຍ ​ແລະ​ ນິຕິ​ກໍາ ສະບັບເລກທີ 688/ກບນ, ລົງວັນທີ 20 ພະຈິກ 2019.

ລັດຖະມົນຕີ ກະຊວງ​ກະສິກໍາ ​ແລະ ປ່າ​ໄມ້ ອອກ​ຂໍ້​ຕົກລົງ:

ໝວດທີ 1
ບົດບັນຍັດທົ່ວໄປ

ມາດຕາ 1  ຈຸດປະສົງ

ຂໍ້ຕົກລົງສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄວບຄຸມການນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດນໍ້າ ແລະ ຜະລິດຕະພັນສັດນໍ້າ ຢູ່ ສປປ ລາວ ເພື່ອປ້ອງກັນ ແລະ ສະກັດກັ້ນການເຂົ້າມາ, ກໍ່ຕົວ, ແຜ່ກະຈາຍຂອງພະຍາດ​ສັດນໍ້າ ແລະ ການທຳລາຍຈາກສັດນໍ້າຕ່າງແດນ ທີ່ເປັນອັນຕະລາຍຕໍ່ຊັບພະຍາກອນສັດນໍ້າພາຍໃນປະເທດ ແນໃສ່​ປົກປ້ອງ​ຊີວິດ, ສຸຂະພາບ​ຂອງຄົນ, ສັດນໍ້າ, ພັນສັດນໍ້າພື້ນເມືອງ ແລະ ສິ່ງແວດລ້ອມ ໃຫ້ມີຄວາມປອດໄພ ປະກອບສ່ວນ​ເຂົ້າໃນການຈັດຕັ້ງປະຕິບັດ ສັນຍາສຸຂານາໄມສັດ ແລະ ສຸຂານາໄມພືດ, ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ.

​ມາດຕາ 2  ການນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດນໍ້າ ແລະ ຜະລິດຕະພັນສັດນໍ້າ

ການນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ​ສັດ​ນໍ້າ​ ແລະ ​ຜະລິດຕະພັນ​ສັດນໍ້າ​ ແມ່ນການຈັດຕັ້ງປະຕິບັດ ບັນດາລະບຽບການ​ກ່ຽວກັບຂັ້ນຕອນການອະນຸຍາດຂອງ ອົງການຄຸ້ມຄອງການປະມົງ ໃຫ້ແກ່ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ນໍາສັດນໍ້າ ຫຼື ​ຜະລິດຕະພັນ​ສັດນໍ້າ ເຂົ້າ, ອອກ ຫຼື ສົ່ງຜ່ານ ສປປ ລາວ ໂດຍຜ່ານດ່ານກວດກາສັດຕະວະແພດ.

ມາດຕາ 3  ການອະທິບາຍຄຳສັບ

ຄໍາສັບທີ່ນໍາໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:

  1. ສິນຄ້າທີ່ຖືກຂົນສົ່ງ ໝາຍເຖິງ ​ລາຍການສັດນໍ້າ ແລະ ຜະລິດຕະພັນສັດນໍ້າ ທີ່ຖືກເຄື່ອນຍ້າຍ​ຈາກ​ປະ​ເທດ​ໜຶ່ງໄປອີກປະເທດໜຶ່ງ ທີ່ໄດ້ມີການບັນຈຸ, ຫຸ້ມຫໍ່ ແລະ ມີເອກະສານຢັ້ງຢືນດ້ານສຸ​ຂະ​ພາບ​ ຫຼື ສຸຂານາໄມຈາກອົງການຄຸ້ມຄອງຂອງປະເທດຕົ້ນທາງ;
  2. ເຊື້ອພະຍາດສັດນໍ້າ ໝາຍເຖິງ ຈຸລິນຊີ, ແມ່ກາຝາກ ແລະ ເຊື້ອເຫັດ ໃດໜຶ່ງ ທີ່ເປັນສາເຫດ​ ຫຼື ເປັນຕົວປະ​ກອບໃຫ້ເກີດພະຍາດໃນສັດນໍ້າ;
  3. ການຕິດເຊື້ອ ໝາຍເຖິງ ການເຂົ້າໄປ ແລະ ກໍ່ຕົວ ຫຼື ການເພີ່ມຈໍານວນຂອງເຊື້ອພະຍາດສັດນໍ້າ ຢູ່ໃນຮ່າງກາຍຂອງຄົນ, ສັດ ແລະ ສັດນໍ້າ;
  4. ພະຍາດສັດນໍ້າທີ່ຈຳເປັນຕ້ອງແຈ້ງ ໝາຍເຖິງ ພະຍາດສັດນໍ້າ ທີ່ສາມາດຕິດຕໍ່ຈາກສັດນໍ້າສູ່ສັດນໍ້າຫຼື ຈາກສັດນໍ້າສູ່ຄົນ ຊຶ່ງມີການແຜ່ລາມໄວ, ສ້າງຜົນກະທົບທາງລົບຕໍ່ສຸຂະພາບ, ຊີວິດ,  ເສດຖະກິດ ແລະ ສັງຄົມ;
  5. ການກັກກັນສັດນໍ້າ​ ໝາຍເຖິງ ການຂັງສັດນໍ້າໄວ້ ເພື່ອໃຫ້ສັດນໍ້າໄດ້ພັກຜ່ອນ ​ໂດຍ​ມີ​ການໃຫ້ອາຫານປົກກະຕິ ເພື່ອເຝົ້າລະວັງ, ຕິດຕາມ, ກວດກາ, ວິໄຈ ແລະ ຢັ້ງຢືນ, ປິ່ນປົວຮັກສາ ແລະ ຂ້າເຊື້ອພະຍາດ;
  6. ການປະເມີນຄວາມສ່ຽງ​ ໝາຍເຖິງ ການປະເມີນເພື່ອຊອກຫາຄວາມເປັນໄປໄດ້ກ່ຽວກັບ ຜົນກະທົບທາງດ້ານຊີວະ, ເສດຖະກິດ ທີ່ເກີດຈາກການນໍາເຂົ້າ ຊຶ່ງອາດເປັນອັນຕະລາຍ ຫຼື ແຜ່ກະຈາຍຢູ່ດິນ ແດນ ຂອງ ສປປ ລາວ;
  7. ການຂົນສົ່ງ ໝາຍເຖິງ ວິທີການຂົນສົ່ງສັດນໍ້າ ແລະ ຜະລິດຕະພັນສັດນໍ້າ ໂດຍທາງ​ບົກ​, ທາງນໍ້າ ຫຼື ທາງ​ອາ​ກາດ;
  8. ເຈົ້າໜ້າທີ່ສັດຕະວະແພດ ໝາຍເຖິງ ພະນັກງານສັດຕະວະແພດ ຫຼື ຜູ້ທີ່ໄດ້ຮັບການແຕ່ງຕັ້ງ ຊຶ່ງໄດ້ຮັບການຝຶກອົບຮົມ ຍົກລະດັບຄວາມຮູ້, ຄວາມສາມາດ ໃນການກວດກາວຽກງານລ້ຽງສັດ, ສັດຕະວະ ແພດ ແລະ ການປະມົງ;
  9. CITES (Convention on International Trade in Endangered Species of Wild Fauna and Flora: CITES) ໝາຍເຖິງ ສົນທິສັນຍາສາກົນ ​ວ່າດ້ວຍການຄ້າຂາຍຊະນິດພັນສັດປ່າ ແລະ ພືດປ່າທີ່ໃກ້​ຈະ​ສູນ​ພັນລະຫວ່າງຊາດ;
  10. OIE (Office International des Epizooties: OIE) ໝາຍເຖິງ ອົງການສຸຂະພາບສັດສາກົນ ຊຶ່ງ​ເປັນອົງການຈັດຕັ້ງສາກົນທີ່ຮັບຜິດຊອບວຽກງານ ສຸຂະພາບສັດ ແລະ ສັດນໍ້າ.

ມາດຕາ 4  ຫຼັກການກ່ຽວກັບການນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດນໍ້າ ແລະ ຜະລິດຕະພັນສັດນໍ້າ

ການນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດນໍ້າ ແລະ ຜະລິດຕະພັນສັດນໍ້າ ຕ້ອງ​ຮັບ​ປະກັນຫຼັກການ ດັ່ງນີ້:

  1. ສອດຄ່ອງກັບ ນະໂຍບາຍ, ກົດໝາຍ ແລະ ນິຕິ​ກໍາ ຂອງ ສປປ ລາວ;
  2. ຮັບປະກັນ ຄຸນນະພາບ ແລະ ຄວາມປອດໄພ ຕໍ່ສຸຂະພາບສັດນໍ້າ ແລະ ຜູ້ບໍລິໂພກ;
  3. ປະຕິບັດ ຢ່າງເປັນເອກະພາບ, ໂປ່ງໃສ, ຍຸຕິທໍາ ແລະ ສາມາດກວດກາໄດ້;
  4. ຮັບປະກັນ ບໍ່ສ້າງສິ່ງກີດຂວາງທີ່ບໍ່ຈຳເປັນ ຕໍ່ການຄ້າ ແລະ ບໍ່​ເລືອກປະຕິບັດ​;
  5. ສອດຄ່ອງກັບມາດຕະຖານດ້ານເຕັກນິກ ແລະ ຄໍາແນະນໍາຂອງອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ ລວມທັງ ສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ.

ມາດຕາ 5  ຂອບເຂດການນຳໃຊ້

ຂໍ້ຕົກລົງສະບັບ​ນີ້​ ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່​ກ່ຽວຂ້ອງກັບການນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດນໍ້າ ​ແລະ ​ຜະລິດຕະພັນ​ສັດນໍ້າ ໃນ ສປປ ລາວ.​

ໝວດທີ 2
ການນໍາເຂົ້າ ສັດນໍ້າ ແລະ ຜະລິດຕະພັນສັດນໍ້າ

ມາດຕາ 6  ການອະນຸຍາດນໍາເຂົ້າ

ບຸກຄົນ, ນິຕິບຸກຄົນ ​ແລະ ການຈັດຕັ້ງ ທີ່ມີຈຸດປະສົງນໍາເຂົ້າ ສັດນໍ້າ ແລະ ຜະລິດຕະພັນສັດນໍ້າ ທີ່ໄດ້ກໍານົດໄວ້ໃນເອກະສານຊ້ອນທ້າຍ 1 ຂອງຂໍ້ຕົກລົງສະບັບນີ້ ເພື່ອ​ເປົ້າໝາຍທາງ​ການຄ້າ ຕ້ອງໄດ້ຮັບ​ອະນຸຍາດ ຈາກ ກົມ​ລ້ຽງສັດ ​ແລະ ການ​ປະມົງ. ສໍາລັບ ການນຳເຂົ້າເພື່ອບໍລິໂພກພາຍໃນຄອບຄົວ ແມ່ນບໍ່ໄດ້ຂໍໃບ​ອະ​ນຸ​ຍາດ​ນໍາ​ເຂົ້າ ແຕ່ຕ້ອງໄດ້​ແຈ້ງສິນຄ້າຕໍ່ເຈົ້າໜ້າທີ່ສັດຕະວະ​ແພດປະຈໍາດ່ານ ເພື່ອດໍາເນີນການກວດກາ​, ບັນທຶກ ຫຼື ນໍາໃຊ້ມາດຕະການທີ່ຈໍາເປັນ ຕາມທີ່ ກົມລ້ຽງສັດ ແລະ ການປະມົງ ກໍານົດ.

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງນຳເອົາສັດນໍ້າສາຍພັນຕ່າງແດນເຂົ້າມາລ້ຽງໃນ ສປປ ລາວ ຕ້ອງໄດ້ຮັບອະນຸຍາດ ຈາກກົມລ້ຽງສັດ ແລະ ການປະມົງ  ແລະ ຕ້ອງມີໃບຢັ້ງຢືນການສຶກສາຜົນກະທົບຕໍ່ລະບົບນິເວດວິທະຍາ ແລະ ສິ່ງແວດລ້ອມ ຈາກສະຖາບັນທີ່ເຊື່ອຖືໄດ້, ມີການຢັ້ງຢືນຄວາມປອດໄພດ້ານຊີວະພາບ ແລະ ໄດ້ຜ່ານການປະເມີນຄວາມສ່ຽງຈາກ ອົງການຄຸ້ມຄອງການປະມົງ ຂອງ ສປປ ລາວ.

ມາດຕາ 7  ເງື່ອນໄຂການນຳເຂົ້າ ສັດນໍ້າ ແລະ ຜະລິດຕະພັນສັດນໍ້າ

ບຸກຄົນ, ນິຕິບຸກຄົນ ​ແລະ ການຈັດຕັ້ງ ທີ່ມີຈຸດປະສົງນໍາເຂົ້າ ສັດນໍ້າ ແລະ ຜະລິດຕະພັນສັດນໍ້າ ມາໃນ ສປປ ລາວ ໃຫ້ປະຕິບັດຕາມເງື່ອນໄຂ ດັ່ງນີ້:

  1. ມີໃບອະນຸຍາດນໍາເຂົ້າທີ່ອອກໃຫ້ໂດຍ ອົງການຄຸ້ມຄອງການ​ປະ​ມົງ;
  2. ມີໃບຢັ້ງຢືນສຸຂະພາບສັດນໍ້າ ຫຼື ໃບຢັ້ງຢືນສຸຂານາໄມຜະລິດຕະພັນສັດນໍ້າ ທີ່ອອກໃຫ້ໂດຍອົງ ການ ຫຼື ເຈົ້າໜ້າທີ່ຂອງລັດ ທີ່ກ່ຽວຂ້ອງຂອງປະເທດຕົ້ນທາງ ໂດຍຖືກຕ້ອງຕາມເງື່ອນໄຂການນໍາເຂົ້າຂອງ ສປປ ລາວ;
  3. ໃນ​ກໍລະນີນໍາເຂົ້າ ເພື່ອລ້ຽງເປັນແນວພັນ​ສັດ​ນ້ຳ ຕ້ອງມີໃບຢັ້ງຢືນກໍາມະພັນສັດນໍ້າ ແລະ ໃບຢັ້ງຢືນມາດຕະຖານຟາມລ້ຽງສັດນໍ້າ;
  4. ນໍາເຂົ້າສັດນໍ້າ ແລະ ຜະລິດຕະພັນສັດນໍ້າ ຕາມດ່ານທີ່ກໍານົດ  ໂດຍອົງການຄຸ້ມຄອງ​ການ​ປະ​ມົງ.

ໃນກໍລະນີ ໄດ້ຮັບອະນຸຍາດນໍາເຂົ້າແລ້ວ, ແຕ່ຜົນຂອງການວິເຄາະຄວາມສ່ຽງ ໂດຍອົງການຄຸ້ມຄອງວຽກງານການປະມົງ ທີ່ຢັ້ງຢືນວ່າມີຄວາມສ່ຽງທີ່ຈະນໍາເອົາເຊື້ອພະຍາດເຂົ້າມາແຜ່ລາມ ຫຼື ນໍາເອົາທາດເບື່ອເຂົ້າມາແຜ່ກະຈາຍຢູ່ພາຍໃນປະເທດນັ້ນ ແມ່ນບໍ່ອະນຸຍາດໃຫ້ນໍາເຂົ້າ ​ໂດຍ​ໃຫ້ແຈ້ງເຫດຜົນເປັນລາຍລັກອັກສອນ ກ່ຽວກັບການຫ້າມນັ້ນ ໃຫ້ແກ່ຜູ້ນໍາເຂົ້າຊາບ.

ມາດຕາ 8  ການປະກອບເອກະສານສໍາລັບການຂໍອະນຸຍາດນໍາເຂົ້າ

ການ​ປະກອບເອກະສານສໍາລັບການຂໍອະນຸຍາດນໍາເຂົ້າ ມີ ດັ່ງນີ້:

  1. ໃບຄໍາຮ້ອງຂໍອະນຸຍາດນໍາເຂົ້າ ຕາມແບບພິມທີ່ກົມລ້ຽງສັດ ແລະ ການປະມົງ ກໍານົດ;
  2. ສໍາເນົາ ບັດປະຈໍາຕົວ ຫຼື ສໍາມະໂນຄົວ;               
  3. ສໍາເນົາ ໜັງສືເດີນທາງ (ຖ້າເປັນຄົນຕ່າງປະເທດ);                             
  4. ໃບມອບສິດ (ຖ້າໃຫ້ຜູ້ອື່ນມາແລ່ນເອກະສານແທນ);
  5. ສໍາເນົາໃບທະບຽນວິສາຫະກິດ.

 ເອກະສານເພີ່ມເຕີມອື່ນ ໃນມື້ນໍາສິນຄ້າເຂົ້າຕົວຈິງ ມີດັ່ງນີ້:

  1. ໃບຢັ້ງຢືນສຸຂະພາບສັດນໍ້າ ຫຼື ສຸຂານາໄມ ຈາກອົງການຄຸ້ມຄອງວຽກງານສັດຕະວະແພດ ຫຼື ປະ ມົງ ຂອງປະເທດຕົ້ນທາງ;
  2. ສໍາເນົາ ໃບຂົນສົ່ງສິນຄ້າ ຫຼື Bill of Lading/Airway Bill ກໍລະນີຂົນສົ່ງທາງທ່າເຮືອ ຫຼື ເຮືອບິນ;
  3. ໃບຢັ້ງຢືນ CITES ຂອງປະເທດຕົ້ນທາງ ຫຼື ເອກະສານທີ່ກ່ຽວຂ້ອງກັບປະເທດທີສາມ ຖ້າເປັນປະເພດສັດນໍ້າຫວງຫ້າມ ຫຼື ຄວບຄຸມຂອງສາກົນ;
  4. ໃບຢັ້ງຢືນການບໍາບັດ, ຜົນການວິໄຈ ແລະ ການປ້ອງກັນພະຍາດສັດນໍ້າ ຖ້າມີຄວາມຈໍາເປັນ.

ມາດຕາ 9  ການກະກຽມກ່ອນການນໍາເຂົ້າ

ບຸກຄົນ, ນິຕິບຸກຄົນ ​ແລະ ການຈັດຕັ້ງ ທີ່ມີຈຸດປະສົງນໍາເຂົ້າສັດນໍ້າ ແລະ ຜະລິດຕະພັນສັດນໍ້າ ຕ້ອງກະກຽມ ແລະ ດໍາເນີນການຕາມຂັ້ນຕອນ ດັ່ງນີ້:

  1. ພົວພັນເອົາຂໍ້ມູນ, ລະບຽບການ ແລະ ຄໍາຮ້ອງຂໍນໍາເຂົ້າສັດນໍ້າ ແລະ ຜະລິດຕະພັນສັດນໍ້າ ຢູ່ຫ້ອງການກະສິກໍາ ແລະ ປ່າໄມ້ຂັ້ນເມືອງ, ພະແນກກະສິກຳ ແລະ ປ່າໄມ້ ຂັ້ນແຂວງ, ດ່ານກວດກາສັດຕະວະ ແພດສາກົນ, ກົມລ້ຽງສັດ ແລະ ການປະມົງ ຫຼື ດາວ​ໂລດ​ເອົາທີ່​ເວ​ບໄຊ www.dlf.maf.gov.la ຫຼື www.laotradeportal.gov.la;
  2. ຍື່ນຄໍາຮ້ອງ ຕໍ່ກົມລ້ຽງສັດ ແລະ ການປະມົງ ຢ່າງໜ້ອຍ ສິບຫ້າວັນ ກ່ອນນໍາເຂົ້າ ຕາມແບບພິມທີ່ໄດ້ກໍານົດໄວ້ໃນເອກະສານຊ້ອນທ້າຍ 3 ຂອງຂໍ້ຕົກລົງສະບັບນີ້ ​ເພື່ອ​ໃຫ້ ກົມລ້ຽງສັດ ແລະ ການປະມົງ ປະເມີນຄວາມສ່ຽງ ແລະ ພິຈາລະນາ ອອກໃບອະນຸຍາດ ຕາມແບບພິມ ທີ່ໄດ້ກໍານົດໄວ້ໃນເອກະສານຊ້ອນທ້າຍ 4 ຂອງຂໍ້ຕົກລົງສະບັບນີ້ ພາຍໃນ ຫ້າວັນລັດຖະການ. ສໍາ​ລັບອາຍຸຂອງໃບອະນຸຍາດນໍາເຂົ້າ ແມ່ນໃຫ້ອີງໃສ່ລະດັບຂອງຄວາມສ່ຽງ ຕາມແຕ່ລະປະເພດ, ຊະນິດ ແລະ ຈໍານວນຂອງສິນຄ້າ ແຕ່ສູງສຸດບໍ່ໃຫ້ເກີນເກົ້າສິບວັນ;
  3. ສົ່ງໃບອະນຸຍາດນໍາເຂົ້າ ແລະ ເງື່ອນໄຂ ເຖິງຜູ້ສົ່ງອອກ ເພື່ອກະກຽມສິນຄ້າ ແລະ ຂໍອະນຸຍາດຈາກອົງການຄຸ້ມຄອງປະມົງຂອງປະເທດຕົ້ນທາງ ໃຫ້ສອດຄ່ອງກັບເງື່ອນໄຂຂອງ ສປປ ລາວ;
  4. ແຈ້ງເອກະສານ, ວັນ, ເວລາ ທີ່ແນ່ນອນສຳລັບການນໍາເຂົ້າ ຕໍ່ດ່ານກວດກາສັດຕະວະແພດສາກົນ ບ່ອນທີ່ຈະນໍາເຂົ້າ ຢ່າງໜ້ອຍ ໜຶ່ງວັນ ກ່ອນມື້ນໍາເຂົ້າ ເພື່ອກວດກາ ແລະ ຢັ້ງຢືນຄວາມຖືກຕ້ອງຂອງເອກະສານ ໂດຍການອອກໃບຢັ້ງຢືນການກວດກາເອກະສານຢູ່ດ່ານ. ຖ້າເອກະສານບໍ່ຖືກຕ້ອງ ຫຼື ບໍ່ຄົບຖ້ວນໃຫ້ຜູ້ຂໍອະນຸຍາດນໍາໄປປະກອບໃຫ້ຖືກຕ້ອງ.

ມາດຕາ 10 ການປະຕິບັດຢູ່ດ່ານໃນເວລານໍາເຂົ້າ

ໃນເວລານໍາເຂົ້າສັດນໍ້າ ແລະ ຜະລິດຕະພັນສັດນໍ້າຢູ່ດ່ານ ໃຫ້ປະຕິບັດ ດັ່ງນີ້:

  1. ຜູ້ນໍາເຂົ້າ ແຈ້ງໃບຢັ້ງຢືນການກວດກາເອກະສານຢູ່ດ່ານ, ລາຍການສັດນໍ້າ ແລະ ຜະລິດຕະພັນສັດນໍ້າ ຕໍ່ເຈົ້າໜ້າທີ່ສັັດຕະວະແພດປະຈໍາດ່ານ;
  2. ເຈົ້າໜ້າທີ່ສັັດຕະວະແພດປະຈໍາດ່ານ ບັນທຶກຂໍ້ມູນກ່ຽວກັບສັັດນໍ້າ ແລະ ຜະລິດຕະພັນສັດນໍ້າ ເຂົ້າໃນຖານຂໍ້ມູນ ​ແລ້ວດໍາເນີນການກວດກາ ແລະ ອອກໃບຢັ້ງຢືນການກວດກາຢູ່ດ່ານ ຕາມແບບພິມທີ່ກຳ ນົດໄວ້ໃນເອກະສານຊ້ອນທ້າຍ 6 ຂອງຂໍ້ຕົກລົງສະບັບນີ້ ພ້ອມ​ທັງສໍາເນົາໄວ້ ໜຶ່ງສະບັບ ແລະ ແຈ້ງໃຫ້ຜູ້ນໍາເຂົ້າຈ່າຍຄ່າທໍານຽມ ແລະ ບໍລິການຕາມລະບຽບການ ແລ້ວຈຶ່ງອະນຸຍາດໃຫ້ເຄື່ອນຍ້າຍສິນຄ້າໄປຫາພາກ ສ່ວນພາສີ ຫຼື ພາກສ່ວນອື່ນທີ່ກ່ຽວຂ້ອງ. ໃນກໍລະນີພົບເອກະສານມີການດັດແກ້ເນື້ອໃນ, ປອມລາຍເຊັນ ຫຼື ຕາປະທັບ ເຈົ້າໜ້າທີ່ສັດຕະວະແພດປະຈໍາດ່ານ ຕ້ອງປະຕິເສດການນໍາເຂົ້າ ພ້ອມທັງກັກສິນຄ້ານັ້ນໄວ້ ເພື່ອດໍາເນີນການກວດກາ, ສືບສວນ-ສອບສວນ ແລະ ລາຍງານໃຫ້ ກົມລ້ຽງສັດ ແລະ ການປະມົງ ແລະ ພະແນກກະສິກໍາ ແລະ ປ່າໄມ້ ຂັ້ນແຂວງ ຮັບຊາບໂດຍດ່ວນ;
  3. ໃນກໍລະນີສົງໄສ ສັດນໍ້າ ຫຼື ຜະລິດຕະພັນສັດນໍ້າ ຕິດ ຫຼື ປົນເປື້ອນດ້ວຍພະຍາດສັດນໍ້າທີ່ຈໍາເປັນຕ້ອງແຈ້ງ ຕາມທີ່ກໍານົດໄວ້ໃນເອກະສານຊ້ອນທ້າຍ 2 ໃຫ້ເຈົ້າໜ້າທີ່ສັດຕະວະແພດປະຈຳດ່ານ ແຈ້ງຜູ້ ນໍາເຂົ້າ ນໍາສິນຄ້າໄປກັກກັນຢູ່ສະຖານທີ່ກັກກັນ, ແນະນໍາແຜນການຕິດຕາມ, ກັກກັນ ແລະ ມາດຕະການດ້ານວິຊາການທີ່ນໍາໃຊ້ ໃຫ້ແກ່ຜູ້ນໍາເຂົ້າຊາບ ພ້ອມທັງປະຕິບັດມາດຕະການໃດໜຶ່ງ ໂດຍດ່ວນ ດັັ່ງນີ້:
    • ເກັບ ແລະ ສົ່ງຕົວຢ່າງຂອງສັດນໍ້າ ແລະ ຜະລິດຕະພັນສັດນໍ້ານັ້ນ ໄປວິໄຈ;
    • ດຳເນີນການອະນາໄມ ຂ້າເຊື້ອພາຫະນະ ແລະ ອຸປະກອນສໍາລັບການຂົນສົ່ງ;
    • ພາຍຫຼັງສຳເລັດການ​ວິ​ໄຈ ຕ້ອງແຈ້ງຜົນການວິໄຈ ໃຫ້ຜູ້ນຳເຂົ້າຊາບ.
  4. ກໍລະນີ ພົບພະຍາດສັດນໍ້າທີ່ຈໍາເປັນຕ້ອງແຈ້ງ, ຢາ ຫຼື ສານຕົກຄ້າງທີ່ເປັນອັນຕະລາຍ, ເຈົ້າໜ້າທີ່ສັດຕະວະແພດປະຈຳດ່ານ ຕ້ອງນໍາໃຊ້ມາດຕະການໃດໜຶ່ງ ດັ່ງນີ້:
  • ກັກ ຫຼື ກັກກັນສັດນໍ້າ ຫຼື ຜະລິດຕະພັນສັດນໍ້າ;
  • ສົ່ງສິນຄ້າກັບຄືນປະເທດສົ່ງອອກ;
  • ບໍາບັດ, ອະນາໄມ ແລະ ຂ້າເຊື້ອພະຍາດທີ່ຕິດ ຫຼື ປົນເປື້ອນມານໍາສິນຄ້າ ແລະ ວັດຖູປະກອນ ທີ່ກ່ຽວຂ້ອງ;
  • ທໍາລາຍສິນຄ້າດັ່ງກ່າວຕາມຫຼັກວິຊາການ;
  • ລາຍງານໃຫ້ ພະແນກກະສິກຳ ແລະ ປ່າໄມ້ ຂັ້ນແຂວງ ​ແລະ ກົມລ້ຽງສັດ ແລະ ການປະມົງ ຮັບຊາບ ເພື່ອແຈ້ງຂໍ້ມູນໄປຍັງອົງການສຸຂະພາບສັດສາກົນ, ອົງການຈັດຕັ້ງທີ່ກ່ຽວຂ້ອງ ແລະ ປະເທດທີ່ສົ່ງອອກຊາບ ພາຍໃນ ຊາວສີ່ຊົ່ວໂມງ.

ມາດຕາ 11 ການໃຫ້ ສັດນໍ້າ ແລະ ຜະລິດຕະພັນສັດນໍ້າຜ່ານດ່ານ

ພາຍຫຼັງ ເຈົ້າໜ້າທີ່ສັດຕະວະແພດປະຈໍາດ່ານ ດຳເນີນການກວດກາເອກະສານທີ່ກ່ຽວຂ້ອງກັບສິນຄ້າ   ແລະ ອອກໃບຢັ້ງຢືນການກວດກາແລ້ວ, ເຈົ້າໜ້າທີ່ສັັດຕະວະແພດປະຈໍາດ່ານ ຕ້ອງປ່ອຍສິນຄ້າຜ່ານດ່ານ ພ້ອມທັງ ແນະນຳໃຫ້ຜູ້ນຳເຂົ້າໄປແຈ້ງເອກະສານຕໍ່ເຈົ້າໜ້າທີ່ພາສີ ຫຼື ​ເຈົ້າໜ້າທີ່​ອື່ນ​ທີ່​ກ່ຽວຂ້ອງ ເພື່ອດໍາເນີນຕາມລະບຽບການ.

ກໍລະນີ ມີຄວາມຈຳເປັນຕ້ອງໄດ້ກວດກາພາຍຫຼັງການນຳເຂົ້າ ເຈົ້າໜ້າທີ່ສັດຕະວະແພດປະຈໍາດ່ານ ຕ້ອງແຈ້ງໃຫ້ຜູ້ນໍາເຂົ້າ ເຄື່ອນຍ້າຍສັດນໍ້າ ແລະ ຜະລິດຕະພັນສັດນໍ້າ ໄປຫາສະຖານທີ່ກັກກັນ ຫຼື ສະຖານທີ່ອື່ນ ທີ່ອົງການຄຸ້ມຄອງ​ການປະມົງ ຮັບຮອງ ເພື່ອດໍາເນີນການຕິດຕາມກວດກາ ຕາມໄລຍະເວລາທີ່ກໍານົດ.

ມາດຕາ 12 ການໂຈະ ຫຼື ຍົກເລີກ ໃບອະນຸຍາດນໍາເຂົ້າ

ດ່ານກວດກາສັດຕະວະແພດ ສະເໜີກົົມລ້ຽງສັດ ແລະ ການປະມົງ ເພື່ອພິຈາລະນາ ໂຈະ ຫຼື ຍົກເລີກ ໃບອະນຸຍາດນໍາເຂົ້າ ຖ້າເຫັນວ່າມີການລະເມີດ ກໍລະນີໃດໜຶ່ງ ດັ່ງນີ້:

  1. ກວດພົບ ປະເພດ ຫຼື ປະລິມານສິນຄ້າ ບໍ່ຖືກຕ້ອງກັບຂໍ້ມູນທີ່ໄດ້ກຳນົດໄວ້ ໃນໃບອະນຸຍາດ;
  2. ນໍາສິນຄ້າເຂົ້າດ່ານ ບໍ່ຖືກຕາມການກຳນົດໄວ້ໃນໃບອະນຸຍາດນຳເຂົ້າ;
  3. ນໍາໃຊ້ໃບອະນຸຍາດນຳເຂົ້າທີ່ໝົດອາຍຸການນຳໃຊ້;
  4. ສົງໄສ ມີ ຫຼື ປົນເປື້ອນເຊື້ອພະຍາດ ທີ່ກໍານົດຢູ່ໃນບັນຊີລາຍຊື່ພະຍາດສັດນໍ້າທີ່ຈໍາເປັນຕ້ອງແຈ້ງ;
  5. ກວດພົບພະຍາດສັດນໍ້າຕ່າງແດນຊະນິດໃໝ່ ຫຼື ພະຍາດສັດນໍ້າທີ່ບໍ່ຮູ້ຈັກ ຫຼື ພະຍາດທີ່ນອນຢູ່ໃນບັນຊີພະຍາດສັດນໍ້າທີ່ຈໍາເປັນຕ້ອງແຈ້ງ;
  6. ມີການຢັ້ງຢືນວ່າສິນຄ້ານໍາເຂົ້າ ມີການປົນເປື້ອນດ້ວຍຢາ, ສານກະຕຸ້ນ ຫຼື ສານເຄມີທີ່ເປັນອັນຕະ ລາຍເກີນລະດັບຄວາມປອດໄພ ຕໍ່ສຸຂະພາບ ຂອງຄົນ, ສັດ ແລະ ສິ່ງແວດລ້ອມ;
  7. ມີການລາຍງານ ພະຍາດສັດນໍ້າລະບາດຢູ່ປະເທດສົ່ງອອກ.

ມາດຕາ 13ການຕິດຕາມກວດກາພາຍຫຼັງການນໍາເຂົ້າ

ການຕິດຕາມກວດກາພາຍຫຼັງການນໍາເຂົ້າ ໃຫ້ດໍາເນີນໄດ້ ໃນກໍລະນີທີ່ມີຄວາມຈໍາເປັນ ດັ່ງນີ້:

  1. ມີການກັກກັນສັດນໍ້າ ທີ່ພົບອາການສົງໄສເກີດພະຍາດສັດນໍ້າ ຫຼື ມີການສົງໄສພົບສິ່ງທີ່ເປັນອັນຕະລາຍໃນຜະລິດຕະພັນສັດນໍ້າ ຊຶ່ງຕ້ອງໄດ້ຕິດຕາມກວດກາ ແລະ ເກັບຕົວຢ່າງນໍາໄປວິໄຈເພີ່ມ;
  2. ສັດນໍ້າໄດ້ຮັບບາດເຈັບ ຫຼື ມີອາການຜິດປົກກະຕິ ຈາກການຂົນສົ່ງ ຊຶ່ງຕ້ອງໄດ້ຕິດຕາມ, ບໍາບັດ ແລະ ປິ່ນປົວເປັນການສະເພາະ;
  3. ສັດນ້ຳ ຕ້ອງໄດ້ກັກກັນຢູ່ສະຖານທີ່ໃດໜຶ່ງ ທີ່ອົງການຄຸ້ມຄອງການປະມົງ ຮັບຮອງ ກ່ອນນໍາເຂົ້າລ້ຽງໃນຟາມ.

ໃນລະຫວ່າງການຕິດຕາມ ກວດກາ ຢູ່ສະຖານທີ່ກັກກັນ ຫາກບໍ່ພົບພະຍາດສັດນໍ້າທີ່ຈໍາເປັນຕ້ອງແຈ້ງ ຫຼື ບໍ່ພົບສິ່ງທີ່ເປັນອັນຕະລາຍ, ເຈົ້າໜ້າທີ່ສັດຕະວະແພດປະຈໍາດ່ານ ຕ້ອງອອກໃບຢັ້ງຢືນການກັກກັນສັດນໍ້າ ພ້ອມທັງອະນຸຍາດປ່ອຍສິນຄ້າອອກຈາກສະຖານທີ່ກັກກັນ. ກໍລະນີພົບເຊື້ອພະຍາດສັດນໍ້າທີ່ຈໍາເປັນຕ້ອງແຈ້ງ ຫຼື ສິ່ງເປັນອັນຕະລາຍ ເຈົ້າໜ້າທີ່ສັດ​ຕະ​ວະ​ແພດ ຕ້ອງລາຍງານໃຫ້ອົງການຄຸ້ມຄອງການປະມົງ ຊາບໂດຍດ່ວນ ​ເພື່ອດໍາເນີນມາດຕະການຄວບຄຸມໃຫ້ທັນການ.

ໝວດທີ 3
ການສົ່ງອອກ ສັດນໍ້າ ແລະ ຜະລິດຕະພັນສັດນໍ້າ

ມາດຕາ 14 ການກະກຽມກ່ອນການສົ່ງອອກ

ບຸກຄົນ, ນິຕິບຸກຄົນ ​ແລະ ການຈັດຕັ້ງ ທີ່ມີຈຸດປະສົງ ສົ່ງອອກສັດນໍ້າ ແລະ ​ຜະລິດຕະພັນສັດນໍ້າ ຕ້ອງກະກຽມ ແລະ ປະຕິບັດຕາມຂັ້ນຕອນ ດັ່ງນີ້:

  1. ພົວພັນເອົາ ຂໍ້ມູນ, ລະບຽບການ ແລະ ຄຳຮ້ອງຂໍນຳເຂົ້ົ້າສັດນໍ້າ ແລະ ຜະລິດຕະພັນສັດນໍ້າ ຂອງປະເທດທີ່ຈະນຳເຂົ້າ;
  2. ຂໍອະນຸຍາດນໍາເຂົ້າຕາມລະບຽບການທີ່ອົງການຄຸ້ມຄອງຂອງປະເທດນໍາເຂົ້າກໍານົດ;
  3. ແຈ້ງໃບອະນຸຍາດ ແລະ ເງື່ອນໄຂການນໍາເຂົ້າ ຂອງປະເທດທີ່ຈະນໍາເຂົ້າ ໃຫ້ກົມລ້ຽງສັດ ແລະ ການປະມົງ ຊາບ;
  4. ຍື່ນຄໍາຮ້ອງ ພ້ອມດ້ວຍເອກະສານຂໍອະນຸຍາດສົ່ງອອກ ຕໍ່ ກົມລ້ຽງສັດ ແລະ ການປະມົງ ຢ່າງຊ້າ ສິບຫ້າວັນ ກ່ອນການສົ່ງອອກ ຕາມແບບພິມທີ່ໄດ້ກຳນົດໄວ້ໃນເອກະສານຊ້ອນທ້າຍ 3 ຂອງຂໍ້ຕົກລົງສະບັບນີ້ ​ເພື່ອດໍາເນີນການກວດກາ ແລະ ອອກໃບຢັ້ງຢືນສຸຂະພາບສັດນໍ້າ ຫຼື ສຸຂານາໄມ ຕາມແບບພິມທີ່ກໍານົດໄວ້ໃນເອກະສານຊ້ອນທ້າຍ 5 ຂອງຂໍ້ຕົກລົງສະບັບນີ້ ແລະ ໃບອະນຸຍາດສົ່ງອອກໃຫ້ແກ່ຜູ້ຂໍສົ່ງອອກ. 

ມາດຕາ 15 ການປະຕິບັດຢູ່ດ່ານໃນເວລາສົ່ງອອກ

ໃນເວລາສົ່ງອອກ ສັດນໍ້າ ແລະ ຜະລິດຕະພັນສັດນໍ້າ ຢູ່ດ່ານ ໃຫ້ປະຕິບັດ ດັ່ງນີ້:

  1. ຜູ້ສົ່ງອອກ ຕ້ອງແຈ້ງເອກະສານ ແລະ ບອກວັນ, ເວລາ ທີ່ແນ່ນອນສຳລັບການສົ່ງອອກ  ຕໍ່ດ່ານກວດກາສັດຕະວະແພດສາກົນບ່ອນທີ່ຈະສົ່ງອອກ ຢ່າງໜ້ອຍ ໜຶ່ງວັນ ກ່ອນການ​ສົ່ງອອກ ເພື່ອກວດກາ ແລະ ຢັ້ງຢືນຄວາມຖືກຕ້ອງຂອງເອກະສານ. ຖ້າເອກະສານບໍ່ຖືກຕ້ອງ ຫຼື ບໍ່ຄົບຖ້ວນ ເຈົ້າໜ້າທີ່ສັດ​ຕະ​ວະ​ແພດປະຈໍາດ່ານ ຕ້ອງແນະນໍາໃຫ້ຜູ້ຂໍອະນຸຍາດນໍາໄປປະກອບໃຫ້ຖືກຕ້ອງ;
  2. ໃນມື້ສົ່ງອອກ ຜູ້ສົ່ງອອກ ຕ້ອງແຈ້ງໃບຢັ້ງຢືນການກວດກາເອກະສານ ແລະ ລາຍການສັດນໍ້າ ແລະ ຜະລິດຕະພັນສັດນໍ້າ ຕໍ່ເຈົ້າໜ້າສັດຕະວະແພດປະຈໍາດ່ານເພື່ອບັນທຶກເຂົ້າໃນຖານຂໍ້ມູນ;
  3. ເຈົ້າໜ້າທີ່ສັດຕະວະແພດປະຈໍາດ່ານ ກວດກາເອກະສານ ແລະ ສິນຄ້າຕົວຈິງ  ແລະ ອອກໃບຢັ້ງຢືນການກວດກາຢູ່ດ່ານ ພ້ອມທັງແຈ້ງໃຫ້ຜູ້ສົ່ງອອກ ຈ່າຍຄ່າທໍານຽມ ແລະ ຄ່າບໍລິການຕາມລະບຽບການ ຈຶ່ງອະນຸຍາດໃຫ້ເຄື່ອນຍ້າຍສິນຄ້າໄປຫາພາກສ່ວນພາສີ ຫຼື ພາກສ່ວນອື່ນທີ່ກ່ຽວຂ້ອງ.

ມາດຕາ 16 ການ​ປະ​ຕິເສດການສົ່ງອອກ

ກົມລ້ຽງສັດ ແລະ ການປະມົງ ສາມາດປະຕິເສດ ພ້ອມທັງແຈ້ງໃຫ້ເຈົ້າຂອງສິນຄ້າຊາບໃນກໍລະນີ ເອ ກະສານມີການດັດແກ້ເນື້ອໃນ, ປອມລາຍເຊັນ ຫຼື ຕາປະທັບຂອງເຈົ້າໜ້າທີ່ສັດຕະວະແພດ, ມີລາຍງານ ການພົບເຊື້ອ​ພະ​ຍາດສັດນໍ້າທີ່ຈໍາເປັນຕ້ອງແຈ້ງ ຫຼື ພະຍາດສັດນໍ້າອື່ນ ຫຼື ສິ່ງທີ່ເປັນອັນຕະລາຍ ທີ່ປະເທດນໍາເຂົ້າຫ້າມນໍາເຂົ້າຢູ່ສະຖານທີ່ ທີ່ເປັນແຫຼ່ງກໍາເນີດສິນຄ້າ.​

ໝວດທີ 4
ການສົ່ງຜ່ານ
ສັດນໍ້າ ແລະ ຜະລິດຕະພັນສັດນໍ້າ

ມາດຕາ 17 ການຂໍອະນຸຍາດສົ່ງຜ່ານ

ບຸກຄົນ, ນິຕິບຸກຄົນ ​ແລະ ການຈັດຕັ້ງ ທີ່ມີຈຸດປະສົງ ສົ່ງ​ສັດນໍ້າ ແລະ ຜະລິດຕະພັນສັດນໍ້າ ຜ່ານ ສປປ ລາວ​​ ຕ້ອງປະກອບ​ເອກະສານ​ ​ແລະ ຍື່ນຄໍາຮ້ອງຂໍອະນຸຍາດສົ່ງຜ່ານຕໍ່ ກົມລ້ຽງສັດ ແລະ ການປະມົງ ຕາມ​ແບບພິມທີ່ໄດ້ກຳນົດໄວ້ໃນເອກະສານຊ້ອນທ້າຍ 3 ຂອງຂໍ້ຕົກລົງສະບັບນີ້ ຢ່າງໜ້ອຍ​ ສິບຫ້າວັນ ກ່ອນສິນຄ້າມາເຖິງດ່ານຂາເຂົ້າ.

ມາດຕາ 18 ເອກະສານປະກອບສໍາລັບການຂໍໃບອະນຸຍາດສົ່ງຜ່ານ

ເອກະສານປະກອບສໍາລັບການຂໍໃບອະນຸຍາດສົ່ງຜ່ານ ສັດນໍ້າ ແລະ ຜະລິດຕະພັນສັດນໍ້າ ມີ ດັ່ງນີ້:

  1. ສໍາເນົາ ບັດປະຈໍາຕົວ ຫຼື ສໍາມະໂນຄົວ;
  2. ສໍາເນົາ ໜັງສືເດີນທາງ (ຖ້າເປັນຄົນຕ່າງປະເທດ);                             
  3. ໃບມອບສິດ (ຖ້າໃຫ້ຜູ້ອື່ນມາແລ່ນເອກະສານແທນ);
  4. ສໍາເນົາ ໃບທະບຽນວິສາຫະກິດ.

ເອກະສານເພີ່ມເຕີມອື່ນ ໃນມື້ນໍາສິນຄ້າເຂົ້າຕົວຈິງ ມີ ດັ່ງນີ້:

  1. ໃບຢັ້ງຢືນສຸຂະພາບສັດນໍ້າ ຫຼື ສຸຂານາໄມຈາກອົງການຄຸ້ມຄອງວຽກງານສັດຕະວະແພດ ຫຼື ອົງ​ການ​ຄຸ້ມ​ຄອງ​ການ​ປະ​ມົງ ຂອງປະເທດຕົ້ນທາງ;
  2. ໃບຢັ້ງຢືນ CITES ຂອງປະເທດຕົ້ນທາງ ຫຼື ເອກະສານທີ່ກ່ຽວຂ້ອງກັບປະເທດທີສາມ ຖ້າເປັນປະເພດສັດນໍ້າຫວງຫ້າມ ຫຼື ຄວບຄຸມຂອງສາກົນ;
  3. ເອກະສານແຈ້ງ ກ່ຽວກັບການບໍາບັດ ຖ້າຈໍາເປັນ;
  4. ສໍາເນົາ ໃບຂົນສົ່ງສິນຄ້າ ຫຼື Bill of Lading/Airway Bill ກໍລະນີຂົນສົ່ງທາງທ່າເຮືອ ຫຼື ເຮືອບິນ;
  5. ເອກະສານຫຼັກຖານອື່ນ ເປັນຕົ້ນ ໃບອະນຸຍາດຂອງການນໍາເຂົ້າຂອງປະເທດປາຍທາງ ຫຼື ສັນຍາລະຫວ່າງຄູ່ຄ້າ ຂອງປະເທດຕົ້ນທາງ ແລະ ປະເທດປາຍທາງ.

ມາດຕາ 19ການປະຕິບັດຢູ່ດ່ານໃນເວລານໍາເຂົ້າເພື່ອສົ່ງຜ່ານ

ກ່ອນສິນຄ້າມາເຖິງດ່ານຂາເຂົ້າຢ່າງໜ້ອຍໜຶ່ງວັນ ຜູ້ຂົນສົ່ງສິນຄ້າ ຕ້ອງແຈ້ງເອກະສານກ່ຽວກັບສິນຄ້າ ຕໍ່ເຈົ້າໜ້າທີ່ສັດຕະວະແພດປະຈໍາດ່ານ ທີ່ກ່ຽວຂ້ອງ.

ສຳ​ລັບຂັ້ນຕອນການກວດກາ ແລະ ຢັ້ງຢືນ ສໍາລັບດ່ານຂາເຂົ້າ ໃຫ້ປະຕິບັດຕາມຂັ້ນຕອນການປະຕິ ບັດຢູ່ດ່ານໃນເວລານໍາເຂົ້າ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 10 ຂອງຂໍ້ຕົກລົງສະບັບນີ້.

ສໍາລັບຂັ້ນຕອນ ຢູ່ດ່ານຂາອອກ ໃຫ້ປະຕິບັດ ຕາມມາດຕາ 15 ຂອງຂໍ້ຕົກລົງສະບັບນີ້.

ມາດຕາ 20ມາດ​ຕະ​ການຄວບຄຸມການ​​ສົ່ງຜ່ານ​

​ການສົ່ງຜ່ານສັດນໍ້າ ແລະ ຜະລິດຕະພັນສັດນໍ້າ ຕ້ອງປະຕິບັດຕາມມາດຕະການ ດັ່ງນີ້:

  1. ໄປຕາມເສັ້ນ​ທາງທີ່ກໍານົດໄວ້ໃນໃບອະນຸຍາດ​​, ໃນກໍລະນີທີ່ມີຄວາມຈໍາເປັນຕ້ອງໄດ້ນໍາສິນຄ້າຂົນສົ່ງໄປເສັ້ນທາງອື່ນ ຍ້ອນເກີດເຫດການສຸກເສີນໃດໜຶ່ງ ຜູ້​ຂົນ​ສົ່ງຜ່ານ ຕ້ອງແຈ້ງໃຫ້​ພະແນກກະສິກໍາ ແລະ ປ່າໄມ້ຂັ້ນແຂວງ ຫຼື ຫ້ອງການກະສິກຳ ແລະ ປ່າໄມ້ຂັ້ນເມືອງ ບ່ອນທີ່ເກີດເຫດສຸກເສີນ ​ເພື່ອແກ້ໄຂຊ່ວຍໃຫ້ທັນການ​ ພ້ອມທັງແຈ້ງໃຫ້ເຈົ້າໜ້າທີ່ສັດຕະວະແພດປະຈໍາດ່ານຂາເຂົ້າ ແລະ ອອກ ຮັບຊາບ;
  2. ດຳເນີນການບໍາບັດ​ສິນ​ຄ້າທີ່ຂົນ​ສົ່ງ​ຜ່ານ ​ໃນກໍລະນີທີ່ພົບການສົງໄສ;
  3. ມີລະບົບການຕິດ​ຕາມ ​ໃນ​ເວລາຂົນ​ສົ່ງ;
  4. ຮັບປະກັນການບັນຈຸ ​ເຊັ່ນ: ພາຫະນະ, ຕູ້ແຊ່ເຢັນ​, ພາຊະນະ​ບັນຈຸ ແລະ ການຫຸ້ມ​ຫໍ່ ​ຕ້ອງບໍ່​ໃຫ້​​ຮົ່ວ​ໄຫຼ​;
  5. ຂົນສົ່ງຜ່ານ ຕາມໄລຍະ​ເວ​ລາທີ່ກໍານົດ​;
  6. ດໍາເນີນການກໍາ​ຈັດນໍ້າ ແລະ ​ສິ່ງ​ເສດ​ເຫຼືອ ຢ່າງມີປະສິດທິພາບ;
  7. ໃນ​ກໍ​ລະ​ນີສຸກ​ເສີນ ທີ່ມີການຄ່ຽນຖ່າຍສິນຄ້າຕ້ອງມີການກວດກາຕິດຕາມ ໂດຍເຈົ້າໜ້າທີ່ ທີ່ໄດ້ຮັບມອບໝາຍ;
  8. ມີລະບົບຮອງຮັບ ເພື່ອ​ກັນ ແລະ ຄວບຄຸມພະຍາດສັດນໍ້າ ທີ່ຈໍາເປັນຕ້ອງແຈ້ງ;
  9. ປະກອບເອກະສານ ໃຫ້ຖືກຕ້ອງ ແລະ ຄົບຖ້ວນ ຕາມທີ່ປະເທດປາຍທາງຮຽກຮ້ອງ.

ມາດຕາ 21 ການ​ປະ​ຕິເສດການສົ່ງຜ່ານ

ດ່ານກວດກາສັດຕະວະແພດ ສາມາດສະເໜີ ກົມລ້ຽງສັດ ແລະ ການປະມົງ ເພື່ອພິຈາລະນາ ໂຈະ ຫຼື ຍົກເລີກໃບອະນຸຍາດສົ່ງຜ່ານ ຖ້າພົບ ກໍລະນີໃດໜຶ່ງ ດັ່ງນີ້:

  1. ປະເພດ ຫຼື ປະລິມານສິນຄ້າ ບໍ່ຖືກຕ້ອງກັບຂໍ້ມູນທີ່ໄດ້ກຳນົດໄວ້ ໃນໃບອະນຸຍາດສົ່ງຜ່ານ;
  2. ນໍາສິນຄ້າເຂົ້າດ່ານ ທີ່ບໍ່ຖືກຕາມການກຳນົດໃນໃບອະນຸຍາດນຳເຂົ້າ;
  3. ນໍາໃຊ້ໃບອະນຸຍາດສົ່ງຜ່ານທີ່ໝົດອາຍຸການນຳໃຊ້;
  4. ສົງໄສ ມີ ຫຼື ປົນເປື້ອນເຊື້ອພະຍາດ ທີ່ກໍານົດໃນບັນຊີລາຍຊື່ພະຍາດສັດນໍ້າທີ່ຈໍາເປັນຕ້ອງແຈ້ງ;
  5. ມີການລາຍງານພະຍາດສັດນໍ້າ ລະບາດຢູ່ປະເທດສົ່ງອອກ.

ຫາກເກີດກໍລະນີຕ້ອງໄດ້ປະຕິເສດ, ສົ່ງກັບ ຫຼື ມີການທຳລາຍ ກົມລ້ຽງສັດ ແລະ ການປະມົງ ຕ້ອງແຈ້ງໃຫ້ອົງການທີ່ກ່ຽວຂ້ອງ ຂອງປະເທດຕົ້ນທາງ​ຊາບ ພາຍໃນ ຊາວສີ່ຊົ່ວໂມງ.

ໝວດທີ 5
ການເຄື່ອນຍ້າຍ ສັດນໍ້າ ແລະ ຜະລິດຕະພັນສັດນໍ້າ

ມາດຕາ 22ພາຫະນະຂົນສົ່ງສັດນໍ້າ ແລະ ຜະລິດຕະພັນສັດນໍ້າ

ພາຫະນະທີ່ນໍາ​ໃຊ້​ເຂົ້າ​ໃນ​ການ​ຂົນສົ່ງສັດນໍ້າ ແລະ ຜະລິດຕະພັນສັດນໍ້າ ຕ້ອງອອກແບບໃຫ້ສາມາດທົນຕໍ່ການຮັບ​ນໍ້າໜັກ​ຂອງສິນຄ້າທີ່​ຈະບັນຈຸ​, ສາມາດ​ກວດກາສ່ວນປະກອບພາຍໃນໄດ້ຢ່າງສະດວກ, ຮັບປະ ກັນບໍ່ໃຫ້ຮົ່ວຊຶມ ແລະ ​ກະຈາຍ​ນໍ້າເສດເຫຼືອອອກສູ່ພາຍນອກ.

ມາດຕາ 23ນໍ້າໃຊ້ສໍາລັບການຂົນສົ່ງສັດນໍ້າ

​ນໍ້າທີ່ໃຊ້ສໍາລັບການຂົນສົ່ງສັດນໍ້າ ຕ້ອງມີຄຸນນະພາບເໝາະສົມກັບສັດນໍ້າແຕ່ລະຊະນິດ. 

ນໍ້າທີ່ເຫຼືອຫຼັງຈາກການຂົນສົ່ງສັດນໍ້າ ກ່ອນປ່ອຍລົງສູ່ທຳມະຊາດ ຫຼື ສະຖານທີ່ອື່ນຕ້ອງບໍາບັດຕາມວິທີການ ທີ່ກົມລ້ຽງສັດ ແລະ ການປະມົງ ກໍານົດ.

ມາດຕາ 24ການອະນາໄມ ແລະ ຂ້າເຊື້ອ

​ພາຫະນະ, ຖັງ ຫຼື ອຸປະກອນທີ່ໃຊ້ສຳລັບການຂົນສົ່ງສັດນໍ້າ ຕ້ອງທຳຄວາມສະອາດ, ອະນາໄມ ແລະ ​ຂ້າເຊື້ອ​ຖັງ ກ່ອນ ແລະ ຫຼັງການຂົນສົ່ງທຸກຄັ້ງ.

ຢາ ຫຼື ສານເຄມີທີ່​ໃຊ້​ເຂົ້າ​ໃນ​ການຂ້າເຊື້ອພະຍາດ​ສັດ​ນໍ້າ ຕ້ອງນໍາໃຊ້ຊະນິດທີ່ເໝາະສົມ ​ແລະ ປອດໄພຕໍ່ພາຫະນະ, ຜູ້ນໍາໃຊ້ ທັງ​ສອດຄ່ອງ​ກັບຄຳ​ແນະນຳຂອງຜູ້ຜະລິດ.

ມາດຕາ 25ການຂົນສົ່ງ ປາ ແລະ ສັດນໍ້າ ທີ່ມີຊີວິດ

ການຂົນສົ່ງ ປາ ແລະ ສັດນໍ້າທີ່ມີຊີວິດ ຄວນບັນຈຸໃສ່ຄອນເທນເນີ, ຖັງ ຫຼື ຖົງ ທີ່​ມີນໍ້າສະອາດ, ມີປະລິມານອົກຊີແຊນທີ່ພຽງພໍ ແລະ ອັດຕາການປ່ອຍທີ່ເໝາະສົມ ຕາມຄໍາແນະນໍາຂອງ ກົມລ້ຽງສັດ ແລະ ການປະມົງ.

​ໃນກໍລະນີ ຂົນສົ່ງປາ ແລະ ສັດນໍ້າ ດ້ວຍເຮືອບິນ ຜູ້ປະກອບການຕ້ອງປະຕິບັດຕາມກົດລະບຽບການຂົນສົ່ງສັດນໍ້າທີ່ມີຊີວິດ ຂອງສະມາຄົມຂົນສົ່ງທາງອາກາດລະຫວ່າງປະເທດ (International Air Transport Association: Live Aquatic Animal Regulation, General Container Requiments for Aquatic).

ມາດຕາ 26ການຂົນສົ່ງຜະລິດຕະພັນສັດນໍ້າ ເພື່ອການບໍລິໂພກ

ການຂົນສົ່ງຜະລິດຕະພັນ​ສັດ​ນໍ້າ ສໍາລັບ​ການບໍລິໂພກ​ ເປັນຕົ້ນ ປາ, ສັດນໍ້າເປັນໂຕທີ່ຕາຍແລ້ວ, ຊີ້ນປາ, ຊີ້ນສັດນໍ້າທີ່ແຍກເປັນສິ້ນສ່ວນ ຫຼື ຊອຍແລ້ວ ​ຄວນຂົນສົ່ງ​ໃນສະພາບທີ່ມີຄວາມເຢັນ ແລະ ປະຕິບັດມາດຕະການຄວບຄຸມຄວາມປອດໄພຂອງອາຫານທີ່ ກະຊວງສາທາລະນະສຸກ ກໍານົດ.

ໝວດທີ 6
ຂໍ້ຫ້າມ

ມາດຕາ 27ຂໍ້ຫ້າມທົ່ວໄປ​

ຫ້າມ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ມີພຶດຕິກໍາ ດັ່ງນີ້:

  1. ນໍາເຂົ້າ, ສົ່ງ​ອອກ ແລະ ສົ່ງ​ຜ່ານ ສັດນໍ້າປະເພດເກືອດຫ້າມ ຕາມທີ່ ກົມລ້ຽງສັດ ແລະ ການປະ ມົງ ກໍານົດ;
  2. ນໍາ​ເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ຜະລິດຕະພັນສິນຄ້າກ່ຽວກັບສັດນໍ້າ ທີ່ປົນເປື້ອນສານເຄມີທີ່ ເປັນອັນຕະລາຍຕໍ່ຜູ້ບໍລິໂພກ;
  3. ​ນໍາເຂົ້າ ສັດນໍ້າ ແລະ ​ຜະ​ລິດ​ຕະ​ພັນ​ສັດນໍ້າ ຈາກປະເທດ ຫຼື ເຂດໃດໜຶ່ງ ຂອງປະເທດສົ່ງອອກທີ່ເກີດການລະບາດຂອງສັດນໍ້າທີ່ຈໍາເປັນຕ້ອງແຈ້ງ;
  4. ​ນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ​ຜະ​ລິດ​ຕະ​ພັນ​ສັດນໍ້າ ທີ່ບໍ່ເໝາະສົມສໍາລັບການບໍລິໂພກ ຫຼື ບໍ່ສາມາດໃຊ້ເປັນປະໂຫຍດໄດ້ ຫຼື ບໍ່ໄດ້ຜ່ານການບໍາບັດ-ຂ້າເຊື້ອຕາມຫຼັກວິຊາການທີ່ກົມລ້ຽງສັດ ແລະ ການປະມົງ ກໍານົດ;
  5. ນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດນໍ້າ ແລະ ຜະລິດຕະພັນສັດນໍ້າ ປະເພດຄຸ້ມຄອງ ແລະ ຫວງຫ້າມ ພາຍໃຕ້ຂໍ້ຕົກລົງຂອງສົນທິສັນຍາສາກົນ ວ່າດ້ວຍການຄ້າຂາຍຊະນິດພັນສັດປ່າ ແລະ ພືດປ່າທີ່ໃກ້ຈະສູນພັນລະຫວ່າງຊາດ (CITES) ທີ່ບໍ່ໄດ້ຮັບການອະນຸຍາດ;
  6. ນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດນໍ້າ ແລະ ຜະລິດຕະພັນສັດນໍ້າ ເຂົ້າ-ອອກ ດ່ານທີ່ບໍ່ໄດ້ກໍານົດຢູ່ໃນໃບອະນຸຍາດ;
  7. ຖອກນໍ້າເສຍທີ່ນໍາໃຊ້ ສໍາລັບການຂົນສົ່ງສັດນໍ້າ ທີ່ປົນເປື້ອນດ້ວຍ ເຊື້ອພະຍາດ ຫຼື ສານເຄມີທີ່ເປັນອັນຕະລາຍ ລົງສູ່ຫ້ວຍ​ຮ່ອງ, ຄອງລະບາຍນໍ້າ ຫຼື ​ແຫຼ່ງນໍ້າທໍາມະຊາດ​;
  8. ມີພຶດຕິກຳອື່ນ ທີ່ເປັນການລະເມີດ ກົດໝາຍ ແລະ ລະບຽບການ.

ມາດຕາ 28ຂໍ້ຫ້າມສໍາລັບພະນັກງານ ແລະ ເຈົ້າໜ້າທີ່

ຫ້າມ ພະນັກງານ-ລັດຖະກອນ ແລະ ເຈົ້າໜ້າທີ່ສັດຕະວະ​ແພດ ມີພຶດຕິກໍາ ດັ່ງນີ້:

  1. ສວຍ​ໃຊ້​ ສິດ, ໜ້າທີ່ ​ແລະ​ ຕໍາແໜ່ງ ເພື່ອບັງຄັບ, ນາບ​ຂູ່,  ກົດໜ່ວງ, ຖ່ວງດຶງ ​ຫຼື ຮຽກເອົາ​ສິນ​ບົນ ຊຶ່​ງກໍ່ໃຫ້ເກີດຄວາມ​ເສຍ​ຫາຍ​ ແກ່​ຜົນປະ​ໂຫຍ​ດຂອງ ລັດ, ລວມໝູ່ ແລະ ບຸກຄົນ;
  2. ເປີດ​ເຜີຍ​ຄວາມ​ລັບ ຂອງ ລັດ ຫຼື ທາງລັດຖະການ, ບຸກຄົນ, ນິຕິບຸກຄົນ ຫຼື ການ​ຈັດ​ຕັ້ງ;
  3. ປອມ​ແປງ​ເອກະສານ ຫຼື ອອກ​ເອກະສານ​ ບໍ່​ຖືກຕ້ອງ;
  4. ປະຕິບັດ​ໜ້າ​ທີ່​ ດ້ວຍ​ຄວາມ​ປະໝາດ, ເມີນເສີຍ, ຂາດຄວາມຮັບຜິດຊອບ ແລະ ຈັນຍາບັນ ທີ່​ກໍ່​ໃຫ້​ເກີດ​ຄວາມ​ເສຍ​ຫາຍ ​ຕໍ່ ລັດ, ບຸກຄົນ, ນິຕິບຸກຄົນ ຫຼື ການ​ຈັດ​ຕັ້ງ;
  5. ຮຽກເອົາ ຄ່າ​ທຳນຽມ, ຄ່າ​ບໍລິການ ແລະ ນຳໃຊ້ລາຍຮັບວິຊາການບໍ່ຖືກຕ້ອງຕາມລະບຽບການ;
  6. ມີພຶດຕິກຳອື່ນ ທີ່ເປັນການລະເມີດ ກົດໝາຍ ແລະ ລະບຽບການ.

ໝວດທີ 7
ການຄຸ້ມຄອງ
ແລະ ກວດກາ ການນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດນໍ້າ ແລະ ຜະລິດຕະພັນສັດນໍ້າ

ມາດຕາ 29ອົງການຄຸ້ມຄອງ ແລະ ກວດກາ

ອົງການຄຸ້ມຄອງ ແລະ ກວດກາ ການນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານສັດນໍ້າ ແລະ ຜະລິດຕະພັນສັດນໍ້າ ແມ່ນອັນດຽວກັນກັບອົງການຄຸ້ມຄອງການປະມົງ ຊຶ່ງປະກອບດ້ວຍ:

  1. ອົງການຄຸ້ມຄອງການປະມົງຂັ້ນສູນກາງ ແມ່ນ ກົມລ້ຽງສັດ ແລະ ການປະມົງ;
  2. ອົງການຄຸ້ມຄອງການປະມົງຂັ້ນແຂວງ ແມ່ນ ຂະແໜງລ້ຽງສັດ ແລະ ການປະມົງ;
  3. ອົງການຄຸ້ມຄອງການປະມົງຂັ້ນເມືອງ ແມ່ນ ຫ້ອງການກະສິກໍາ ແລະ ປ່າໄມ້;
  4. ດ່ານ​ກວດກາ​ສັດຕະວະ​ແພດ.

ມາດຕາ 30ສິດ ​ແລະ​ ໜ້າ​ທີ່ ​ຂອງ​ ກົມລ້ຽງສັດ ແລະ ການປະມົງ

​ໃນການຄຸ້ມຄອງວຽກງານ ນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດນໍ້າ ແລະ ຜະລິດຕະພັນສັດນໍ້າ, ກົມລ້ຽງສັດ ແລະ ການປະມົງ ມີສິດ ແລະ​ ໜ້າ​ທີ່​ ດັ່ງ​ນີ້:

  1. ສ້າງ​​ລະ​ບົບ​ການຄວບ​ຄຸມ​ ແລະ​ ຕິດ​ຕາມ ​ກວດ​ກາ ການ​ນໍາ​ເຂົ້າ​, ສົ່ງອອກ ແລະ ສົ່ງຜ່ານ ສັດນໍ້າ ແລະ ​ຜະ​ລິດ​ຕະ​ພັນ​ສັດນໍ້າ​ ຂອງ ສປປ​ ລາວ​ ໃຫ້ມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ;
  2. ຮ່າງມາດຕະຖານເຕັກນິກ ແລະ ລະບຽບການສະເພາະ ກ່ຽວກັບການນໍຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດນໍ້າ ແລະ ຜະລິດຕະພັນສັດນໍ້າ ເພື່ອສະ​ເໜີ  ກະຊວງກະສິກຳ ແລະ ປ່າໄມ້ ຮັບຮອງປະກາດໃຊ້;
  3. ພັດ​ທະ​ນາ​ ຄູ່​ມື​ ແລະ ຄໍາແນະ​ນໍາ​ດ້ານ​ວິ​ຊາ​ການ, ຄູ່​ມືກ່ຽວກັບການກວດ​ກາການນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ໃຫ້ສອດຄ່ອງ ແລະ ຮັດກຸມ ເພື່ອເປັນບ່ອນອີງໃຫ້ແກ່ເຈົ້າໜ້າທີ່ ຫຼື ການຈັດຕັ້ງ ທີ່ໄດ້ຮັບມອບໝາຍ ໄດ້ນຳໃຊ້ຢ່າງເປັນເອກະພາບ​​​​;
  4. ດຳເນີນການ​ປະ​ເມີນ​ຄວາມ​ສ່ຽງ​, ກວດກາ ແລະ ຢັ້ງຢືນ ດ້ານສຸຂານາໄມສັດນໍ້າ;
  5. ປຶກສາຫາລື ກັບປະເທດຄູ່ຄ້າ ກ່ຽວກັບການ​ກໍາ​ນົດ​ຄວາມ​ເທົ່າທຽມກັນ​, ຮັບຮູ້​ມາດ​ຕະ​ການໃນການຄວບຄຸມ​ການ​ນໍາ​ເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ລະຫວ່າງ ສປປ ລາວ ກັບ ຕ່າງປະເທດ​;
  6. ​ອອກ, ໂຈະ ​ຫຼື ​ຖອນ​ໃບອະນຸຍາດ ​ນໍາ​ເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ​ສັດ​ນໍ້າ ​ແລະ ຜະລິດ​ຕະພັນ​ສັດ​ນໍ້າ;
  7. ຊີ້ນຳດ່ານກວດກາສັດຕະວະແພດ ແລະ ຄຸ້ມຄອງການ​ນໍາ​ເຂົ້າ​, ສົ່ງອອກ ແລະ ສົ່ງຜ່ານ ​ສັດນໍ້າ​ ແລະ ຜະລິດຕະພັນສັດນໍ້າ;
  8. ເຝົ້າ​ລະ​ວັງ, ກັນ ແລະ ນໍາໃຊ້ມາດຕະການຄວບຄຸມພະຍາດສັດນໍ້າ ຢູ່ໃນຂະບວນການນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ;
  9. ສ້າງສິ່ງອໍານວຍຄວາມສະດວກ ໃຫ້ແກ່ການ​ກັກ​ກັນກ່ອນສົ່ງອອກ ແລະ ຫຼັງການນໍາເຂົ້າ;
  10. ນໍາໃຊ້ມາດຕະການຕໍ່ຜູ້ລະເມີດ ລະບຽບການນໍຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດນໍ້າ ແລະ ຜະ ລິດຕະພັນສັດນໍ້າ ເປັນຕົ້ນ ບໍ່ຕໍ່ໃບອະນຸຍາດ, ສັ່ງໃຫ້ສົ່ງກັບ ຫຼື​ ​ທໍາ​ລາຍ​;
  11. ຮັບ ​ແລະ ​ແກ້​ໄຂ​ ຄໍາ​ສະ​ເໜີກ່ຽວກັບ ​ການ​ນໍາ​ເຂົ້າ, ສົ່ງ​ອອກ ​ແລະ ສົ່ງ​ຜ່ານ​ສັດ​ນໍ້າ ​ແລະ​ ຜະລິດ​ຕະພັນ​ສັດ​ນໍ້າ;
  12. ລາຍ​ງານ ການຈັດຕັ້ງປະຕິບັດ​ວຽກງານ ຄວບ​ຄຸມ​ການ​ນໍາ​ເຂົ້າ, ສົ່ງ​ອອກ ​ແລະ ສົ່ງ​ຜ່ານ​ສັດ​ນໍ້າ ແລະ​ ຜະລິດ​ຕະພັນ​ສັດ​ນໍ້າ ​ໃຫ້​ກະຊວງ​ກະສິກໍາ ​ແລະ ປ່າ​ໄມ້ ຢ່າງ​ເປັນ​ປົກກະຕິ;
  13. ນໍາໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມກົດໝາຍ ແລະ ລະບຽບການ.

ມາດຕາ 31 ສິດ ​ແລະ ໜ້າ​ທີ່​ ຂອງ ຂະແໜງລ້ຽງສັດ ແລະ ການປະມົງຂັ້ນແຂວງ

ໃນການຄຸ້ມຄອງວຽກງານນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານສັດນໍ້າ ແລະ ຜະລິດຕະພັນສັດນໍ້າ, ຂະແໜງ ລ້ຽງສັດ ແລະ ການປະມົງຂັ້ນແຂວງ ມີສິດ​ ແລະ​ ໜ້າ​ທີ່ ຕາມ​ຂອບ​ເຂດ​ຄວາມ​ຮັບຜິດຊອບ​ຂອງ​ຕົນ ດັ່ງ​ນີ້:

  1. ຈັດຕັ້ງປະຕິບັດ ແຜນ​ການຄວບ​ຄຸມ​ ແລະ​ ຕິດ​ຕາມ ​ກວດ​ກາ ການ​ນໍາ​ເຂົ້າ, ສົ່ງອອກ​ ແລະ ສົ່ງຜ່ານສັດນໍ້າ ​ແລະ ​ຜະ​ລິດ​ຕະ​ພັນ​ສັດນໍ້າ​ ຂອງ ອົງການຄຸ້ມຄອງການປະມົງຂັ້ນສູນກາງ;
  2. ຕິດຕາມ, ກວດກາ ແລະ ລາຍງານ ການປະຕິບັດມາດຕະຖານເຕັກນິກ ແລະ ລະບຽບການກ່ຽວກັບການນໍຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດນໍ້າ ແລະ ຜະລິດຕະພັນສັດນໍ້າ;
  3. ເຂົ້າຮ່ວມການ​ປະ​ເມີນ​ຄວາມ​ສ່ຽງ ແລະ ກວດກາການນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດນໍ້າ ແລະ ຜະລິດຕະພັນສັດນໍ້າ;
  4. ຄຸ້ມຄອງການ​ນໍາ​ເຂົ້າ, ສົ່ງອອກ​ ແລະ ສົ່ງຜ່ານ ​ສັດນໍ້າ​ ແລະ ຜະລິດຕະພັນສັດນໍ້າ;
  5. ນຳໃຊ້ມາດຕະການດ້ານວິຊາການ ເປັນຕົ້ນ ການເຝົ້າ​ລະ​ວັງ, ກັນ, ຄວບຄຸມ ແລະ ກຳຈັດພະຍາດສັດນໍ້າ ຫຼື ທຳລາຍສິ່ງທີ່ເປັນອັນຕະລາຍ ຢູ່ໃນຂະບວນການນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ;
  6. ນໍາໃຊ້ມາດຕະການຕໍ່ຜູ້ທີ່ລະເມີດ ລະບຽບການນໍຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດນໍ້າ ແລະ ຜະລິດຕະພັນສັດນໍ້າ ເປັນຕົ້ນ ສະ​ເໜີ ງົດຕໍ່ໃບອະນຸຍາດ, ໂຈະ ຫຼື ຍົກເລີກ​ໃບ​ອະນຸຍາດ, ສັ່ງໃຫ້ສົ່ງກັບ ຫຼື​ ​ທໍາ​ລາຍ​;
  7. ຈັດຕັ້ງປະຕິບັດຄໍາແນະ​ນໍາ​ດ້ານ​ວິ​ຊາ​ການ ກ່ຽວກັບການກວດ​ກາ​ການນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດນໍ້າ ແລະ ຜະລິດຕະພັນສັດນໍ້າ ທີ່ ອົງການຄຸ້ມຄອງການປະມົງຂັ້ນສູນກາງ ກຳນົດ;
  8. ອຳນວຍຄວາມສະດວກ ແລະ ກວດກາ ໃນການ​ກັກ​ກັນກ່ອນການສົ່ງອອກ, ຫຼັງການນໍາເຂົ້າ​ ແລະ ລະຫວ່າງການສົ່ງຜ່ານ;
  9. ຮັບ ​ແລະ ​ແກ້​ໄຂ​ຄໍາ​ສະ​ເໜີກ່ຽວກັບ ​ການ​ນໍາ​ເຂົ້າ, ສົ່ງ​ອອກ ​ແລະ ສົ່ງ​ຜ່ານ​ສັດ​ນໍ້າ ​ແລະ​ ຜະລິດ ຕະພັນ​ສັດ​ນໍ້າ;
  10. ລາຍ​ງານ ການຈັດຕັ້ງປະຕິບັດ​ວຽກງານ ຄວບ​ຄຸມ​ການ​ນໍາ​ເຂົ້າ, ສົ່ງ​ອອກ ​ແລະ ສົ່ງ​ຜ່ານ​ສັດ​ນໍ້າ ແລະ ​ຜະລິດ​ຕະພັນ​ສັດ​ນໍ້າ ​ໃຫ້​ກົມ​ລ້ຽງສັດ ​ແລະ ການ​ປະມົງ ແລະ ພະ​ແນ​ກກະສິກໍາ ​ແລະ ປ່າ​ໄມ້​ຂັ້ນ​ແຂວງ ຢ່າງ​ເປັນ​ປົກກະຕິ;
  11. ນໍາໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມກົດໝາຍ ແລະ ລະບຽບການ.

ມາດຕາ 32ສິດ ​ແລະ ໜ້າ​ທີ່​ ຂອງຫ້ອງການກະສິກໍາ ລະ ປ່າໄມ້ຂັ້ນເມືອງ

ໃນການຄຸ້ມຄອງວຽກງານ ນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດນໍ້າ ແລະ ຜະລິດຕະພັນສັດນໍ້າ, ຫ້ອງ ການກະສິກໍາ ແລະ ປ່າໄມ້ຂັ້ນເມືອງ ມີສິດ ແລະ ໜ້າທີ່ ຕາມ​ຂອບ​ເຂດ​ຄວາມ​ຮັບຜິດຊອບ​ຂອງ​ຕົນ ດັ່ງ​ນີ້:

  1. ຊ່ວຍ ອົງການຄຸ້ມຄອງການປະມົງຂັ້ນແຂວງ ໃນການຈັດຕັ້ງປະຕິບັດແຜນ​ການຄວບ​ຄຸມ​ ແລະ​ ຕິດ​ຕາມ​ກວດ​ກາ ການ​ນໍາ​ເຂົ້າ​, ສົ່ງອອກ ແລະ ສົ່ງຜ່ານ ສັດນໍ້າ ​ແລະ ​ຜະ​ລິດ​ຕະ​ພັນ​ສັດນໍ້າ​;
  2. ເຂົ້າຮ່ວມການ​ປະ​ເມີນ​ຄວາມ​ສ່ຽງ ແລະ ກວດກາການນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດນໍ້າ ແລະ ຜະລິດຕະພັນສັດນໍ້າ;
  3. ນຳໃຊ້ມາດຕະການດ້ານວິຊາການ ເປັນຕົ້ນ ການເຝົ້າ​ລະ​ວັງ, ກັນ, ຄວບຄຸມ ແລະ ກຳຈັດພະຍາດສັດນໍ້າ ຫຼື ທຳລາຍສິ່ງທີ່ເປັນອັນຕະລາຍ ຢູ່ໃນຂະບວນການນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ  ຕາມການມອບໝາຍຂອງ ພະ​ແນ​ກກະສິກໍາ ​ແລະ ປ່າ​ໄມ້ຂັ້ນແຂວງ;
  4. ສະເໜີ ພະ​ແນ​ກກະສິກໍາ ​ແລະ ປ່າ​ໄມ້ຂັ້ນແຂວງ ນໍາໃຊ້ມາດຕະການຕໍ່ຜູ້ທີ່ບໍ່ໃຫ້ຄວາມຮ່ວມມືໃນການປະຕິບັດເງື່ອນໄຂການນໍຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດນໍ້າ ແລະ ຜະລິດຕະພັນສັດນໍ້າ ຂອງ ສປປ ລາວ ເປັນຕົ້ນ ບໍ່ຕໍ່ໃບອະນຸຍາດ, ການໂຈະ-ຍົກເລີກ, ການສັ່ງໃຫ້ສົ່ງກັບ ຫຼື​ ​ທໍາ​ລາຍ​;
  5. ​ຈັດຕັ້ງປະຕິບັດຄໍາແນະ​ນໍາ​ດ້ານ​ວິ​ຊາ​ການ ກ່ຽວກັບການກວດ​ກາ​ການນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດນໍ້າ ແລະ ຜະລິດຕະພັນສັດນໍ້າ ທີ່ ອົງການຄຸ້ມຄອງການປະມົງຂັ້ນສູນກາງ ກຳນົດ;
  6. ອຳນວຍຄວາມສະດວກ ແລະ ກວດກາ ໃນການ​ກັກ​ກັນກ່ອນສົ່ງອອກ, ຫຼັງການນໍາເຂົ້າ​,  ແລະລະຫວ່າງການສົ່ງຜ່ານ;
  7. ຮັບ ​ແລະ ​ແກ້​ໄຂ​ຄໍາ​ສະ​ເໜີກ່ຽວກັບ ​ການ​ນໍາ​ເຂົ້າ, ສົ່ງ​ອອກ ​ແລະ ສົ່ງ​ຜ່ານ​ສັດ​ນໍ້າ ​ແລະ​ ຜະລິດ ຕະພັນ​ສັດ​ນໍ້າ;
  8. ລາຍ​ງານ ການຈັດຕັ້ງປະຕິບັດ​ວຽກງານ ​ນໍາ​ເຂົ້າ, ສົ່ງ​ອອກ ​ແລະ ສົ່ງ​ຜ່ານ​ສັດ​ນໍ້າ ​ແລະ​ ຜະລິດ​ຕະ ພັນ​ສັດ​ນໍ້າ ​ໃຫ້​ພະ​ແນ​ກ​ກະສິກໍາ ​ແລະ ປ່າ​ໄມ້ຂັ້ນ​ແຂວງ ​ແລະ ອົງການ​ປົກຄອງ​ຂັ້ນ​ເມືອງ ຢ່າງ​ເປັນ​ປົກກະຕິ;
  9. ນໍາໃຊ້ ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມກົດໝາຍ ແລະ ລະບຽບການ.

ມາດຕາ 33ສິດ ແລະ ໜ້າທີ່ຂອງດ່ານກວດກາສັດຕະວະແພດ

ໃນການຄຸ້ມຄອງວຽກງານ ນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດນໍ້າ ແລະ ຜະລິດຕະພັນສັດນໍ້າ, ດ່ານກວດກາສັດຕະວະແພດ ມີສິດ ແລະ ໜ້າທີ່ ຕາມ​ຂອບ​ເຂດ​ຄວາມ​ຮັບຜິດຊອບ​ຂອງ​ຕົນ ດັ່ງນີ້:

  1. ສະກັດກັ້ນ ການລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບ ການລ້ຽງສັດ ແລະ ສັດຕະວະ ແພດ ແລະ ການປະມົງ;
  2. ກວດກາ, ອຳນວຍຄວາມສະດວກ ໃຫ້ແກ່ການ ນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດນໍ້າ ແລະ  ຜະລິດຕະພັນສັດນໍ້າ ຕາມກົດໝາຍ ແລະ ລະບຽບການ;
  3. ກວດກາ, ພິຈາລະນາ ແລະ ຢັ້ງຢືນຄວາມຖືກຕ້ອງ ຂອງຜະລິດຕະພັນສິນຄ້າປະມົງ ແລະ ເອກະ ສານທີ່ກ່ຽວຂ້ອງໃນການນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດນໍ້າ ແລະ ຜະລິດຕະພັນສັດນໍ້າ;
  4. ນຳໃຊ້ມາດຕະການສຸຂານາໄມ ເປັນຕົ້ນ ກັກ, ສົ່ງຕົວຢ່າງໄປວິໄຈ, ບໍາບັດ, ປະຕິເສດການນໍາເຂົ້າ, ສົ່ງກັບຄືນ, ທໍາລາຍສັດນໍ້າ, ຜະລິດຕະພັນສັດນໍ້າ ຫຼື ວັດຖຸ ທີ່ປົນເປື້ອນດ້ວຍເຊື້ອພະຍາດສັດນໍ້າທີ່ຈໍາເປັນຕ້ອງແຈ້ງ;
  5. ເກັບກຳຂໍ້ມູນເບື້ອງຕົ້ນ ກ່ຽວກັບການກະທຳຜິດ ແລະ ລາຍງານໃຫ້ການຈັດຕັ້ງ ແລະ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເພື່ອແກ້ໄຂຕາມກົດໝາຍ ແລະ ລະບຽບການ;
  6. ເກັບ ຄ່າທຳນຽມ ແລະ ຄ່າບໍລິການດ້ານວິຊາການ ພ້ອມ​ທັງ​ຄຸ້ມ​ຄອງ, ນໍາ​ໃຊ້ ຕາມລະບຽບການ;
  7. ປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດໜ້າທີ່ຂອງຕົນ;
  8. ຮັບ ​ແລະ ​ແກ້​ໄຂ​ຄໍາ​ສະ​ເໜີກ່ຽວກັບ ​ການ​ນໍາ​ເຂົ້າ, ສົ່ງ​ອອກ ​ແລະ ສົ່ງ​ຜ່ານ​ສັດ​ນໍ້າ ​ແລະ​ ຜະລິດ ຕະພັນ​ສັດ​ນໍ້າ;
  9. ລາຍງານການຈັດຕັ້ງປະຕິບັດວຽກງານຂອງຕົນໃຫ້ ອົງການຄຸ້ມຄອງການປະມົງ ຕາມການແບ່ງຂັ້ນຄຸ້ມຄອງ ຢ່າງເປັນປົກກະຕິ;
  10. ນຳໃຊ້ ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມກົດໝາຍ ແລະ ລະບຽບການ.

ມາດຕາ 34ສິດ ແລະ ໜ້າທີ່ ຂອງເຈົ້າໜ້າທີ່ສັດຕະວະແພດ

ໃນການຄຸ້ມຄອງວຽກງານ ນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດນໍ້າ ແລະ  ຜະລິດຕະພັນສັດນໍ້າ, ​ເຈົ້າໜ້າທີ່ສັດຕະວະແພດ ມີສິດ ແລະ ໜ້າທີ່ ຕາມ​ຂອບ​ເຂດ​ຄວາມ​ຮັບຜິດຊອບ​ຂອງ​ຕົນ ດັ່ງນີ້:

  1. ກວດກາສະຖານທີ່ນໍາເຂົ້າ, ສົ່ງອອກ, ສົ່ງຜ່ານ, ສະຖານທີ່ກັກກັນ, ສະຖານທີ່ເຕົ້າໂຮມສັດນໍ້າ ແລະ ສະຖານທີ່ກ່ຽວຂ້ອງອື່ນ ລວມທັງສະຖານທີ່ເກັບຮັກສາຜະລິດຕະພັນສັດນໍ້າ, ຍານພາຫະນະບັນທຸກ ໃນໂມງລັດຖະການ ຫຼື ຕາມການມອບໝາຍ ໃນກໍລະນີທີ່ມີເຫດການສົງໄສວ່າມີການກະທຳຜີດ ຫຼື ລະເມີດກົດໝາຍ ຫຼື ລະບຽບການ;
  2. ກວດກາເອກະສານກ່ຽວຂ້ອງກັບສັດນໍ້າ ແລະ ຜະລິດຕະພັນສັດນໍ້າ ລວມທັງ ວິທີການລ້ຽງ ຫຼື ວິທີການເກັບຮັກສາຜະລິດຕະພັນສັດນໍ້າ;
  3. ເກັບຕົວຢ່າງ ​ເພື່ອການກວດກາວິໄຈຊອກຫາພະຍາດ ແລະ ສິ່ງທີ່ເປັນອັນຕະລາຍ ພ້ອມທັງສືບສວນ-ສອບສວນຫາຂໍ້ມູນທີ່ແທ້ຈິງ;
  4. ກວດຄົ້ນ, ຢຶດ ສັດນໍ້າ ຫຼື ຜະລິດຕະພັນສັດນໍ້າ ທີ່ບໍ່ໄດ້ຮັບອະນຸຍາດ, ຕິດ  ຫຼື  ປົນເປື້ອນດ້ວຍເຊື້ອພະຍາດ ແລະ ສິ່ງທີ່ເປັນອັນຕະລາຍ  ລວມທັງເຄື່ອງມື,  ເຄື່ອງໃຊ້,  ພາຊະນະບັນຈຸ,  ຫີບຫໍ່, ສະຫຼາກ ແລະ ເອກະສານ ຫຼື ວັດຖຸອື່ນ ທີ່ມີເຫດອັນຄວນທີ່ເຊື່ອໄດ້ວ່າມີການກ່ຽວຂ້ອງກັບການກະທໍາຄວາມຜິດ ຫຼື ລະເມີດກົດໝາຍ ​ແລະ ຂໍ້ຕົກລົງສະບັບນີ້;
  5. ສະເໜີໃຫ້ບຸກຄົນ ມາໃຫ້ປາກຄໍາ ຫຼື ຮຽກເອົາເອກະສານ ຫຼື ຫຼັກຖານ ເພື່ອປະກອບການພິ ຈາລະນາຂອງພະນັກງານ ແລະ ເຈົ້າໜ້າທີ່;
  6. ປະສານຫາຜູ້ໄດ້ຮັບອະນຸຍາດ ແລະ ຜູ້ມີໜ້າທີ່ກ່ຽວຂ້ອງກັບ ການຜະລິດ, ຈໍາໜ່າຍ, ນໍາເຂົ້າ ຫຼື ສົ່ງອອກ ແລະ ໃຫ້ອຳນວຍຄວາມສະດວກ ໃຫ້ແກ່ການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່;
  7. ສະແດງບັດສະເພາະເຈົ້າໜ້າທີ່ສັດຕະວະແພດ ໃນເວລາປະຕິບັດງານ ຕໍ່ບຸກຄົນທີ່ກ່ຽວຂ້ອງ;
  8. ລາຍງານການຈັດຕັ້ງປະຕິບັດ​ວຽກງານ​ຂອງ​ຕົນ​ໃຫ້ການ​ຈັດຕັ້ງ ຢ່າງເປັນປົກກະຕິ ແລະ ໃນກໍລະ ນີພົບການລະເມີດ ຫຼື ບໍ່ໃຫ້ຄວາມຮ່ວມມືຂອງຜູ້ປະກອບການ;
  9. ນໍາ​ໃຊ້ ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມກົດໝາຍ ແລະ ລະບຽບການ.

ມາດຕາ 35ການກວດກາວຽກງານ ນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດນໍ້າ ແລະ ຜະລິດຕະພັນສັດນໍ້າ

ການກວດກາວຽກງານ ນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານສັດນໍ້າ ແລະ ຜະລິດຕະພັນສັດນໍ້າ ​ແມ່ນ​ການ​ກວດກາ​ການຈັດຕັ້ງປະຕິບັດ​ລະບຽບກົດໝາຍກ່ຽວກັບ​ສັດ​ນໍ້າ ​ແລະ ຜະລິດ​ຕະພັນ​ສັດ​ນໍ້າ ເພື່ອໃຫ້ວຽກງານດັ່ງກ່າວ ຖືກຕ້ອງຕາມລະບຽບ, ກົດໝາຍ ຊຶ່ງ​ມີ ສາມ ຮູບ​ການ ດັ່ງນີ້:

  1. ການກວດກາຕາມປົກກະຕິ ແມ່ນການກວດກາຕາມແຜນການຢ່າງເປັນປະຈຳ ແລະ ມີກຳນົດເວ ລາທີ່ແນ່ນອນ;
  2. ການກວດກາໂດຍແຈ້ງໃຫ້ຮູ້ລ່ວງໜ້າ ແມ່ນການກວດການອກແຜນການ ໂດຍມີການແຈ້ງໃຫ້ຜູ້ຖືກກວດກາ ຮູ້ກ່ອນລ່ວງໜ້າ;
  3. ການກວດກາແບບກະທັນຫັນ ແມ່ນການກວດກາຢ່າງຮີບດ່ວນ ໂດຍບໍ່ໄດ້ແຈ້ງໃຫ້ຜູ້ຖືກກວດກາຮູ້ລ່ວງໜ້າ.

ໝວດທີ 8
ບົດບັນ​ຍັດ​ສຸດ​ທ້າຍ

ມາດຕາ 36ການ​ຈັດຕັ້ງປະຕິ​ບັດ

ມອບໃຫ້ ກົມລ້ຽງສັດ ແລະ ການປະມົງ ເປັນໃຈກາງສົມທົບກັບພາກ​ສວ່ນ​ທີ່​ກ່ຽວ​ຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ ​ເພື່ອຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ ໃຫ້ມີ​ປະ​ສິດ​ທິ​ຜົນ.

ມາດຕາ 37ຜົນສັກສິດ

ຂໍ້​ຕົກ​ລົງສະບັບນີ້ ມີຜົນ​ສັກສິດ ນັບແຕ່ວັນລົງລາຍເຊັນ ແລະ ພາຍຫຼັງໄດ້ລົງ​ເຜີຍ​ແຜ່ໃນ​ຈົດໝາຍເຫດທາງລັດຖະການ ​ສິບ​ຫ້າ​ວັນ.

ຂໍ້​ກໍາ​ນົດ ແລະ ບົດບັນຍັດໃດ ​ທີ່ຂັດ​ກັບ​ຂໍ້​ຕົກ​ລົງສະບັບນີ້ ລ້ວນແຕ່ຖືກຍົກເລີກ​.

ລັດຖະມົນຕີ

ປອ. ລຽນ ທິແກ້ວ

 

# ຫົວຂໍ້ ດາວໂຫຼດ
1 ຂໍ້ຕົກລົງ ວ່າດ້ວຍ ການນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດນໍ້າ ແລະ ຜະລິດຕະພັນສັດນໍ້າ ເລກທີ 4211/ກປ, ລົງວັນທີ 29 ພະຈິກ 2019. PDF
ມາດຕະການ / ມາດຕະຖານ
# ຊື່ ປະເພດ ອົງກອນ ລາຍລະອຽດ ກົດໝາຍ ສຶ້ນສຸດ ໃຊ້ກັບ
1 ຮຽກຮ້ອງໃຫ້ມີໃບອະນຸຍາດນຳເຂົ້າ - ສັດນໍ້າ ຕ້ອງໄດ້ຮັບອະນຸມັດ ກະຊວງ ກະສິກຳ ແລະ ປ່າໄມ້ ຜູ້ນໍາເຂົ້າສັດນໍ້າ ຕ້ອງປະຕິບັດຕາມເງື່ອນໄຂສະເພາະ ທີ່ກໍານົດໄວ້ໃນເອກະສານຊ້ອນທ້າຍ 1 ຂອງຂໍ້ຕົກລົງ 4211/ກປ ແລະ ຍື່ນຄໍາຮ້ອງຂໍອະນຸຍາດນໍາເຂົ້າ ທີ່ກໍານົດໄວ້ໃນເອກະສານຊ້ອນທ້າຍ 3 ຕໍກົມລ້ຽງສັດ ແລະ ການປະມົງ ເພື່ອອອກໃບອະນຸຍາດນໍາເຂົ້າ ຕາມແບບພິມທີ່ກໍານົດໄວ້ໃນເອກະສານຊ້ອນທ້າຍ 4 ຂໍ້ຕົກລົງ ວ່າດ້ວຍ ການນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດນໍ້າ ແລະ ຜະລິດຕະພັນສັດນໍ້າ ເລກທີ 4211/ກປ, ລົງວັນທີ 29 ພະຈິກ 2019. 9999-12-31 ALL
2 ຮຽກຮ້ອງໃຫ້ມີການກວດກາການນໍາເຂົ້າ - ສັດນໍ້າ ຮຽກ​ຮ້ອງ​ໃຫ້​ມີ​ການກວດ​ກາ ກະຊວງ ກະສິກຳ ແລະ ປ່າໄມ້ ການນຳເຂົ້າສັດນໍ້າ ຕ້ອງໄດ້ຮັບການກວດກາໂດຍເຈົ້າໜ້າທີ່ສັດຕະວະແພດ ປະຈໍາດ່ານ ຂໍ້ຕົກລົງ ວ່າດ້ວຍ ການນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດນໍ້າ ແລະ ຜະລິດຕະພັນສັດນໍ້າ ເລກທີ 4211/ກປ, ລົງວັນທີ 29 ພະຈິກ 2019. 9999-12-31 ALL
3 ຮຽກຮ້ອງໃຫ້ມີໃບອະນຸຍາດນຳເຂົ້າ - ຜະລິດຕະພັນສັດນໍ້າ ຕ້ອງໄດ້ຮັບອະນຸມັດ ກະຊວງ ກະສິກຳ ແລະ ປ່າໄມ້ ຜູ້ນໍາເຂົ້າຜະລິດຕະພັນສັດນໍ້າ ຕ້ອງປະຕິບັດຕາມເງື່ອນໄຂສະເພາະ ທີ່ກໍານົດໄວ້ໃນເອກະສານຊ້ອນທ້າຍ 1 ຂອງຂໍ້ຕົກລົງ 4211/ກປ ແລະ ຍື່ນຄໍາຮ້ອງຂໍອະນຸຍາດນໍາເຂົ້າ ທີ່ກໍານົດໄວ້ໃນເອກະສານຊ້ອນທ້າຍ 3 ຕໍກົມລ້ຽງສັດ ແລະ ການປະມົງ ເພື່ອອອກໃບອະນຸຍາດນໍາເຂົ້າ ຕາມແບບພິມທີ່ກໍານົດໄວ້ໃນເອກະສານຊ້ອນທ້າຍ 4 ຂໍ້ຕົກລົງ ວ່າດ້ວຍ ການນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດນໍ້າ ແລະ ຜະລິດຕະພັນສັດນໍ້າ ເລກທີ 4211/ກປ, ລົງວັນທີ 29 ພະຈິກ 2019. 9999-12-31 ALL
4 ຕ້ອງມີໃບຢັ້ງຢືນຈາກປະເທດຕົ້ນທາງ - ສັດນໍ້ານໍາເຂົ້າ SPS ກະຊວງ ກະສິກຳ ແລະ ປ່າໄມ້ ການນຳເຂົ້າສັດນໍ້າ ຕ້ອງມີໃບຢັ້ງຢືນຈາກປະເທດຕົ້ນທາງ ເຊັ່ນ: ໃບຢັ້ງຢືນສຸຂະພາບສັດ, ໃບຢັ້ງຢືນກໍາມະພັນສັດ (ກໍລະນີທີ່ເປັນແນວພັນ), ໃບຢັ້ງຢືນການກັກກັນ, ໃບຢັ້ງຢືນ CITES (ກໍລະນີນເປັນສັດຄວບຄຸມອົງການ CITES) ແລະ ໃບຢັ້ງຢືນມາດຕະຖານດ້ານເຕັກນິກ ກ່ຽວກັບ ຟາມ. ແລ້ວຍື່ນຄັດຕິດກັບໃບສະເໜີຂໍນຳເຂົ້າໃຫ້ກົມລ້ຽງສັດ ແລະ ການປະມົງ,ກະຊວງກະສິກຳ ແລະ ປ່າໄມ້. ຂໍ້ຕົກລົງ ວ່າດ້ວຍ ການນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດນໍ້າ ແລະ ຜະລິດຕະພັນສັດນໍ້າ ເລກທີ 4211/ກປ, ລົງວັນທີ 29 ພະຈິກ 2019. 9999-12-31 ALL
5 ຕ້ອງມີໃບຢັ້ງຢືນປະເທດຕົ້ນທາງ - ຜະລິດຕະພັນສັດນໍ້ານໍາເຂົ້າ SPS ກະຊວງ ກະສິກຳ ແລະ ປ່າໄມ້ ການນຳເຂົ້າຜະລິດຕະພັນສັດນໍ້າ ຕ້ອງມີໃບຢັ້ງຢືນຈາກປະເທດຕົ້ນທາງ ເຊັ່ນ: ໃບຢັ້ງຢືນສຸຂານາໄມ ຫຼື ໃບຢັ້ງຢືນຄຸນນະພາບ ແລະ ໃບຢັ້ງຢືນມາດຕະຖານດ້ານເຕັກນິກ ກ່ຽວກັບ ໂຮງຂ້າສັດ ຫຼື ສະຖານທີ່ເກັບຮັກສາ. ແລ້ວຍື່ນຄັດຕິດກັບໃບສະເໜີຂໍນຳເຂົ້າໃຫ້ກົມລ້ຽງສັດ ແລະ ການປະມົງ,ກະຊວງກະສິກຳ ແລະ ປ່າໄມ້. ຂໍ້ຕົກລົງ ວ່າດ້ວຍ ການນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດນໍ້າ ແລະ ຜະລິດຕະພັນສັດນໍ້າ ເລກທີ 4211/ກປ, ລົງວັນທີ 29 ພະຈິກ 2019. 9999-12-31 ALL
6 ຮຽກຮ້ອງໃຫ້ມີການກວດກາການນໍາເຂົ້າ - ຜະລິດຕະພັນສັດນໍ້າ ຮຽກ​ຮ້ອງ​ໃຫ້​ມີ​ການກວດ​ກາ ກະຊວງ ກະສິກຳ ແລະ ປ່າໄມ້ ການນຳເຂົ້າຜະລິດຕະພັນສັດນໍ້າ ຕ້ອງໄດ້ຮັບການກວດກາໂດຍເຈົ້າໜ້າທີ່ສັດຕະວະແພດ ປະຈໍາດ່ານ ຂໍ້ຕົກລົງ ວ່າດ້ວຍ ການນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດນໍ້າ ແລະ ຜະລິດຕະພັນສັດນໍ້າ ເລກທີ 4211/ກປ, ລົງວັນທີ 29 ພະຈິກ 2019. 9999-12-31 ALL
7 ຕ້ອງນໍາເຂົ້າສັດ ແລະ ຜະລິດຕະພັນ ສັດນໍ້າ ຜ່ານດ່ານທີ່ກໍານົດໄວ້ ທົ່ວໄປ ກະຊວງ ກະສິກຳ ແລະ ປ່າໄມ້ ສັດນໍ້າ ແລະ ຜະລິດຕະພັນສັດນໍ້າຕ້ອງນຳເຂົ້າສະເພາະດ່ານ ທີ່ກົມລ້ຽງສັດ ແລະ ການປະມົງ, ກະຊວງກະສິກຳ ແລະ ປ່າໄມ້ ແລະ ພາກສ່ວນກ່ຽວຂ້ອງໄດ້ກໍານົດໄວ້ເທົ່ານັ້ນ ແລະ ອາດປ່ຽນແປງເປັນແຕ່ລະໄລຍະ. ຂໍ້ຕົກລົງ ວ່າດ້ວຍ ການນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດນໍ້າ ແລະ ຜະລິດຕະພັນສັດນໍ້າ ເລກທີ 4211/ກປ, ລົງວັນທີ 29 ພະຈິກ 2019. 9999-12-31 ALL
8 ຮຽກຮ້ອງໃຫ້ມີການກວດກາການສົ່ງອອກ - ສັດນໍ້າ ຮຽກ​ຮ້ອງ​ໃຫ້​ມີ​ການກວດ​ກາ ກະຊວງ ກະສິກຳ ແລະ ປ່າໄມ້ ການສົ່ງອອກສັດນໍ້າ ຕ້ອງໄດ້ຮັບການກວດກາໂດຍເຈົ້າໜ້າທີ່ສັດຕະວະແພດ ປະຈໍາດ່ານ ຂໍ້ຕົກລົງ ວ່າດ້ວຍ ການນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດນໍ້າ ແລະ ຜະລິດຕະພັນສັດນໍ້າ ເລກທີ 4211/ກປ, ລົງວັນທີ 29 ພະຈິກ 2019. 9999-12-31 ALL
9 ຮຽກຮ້ອງໃຫ້ມີການກວດກາການສົ່ງອອກ - ຜະລິດສັດນໍ້າ ຮຽກ​ຮ້ອງ​ໃຫ້​ມີ​ການກວດ​ກາ ກະຊວງ ກະສິກຳ ແລະ ປ່າໄມ້ ການສົ່ງອອກຜະລິດຕະພັນສັດນໍ້າ ຕ້ອງໄດ້ຮັບການກວດກາໂດຍເຈົ້າໜ້າທີ່ສັດຕະວະແພດ ປະຈໍາດ່ານ ຂໍ້ຕົກລົງ ວ່າດ້ວຍ ການນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດນໍ້າ ແລະ ຜະລິດຕະພັນສັດນໍ້າ ເລກທີ 4211/ກປ, ລົງວັນທີ 29 ພະຈິກ 2019. 9999-12-31 ALL
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.