ຊື່ຮຽກຮ້ອງໃຫ້ມີໃບອະນຸຍາດນຳເຂົ້າ - ຜະລິດຕະພັນສັດນໍ້າ
ຄຳອະທິບາຍຜູ້ນໍາເຂົ້າຜະລິດຕະພັນສັດນໍ້າ ຕ້ອງປະຕິບັດຕາມເງື່ອນໄຂສະເພາະ ທີ່ກໍານົດໄວ້ໃນເອກະສານຊ້ອນທ້າຍ 1 ຂອງຂໍ້ຕົກລົງ 4211/ກປ ແລະ ຍື່ນຄໍາຮ້ອງຂໍອະນຸຍາດນໍາເຂົ້າ ທີ່ກໍານົດໄວ້ໃນເອກະສານຊ້ອນທ້າຍ 3 ຕໍກົມລ້ຽງສັດ ແລະ ການປະມົງ ເພື່ອອອກໃບອະນຸຍາດນໍາເຂົ້າ ຕາມແບບພິມທີ່ກໍານົດໄວ້ໃນເອກະສານຊ້ອນທ້າຍ 4
ຄຳເຫັນເພື່ອປ້ອງກັນ ແລະ ສະກັດກັ້ນ ການເຂົ້າມາ, ກໍ່ຕົວ, ແຜ່ກະຈາຍຂອງພະຍາດສັດນໍ້າ ແລະ ການທໍາລາຍຈາກສັດນໍ້າຕ່າງແດນ ທີ່ເປັນອັນຕະລາຍ ຕໍ່ຊັບພະຍາກອນສັດນໍ້າພາຍໃນ ປະເທດ
ເລີ່ມມີຜົນ2019-11-29
ສິ້ນສຸດ9999-12-31
ອ້າງອີງມາດຕາ 48 ຂອງ ກົດໝາຍ ເລກທີ 08/ສພຊ; ມາດຕາ 18 ຂອງກົດໝາຍ ເລກທີ 41/ສພຊ; ມາດຕາ 26 ຂອງດຳລັດ 644/ລບ; ມາດຕາ 13 ຂອງຂໍ້ຕົກລົງ 0795/ກປ ແລະ ມາດຕາ 14 ຂອງຂໍ້ຕົກລົງ 4211/ກປ.
ປະເພດ ມາດຕະການຕ້ອງໄດ້ຮັບອະນຸມັດ
ອົງກອນກະຊວງ ກະສິກຳ ແລະ ສິ່ງແວດລ້ອມ
ເອກະສານນິຕິກຳ- ກົດໝາຍ ວ່າດ້ວຍ ການລ້ຽງສັດ ແລະ ການສັດຕະວະແພດ (ສະບັບປັບປຸງ) ເລກທີ 08/ສພຊ, ລົງວັນທີ 11 ພະຈິກ 2016
- ຂໍ້ຕົກລົງ ວ່າດ້ວຍການນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດ ແລະ ຜະລິດຕະພັນສັດ ເລກທີ 0795/ກປ, ລົງວັນທີ 18 ເມສາ 2019
- ຂໍ້ຕົກລົງ ວ່າດ້ວຍ ການນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດນໍ້າ ແລະ ຜະລິດຕະພັນສັດນໍ້າ ເລກທີ 4211/ກປ, ລົງວັນທີ 29 ພະຈິກ 2019.
- ກົດໝາຍວ່າດ້ວຍ ສັດນໍ້າ ແລະ ການປະມົງ (ສະບັບປັບປຸງ) ສະບັບເລກທີ 41/ສພຊ, ລົງວັນທີ 17 ກໍລະກົດ 2023
- ດໍາລັດ ວ່າດ້ວຍການເຄື່ອນຍ້າຍ, ນໍາເຂົ້າ, ສົ່ງອອກ, ສົ່ງຜ່ານ ສັດ, ສັດນໍ້າ, ຜະລິດຕະພັນ ສັດ ແລະ ສັດນໍ້າ, ເລກທີ 644/ລບ, ລົງວັນທີ 25 ພະຈິກ 2024.
UN CodeA14
ຂັ້ນຕອນຍ່ອຍ
# ຊື່ຂັ້ນຕອນ ລາຍລະອຽດ ໝວດ ເບິ່ງລາຍລະອຽດ
ແບບຟອມ
# ຫົວຂໍ້ ລາຍລະອຽດ ອອກໂດຍ ໄຟລ໌
ສິນຄ້າ
# ລະຫັດ HSCODE ລາຍລະອຽດ
Step-by-Step Guide
# Process name Process short name ການດໍາເນີນການດ້ານການຄ້າ
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.