ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ກະຊວງ ກະສິກຳ ແລະ ປ່າໄມ້              ເລກທີ 0795 /ກປ

                        ນະຄອນຫຼວງວຽງຈັນ, ວັນທີ່ 18/04/19

ຂໍ້ຕົກລົງ
ວ່າດ້ວຍການນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດ ແລະ ຜະລິດຕະພັນສັດ

- ອີງຕາມກົດໝາຍ ວ່າດ້ວຍການລ້ຽງສັດ ແລະ ການສັດຕະວະແພດ ເລກທີ່ 08/ສພຊ, ລົງວັນທີ 11 ພະຈິກ 2016;
- ອີງຕາມ ດຳລັດຂອງນາຍົກລັດຖະມົນຕີ ເລກທີ 99/ນຍ; ລົງວັນທີ 09 ມີນາ 2017 ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງກະຊວງກະສິກຳ ແລະ ປ່າໄມ້;
- ອີງຕາມ ໜັງສືສະເໜີຂອງກົມນະໂຍບາຍ ແລະ ນິຕິກຳ ເລກທີ 150/ກບນ, ລົງວັນທີ 05 ເມສາ 2019.

ໝວດທີ 1

ບົດບົນຍັດທົ່ວໄປ

ມາດຕາ 1 ຈຸດປະສົງ

ຂໍ້ຕົກລົງສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບ ການຄວບຄຸມການນຳເຂົ້າ, ສົ່ງອອກ ແລະ  ສົ່ງຜ່ານ ສັດມີຊີວິດ ແລະ ຜະລິດຕະພັນສັດ ຢູ່ ສປປ ລາວ ເພື່ອປ້ອງກັນ ແລະ ສະກັດກັ້ນ ການນຳເຂົ້າ, ກໍ່ຕົວ, ແຜ່ກະຈາຍ ແລະ ການລະບາດຂອງພະຍາດສັດ ແນໃສ່ປົກປ້ອງຊີວິດ, ສຸຂະພາບຂອງຄົນ, ສັດ ແລະ ສິ່ງແວດລ້ອມ ໃຫ້ມີຄວາມປອດໄພ ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດ ສັນຍາສຸຂານາໄມ ແລະ ສຸຂານາໄມພືດ ແລະ ສັນຍາສາກົນທີ່ກ່ຽວຂ້ອງໃຫ້ສອດຄ່ອງ ແລະ ມີປະສິດທິພາບ.

ມາດຕາ 2 ການນຳເຂົ້າ, ການສົ່ງອອກ ແລະ ການສົ່ງຜ່ານ ສັດ ແລະ ຜະລິດຕະພັນສັດ

ການນຳເຂົ້າ ສັດ ແລະ ຜະລິດຕະພັນສັດ ແມ່ນການຈັດຕັ້ງປະຕິບັດ ບັນດາຂັ້ນຕອນການອະນຸຍາດ ຂອງອົງການຄຸ້ມຄອງວຽກງານລ້ຽງສັດ ແລະ ສັດຕະວະແພດ ໃຫ້ແກ່ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງນຳສັດ ຫຼື ຜະລິດຕະພັນສັດ ຈາກຕ່າງປະເທດ ເຂົ້າມາຍັງ ສປປ ລາວ ໂດຍຜ່ານດ່ານກວດກາສັດຕະວະແພດ.

ການສົ່ງອອກ ສັດ ແລະ ຜະລິດຕະພັນສັດ ແມ່ນການຈັດຕັ້ງປະຕິບັດ ບັນດາຂັ້ນຕອນການອະນຸຍາດຂອງອົງການຄຸ້ມຄອງວຽກງານລ້ຽງສັດ ແລະ ສັດຕະວະແພດໃຫ້ແກ່ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງນຳສັດ ອອກຈາກ ສປປ ລາວ ໄປຍັງຕ່າງປະເທດ ໂດຍຜ່ານດ່ານກວດກາສັດຕະວະແພດ.

ການສົ່ງຜ່ານສັດ ແລະ ຜະລິດຕະພັນສັດ ແມ່ນການຈັດຕັ້ງປະຕິບັດ ບັນດາຂັ້ນຕອນການອະນຸຍາດ ຂອງອົງການຄຸ້ມຄອງວຽກງານລ້ຽງສັດ ແລະ ສັດຕະວະແພດ ໃຫ້ແກ່ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງນຳສັດ ຫຼື ຜະລິດຕະພັນສັດ ຜ່ານ ສປ ລາວ ໄປຍັງປະເທດທີ່ສາມ ໂດຍຜ່ານດ່ານກວດກາສັດຕະວະແພດ.

ມາດຕາ 3 ການອະທິບາຍຄຳສັບ

ຄຳສັບທີ່ນຳໃຊ້ ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:

  1. ສິນຄ້າທີ່ຖືກຂົນສົ່ງ ໝາຍເຖິງ ລາຍການຜະລິດຕະພັນສິນຄ້າກ່ຽວກັບສັດ ທີ່ຖືກເຄື່ອນຍ້າຍຈາກປະເທດໜຶ່ງໄປອີກປະເທດໜຶ່ງ ທີ່ໄດ້ມີການບັນຈຸ, ຫໍ່ຫຸ້ມ ແລະ ມີເອກະສານຢັ້ງຢືນດ້ານສຸຂະພາບ ຫຼື ສຸຂານາໄມຈາກອົງການຄຸ້ມຄອງຂອງປະເທດຕົ້ນທາງ;
  2. ອົງການຄຸ້ມຄອງ ວຽກງານລ້ຽງສັດ ແລະ ສັດຕະວະແພດ ຂັ້ນແຂວງ ທີ່ໄດ້ຮັບມອບໝາຍ ໝາຍເຖິງ ພະແນກກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນຫຼວງ ທີ່ກົມລ້ຽງສັດ ແລະ ການປະມົງ ໄດ້ມອບໝາຍໃຫ້ເປັນຜູ້ມອບສິດອອກໃບອະນຸຍາດຕ່າງໆ ພາຍໃຕ້ຂໍ້ຕົກລົງສະບັບນີ້;
  3. ອົງການຄຸ້ມຄອງ ວຽກງານລ້ຽງສັດ ແລະ ສັດຕະວະແພດ ຂັ້ນສູນກາງ ໝາຍເຖິງ ແມ່ນການລ້ຽງສັດ ແລະ ການປະມົງ ຂອງກະຊວງກະສິກຳ ແລະ ປ່າໄມ້ ແລະ ຂັ້ນແຂວງ ແມ່ນພະແນກກະສິກຳ ແລະ ປ່າໄມ້ແຂວງ ທີ່ຖືກກຳນົດໂດຍອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດ ຂັ້ນສູນກາງ ຫຼື ການຈັດຕັ້ງອື່ນທີ່ໄດ້ຮັບການມອບໝາຍ;
  4. ເງື່ອນໄຂການນຳເຂົ້າ ໝາຍເຖິງ ຂໍ້ກຳນົດໃດໜຶ່ງ ທີ່ອົງການຄຸ້ມຄອງວຽກງານລ້ຽງສັດ ແລະ ສັດຕະວະແພດ ຂອງ ສປປ ລາວ ສ້າງຂຶ້ນ ເພື່ອຄວບຄຸມການນຳເຂົ້າ ສັດ ແລະ ຜະລິດຕະພັນສັດ;
  5. ການອະນຸຍາດນຳເຂົ້າ ໝາຍເຖິງ ການອອກໃບແຈ້ງອະນຸມັດການນຳເຂົ້າ ຂອງອົງການຄຸ້ມຄອງວຽກງານລ້ຽງສັດ ແລະ ສັດຕະວະແພດ ໃຫ້ແກ່ຜູ້ສະເໜີຂໍນຳເຂົ້າ ສັດ ແລະ ຜະລິດຕະພັນສັດ ທີ່ໄດ້ປະຕິບັດຕາມເງື່ອນໄຂການນຳເຂົ້າ ທີ່ກຳນົດໄວ້ໃນຂໍ້ຕົກລົງສະບັບນີ້;
  6. ອົງການສຸຂະພາບສັດສາກົນ (OIE) ໝາຍເຖິງ ອົງການຈັດຕັ້ງສາກົນ ທີ່ຮັບຜິດຊອບວຽກງານສຸຂະພາບສັດ ແລະ ສັດນໍ້າ;
  7. ເຊື້ອພະຍາດ ໝາຍເຖິງ ຈຸລິນຊີ, ແມ່ກາຝາກ ແລະ ເຊື້ອລາ ໃດໜຶ່ງ ທີ່ເປັນສາເຫດ ຫຼື ເປັນຕົວປະກອບ ເຮັດໃຫ້ເກີດພະຍາດໃດໜຶ່ງ;
  8. ພະຍາດສັດທີ່ຈຳເປັນຕ້ອງແຈ້ງ ໝາຍເຖິງ ພະຍາດສັດ ທີ່ສາມາດຕິດຕໍ່ຈາກສັດສູ່ສັດ ຫຼື ຈາກສັດສູ່ຄົນ ຊຶ່ງມີການແຜ່ລາມໄວ, ສ້າງຜົນກະທົບທາງລົບຕໍ່ຊີວິດ, ເສດຖະກິດ ແລະ ສັງຄົມ;
  9. ການປະເມີນຄວາມສ່ຽງ ໝາຍເຖິງ ການປະເມີນຜົນ ເພື່ອຊອກຫາຄວາມເປັນໄປໄດ້ ກ່ຽວກັບຜົນກະທົບທາງດ້ານຊີວະ, ເສດຖະກິດ ທີ່ເກີດຈາກການນຳເຂົ້າ ຊຶ່ງອາດເປັນອັນຕະລາຍ ແລະ ແຜ່ກະຈາຍ ຢູ່ດິນແດນຂອງ ສປປ ລາວ;
  10. ມາດຕະການດ້ານສຸຂານາໄມ ໝາຍເຖິງ ບັນດາມາດຕະການ ທີ່ກຳນົດຂຶ້ນ ເພື່ອປົກປ້ອງສຸຂະພາບຂອງຄົນ, ສັດ ຫຼື ສິ່ງທີ່ມີຊີວິດຢູ່ໃນດິນແດນຂອງ ສປປ ລາວ ຈາກຄວາມສ່ຽງເກີດຂື້ນຈາກການນໍາເຂົ້າ, ການເກີດຂື້ນ ຫຼື ແຜ່ກະຈາຍ ຂອງສິ່ງອັນຕະລາຍ;
  11. ການຂົນສົ່ງ ໝາຍເຖິງ ວິທີການຂົນສົ່ງສັດ ແລະ ຜະລິດຕະພັນສັດ ທາງບົກ, ທາງອາກາດ ຫຼື ທາງນໍ້າ;
  12. ເຈົ້າໜ້າທີ່ປະຈຳດ່ານ ໝາຍເຖິງ ພະນັກງານສັດຕະວະແພດ ຫຼື ພະນັກງານ ທີ່ໄດ້ຮັບການມອບໝາຍຈາກອົງການຄຸ້ມຄອງວຽກງານລ້ຽງສັດ ແລະ ສັດຕະວະແພດ ໃຫ້ປະຕິບັດໜ້າທີ່ປະຈຳຢູ່ດ່ານກວດກາສັດຕະວະແພດ.

ມາດຕາ 4 ຫຼັກການ

ຫຼັກການພື້ນຖານ ທີ່ນຳໃຊ້ໃນການວາງມາດຕະການຄວບຄຸມ ການນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດ ແລະ ຜະລິດຕະພັນສັດ ມີດັ່ງນີ້:

  1. ສອດຄ່ອງ ກັບ ກົດໝາຍ, ນະໂຍບາຍ ແລະ ລະບຽບການຂອງ ສປປ ລາວ;
  2. ຮັບປະກັນ ຄຸນນະພາບ ແລະ ຄວາມປອດໄພ ຕໍ່ສຸຂະພາບສັດ ແລະ ຜູ້ບໍລິໂພກ;
  3. ປະຕິບັດ ຢ່າງເປັນເອກະພາບ, ໂປ່ງໃສ, ຍຸຕິທຳ ແລະ ສາມາດກວດກາໄດ້;
  4. ຮັບປະກັນ ບໍ່ສ້າງສິ່ງກີດຂວາງທີ່ບໍ່ຈຳເປັນ ຕໍ່ການຄ້າ ແລະ ບໍ່ເລືອກປະຕິບັດ;
  5. ສອດຄ່ອງກັບມາດຕະຖານດ້ານເຕັກນິກ ແລະ ຄຳແນະນຳຂອງອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງກຳນົດ;
  6. ສອດຄ່ອງກັບ ສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ໃຫ້ເປັນພາຄີ.

ມາດຕາ 5 ຂອບເຂດການນຳໃຊ້

ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳລັບບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ກ່ຽວຂ້ອງກັບການນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດ ແລະ ຜະລິດຕະພັນສັດ ໃນ ສປປ ລາວ.

                                               ໝວດທີ 2          
                                        ການນຳເຂົ້າ ສັດ ແລະ ຜະລິດຕະພັນສັດ

ມາດຕາ 6 ປະເພດການນຳເຂົ້າທີ່ຕ້ອງຂໍອະນຸຍາດ

ສັດ ແລະ ຜະລິດຕະພັນສັດ ທີ່ຕ້ອງໄດ້ຂໍອະນຸຍາດນຳເຂົ້າ ແມ່ນປະເພດສັດ ແລະ ຜະລິດຕະພັນສັດ ເພື່ອຈຸດປະສົງເປັນທຸລະກິດ-ການຄ້າ ຕາມທີໄດ້ກຳນົດໄວ້ໃນເອກະສານຊ້ອນທ້າຍ 1 ຂອງຂໍ້ຕົກລົງສະບັບນີ້;

ການນຳເຂົ້າຜະລິດຕະພັນສັດຕິດຕາມຕົວ ເພື່ອບໍລິໂພກພາຍໃນຄອບຄົວ ແມ່ນບໍ່ໄດ້ຂໍໃບອະນຸຍາດນຳເຂົ້າ ແຕ່ຕ້ອງໄດ້ແຈ້ງສິນຄ້າ ຕໍ່ເຈົ້າໜ້າທີ່ກວດກາປະຈຳດ່ານ ເພື່ອດຳເນີນການກວດກາ, ບັນທຶກ ຫຼື ນຳໃຊ້ມາດຕະການທີ່ຈຳເປັນ ຕາມທີ່ກົມລ້ຽງສັດ ແລະ ການປະມົງ ກຳນົດ.

ມາດຕາ 7 ການປະກອບເອກະສານ ແລະ ເງື່ອນໄຂສຳລັບການນຳເຂົ້າ

ເອກະສານສຳລັບການຂໍໃບອະນຸຍາດນຳເຂົ້າ ມີດັ່ງນີ້:

  1. ໃບຄຳຮ້ອງຂໍອະນຸຍາດນຳເຂົ້າ ຕາມທີ່ໄດ້ກຳນົດໄວ້ໃນເອກະສານຊ້ອນທ້າຍ 3 ຂໍ້ຕົກລົງສະບັບນີ້;
  2. ສຳເນົາ ບັດປະຈຳຕົວ ຫຼື ສຳມະໂນຄົວ;
  3. ສຳເນົາ ໜັງສືເດີນທາງ ( ຖ້າເປັນຄົນຕ່າງປະເທດ );
  4. ໃບມອບສິດ ( ຖ້າໃຫ້ຄົນອື່ນມາແລ່ນເອກະສານແທນ );
  5. ສຳເນົາ ໃບທະບຽນວິສາຫະກິດ.

ເອກະສານເພີ່ມເຕີມອື່ນ ໃນມື້ນຳສິນຄ້າເຂົ້າຕົວຈິງ ມີ ດັ່ງນີ້:

  1. ໃບຢັ້ງຢືນສຸຂະພາບສັດ ຫຼື ສຸຂານາໄມສັດ ຈາກອົງການຄຸ້ມຄອງວຽກງານສັດຕະວະແພດຂອງປະເທດຕົ້ນທາງ;
  2. ສຳເນົາ ໃບຂົນສົ່ງສິນຄ້າ ຫຼື Bill of Lading/Airway Bill ກໍລະນີຂົນສົ່ງທາງທ່າເຮືອ ຫຼື ເຮືອບິນ;
  3. ສຳເນົາ ໃບຢັ້ງຢືນກຳມະພັນສັດ ຖ້ານຳສັດມາເປັນແນວພັນ;
  4. ສຳເນົາ ໃບຢັ້ງຢືນການສັກຢາກັນພະຍາດສັດ (ໃນກໍລະນີທີ່ ສປປ ລາວ ຮຽກຮ້ອງ).

ນອກຈາກເອກະສານປະກອບໃນການຂໍອະນຸຍາດນຳເຂົ້າທີ່ກຳນົດໃນວັກທີ 1 ແລະ 2 ຂອງມາດຕານີ້ຜູ້ນຳເຂົ້າ ຕ້ອງປະຕິບັດຕາມເງື່ອນໄຂການນຳເຂົ້າສັດ ແລະ ຜະລິດຕະພັນສັດ ທີ່ໄດ້ກຳນົດໄວ້ໃນເອກະສານຊ້ອນທ້າຍ 2 ຂອງຂໍ້ຕົກລົງສະບັບນີ້.

ມາດຕາ 8 ການກະກຽມກ່ອນການນຳເຂົ້າ

ຜູ້ທີ່ມີຈຸດປະສົງ ນຳເຂົ້າສັດ ແລະ ຜະລິດຕະພັນສັດ ຕ້ອງກະກຽມດັ່ງນີ້:

  1. ພົວພັນ ເອົາຂໍ້ມູນ, ລະບຽບການ ແລະ ຄຳຮ້ອງຂໍນຳເຂົ້າ ສັດ ແລະ ຜະລິດຕະພັນສັດ ຢູ່ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ເທດສະບານ, ນະຄອນ, ພະແນກກະສິກຳ ແລະ ປ່າໄມ້ແຂວງ ແລະ ນະຄອນຫຼວງ, ດ່ານກວດກາສັດຕະວະແພດ, ກົມລ້ຽງສັດ ແລະ ການປະມົງ ຫຼື ເວັບໄຊ www.dlf.gov.la ຫຼື www.laotradeportal.gov.la;
  2. ຍື່ນຄຳຮ້ອງຕໍ່ກົມລ້ຽງສັດ ແລະ ການປະມົງ ຫຼື ດ່ານກວດກາສັດຕະວະແພດສາກົນ ບ່ອນທີ່ຈະນຳເຂົ້າ ຕາມແບບພິມ ທີ່ໄດ້ກຳນົດໄວ້ໃນເອກະສານຊ້ອນທ້າຍ 3 ຂອງຂໍ້ຕົກລົງສະບັບນີ້;
  3. ກົມລ້ຽງສັດ ແລະ ການປະມົງ ປະເມີນຄວາມສ່ຽງ ແລະ ພິຈາລະນາ ອອກໃບອະນຸຍາດ ຕາມແບບພິມ ທີ່ໄດ້ກຳນົດໄວ້ໃນເອກະສານຊ້ອນທ້າຍ 4 ຂອງຂໍ້ຕົກລົງສະບັບນີ້ ພາຍໃນ ຫ້າວັນ ລັດຖະການ;
  4. ສົ່ງໃບອະນຸຍາດນຳເຂົ້າ ແລະ ເງື່ອນໄຂ ເຖິງຜູ້ສົ່ງອອກ ເພື່ອກະກຽມສິນຄ້າ ແລະ ຂໍອະນຸຍາດຈາກອົງການຄຸ້ມຄອງວຽກງານສັດຕະວະແພດຂອງປະເທດຕົ້ນທາງ ໃຫ້ສອດຄ່ອງກັບເງື່ອນໄຂຂອງ ສປປ ລາວ ພາຍໃນ ເກົ້າສິບວັນ;
  5. ແຈ້ງເອກະສານ, ວັນ, ເວລາ ທີ່ແນ່ນອນສຳລັບການນຳເຂົ້າ ຕໍ່ດ່ານກວດກາສັດຕະວະແພດສາກົນບ່ອນທີ່ຈະນຳເຂົ້າ ຢ່າງໜ້ອຍ ໜຶ່ງວັນ ກ່ອນມື້ນຳເຂົ້າ ເພື່ອກວດກາ ແລະ ຢັ້ງຢືນຄວາມຖືກຕ້ອງຂອງເອກະສານ ໂດຍການອອກໃບຢັ້ງຢືນການກວດກາເອກະສານຢູ່ດ່ານ. ຖ້າເອກະສານບໍ່ຖືກຕ້ອງ ຫຼື ບໍ່ຄົບຖ້ວນ ໃຫ້ຜູ້ຂໍອະນຸຍາດນຳໄປປະກອບໃຫ້ຖືກຕ້ອງ.

ມາດຕາ 9 ການປະຕິບັດຢູ່ດ່ານໃນເວລານຳເຂົ້າ

ໃນເວລານຳເຂົ້າສັດ ແລະ ຜະລິດຕະພັນສັດຢູ່ດ່ານ ໃຫ້ປະຕິບັດ ດັ່ງນີ້:

  1. ຜູ້ນຳເຂົ້າ ແຈ້ງໃບຢັ້ງຢືນການກວດກາເອກະສານຢູ່ດ່ານ, ລາຍການ ສັດ ແລະ ຜະລິດຕະພັນສັດ ຕໍ່ເຈົ້າໜ້າທີ່ສັດຕະວະແພດປະຈຳດ່ານ;
  2. ເຈົ້າໜ້າທີ່ສັດຕະວະແພດປະຈຳດ່ານ ບັນທຶກຂໍ້ມູນກ່ຽວກັບສັດ ແລະ ຜະລິດຕະພັນສັດ ເຂົ້າໃນຖານຂໍ້ມູນ ພ້ອມທັງດຳເນີນການກວດກາ ແລະ ອອກໃບຢັ້ງຢືນການກວດກາຕາມແບບພິມ ທີ່ກຳນົດໄວ້ໃນເອກະສານຊ້ອນທ້າຍ 6 ຂອງຂໍ້ຕົກລົງສະບັບນີ້, ສຳເນົາໄວ້ ໜຶ່ງສະບັບ ແລະ ແຈ້ງໃຫ້ຜູ້ນຳເຂົ້າຈ່າຍຄ່າທຳນຽມ ແລະ ບໍລິການຕາມລະບຽບການ ແລ້ວຈຶ່ງອະນຸຍາດໃຫ້ເຄື່ອນຍ້າຍສິນຄ້າໄປຫາພາກສ່ວນພາສີ ຫຼື ພາກສ່ວນອື່ນທີ່ກ່ຽວຂ້ອງ. ໃນກໍລະນີພົບ ເອກະສານມີການດັດແກ້ເນື້ອໃນ, ປອມລາຍເຊັນ ຫຼື ຕາປະທັບ ເຈົ້າໜ້າທີ່ສັດຕະວະແພດປະຈຳດ່ານ ຕ້ອງປະຕິເສດການນຳເຂົ້າ ພ້ອມທັງກັກສິນຄ້ານັ້ນໄວ້ ເພື່ອດຳເນີນການກວດກາ, ສືບສວນ-ສອບສວນ ແລະ ລາຍງານໃຫ້ ກົມລ້ຽງສັດ ແລະ ການປະມົງ ແລະ ພະແນກກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນຫຼວງ ຮັບຊາບໂດຍດ່ວນ;
  3. ໃນກໍລະນີສົງໄສ ສັດ ຫຼື ຜະລິດຕະພັນສັດ ຫຼື ສ່ວນໃດສ່ວນໜຶ່ງຂອງສິນຄ້າດັ່ງກ່າວ ຕິດ ຫຼື ປົນເປື້ອນພະຍາດທີ່ຢູ່ໃນບັນຊີລາຍຊື່ພະຍາດສັດທີ່ຈຳເປັນຕ້ອງແຈ້ງ, ໃຫ້ເຈົ້າໜ້າທີ່ສັດຕະວະແພດປະຈຳດ່ານ ແຈ້ງໃຫ້ຜູ້ນຳເຂົ້າ ນຳສິນຄ້າໄປກັກກັນຢູ່ສະຖານທີ່ກັກກັນ, ແນະນຳແຜນການຕິດຕາມ, ກັກກັນ ແລະ ນຳໃຊ້ມາດຕະການດ້ານວິຊາການ ໃຫ້ແກ່ຜູ້ນຳເຂົ້າຊາບ ພ້ອມທັງປະຕິບັດຕາມມາດຕະການໃດໜຶ່ງ ໂດຍດ່ວນ ດັ່ງນີ້:

- ເກັບ ແລະ ສົ່ງຕົວຢ່າງ ຂອງສັດ ແລະ ຜະລິດຕະພັນສັດ ນັ້ນ ໄປວິໄຈ;
- ດຳເນີນການອະນາໄມ ຂ້າເຊື້ອພາຫານະຂົນສົ່ງ, ເຄື່ອງນຸ່ງ ແລະ ເກີບ ຂອງຜູ້ຂົນສົ່ງ ແລະ ກຳມະກອນ;
- ລາຍງານຜົນການປະຕິບັດມາດຕະການທັງໝົດໃຫ້ ກົມລ້ຽງສັດ ແລະ ການປະມົງ, ພະແນກກະສິກຳ ແລະ ປ່າໄມ້ແຂວງ, ນະຄອນຫຼວງ ແລະ ຜູ້ນຳເຂົ້າ ຊາບ ພາຍໃນຊາວສີ່ຊົ່ວໂມງ.

  1. ພາຍຫຼັງສຳເລັດການວິໄຈ, ເຈົ້າໜ້າທີ່ສັດຕະວະແພດປະຈຳດ່ານ ແຈ້ງຜົນຂອງການວິໄຈໃຫ້ຜູ້ນຳເຂົ້າຊາບ. ກໍລະນີ ພົບພະຍາດສັດທີ່ຈຳເປັນຕ້ອງແຈ້ງ, ຢາ ຫຼື ສານຕົກຄ້າງທີ່ເປັນອັນຕະລາຍ, ເຈົ້າໜ້າທີ່ສັດຕະວະແພດປະຈຳດ່ານ ຕ້ອງນຳໃຊ້ມາດຕະການ ໃດໜຶ່ງ ດັ່ງນີ້:

- ກັກ ຫຼື ກັກກັນ ສັດ ຫຼື ຜະລິດຕະພັນສັດ;
- ສົ່ງສິນຄ້າກັບຄືນປະເທດສົ່ງອອກ;
- ບຳບັດ, ອະນາໄມ ແລະ ຂ້າເຊື້ອພະຍາດທີ່ຕິດ ຫຼື ປົນເປື້ອນມານຳສິນຄ້າ ແລະ ວັດຖຸປະກອນ ທີ່ກ່ຽວຂ້ອງ;
- ທຳລາຍສິນຄ້າດັ່ງກ່າວຕາມຫຼັກວິຊາການ;
- ລາຍງານໃຫ້ ພະແນກກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນຫຼວງ ແລະ ກົມລ້ຽງສັດ ແລະ ການປະມົງ ຮັບຊາບ ເພື່ອແຈ້ງຂໍ້ມູນໄປຍັງ ອົງການສຸຂະພາບສາກົນ, ອົງການຈັດຕັ້ງທີ່ກ່ຽວຂ້ອງ ແລະ ປະເທດທີ່ສົ່ງອອກຊາບ ພາຍໃນ ຊາວສີ່ຊົ່ວໂມງ.

ມາດຕາ 10 ການໃຫ້ ສັດ ແລະ ຜະລິດຕະພັນສັດ ຜ່ານດ່ານ

ພາຍຫຼັງ ເຈົ້າໜ້າທີ່ສັດຕະວະແພດປະຈຳດ່ານ ໄດ້ດຳເນີນການກວດກາເອກະສານທີ່ກ່ຽວຂ້ອງ, ສິນຄ້າ ແລະ ອອກໃບຢັ້ງຢືນການກວດກາແລ້ວ, ເຈົ້າໜ້າທີ່ສັດຕະວະແພດປະຈຳດ່ານ ຕ້ອງປ່ອຍສັດ ແລະ ຜະລິດຕະພັນສັດ ພ້ອມທັງ ແນະນຳໃຫ້ຜູ້ນຳເຂົ້າ ໄປແຈ້ງເອກະສານຕໍ່ເຈົ້າໜ້າທີ່ພາສີ ເພື່ອດຳເນີນຕາມລະບຽບການ.

ກໍລະນີ ມີຄວາມຈຳເປັນຕ້ອງໄດ້ກວດກາຫຼັງການນຳເຂົ້າ ເຈົ້າໜ້າທີ່ສັດຕະວະແພດປະຈຳດ່ານ ຕ້ອງແຈ້ງໃຫ້ຜູ້ນຳເຂົ້າ ເຄື່ອນຍ້າຍສັດ ແລະ ຜະລິດຕະພັນສັດ ໄປຫາສະຖານທີ່ກັກກັນ ຫຼື ສະຖານທີ່ອື່ນ ທີ່ອົງການຄຸ້ມຄອງວຽກງານ ລ້ຽງສັດ ແລະ ສັດຕະວະແພດ ຮັບຮອງ ເພື່ອດຳເນີນການຕິດຕາມກວດກາ ຕາມໄລຍະເວລາທີ່ກຳນົດ.

ມາດຕາ 11 ການໂຈະ ຫຼື ຍົກເລີກ ໃບອະນຸຍາດນຳເຂົ້າ

ດ່ານກວດກາສັດຕະວະແພດ ສະເໜີ ກົມລ້ຽງສັດ ແລະ ການປະມົງ ເພື່ອພິຈາລະນາ ໂຈະ ຫຼື ຍົກເລີກໃບອະນຸຍາດນຳເຂົ້າ ຖ້າເຫັນວ່າມີການລະເມີດ ກໍລະນີໃດໜຶ່ງ ດັ່ງນີ້:

  1. ກວດພົບ ປະເພດ ຫຼື ປະລິມານສິນຄ້າ ບໍ່ຖືກຕ້ອງກັບຂໍ້ມູນທີ່ໄດ້ກຳນົດໄວ້ ໃນໃບອະນຸຍາດນຳເຂົ້າ;
  2. ນຳສິນຄ້າເຂົ້າດ່ານ ທີ່ບໍ່ຖືກຕາມການກຳນົດໃນໃບອະນຸຍາດນຳເຂົ້າ;
  3. ນຳໃຊ້ໃບອະນຸຍາດນຳເຂົ້າທີ່ໝົດອາຍຸການນຳໃຊ້;
  4. ສົງໄສ ຕິດ ຫຼື ປົນເປື້ອນພະຍາດ ທີ່ກຳນົດຢູໃນບັນຊີລາຍຊື່ພະຍາດສັດທີ່ຈຳເປັນຕ້ອງແຈ້ງ;
  5. ກວດກາພົບພະຍາດຊະນິດໃໝ່ ຫຼື ພະຍາດທີ່ບໍ່ຮູ້ຈັກ ຫຼື ພະຍາດທີ່ນອນຢູ່ໃນບັນຊີລາຍຊື່ພະຍາດສັດທີ່ຈຳເປັນຕ້ອງແຈ້ງ;
  6. ມີການຢັ້ງຢືນວ່າສິນຄ້ານຳເຂົ້າ ມີການປົນເປື້ອນດ້ວຍຢາ, ສານກະຕຸ້ນ ຫຼື ສານເຄມີທີ່ເປັນອັນຕະລາຍເກີນລະດັບຄວາມປອດໄພ ຕໍ່ສຸຂະພາບຂອງຄົນ, ສັດ ແລະ ສິ່ງແວດລ້ອມ;
  7. ມີການລາຍງານການເກີດພະຍາດລະບາດສັດ ຢູ່ປະເທດສົ່ງອອກ.

ມາດຕາ 12 ການຕິດຕາມກວດກາຫຼັງການນຳເຂົ້າ

ການຕິດຕາມກວດກາຫຼັງການນຳເຂົ້າ ໃຫ້ດຳເນີນໄດ້ ໃນກໍລະນີ ທີ່ມີຄວາມຈຳເປັນ ດັ່ງນີ້:

  1. ມີການກັກກັນສັດ ທີ່ພົບອາການສົງໄສເກີດພະຍາດທີ່ຈຳເປັນຕ້ອງແຈ້ງ ຫຼື ມີການສົງໄສພົບສິ່ງທີ່ເປັນອັນຕະລາຍໃນຜະລິດຕະພັນສັດ ຊຶ່ງຕ້ອງໄດ້ຕິດຕາມກວດກາ ແລະ ເກັບຕົວຢ່າງນຳໄປວິໄຈ;
  2. ສັດໄດ້ຮັບບາດເຈັບ ຫຼື ມີອາການຜິດປົກກະຕິ ຈາກການຂົນສົ່ງ ຊຶ່ງຕ້ອງໄດ້ຕິດຕາມ, ພັກຜ່ອນ, ຟື້ນຟູ ແລະ ປິ່ນປົວເປັນການສະເພາະ;
  3. ສັດຕ້ອງໄດ້ສັກຢາກັນພະຍາດໃດໜຶ່ງ ເພື່ອເຮັດໃຫ້ມີພູມຄຸ້ມກັນກ່ອນ;
  4. ສັດຕ້ອງໄດ້ກັກກັນຢູ່ສະຖານທີ່ກັກກັນ ຫຼື ສະຖານທີ່ໃດໜຶ່ງທີ່ອົງການຄຸ້ມຄອງວຽກງານລ້ຽງສັດ ແລະ ສັດຕະວະແພດ ຮັບຮອງ ກ່ອນນຳເຂົ້າລ້ຽງໃນຟາມ.

ໃນລະຫວ່າງການຕິດຕາມກວດກາ ຢູ່ສະຖານທີ່ກັກກັນ ຫາກບໍ່ພົບພະຍາດສັດທີ່ຈຳເປັນຕ້ອງແຈ້ງ ຫຼື ບໍ່ພົບສິ່ງທີ່ເປັນອັນຕະລາຍ, ເຈົ້າໜ້າທີ່ສັດຕະວະແພດ ຕ້ອງອອກໃບຢັ້ງຢືນການກັກກັນສັດ ຕາມແບບພິມທີ່ໄດ້ກຳນົດໄວ້ໃນເອກະສານຊ້ອນທ້າຍ 7 ຂອງຂໍ້ຕົກລົງສະບັບນີ້ ພ້ອມທັງອະນຸຍາດປ່ອຍສິນຄ້າ ອອກຈາກສະຖານທີ່ກັກກັນ. ກໍລະນີພົບເຊື້ອພະຍາດທີ່ຈຳເປັນຕ້ອງແຈ້ງ ຫຼື ສິ່ງເປັນອັນຕະລາຍ ເຈົ້າໜ້າທີ່ສັດຕະວະແພດ ຕ້ອງລາຍງານໃຫ້ອົງການຄຸ້ມຄອງວຽກງານລ້ຽງສັດ ແລະ ສັດຕະວະແພດ ຊາບໂດຍດ່ວນ ພ້ອມທັງດຳເນີນມາດຕະການຄວບຄຸມ ຕາມດຳລັດວ່າດ້ວຍການກັນ ແລະ ຄວບຄຸມພະຍາດສັດ ເລກທີ່ 228/ລບ, ລົງວັນທີ 31 ພຶດສະພາ 2012.

ໝວດທີ 3
ການສົ່ງອອກ ສັດ ແລະ ຜະລິດຕະພັນສັດ

ມາດຕາ 13 ການກະກຽມກ່ອນການສົ່ງອອກ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງສົ່ງອອກສັດ ແລະ ຜະລິດຕະພັນສັດ ຕ້ອງກະກຽມ ດັ່ງນີ້:

  1. ພົວພັນເອົາ ຂໍ້ມູນ, ລະບຽບການ ແລະ ຄຳຮ້ອງຂໍນຳເຂົ້າ ສັດ ແລະ ຜະລິດຕະພັນສັດ ຂອງປະເທດ ທີ່ຈະນຳເຂົ້າ;
  2. ຂໍອະນຸຍາດນຳເຂົ້າ ຕາມລະບຽບການທີ່ອົງການຄຸ້ມຄອງຂອງປະເທດນຳເຂົ້າກຳນົດ;
  3. ແຈ້ງໃບອະນຸຍາດນຳເຂົ້າ ແລະ ເງື່ອນໄຂການຢັ້ງຢືນສຸຂານາໄມ ຈາກປະເທດນຳເຂົ້າ ໃຫ້ກົມລ້ຽງສັດ ແລະ ການປະມົງ ຊາບ;
  4. ຍື່ນຄຳຮ້ອງ ຂໍໃບອະນຸຍາດສົ່ງອອກ ຕໍ່ກົມລ້ຽງສັດ ແລະ ການປະມົງ ຢ່າງຊ້າ ສິບຫ້າວັນ ກ່ອນການສົ່ງອອກ ຕາມແບບພິມທີ່ໄດ້ກຳນົດໄວ້ໃນເອກະສານຊ້ອນທ້າຍ 3 ຂອງຂໍ້ຕົກລົງສະບັບນີ້ ເພື່ອກວດກາ ແລະ ຢັ້ງຢືນຄວາມຖືກຕ້ອງຂອງຊຸດເອກະສານສົ່ງອອກ;
  5. ກົມລ້ຽງສັດ ແລະ ການປະມົງດຳເນີນການກວດກາ, ກັກກັນ ແລະ ອອກໃບຢັ້ງຢືນສຸຂະພາບສັດ ຫຼື ສຸຂານາໄມ ຕາມແບບພິມທີ່ກຳນົດໄວ້ໃນເອກະສານຊ້ອນທ້າຍ 5 ແລະ ໃບອະນຸຍາດສົ່ງອອກໃຫ້ແກ່ຜູ້ຂໍສົ່ງອອກ.

ມາດຕາ 14 ການປະຕິບັດຢູ່ດ່ານໃນເວລາສົ່ງອອກ

ໃນເວລາສົ່ງອອກສັດ ແລະ ຜະລິດຕະພັນສັດ ຢູ່ດ່ານ ໃຫ້ປະຕິບັດ ດັ່ງນີ້:

  1. ຜູ້ສົ່ງອອກ ຕ້ອງແຈ້ງເອກະສານ ແລະ ບອກວັນ, ເວລາ ທີ່ແນ່ນອນສຳລັບການສົ່ງອອກ ຕໍ່ດ່ານກວດກາສັດຕະວະແພດສາກົນບ່ອນທີ່ຈະສົ່ງອອກ ຢ່າງໜ້ອຍ ໜຶ່ງວັນ ກ່ອນມື້ສົ່ງອອກ ເພື່ອກວດກາ ແລະ ຢັ້ງຢືນຄວາມຖືກຕ້ອງຂອງເອກະສານ. ຖ້າເອກະສານບໍ່ຖືກຕ້ອງ ຫຼື ບໍ່ຄົບຖ້ວນ ເຈົ້າໜ້າທີ່ກວດກາປະຈຳດ່ານ ຕ້ອງແນະນຳໃຫ້ຜູ້ຂໍອະນຸຍາດນຳໄປປະກອບໃຫ້ຖືກຕ້ອງ;
  2. ໃນມື້ສົ່ງອອກ ຜູ້ສົ່ງອອກ ຕ້ອງແຈ້ງໃບຢັ້ງຢືນການກວດກາເອກະສານ ແລະ ລາຍການສັດ ແລະ ຜະລິດຕະພັນສັດ ຕໍ່ເຈົ້າໜ້າທີ່ສັດຕະວະແພດປະຈຳດ່ານ ເພື່ອບັນທຶກເຂົ້າໃນຖານຂໍ້ມູນ;
  3. ເຈົ້າໜ້າທີ່ສັດຕະວະແພດປະຈຳດ່ານ ກວດກາເອກະສານ ແລະ ສິນຄ້າຕົວຈິງ ແລະ ອອກໃບຢັ້ງຢືນການກວດກາຢູ່ດ່ານ ພ້ອມທັງ ແຈ້ງໃຫ້ຜູ້ສົ່ງອອກ ຈ່າຍຄ່າທຳນຽມ ແລະ ຄ່າບໍລິການຕາມລະບຽບການເສັຍກ່ອນ ຈຶ່ງອະນຸຍາດໃຫ້ເຄື່ອນຍ້າຍສິນຄ້າໄປຫາພາກສ່ວນພາສີ ຫຼື ພາກສ່ວນອື່ນທີ່ກ່ຽວຂ້ອງ.

ມາດຕາ 15 ການປະຕິເສດການສົ່ງອອກ

ກົມລ້ຽງສັດ ແລະ ການປະມົງ ສາມາດປະຕິເສດການສົ່ງອອກ ພ້ອມທັງແຈ້ງໃຫ້ເຈົ້າຂອງສິນຄ້າ ແລະ ອົງການທີ່ກ່ຽວຂ້ອງຂອງປະທດປາຍທາງຊາບ ໃນກໍລະນີໃດໜຶ່ງ ດັ່ງນີ້:

  1. ໃນກໍລະນີພົບ ເອກະສານມີການດັດແກ້ເນືອໃນ, ປອມລາຍເຊັນ ຫຼື ຕາປະທັບ ເຈົ້າໜ້າທີ່ສັດຕະວະແພດປະຈຳດ່ານ;
  2. ມີລາຍງານ ການພົບເຊື້ອພະຍາດສັດທີ່ຈຳເປັນຕ້ອງແຈ້ງ ຫຼື ພະຍາດສັດອື່ນ ຫຼື ສິ່ງທີ່ເປັນອັນຕະລາຍ ທີ່ປະເທດຫ້າມນຳເຂົ້າ ຢູ່ສະຖານທີ່ ທີ່ເປັນແຫຼ່ງກຳເນີດສິນຄ້າ;
  3. ກວດພົບວ່າ ມີການຂົນສົ່ງສັດ ຜ່ານ ເຂດ ທີ່ ສປປ ລາວ ກຳລັງດຳເນີນການຄວບຄຸມພະຍາດລະບາດ ທີ່ກ່ຽວຂ້ອງກັບພະຍາດທີ່ປະເທດນຳເຂົ້າ ຫ້າມນຳເຂົ້າ.

ໝວດທີ 4
ການຂົນສົ່ງຜ່ານສັດ ແລະ ຜະລິດຕະພັນສັດ

ມາດຕາ 16 ການຂໍອະນຸຍາດສົ່ງຜ່ານ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງ ສົ່ງສັດ ແລະ ຜະລິດຕະພັນສັດ ຜ່ານ ທາງ ສປປ ລາວ ຕ້ອງຢື່ນ ໃບຄຳຮ້ອງຂໍອະນຸຍາດສົ່ງຜ່ານ ຫາກົມລ້ຽງສັດ ແລະ ການປະມົງ ຕາມແບບພິມທີ່ໄດ້ກຳນົດ ໄວ້ໃນເອກສານຊ້ອນທ້າຍ 3 ຂອງຂໍ້ຕົກລົງສະບັບນີ້ ຢ່າງໜ້ອຍ ສິບຫ້າວັນ ກ່ອນການຂົນສົ່ງສິນຄ້າມາເຖິງດ່ານຂາເຂົ້າ. ໃນການສົ່ງຜ່ານ ໃຫ້ປະກອບເອກະສານ ຂໍໃບອນຸຍາດສົ່ງຜ່ານ ດັ່ງນີ້:

  1. ສຳເນົາ ບັດປະຈຳຕົວ ຫຼື ສຳມະໂນຄົວ;
  2. ສຳເນົາ ໜັງສືເດີນທາງ ( ຖ້າເປັນຄົນຕ່າງປະເທດ );
  3. ໃບມອບສິດ ( ຖ້າໃຫ້ຄົນອື່ນມາແລ່ນເອກະສານແທນ );
  4. ສຳເນົາ ໃບທະບຽນວິສາຫະກິດ.

ເອກະສານເພີ່ມເຕີມອື່ນ ໃນມື້ນຳສິນຄ້າເຂົ້າຕົວຈິງ ມີ ດັ່ງນີ້:

  1. ໃບຢັ້ງຢືນສຸຂະພາບສັດ ຫຼື ສຸຂານາໄມຈາກອົງການຄຸ້ມຄອງວຽກງານສັດຕະວະແພດຂອງປະເທດຕົ້ນທາງ;
  2. ສຳເນົາ ໃບຂົນສົ່ງສິນຄ້າ ຫຼື Bill of Lading/Airway Bill ກໍລະນີຂົນສົ່ງທາງທ່າເຮືອ ຫຼື ເຮືອບິນ;
  3. ເອກະສານ ຫຼັກຖານຂອງປະເທດຕົ້ນທາງ ແລະ ປະເທດປາຍທາງ.

ຜູ້ຂົນສົ່ງຜ່ານຕ້ອງປະຕິບັດມາດຕະການ ຕາມທີ່ກຳນົດໄວ້ໃນ ມາດຕາ 17, ມາດຕາ 18 ແລະ ມາດຕາ 19 ຂອງຂໍ້ຕົກລົງສະບັບນີ້.

ມາດຕາ 17 ການປະຕິບັດຢູ່ດ່ານໃນເວລານຳເຂົ້າເພື່ອສົ່ງຜ່ານຢູ່ດ່ານ

ກ່ອນສິນຄ້າຈະມາເຖິງດ່ານຂາເຂົ້າຢ່າງໜ້ອຍໜຶ່ງວັນ, ຜູ້ຂົນສົ່ງສິນຄ້າ ຕ້ອງແຈ້ງເອກະສານກ່ຽວກັບສິນຄ້າ ຕໍ່ເຈົ້າໜ້າທີ່ກວດກາສັດຕະວະແພດປະຈຳດ່ານທີ່ກ່ຽວຂ້ອງ.

ສຳລັບຂັ້ນຕອນການກວດກາ ແລະ ຢັ້ງຢືນ ສຳລັບດ່ານຂາເຂົ້າ ໃຫ້ປະຕິບັດຕາມຂັ້ນຕອນການປະຕິບັດຢູ່ດ່ານໃນເວລານຳເຂົ້າ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 9 ຂອງຂໍ້ຕົກລົງສະບັບນີ້.

ມາດຕາ 18 ມາດຕະການຄວບຄຸມການສົ່ງຜ່ານ

ການຂົນສົ່ງຜ່ານສັດ ແລະ ຜະລິດຕະພັນສັດ ຕ້ອງປະຕິບັດຕາມມາດຕະການ ດັ່ງນີ້:

  1. ຕ້ອງໄປຕາມເສັ້ນທາງ ທີ່ກຳນົດໄວ້ໃນໃບອະນຸຍາດ, ໃນກໍລະນີທີ່ມີຄວາມຈຳເປັນຕ້ອງໄດ້ນຳສິນຄ້າໄປເສັ້ນທາງອື່ນ ຍ້ອນເກີດເຫດການຈຳເປັນໃດໜຶ່ງ ຜູ້ຂົນສົ່ງຜ່ານ ຕ້ອງແຈ້ງໃຫ້ເຈົ້າໜ້າທີ່ກວດກາະຈຳດ່ານທີ່ນຳສິນຄ້າເຂົ້າຮັບຮູ້ໂດຍດ່ວນ ເພື່ອໃຫ້ປະສານໄປຫາພະແນກກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນຫຼວງ ຫຼື ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ ບ່ອນທີ່ເກີດເຫດການສຸກເສີນລົງໄປແກ້ໄຂຊ່ວຍໃຫ້ທັນການ;
  2. ດຳເນີນການບຳບັດສິນຄ້າທີ່ສົ່ງຜ່ານ ໃນກໍລະນີທີ່ພົບການສົງໄສ;
  3. ມີລະບົບການຕິດຕາມ ໃນເວລາຂົນສົ່ງ;
  4. ຮັບປະກັນການບັນຈຸ ເຊັ່ນ: ພາຫະນະ, ຕູ້ແຊ່ເຢັນ, ພາຊະນະບັນຈຸ ແລະ ການຫຸ້ມຫໍ່ຕ້ອງບໍ່ໃຫ້ຮົ່ວໄຫຼ ໃຫ້ຂົນສົ່ງຜ່ານ ຕາມໄລຍະເວລາທີ່ກຳນົດ;
  5. ດຳເນີນການກຳຈັດສິ່ງເສດເຫຼືອ ຢ່າງມີປະສິດທິພາບ;
  6. ໃນກໍລະນີສຸກເສີນທີ່ມີການຄ່ຽນຖ່າຍສິນຄ້າຕ້ອງມີການກວດກາຕິດຕາມ ໂດຍເຈົ້າໜ້າທີ່ ທີ່ໄດ້ຮັບມອບໝາຍ;
  7. ມີລະບົບຮອງຮັບ ເພື່ອກັນ ແລະ ຄວບຄຸມ ພະຍາດສັດທີ່ຈຳເປັນຕ້ອງແຈ້ງ;
  8. ປະກອບເອກະສານ ໃຫ້ຖືກຕ້ອງ ແລະ ຄົບຖ້ວນ ຕາມທີ່ປະເທດປາຍທາງຮຽກຮ້ອງ.

ມາດຕາ 19 ການປະຕິເສດການຂົນສົ່ງຜ່ານ

ອົງການຄຸ້ມຄອງວຽກງານລ້ຽງສັດ ແລະ ສັດຕະວະແພດ ສາມາດປະຕິເສດການຂົນສົ່ງຜ່ານໃນກໍລະນີ ດັ່ງນີ້:

  1. ກວດພົບ ປະເພດ ຫຼື ປະລິມານສິນຄ້າ ບໍ່ຖືກຕ້ອງກັບຂໍ້ມູນທີ່ໄດ້ກຳນົດໄວ້ ໃນໃບອະນຸຍາດສົ່ງຜ່ານ;
  2. ນຳສິນຄ້າເຂົ້າດ່ານ ທີ່ບໍ່ຖືກຕາມການກຳນົດໃນໃບອະນຸຍາດນຳເຂົ້າ;
  3. ນຳໃຊ້ໃບອະນຸຍາດສົ່ງຜ່ານທີ່ໝົດອາຍຸການນຳໃຊ້;
  4. ສົງໄສ ມີ ຫຼື ປົນເປື້ອນພະຍາດ ທີ່ກຳນົດຢູ່ໃນບັນຊີລາຍຊື່ພະຍາດສັດທີ່ຈຳເປັນຕ້ອງແຈ້ງ;
  5. ມີການລາຍງານການເກີດພະຍາດລະບາດສັດຢູ່ປະເທດສົ່ງອອກ ຫຼື ໃນເຂດສິນຄ້າ ທີ່ຈະຂົນສົ່ງຜ່ານ;
  6. ເສັ້ນທາງຂອງການຂົນສົ່ງຜ່າານນັ້ນ ຈະຜ່ານເຂດທີ່ ສປປ ລາວກຳລັງດຳເນີນການຄວບຄຸມ ແລະ ກຳຈັດພະຍາດສັດນັ້ນ;

ຫາກເກີດກໍລະນີທີ່ຕ້ອງໄດ້ປະຕິເສດ, ສົ່ງກັບ ຫຼື ການທຳລາຍ ໂດຍ ກົມລ້ຽງສັດ ແລະ ການປະມົງ ຕ້ອງແຈ້ງໃຫ້ອົງການທີ່ກ່ຽວຂ້ອງ ຂອງປະເທດຕົ້ນທາງຊາບ.

ໝວດທີ 5
ຂໍ້ຫ້າມ

ມາດຕາ 20 ຂໍ້ຫ້າມທົ່ວໄປ

ຫ້າມ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ມີພຶດຕິກຳ ດັ່ງນີ້:

  1. ນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດ ປະເພດ ເກືອດຫ້າມ ຕາມທີ່ກົມລ້ຽງສັດ ແລະ ການປະມົງ ກຳນົດ;
  2. ນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ຜະລິດຕະພັນສິນຄ້າກ່ຽວກັບສັດ ທີ່ປົນເປື້ອນສານເຄມີ ທີ່ເປັນອັນຕະລາຍຕໍ່ຜູ້ບໍລິໂພກ;
  3. ນຳເຂົ້າ ສັດ ແລະ ຜະລິດຕະພັນສັດ ຈາກປະເທດ ຫຼື ເຂດໃດໜຶ່ງ ຂອງປະເທດສົ່ງອອກທີ່ເກີດການລະບາດຂອງພະຍາດສັດທີ່ຈຳເປັນຕ້ອງແຈ້ງ;
  4. ນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດ ແລະ ຜະລິດຕະພັນສັດ ທີ່ບໍ່ເໝາະສົມສຳລັບການບໍລິໂພກ ຫຼືບໍ່ສາມາດໃຊ້ເປັນປະໂຫຍດໄດ້;
  5. ນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດ ແລະ ຜະລິດຕະພັນສັດ ປະເພດຄຸ້ມຄອງ ແລະ ຫວງຫ້າມ ພາຍໃຕ້ຂໍ້ຕົກລົງຂອງສົນທິສັນຍາສາກົົນ ວ່າດ້ວຍການຄ້າຂາຍຊະນິດພັນສັດປ່າ ແລະ ພືດປ່າທີ່ໃກ້ຈະສູນພັນແຫ່ງຊາດ. (Convention on International Trade in Endangered Species of Wild Fauna and Flora, CITES) ໂດຍບໍ່ໄດ້ຮັບການອະນຸຍາດ.
  6. ນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດ ແລະ ຜະລິດຕະພັນສັດ ເຂົ້າດ່ານທີ່ບໍ່ໄດ້ກຳນົດຢູ່ໃນໃບອະນຸຍາດ.

ມາດຕາ 21 ຂໍ້ຫ້າມສຳລັບພະນັກງານ ແລະ ເຈົ້າໜ້າທີ່

ຫ້າມ ພະນັກງານລັດຖະກອນ ແລະ ເຈົ້າໜ້າທີ່ສັດຕະວະແພດ ມີພຶດຕິກຳ ດັ່ງນີ້:

  1. ສວຍໃຊ້ ສິດ, ໜ້າທີ່ ແລະ ຕຳແໜ່ງ ເພື່ອບັງຄັບ, ນາບຂູ່, ກົດໜ່ວງ, ຖ່ວງດຶງ ຫຼື ຮຽກເອົາສິນບົນ ຊຶ່ງກໍ່ໃຫ້ເກີດຄວາມເສຍຫາຍ ແກ່ຜົນປະໂຫຍດຂອງລັດ, ລວມໝູ່ ແລະ ບຸກຄົນ;
  2. ເປີດເຜີຍຄວາມລັບ ຂອງລັດ ຫຼື ທາງລັດຖະການ, ບຸກຄົນ,ນິຕິບຸກຄົນ ຫຼື ການຈັດຕັ້ງ;
  3. ປອມແປງເອກະສານ ຫຼື ອອກເອກະສານ ບໍ່ຖືກຕ້ອງ;
  4. ປະຕິບັດໜ້າທີ່ ດ້ວຍຄວາມປະໝາດ, ເມີນເສີຍ, ຂາດຄວາມຮັບຜິດຊອບ ແລະ ຈັນຍາບັນ ທີ່ກໍ່ໃຫ້ເກີດຄວາມເສຍຫາຍ ຕໍ່ ລັດ, ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ;
  5. ຮຽກເອົາ ຄ່າທຳນຽມ, ຄ່າບໍລິການ ແລະ ນຳໃຊ້ລາຍຮັບວິຊາການ ທີ່ບໍ່ຖືກຕ້ອງຕາມລະບຽບການ;
  6. ມີພຶດຕິກຳອື່ນ ທີ່ເປັນການລະເມີດ ກົດໝາຍ ແລະ ລະບຽບການ.

ໝວດທີ 6
ການຄຸ້ມຄອງ ແລະ ກວດກາ ວຽກງານນຳເຂົ້າ,
ສົ່ງອອກ ແລະ ສົ່ງຜ່ານ ສັດ ແລະ ຜະລິດຕະພັນສັດ

ມາດຕາ 22 ການຄຸ້ມຄອງ ແລະ ກວດກາ ວຽກງານນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດ ແລະ ຜະລິດຕະພັນສັດ

ອົງການຄຸ້ມຄອງ ແລະ ກວດກາ ວຽກງານນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດ ແລະ ຜະລິດຕະພັນສັດ ປະກອບດ້ວຍ:

  1. ກະຊວງກະສິກຳ ແລະ ປ່າໄມ້ ໂດຍແມ່ນ ກົມລ້ຽງສັດ ແລະ ການປະມົງ ເປັນເສນາທິການ;
  2. ພະແນກກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນຫຼວງ ໂດຍແມ່ນ ຂະແໜງລ້ຽງສັດ ແລະ ການປະມົງ ເປັນເສນາທິການ;
  3. ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ, ເທດສະບານ, ນະຄອນ.

ມາດຕາ 23 ສິດ ແລະ ໜ້າທີ່ ຂອງ ກົມລ້ຽງສັດ ແລະ ການປະມົງ

ໃນການຄຸ້ມຄອງການນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດ ແລະ ຜະລິດຕະພັນສັດ, ກົມລ້ຽງສັດ ແລະ ການປະມົງ ມີສິດ ແລະ ໜ້າທີ່ ດັ່ງນີ້:

  1. ສ້າງລະບົບການຄວບຄຸມ ແລະ ຕິດຕາມກວດກາ ການນຳເຂົ້າ, ສົ່ງອອກ ແລະຂົນສົ່ງຜ່ານ ສັດ ແລະ ຜະລິດຕະພັນສັດ ຂອງ ສປປ ລາວ ໃຫ້ມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ;
  2. ຮ່າງມາດຕະຖານເຕັກນິກ ແລະ ລະບຽບການສະເພາະກ່ຽວກັບການນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດ ແລະ ຜະລິດຕະພັນສັດ ເພື່ອຂໍອະນຸມັດຈາກ ກະຊວງກະສິກຳ ແລະ ປ່າໄມ້ ຮັບຮອງປະກາດໃຊ້;
  3. ພັດທະນາ ຄູ່ມື ແລະ ຄຳແນະນຳດ້ານວິຊາການ, ຄູ່ມືກ່ຽວກັບການກວດກາການນຳເຂົ້າ, ສົ່ງອອກ ແລະສົ່ງຜ່ານ ໃຫ້ສອດຄ່ອງ ແລະ ຮັດກຸມ ເພື່ອເປັນບ່ອນອີງໃຫ້ແກ່ເຈົ້າໜ້າທີ່ ຫຼື ການຈັດຕັ້ງ ທີ່ໄດ້ຮັບມອບໝາຍໄດ້ນຳໃຊ້ຢ່າງເປັນເອກະພາບ;
  4. ດຳເນີນການປະເມີນຄວາມສ່ຽງ, ກວດກາ ແລະ ຢັ້ງຢືນ ດ້ານສຸຂານາໄມ ສັດ ແລະ ຜະລິດຕະພັນສັດ;
  5. ປຶກສາຫາລື ກັບປະເທດຄູ່ຄ້າ ກ່ຽວກັບການກຳນົດຄວາມເທົ່າທຽມກັນ, ຮັບຮູ້ມາດຕະການໃນການຄວບຄຸມການນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ລະຫວ່າງ ສປປ ລາວ ກັບ ຕ່າງປະເທດ;
  6. ອອກໃບອະນຸຍາດ ຫຼື ສັ່ງໂຈະ ຫຼື ຖອນໃບອະນຸຍາດນຳເຂົ້າ, ສົ່ງອອກ ແລະ ຂົນສົ່ງຜ່ານ;
  7. ຊີ້ນຳດ່ານກວດກາສັດຕະວະແພດ ແລະ ຄຸ້ມຄອງການຳເຂົ້າ, ສົ່ງອອກ ແລະ ຂົນສົ່ງຜ່ານ ສັດ ແລະ ຜະລິດຕະພັນສັດ;
  8. ເຝົ້າລະວັງ, ກັນ ແລະ ນຳໃຊ້ມາດຕະການຄວບຄຸມພະຍາດສັດ ຢູ່ໃນຂະບວນການນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ;
  9. ສ້າງສິ່ງອຳນວຍຄວາມສະດວກ ໃຫ້ແກ່ການກັກກັນກ່ອນສົ່ງອອກ ແລະ ຫຼັງການນຳເຂົ້າ;
  10. ນຳໃຊ້ມາດຕະການຕໍ່ຜູ້ທີ່ລະເມີດ ລະບຽບການນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດ ແລະ ຜະລິດຕະພັນສັດ ເປັນຕົ້ນ ບໍ່ຕໍ່ໃບອະນຸຍາດ, ການໂຈະ-ຍົກເລີກ, ການສັ່ງໃຫ້ສົ່ງກັບ ຫຼື ທຳລາຍ;
  11. ນຳໃຊ້ສິດ ແລະ ປະຕິບັດ ໜ້າທີ່ອື່ນ ຕາມກົດໝາຍ ແລະ ລະບຽບການ.

ມາດຕາ 24 ສິດ ແລະ ໜ້າທີ່ຂອງຂະແໜງລ້ຽງສັດ ແລະ ການປະມົງ ແຂວງ ແລະ ນະຄອນຫຼວງ

ໃນການຄຸ້ມຄອງການນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດ ແລະ ຜະລິດຕະພັນສັດ ຂະແໜງລ້ຽງສັດ ແລະ ການປະມົງ ແຂວງ ແລະ ນະຄອນຫຼວງ ມີສິດ ແລະ ໜ້າທີ່ ດັ່ງນີ້:

  1. ຈັດຕັ້ງປະຕິບັດແຜນການຄວບຄຸມ ແລະ ຕິດຕາມກວດກາ ການນຳເຂົ້າ, ສົ່ງອອກ ແລະ ຂົນສົ່ງຜ່ານ ສັດ ແລະ ຜະລິດຕະພັນສັດ ຂອງອົງການຄຸ້ມຄອງວຽກງານລ້ຽງສັດ ແລະ ສັດຕະວະແພດຂັ້ນສູນກາງ;
  2. ກວດກາ, ຕິດຕາມ ແລະ ລາຍງານ ການປະຕິບັດມາດຕະຖານເຕັກນິກ ແລະ ລະບຽບການກ່ຽວກັບການນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດ ແລະ ຜະລິດຕະພັນສັດ;
  3. ເຂົ້າຮ່ວມງານປະເມີນຄວາມສ່ຽງ ແລະ ກວດກາການນຳເຂົ້າ, ສົ່ງອອກ ແລະ ຂົນສົ່ງຜ່ານ ສັດ ແລະ ຜະລິດຕະພັນສັດ ໃນຂອບເຂດ ແຂວງ ແລະ ນະຄອນຫຼວງຂອງຕົນ;
  4. ຄຸ້ມຄອງການນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດ ແລະ ຜະລິດຕະພັນສັດ ພາຍໃນແຂວງ ແລະ ນະຄອນຫຼວງ;
  5. ນຳໃຊ້ມາດຕະການດ້ານວິຊາການເປັນຕົ້ນ ການເຝົ້າລະວັງ, ກັນ, ຄວບຄຸມ ແລະ ກຳຈັດພະຍາດສັດ ຫຼື ທຳລາຍສິ່ງທີ່ເປັນອັນຕະລາຍ ຢູ່ໃນຂະບວນການນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ;
  6. ນຳໃຊ້ມາດຕະການຕໍ່ຜູ້ທີ່ລະເມີດ ລະບຽບການນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດ ແລະ ຜລິດຕະພັນສັດ, ເປັນຕົ້ນ ການບໍ່ຕໍ່ໃບອະນຸຍາດ, ການໂຈະ-ຍົກເລີກ, ການສັ່ງໃຫ້ສົ່ງກັບ ຫຼື ທຳລາຍ;
  7. ຈັດຕັ້ງປະຕິບັດຄຳແນະນຳດ້ານວິຊາການ ກ່ຽວກັບກວດກາການນຳເຂົ້າ, ສົ່ງອອກ ແລະ ຂົນສົ່ງຜ່ານ ຜະລິດຕະພັນສັດ ທີ່ອົງການຄຸ້ມຄອງວຽກງານລ້ຽງສັດ ແລະ ສັດຕະວະແພດຂັ້ນສູນກາງ ກຳນົດ;
  8. ສະເໜີການອະນຸຍາດ ຫຼື ສັ່ງໂຈະ ຫຼື ຖອນໃບອະນຸຍາດນຳເຂົ້າ, ສົ່ງອອກ ແລະ ຂົນສົ່ງຜ່ານ;
  9. ອຳນວຍຄວາມສະດວກ ແລະ ກວດກາ ໃນການກັກກັນກ່ອນການສົ່ງອອກ, ຫຼັງການນຳເຂົ້າ ແລະ ລະຫວ່າງການຂົນສົ່ງຜ່ານ;
  10. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມກົດໝາຍ ແລະ ລະບຽບການ.

ມາດຕາ 25 ສິດ ແລະ ໜ້າທີ່ ຂອງ ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ, ເທດສະບານ, ນະຄອນ

ໃນການຄຸ້ມຄອງການນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດ ແລະ ຜະລິດຕະພັນສັດ ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ, ເທດສະບານ, ນະຄອນ ມີສິດ ແລະ ໜ້າທີ່ ດັ່ງນີ້:

  1. ຊ່ວຍອົງການຄຸ້ມຄອງວຽກງານລ້ຽງສັດ ແລະ ສັດຕະວະແພດຂັ້ນແຂວງ ໃນການຈັດຕັ້ງປະຕິບັດ ແຜນການຄວບຄຸມ ແລະ ຕິດຕາມກວດກາ ການນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດ ແລະ ຜະລິດຕະພັນສັດ;
  2. ເຂົ້າຮ່ວມການປະເມີນຄວາມສ່ຽງ ແລະ ກວດກາການນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດ ແລະ ຜະລິດຕະພັນສັດ ໃນຂອບເຂດເມືອງ ແລະ ເທດສະບານຂອງຕົນ;
  3. ນຳໃຊ້ມາດຕະການດ້ານວິຊາການ ເປັນຕົ້ນ ການເຝົ້າລະວັງ, ກັນ, ຄວບຄຸມ ແລະ ກຳຈັດພະຍາດສັດ ຫຼື ທຳລາຍສິ່ງທີ່ເປັນອັນຕະລາຍ ຢູ່ໃນຂະບວນການນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ຕາມການຊີ້ນຳຂອງຂັ້ນແຂວງ ແລະ ນະຄອນຫຼວງ;
  4. ສະເໜີຫາ ຂັ້ນແຂວງ, ນະຄອນຫຼວງ ເພື່ອນຳໃຊ້ມາດຕະການຕໍ່ຜູ້ທີ່ບໍ່ໃຫ້ຄວາມຮ່ວມມືໃນການປະຕິບັດ ເງື່ອນໄຂການນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດ ແລະ ຜະລິດຕະພັນສັດ ຂອງ ສປປ ລາວ ເປັນຕົ້ນ ການບໍ່ຕໍ່ໃບອະນຸຍາດ, ການໂຈະ-ຍົກເລີກ, ການສັ່ງໃຫ້ສົ່ງສິນຄ້າກັບ ຫຼື ທຳລາຍ;
  5. ຈັດຕັ້ງປະຕິບັດຄຳແນະນຳດ້ານວິຊາການ ກ່ຽວກັບການກວດກາການນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດ ແລະ ຜະລິດຕະພັນສັດ ທີ່ອົງການຄຸ້ມຄອງວຽກກງານ ລ້ຽງສັດ ແລະ ສັດຕະວະແພດຂັ້ນສູນກາງກຳນົດ;
  6. ອຳນວຍຄວາມສະດວກ ແລະ ກວດກາ ໃນການກັກກັນກ່ອນການສົ່ງອອກ , ຫຼັງການນຳເຂົ້າ ແລະ ລະຫວ່າງການຂົນສົ່ງຜ່ານ;
  7. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມກົດໝາຍ ແລະ ລະບຽບການ.

ມາດຕາ 26 ສິດ ແລະ ໜ້າທີ່ ຂອງ ດ່ານກວດກາສັດຕະວະແພດ

ໃນການຄຸ້ມຄອງວຽກງານການນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດ ແລະ ຜະລິດຕະພັນສັດ ດ່ານກວດກາສັດຕະວະແພດ ມີສິດ ແລະ ໜ້າທີ່ ດັ່ງນີ້:

  1. ສະກັດກັ້ນ ການລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບການລ້ຽງສັດ ແລະ ສັດຕະວະແພດ;
  2. ກວດກາ, ອຳນວຍຄວາມສະດວກ ໃຫ້ແກ່ການນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານສັດ, ຜະລິດຕະພັນສັດ ຕາມກົດໝາຍ ແລະ ລະບຽບການ;
  3. ກວດກາ, ພິຈາລະນາ ແລະ ຢັ້ງຢືນຄວາມຖືກຕ້ອງ ຂອງຜະລິດຕະພັນສິນຄ້າກ່ຽວກັບສັດ ແລະ ເອກະສານທີ່ກ່ຽວຂ້ອງໃນການນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດ ແລະ ຜລິດຕະພັນສັດ;
  4. ນຳໃຊ້ມາດຕະການສຸຂານາໄມ ເປັນຕົ້ນ ກັກ, ແຍກປ່ຽວ, ສົ່ງຕົວຢ່າງໄປວິໄຈ, ບຳບັດ, ປະຕິເສດການນຳເຂົ້າ, ສົ່ງກັບຄືນ, ທຳລາຍສັດ, ຜະລິດຕະພັນສັດ ຫຼື ວັດຖຸ ທີ່ປົນເປື້ອນດ້ວຍເຊື້ອພະຍາດສັດທີ່ຈຳເປັນຕ້ອງແຈ້ງ;
  5. ເກັບກຳຂໍ້ມູນເບື້ອງຕົ້ນ ກ່ຽວກັບການກະທຳຜິດ ແລະ ລາຍງານໃຫ້ການຈັດຕັ້ງ ແລະ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເພື່ອແກ້ໄຂຕາມກົດໝາຍ ແລະ ລະບຽບການ;
  6. ເກັບ ຄ່າທຳນຽມ ແລະ ຄ່າບໍລິການດ້ານວິຊາການ ຕາມລະບຽບການ;
  7. ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດໜ້າທີ່ຂອງຕົນ;
  8. ສະຫຼຸບ, ສັງລວມ ແລະ ລາຍງານການຈັດຕັ້ງປະຕິບັດວຽກງານຂອງຕົນ ໃຫ້ອົງການຄຸ້ມຄອງວຽກງານລ້ຽງສັດແລະ ສັດຕະວະແພດ ຕາມການແບ່ງຂັ້ນຄຸ້ມຄອງ ຢ່າງເປັນປົກກະຕິ;
  9. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອືື່ນ ຕາມກົດໝາຍ ແລະ ລະບຽບການ.

ມາດຕາ 27 ສິດ ແລະ ໜ້າທີ່ ຂອງ ເຈົ້າໜ້າທີ່ສັດຕະວະແພດ

ເຈົ້າໜ້າທີ່ສັດຕະວະແພດ ແມ່ນພະນັກງານຈາກກົມລ້ຽງສັດ ແລະ ການປະມົງ, ພະແນກກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນຫຼວງ, ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ, ເທດສະບານ, ນະຄອນ ແລະ ດ່ານກວດກາສັດຕະວະແພດ ທີ່ໄດ້ຮັບມອບໝາຍໃຫ້ເປັນເຈົ້າໜ້າທີ່ກວດກາ ຊຶ່ງມີສິດ ແລະ ໜ້າທີ່ດັ່ງນີ້:

  1. ເຂົ້າກວດກາໃນສະຖານທີ່ນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ, ສະຖານທີ່ກັກກັນ, ສະຖານທີ່ເຕົ້າໂຮມສັດ ແລະ ສະຖານທີ່ກ່ຽວຂ້ອງອື່ນ ລວມທັງສະຖານທີ່ເກັບຮັກສາຜະລິດຕະພັນສັດ, ຍານພາຫະນະບັນທຸກ ໃນໂມງລັດຖະການ ຫຼື ຕາມການມອບໝາຍ ໃນກໍລະນີທີ່ມີເຫດການສົງໄສວ່າ ມີການກະທຳຜິດ ຫຼື ລະເມີດກົດໝາຍ ຫຼື ລະບຽບການ;
  2. ກວດກາເອກະສານຕ່ງໆທີ່ກ່ຽວຂ້ອງກັບສັດ ແລະ ຜະລິດຕະພັນສັດ ລວມທັງ ວິທີການລ້ຽງ ຫຼື ວິທີການເກັບຮັກສາຜະລິດຕະພັນສັດ;
  3. ເກັບຕົວຢ່າງເພື່ອການກວດກາວິໄຈຊອກຫາພະຍາດ ແລະ ສິ່ງທີ່ເປັນອັນຕະລາຍ ພ້ອມທັງສືບສວນ-ສອບສວນ ຫາຂໍ້ມູນທີ່ແທ້ຈິງ;
  4. ກວດຄົ້ນ, ຢຶດສັດ ຫຼື ຜະລິດຕະພັນສັດ ທີ່ບໍ່ໄດ້ຮັບການອະນຸຍາດ, ຕິດ ຫຼື ປົນເປື້ອນດ້ວຍເຊື້ອພະຍາດ ແລະ ສິ່ງທີ່ເປັນອັນຕະລາຍ ລວມທັງເຄື່ອງມື, ເຄື່ອງໃຊ້, ພາຊະນະບັນຈຸ, ຫີບຫໍ່, ສະຫຼາກ ແລະ ເອກະສານ ຫຼື ວັດຖຸອື່ນ ທີ່ກ່ຽວຂ້ອງກັບການກະທຳຄວາມຜິດ ຫຼື ລະເມີດຂໍ້ຕົກລົງສະບັບນີ້;
  5. ສະເໜີໃຫ້ບຸກຄົນ ມາໃຫ້ປາກຄຳ ຫຼື ຮຽກເອົາເອກະສານ ຫຼື ຫຼັກຖານ ເພື່ອປະກອບການພິຈາລະນາຂອງພະນັກງານ ແລະ ເຈົ້າໜ້າທີ່;
  6. ປະສານຫາຜູ້ໄດ້ຮັບອະນຸຍາດ ແລະ ຜູ້ມີໜ້າທີ່ກ່ຽວຂ້ອງກັບການຜະລິດ, ຈຳໜ່າຍ, ນຳເຂົ້າ ຫຼື ສົ່ງອອກ ແລະ ໃຫ້ອຳນວຍຄວາມສະດວກ ໃຫ້ແກ່ການປະຕິບັດໜ້າທີ່ຂອງພະນັກງານເຈົ້າໜ້າທີ່;
  7. ສະແດງບັດສະເພາະເຈົ້າໜ້າທີ່ກວດກາ ໃນເວລາປະຕິບັດງານ ຕໍ່ບຸກຄົນທີ່ກ່ຽວຂ້ອງ;
  8. ລາຍງານຕໍ່ການຈັດຕັ້ງຂັ້ນເທິງຖັດຕົນ ຢ່າງເປັນປົກກະຕິ ແລະ ໃນກໍລະນີພົບການລະເມີດ ຫຼື ບໍ່ໃຫ້ຄວາມຮ່ວມມືຂອງຜູ້ປະກອບການ;
  9. ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມກົດໝາຍ ແລະ ລະບຽບການ.

ມາດຕາ 28 ການກວດກາ

ເນື້ອໃນການກວດກາວຽກງານ ການນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດ ແລະ ຜະລິດຕະພັນສັດ ມີດັ່ງນີ້:

  1. ການອອກໃບອະນຸຍາດນຳເຂົ້າ, ສົ່ງອອກ, ສົ່ງຜ່ານ ແລະ ຈຳໜ່າຍ ສັດ ຜະລິດຕະພັນສັດ;
  2. ການຈັດຕັ້ງປະຕິບັດລະບຽບກົດໝາຍ ກ່ຽວກັບການນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດ ແລະ ຜະລິດຕະພັນສັດ ຂອງອົງການລັດ ແລະ ອົງການຈັດຕັ້ງຕ່າງໆ;
  3. ການຕິດຕາມ, ກວດກາການເຄື່ອນໄຫວ ກ່ຽວກັບການນຳເຂົ້າ, ສົ່ງອອກ, ສົ່ງຜ່ານ, ຈຳໜ່າຍ, ການກັກກັນ, ການເກັບຮັກສາ, ການຂົນສົ່ງ ສັດ ແລະ ຜະລິດຕະພັນສັດ ທັງພາກລັດ ແລະ ເອກະຊົນ;
  4. ການກວດກາ ມີຈຸດປະສົງ ເພື່ອເຮັດໃຫ້ວຽກງານການນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດ ແລະ ຜະລິດຕະພັນສັດ ຖືກຕ້ອງຕາມລະບຽບ, ກົດໝາຍ ແລະ ເຮັດໃຫ້ຜູ້ປະກອບການມີຈັນຍາບັນ, ທ່ຽງທຳ, ບໍ່ເອົາລັດເອົາປຽບຜູ້ຊົມໃຊ້ ແນໃສ່ເຮັດໃຫ້ສັດ ແລະ ຜະລິດຕະພັນສັດມີຄຸນນະພາບ ແລະ ປອດໄພ.

ຮູບການກວດກາວຽກງານການນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດ ແລະ ຜະລິດຕະພັນສັດ ມີດັ່ງນີ້:

  1. ການກວດກາຕາມປົກກະຕິ ແມ່ນການກວດກາຕາມແຜນການຢ່າງເປັນປະຈຳ ແລະ ມີກຳນົດເວລາທີ່ແນ່ນອນ;
  2. ການກວດກາໂດຍການແຈ້ງລ່ວງໜ້າ ແມ່ນການກວດການອກແຜນການ ໂດຍມີການແຈ້ງໃຫ້ຜູ້ຖືກກວດກາຮູ້ລ່ວງໜ້າ;
  3. ການກວດກາແບບກະທັນຫັນ ແມ່ນການກວດກາຢ່າງຮີບດ່ວນ ໂດຍບໍ່ໄດ້ແຈ້ງໃຫ້ຜູ້ຖືກກວດກາຮູ້ລ່ວງໜ້າ.

ໃນການກວດກາວຽກງານການນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດ ແລະ ຜະລິດຕະພັນສັດ ໃຫ້ຖືກຕ້ອງຕາມລະບຽບກົດໝາຍ ແລະ ອີງຕາມຫຼັການປະເມີນຄວມສ່ຽງ ທີ່ໄດ້ກຳນົດໄວ້ໃນລະບຽບການສະເພາະ.

ໝວດທີ 7
ບົດບັນຍັດສຸດທ້າຍ

ມາດຕາ 29 ການຈັດຕັ້ງປະຕິບັດ

ມອບໃຫ້ກົມລ້ຽງສັດ ແລະ ການປະມົງ ເປັນໃຈກາງສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ ຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ໃຫ້ໄດ້ຮັບຜົນດີ.

ມາດຕາ 30 ຜົນສັກສິດ

ຂໍ້ຕົກລົງສະບັບນີ້ ມີຜົນສັກສິດນັບແຕ່ວັນລົງລາຍເຊັນ ແລະ ພາຍຫຼັງໄດ້ລົງເຜີຍແຜ່ໃນຈົດໝາຍເຫດ ທາງລັດຖະການ ສິບຫ້າວັນ.

ຂໍ້ກຳນົດ ຫຼື ບົດບັນຍັດໃດທີ່ຂັດກັບຂໍ້ຕົກລົງສະບັບນີ້ ລ້ວນແຕ່ຖືກຍົກເລີກ.

ລັດຖະມົນຕີ

ບຸນຂວາງ ຄຳບຸນເຮືອງ

 

 

 

 

 

 

# ຫົວຂໍ້ ດາວໂຫຼດ
1 ຂໍ້ຕົກລົງ ວ່າດ້ວຍການນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດ ແລະ ຜະລິດຕະພັນສັດ ເລກທີ 0795/ກປ, ລົງວັນທີ 18 ເມສາ 2019 PDF
ມາດຕະການ / ມາດຕະຖານ
# ຊື່ ປະເພດ ອົງກອນ ລາຍລະອຽດ ກົດໝາຍ ສຶ້ນສຸດ ໃຊ້ກັບ
1 ຮຽກຮ້ອງໃຫ້ມີໃບອະນຸຍາດນຳເຂົ້າ - ສັດ ຕ້ອງໄດ້ຮັບອະນຸມັດ ກະຊວງ ກະສິກຳ ແລະ ປ່າໄມ້ ຜູ້ນໍາເຂົ້າສັດ ຕ້ອງປະຕິບັດຕາມເງື່ອນໄຂສະເພາະ ທີ່ກໍານົດໄວ້ໃນເອກະສານຊ້ອນທ້າຍ 2 ຂອງຂໍ້ຕົກລົງ 0795/ກປ ແລະ ຍື່ນຄໍາຮ້ອງຂໍອະນຸຍາດນໍາເຂົ້າ ທີ່ກໍານົດໄວ້ໃນເອກະສານຊ້ອນທ້າຍ 3 ຕໍກົມລ້ຽງສັດ ແລະ ການປະມົງ ເພື່ອອອກໃບອະນຸຍາດນໍາເຂົ້າ ຕາມແບບພິມທີ່ກໍານົດໄວ້ໃນເອກະສານຊ້ອນທ້າຍ 4
  1. ດໍາລັດ ວ່າດ້ວຍ ການຄຸ້ມຄອງ ການເຄື່ອນຍ້າຍ ສັດ ແລະ ຜະລິດຕະພັນສິນຄ້າ ກ່ຽວກັບ ສັດ ເລກທີ 230/ລບ, ລົງວັນທີ 4.6.2012
  2. ຂໍ້ຕົກລົງ ວ່າດ້ວຍການນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດ ແລະ ຜະລິດຕະພັນສັດ ເລກທີ 0795/ກປ, ລົງວັນທີ 18 ເມສາ 2019
9999-12-31 ALL
2 ຕ້ອງມີໃບຢັ້ງຢືນສັດຕະວະແພດຈາກປະເທດສົ່ງອອກ - ຜະລິດຕະພັນສັດ SPS ກະຊວງ ກະສິກຳ ແລະ ປ່າໄມ້ ການນຳເຂົ້າຜະລິດຕະພັນສັດ ຕ້ອງໄດ້ຮັບການຢັ້ງຢືນຈາກປະເທດ ສົ່ງອອກ ແລ້ວຍື່ນຄັດຕິດກັບໃບສະເໜີຂໍນຳເຂົ້າໃຫ້ກົມກອງກ່ຽວຂ້ອງຂອງ ກະຊວງກະສິກຳ ແລະ ປ່າໄມ້.
  1. ດໍາລັດ ວ່າດ້ວຍ ການຄຸ້ມຄອງ ການເຄື່ອນຍ້າຍ ສັດ ແລະ ຜະລິດຕະພັນສິນຄ້າ ກ່ຽວກັບ ສັດ ເລກທີ 230/ລບ, ລົງວັນທີ 4.6.2012
  2. ຂໍ້ຕົກລົງ ວ່າດ້ວຍການນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດ ແລະ ຜະລິດຕະພັນສັດ ເລກທີ 0795/ກປ, ລົງວັນທີ 18 ເມສາ 2019
9999-12-31 ALL
3 ຮຽກຮ້ອງໃຫ້ມີການກວດກາ - ສັດທີ່ນຳເຂົ້າທຸກປະເພດ ຮຽກ​ຮ້ອງ​ໃຫ້​ມີ​ການກວດ​ກາ ກະຊວງ ກະສິກຳ ແລະ ປ່າໄມ້ ການນຳເຂົ້າສັດ (ສັດທີ່ມີຊີວິດ) ຕ້ອງໄດ້ຮັບການກວດກາໂດຍເຈົ້າໜ້າທີ່ສັດຕະວະແພດ ປະຈໍາດ່ານ
  1. ດໍາລັດ ວ່າດ້ວຍ ການຄຸ້ມຄອງ ການເຄື່ອນຍ້າຍ ສັດ ແລະ ຜະລິດຕະພັນສິນຄ້າ ກ່ຽວກັບ ສັດ ເລກທີ 230/ລບ, ລົງວັນທີ 4.6.2012
  2. ກົດໝາຍ ວ່າດ້ວຍ ການລ້ຽງສັດ ແລະ ການສັດຕະວະແພດ (ສະບັບປັບປຸງ) ເລກທີ 08/ສພຊ, ລົງວັນທີ 11 ພະຈິກ 2016
  3. ຂໍ້ຕົກລົງ ວ່າດ້ວຍການນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດ ແລະ ຜະລິດຕະພັນສັດ ເລກທີ 0795/ກປ, ລົງວັນທີ 18 ເມສາ 2019
9999-12-31 ALL
4 ຮຽກຮ້ອງໃຫ້ມີໃບອະນຸຍາດນຳເຂົ້າ - ຜະລິດຕະພັນສັດ ຕ້ອງໄດ້ຮັບອະນຸມັດ ກະຊວງ ກະສິກຳ ແລະ ປ່າໄມ້ ຜູ້ນໍາເຂົ້າຜະລິດຕະພັນສັດ ຕ້ອງປະຕິບັດຕາມເງື່ອນໄຂສະເພາະ ທີ່ກໍານົດໄວ້ໃນເອກະສານຊ້ອນທ້າຍ 2 ຂອງຂໍ້ຕົກລົງ 0795/ກປ ແລະ ຍື່ນຄໍາຮ້ອງຂໍອະນຸຍາດນໍາເຂົ້າ ທີ່ກໍານົດໄວ້ໃນເອກະສານຊ້ອນທ້າຍ 3 ຕໍກົມລ້ຽງສັດ ແລະ ການປະມົງ ເພື່ອອອກໃບອະນຸຍາດນໍາເຂົ້າ ຕາມແບບພິມທີ່ກໍານົດໄວ້ໃນເອກະສານຊ້ອນທ້າຍ 4
  1. ດໍາລັດ ວ່າດ້ວຍ ການຄຸ້ມຄອງ ການເຄື່ອນຍ້າຍ ສັດ ແລະ ຜະລິດຕະພັນສິນຄ້າ ກ່ຽວກັບ ສັດ ເລກທີ 230/ລບ, ລົງວັນທີ 4.6.2012
  2. ຂໍ້ຕົກລົງ ວ່າດ້ວຍການນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດ ແລະ ຜະລິດຕະພັນສັດ ເລກທີ 0795/ກປ, ລົງວັນທີ 18 ເມສາ 2019
9999-12-31 ALL
5 ການກວດກາການນໍາເຂົ້າ - ຜະລິດຕະພັນສັດ ຮຽກ​ຮ້ອງ​ໃຫ້​ມີ​ການກວດ​ກາ ກະຊວງ ກະສິກຳ ແລະ ປ່າໄມ້ ການນຳເຂົ້າຜະລິດຕະພັນສັດ ຕ້ອງໄດ້ຮັບການກວດກາໂດຍເຈົ້າໜ້າທີ່ສັດຕະວະແພດ ປະຈໍາດ່ານ
  1. ດໍາລັດ ວ່າດ້ວຍ ການຄຸ້ມຄອງ ການເຄື່ອນຍ້າຍ ສັດ ແລະ ຜະລິດຕະພັນສິນຄ້າ ກ່ຽວກັບ ສັດ ເລກທີ 230/ລບ, ລົງວັນທີ 4.6.2012
  2. ຂໍ້ຕົກລົງ ວ່າດ້ວຍການນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດ ແລະ ຜະລິດຕະພັນສັດ ເລກທີ 0795/ກປ, ລົງວັນທີ 18 ເມສາ 2019
9999-12-31 ALL
6 ຮຽກຮ້ອງໃຫ້ມີການກວດກາການສົ່ງອອກ - ສັດ ຮຽກ​ຮ້ອງ​ໃຫ້​ມີ​ການກວດ​ກາ ກະຊວງ ກະສິກຳ ແລະ ປ່າໄມ້ ການສົ່ງອອກສັດ ຕ້ອງໄດ້ຮັບການກວດກາ ໂດຍເຈົ້າໜ້າທີ່ສັດຕະວະແພດ ປະຈໍາດ່ານ
  1. ດໍາລັດ ວ່າດ້ວຍ ການຄຸ້ມຄອງ ການເຄື່ອນຍ້າຍ ສັດ ແລະ ຜະລິດຕະພັນສິນຄ້າ ກ່ຽວກັບ ສັດ ເລກທີ 230/ລບ, ລົງວັນທີ 4.6.2012
  2. ຂໍ້ຕົກລົງ ວ່າດ້ວຍການນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດ ແລະ ຜະລິດຕະພັນສັດ ເລກທີ 0795/ກປ, ລົງວັນທີ 18 ເມສາ 2019
9999-12-31 ALL
7 ຮຽກຮ້ອງໃຫ້ມີການກວດກາການສົ່ງອອກ - ຜະລິດຕະພັນສັດ ຮຽກ​ຮ້ອງ​ໃຫ້​ມີ​ການກວດ​ກາ ກະຊວງ ກະສິກຳ ແລະ ປ່າໄມ້ ການສົ່ງອອກຜະລິດຕະພັນສັດ ຕ້ອງໄດ້ຮັບການກວດກາ ໂດຍເຈົ້າໜ້າທີ່ສັດຕະວະແພດ ປະຈໍາດ່ານ
  1. ດໍາລັດ ວ່າດ້ວຍ ການຄຸ້ມຄອງ ການເຄື່ອນຍ້າຍ ສັດ ແລະ ຜະລິດຕະພັນສິນຄ້າ ກ່ຽວກັບ ສັດ ເລກທີ 230/ລບ, ລົງວັນທີ 4.6.2012
  2. ຂໍ້ຕົກລົງ ວ່າດ້ວຍການນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດ ແລະ ຜະລິດຕະພັນສັດ ເລກທີ 0795/ກປ, ລົງວັນທີ 18 ເມສາ 2019
9999-12-31 ALL
8 ຕ້ອງມີໃບຢັ້ງຢືນສັດຕະວະແພດຈາກປະເທດຕົ້ນທາງ - ສັດນໍາເຂົ້າ SPS ກະຊວງ ກະສິກຳ ແລະ ປ່າໄມ້ ການນຳເຂົ້າສັດ ຕ້ອງໄດ້ຮັບການຢັ້ງຢືນຈາກປະເທດ ສົ່ງອອກຕົ້ນທາງ ແລ້ວຍື່ນຄັດຕິດກັບໃບສະເໜີຂໍນຳເຂົ້າໃຫ້ກົມກອງກ່ຽວຂ້ອງຂອງ ກະຊວງກະສິກຳ ແລະ ປ່າໄມ້.
  1. ດໍາລັດ ວ່າດ້ວຍ ການຄຸ້ມຄອງ ການເຄື່ອນຍ້າຍ ສັດ ແລະ ຜະລິດຕະພັນສິນຄ້າ ກ່ຽວກັບ ສັດ ເລກທີ 230/ລບ, ລົງວັນທີ 4.6.2012
  2. ຂໍ້ຕົກລົງ ວ່າດ້ວຍການນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດ ແລະ ຜະລິດຕະພັນສັດ ເລກທີ 0795/ກປ, ລົງວັນທີ 18 ເມສາ 2019
9999-12-31 ALL
9 ຕ້ອງມີໃບຢັ້ງຢືນປະເທດຕົ້ນທາງ - ຜະລິດຕະພັນສັດນໍາເຂົ້າ SPS ກະຊວງ ກະສິກຳ ແລະ ປ່າໄມ້ ການນຳເຂົ້າຜະລິດຕະພັນສັດ ຕ້ອງມີໃບຢັ້ງຢືນຈາກປະເທດຕົ້ນທາງ ເຊັ່ນ: ໃບຢັ້ງຢືນສຸຂານາໄມ ຫຼື ໃບຢັ້ງຢືນຄຸນນະພາບ ແລະ ໃບຢັ້ງຢືນມາດຕະຖານດ້ານເຕັກນິກ ກ່ຽວກັບ ໂຮງຂ້າສັດ ຫຼື ສະຖານທີ່ເກັບຮັກສາ. ແລ້ວຍື່ນຄັດຕິດກັບໃບສະເໜີຂໍນຳເຂົ້າໃຫ້ກົມລ້ຽງສັດ ແລະ ການປະມົງ,ກະຊວງກະສິກຳ ແລະ ປ່າໄມ້.
  1. ດໍາລັດ ວ່າດ້ວຍ ການຄຸ້ມຄອງ ການເຄື່ອນຍ້າຍ ສັດ ແລະ ຜະລິດຕະພັນສິນຄ້າ ກ່ຽວກັບ ສັດ ເລກທີ 230/ລບ, ລົງວັນທີ 4.6.2012
  2. ຂໍ້ຕົກລົງ ວ່າດ້ວຍການນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດ ແລະ ຜະລິດຕະພັນສັດ ເລກທີ 0795/ກປ, ລົງວັນທີ 18 ເມສາ 2019
9999-12-31 ALL
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.