ສາລະບານ

ໝວດທີ 1 - ບົດບັນຍັດທົ່ວໄປ

ມາດຕາ 1. ຈຸດປະສົງ
ມາດຕາ 2. ການຄຸ້ມຄອງການເຄື່ອນຍ້າຍສັດ ແລະ ຜະລິດຕະພັນສິນຄ້າກ່ຽວກັບສັດ
ມາດຕາ 3. ການອະທິບາຍຄໍາສັບ
ມາດຕາ 4. ຫຼັກການພື້ນຖານ ໃນການຄຸ້ມຄອງການເຄື່ອນຍ້າຍ
ມາດຕາ 5. ຂອບເຂດການນໍາໃຊ້

ໝວດທີ 2 - ການເຄື່ອນຍ້າຍພາຍໃນປະເທດ

ມາດຕາ 6. ການຄວບຄຸມ ແລະ ການກວດກາການເຄື່ອນຍ້າຍພາຍໃນປະເທດ
ມາດຕາ 7. ການຫ້າມເຄື່ອນຍ້າຍພາຍໃນເຂດແດງ
ມາດຕາ 8. ການຫ້າມເຄື່ອນຍ້າຍພາຍໃນເຂດເຫຼືອງ
ມາດຕາ 9. ການປະກອບເອກະສານຂໍເຄື່ອນຍ້າຍໃນເຂດເຫຼືອງ
ມາດຕາ 10. ການຍື່ນຄໍາຮ້ອງ ຂໍເຄື່ອນຍ້າຍໃນເຂດເຫຼືອງ
ມາດຕາ 11. ການກວດກາ ແລະ ອະນຸຍາດການເຄື່ອນຍ້າຍສັດພາຍໃນເຂດເຫຼືອງ
ມາດຕາ 12. ການກວດກາ ແລະ ອະນຸຍາດການເຄື່ອນຍ້າຍພາຍໃນເຂດເຫຼືອງ
ມາດຕາ 13. ການເຄື່ອນຍ້າຍທົ່ວໄປ
ມາດຕາ 14. ການຂົນສົ່ງສັດ, ຜະລິດຕະພັນສັດ ແລະ ຜະລິດຕະພັນສິນຄ້າກ່ຽວກັບສັດ
ມາດຕາ 15. ການໂຈະການເຄື່ອນຍ້າຍ ຫຼື ການປ່ຽນເສັ້ນທາງເຄື່ອນຍ້າຍ
ມາດຕາ 16. ການຍົກເລີກການອະນຸຍາດການເຄື່ອນຍ້າຍ
ມາດຕາ 17. ພັນທະຂອງເຈົ້າຂອງ ຫຼື ຜູ້ເຄື່ອນຍ້າຍ

ໝວດທີ 3 - ການນໍາເຂົ້າ

ມາດຕາ 18. ເງື່ອນໄຂການນໍາເຂົ້າ
ມາດຕາ 19. ການກໍານົດລະບຽບການນໍາເຂົ້າ
ມາດຕາ 20. ບັນຊີລາຍຊື່ສັດ, ຜະລິດຕະພັນສັດ ແລະ ຜະລິດຕະພັນສິນຄ້າກ່ຽວກັບສັດ
ມາດຕາ 21. ການຂໍອະນຸຍາດນໍາເຂົ້າ
ມາດຕາ 22. ການກວດກາເອກະສານ ແລະ ການອະນຸຍາດ
ມາດຕາ 23. ການໂຈະການອະນຸຍາດໃຫ້ນໍາເຂົ້າ
ມາດຕາ 24. ຂັ້ນຕອນການນໍາເຂົ້າ
ມາດຕາ 25. ການກວດກາການນໍາເຂົ້າ
ມາດຕາ 26. ການກວດກາຫຼັງການນໍາເຂົ້າ
ມາດຕາ 27. ການຍົກເລີກການອະນຸຍາດໃຫ້ນໍາເຂົ້າ
ມາດຕາ 28. ການຮ່ວມມື ແລະ ການປະສານສົມທົບຂອງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ
ມາດຕາ 29. ການແຈ້ງສັດ, ຜະລິດຕະພັນສັດ ແລະ ຜະລິດຕະພັນສິນຄ້າກ່ຽວກັບສັດ
ມາດຕາ 30. ການນໍາເອົາສັດລ້ຽງຕິດຕາມຕົວເຂົ້າມານໍາ

ໝວດທີ 4 - ການສົ່ງອອກ

ມາດຕາ 31. ການຂໍອະນຸຍາດສົ່ງອອກ
ມາດຕາ 32. ການຢັ້ງຢືນການກວດກາດ້ານສັດຕະວະແພດ
ມາດຕາ 33. ການອອກໃບອະນຸຍາດສົ່ງອອກ
ມາດຕາ 34. ຂັ້ນຕອນການກວດກາ ແລະ ການສົ່ງອອກ
ມາດຕາ 35. ການນໍາເອົາສັດລ້ຽງຕິດຕາມຕົວໄປນໍາ

ໝວດທີ 5 - ການຂົນສົ່ງຜ່ານສັດ, ຜະລິດຕະພັນສັດ ແລະ/ຫຼື ຜະລິດຕະພັນສິນຄ້າກ່ຽວກັບສັດ

ມາດຕາ 36. ການອະນຸຍາດຂົນສົ່ງຜ່ານ
ມາດຕາ 37. ຂັ້ນຕອນ ແລະ ລະບຽບການອະນຸຍາດຂົນສົ່ງຜ່ານ

ໝວດທີ 6 - ລະບຽບການຂົນສົ່ງ ແລະ ລະບຽບການເຄື່ອນຍ້າຍ

ມາດຕາ 38. ລະບຽບການຂົນສົ່ງ
ມາດຕາ 39. ລະບຽບການເຄື່ອນຍ້າຍ

ໝວດທີ 7 - ການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດ

ມາດຕາ 40. ອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດ
ມາດຕາ 41. ສິດ ແລະ ໜ້າທີ່ຂອງກະຊວງກະສິກໍາ ແລະ ປ່າໄມ້
ມາດຕາ 42. ສິດ ແລະ ໜ້າທີ່ຂອງພະແນກກະສິກໍາ ແລະ ປ່າໄມ້ແຂວງ, ນະຄອນ
ມາດຕາ 43. ສິດ ແລະ ໜ້າທີ່ຂອງຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ, ເທດສະບານ
ມາດຕາ 44. ສິດ ແລະ ໜ້າທີ່ຂອງດ່ານກວດກາສັດຕະວະແພດສາກົນ
ມາດຕາ 45. ສິດ ແລະ ໜ້າທີ່ຂອງໜ່ວຍລ້ຽງສັດ ແລະ ສັດຕະວະແພດບ້ານ

ໝວດທີ 8 - ການກວດກາດ້ານສັດຕະວະແພດ ແລະ ການຮ້ອງທຸກ

ມາດຕາ 46. ການກວດກາດ້ານສັດຕະວະແພດ
ມາດຕາ 47. ການລາຍງານ
ມາດຕາ 48. ການຮ້ອງທຸກ

ໝວດທີ 9 - ບົດບັນຍັດສຸດທ້າຍ

ມາດຕາ 49. ການຈັດຕັ້ງປະຕິບັດ
ມາດຕາ 50. ຜົນສັກສິດ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ລັດຖະບານ    ເລກທີ 230/ລບ
ນະຄອນຫຼວງວຽງຈັນ, ວັນທີ 4 ມິຖຸນາ 2012

ດໍາລັດ
ວ່າດ້ວຍການຄຸ້ມຄອງການເຄື່ອນຍ້າຍສັດ ແລະ ຜະລິດຕະພັນສິນຄ້າກ່ຽວກັບສັດ

  • ອີງຕາມ ກົດໝາຍວ່າດ້ວຍລັດຖະບານແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສະບັບເລກທີ 02/ສພຊ, ລົງວັນທີ 06 ພຶດສະພາ 2003;
  • ອີງຕາມ ກົດໝາຍວ່າດ້ວຍການລ້ຽງສັດ ແລະ ການສັດຕະວະແພດ ເລກທີ 03/ສພຊ, ລົງວັນທີ 25 ກໍລະກົດ 2008;
  • ອີງຕາມ ມະຕິກອງປະຊຸມລັດຖະບານ ປະຈໍາເດືອນພຶດສະພາ 2012, ຄັ້ງວັນທີ 25 ພຶດສະພາ 2012;
  • ອີງຕາມ ໜັງສືສະເໜີຂອງກະຊວງກະສິກໍາ ແລະ ປ່າໄມ້, ເລກທີ 0752/ກປ, ລົງວັນທີ 18 ພຶດສະພາ 2012.

ລັດຖະບານອອກດໍາລັດ:

ໝວດທີ 1
ບົດບັນຍັດທົ່ວໄປ

ມາດຕາ 1. ຈຸດປະສົງ
ດໍາລັດສະບັບນີ້ ກໍານົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມຄອງ ການເຄື່ອນຍ້າຍຢູ່ພາຍໃນປະເທດ, ນໍາເຂົ້າ ແລະ ສົ່ງອອກສັດ ແລະ ຜະລິດຕະພັນສິນຄ້າກ່ຽວກັບສັດ ເພື່ອກັນ ແລະ ສະກັດກັ້ນພະຍາດສັດ, ຮັບປະກັນຄວາມປອດໄພ ດ້ານສະບຽງອາຫານ ແລະ ປົກປັກຮັກສາສຸຂະພາບຂອງຄົນ, ສັດ ທັງເປັນການປະກອບສ່ວນພັດທະນາ ເສດຖະກິດ ແລະ ສັງຄົມຂອງຊາດ ໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ. ຂ້າງເທິງ

ມາດຕາ 2. ການຄຸ້ມຄອງການເຄື່ອນຍ້າຍສັດ ແລະ ຜະລິດຕະພັນສິນຄ້າກ່ຽວກັບສັດ
ການຄຸ້ມຄອງການເຄື່ອນຍ້າຍສັດ ແລະ ຜະລິດຕະພັນສິນຄ້າກ່ຽວກັບສັດ ແມ່ນການຈັດຕັ້ງປະຕິບັດ, ການຕິດຕາມກວດກາຄວາມຖືກຕ້ອງ ທາງດ້ານເອກະສານ ແລະ ການກວດກາດ້ານສັດຕະວະແພດ ໃນການເຄື່ອນຍ້າຍສັດ ແລະ ຜະລິດຕະພັນສິນຄ້າກ່ຽວກັບສັດ ຈາກສະຖານທີ່ໜຶ່ງ ໄປຍັງອີກສະຖານທີ່ອື່ນ ຢູ່ພາຍໃນປະເທດ ແລະ ລະຫວ່າງປະເທດ. ຂ້າງເທິງ

ມາດຕາ 3. ການອະທິບາຍຄໍາສັບ
ຄໍາສັບທີ່ໃຊ້ໃນດໍາລັດສະບັບນີ້ ມີຄວາມໝາຍດັ່ງນີ້:

  1. ສັດລ້ຽງທີ່ຕິດຕາມມານໍາ ໝາຍເຖິງ ສັດທຸກປະເພດທີ່ຕິດຕາມມານໍາເຈົ້າຂອງສັດ ຫຼື ບຸກຄົນທີ່ກ່ຽວຂ້ອງ ທີ່ບໍ່ມີຈຸດປະສົງທາງດ້ານການຄ້າ;
  2. ຜະລິດຕະພັນສັດທີ່ບໍ່ສາມາດບໍລິໂພກໄດ້ ໝາຍເຖິງ ທຸກພາກສ່ວນຂອງສັດ ຊຶ່ງນອກຈາກຊີ້ນທີ່ແຍກອອກ ມາຈາກໂຕສັດ ລວມທັງຊາກສັດເປັນໂຕເຊັ່ນ: ກະດູກ, ເຂົາ, ເລັບ, ຂົນ, ຂົນແກະ, ຂົນນົກ-ຂົນໄກ່ ຫຼື ຊິ້ນສ່ວນອື່ນ;
  3. ວັດຖຸກ່ຽວຂ້ອງກັບສັດ ແລະ ຜະລິດຕະພັນສັດ ໝາຍເຖິງ ວັດຖຸທີ່ນໍາໃຊ້ ສໍາລັບການຫຸ້ມຫໍ່, ຕູ້ບັນຈຸ, ອຸປະກອນ ຫຼື ເຄື່ອງມືອື່ນທີ່ນໍາໃຊ້ເຂົ້າ ໃນການເຄື່ອນຍ້າຍສັດ, ຜະລິດຕະພັນສັດ ແລະ ຜະລິດຕະພັນສິນຄ້າກ່ຽວກັບສັດ;
  4. ແນວພັນສັດ ໝາຍເຖິງ ສັດທີ່ມີສາຍພັນຈະແຈ້ງ ຊຶ່ງມີເປົ້າໝາຍນໍາໃຊ້ເປັນພໍ່ແມ່ພັນ ສໍາລັບການສືບພັນ, ການຜະລິດລູກສັດ ຫຼື ການສຶກສາຄົ້ນຄວ້າ;
  5. ຜູ້ຂົນສົ່ງ ໝາຍເຖິງ ບຸກຄົນ ຫຼື ນິຕິບຸກຄົນ ຫຼື ການຈັດຕັ້ງໃດໜຶ່ງ ທີ່ອາໄສຢູ່ ສປປ ລາວ ຫຼື ຕ່າງປະເທດທີ່ເຄື່ອນຍ້າຍ ຫຼື ຂົນສົ່ງສັດ, ຜະລິດຕະພັນສັດ ແລະ ຜະລິດຕະພັນສິນຄ້າກ່ຽວກັບສັດ ຢູ່ພາຍໃນປະເທດ ລວມທັງການນໍາເຂົ້າ, ສົ່ງອອກ ຫຼື ຂົນສົ່ງຜ່ານດິນແດນ ສປປ ລາວ;
  6. ດ່ານກວດກາສັດຕະວະແພດສາກົນ ໝາຍເຖິງ ດ່ານນໍາເຂົ້າ ຫຼື ສົ່ງອອກສັດ, ຜະລິດຕະພັນສັດ ແລະ ຜະລິດຕະພັນສິນຄ້າກ່ຽວກັບສັດ ຊຶ່ງຕັ້ງຢູ່ດ່ານຊາຍແດນ ຕາມການກໍານົດຂອງ ອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດ;
  7. ດ່ານກວດກາທ້ອງຖິ່ນ ໝາຍເຖິງ ດ່ານກວດກາທີ່ສ້າງຕັ້ງຂຶ້ນ ຢູ່ຊາຍແດນຂອງແຂວງ, ນະຄອນ ຫຼື ຢູ່ເຂດນອກສຸດຂອງເຂດເຫຼືອງ ຫຼື ເຂດແດງຕາມການກໍານົດຂອງ ອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດ;
  8. ບັນຊີພະຍາດສັດ ໝາຍເຖິງ ລາຍການຂອງພະຍາດສັດທີ່ກໍານົດຂຶ້ນ ໂດຍອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດ;
  9. ຊີ້ນ ໝາຍເຖິງ ພາກສ່ວນໃດໜຶ່ງຂອງສັດທີ່ສາມາດກິນໄດ້;
  10. ເຂດກັກກັນສັດ ໝາຍເຖິງ ເຂດທີ່ກໍານົດຂຶ້ນ ໂດຍອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດ ໃຫ້ເປັນບ່ອນກັກກັນສັດ ເພື່ອຕິດຕາມກວດກາ, ເຝົ້າລະວັງ, ປິ່ນປົວ, ຮັກສາ ແລະ ສຶກສາຄົ້ນຄວ້າ;
  11. ສະຖານີກັກກັນສັດ ໝາຍເຖິງ ສະຖານທີ່ ທີ່ສ້າງຕັ້ງຂຶ້ນເປັນບ່ອນກັກກັນສັດຊົ່ວຄາວ ໂດຍແຍກສັດອອກໄວ້ຕ່າງຫາກ ໂດຍບໍ່ໃຫ້ມີການພົວພັນກັບສັດອື່ນ ທັງທາງກົງ ຫຼື ທາງອ້ອມຊຶ່ງມີກໍານົດເວລາ ໃນການຕິດຕາມກວດກາ, ເຝົ້າລະວັງ, ປິ່ນປົວ, ຮັກສາ ແລະ ວິໄຈ;
  12. ເຂດແດງ ໝາຍເຖິງ ຂອບເຂດທີ່ມີການນໍາໃຊ້ມາດຕະການ ຄວບຄຸມພະຍາດສັດຢ່າງເຂັ້ມງວດ ເປັນຕົ້ນ ເຂດທີ່ມີການລະບາດຂອງພະຍາດສັດ, ບໍລິເວນທີ່ສົງໄສວ່າມີການປົນເປື້ອນ ດ້ວຍເຊື້ອພະຍາດ ຫຼື ໄດ້ຮັບການຢືນຢັນວ່າ ພົບເຊື້ອພະຍາດລະບາດສັດໃດໜຶ່ງ ຈາກຫ້ອງວິໄຈພະຍາດສັດ;
  13. ເຂດເຫຼືອງ ໝາຍເຖິງ ຂອບເຂດອ້ອມຮອບເຂດແດງ ທີ່ກໍານົດຂຶ້ນ ເພື່ອປ້ອງກັນສຸຂະພາບຂອງສັດ ທີ່ຢູ່ໃກ້ເຂດແດງ ໂດຍນໍາໃຊ້ມາດຕະການພື້ນຖານ ທາງດ້ານລະບາດວິທະຍາ;
  14. ພາຫະນະ ໝາຍເຖິງ ທຸກຮູບແບບ ແລະ ວິທີການຂອງການຂົນສົ່ງ ທັງທາງບົກ, ທາງນໍ້າ ແລະ ທາງອາກາດ;
  15. ຢາປິ່ນປົວສັດ ໝາຍເຖິງ ວັດຖຸໃດໜຶ່ງທີ່ນໍາໃຊ້ໃນຈໍານວນ ຫຼື ປະລິມານທີ່ແນ່ນອນຕໍ່ສັດ ເພື່ອທໍາລາຍພະຍາດ ຫຼື ເຮັດໃຫ້ຂະບວນການຂະຫຍາຍ ຂອງພະຍາດຫຼຸດລົງ ເພື່ອຊ່ວຍໃຫ້ຮ່າງກາຍສັດ ສາມາດຕ້ານທານຕໍ່ພະຍາດ ຫຼື ກະຕຸ້ນໃຫ້ສັດມີການຈະເລີນເຕີບໂຕ ແລະ ໃຫ້ຜົນຜະລິດຫຼາຍຂຶ້ນ;
  16. ຄວາມຈໍາເປັນທາງດ້ານພາວະວິໄສໃດໜຶ່ງ ໝາຍເຖິງ ເຫດການໃດໜຶ່ງທີ່ເກີດຂຶ້ນ ໃນໄລຍະເວລາຂົນສົ່ງສັດ, ຜະລິດຕະພັນສັດ ແລະ/ຫຼື ຜະລິດຕະພັນສິນຄ້າກ່ຽວກັບສັດ ແຕ່ດ່ານກວດກາສັດຕະວະແພດຂອງປະເທດຕົ້ນທາງ ຫາດ່ານກວດກາສັດຕະວະແພດຂອງ ສປປ ລາວ ຊຶ່ງເຫດການດັ່ງກ່າວນັ້ນ ບໍ່ຢູ່ໃນການຄວບຄຸມຂອງບຸກຄົນໃດໜຶ່ງ;
  17. ການເຄື່ອນຍ້າຍ ໝາຍເຖິງ ການເຄື່ອນຍ້າຍສັດ, ຜະລິດຕະພັນສັດ ແລະ/ຫຼື ຜະລິດຕະພັນສິນຄ້າກ່ຽວກັບສັດ ຈາກສະຖານທີ່ໜຶ່ງໄປຫາສະຖານທີ່ໜຶ່ງ. ຂ້າງເທິງ

ມາດຕາ 4. ຫຼັກການພື້ນຖານ ໃນການຄຸ້ມຄອງການເຄື່ອນຍ້າຍ
ໃນການຄຸ້ມຄອງການເຄື່ອນຍ້າຍສັດ, ຜະລິດຕະພັນສັດ ແລະ/ຫຼື ຜະລິດຕະພັນສິນຄ້າກ່ຽວກັບສັດ ໃຫ້ປະຕິບັດຕາມຫຼັກການພື້ນຖານດັ່ງນີ້:

  1. ກໍານົດມາດຕະການດ້ານສຸຂານາໄມ ກ່ຽວກັບການຄຸ້ມຄອງການເຄື່ອນຍ້າຍ ຊຶ່ງຕ້ອງປະຕິບັດດັ່ງນີ້:

ກ. ກໍານົດ ຫຼື ນໍາໃຊ້ມາດຕະການເທົ່າທີ່ຈໍາເປັນເທົ່ານັ້ນ ໂດຍອີງໃສ່ມາດຕະຖານ;
ຂ. ປະເມີນຄວາມສ່ຽງ ແລະ ສອດຄ່ອງກັບຄວາມສ່ຽງນັ້ນ;
ຄ. ບໍ່ເຄັ່ງຄັດ ຫຼື ເຂັ້ມງວດເກີນຄວາມຈໍາເປັນ ແລະ ບໍ່ເປັນການສ້າງອຸປະສັກທີ່ບໍ່ຈໍາເປັນຕໍ່ການຄ້າ;
ງ. ບໍ່ຈໍາແນກລະຫວ່າງຜະລິດຕະພັນ, ຜູ້ຜະລິດພາຍໃນ ຫຼື ຕ່າງປະເທດ ທີ່ມີເງື່ອນໄຂຄືກັນ.

  1. ຮັບຮູ້ຄວາມເທົ່າທຽມ ຂອງມາດຕະການດ້ານສຸຂານາໄມຂອງປະເທດສົ່ງອອກ ທີ່ສາມາດຢັ້ງຢືນໄດ້ວ່າມາດຕະການນັ້ນ ເທົ່າທຽມກັບມາດຕະການດ້ານສຸຂານາໄມຂອງ ສປປ ລາວ ຫຼື ສອດຄ່ອງກັບລະດັບຂອງມາດຕະການປ້ອງກັນ ທີ່ເໝາະສົມຂອງ ສປປ ລາວ;
  2. ຮັບຮູ້ມາດຕະການດ້ານສຸຂານາໄມຂອງຕ່າງປະເທດ ບົນພື້ນຖານການຕົກລົງຮ່ວມມືກັນ ຊຶ່ງມາດຕະຖານດັ່ງກ່າວ ຕ້ອງສອດຄ່ອງກັບລະດັບການປ້ອງກັນຄວາມສ່ຽງຂອງ ສປປ ລາວ ກໍານົດ. ຂ້າງເທິງ

ມາດຕາ 5. ຂອບເຂດການນໍາໃຊ້ 
ດໍາລັດສະບັບນີ້ນໍາໃຊ້ ສໍາລັບສໍານັກງານ, ອົງການຂອງລັດ, ອົງການປົກຄອງທ້ອງຖິ່ນ, ວິສາຫະກິດ, ກຸ່ມລ້ຽງສັດ, ສະມາຄົມລ້ຽງສັດ, ສະຫະກອນ, ບຸກຄົນ ຫຼື ນິຕິບຸກຄົນທີ່ພົວພັນກັບການເຄື່ອນຍ້າຍສັດ, ຜະລິດຕະພັນສັດ ແລະ ຜະລິດຕະພັນສິນຄ້າກ່ຽວກັບສັດ ພາຍໃນປະເທດ ແລະ ລະຫວ່າງປະເທດ.

ອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດຂັ້ນສູນກາງ ເປັນຜູ້ກໍານົດບັນຊີສັດ, ຜະລິດຕະພັນສັດ ແລະ ຜະລິດຕະພັນສິນຄ້າກ່ຽວກັບສັດ ໃນແຕ່ລະໄລຍະ. ຂ້າງເທິງ

ໝວດທີ 2
ການເຄື່ອນຍ້າຍພາຍໃນປະເທດ

ມາດຕາ 6. ການຄວບຄຸມ ແລະ ການກວດກາການເຄື່ອນຍ້າຍພາຍໃນປະເທດ
ອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດ ເປັນຜູ້ຄວບຄຸມ ແລະ ກວດກາການເຄື່ອນຍ້າຍສັດ, ຜະລິດຕະພັນສັດ ແລະ ຜະລິດຕະພັນສິນຄ້າກ່ຽວກັບສັດ ໃນກໍລະນີມີການລະບາດຂອງພະຍາດສັດ ໂດຍມີການກໍານົດຂອບເຂດການລະບາດ ຂອງພະຍາດສັດຊຶ່ງປະກອບດ້ວຍ ເຂດແດງ, ເຂດເຫຼືອງ ແລະ ເຂດປອດພະຍາດ. ຂ້າງເທິງ

ມາດຕາ 7. ການຫ້າມເຄື່ອນຍ້າຍພາຍໃນເຂດແດງ
ໃນກໍລະນີມີການປະກາດເປັນເຂດແດງ ຫ້າມບຸກຄົນ, ນິຕິບຸກຄົນໃດໜຶ່ງເຄື່ອນຍ້າຍສັດ, ຜະລິດຕະພັນສັດ ແລະ/ຫຼື ຜະລິດຕະພັນສິນຄ້າກ່ຽວກັບສັດ ທີ່ກ່ຽວຂ້ອງກັບພະຍາດລະບາດສັດ ຊຶ່ງກໍາລັງລະບາດເຂົ້າ ຫຼື ອອກເຂດດັ່ງກ່າວ. ຂ້າງເທິງ

ມາດຕາ 8. ການຫ້າມເຄື່ອນຍ້າຍພາຍໃນເຂດເຫຼືອງ
ໃນກໍລະນີມີການປະກາດເປັນເຂດເຫຼືອງ ຫ້າມບຸກຄົນ, ນິຕິບຸກຄົນໃດໜຶ່ງເຄື່ອນຍ້າຍສັດ, ຜະລິດຕະພັນສັດ ແລະ ຜະລິດຕະພັນສິນຄ້າກ່ຽວກັບສັດ ທີ່ກ່ຽວຂ້ອງກັບພະຍາດລະບາດສັດ ຊຶ່ງກໍາລັງລະບາດເຂົ້າ ຫຼື ອອກເຂດດັ່ງກ່າວ ເວັ້ນເສຍແຕ່ໄດ້ຮັບອະນຸຍາດເປັນລາຍລັກອັກສອນ ຈາກອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດທີ່ກ່ຽວຂ້ອງ. ຂ້າງເທິງ

ມາດຕາ 9. ການປະກອບເອກະສານຂໍເຄື່ອນຍ້າຍໃນເຂດເຫຼືອງ
ບຸກຄົນ ຫຼື ນິຕິບຸກຄົນໃດໜຶ່ງ ມີຈຸດປະສົງຢາກເຄື່ອນຍ້າຍສັດ, ຜະລິດຕະພັນສັດ ແລະ/ຫຼື ຜະລິດຕະພັນສິນຄ້າກ່ຽວກັບສັດ ໃຫ້ປະກອບເອກະສານດັ່ງນີ້:

  1. ໃບຄໍາຮ້ອງ ຂໍອະນຸຍາດການເຄື່ອນຍ້າຍ;
  2. ໃບທະບຽນພິມສັດ;
  3. ໃບທະບຽນຟາມ ແລະ/ຫຼື ໃບຢັ້ງຢືນກໍາມະສິດ;
  4. ແຜນລະອຽດ ໃນການເຄື່ອນຍ້າຍ ແລະ ການຂົນສົ່ງ. ຂ້າງເທິງ

ມາດຕາ 10. ການຍື່ນຄໍາຮ້ອງ ຂໍເຄື່ອນຍ້າຍໃນເຂດເຫຼືອງ
ພາຍຫຼັງປະກອບເອກະສານ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 9 ເທິງນີ້ ໃຫ້ບຸກຄົນ, ນິຕິບຸກຄົນໃດໜຶ່ງ ທີ່ມີຈຸດປະສົງຢາກເຄື່ອນຍ້າຍສັດ, ຜະລິດຕະພັນສັດ ແລະ/ຫຼື ຜະລິດຕະພັນສິນຄ້າກ່ຽວກັບສັດ ຍື່ນເອກະສານດັ່ງນີ້:

  1. ຖ້າເຂດເຫຼືອງຢູ່ໃນຂອບເຂດເມືອງ, ເທດສະບານ ໃຫ້ຍື່ນຄໍາຮ້ອງຕໍ່ອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດເມືອງ, ເທດສະບານ;
  2. ຖ້າເຂດເຫຼືອງຢູ່ໃນຂອບເຂດຫຼາຍກວ່າໜຶ່ງເມືອງ, ເທດສະບານທີ່ຢູ່ໃນຂອບເຂດຂອງແຂວງ, ນະຄອນ ແມ່ນຍື່ນຄໍາຮ້ອງຕໍ່ອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດແຂວງ, ນະຄອນ. ຂ້າງເທິງ

ມາດຕາ 11. ການກວດກາ ແລະ ອະນຸຍາດການເຄື່ອນຍ້າຍສັດພາຍໃນເຂດເຫຼືອງ
ເມື່ອອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດທີ່ກ່ຽວຂ້ອງ ໄດ້ຮັບເອກະສານ ພ້ອມດ້ວຍຄໍາຮ້ອງແລ້ວ ໃຫ້ສົ່ງພະນັກງານວິຊາການສັດຕະວະແພດ ໄປກວດກາຢູ່ສະຖານທີ່ຕົວຈິງ ພາຍໃນສອງວັນ ນັບແຕ່ວັນໄດ້ຮັບເອກະສານເປັນຕົ້ນໄປ.

ພະນັກງານວິຊາການສັດຕະວະແພດ ຕ້ອງກວດກາຕົວຈິງ ຕາມຫຼັກວິຊາການສັດຕະວະແພດ ເທົ່າທີ່ມີຄວາມຈໍາເປັນຕາມກໍລະນີໃດໜຶ່ງດັ່ງນີ້:

  1. ຖ້າພົບເຫັນສັດປ່ວຍໃຫ້ປິ່ນປົວສັດ ພ້ອມທັງບັນທຶກລາຍລະອຽດ ຂອງຢາສັດຕະວະແພດທີ່ນໍາໃຊ້ ໃນການປິ່ນປົວ;
  2. ຖ້າເຫັນວ່າສັດຍັງແຂງແຮງ ໃຫ້ສັກຢາກັນພະຍາດລະບາດສັດ ພ້ອມທັງອອກໃບຢັ້ງຢືນການສັກຢາກັນພະຍາດລະບາດສັດ ຫຼື ໃບຢັ້ງຢືນສຸຂະພາບສັດ ໃຫ້ແກ່ເຈົ້າຂອງສັດ;
  3. ກໍລະນີສົງໄສວ່າສັດຕິດເຊື້ອພະຍາດລະບາດສັດ ໃຫ້ແນະນໍາເຈົ້າຂອງສັດ ຫຼື ຜູ້ລ້ຽງສັດ ປະຕິບັດຕາມມາດຕະການໃດໜຶ່ງ ເປັນຕົ້ນການແຍກປ່ຽວສັດ ໃນໄລຍະເວລາໃດໜຶ່ງ ເພື່ອໃຫ້ແນ່ໃຈວ່າສັດດັ່ງກ່າວບໍ່ຕິດເຊື້ອພະຍາດ ຕາມບັນຊີພະຍາດສັດທີ່ໄດ້ກໍານົດໄວ້ ຫຼື ພະຍາດອື່ນຂອງສັດ.

ພາຍຫຼັງທີ່ແຍກປ່ຽວສັດດັ່ງກ່າວ ໄດ້ໄລຍະເວລາໃດໜຶ່ງທີ່ເຫັນວ່າຈໍາເປັນແລ້ວ ແລະ ພະນັກງານສັດຕະວະແພດ ກໍມີຄວາມແນ່ໃຈວ່າສັດດັ່ງກ່າວ ບໍ່ຕິດເຊື້ອພະຍາດແລ້ວ ກໍໃຫ້ອອກໃບອະນຸຍາດເຄື່ອນຍ້າຍໄດ້.

ຖ້າຍັງສັງເກດເຫັນວ່າ ສັດຍັງມີອາການຕິດເຊື້ອພະຍາດ ກໍໃຫ້ປິ່ນປົວ, ແຍກປ່ຽວ ຫຼື ຂ້າທໍາລາຍສັດ ຕາມແຕ່ລະກໍລະນີ ພ້ອມທັງແຈ້ງເປັນລາຍລັກອັກສອນ ໃຫ້ຜູ້ຍື່ນຄໍາຮ້ອງຂໍເຄື່ອນຍ້າຍຊາບທັນທີ ພາຍຫຼັງທີ່ເຫັນວ່າສັດດັ່ງກ່າວ ຕິດເຊື້ອພະຍາດລະບາດສັດ. ພະນັກງານສັດຕະວະແພດ ອາດກໍານົດໃຫ້ນໍາໃຊ້ສັດ ໃນຈຸດປະສົງໃດໜຶ່ງເທົ່ານັ້ນ.

ພະນັກງານສັດຕະວະແພດ ຕ້ອງລາຍງານເປັນລາຍລັກອັກສອນ ກ່ຽວກັບຜົນຂອງການກວດກາ ຢູ່ພາກສະໜາມຕົວຈິງ ກ່ຽວກັບການອະນຸຍາດການເຄື່ອນຍ້າຍ ແລະ ການປະຕິບັດມາດຕະການໃດໜຶ່ງ. ໃນກໍລະນີພົບພະຍາດໃນບັນຊີພະຍາດສັດ ໃຫ້ພະນັກງານສັດຕະວະແພດລາຍງານ ໃຫ້ຂັ້ນເທິງຂອງຕົນຊາບພາຍໃນວັນດຽວກັນນັ້ນ. ຂ້າງເທິງ

ມາດຕາ 12. ການກວດກາ ແລະ ອະນຸຍາດການເຄື່ອນຍ້າຍພາຍໃນເຂດເຫຼືອງ
ພະນັກງານສັດຕະວະແພດ ຕ້ອງກວດກາຕາມຫຼັກວິຊາການສັດຕະວະແພດ ໂດຍອີງຕາມຜົນການກວດກາຢັ້ງຢືນ ຈາກຫ້ອງວິໄຈ ແລະ ໃຫ້ປະຕິບັດຕາມແຕ່ລະກໍລະນີໃດໜຶ່ງດັ່ງນີ້:

  1. ກໍລະນີບໍ່ມີການປົນເປື້ອນຂອງເຊື້ອພະຍາດ ໃຫ້ອອກໃບອະນຸຍາດການເຄື່ອນຍ້າຍ ໃນວັນດຽວກັນ;
  2. ກໍລະນີມີການປົນເປື້ອນດ້ວຍເຊື້ອພະຍາດ ໃຫ້ແນະນໍາເຈົ້າຂອງຜະລິດຕະພັນສັດ  ຫຼື ຜູ້ທີ່ມີສ່ວນກ່ຽວຂ້ອງ ປະຕິບັດມາດຕະການໃດໜຶ່ງ ທີ່ເຫັນວ່າມີຄວາມຈໍາເປັນ ເປັນຕົ້ນໃຫ້ທໍາລາຍຖິ້ມ ຫຼື ໃຫ້ນໍາໃຊ້ ສໍາລັບຈຸດປະສົງສະເພາະໃດໜຶ່ງ ຕາມການແນະນໍາຂອງສັດຕະວະແພດ.

ຜູ້ທີ່ໄດ້ຮັບອະນຸຍາດໃຫ້ເຄື່ອນຍ້າຍສັດ, ຜະລິດຕະພັນສັດ ແລະ/ຫຼື ຜະລິດຕະພັນສິນຄ້າກ່ຽວກັບສັດ ຕ້ອງເຄື່ອນຍ້າຍພາຍໃນຊາວສີ່ຊົ່ວໂມງ ຫຼັງຈາກໄດ້ຮັບການອະນຸຍາດໃຫ້ເຄື່ອນຍ້າຍ.

ພາຍຫຼັງທີ່ໄດ້ຮັບການອະນຸຍາດໃຫ້ເຄື່ອນຍ້າຍແລ້ວ ເຈົ້າຂອງສັດ ຫຼື ຜູ້ເຄື່ອນຍ້າຍ ຕ້ອງປະຕິບັດຕາມການແນະນໍາ ຂອງອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດຢ່າງເຄັ່ງຄັດ ລວມທັງປະຕິບັດຕາມຂໍ້ຫ້າມຕ່າງໆ ທີ່ໄດ້ກໍານົດໄວ້ໃນໃບອະນຸຍາດເຄື່ອນຍ້າຍ.

ພະນັກງານສັດຕະວະແພດຕ້ອງແຈ້ງໃຫ້ເມືອງ, ເທດສະບານ, ແຂວງ ຫຼື ນະຄອນປາຍທາງຊາບ ກ່ຽວກັບການເຄື່ອນຍ້າຍ ພ້ອມທັງລະບຸລາຍລະອຽດກ່ຽວກັບເສັ້ນທາງ  ໃນການເຄື່ອນຍ້າຍ ແລະ ປະຕິບັດຂັ້ນຕອນ ແລະ ວິທີການກວດກາ ຕາມທີ່ໄດ້ກໍານົດໄວ້ໃນກົດລະບຽບ ຫຼື ຄູ່ມືການກວດກາດ້ານສັດຕະວະແພດ. ຂ້າງເທິງ

ມາດຕາ 13. ການເຄື່ອນຍ້າຍທົ່ວໄປ
ອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດ ຄຸ້ມຄອງການເຄື່ອນຍ້າຍສັດ, ຜະລິດຕະພັນສັດ ແລະ ຜະລິດຕະພັນສິນຄ້າກ່ຽວກັບສັດ ໃນບໍລິເວນນອກເຂດແດງ ຫຼື ເຂດເຫຼືອງ ບົນພື້ນຖານການວິເຄາະຄວາມສ່ຽງ ແລະ ຜົນການວິເຄາະ ກ່ຽວກັບພະຍາດລະບາດສັດຈາກຫ້ອງວິໄຈ.

ການເຄື່ອນຍ້າຍສັດ, ຜະລິດຕະພັນສັດ ແລະ ຜະລິດຕະພັນສິນຄ້າກ່ຽວກັບສັດ ອອກຈາກບ້ານ, ເມືອງ, ເທດສະບານ, ແຂວງ, ນະຄອນທີ່ບໍ່ນອນຢູ່ໃນເຂດແດງ ຫຼື ເຂດເຫຼືອງ ຕ້ອງຜ່ານການກວດກາດ້ານສຸຂະພາບສັດ ຈາກໜ່ວຍລ້ຽງສັດ ແລະ ສັດຕະວະແພດບ້ານ ແລະ ປະຕິບັດຕາມລະບຽບການ ທີ່ອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດຂັ້ນສູນກາງວາງອອກ. ຂ້າງເທິງ

ມາດຕາ 14. ການຂົນສົ່ງສັດ, ຜະລິດຕະພັນສັດ ແລະ ຜະລິດຕະພັນສິນຄ້າກ່ຽວກັບສັດ
ຜູ້ຂົນສົ່ງສັດ, ຜະລິດຕະພັນສັດ ແລະ/ຫຼື ຜະລິດຕະພັນສິນຄ້າກ່ຽວກັບສັດ ທີ່ມີຈຸດປະສົງເຄື່ອນຍ້າຍເຂົ້າ ຫຼື ອອກເຂດເຫຼືອງ ທຸກຄັ້ງຕ້ອງນໍາເອົາເອກະສານ ສໍາລັບການເຄື່ອນຍ້າຍທີ່ອອກໂດຍ ອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດ ຕິດຕົວໄປພ້ອມໃນເວລາຂົນສົ່ງ ຊຶ່ງຕ້ອງສະເໜີເອກະສານດັ່ງກ່າວ ຕໍ່ດ່ານກວດກາສັດ ຫຼື ຕາມການຮ້ອງຂໍຂອງເຈົ້າໜ້າທີ່ສັດຕະວະແພດ ແລະ ຜູ້ຂົນສົ່ງເອງກໍຕ້ອງປະຕິບັດຕາມມາດຕະການ ຫຼື ລະບຽບການເຄື່ອນຍ້າຍທີ່ໄດ້ກໍານົດໄວ້.

ສໍາລັບການຂົນສົ່ງອອກຈາກບ້ານ, ເມືອງ, ເທດສະບານ, ແຂວງ ແລະ ນະຄອນ ທີ່ບໍ່ຢູ່ໃນເຂດເຫຼືອງ ຕ້ອງຜ່ານການກວດກາດ້ານສຸຂະພາບສັດ ຈາກໜ່ວຍລ້ຽງສັດ ແລະ ສັດຕະວະແພດບ້ານ ແລະ ປະຕິບັດຕາມລະບຽບການ ທີ່ອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດຂັ້ນສູນກາງວາງອອກ. ຂ້າງເທິງ

ມາດຕາ 15. ການໂຈະການເຄື່ອນຍ້າຍ ຫຼື ການປ່ຽນເສັ້ນທາງເຄື່ອນຍ້າຍ
ອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດ ສາມາດໂຈະການອະນຸຍາດການເຄື່ອນຍ້າຍ ຖ້າມີກໍລະນີໃດໜຶ່ງດັ່ງນີ້:

  1. ສົງໄສວ່າເກີດການລະບາດຂອງພະຍາດສັດ ຢູ່ເມືອງຕົ້ນທາງ ຫຼື ເມືອງປາຍທາງ ຕາມທີ່ໄດ້ກໍານົດໄວ້ໃນບັນຊີພະຍາດສັດ;
  2. ສົງໄສວ່າມີການຕິດເຊື້ອພະຍາດສັດ ໃນເວລາກວດກາຢູ່ດ່ານກວດກາສັດ ຫຼື ສະຖານທີ່ໃດໜຶ່ງ ຕາມເສັ້ນທາງເຄື່ອນຍ້າຍ ຕາມທີ່ໄດ້ກໍານົດໄວ້ໃນບັນຊີພະຍາດສັດ;
  3. ສົງໄສວ່າຜະລິດຕະພັນສິນຄ້າກ່ຽວກັບສັດ ທີ່ເຄື່ອນຍ້າຍນັ້ນບໍ່ເໝາະສົມ ກັບຈຸດປະສົງທີ່ຈະນໍາໄປໃຊ້ ໃນເວລາກວດກາຢູ່ດ່ານກວດກາສັດ ຫຼື ສະຖານທີ່ໃດໜຶ່ງ ຕາມເສັ້ນທາງການເຄື່ອນຍ້າຍ.

ອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດ ສາມາດປ່ຽນເສັ້ນທາງເຄື່ອນຍ້າຍໄດ້ ໂດຍກໍານົດເສັ້ນທາງອື່ນ ຖ້າຫາກມີກໍລະນີສົງໄສວ່າ ເກີດການລະບາດຂອງພະຍາດສັດ ຕາມທີ່ໄດ້ກໍານົດໄວ້ໃນບັນຊີພະຍາດສັດ ຢູ່ຕາມເສັ້ນທາງທີ່ຈະເຄື່ອນຍ້າຍ. ພະນັກງານສັດຕະວະແພດ ຕ້ອງແຈ້ງເຫດຜົນຂອງການໂຈະ ຫຼື ການປ່ຽນເສັ້ນທາງໃຫ້ຜູ້ເຄື່ອນຍ້າຍ ຫຼື ເຈົ້າຂອງສັດ, ຜະລິດຕະພັນສັດ ແລະ/ຫຼື ຜະລິດຕະພັນສິນຄ້າກ່ຽວກັບສັດ ຊາບທັນທີ.

ສໍາລັບຄ່າໃຊ້ຈ່າຍທັງໝົດກ່ຽວກັບການໂຈະ ຫຼື ການປ່ຽນເສັ້ນທາງເຄື່ອນຍ້າຍ ແມ່ນໃຫ້ເຈົ້າຂອງສັດ, ຜະລິດຕະພັນສັດ ແລະ/ຫຼື ຜະລິດຕະພັນສິນຄ້າກ່ຽວກັບສັດ ເປັນຜູ້ຮັບຜິດຊອບທັງໝົດ. ຂ້າງເທິງ

ມາດຕາ 16. ການຍົກເລີກການອະນຸຍາດການເຄື່ອນຍ້າຍ 
ອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດ ສາມາດຍົກເລີກການອະນຸຍາດການເຄື່ອນຍ້າຍ ຖ້າມີກໍລະນີໃດໜຶ່ງດັ່ງນີ້:

  1. ມີການຢັ້ງຢືນວ່າເກີດການລະບາດຂອງພະຍາດສັດ ຢູ່ເມືອງຕົ້ນທາງ ຫຼື ເມືອງປາຍທາງ ຕາມທີ່ໄດ້ກໍານົດໄວ້ໃນບັນຊີພະຍາດສັດ;
  2. ມີການຢັ້ງຢືນວ່າຕິດເຊື້ອພະຍາດສັດ ໃນເວລາກວດກາຢູ່ດ່ານກວດກາສັດ ຫຼື ສະຖານທີ່ໃດໜຶ່ງ ຕາມເສັ້ນທາງເຄື່ອນຍ້າຍ ຕາມທີ່ໄດ້ກໍານົດໄວ້ໃນບັນຊີພະຍາດສັດ;
  3. ພົບວ່າຜະລິດຕະພັນສິນຄ້າກ່ຽວກັບສັດ ທີ່ເຄື່ອນຍ້າຍນັ້ນເສຍຄຸນນະພາບ, ບໍ່ເໝາະສົມກັບຈຸດປະສົງທີ່ຈະນໍາໄປໃຊ້ ແລະ ຕ້ອງໄດ້ທໍາລາຍຖິ້ມ ໃນເວລາກວດກາຢູ່ດ່ານກວດກາສັດ ຫຼື ສະຖານທີ່ໃດໜຶ່ງ ຕາມເສັ້ນທາງການເຄື່ອນຍ້າຍ;
  4. ມີການລະເມີດລະບຽບການເຄື່ອນຍ້າຍ ຕາມທີ່ໄດ້ກໍານົດໄວ້ໃນດໍາລັດສະບັບນີ້ ແລະ ລະບຽບການອື່ນທີ່ກ່ຽວຂ້ອງ.

ພະນັກງານສັດຕະວະແພດ ຕ້ອງຍົກເລີກການອະນຸຍາດການເຄື່ອນຍ້າຍສັດ, ຜະລິດຕະພັນສັດ ແລະ ຜະລິດຕະພັນສິນຄ້າກ່ຽວກັບສັດ ຕາມແຕ່ລະກໍລະນີທີ່ໄດ້ກໍານົດໄວ້ຂ້າງເທິງນີ້ ໂດຍແຈ້ງເຫດຜົນຂອງການຍົກເລີກ ເປັນລາຍລັກອັກສອນໃຫ້ແກ່ຜູ້ເຄື່ອນຍ້າຍ ຫຼື ເຈົ້າຂອງຊາບ ແລະ ແຈ້ງໄປຍັງອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດຕົ້ນທາງ ເພື່ອລົບລ່້າງການອະນຸຍາດເຄື່ອນຍ້າຍດັ່ງກ່າວ.

ສໍາລັບຄ່າໃຊ້ຈ່າຍທັງໝົດ ກ່ຽວກັບການຍົກເລີກການເຄື່ອນຍ້າຍ ແມ່ນໃຫ້ເຈົ້າຂອງສັດ, ຜະລິດຕະພັນສັດ ແລະ ຜະລິດຕະພັນສິນຄ້າກ່ຽວກັບສັດ ເປັນຜູ້ຮັບຜິດຊອບທັງໝົດ. ຂ້າງເທິງ

ມາດຕາ 17. ພັນທະຂອງເຈົ້າຂອງ ຫຼື ຜູ້ເຄື່ອນຍ້າຍ
ເຈົ້າຂອງ ຫຼື ຜູ້ເຄື່ອນຍ້າຍມີພັນທະດັ່ງນີ້:

  1. ໃນເວລາເຄື່ອນຍ້າຍນັ້ນ ເຈົ້າຂອງ ຫຼື ຜູ້ເຄື່ອນຍ້າຍ ຫາກສົງໄສວ່າສັດທີ່ກໍາລັງເຄື່ອນຍ້າຍ ສະແດງອາການພາຍນອກ ຂອງພະຍາດສັດ ຕ້ອງແຈ້ງໃຫ້ອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດຕົ້ນທາງ ທີ່ອອກໃບອະນຸຍາດການເຄື່ອນຍ້າຍ ຊາບທັນທີ ແລະ ໃຫ້ຢຸດການເຄື່ອນຍ້າຍ ຈົນກວ່າພະນັກງານສັດຕະວະແພດ ມາກວດກາສັດທີ່ສົງໄສດັ່ງກ່າວ;
  2. ຈ່າຍຄ່າບໍລິການດ້ານເຕັກນິກຕ່າງໆ ທີ່ກໍານົດໂດຍອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດ;
  3. ປະຕິບັດຕາມຂັ້ນຕອນ, ລະບຽບການ ແລະ ຄໍາແນະນໍາ ຕາມທີ່ໄດ້ກໍານົດໄວ້ໃນດໍາລັດສະບັບນີ້;
  4. ປະຕິບັດພັນທະອື່ນ ຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍທີ່ກ່ຽວຂ້ອງ. ຂ້າງເທິງ

ໝວດທີ 3
ການນໍາເຂົ້າ

ມາດຕາ 18. ເງື່ອນໄຂການນໍາເຂົ້າ
ບຸກຄົນ ຫຼື ນິຕິບຸກຄົນ ທີ່ມີຈຸດປະສົງນໍາເຂົ້າສັດ, ຜະລິດຕະພັນສັດ ແລະ/ຫຼື ຜະລິດຕະພັນສິນຄ້າກ່ຽວກັບສັດ ມາໃນ ສປປ ລາວ ໃຫ້ປະຕິບັດຕາມເງື່ອນໄຂດັ່ງນີ້:

  1. ມີໃບອະນຸຍາດນໍາເຂົ້າ ທີ່ອອກໃຫ້ໂດຍອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດ;
  2. ມີໃບຢັ້ງຢືນສຸຂະພາບສັດ ຫຼື ໃບຢັ້ງຢືນສຸຂານາໄມຜະລິດຕະພັນສິນຄ້າກ່ຽວກັບສັດ ທີ່ອອກໃຫ້ໂດຍອົງການ ຫຼື ເຈົ້າໜ້າທີ່ຂອງລັດທີ່ກ່ຽວຂ້ອງຂອງປະເທດຕົ້ນທາງ ໂດຍຖືກຕ້ອງຕາມເງື່ອນໄຂການນໍາເຂົ້າ ຂອງ ສປປ ລາວ;
  3. ມີເອກະສານອື່ນທີ່ກ່ຽວຂ້ອງ ຕາມການກໍານົດຂອງ ອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດ ໃນກໍລະນີນໍາເຂົ້າ ເພື່ອລ້ຽງເປັນແນວພັນ;
  4. ນໍາເຂົ້າສັດ, ຜະລິດຕະພັນສັດ ແລະ/ຫຼື ຜະລິດຕະພັນສິນຄ້າກ່ຽວກັບສັດ ຕາມດ່ານນໍາເຂົ້າທີ່ກໍານົດໂດຍ ອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດ;
  5. ປະຕິບັດຕາມເງື່ອນໄຂອື່ນ ຕາມທີ່ໄດ້ກໍານົດໄວ້ໃນໝວດນີ້.

ໃນກໍລະນີຜູ້ນໍາເຂົ້າ ໄດ້ຮັບການອະນຸຍາດນໍາເຂົ້າແລ້ວກໍ່ຕາມ ແຕ່ຫາກມີຜົນຂອງການວິເຄາະຄວາມສ່ຽງ ໂດຍອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດ ທີ່ຢັ້ງຢືນວ່າມີຄວາມສ່ຽງທີ່ຈະນໍາເອົາ ເຊື້ອພະຍາດເຂົ້າມາແຜ່ລາມ ຫຼື ນໍາເອົາທາດເບື່ອເຂົ້າມາແຜ່ກະຈາຍ ຢູ່ພາຍໃນປະເທດນັ້ນ ແມ່ນບໍ່ອະນຸຍາດໃຫ້ນໍາເຂົ້າ ແລະ ກໍຕ້ອງແຈ້ງເຫດຜົນເປັນລາຍລັກອັກສອນ ກ່ຽວກັບການຫ້າມນັ້ນໃຫ້ແກ່ຜູ້ນໍາເຂົ້າຊາບ.

ຫ້າມຜູ້ນໍາເຂົ້າ ນໍາເຂົ້າປະເພດສັດທີ່ນອນຢູ່ໃນບັນຊີຫວງຫ້າມ ຊຶ່ງກໍານົດໂດຍອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດ ໃນກໍລະນີມີການລະບາດຂອງພະຍາດສັດ ໃນແຕ່ລະໄລຍະ. ຂ້າງເທິງ

ມາດຕາ 19. ການກໍານົດລະບຽບການນໍາເຂົ້າ
ອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດ ກໍານົດລະບຽບການສະເພາະ ສໍາລັບການນໍາເຂົ້າບົນພື້ນຖານດັ່ງນີ້:

  1. ມາດຕະຖານຂອງອົງການຈັດຕັ້ງສາກົນ;
  2. ຜົນຂອງການວິເຄາະຄວາມສ່ຽງ ຂອງອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດ ໂດຍມີການກວດກາ ແລະ ປັບປຸງໃຫ້ທັນກັບສະພາບການ ໃນແຕ່ລະໄລຍະ ພ້ອມທັງເຜີຍແຜ່ໃຫ້ສາທາລະນະຊົນຊາບ;
  3. ບໍ່ກໍານົດເງື່ອນໄຂຫ້າມນໍາເຂົ້າ ສໍາລັບພະຍາດທີ່ເຄີຍມີການລະບາດ ຢູ່ພາຍໃນປະເທດແລ້ວ ແລະ ໃນເວລານໍາເຂົ້ານັ້ນ ກໍຍັງບໍ່ທັນຈັດຕັ້ງປະຕິບັດແຜນງານຄວບຄຸມພະຍາດດັ່ງກ່າວ ຢ່າງເປັນທາງການ. ຂ້າງເທິງ

ມາດຕາ 20. ບັນຊີລາຍຊື່ສັດ, ຜະລິດຕະພັນສັດ ແລະ ຜະລິດຕະພັນສິນຄ້າກ່ຽວກັບສັດ
ອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດ ຕ້ອງກໍານົດບັນຊີລາຍຊື່ສັດ, ຜະລິດຕະພັນສັດ ແລະ ຜະລິດຕະພັນສິນຄ້າກ່ຽວກັບສັດ ທີ່ຈໍາເປັນຕ້ອງມີໃບຢັ້ງຢືນດ້ານສັດຕະວະແພດ ທີ່ອອກໂດຍເຈົ້າໜ້າທີ່ສັດຕະວະແພດ ຂອງປະເທດຕົ້ນທາງ ທີ່ໄດ້ມາດຕະຖານສາກົນ ແລະ ຕ້ອງໄດ້ເຜີຍແຜ່ບັນຊີດັ່ງກ່າວ ໃຫ້ແກ່ສາທາລະນະຊົນຊາບຢ່າງທົ່ວເຖິງ. ຂ້າງເທິງ

ມາດຕາ 21. ການຂໍອະນຸຍາດນໍາເຂົ້າ
ບຸກຄົນ ຫຼື ນິຕິບຸກຄົນໃດໜຶ່ງ ທີ່ມີຈຸດປະສົງນໍາເຂົ້າສັດ, ຜະລິດຕະພັນສັດ ແລະ/ຫຼື ຜະລິດຕະພັນສິນຄ້າກ່ຽວກັບສັດ ມາໃນ ສປປ ລາວ ຕ້ອງຍື່ນຄໍາຮ້ອງຕໍ່ດ່ານກວດກາສັດຕະວະແພດ ບ່ອນທີ່ຈະນໍາເຂົ້າຢ່າງໜ້ອຍ ສິບຫ້າວັນ ກ່ອນວັນນໍາເຂົ້າຕົວຈິງ ໂດຍນໍາໃຊ້ແບບພິມຄໍາຮ້ອງຂໍນໍາເຂົ້າ ພ້ອມທັງປະກອບເອກະສານ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 18 ຂອງດໍາລັດສະບັບນີ້ ແລະ ຈ່າຍຄ່າທໍານຽມ ແລະ ຄ່າບໍລິການທາງດ້ານສັດຕະວະແພດ ຕາມທີ່ໄດ້ກໍານົດໄວ້ ໃນລະບຽບການທີ່ກ່ຽວຂ້ອງ.

ບຸກຄົນ ຫຼື ນິຕິບຸກຄົນໃດໜຶ່ງ ທີ່ມີຈຸດປະສົງນໍາເຂົ້າສັດ ເພື່ອເປັນແນວພັນ ຕ້ອງຍື່ນຄໍາຮ້ອງຕໍ່ເຈົ້າໜ້າທີ່ ອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດຂັ້ນສູນກາງ ຢ່າງໜ້ອຍສິບຫ້າວັນ ກ່ອນວັນນໍາເຂົ້າຕົວຈິງ ພ້ອມທັງປະກອບເອກະສານ ແລະ ສະໜອງຂໍ້ມູນລະອຽດດັ່ງນີ້:

  1. ວັນທີນໍາເຂົ້າ;
  2. ດ່ານນໍາເຂົ້າ;
  3. ປະເພດສັດ ພ້ອມທັງຈໍານວນລະອຽດ;
  4. ພາຫະນະທີ່ໃຊ້ຂົນສົ່ງ;
  5. ສະຖານທີ່ປາຍທາງ;
  6. ໃບຢັ້ງຢືນກ່ຽວກັບການເປັນເຈົ້າຂອງ ຫຼື ຜູ້ຂົນສົ່ງ;
  7. ຂໍ້ມູນອື່ນ ຕາມທີ່ໄດ້ກໍານົດໄວ້ໃນລະບຽບການກ່ຽວຂ້ອງ. ຂ້າງເທິງ

ມາດຕາ 22. ການກວດກາເອກະສານ ແລະ ການອະນຸຍາດ
ເມື່ອໄດ້ຮັບຄໍາຮ້ອງ ຫຼື ເອກະສານກ່ຽວກັບການນໍາເຂົ້າແລ້ວ ໃຫ້ຫົວໜ້າດ່ານກວດກາສັດຕະວະແພດ ບ່ອນທີ່ນໍາເຂົ້າສັດ, ຜະລິດຕະພັນສັດ ແລະ ຜະລິຕດະພັນສິນຄ້າກ່ຽວກັບສັດ ພິຈາລະນາອະນຸຍາດໃຫ້ນໍາເຂົ້າ ຫຼື ບໍ່ໃຫ້ນຊາເຂົ້າ ຕາມແຕ່ລະກໍລະນີດັ່ງນີ້:

  1. ໃຫ້ນໍາເຂົ້າສັດ ເພື່ອເປັນແນວພັນ ໃນກໍລະນີອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດຂັ້ນສູນກາງ ໄດ້ອອກໃບອະນຸຍາດໃຫ້ນໍາເຂົ້າ;
  2. ອະນຸຍາດໃຫ້ນໍາເຂົ້າສັດ, ຜະລິດຕະພັນສັດ ແລະ/ຫຼື ຜະລິດຕະພັນສິນຄ້າກ່ຽວກັບສັດ ທີ່ນໍາເຂົ້າ ເພື່ອຈຸດປະສົງອື່ນ ນອກຈາກເຮັດເປັນແນວພັນ ໂດຍອີງໃສ່ການປະເມີນຄວາມສ່ຽງ ຂອງອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດ;
  3. ບໍ່ອະນຸຍາດໃຫ້ນໍາເຂົ້າສັດ, ຜະລິດຕະພັນສັດ ແລະ/ຫຼື ຜະລິດຕະພັນສິນຄ້າກ່ຽວກັບສັດ ໃນກໍລະນີມີຄວາມສ່ຽງ ທີ່ຈະນໍາເອົາເຊື້ອພະຍາດເຂົ້າມາແຜ່ລາມ ຫຼື ນໍາເອົາທາດເບື່ອເຂົ້າມາແຜ່ກະຈາຍ ຢູ່ພາຍໃນປະເທດ ພ້ອມທັງແຈ້ງເຫດຜົນເປັນລາຍລັກອັກສອນ ໃຫ້ຜູ້ຂໍນໍາເຂົ້າຊາບຢ່າງຊ້າບໍ່ໃຫ້ກາຍ ສິບຫ້າວັນ.

ເມື່ອໄດ້ຮັບຄໍາຮ້ອງ ຫຼື ເອກະສານກ່ຽວກັບການນໍາເຂົ້າແລ້ວ ໃຫ້ອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດຂັ້ນສູນກາງ ພິຈາລະນາອະນຸຍາດໃຫ້ນໍາເຂົ້າ ຫຼື ບໍ່ໃຫ້ນໍາເຂົ້າຕາມແຕ່ລະກໍລະນີ. ກໍລະນີອະນຸຍາດໃຫ້ນໍາເຂົ້າສັດ ເພື່ອເປັນແນວພັນ ແມ່ນໃຫ້ອອກໃບອະນຸຍາດນໍາເຂົ້າ ຫຼື ຖ້າຫາກບໍ່ອະນຸຍາດໃຫ້ນໍາເຂົ້າ ແມ່ນໃຫ້ແຈ້ງເຫດຜົນເປັນລາຍລັກອັກສອນ ໃຫ້ຜູ້ຮ້ອງຂໍຊາບພາຍໃນກໍານົດເວລາ ສິບຫ້າວັນ ນັບແຕ່ວັນໄດ້ຮັບເອກະສານຄໍາຮ້ອງເປັນຕົ້ນໄປ.

ອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດ ຕ້ອງເກັບຮັກສາເອກະສານຄໍາຮ້ອງ ຂໍນໍາເຂົ້າ ແລະ ເອກະສານອື່ນທີ່ກ່ຽວຂ້ອງໄວ້ ໃນກໍານົດເວລາຫ້າປີ. ຂ້າງເທິງ

ມາດຕາ 23. ການໂຈະການອະນຸຍາດໃຫ້ນໍາເຂົ້າ
ອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດ ອາດໂຈະການອະນຸຍາດໃຫ້ນໍາເຂົ້າໄວ້ຊົ່ວຄາວ ໃນເວລາເກີດມີການລະບາດຂອງພະຍາດສັດ ຕາມທີ່ໄດ້ກໍານົດໄວ້ໃນບັນຊີພະຍາດສັດ ຢູ່ປະເທດທີ່ສົ່ງອອກ ແລະ ພະຍາດດັ່ງກ່າວ ກໍບໍ່ໄດ້ລະບາດຢູ່ ສປປ ລາວ ຊຶ່ງການອະນຸຍາດໃຫ້ນໍາເຂົ້າສັດ, ຜະລິດຕະພັນສັດ ແລະ/ຫຼື ຜະລິດຕະພັນສິນຄ້າກ່ຽວກັບສັດດັ່ງກ່າວ ຈະນໍາຄວາມສ່ຽງທີ່ພາໃຫ້ ເກີດພະຍາດລະບາດສັດໃດໜຶ່ງ.

ອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດ ສັ່ງຍົກເລີກການໂຈະການນໍາເຂົ້າ ເມື່ອເຫັນວ່າປະເທດຜູ້ສົ່ງອອກ ໄດ້ປະກາດຢ່າງເປັນທາງການ ກ່ຽວກັບແຜນການຄວບຄຸມພະຍາດດັ່ງກ່າວ ໄດ້ປະສົບຜົນສໍາເລັດເປັນທີ່ໜ້າພໍໃຈແລ້ວ.

ອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດ ຕ້ອງແຈ້ງເຫດຜົນເປັນລາຍລັກອັກສອນ ໃຫ້ເຈົ້າໜ້າທີ່ສັດຕະວະແພດຂອງປະເທດທີ່ສົ່ງອອກ ແລະ ອົງການພະຍຸສັດສາກົນຊາບ ກ່ຽວກັບການໂຈະ ຫຼື ສັ່ງຍົກເລີກການໂຈະດັ່ງກ່າວ. ຂ້າງເທິງ

ມາດຕາ 24. ຂັ້ນຕອນການນໍາເຂົ້າ
ການນໍາເຂົ້າສັດ, ຜະລິດຕະພັນສັດ ແລະ/ຫຼື ຜະລິດຕະພັນສິນຄ້າກ່ຽວກັບສັດ ໃຫ້ປະຕິບັດຕາມຂັ້ນຕອນດັ່ງນີ້:

  1. ຜູ້ນໍາເຂົ້າຍື່ນໃບອະນຸຍາດນໍາເຂົ້າ, ໃບຢັ້ງຢືນດ້ານສັດຕະວະແພດ ຂອງປະເທດຕົ້ນທາງ ແລະ ເອກະສານອື່ນຕໍ່ພະນັກງານສັດຕະວະແພດ ປະຈໍາດ່ານທີ່ຈະນໍາເຂົ້າລ່ວງໜ້າ ຢ່າງໜ້ອຍໜຶ່ງວັນ ກ່ອນການນໍາເຂົ້າຕົວຈິງ;
  2. ຜູ້ນໍາເຂົ້າແຈ້ງເອກະສານ ກ່ຽວກັບການນໍາເຂົ້າຕົວຈິງ ຕໍ່ເຈົ້າໜ້າທີ່ປະຈໍາດ່ານກວດກາສັດຕະວະແພດ ໃນເວລາສັດ, ຜະລິດຕະພັນສັດ ແລະ/ຫຼື ຜະລິດຕະພັນສິນຄ້າກ່ຽວກັບສັດມາເຖິງ;
  3. ພະນັກງານສັດຕະວະແພດ ປະຈໍາດ່ານກວດກາດ້ານສັດຕະວະແພດ ດໍາເນີນການກວດກາ ທາງດ້ານສັດຕະວະແພດ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 46 ຂອງດໍາລັດສະບັບນີ້;
  4. ຫົວໜ້າດ່ານກວດກາສັດຕະວະແພດ ແຈ້ງຜົນຂອງການກວດກາດ້ານສັດຕະວະແພດ, ການອະນຸຍາດໃຫ້ນໍາເຂົ້າ ແລະ ໃຫ້ຄໍາແນະນໍາກ່ຽວກັບ ການກັກກັນສັດໃຫ້ຜູ້ນໍາເຂົ້າຊາບ.

ໃນກໍລະນີເຈົ້າໜ້າທີ່ສັດຕະວະແພດປະຈໍາດ່ານ ຫາກສົງໄສວ່າສັດ, ຜະລິດຕະພັນສັດ ແລະ/ຫຼື ຜະລິດຕະພັນສິນຄ້າກ່ຽວກັບສັດ ຕິດພະຍາດລະບາດສັດ ຫຼື ມາຈາກຝູງສັດທີ່ມີພະຍາດສັດລະບາດ ຫຼື ບໍ່ມີເອກະສານຢັ້ງຢືນສຸຂະພາບສັດ ຫຼື ໃບຢັ້ງຢືນສຸຂານາໄມ ໃນເວລານໍາເຂົ້າ ຫຼື ມີເອກະສານບໍ່ຄົບຖ້ວນ ຫຼື ບໍ່ຖືກກັບເງື່ອນໄຂ ທີ່ອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດກໍານົດນັ້ນ ໃຫ້ດ່ານກວດກາສັດຕະວະແພດກັກໄວ້ ເພື່ອພິສູດທາງວິຊາການໄດ້ ໃນກໍານົດເວລາບໍ່ເກີນ ຫົກສິບວັນ ສໍາລັບການນໍາເຂົ້າສັດທີ່ມີຊີວິດ ຫຼື ໃນກໍານົດເວລາບໍ່ເກີນສິບວັນ. ສໍາລັບຜະລິດຕະພັນສັດ ແລະ/ຫຼື ຜະລິດຕະພັນສິນຄ້າກ່ຽວກັບສັດ. ຄ່າໃຊ້ຈ່າຍ ສໍາລັບການກັກເພື່ອກວດກາ ແມ່ນຄວາມຮັບຜິດຊອບຂອງຜູ້ນໍາເຂົ້າ.

ຜູ້ນໍາເຂົ້າອາດຖືກປັບໄໝ ຫຼື ດໍາເນີນຄະດີ ຕາມທີ່ໄດ້ກໍານົດໄວ້ ໃນລະບຽບກົດໝາຍທີ່ກ່ຽວຂ້ອງຂອງ ສປປ ລາວ ຕາມກໍລະນີເບົາ ຫຼື ໜັກ  ໃນກໍລະນີມີການລະເມີດລະບຽບການ ແລະ ຂັ້ນຕອນການນໍາເຂົ້າ ຕາມທີ່ໄດ້ກໍານົດໄວ້ໃນດໍາລັດສະບັບນີ້.

ໃນກໍລະນີເຫັນວ່າການນໍາເຂົ້າບໍ່ຖືກຕ້ອງ ຫຼື ພົບສັດຕາຍ, ສະແດງອາການຂອງພະຍາດລະບາດ ຫຼື ພົບຜະລິດຕະພັນສັດ, ຜະລິດຕະພັນສິນຄ້າກ່ຽວກັບສັດ ເສຍຄຸນ ໃຫ້ເຈົ້າໜ້າທີ່ສັດຕະວະແພດປະຕິບັດຕາມ ມາດຕາ 48 ຂອງກົດໝາຍວ່າດ້ວຍການລ້ຽງສັດ ແລະ ການສັດຕະວະແພດ.

ໃນກໍລະນີຜູ້ນໍາເຂົ້າ ບໍ່ສາມາດຂົນສົ່ງສັດ, ຜະລິດຕະພັນສັດ ແລະ ຜະລິດຕະພັນສິນຄ້າກ່ຽວກັບສັດ ອອກຈາກດ່ານກວດກາສັດ ພາຍໃນກໍານົດເວລາ ສາມສິບວັນ ອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດ ມີສິດທໍາລາຍຖິ້ມ. ຂ້າງເທິງ

ມາດຕາ 25. ການກວດກາການນໍາເຂົ້າ
ພະນັກງານສັດຕະວະແພດປະຈໍາດ່ານ ຕ້ອງກວດກາການນໍາເຂົ້າ ໃນໂມງລັດຖະການ ແລະ ຕ້ອງກວດກາໃຫ້ສໍາເລັດ ກ່ອນການກວດກາຂອງເຈົ້າໜ້າທີ່ພາສີ.

ພະນັກງານສັດຕະວະແພດປະຈໍາດ່ານ ຕ້ອງກວດກາດ້ານສັດຕະວະແພດ ຕາມແຕ່ລະກໍລະນີດັ່ງນີ້:

  1. ໃນກໍລະນີທີ່ເຫັນວ່າສັດ, ຜະລິດຕະພັນສັດ ແລະ ຜະລິດຕະພັນສິນຄ້າກ່ຽວກັບສັດ ທີ່ນໍາເຂົ້າບໍ່ຖືກຕ້ອງ ຫຼື ບໍ່ກົງກັບຂໍ້ມູນທີ່ໄດ້ແຈ້ງໄວ້ ໃນຄໍາຮ້ອງຂໍອະນຸຍາດນໍາເຂົ້ານັ້ນ ໃຫ້ຜູ້ນໍາເຂົ້າຍື່ນຄໍາຮ້ອງຂໍອະນຸຍາດນໍາເຂົ້າ ສະບັບໃໝ່ຊຶ່ງໃນກໍລະນີດັ່ງກ່າວ ແມ່ນບໍ່ອະນຸຍາດໃຫ້ສັດ, ຜະລິດຕະພັນສັດ ແລະ ຜະລິດຕະພັນສິນຄ້າກ່ຽວກັບສັດຜ່ານໄດ້;
  2. ໃນກໍລະນີທີ່ເຫັນວ່າສັດ, ຜະລິດຕະພັນສັດ ແລະ ຜະລິດຕະພັນສິນຄ້າກ່ຽວກັບສັດທີ່ນໍາເຂົ້າ ບໍ່ມີຄວາມສ່ຽງທີ່ຈະນໍາເອົາເຊື້ອພະຍາດ ເຂົ້າມາແຜ່ລາມ ຫຼື ນໍາເອົາທາດເບື່ອເຂົ້າມາແຜ່ກະຈາຍ ຢູ່ພາຍໃນປະເທດ ແມ່ນບໍ່ມີຄວາມຈໍາເປັນຕ້ອງກັກກັນ ແລະ ໃຫ້ຫົວໜ້າດ່ານກວດກາສັດຕະວະແພດ ອະນຸຍາດໃຫ້ນໍາເຂົ້າໄດ້;
  3. ໃນກໍລະນີເຫັນວ່າສັດ, ຜະລິດຕະພັນສັັດ ແລຜະລິດຕະພັນສິນຄ້າກ່ຽວກັບສັດ ອາດມີຄວາມສ່ຽງທີ່ຈະນໍາເອົາເຊື້ອພະຍາດ ເຂົ້າມາແຜ່ລາມ ຫຼື ນໍາເອົາທາດເບື່ອເຂົ້າມາແຜ່ກະຈາຍ ຢູ່ພາຍໃນປະເທດ ຫຼື ເອກະສານທີ່ໄດ້ແຈ້ງ ກ່ຽວກັບການນໍາເຂົ້າ ແລະ ຂົນສົ່ງນັ້ນ ບໍ່ຄົບຖ້ວນຕາມທີ່ໄດ້ກໍານົດໄວ້ ໃນລະບຽບການກ່ຽວກັບການນໍາເຂົ້າ ໃຫ້ຫົວໜ້າດ່ານກວດກາສັດຕະວະແພດ ໂຈະການນໍາເຂົ້າ ພ້ອມທັງແຈ້ງເຫດຜົນເປັນລາຍລັກອັກສອນ ໃຫ້ແກ່ຜູ້ນໍາເຂົ້າຊາບ ແລະ ປະຕິບັດມາດຕະການໃດໜຶ່ງ ຫຼື ຫຼາຍມາດຕະການດັ່ງນີ້:
  • ເກັບຕົວຢ່າງ ເພື່ອນໍາໄປວິໄຈ;
  • ສັ່ງໃຫ້ນໍາສັດໄປໄວ້ຢູ່ສະຖານທີ່ກັກກັນ ຫຼື ສະຖານທີ່ອື່ນ ທີ່ທາງການກໍານົດ ເພື່ອດໍາເນີນການວິໄຈ ຫຼື ຂ້າເຊື້ອ;
  • ສັ່ງໃຫ້ນໍາຜະລິດຕະພັນສັດ ແລະ ຜະລິດຕະພັນສິນຄ້າກ່ຽວກັບສັດ ໄປເກັບຮັກສາໄວ້ໃນສາງ ຫຼື ສະຖານທີ່ອື່ນ ທີ່ທາງການກໍານົດ ເພື່ອດໍາເນີນການວິໄຈ ຫຼື ຂ້າເຊື້ອ;
  • ສົ່ງສັດ, ຜະລິດຕະພັນສັດ ແລະ ຜະລິດຕະພັນສິນຄ້າກ່ຽວກັບສັດນັ້ນ ກັບຄືນປະເທດຕົ້ນທາງ;
  • ສັ່ງໃຫ້ນໍາເອົາສັດ, ຜະລິດຕະພັນສັດ ແລະ ຜະລິດຕະພັນສິນຄ້າກ່ຽວກັບສັດ ໄປທໍາລາຍຖິ້ມ ໂດຍມີການຄຸ້ມຄອງ ແລະ ຕິດຕາມຂອງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຕາມທີ່ໄດ້ກໍານົດໄວ້ໃນລະບຽບການທີ່ກ່ຽວຂ້ອງ.

ໃນການນໍາໃຊ້ມາດຕະການໃດໜຶ່ງ ຫຼື ຫຼາຍມາດຕະການ ຕາມທີ່ໄດ້ກໍານົດໄວ້ເທິງນີ້ ໃຫ້ເຈົ້າໜ້າທີ່ສັດຕະວະແພດປະຈໍາດ່ານ ເຮັດບົດບັນທຶກ ແລະ ສົ່ງສໍາເນົາເອກະສານກ່ຽວກັບ ເຫດຜົນທີ່ໄດ້ບັນທຶກໄວ້ນັ້ນ ໄປຍັງອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດ ໃນວັນດຽວກັນ.

ພະນັກງານສັດຕະວະແພດປະຈໍາດ່ານ ສາມາດກວດກາການນໍາເຂົ້າ ນອກໂມງລັດຖະການໄດ້ ໃນເວລາມີການນໍາເຂົ້າສັດ, ຜະລິດຕະພັນສັດ ແລະ/ຫຼື ຜະລິດຕະພັນສິນຄ້າກ່ຽວກັບສັດ ຕາມແຕ່ລະກໍລະນີດັ່ງນີ້:

  • ຜະລິດຕະພັນສັດ ຫຼື ຜະລິດຕະພັນສິນຄ້າກ່ຽວກັບສັດ ທີ່ເນົ່າເປື່ອຍໄວ;
  • ສັດ, ຜະລິດຕະພັນສັດ ຫຼື ຜະລິດຕະພັນສິນຄ້າກ່ຽວກັບສັດ ທີ່ມີຈໍານວນ ຫຼື ບໍລິມາດຫຼວງຫຼາຍ;
  • ມີຄວາມຈໍາເປັນຕ້ອງແຍກປ່ຽວສັດ ຫຼື ກັກກັນສັດທັນທີ;
  • ມີຄວາມຈໍາເປັນທາງດ້ານພາວະວິໄສໃດໜຶ່ງ. ຂ້າງເທິງ

ມາດຕາ 26. ການກວດກາຫຼັງການນໍາເຂົ້າ
ເມື່ອຜູ້ນໍາເຂົ້າໄດ້ນໍາສັດເຂົ້າມາໃນ ສປປ ລາວ ໃນກໍານົດເວລາສິບວັນ ນັບແຕ່ວັນທີ່ໄດ້ນໍາເຂົ້າຕົວຈິງ ພະນັກງານສັດຕະວະແພດ ສາມາດກວດກາ ຫຼື ເຝົ້າລະວັງ ເພື່ອຕິດຕາມສຸຂະພາບຂອງສັດ. ຂ້າງເທິງ

ມາດຕາ 27. ການຍົກເລີກການອະນຸຍາດໃຫ້ນໍາເຂົ້າ
ອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດ ມີສິດຍົກເລີກການອະນຸຍາດນໍາເຂົ້າ ໃນກໍລະນີທີ່ຜູ້ນໍາເຂົ້າ ບໍ່ສາມາດປະຕິບັດຕາມລະບຽບການ, ເງື່ອນໄຂ ແລະ ຂັ້ນຕອນທີ່ໄດ້ກໍານົດໄວ້ ໃນດໍາລັດສະບັບນີ້ ແລະ ແຈ້ງເຫດຜົນຂອງການຍົກເລີກ ເປັນລາຍລັກອັກສອນໃຫ້ແກ່ຜູ້ນໍາເຂົ້າຊາບ ຢ່າງຊ້າບໍ່ເກີນສາມວັນ ນັບແຕ່ວັນທີ່ຕົກລົງຍົກເລີກດັ່ງກ່າວ. ຂ້າງເທິງ

ມາດຕາ 28. ການຮ່ວມມື ແລະ ການປະສານສົມທົບຂອງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ
ເມື່ອສັດ, ຜະລິດຕະພັນສັດ ແລະ ຜະລິດຕະພັນສິນຄ້າກ່ຽວກັບສັດ ມາເຖິງດ່ານໃຫ້ເຈົ້າໜ້າທີ່ພາສີ ຫຼື ເຈົ້າໜ້າທີ່ອື່ນທີ່ກ່ຽວຂ້ອງ ແຈ້ງໃຫ້ພະນັກງານສັດຕະວະແພດປະຈໍາດ່ານ ຊາບທັນທີ ແລະ ບໍ່ໃຫ້ມີການກະທໍາອື່ນ ຫຼື ອະນຸຍາດໃຫ້ເອົາສັດ, ຜະລິດຕະພັນສັດ ແລະ/ຫຼື ຜະລິດຕະພັນສິນຄ້າກ່ຽວກັບສັດເຂົ້າ ໂດຍບໍ່ມີການກວດກາດ້ານສັດຕະວະແພດ ຂອງພະນັກງານສັດຕະວະແພດ ຫຼື ບໍ່ໄດ້ຮັບການຕົກລົງເຫັນດີຈາກ ອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດ.

ຜູ້ນໍາເຂົ້າ, ຜູ້ໃຫ້ບໍລິການໄປສະນີ, ຕົວແທນບໍລິສັດຂົນສົ່ງເອກະຊົນ ແລະ ເຈົ້າໜ້າທີ່ອື່ນທີ່ກ່ຽວຂ້ອງ ຕ້ອງແຈ້ງຕໍ່ ອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດ ໃນເວລາສັດ, ຜະລິດຕະພັນສັດ ແລະ/ຫຼື ຜະລິດຕະພັນສິນຄ້າກ່ຽວກັບສັດ ມາເຖິງ. ຂ້າງເທິງ

ມາດຕາ 29. ການແຈ້ງສັດ, ຜະລິດຕະພັນສັດ ແລະ ຜະລິດຕະພັນສິນຄ້າກ່ຽວກັບສັດ
ບຸກຄົນ ຫຼື ນິຕິບຸກຄົນທີ່ນໍາເຂົ້າສັດ, ຜະລິດຕະພັນສັດ ແລະ/ຫຼື ຜະລິດຕະພັນສິນຄ້າກ່ຽວກັບສັດເຂົ້າມາ ສປປ ລາວ ຕ້ອງແຈ້ງເຈົ້າໜ້າທີ່ສັດຕະວະແພດ, ເຈົ້າໜ້າທີ່ພາສີ ແລະ ເຈົ້າໜ້າທີ່ອື່ນທີ່ກ່ຽວຂ້ອງທັນທີ ໃນເວລາສັດ, ຜະລິດຕະພັນສັດ ແລະ/ຫຼື ຜະລິດຕະພັນສິນຄ້າກ່ຽວກັບສັດ ມາເຖິງດ່ານ. 

ບຸກຄົນ ຫຼື ນິຕິບຸກຄົນ ທີ່ໃຫ້ການບໍລິການໂດຍສານ ໂດຍເຮືອບິນ, ລົດເມ, ລົດໄຟ, ເຮືອ ແລະ ຮູບແບບການເດີນທາງອື່ນ ທັງພາຍໃນ ແລະ ຕ່າງປະເທດ ຕ້ອງແຈ້ງໃຫ້ຜູ້ໂດຍສານຊາບ ກ່ຽວກັບການແຈ້ງການນໍາເຂົ້າສັດ, ຜະລິດຕະພັນສັດ ແລະ ຜະລິດຕະພັນສິນຄ້າກ່ຽວກັບສັດ ຕໍ່ເຈົ້າໜ້າທີ່ສັດຕະວະແພດ ແລະ ເຈົ້າໜ້າທີ່ອື່ນທີ່ກ່ຽວຂ້ອງ. ຂ້າງເທິງ

ມາດຕາ 30. ການນໍາເອົາສັດລ້ຽງຕິດຕາມຕົວເຂົ້າມານໍາ
ບຸກຄົນໃດທີ່ມີຈຸດປະສົງນໍາເອົາ ສັດລ້ຽງຕິດຕາມຕົວຂອງຕົນເຂົ້າມາໃນ ສປປ ລາວ ໃຫ້ຍື່ນຄໍາຮ້ອງຂໍອະນຸຍາດນໍາເຂົ້າ ກ່ອນການນໍາເຂົ້າຕົວຈິງ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 21 ຂອງດໍາລັດສະບັບນີ້ ຫຼື ຍື່ນໃນວັນທີ່ນໍາເຂົ້າຕົວຈິງ. ຂ້າງເທິງ

ໝວດທີ 4
ການສົ່ງອອກ

ມາດຕາ 31. ການຂໍອະນຸຍາດສົ່ງອອກ
ບຸກຄົນ ຫຼື ນິຕິບຸກຄົນໃດໜຶ່ງ ທີ່ມີຈຸດປະສົງສົ່ງອອກສັດ ທີ່ບໍ່ແມ່ນແນວພັນ, ຜະລິດຕະພັນສັດ ແລະ ຜະລິດຕະພັນສິນຄ້າກ່ຽວກັບສັດ ຕ້ອງຍື່ນຄໍາຮ້ອງຢູ່ດ່ານທີ່ຈະນໍາອອກ ຢ່າງໜ້ອຍສິບຫ້າວັນ ກ່ອນວັນທີ່ສົ່ງອອກຕົວຈິງ ໂດຍໃຊ້ແບບພິມຄໍາຮ້ອງຂໍອະນຸຍາດສົ່ງອອກ.

ບຸກຄົນ ຫຼື ນິຕິບຸກຄົນໃດ ທີ່ມີຈຸດປະສົງສົ່ງອອກສັດ ເພື່ອເປັນແນວພັນ ຕ້ອງຍື່ນຄໍາຮ້ອງໄປຍັງ ອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດຂັ້ນສູນກາງ ກ່ອນສິບຫ້າວັນ ກ່ອນການສົ່ງອອກຕົວຈິງ ໂດຍນໍາໃຊ້ແບບພິມຄໍາຮ້ອງຂໍອະນຸຍາດສົ່ງອອກ.

ຄ່າໃຊ້ຈ່າຍກ່ຽວກັບການບໍລິການດ້ານເຕັກນິກ ແລະ ຄ່າທໍານຽມ ຕາມທີ່ໄດ້ກໍານົດໄວ້ໃນລະບຽບການທີ່ກ່ຽວຂ້ອງ ແມ່ນເປັນພາລະຂອງຜູ້ສົ່ງອອກທັງໝົດ. ຂ້າງເທິງ

ມາດຕາ 32. ການຢັ້ງຢືນການກວດກາດ້ານສັດຕະວະແພດ
ເມື່ອໄດ້ຮັບຄໍາຮ້ອງຂໍອະນຸຍາດສົ່ງອອກ ໃຫ້ພະນັກງານສັດຕະວະແພດ ຂອງອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດ ກວດກາດ້ານສັດຕະວະແພດສັດ, ຜະລິດຕະພັນສັດ ແລະ ຜະລິດຕະພັນສິນຄ້າກ່ຽວກັບສັດ ແລ້ວອອກໃບຢັ້ງຢືນການກວດກາດ້ານສັດຕະວະແພດ ໃນກໍລະນີທີ່ເຫັນວ່າ ບໍ່ມີຄວາມສ່ຽງຕໍ່ການຕິດເຊື້ອ ຫຼື ປົນເປື້ອນເຊື້ອພະຍາດ ຫຼື ທາດເບື່ອ. ຍົກເວັ້ນກໍລະນີທີ່ເຫັນວ່າສັດ, ຜະລິດຕະພັນສັດ ແລະ ຜະລິດຕະພັນສິນຄ້າກ່ຽວກັບສັດ ມີຄວາມສ່ຽງຕໍ່ການຕິດເຊື້ອ ຫຼື ການປົນເປື້ອນເຊື້ອພະຍາດ ຫຼື ບໍ່ຖືກຕ້ອງຕາມລະບຽບການ ແລະ ເງື່ອນໄຂຂອງປະເທດທີ່ນໍາເຂົ້ານັ້ນ ໃຫ້ພະນັກງານສັດຕະວະແພດ ຂອງອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດ ໃຊ້ວິທີການໃດໜຶ່ງທີ່ເໝາະສົມ ເພື່ອຫຼຸດຜ່ອນ ຫຼື ຈໍາກັດຄວາມສ່ຽງທີ່ອາດເກີດຂຶ້ນ ຕາມແຕ່ລະກໍລະນີດັ່ງນີ້:

  1. ວິເຄາະ, ວິໄຈ, ສັກຢາກັນ ຫຼື ອະນາໄມຂ້າເຊື້ອພະຍາດ;
  2. ກວດກາ, ຮັບຮອງ ແລະ ປະຕິບັດຕາມຂັ້ນຕອນ ການອອກໃບຢັ້ງຢືນການກວດກາດ້ານສັດຕະວະແພດ ແລະ ໃຫ້ນໍາເອົາສັດ, ຜະລິດຕະພັນສັດ ແລະ ຜະລິດຕະພັນສິນຄ້າກ່ຽວກັບສັດ ໄປຮັກສາ ຫຼື ເກັບມ້ຽນຢູ່ສະຖານທີ່ ທີ່ເໝາະສົມ ແລະ ປອດໄພຈົນເຖິງວັນທີ່ສົ່ງອອກຕົວຈິງ;
  3. ສັງເກດສັດ ໃນເວລາຂົນສົ່ງຈາກສະຖານທີ່ເກັບຮັກສາ ໄປຫາຈຸດປ່ອຍອອກ;
  4. ສົ່ງແຈ້ງການລ່ວງໜ້າເປັນລາຍລັກອັກສອນ ໄປຍັງປະເທດທີ່ຈະນໍາເຂົ້າ.

ສໍາລັບຂັ້ນຕອນການອອກໃບຢັ້ງຢືນ ການກວດກາດ້ານສັດຕະວະແພດ ແມ່ນກໍານົດໄວ້ໃນລະບຽບການ ຫຼື ຄູ່ມືການກວດກາດ້ານສັດຕະວະແພດ ຂອງອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດ. ຂ້າງເທິງ

ມາດຕາ 33. ການອອກໃບອະນຸຍາດສົ່ງອອກ
ເມື່ອໄດ້ຮັບຄໍາຮ້ອງ, ໃບຢັ້ງຢືນການກວດກາດ້ານສັດຕະວະແພດ ແລະ ເອກະສານອື່ນ ກ່ຽວກັບການຂໍອະນຸຍາດສົ່ງອອກ ໃຫ້ພະນັກງານສັດຕະວະແພດ ຂອງອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດ ພິຈາລະນາອອກໃບອະນຸຍາດສົ່ງອອກ ພາຍໃນກໍານົດສິບຫ້າວັນ ນັບແຕ່ວັນໄດ້ຮັບເອກະສານຄົບຖ້ວນ. ຂ້າງເທິງ

ມາດຕາ 34. ຂັ້ນຕອນການກວດກາ ແລະ ການສົ່ງອອກ
ການສົ່ງອອກສັດ, ຜະລິດຕະພັນສັດ ແລະ ຜະລິດຕະພັນສິນຄ້າກ່ຽວກັບສັດ ໃຫ້ປະຕິບັດຕາມຂັ້ນຕອນດັ່ງນີ້:

  1. ຜູ້ສົ່ງອອກ ຍື່ນໃບອະນຸຍາດສົ່ງອອກ, ໃບຢັ້ງຢືນກວດກາດ້ານສັດຕະວະແພດ ແລະ ເອກະສານອື່ນທີ່ກ່ຽວຂ້ອງ ຕໍ່ພະນັກງານສັດຕະວະແພດປະຈໍາດ່ານ ທີ່ຈະສົ່ງອອກລ່ວງໜ້າ ຢ່າງໜ້ອຍໜຶ່ງວັນ ກ່ອນການສົ່ງອອກຕົວຈິງ;
  2. ຜູ້ສົ່ງອອກ ແຈ້ງເອກະສານກ່ຽວກັບການສົ່ງອອກຕົວຈິງ ຕໍ່ເຈົ້າໜ້າທີ່ປະຈໍາດ່ານກວດກາສັດຕະວະແພດ ໃນເວລາສັດ, ຜະລິດຕະພັນສັດ ແລະ/ຫຼື ຜະລິດຕະພັນສິນຄ້າກ່ຽວກັບສັດ ມາເຖິງດ່ານ;
  3. ພະນັກງານສັດຕະວະແພດປະຈໍາດ່ານ ກວດກາເອກະສານ ແລະ ສັດ, ຜະລິດຕະພັນສັດ ແລະ ຜະລິດຕະພັນສິນຄ້າກ່ຽວກັບສັດ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 46 ຂອງດໍາລັດສະບັບນີ້;
  4. ຫົວໜ້າດ່ານກວດກາສັດຕະວະແພດ ແຈ້ງຜົນຂອງການກວດກາ, ການອະນຸຍາດໃຫ້ສົ່ງອອກ ແລະ ໃຫ້ຄໍາແນະນໍາອື່ນທີ່ກ່ຽວຂ້ອງ ໃຫ້ຜູ້ສົ່ງອອກຊາບ.

ໃນເວລາກວດກາເອກະສານ ແລະ ສັດ, ຜະລິດຕະພັນສັດ ແລະ ຜະລິດຕະພັນສິນຄ້າກ່ຽວກັບສັດ ພະນັກງານສັດຕະວະແພດ ຕ້ອງປະຕິບັດຕາມລະບຽບການ ແລະ ເງື່ອນໄຂຂອງປະເທດນໍາເຂົ້າຢ່າງເຄັ່ງຄັດ ແລະ ຜູ້ສົ່ງອອກຕ້ອງສົ່ງສັດ, ຜະລິດຕະພັນສັດ ແລະ/ຫຼື ຜະລິດຕະພັນສິນຄ້າກ່ຽວກັບສັດ ອອກພາຍໃນກໍານົດເວລາເຈັດວັນ ນັບແຕ່ວັນໄດ້ຮັບໃບອະນຸຍາດສົ່ງອອກ. ຂ້າງເທິງ

ມາດຕາ 35. ການນໍາເອົາສັດລ້ຽງຕິດຕາມຕົວໄປນໍາ
ບຸກຄົນໃດມີຈຸດປະສົງ ນໍາເອົາສັດລ້ຽງຕິດຕາມຕົວຂອງຕົນອອກ ສປປ ລາວ ຕ້ອງຍື່ນແບບພິມຄໍາຮ້ອງຂໍອະນຸຍາດ ໄປຍັງອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 21 ຂອງດໍາລັດສະບັບນີ້ ພ້ອມທັງປະຕິບັດຕາມຄໍາແນະນໍາ ຂອງພະນັກງານສັດຕະວະແພດຢ່າງເຄັ່ງຄັດ ແລະ ຈ່າຍຄ່າບໍລິການດ້ານເຕັກນິກ, ຄ່າທໍານຽມ ຕາມທີ່ໄດ້ກໍານົດໄວ້ໃນລະບຽບການທີ່ກ່ຽວຂ້ອງ. ຂ້າງເທິງ

ໝວດທີ 5
ການຂົນສົ່ງຜ່ານສັດ, ຜະລິດຕະພັນສັດ ແລະ/ຫຼື ຜະລິດຕະພັນສິນຄ້າກ່ຽວກັບສັດ

ມາດຕາ 36. ການອະນຸຍາດຂົນສົ່ງຜ່ານ
ບຸກຄົນ ຫຼື ນິຕິບຸກຄົນ ທີ່ມີຈຸດປະສົງຂົນສົ່ງຜ່ານສັດ, ຜະລິດຕະພັນສັດ ແລະ/ຫຼື ຜະລິດຕະພັນສິນຄ້າກ່ຽວກັບສັດ ຕ້ອງຍື່ນໃບຄໍາຮ້ອງຂໍຂົນສົ່ງຜ່ານ, ໃບຢັ້ງຢືນສຸຂະພາບສັດ ຫຼື ໃບຢັ້ງຢືນສຸຂານາໄມ ທີ່ອອກໃຫ້ໂດຍອົງການ ຫຼື ເຈົ້າໜ້າທີ່ຂອງລັດທີ່ກ່ຽວຂ້ອງ ຂອງປະເທດຕົ້ນທາງ ໂດຍຖືກຕ້ອງຕາມເງື່ອນໄຂການນໍາເຂົ້າຂອງ ສປປ ລາວ ແລະ ເອກະສານອື່ນທີ່ກ່ຽວຂ້ອງ ຕາມທີ່ໄດ້ກໍານົດໄວ້ໃນດໍາລັດສະບັບນີ້ ໄປຍັງອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດຂັ້ນສູນກາງ ຫຼື ດ່ານກວດກາສັດຕະວະແພດຂາເຂົ້າ ແລະ ເສຍຄ່າບໍລິການດ້ານເຕັກນິກ ແລະ ຄ່າທໍານຽມ ຕາມທີ່ໄດ້ກໍານົດໄວ້ໃນລະບຽບການທີ່ກ່ຽວຂ້ອງ.

ໃນການຂົນສົ່ງຜ່ານດິນແດນ ສປປ ລາວ ໄປຍັງປະເທດທີສາມນັ້ນ ໃຫ້ພະນັກງານສັດຕະວະແພດ ຂອງອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດັ້ນສູນກາງ ແລະ ພະນັກງານສັດຕະວະແພດປະຈໍາດ່ານ ກວດກາຄວາມຖືກຕ້ອງຂອງເອກະສານ ແລະ ກວດກາສັດ, ຜະລິດຕະພັນສັດ ແລະ ຜະລິດຕະພັນສິນຄ້າກ່ຽວກັບສັດ ແລ້ວພິຈາລະນາຄົ້ນຄວ້າອະນຸຍາດ ຫຼື ບໍ່ອະນຸຍາດໃຫ້ຂົນສົ່ງຜ່ານ ຕາມແຕ່ລະກໍລະນີດັ່ງນີ້:

  1. ກໍລະນີເຫັນວ່າການຂົນສົ່ງສັດ, ຜະລິດຕະພັນສັດ ແລະ ຜະລິດຕະພັນສິນຄ້າກ່ຽວກັບສັດ ບໍ່ມີຄວາມສ່ຽງຕໍ່ການນໍາເອົາເຊື້ອພະຍາດ ເຂົ້າມາແຜ່ລາມ ຫຼື ລະບາດໃນ ສປປ ລາວ ຫຼື ບໍ່ມີການປົນເປື້ອນທາດເບື່ອ ແລະ ຜູ້ຮ້ອງຂໍ ກໍໄດ້ປະຕິບັດຕາມລະບຽບການ ແລະ ເງື່ອນໄຂຕາມທີ່ໄດ້ກໍານົດໄວ້ ໃນດໍາລັດສະບັບນີ້ແລ້ວ ໃຫ້ພະນັກງານສັດຕະວະແພດຂອງ ອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດຂັ້ນສູນກາງ ຫຼື ເຈົ້າໜ້າທີ່ສັດຕະວະແພດປະຈໍາດ່ານ ກວດກາສັດຕະວະແພດຂາອອກ ອອກໃບອະນຸຍາດຂົນສົ່ງຜ່ານ ແລະ ອອກອະນຸຍາດໃຫ້ຜູ້ຮ້ອງຂໍ ຂົນສົ່ງຜ່ານດິນແດນ ສປປ ລາວ ແລະ ປະຕິບັດຕາມຄໍາແນະນໍາຂອງ ພະນັກງານສັດຕະວະແພດ ກ່ຽວກັບຂົນສົ່ງຜ່ານຢ່າງເຄັ່ງຄັດ.
  2. ກໍລະນີເຫັນວ່າມີພະຍາດສັດ ຕາມທີ່ໄດ້ກໍານົດໃນບັນຊີພະຍາດສັດຂອງ ສປປ ລາວ, ປະເທດທີ່ຂົນສົ່ງຜ່ານ ແລະ ປະເທດຕົ້ນທາງຊຶ່ງເຊື້ອພະຍາດ ອາດຕິດແປດໃສ່ສັດ ແລະ ພະຍາດດັ່ງກ່າວກໍບໍ່ເຄີຍເກີດຢູ່ ສປປ ລາວ ໃຫ້ພະນັກງານສັດຕະວະແພດ ຂອງອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດ ແລະ ເຈົ້າໜ້າທີ່ສັດຕະວະແພດປະຈໍາດ່ານ ພິຈາລະນາຄົ້ນຄວ້າອະນຸຍາດ ຫຼື ປະຕິເສດການຂໍອະນຸຍາດຂົນສົ່ງຜ່ານດັ່ງກ່າວ.
  3. ຫົວໜ້າດ່ານກວດກາສັດຕະວະແພດຂາອອກ ອາດດັດແກ້, ໂຈະ ຫຼື ຍົກເລີກການອອກໃບອະນຸຍາດຂົນສົ່ງຜ່ານ ໃນກໍລະນີທີ່ເຫັນວ່າການຂົນສົ່ງຜ່ານນັ້ນ ມີຄວາມສ່ຽງຕໍ່ການນໍາເອົາເຊື້ອພະຍາດ ເຂົ້າມາແຜ່ລາມ ຫຼື ລະບາດ ຫຼື ມີຄວາມສ່ຽງຕໍ່ການປົນເປື້ອນທາດເບື່ອໃນ ສປປ ລາວ ແລ້ວໃຫ້ລາຍງານເປັນລາຍລັກອັກສອນ ຕໍ່ອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດຂັ້ນສູນກາງ ໂດຍມີການຊີ້ແຈງເຫດຜົນຂອງການດັດແກ້, ໂຈະ ຫຼື ຍົກເລີກດັ່ງກ່າວ. ຂ້າງເທິງ

ມາດຕາ 37. ຂັ້ນຕອນ ແລະ ລະບຽບການອະນຸຍາດຂົນສົ່ງຜ່ານ
ບຸກຄົນ ຫຼື ນິຕິບຸກຄົນ ທີ່ມີຈຸດປະສົງຂົນສົ່ງຜ່ານສັດ, ຜະລິດຕະພັນສັດ ແລະ/ຫຼື ຜະລິດຕະພັນສິນຄ້າກ່ຽວກັບສັດ ຕ້ອງຍື່ນໃບອະນຸຍາດຂົນສົ່ງຜ່ານ, ໃບຢັ້ງຢືນການກວດກາດ້ານສັດຕະວະແພດ ຫຼື ໃບຢັ້ງຢືນສຸຂານາໄມ ພ້ອມດ້ວຍເອກະສານອື່ນທີ່ກ່ຽວຂ້ອງ ຕາມທີ່ໄດ້ກໍານົດໄວ້ໃນດໍາລັດສະບັບນີ້ ຢູ່ດ່ານກວດກາດ້ານສັດຕະວະແພດຂາເຂົ້າ.

ເຈົ້າໜ້າທີ່ສັດຕະວະແພດປະຈໍາດ່ານຂາເຂົ້າ ຕ້ອງກວດກາຄວາມຖືກຕ້ອງຂອງເອກະສານ ແລະ ກວດກາສັດ, ຜະລິດຕະພັນສັດ ແລະ ຜະລິດຕະພັນສິນຄ້າກ່ຽວກັບສັດ ຍົກເວັ້ນກໍລະນີທີ່ພາຫະນະຂົນສົ່ງ ຫຼື ວັດຖຸຫຸ້ມຫໍ່ ຫາກຖືກປິດດ້ວຍການໜີບກົ່ວ ຫຼື ມີການປ້ອງກັນການໄຂວັດຖຸຫຸ້ມຫໍ່ ດ້ວຍວິທີການອື່ນ ແມ່ນໃຫ້ກວດກາຄວາມຖືກຕ້ອງຂອງເອກະສານເທົ່ານັ້ນ.

ຜູ້ຂົນສົ່ງ, ເຈົ້າຂອງ ຫຼື ບຸກຄົນທີ່ຮັບຜິດຊອບການຂົນສົ່ງຜ່ານ ຕ້ອງຍື່ນເອກະສານທີ່ກ່ຽວຂ້ອງ ຕໍ່ເຈົ້າໜ້າທີ່ສັດຕະວະແພດປະຈໍາດ່ານຂາອອກ ເພື່ອກວດກາ ແລະ ຢັ້ງຢືນການຂົນສົ່ງຜ່ານດິນແດນ ສປປ ລາວ ແລະ ໃຫ້ຫົວໜ້າດ່ານສັດຕະວະແພດຂາອອກ ສົ່ງສໍາເນົາເອກະສານກ່ຽວກັບການຂົນສົ່ງຜ່ານ ແລະ ການຢັ້ງຢືນການຂົນສົ່ງຜ່ານ ຈໍານວນໜຶ່ງສະບັບ ໄປໃຫ້ດ່ານກວດກາດ້ານສັດຕະວະແພດຂາເຂົ້າ ຕາມທີ່ໄດ້ກໍານົດໄວ້ໃນເອກະສານກ່ຽວກັບ ການຂົນສົ່ງຜ່ານນັ້ນ.

ໃນກໍລະນີເຈົ້າໜ້າທີ່ສັດຕະວະແພດປະຈໍາດ່ານຂາເຂົ້າ ຫາກບໍ່ໄດ້ຮັບສໍາເນົາເອກະສານດັ່ງກ່າວນັ້ນ ພາຍໃນກໍານົດເວລາ ເຈັດວັນ ໃຫ້ສົ່ງແຈ້ງການເປັນລາຍລັກອັກສອນ ໄປຍັງດ່ານກວດກາດ້ານສັດຕະວະແພດຂາອອກ ພ້ອມທັງລາຍງານເປັນລາຍລັກອັກສອນ ຕໍ່ອົງການຄຸ້ມຄອງວຍກງານການລ້ຽງສັດ ແລະ ການສັດຕະວະແພດຂັ້ນສູນກາງ ໂດຍຜ່ານອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດແຂວງ, ນະຄອນ.

ຜູ້ຂົນສົ່ງ, ເຈົ້າຂອງ ຫຼື ບຸກຄົນທີ່ຮັບຜິດຊອບການຂົນສົ່ງຜ່ານ ຕ້ອງປະຕິບັດຕາມລະບຽບການ ແລະ ເງື່ອນໄຂ ຕາມທີ່ໄດ້ກໍານົດໄວ້ໃນດໍາລັດສະບັບນີ້ ພ້ອມທັງປະຕິບັດຕາມຄໍາແນະນໍາ ຂອງເຈົ້າໜ້າທີ່ສັດຕະວະແພດ ແລະ ຂົນສົ່ງຜ່ານຕາມເສັ້ນທາງທີ່ໄດ້ກໍານົດໄວ້ ໃນໃບອະນຸຍາດຂົນສົ່ງຜ່ານຢ່າງເຄັ່ງຄັດ.

ອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດ ເປັນຜູ້ກໍານົດລະບຽບການສະເພາະ ສໍາລັບການຂົນສົ່ງຜ່ານທາງບົກ, ທາງນໍ້າ ແລະ ທາງອາກາດ. ຂ້າງເທິງ

ໝວດທີ 6
ລະບຽບການຂົນສົ່ງ ແລະ ລະບຽບການເຄື່ອນຍ້າຍ

ມາດຕາ 38. ລະບຽບການຂົນສົ່ງ
ອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດຂັ້ນສູນກາງ ກໍານົດລະບຽບການສະເພາະ ກ່ຽວກັບການຂົນສົ່ງສັດ, ຜະລິດຕະພັນສັດ ແລະ ຜະລິດຕະພັນສິນຄ້າກ່ຽວກັບສັດ ຊຶ່ງຜູ້ຂົນສົ່ງ, ເຈົ້າຂອງ ຫຼື ບຸກຄົນທີ່ຮັບຜິດຊອບ ໃນການຂົນສົ່ງສັດ, ຜະລິດຕະພັນສັດ ແລະ ຜະລິດຕະພັນສິນຄ້າກ່ຽວກັບສັດ ຕ້ອງປະຕິບັດຕາມລະບຽບການດັ່ງກ່າວ. ຂ້າງເທິງ

ມາດຕາ 39. ລະບຽບການເຄື່ອນຍ້າຍ
ອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດຂັ້ນສູນກາງ ກໍານົດລະບຽບການສະເພາະ ກ່ຽວກັບການເຄື່ອນຍ້າຍສັດ, ຜະລິດຕະພັນສັດ ແລະ ຜະລິດຕະພັນສິນຄ້າກ່ຽວກັບສັດ ຊຶ່ງຜູ້ເຄື່ອນຍ້າຍ, ເຈົ້າຂອງ ຫຼື ບຸກຄົນທີ່ຮັບຜິດຊອບການເຄື່ອນຍ້າຍສັດ, ຜະລິດຕະພັນສັດ ແລະ ຜະລິດຕະພັນສິນຄ້າກ່ຽວກັບສັດ ຕ້ອງປະຕິບັດຕາມລະບຽບການດັ່ງກ່າວ. ຂ້າງເທິງ

ໝວດທີ 7
ການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດ

ມາດຕາ 40. ອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດ
ອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດ ປະກອບດ້ວຍ:

  1. ກະຊວງກະສິກໍາ ແລະ ປ່າໄມ້ ໂດຍແມ່ນກົມລ້ຽງສັດ ແລະ ການປະມົງ ເປັນເສນາທິການ;
  2. ພະແນກກະສິກໍາ ແລະ ປ່າໄມ້ແຂວງ, ນະຄອນ ໂດຍແມ່ນຂະແໜງລ້ຽງສັດ ແລະ ການປະມົງ ເປັນເສນາທິການ;
  3. ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ, ເທດສະບານ ໂດຍແມ່ນໜ່ວຍງານລ້ຽງສັດ ແລະ ການປະມົງ ເປັນເສນາທິການ;
  4. ດ່ານກວດກາສັດຕະວະແພດສາກົນ;
  5. ໜ່ວຍລ້ຽງສັດ ແລະ ສັດຕະວະແພດບ້ານ. ຂ້າງເທິງ

ມາດຕາ 41. ສິດ ແລະ ໜ້າທີ່ຂອງກະຊວງກະສິກໍາ ແລະ ປ່າໄມ້
ສິດ ແລະ ໜ້າທີ່ຂອງກະຊວງກະສິກໍາ ແລະ ປ່າໄມ້ ໃນການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດມີດັ່ງນີ້:

  1. ໃຫ້ຄໍາແນະນໍາທາງດ້ານນະໂຍບາຍ ແລະ ວິຊາການ ໃຫ້ແກ່ອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດຂັ້ນຕ່າງໆ;
  2. ຮັບຜິດຊອບໃນການພັດທະນາມາດຕະຖານ ທາງດ້ານວິຊາການ, ນະໂຍບາຍ ຫຼື ການຕັດສິນບັນຫາໃດໜຶ່ງ ທາງດ້ານວິຊາການ ໃນການຈັດຕັ້ງປະຕິບັດດໍາລັດສະບັບນີ້;
  3. ສ້າງເງື່ອນໄຂອໍານວຍຄວາມສະດວກ ໃນການນໍາເຂົ້າ ແລະ ສົ່ງອອກສັດ, ຜະລິດຕະພັນສັດ ແລະ/ຫຼື ຜະລິດຕະພັນສິນຄ້າກ່ຽວກັບສັດ;
  4. ວິເຄາະ, ປະເມີນ ແລະ ຕີລາຄາຄວາມສ່ຽງ, ມາດຕະຖານດ້ານສຸຂານາໄມ ຂອງຄູ່ຮ່ວມມືທາງດ້ານການຄ້າ;
  5. ຄຸ້ມຄອງດ່ານກວດກາສັດຕະວະແພດສາກົນ, ອອກໃບອະນຸຍາດນໍາເຂົ້າ, ສົ່ງອອກ ແລະ ຂົນສົ່ງຜ່ານສັດ, ຜະລິດຕະພັນສັດ ແລະ/ຫຼື ຜະລິດຕະພັນສິນຄ້າກ່ຽວກັບສັດ;
  6. ອອກໃບຢັ້ງຢືນສຸຂະພາບສັດ ສໍາລັບການສົ່ງອອກສັດ ແລະ ອະນຸຍາດໃຫ້ນໍາເຂົ້າສັດ ເພື່ອເປັນແນວພັນ;
  7. ອອກໃບຢັ້ງຢືນສຸຂະພາບສັດທົ່ວໄປ ຫຼື ໃບຢັ້ງຢືນສຸຂານາໄມສັດ ເພື່ອການສົ່ງອອກ;
  8. ຊີ້ນໍາ, ກວດກາການເຄື່ອນໄຫວຂອງພະແນກກະສິກໍາ ແລະ ປ່າໄມ້ຂັ້ນແຂວງ, ນະຄອນ, ຂັ້ນເມືອງ, ເທດສະບານ ແລະ ດ່ານກວດກາດ້ານສັດຕະວະແພດສາກົນ ລວມທັງປະສານສົມທົບ ກັບພາກສ່ວນອື່ນທີ່ກ່ຽວຂ້ອງ ກ່ຽວກັບວຽກງານຄຸ້ມຄອງການລ້ຽງສັດ ແລະ ການສັດຕະວະແພດ;
  9. ສ້າງຕັ້ງດ່ານສັດຕະວະແພດທ້ອງຖິ່ນ ຫຼື ດ່ານກວດກາສັດຕະວະແພດຊົ່ວຄາວ ຢູ່ສະຖານທີ່ໃດໜຶ່ງ ໃນກໍລະນີຈໍາເປັນ ເປັນຕົ້ນ: ເກີດການລະບາດຂອງພະຍາດລະບາດສັດໃດໜຶ່ງ ໂດຍມີການປະສານສົມທົບ ກັບພາກສ່ວນທີ່ກ່ຽວຂ້ອງ;
  10. ແຕ່ງຕັ້ງ ຫຼື ປົດຕໍາແໜ່ງພະນັກງານສັດຕະວະແພດ ແລະ ເຈົ້າໜ້າທີ່ສັດຕະວະແພດ ປະຈໍາດ່ານສັດຕະວະແພດສາກົນ ໂດຍມີການປະສານສົມທົບ ກັບພາກສ່ວນທີ່ກ່ຽວຂ້ອງ;
  11. ພັດທະນາລະບົບການຄຸ້ມຄອງການກວດກາສຸຂະພາບສັດ, ການກວດກາດ້ານສັດຕະວະແພດ ແລະ ການກວດກາຜະລິດຕະພັນສັດ ແລະ ຜະລິດຕະພັນສິນຄ້າກ່ຽວກັບສັດ ຕາມຂັ້ນຕອນການເຄື່ອນຍ້າຍ, ການຂົນສົ່ງ, ການນໍາເຂົ້າ, ການສົ່ງອອກ ແລະ ການຂົນສົ່ງຜ່ານ ຕາມທີ່ໄດ້ກໍານົດໄວ້ໃນດໍາລັດສະບັບນີ້;
  12. ພັດທະນາລະບົບການຂຶ້ນທະບຽນພິມສັດ, ການສືບຄົ້ນຫາທີ່ມາ ຫຼື ປະຫວັດຂອງສັດ ແລະ ພັດທະນາ ລະບົບການບັນທຶກຂໍ້ມູນຂ່າວສານກ່ຽວກັບສັດ;
  13. ປະສານສົມທົບກັບອົງການຈັດຕັ້ງທຸກຂັ້ນ ໃນການເຝົ້າລະວັງ ແລະ ການກວດກາການເຄື່ອນຍ້າຍສັດ, ຜະລິດຕະພັນສັດ ແລະ ຜະລິດຕະພັນສິນຄ້າກ່ຽວກັບສັດ;
  14. ອອກຄໍາແນະນໍາກ່ຽວກັບການກັກກັນສັດ ໃນສະຖານີກັກກັນສັດ ແລະ ສິ່ງອໍານວຍຄວາມສະດວກອື່ນ;
  15. ກວດກາ, ປັບປຸງມາດຕະການ ກ່ຽວກັບການຄຸ້ມຄອງການເຄື່ອນຍ້າຍ ເພື່ອຮັບປະກັນການຄວບຄຸມພະຍາດສັດ;
  16. ພັດທະນາ ແລະ ເຜີຍແຜ່ນິຕິກໍາ, ລະບຽບການກ່ຽວກັບການຄຸ້ມຄອງ ການເຄື່ອນຍ້າຍສັດ, ຜະລິດຕະພັນສັດ ແລະ ຜະລິດຕະພັນສິນຄ້າກ່ຽວກັບສັດ;
  17. ພົວພັນຮ່ວມມື ແລະ ປະສານສົມທົບກັບຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ເພື່ອໃຫ້ການບໍລິການດ້ານສຸຂະພາບສັດ;
  18. ປະສານສົມທົບກັບອົງການຈັດຕັ້ງອື່ນຂັ້ນສູນກາງ ທີ່ມີໜ້າທີ່ຮັບຜິດຊອບກ່ຽວກັບ ຄວາມປອດໄພຂອງອາຫານ, ສຸຂະພາບຄົນ ແລະ ສັດ, ວຽກງານພາສີ, ການຄ້າ ແລະ ສິ່ງແວດລ້ອມ;
  19. ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ທັງພາຍໃນ ແລະ ຕ່າງປະເທດ ໃນການຝຶກອົບຮົມໃຫ້ແກ່ພະນັກງານ ແລະ ເຈົ້າໜ້າທີ່ສັດຕະວະແພດ;
  20. ຈັດງານກິດຈະກໍາສັງຄົມຕ່າງໆ ເພື່ອເສີມສ້າງຄວາມຮູ້ ແລະ ປູກຈິດສໍານຶກກ່ຽວກັບວຽກງານລະບຽບການ ກ່ຽວກັບການຄຸ້ມຄອງການເຄື່ອນຍ້າຍສັດ, ຜະລິດຕະພັນສັດ ແລະ ຜະລິດຕະພັນສິນຄ້າກ່ຽວກັບສັດ;
  21. ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍຂອງ ສປປ ລາວ. ຂ້າງເທິງ

ມາດຕາ 42. ສິດ ແລະ ໜ້າທີ່ຂອງພະແນກກະສິກໍາ ແລະ ປ່າໄມ້ແຂວງ, ນະຄອນ
ພະແນກກະສິກໍາ ແລະ ປ່າໄມ້ແຂວງ, ນະຄອນ ມີສິດ ແລະ ໜ້າທີ່ດັ່ງນີ້:

  1. ຈັດຕັ້ງປະຕິບັດມາດຕະຖານ ແລະ ຜັນຂະຫຍາຍນະໂຍບາຍທາງດ້ານວິຊາການ ກ່ຽວກັບການຄຸ້ມຄອງການເຄື່ອນຍ້າຍສັດ, ຜະລິດຕະພັນສັດ ແລະ ຜະລິດຕິະພັນສິນຄ້າກ່ຽວກັບສັດ ທີ່ກະຊວງກະສິກໍາ ແລະ ປ່າໄມ້ ວາງອອກ;
  2. ອອກໃບອະນຸຍາດ ແລະ ອະນຸຍາດໃຫ້ເຄື່ອນຍ້າຍສັດລະຫວ່າງເມືອງ, ເທດສະບານ ພາຍໃນແຂວງ, ນະຄອນ ຫຼື ລະຫວ່າງແຂວງ, ນະຄອນ;
  3. ຊ່ວຍຕິດຕາມການຂົນສົ່ງຜ່ານສັດ, ຜະລິດຕະພັນສັດ ແລະ ຜະລິດຕະພັນສິນຄ້າກ່ຽວກັບສັດ ຕາມຂອບເຂດສິດຂອງຕົນ ແລະ ຕາມການມອບໝາຍຂອງ ອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດຂັ້ນສູນກາງ;
  4. ຈັດຕັ້ງປະຕິບັດລະບົບການຂຶ້ນທະບຽນພິມສັດ, ການສືບຄົ້ນຫາທີ່ມາ ຫຼື ປະຫວັດຂອງສັດ ແລະ ນໍາໃຊ້ລະບົບການບັນທຶກຂໍ້ມູນຂ່າວສານ ກ່ຽວກັບສັດ;
  5. ສະໜອງຂໍ້ມູນ ແລະ ລາຍງານຕໍ່ ອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດຂັ້ນສູນກາງ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງຕົນ ຕາມທີ່ໄດ້ກໍານົດໄວ້ໃນດໍາລັດສະບັບນີ້;
  6. ເຝົ້າລະວັງ, ຕິດຕາມ ແລະ ລາຍງານກ່ຽວກັບພະຍາດລະບາດສັດ ຕາມແຜນການເຝົ້າລະວັງ ຂອງອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດຂັ້ນສູນກາງ;
  7. ຊີ້ນໍາ, ຕິດຕາມ ແລະ ປະສານສົມທົບ ກັບອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດເມືອງ, ເທດສະບານ ກ່ຽວກັບວຽກງານການຄຸ້ມຄອງການເຄື່ອນຍ້າຍສັດ, ຜະລິດຕະພັນສັດ ແລະ ຜະລິດຕະພັນສິນຄ້າກ່ຽວກັບສັດ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ;
  8. ສ້າງລະບຽບການກ່ຽວກັບການຄຸ້ມຄອງ ການເຄື່ອນຍ້າຍສັດ, ຜະລິດຕະພັນສັດ ແລະ ຜະລິດຕະພັນສິນຄ້າກ່ຽວກັບສັດແຂວງ, ນະຄອນ ພ້ອມທັງເຜີຍແຜ່ ແລະ ໃຫ້ຄໍາແນະນໍາ ໃນການຈັດຕັ້ງປະຕິບັດລະບຽບການດັ່ງກ່າວ;
  9. ປະສານສົມທົບກັບອົງການຈັດຕັ້ງອື່ນຂອງແຂວງ, ນະຄອນ ທີ່ມີໜ້າທີ່ຮັບຜິດຊອບ ກ່ຽວກັບຄວາມປອດໄພຂອງອາຫານ, ສຸຂະພາບຂອງຄົນ ແລະ ສັດ, ວຽກງານພາສີ, ການຄ້າ ແລະ ສິ່ງແວດລ້ອມ;
  10. ປະສານສົມທົບກັບພາກສ່ວນອື່ນຂັ້ນສູນກາງ ໃນການຝຶກອົບຮົມໃຫ້ແກ່ພະນັກງານ ແລະ ເຈົ້າໜ້າທີ່ສັດຕະວະແພດ;
  11. ຈັດງານກິດຈະກໍາສັງຄົມຕ່າງໆ ເພື່ອເສີມສ້າງຄວາມຮັບຮູ້ ແລະ ປູກຈິດສໍານຶກກ່ຽວກັບວຽກງານ ລະບຽບການກ່ຽວກັບການຄຸ້ມຄອງ ການເຄື່ອນຍ້າຍສັດ, ຜະລິດຕະພັນສັດ ແລະ ຜະລິດຕະພັນສິນຄ້າກ່ຽວກັບສັດ;
  12. ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍຂອງ ສປປ ລາວ. ຂ້າງເທິງ

ມາດຕາ 43. ສິດ ແລະ ໜ້າທີ່ຂອງຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ, ເທດສະບານ
ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ, ເທດສະບານມີສິດ ແລະ ໜ້າທີ່ດັ່ງນີ້:

  1. ຈັດຕັ້ງປະຕິບັດມາດຕະຖານ ແລະ ຜັນຂະຫຍາຍນະໂຍບາຍທາງດ້ານວິຊາການ ກ່ຽວກັບການຄຸ້ມຄອງການເຄື່ອນຍ້າຍ ສັດ, ຜະລິດຕະພັນສັດ ແລະ ຜະລິດຕະພັນສິນຄ້າກ່ຽວກັບສັດ ຕາມການຊີ້ນໍາຂອງອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດແຂວງ, ນະຄອນ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ;
  2. ຈັດຕັ້ງປະຕິບັດລະບົບການຂຶ້ນທະບຽນພິມສັດ, ການສືບຄົ້ນຫາທີ່ມາ ຫຼື ປະຫວັດຂອງສັດ ແລະ ນໍາໃຊ້ລະບົບການບັນທຶກຂໍ້ມູນຂ່າວສານ ກ່ຽວກັບສັດ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ;
  3. ຄຸ້ມຄອງ, ກວດກາການເຄື່ອນຍ້າຍ, ການຂົນສົ່ງສັດ, ຜະລິດຕະພັນສັດ ແລະ ຜະລິດຕະພັນສິນຄ້າກ່ຽວກັບສັດ ຕາມທີ່ໄດ້ກໍານົດໄວ້ໃນດໍາລັດສະບັບນີ້ ແລະ ສະໜອງຂໍ້ມູນໃຫ້ແກ່ພະແນກກະສິກໍາ ແລະ ປ່າໄມ້ແຂວງ, ນະຄອນ;
  4. ຊີ້ນໍາ, ຕິດຕາມ ການຈັດຕັ້ງປະຕິບັດກິດຈະກໍາການເຄື່ອນຍ້າຍ, ການຂົນສົ່ງສັດ, ຜະລິດຕະພັນສັດ ແລະ ຜະລິດຕະພັນສິນຄ້າກ່ຽວກັບສັດ ຂອງໜ່ວຍລ້ຽງສັດ ແລະ ສັດຕະວະແພດຂັ້ນບ້ານ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ;
  5. ປະສານສົມທົບກັບອົງການຈັດຕັ້ງອື່ນຂັ້ນເມືອງ, ເທດສະບານທີ່ມີໜ້າທີ່ຮັບຜິດຊອບ ກ່ຽວກັບຄວາມປອດໄພຂອງອາຫານ, ສຸຂະພາບຄົນ ແລະ ສັດ, ວຽກງານພາສີ, ການຄ້າ ແລະ ສິ່ງແວດລ້ອມ;
  6. ຕິດຕໍ່ປະສານງານກັບອົງການຄຸ້ມຄອງຂັ້ນເມືອງ ກ່ຽວກັບຄວາມປອດໄພຂອງອາຫານ, ພາສີ, ການຄ້າ, ສິ່ງແວດລ້ອມ ແລະ ສຸຂະພາບຄົນ;
  7. ຈັດງານກິດຈະກໍາສັງຄົມຕ່າງໆ ເພື່ອເສີມສ້າງຄວາມຮັບຮູ້ ແລະ ປູກຈິດສໍານຶກ ກ່ຽວກັບວຽກງານລະບຽບການ ກ່ຽກວັບການຄຸ້ມຄອງການເຄື່ອນຍ້າຍສັດ, ຜະລິດຕະພັນສັດ ແລະ ຜະລິດຕະພັນສິນຄ້າກ່ຽວກັບສັດ;
  8. ເຜີຍແຜ່ລະບຽບການ ກ່ຽວກັບການຄຸ້ມຄອງການເຄື່ອນຍ້າຍ, ການຂົນສົ່ງສັດ, ຜະລິດຕະພັນສັດ ແລະ ຜະລິດຕະພັນສິນຄ້າກ່ຽວກັບສັດ ຕາມການມອບໝາຍຂອງພະແນກກະສິກໍາ ແລະ ປ່າໄມ້ແຂວງ, ນະຄອນ;
  9. ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍຂອງ ສປປ ລາວ. ຂ້າງເທິງ

ມາດຕາ 44. ສິດ ແລະ ໜ້າທີ່ຂອງດ່ານກວດກາສັດຕະວະແພດສາກົນ
ດ່ານກວດກາສັດຕະວະແພດສາກົນມີສິດ ແລະ ໜ້າທີ່ດັ່ງນີ້:

  1. ກວດກາດ້ານສັດຕະວະແພດສັດ, ຜະລິດຕະພັນສັດ ແລະ ຜະລິດຕະພັນສິນຄ້າກ່ຽວກັບສັດ ທີ່ຜ່ານດ່ານ;
  2. ຮັບຄໍາຮ້ອງຂໍອະນຸຍາດ ແລະ ອະນຸຍາດໃຫ້ນໍາເຂົ້າ, ສົ່ງອອກ ຫຼື ຂົນສົ່ງຜ່ານສັດ, ຜະລິດຕິະພັນສັດ ແລະ ຜະລິດຕະພັນສິນຄ້າກ່ຽວກັບສັດ ຕາມຂອບເຂດສິດ ຕາມທີ່ໄດ້ກໍານົດໄວ້ໃນລະບຽບການສະເພາະຕ່າງຫາກ;
  3. ເຜີຍແຜ່ລະບຽບການ ໃນການຄຸ້ມຄອງການເຄື່ອນຍ້າຍ ແລະ ການຂົນສົ່ງສັດ, ຜະລິດຕະພັນສັດ ແລະ ຜະລິດຕິພັນສິນຄ້າກ່ຽວກັບສັດ ພ້ອມທັງໃຫ້ຄໍາແນະນໍາກ່ຽວກັບ ການຈັດຕັ້ງປະຕິບັດລະບຽບການດັ່ງກ່າວ;
  4. ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍຂອງ ສປປ ລາວ. ຂ້າງເທິງ

ມາດຕາ 45. ສິດ ແລະ ໜ້າທີ່ຂອງໜ່ວຍລ້ຽງສັດ ແລະ ສັດຕະວະແພດບ້ານ
ໜ່ວຍລ້ຽງສັດ ແລະ ສັດຕະວະແພດບ້ານ ມີສິດ ແລະ ໜ້າທີ່ດັ່ງນີ້:

  1. ລາຍງານ ແລະ ສະໜອງຂໍ້ມູນກ່ຽວກັບການເຄື່ອນຍ້າຍ ແລະ ການຂົນສົ່ງສັດ, ຜະລິດຕະພັນສັດ ແລະ ຜະລິດຕະພັນສິນຄ້າກ່ຽວກັບສັດ ໄປຍັງຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ, ເທດສະບານຢ່າງເປັນປົກກະຕິ;
  2. ເຝົ້າລະວັງ ແລະ ລາຍງານກ່ຽວກັບສະພາບການລະບາດ ຂອງພະຍາດສັດໄປຍັງ ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ, ເທດສະບານ;
  3. ເຜີຍແຜ່ລະບຽບການ ກ່ຽວກັບການຄຸ້ມຄອງການເຄື່ອນຍ້າຍ ແລະ ການຂົນສົ່ງສັດ, ຜະລິດຕະພັນສັດ ແລະ ຜະລິດຕະພັນສິນຄ້າກ່ຽວກັບສັດ ເພື່ອປູກຈິດສໍານຶກໃຫ້ແກ່ຜູ້ຂົນສົ່ງ, ຜູ້ເຄື່ອນຍ້າຍ, ເຈົ້າຂອງ ແລະ ບຸກຄົນທີ່ຮັບຜິດຊອບການເຄື່ອນຍ້າຍສັດ, ຜະລິດຕະພັນສັດ ແລະ ຜະລິດຕະພັນສິນຄ້າກ່ຽວກັບສັດ;
  4. ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍຂອງ ສປປ ລາວ. ຂ້າງເທິງ

ໝວດທີ 8
ການກວດກາດ້ານສັດຕະວະແພດ ແລະ ການຮ້ອງທຸກ

ມາດຕາ 46. ການກວດກາດ້ານສັດຕະວະແພດ
ພະນັກງານ ແລະ ເຈົ້າໜ້າທີ່ສັດຕະວະແພດ ຂອງອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດແຕ່ລະຂັ້ນ ຕ້ອງປະຕິບັດຕາມລະບຽບການ, ປຶ້ມຄູ່ມື, ມາດຕະຖານການປະຕິບັດງານ ແລະ ການກວດກາດ້ານສັດຕະວະແພດດັ່ງນີ້:

  1. ກວດກາເອກະສານ;
  2. ກວດກາດ້ານສຸຂະພາບ ແລະ ອາການຂອງສັດ;
  3. ກວດກາດ້ານເຄມີ ຫຼື ຊີວະວິທະຍາ;
  4. ກວດກາດ້ວຍວິທີການອື່ນ ຕາມເຕັກນິກທາງສັດຕະວະແພດ.

ໃນເວລາກວດກາດ້ານສັດຕະວະແພດ ໃຫ້ພະນັກງານ ແລະ ເຈົ້າໜ້າທີ່ສັດຕະວະແພດແນະນໍາ ກ່ຽວກັບຈຸດປະສົງ ແລະ ຄວາມຈໍາເປັນໃນການກວດກາ ໂດຍອີງໃສ່ມາດຕະການໃນການກັນ ແລະ ສະກັດກັ້ນພະຍາດສັດ ພ້ອມທັງສະແດງບັດປະຈໍາຕົວຂອງຕົນທຸກຄັ້ງ. ຂ້າງເທິງ

ມາດຕາ 47. ການລາຍງານ
ເມື່ອສໍາເລັດການກວດກາດ້ານສັດຕະວະແພດທຸກຄົ້ງ ໃຫ້ພະນັກງານ ແລະ ເຈົ້າໜ້າທີ່ສັດຕະວະແພດປະຈໍາດ່ານ ກະກຽມບົດລາຍງານຜົນ ຂອງການກວດກາດ້ານສັດຕະວະແພດ ເປັນລາຍລັກອັກສອນ ພ້ອມດ້ວຍຂໍ້ມູນທີ່ກ່ຽວຂ້ອງ ຕາມທີ່ໄດ້ກໍານົດໄວ້ໃນລະບຽບການ, ປຶ້ມຄູ່ມື, ມາດຕະຖານການປະຕິບັດງານ ແລະ ການກວດກາດ້ານສັດຕະວະແພດ ພ້ອມດ້ວຍເຫດຜົນໃນການກວດກາ, ມາດຕະການທີ່ນໍາໃຊ້ ແລະ ເຫດຜົນໃນການນໍາໃຊ້ມາດຕະການດັ່ງກ່າວ.

ບົດລາຍງານດັ່ງກ່າວ ຕ້ອງເຮັດເປັນສາມສະບັບ, ໃນນັ້ນໜຶ່ງສະບັບ ໃຫ້ພະນັກງານສັດຕະວະແພດ ເກັບຮັກສາໄວ້, ໜຶ່ງສະບັບ ໃຫ້ເຈົ້າໜ້າທີ່ສັດຕະວະແພດ ແລະ ອີກໜຶ່ງສະບັບ ສົ່ງໃຫ້ອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດທີ່ຕົນສັງກັດຢູ່. ຂ້າງເທິງ

ມາດຕາ 48. ການຮ້ອງທຸກ
ບຸກຄົນ ຫຼື ນິຕິບຸກຄົນໃດ ທີ່ບໍ່ພໍໃຈຕໍ່ ຜົນຂອງການກວດກາດ້ານສັດຕະວະແພດ, ການກະທໍາ ຫຼື ຜົນຂອງການພິຈາລະນາຄົ້ນຄວ້າ ກ່ຽວກັບການກວດກາດ້ານສັດຕະວະແພດ ຫຼື ການຂໍອະນຸຍາດນໍາເຂົ້າ ຫຼື ຂົນສົ່ງຜ່ານ ສາມາດຍື່ນຄໍາຮ້ອງທຸກຂອງຕົນ ໄປຍັງອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດຂັ້ນຖັດໄປ ຕາມທີ່ໄດ້ກໍານົດໄວ້ ໃນລະບຽບກົດໝາຍທີ່ກ່ຽວຂ້ອງຂອງ ສປປ ລາວ. ຂ້າງເທິງ

ໝວດທີ 9
ບົດບັນຍັດສຸດທ້າຍ

ມາດຕາ 49. ການຈັດຕັ້ງປະຕິບັດ
ມອບໃຫ້ອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດທຸກຂັ້ນ ປະສານສົມທົບກັບບັນດາກະຊວງ, ອົງການທຽບເທົ່າກະຊວງ ແລະ ອົງການປົກຄອງທ້ອງຖິ່ນ ຈັດຕັ້ງປະຕິບັດດໍາລັດສະບັບນີ້ຢ່າງເຂັ້ມງວດ. ຂ້າງເທິງ

ມາດຕາ 50. ຜົນສັກສິດ
ດໍາລັດສະບັບນີ້ ປ່ຽນແທນດໍາລັດ ສະບັບເລກທີ 207/ນຍ, ລົງວັນທີ 27 ກໍລະກົດ 2007 ວ່າດ້ວຍການກວດກາສັດ, ຜະລິດຕະພັນສັດ ແລະ ຜະລິດຕະພັນສິນຄ້າກ່ຽວກັບສັດ ທີ່ນໍາເຂົ້າ ແລະ ຂົນສົ່ງຜ່ານ ສປປ ລາວ.

ດໍາລັດສະບັບນີ້ມີຜົນສັກສິດ ພາຍຫຼັງໜຶ່ງຮ້ອຍແປດສິບວັນ ນັບແຕ່ວັນລົງລາຍເຊັນ ເປັນຕົ້ນໄປ. ຂໍ້ກໍານົດ, ບົດບັນຍັດທີ່ຂັດກັບດໍາລັດສະບັບນີ້ ລ້ວນແຕ່ຖືກຍົກເລີກ. ຂ້າງເທິງ

ລັດຖະບານ
ນາຍົກລັດຖະມົນຕີ

ທອງສິງ ທໍາມະວົງ

 

# ຫົວຂໍ້ ດາວໂຫຼດ
1 Decree on the Control of the Movement of Animal and Animal Products No. 230/GoL, dated 4 June 2012 PDF
2 ດໍາລັດ ວ່າດ້ວຍ ການຄຸ້ມຄອງ ການເຄື່ອນຍ້າຍ ສັດ ແລະ ຜະລິດຕະພັນສິນຄ້າ ກ່ຽວກັບ ສັດ ເລກທີ 230/ລບ, ລົງວັນທີ 4.6.2012 PDF
ມາດຕະການ / ມາດຕະຖານ
# ຊື່ ປະເພດ ອົງກອນ ລາຍລະອຽດ ກົດໝາຍ ສຶ້ນສຸດ ໃຊ້ກັບ
1 ຮຽກຮ້ອງໃຫ້ມີໃບອະນຸຍາດນຳເຂົ້າ - ສັດ ຕ້ອງໄດ້ຮັບອະນຸມັດ ກະຊວງ ກະສິກຳ ແລະ ປ່າໄມ້ ຜູ້ນໍາເຂົ້າສັດ ຕ້ອງປະຕິບັດຕາມເງື່ອນໄຂສະເພາະ ທີ່ກໍານົດໄວ້ໃນເອກະສານຊ້ອນທ້າຍ 2 ຂອງຂໍ້ຕົກລົງ 0795/ກປ ແລະ ຍື່ນຄໍາຮ້ອງຂໍອະນຸຍາດນໍາເຂົ້າ ທີ່ກໍານົດໄວ້ໃນເອກະສານຊ້ອນທ້າຍ 3 ຕໍກົມລ້ຽງສັດ ແລະ ການປະມົງ ເພື່ອອອກໃບອະນຸຍາດນໍາເຂົ້າ ຕາມແບບພິມທີ່ກໍານົດໄວ້ໃນເອກະສານຊ້ອນທ້າຍ 4
  1. ດໍາລັດ ວ່າດ້ວຍ ການຄຸ້ມຄອງ ການເຄື່ອນຍ້າຍ ສັດ ແລະ ຜະລິດຕະພັນສິນຄ້າ ກ່ຽວກັບ ສັດ ເລກທີ 230/ລບ, ລົງວັນທີ 4.6.2012
  2. ຂໍ້ຕົກລົງ ວ່າດ້ວຍການນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດ ແລະ ຜະລິດຕະພັນສັດ ເລກທີ 0795/ກປ, ລົງວັນທີ 18 ເມສາ 2019
9999-12-31 ALL
2 ຕ້ອງມີໃບຢັ້ງຢືນສັດຕະວະແພດຈາກປະເທດສົ່ງອອກ - ຜະລິດຕະພັນສັດ SPS ກະຊວງ ກະສິກຳ ແລະ ປ່າໄມ້ ການນຳເຂົ້າຜະລິດຕະພັນສັດ ຕ້ອງໄດ້ຮັບການຢັ້ງຢືນຈາກປະເທດ ສົ່ງອອກ ແລ້ວຍື່ນຄັດຕິດກັບໃບສະເໜີຂໍນຳເຂົ້າໃຫ້ກົມກອງກ່ຽວຂ້ອງຂອງ ກະຊວງກະສິກຳ ແລະ ປ່າໄມ້.
  1. ດໍາລັດ ວ່າດ້ວຍ ການຄຸ້ມຄອງ ການເຄື່ອນຍ້າຍ ສັດ ແລະ ຜະລິດຕະພັນສິນຄ້າ ກ່ຽວກັບ ສັດ ເລກທີ 230/ລບ, ລົງວັນທີ 4.6.2012
  2. ຂໍ້ຕົກລົງ ວ່າດ້ວຍການນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດ ແລະ ຜະລິດຕະພັນສັດ ເລກທີ 0795/ກປ, ລົງວັນທີ 18 ເມສາ 2019
9999-12-31 ALL
3 ຕ້ອງນຳເຂົ້າສັດ ແລະ ຜະລິດຕະພັນສັດ ສະເພາະດ່ານທີ່ໄດ້ກຳນົດໄວ້ ທົ່ວໄປ ກະຊວງ ກະສິກຳ ແລະ ປ່າໄມ້ ສັດ ແລະ ຜະລິດຕະພັນສັດ ຕ້ອງນຳເຂົ້າສະເພາະດ່ານຊາຍແດນ ທີ່ກົມລ້ຽງສັດ ແລະ ການປະມົງ, ກະຊວງກະສິກຳ ແລະ ປ່າໄມ້ ແລະ ພາກສ່ວນກ່ຽວຂ້ອງໄດ້ກໍານົດໄວ້ເທົ່ານັ້ນ ແລະ ອາດປ່ຽນແປງເປັນແຕ່ລະໄລຍະ. ດໍາລັດ ວ່າດ້ວຍ ການຄຸ້ມຄອງ ການເຄື່ອນຍ້າຍ ສັດ ແລະ ຜະລິດຕະພັນສິນຄ້າ ກ່ຽວກັບ ສັດ ເລກທີ 230/ລບ, ລົງວັນທີ 4.6.2012 9999-12-31 ALL
4 ຮຽກຮ້ອງໃຫ້ມີການກວດກາ - ສັດທີ່ນຳເຂົ້າທຸກປະເພດ ຮຽກ​ຮ້ອງ​ໃຫ້​ມີ​ການກວດ​ກາ ກະຊວງ ກະສິກຳ ແລະ ປ່າໄມ້ ການນຳເຂົ້າສັດ (ສັດທີ່ມີຊີວິດ) ຕ້ອງໄດ້ຮັບການກວດກາໂດຍເຈົ້າໜ້າທີ່ສັດຕະວະແພດ ປະຈໍາດ່ານ
  1. ດໍາລັດ ວ່າດ້ວຍ ການຄຸ້ມຄອງ ການເຄື່ອນຍ້າຍ ສັດ ແລະ ຜະລິດຕະພັນສິນຄ້າ ກ່ຽວກັບ ສັດ ເລກທີ 230/ລບ, ລົງວັນທີ 4.6.2012
  2. ກົດໝາຍ ວ່າດ້ວຍ ການລ້ຽງສັດ ແລະ ການສັດຕະວະແພດ (ສະບັບປັບປຸງ) ເລກທີ 08/ສພຊ, ລົງວັນທີ 11 ພະຈິກ 2016
  3. ຂໍ້ຕົກລົງ ວ່າດ້ວຍການນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດ ແລະ ຜະລິດຕະພັນສັດ ເລກທີ 0795/ກປ, ລົງວັນທີ 18 ເມສາ 2019
9999-12-31 ALL
5 ຮຽກຮ້ອງໃຫ້ມີໃບອະນຸຍາດນຳເຂົ້າ - ຜະລິດຕະພັນສັດ ຕ້ອງໄດ້ຮັບອະນຸມັດ ກະຊວງ ກະສິກຳ ແລະ ປ່າໄມ້ ຜູ້ນໍາເຂົ້າຜະລິດຕະພັນສັດ ຕ້ອງປະຕິບັດຕາມເງື່ອນໄຂສະເພາະ ທີ່ກໍານົດໄວ້ໃນເອກະສານຊ້ອນທ້າຍ 2 ຂອງຂໍ້ຕົກລົງ 0795/ກປ ແລະ ຍື່ນຄໍາຮ້ອງຂໍອະນຸຍາດນໍາເຂົ້າ ທີ່ກໍານົດໄວ້ໃນເອກະສານຊ້ອນທ້າຍ 3 ຕໍກົມລ້ຽງສັດ ແລະ ການປະມົງ ເພື່ອອອກໃບອະນຸຍາດນໍາເຂົ້າ ຕາມແບບພິມທີ່ກໍານົດໄວ້ໃນເອກະສານຊ້ອນທ້າຍ 4
  1. ດໍາລັດ ວ່າດ້ວຍ ການຄຸ້ມຄອງ ການເຄື່ອນຍ້າຍ ສັດ ແລະ ຜະລິດຕະພັນສິນຄ້າ ກ່ຽວກັບ ສັດ ເລກທີ 230/ລບ, ລົງວັນທີ 4.6.2012
  2. ຂໍ້ຕົກລົງ ວ່າດ້ວຍການນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດ ແລະ ຜະລິດຕະພັນສັດ ເລກທີ 0795/ກປ, ລົງວັນທີ 18 ເມສາ 2019
9999-12-31 ALL
6 ການກວດກາການນໍາເຂົ້າ - ຜະລິດຕະພັນສັດ ຮຽກ​ຮ້ອງ​ໃຫ້​ມີ​ການກວດ​ກາ ກະຊວງ ກະສິກຳ ແລະ ປ່າໄມ້ ການນຳເຂົ້າຜະລິດຕະພັນສັດ ຕ້ອງໄດ້ຮັບການກວດກາໂດຍເຈົ້າໜ້າທີ່ສັດຕະວະແພດ ປະຈໍາດ່ານ
  1. ດໍາລັດ ວ່າດ້ວຍ ການຄຸ້ມຄອງ ການເຄື່ອນຍ້າຍ ສັດ ແລະ ຜະລິດຕະພັນສິນຄ້າ ກ່ຽວກັບ ສັດ ເລກທີ 230/ລບ, ລົງວັນທີ 4.6.2012
  2. ຂໍ້ຕົກລົງ ວ່າດ້ວຍການນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດ ແລະ ຜະລິດຕະພັນສັດ ເລກທີ 0795/ກປ, ລົງວັນທີ 18 ເມສາ 2019
9999-12-31 ALL
7 ຮຽກຮ້ອງໃຫ້ມີການກວດກາການສົ່ງອອກ - ສັດ ຮຽກ​ຮ້ອງ​ໃຫ້​ມີ​ການກວດ​ກາ ກະຊວງ ກະສິກຳ ແລະ ປ່າໄມ້ ການສົ່ງອອກສັດ ຕ້ອງໄດ້ຮັບການກວດກາ ໂດຍເຈົ້າໜ້າທີ່ສັດຕະວະແພດ ປະຈໍາດ່ານ
  1. ດໍາລັດ ວ່າດ້ວຍ ການຄຸ້ມຄອງ ການເຄື່ອນຍ້າຍ ສັດ ແລະ ຜະລິດຕະພັນສິນຄ້າ ກ່ຽວກັບ ສັດ ເລກທີ 230/ລບ, ລົງວັນທີ 4.6.2012
  2. ຂໍ້ຕົກລົງ ວ່າດ້ວຍການນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດ ແລະ ຜະລິດຕະພັນສັດ ເລກທີ 0795/ກປ, ລົງວັນທີ 18 ເມສາ 2019
9999-12-31 ALL
8 ຮຽກຮ້ອງໃຫ້ມີການກວດກາການສົ່ງອອກ - ຜະລິດຕະພັນສັດ ຮຽກ​ຮ້ອງ​ໃຫ້​ມີ​ການກວດ​ກາ ກະຊວງ ກະສິກຳ ແລະ ປ່າໄມ້ ການສົ່ງອອກຜະລິດຕະພັນສັດ ຕ້ອງໄດ້ຮັບການກວດກາ ໂດຍເຈົ້າໜ້າທີ່ສັດຕະວະແພດ ປະຈໍາດ່ານ
  1. ດໍາລັດ ວ່າດ້ວຍ ການຄຸ້ມຄອງ ການເຄື່ອນຍ້າຍ ສັດ ແລະ ຜະລິດຕະພັນສິນຄ້າ ກ່ຽວກັບ ສັດ ເລກທີ 230/ລບ, ລົງວັນທີ 4.6.2012
  2. ຂໍ້ຕົກລົງ ວ່າດ້ວຍການນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດ ແລະ ຜະລິດຕະພັນສັດ ເລກທີ 0795/ກປ, ລົງວັນທີ 18 ເມສາ 2019
9999-12-31 ALL
9 ຕ້ອງມີໃບຢັ້ງຢືນສັດຕະວະແພດຈາກປະເທດຕົ້ນທາງ - ສັດນໍາເຂົ້າ SPS ກະຊວງ ກະສິກຳ ແລະ ປ່າໄມ້ ການນຳເຂົ້າສັດ ຕ້ອງໄດ້ຮັບການຢັ້ງຢືນຈາກປະເທດ ສົ່ງອອກຕົ້ນທາງ ແລ້ວຍື່ນຄັດຕິດກັບໃບສະເໜີຂໍນຳເຂົ້າໃຫ້ກົມກອງກ່ຽວຂ້ອງຂອງ ກະຊວງກະສິກຳ ແລະ ປ່າໄມ້.
  1. ດໍາລັດ ວ່າດ້ວຍ ການຄຸ້ມຄອງ ການເຄື່ອນຍ້າຍ ສັດ ແລະ ຜະລິດຕະພັນສິນຄ້າ ກ່ຽວກັບ ສັດ ເລກທີ 230/ລບ, ລົງວັນທີ 4.6.2012
  2. ຂໍ້ຕົກລົງ ວ່າດ້ວຍການນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດ ແລະ ຜະລິດຕະພັນສັດ ເລກທີ 0795/ກປ, ລົງວັນທີ 18 ເມສາ 2019
9999-12-31 ALL
10 ຕ້ອງມີໃບຢັ້ງຢືນປະເທດຕົ້ນທາງ - ຜະລິດຕະພັນສັດນໍາເຂົ້າ SPS ກະຊວງ ກະສິກຳ ແລະ ປ່າໄມ້ ການນຳເຂົ້າຜະລິດຕະພັນສັດ ຕ້ອງມີໃບຢັ້ງຢືນຈາກປະເທດຕົ້ນທາງ ເຊັ່ນ: ໃບຢັ້ງຢືນສຸຂານາໄມ ຫຼື ໃບຢັ້ງຢືນຄຸນນະພາບ ແລະ ໃບຢັ້ງຢືນມາດຕະຖານດ້ານເຕັກນິກ ກ່ຽວກັບ ໂຮງຂ້າສັດ ຫຼື ສະຖານທີ່ເກັບຮັກສາ. ແລ້ວຍື່ນຄັດຕິດກັບໃບສະເໜີຂໍນຳເຂົ້າໃຫ້ກົມລ້ຽງສັດ ແລະ ການປະມົງ,ກະຊວງກະສິກຳ ແລະ ປ່າໄມ້.
  1. ດໍາລັດ ວ່າດ້ວຍ ການຄຸ້ມຄອງ ການເຄື່ອນຍ້າຍ ສັດ ແລະ ຜະລິດຕະພັນສິນຄ້າ ກ່ຽວກັບ ສັດ ເລກທີ 230/ລບ, ລົງວັນທີ 4.6.2012
  2. ຂໍ້ຕົກລົງ ວ່າດ້ວຍການນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດ ແລະ ຜະລິດຕະພັນສັດ ເລກທີ 0795/ກປ, ລົງວັນທີ 18 ເມສາ 2019
9999-12-31 ALL
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.