ໃນປະຈຸບັນລະບຽບການນີ້ ກຳລັງນໍາໃຊ້ ຢູູ 27 ດ່ານພາສີສາກົນທົ່ວປະເທດ ກົດທີ່ນີ້ ເພື່ອກວດເບີ່ງບັນດາດ່ານສາກົນທົ່ວປະເທດ.

 

 

ຂັ້ນຕອນການແຈ້ງພາສີສົ່ງອອກສິນຄ້າຢູ່ດ່ານພາສີສາກົນດ້ວຍລະບົບອາຊິກຸດາ

 ການແຈ້ງພາສີຂາອອກສິນຄ້າ, ເຄື່ອງຂອງຜ່ານດ່ານພາສີຊາຍແດນ ຕ້ອງດໍາເນີນຕາມ 4 ຂັ້ນຕອນ ດັ່ງລຸ່ມນີ້: 

 

  1. ການປະກອບຂໍ້ມູນການແຈ້ງພາສີເປັນລາຍລະອຽດ;
  2. ການຮັບແຈ້ງພາສີເປັນລາຍລະອຽດ ແລະ ກວດກາຄວບຄຸມຂອງເຈົ້າໜ້າທີ່ພາສີ;
  3. ການຊໍາລະຄ່າພາສີ ແລະ ພັນທະອື່ນ; ແລະ
  4. ການກວດປ່ອຍສິນຄ້າ, ເຄື່ອງຂອງອອກຈາກດ່ານພາສີຊາຍແດນ

ຜູ້ແຈ້ງພາສີ ສາມາດປະກອບຂໍ້ມູນການສົ່ງອອກສິນຄ້າ, ເຄື່ອງຂອງລົງໃນລະບົບເປັນການລ່ວງໜ້າ ກ່ອນສິນຄ້າ, ເຄື່ອງຂອງມາຮອດດ່ານ ຫຼື ແຈ້ງໃນເວລາສິນຄ້າ, ເຄື່ອງຂອງມາຮອດດ່ານພາສີຊາຍແດນ, ໃຫ້ດໍາເນີນການຕາມຂັ້ນຕອນລຸ່ມນີ້: 

ຂັ້ນຕອນ 1: ການປະກອບຂໍ້ມູນການແຈ້ງພາສີເປັນລາຍລະອຽດ

  1. ເອກະສານການຂົນສົ່ງສິນຄ້າ, ເຄື່ອງຂອງ;
  2. ໃບສັ່ງຊື້;
  3. ໃບລາຍການຫຸ້ມຫໍ່ສິນຄ້າ, ເຄື່ອງຂອງ (ຖ້າມີ);
  4. ໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ (ຖ້າມີ);
  5. ໃບອະນຸຍາດສ່ົງອອກຂອງຂະແໜງການລັດທີ່ກ່ຽວຂ້ອງ; ແລະ
  6. ເອກະສານອື່ນໆທີ່ກ່ຽວຂ້ອງ. 

ຂັ້ນຕອນ 2: ຮັບແຈ້ງພາສີເປັນລາຍລະອຽດ ແລະ ກວດກາຄວບຄຸມຂອງເຈົ້າໜ້າທີ່ພາສີ ມີ 2 ກໍລະນີ:

1. ກໍລະນີການແຈ້ງພາສີເປັນລາຍລະອຽດກ່ອນສິນຄ້າ, ເຄື່ອງຂອງມາຮອດດ່ານພາສີຊາຍແດນ:

ຜູ້ແຈ້ງພາສີປະກອບຂໍ້ມູນໃບແຈ້ງພາສີເປັນລາຍລະອຽດ ພ້ອມດ້ວຍເອກະສານປະກອບ ຕາມທີ່ໄດ້ລະບຸໄວ້ໃນຮູບສະແດງ (1), ລົງໃນລະບົບ ພ້ອມ ພິມໃບແຈ້ງເປັນລາຍລະອຽດອອກຈາກລະບົບ, ລົງລາຍເຊັນ, ປະທັບກາ ຫຼື ລົງລາຍເຊັນທາງອີເລັກໂຕຣນິກ ທີ່ຮັບຮູ້ໂດຍລັດຖະການພາສີ ແລະ ຄັດຕິດເອກະສານທີ່ກ່ຽວຂ້ອງ, ຍື່ນຕໍ່ເຈົ້າໜ້າທີ່ພາສີ ເພື່ອກວດກາ.

2. ກໍລະນີການແຈ້ງພາສີເປັນລາຍລະອຽດໃນເວລາສິນຄ້າ, ເຄື່ອງຂອງມາຮອດດ່ານພາສີຊາຍແດນ:

ຜູ້ແຈ້ງພາສີຕ້ອງປະກອບຂໍ້ມູນລົງໃນໃບແຈ້ງພາສີເປັນລາຍລະອຽດ ພ້ອມດ້ວຍເອກະສານປະກອບການແຈ້ງ ຕາມທີ່ໄດ້ລະບຸໄວ້ໃນຮູບສະແດງ (1) ລົງໃນລະບົບອີເລັກໂຕຣນິກ ແລະ ພິມໃບແຈ້ງພາສີເປັນລາຍລະອຽດອອກຈາກລະບົບ ພ້ອມທັງລົງລາຍເຊັນ, ປະທັບກາ ຫຼື ລົງລາຍເຊັນທາງອີເລັກໂຕຣນິກ ທີ່ຮັບຮູ້ໂດຍລັດຖະການພາສີ ແລະ ຄັດຕິດເອກະສານທີ່ກ່ຽວຂ້ອງ, ຍື່ນຕໍ່ເຈົ້າໜ້າທີ່ພາສີ ເພື່ອກວດກາ, ຮັບຮອງລົງໃນລະບົບຕາມຂັ້ນຕອນ ແລະ ລະບຽບການທາງພາສີ.

ໝາຍເຫດ: ຜູ້ແຈ້ງພາສີສາມາດປະກອບຂໍ້ມູນການແຈ້ງລົງໃນລະບົບ ພາຍໃນກໍານົດເຈັດວັນລັດຖະການ ກ່ອນສິນຄ້າ, ເຄື່ອງຂອງສົ່ງອອກຈະຮອດດ່ານພາສີ.

ຂັ້ນຕອນ 3:  ການຊໍາລະຄ່າພາສີ ແລະ ພັນທະອື່ນໆ

ພາຍຫຼັງຜ່ານຂັ້ນຕອນພິທີການທາງດ້ານພາສີ ແລະ ໄດ້ຮັບຮອງຜົນການແຈ້ງລົງໃນລະບົບແລ້ວ, ກົດທີ່ນີ້ ເພື່ອກວດເບີ່ງປະເພດສິນຄ້າທີ່ຕ້ອງໄດ້ຊໍາລະພາສີຂາອອກ

ຂັ້ນຕອນ 4 ການກວດປ່ອຍສິນຄ້າ, ເຄື່ອງຂອງອອກຈາກດ່ານພາສີ.

ຜູ້ແຈ້ງພາສີຕ້ອງນໍາເອກະສານຄົບຊຸດ ໄປແຈ້ງຕໍ່ເຈົ້າໜ້າທີ່ພາສີປະຈໍາປະຕູດ່ານ ເພື່ອກວດກາບັນດາເອກະສານຖືກຕ້ອງຄົບຖ້ວນ ແລ້ວຈຶ່ງອະນຸຍາດໃຫ້ສິນຄ້າ, ເຄື່ອງຂອງດັ່ງກ່າວ ອອກຈາກດ່ານພາສີຊາຍແດນໃນທັນທີ ພ້ອມທັງເກັບມ້ຽນສໍາເນົາເອກະສານ ໃບແຈ້ງພາສີເປັນລາຍລະອຽດ 2 ຊຸດ.

ສາມາດສຶກສາຂໍ້ມູນເພີ່ມເຕີມໄດ້ ທີ່ນີ້ ແລະ ຕິດຕໍ່ສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່: ກົມພາສີ, ກະຊວງການເງິນທີ່ເວັບໄຊ http://www.customs.gov.la

ແບບຟອມ
# ຫົວຂໍ້ ລາຍລະອຽດ ອອກໂດຍ ໄຟລ໌
1 ໃບແຈ້ງພາສີ ເປັນລາຍລະອຽດ ໃບແຈ້ງພາສີ ກະຊວງ ການເງິນ PDF
ມາດຕະການ
# ຊື່ ລາຍລະອຽດ ປະເພດ ມາດຕະການ ອົງກອນ ຄຳເຫັນ ນິຕິກໍາ ສິ້ນສຸດ ໝວດມາດຕະການ
1 ຄ່າຊັບພະຍາກອນທໍາມະຊາດສົ່ງອອກ ຄ່າຊັບພະຍາກອນທໍາມະຊາດສົ່ງອອກ ຕ້ອງຖືກເກັບຕາມທີ່ກໍານົດໄວ້ໃນ ລັດຖະບັນຍັດ ເລກທີ 001/ປປທ ພັນທະທີ່ຕ້ອງຈ່າຍ ກະຊວງ ການເງິນ ເພື່ອຮັບລາຍຮັບແກ່ລັດ ລັດຖະບັນຍັດ ຂອງ ປະທານປະເທດ ວ່າດ້ວຍ ອັດຕາຄ່າຊັບພະຍາກອນທຳມະຊາດ ສະບັບເລກທີ 001/ປປທ, ລົງວັນທີ 15 ທັນວາ 2015 9999-12-31 ສິນຄ້າ
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.